ລັດຖະບານແຫ່ງ ສປປ ລາວ ໄດ້ອອກ ດໍາລັດວ່າດ້ວຍການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ພາກເອກະຊົນ ສະບັບເລກທີ 624/ລບ, ລົງວັນທີ 21 ທັນວາ 2020. ເພື່ອເປີດກວ້າງໃຫ້ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດມີສ່ວນຮ່ວມໃນການລົງທຶນໃນໂຄງການລັດຖະບານໃນຂົງເຂດກິດຈະການຕ່າງໆ ໂດຍສະເພາະແມ່ນ ໂຄງການກໍ່ສ້າງ ກິດຈະການໃໝ່,​ ປັບປຸງໂຄງລ່າງພື້ນຖານ ຫຼື ສະໜອງການບໍລິການສາທາລະນະ,​ ລວມທັງ ໂຄງການພັດທະນາກິດຈະການອື່ນໆ ເປັນຕົ້ນ ທ່ອງທ່ຽວ,​ ກະສິກໍາ,​ ພະລັງງານ,​ ບໍ່ແຮ່ ແລະ ອື່ນໆ ເຊິ່ງມີສອງຮູບການຮ່ວມທຶນ ຄື:​ 1 ການລົງທຶນຮ່ວມ ໂດຍມີພາກລັດເຂົ້າຮ່ວມລົງທຶນ ແລະ  2 ການລົງທຶນຮ່ວມ ໂດຍພາກເອກະຊົນລົງທຶນທັງໝົດ.

ການລົງທຶນຮ່ວມ ໂດຍມີພາກລັດເຂົ້າຮ່ວມລົງທຶນ: ແມ່ນ ການປະກອບທຶນສົມທົບຂອງລັດ ໂດຍກົງເຂົ້າໃນການພັດທະນາໂຄງການຮ່ວມກັບພາກເອກະຊົນ ໂດຍອີງຕາມຜົນຂອງການສືກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ບົນພື້ນຖານຕົກລົງເຫັນດີຂອງລັດຖະບານ ຫຼື ການຮັບຮອງໂດຍສະພາແຫ່ງຊາດ ຫຼື ສະພາປະຊາຊົນຂັ້ນແຂວງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງໃນແຕ່ລະກໍລະນີ.​ ລັດຈະເຂົ້າຮ່ວມລົງທຶນຕາມຮູບແບບທີ່ກໍານົດໄວ້ ໃນດໍາລັດສະບັບນີ້ ຖ້າຜົນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ມີປະສິດຕິພາບສູງ, ມີການນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ເປັນໂຄງການທີ່ມີລັກສະນະຍຸດທະສາດ ບົນພື້ນຖານມີສັນຍາຮ່ວມກັນລະຫວ່າງພາກລັດ ແລະ ພາກເອກະຊົນ.

ການລົງທຶນຮ່ວມ ໂດຍພາກເອກະຊົນລົງທຶນທັງໝົດ: ແມ່ນ ພາກເອກະຊົນເປັນຜູ້ຮັບຜິດຊອບລົງທຶນທັງໝົດເຂົ້າໃນການພັດທະນາໂຄງການຂອງລັດ ໂດຍອີງຕາມຜົນຂອງການສືກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກຂອງໂຄງການ ບົນພື້ນຖານການຕົກລົງເຫັນດີຂອງລັດຖະບານ ຫຼື ການຮັບຮອງໂດຍສະພາແຫ່ງຊາດ ຫຼື ສະພາປະຊາຊົນຂັ້ນແຂວງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂອງໃນແຕ່ລະກໍລະນີ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.