ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງວ່າດ້ວຍການດໍາເນີນທຸລະກິດແລກປ່ຽນເງິນຕາສະບັບເລກທີ 393/ທຫລ, ລົງວັນທີ 02 ກໍລະກົດ 2020 ເພື່ອກໍານົດຫຼັກການ ແລະ ລະບຽບການກ່ຽວກັບການຂໍອະນຸຍາດ, ການເຄື່ອນໄຫວ, ການຄຸ້ມຄອງ, ການຕິດຕາມ ແລະ ການກວດກາ ທຸລະກິດແລກປ່ຽນເງິນຕາ ແນໃສ່ເຮັດໃຫ້ການເຄື່ອນໄຫວທຸລະກິດດັ່ງກ່າວມີຄວາມໝັ້ງຄົງ, ປອດໄພ, ໜ້າເຊື່ອຖື ແລະ ມີປະສິດທິພາບ ປະກອບສ່ວນເຂົ້າໃນການຄຸ້ມຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວ ໃຫ້ມີປະສິດທິຜົນ.

ຜູ້ທີ່ມີຈຸດປະສົງຈະດໍາເນີນທຸລະກິດແລກປ່ຽນເງິນຕາ ຕ້ອງໄດ້ຮັບການຂຶ້ນທະບຽນວິສາຫະກິດນໍາຂະແໜງອຸດສາຫະກໍາ ແລະ ການຄ້າ, ແລ້ວປະກອບເອກະສານຂໍອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ ສະເໜີຫາກົມນະໂຍບາຍເງິນຕາ ຫຼື ສາຂາທະນາຄານແຫ່ງ ສປປ ລາວ ພິຈາລະນາອອກອະນຸຍາດດໍາເນີນທຸລະກິດດັ່ງກ່າວ ລາຍລະອຽດດັ່ງນີ້:

  1. ຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ ຕາມແບບພິມຂອງທະນາຄານແຫ່ງ ສປປ ລາວ
  2. ຊີວະປະຫວັດຫຍໍ້ຂອງຜູ້ສະເໜີຂໍອະນຸຍາດ
  3. ໃບຢັ້ງຢືນທີ່ຢູ່
  4. ສໍາເນົາບັດປະຈໍາຕົວ, ສໍາມະໂນຄົວ ຫຼື ໜັງສືຜ່ານແດນ ຂອງຜູ້ສະເໜີຂໍອະນຸຍາດ
  5. ໃບແຈ້ງໂທດ (ອາຍຸບໍ່ເກີນ ເກົ້າສິບ ວັນ)
  6. ແຜນການດໍາເນີນທຸລະກິດ
  7. ໃບຢັ້ງຢືນຖານະການເງິນ ແລະ ໃບລາຍງານບັນຊີສໍາຮອງຢູ່ທະນາຄານທຸລະກິດທີ່ມີການເຄື່ອນໄຫວເກົ້າສິບວັນຍ້ອນຫຼັງ
  8. ສໍາເນົາໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດລົງທຶນ (ສໍາລັບນິຕິບຸກຄົນ)
  9. ໜັງສືແນະນໍາ ຫຼື ໜັງສືແຈ້ງເຈດຈໍານົງ ອອກໂດຍກະຊວງອຸດສາຫະກໍາ ແລະ ການຄ້າ (ສະບັບກາແດງ)
  10. ສໍາເນົາໃບຢັ້ງຢືນການມອບພັນທະອາກອນປີຫຼ້າສຸດ (ສໍາລັບນິຕິບຸກຄົນ)
  11. ແຜນປະກອບພະນັກງານ
  12. ແຜນປະກອບອຸປະກອນ ແລະ ເຄື່ອງມືຮັບໃຊ້
  13. ໃບຢັ້ງຢືນທີ່ຕັ້ງຮ້ານ ແລະ ແຜນວາດທີ່ຕັ້ງ ທີ່ໄດ້ຮັບການຢັ້ງຢືນຈາກອົງການປົກຄອງທ້ອງຖິ່ນ (ກໍລະນີຫາກເປັນການເຊົ່າສະຖານທີ່ ຕ້ອງຄັດຕິດສໍາເນົາສັນຍາເຊົ່າ)
  14. ໃບມອບສິດໃຫ້ຜູ້ຕາງໜ້າມາພົວພັນວຽກນໍາທະນາຄານແຫ່ງ ສປປ ລາວ (ກໍລະນີຜູ້ສະເໜີຫາກບໍ່ສາມາດມາພົວພັນດ້ວຍຕົນເອງ)
  15. ຮູບຖ່າຍຂອງຜູ້ສະເໜີຂະໜາດ 3X4 ຈໍານວນ ສອງ ໃບ (ອາຍຸບໍ່ເກີນ ເກົ້າສິບ ວັນ)

ໝາຍເຫດ: ທຶນຈົດທະບຽນ ແລະ ຄ່າທໍານຽມໃນການຂໍອະນຸຍາດດໍາເນີນທຸລະກິດ:

  • ທຶນຈົດທະບຽນຢ່າງໜ້ອຍ ໜຶ່ງຕື້ (1.000.000.000) ກີບ ແມ່ນເປັນທຶນໝູນວຽນເທົ່ານັ້ນ ຊຶ່ງທຶນດັ່ງກ່າວຕ້ອງເປັນທຶນຂອງຜູ້ກ່ຽວຂ້ອງທີ່ໄດ້ມາໂດຍຖືກຕ້ອງຕາມກົດໝາຍ ແລະ ຕ້ອງຝາກໄວ້ນໍາທະນາຄານທຸລະກິດຢູ່ ສປປ ລາວ.
  • ຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ ຈໍານວນ ໜຶ່ງແສນ (100.000) ກີບ ຕໍ່ຊຸດ. ຄ່າທໍານຽມອອກໃບອະນຸຍາດ ຈໍານວນ ສູນຈຸດສູນຫ້າ ສ່ວນຮ້ອຍ (0.05%) ຂອງທຶນຈົດທະບຽນທັງໝົດ ແຕ່ສູງສຸດບໍ່ໃຫ້ເກີນ ສາມລ້ານ (3.000.000) ກີບ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.