ໃນລະຫວ່າງວັນທີ 28-29 ມັງກອນ 2021 ທີ່ ແຂວງຫຼວງພະບາງ. ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ໃນນາມເປັນກອງເລຂາຄະນະກໍາມະການ ອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ ໄດ້ຈັດຝຶກອົບຮົມໃຫ້ແກ່ ຫ້ອງການປະຈໍາກອງເລຂາຄະນະກໍາມະການ ອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນແຂວງ (ຄອຄຂ) ໃນທົ່ວປະເທດ ພາຍໃຕ້ການສະໜັບສະໜູນຈາກໂຄງການ LCT. ໃຫ້ກຽດເປັນປະທານໂດຍ ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມ, ກົມການນໍາເຂົ້າ ແລະ ສົ່ງອອກ ພ້ອມດ້ວຍສໍາມະນາກອນ ຈາກເໜືອເຖິງໃຕ້ ໃນຂອບເຂດທົ່ວປະເທດ.

     ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຂີດຄວາມສາມາດ, ຍົກສູງລະດັບຄວາມເຂົ້າໃຈ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ບັນດາຫ້ອງການ ຄອຄຂ ຊຶ່ງມີບົດບາດໜ້າທີ່ເປັນເສນາທິການ ໃຫ້ແກ່ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າຂັ້ນແຂວງຂອງແຂວງຕົນ ເຂົ້າໃນການສ້າງ ຫຼື ປັບປຸງ ນິຕິກຳ, ການຄົ້ນຄວ້າແກ້ໄຂບັນຫາຂອງພາກທຸລະກິດ,   ກົນໄກການຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານ ອຳນວຍຄວາມສະດວກທາງດ້ານການຄ້າ ເພື່ອໃຫ້ສອດຄ່ອງກັບແຜນດຳເນີນງານວຽກງານ ອຄສຄ ໄລຍະປີ 2017-2025, ຄຳສັ່ງເລກທີ 12/ນຍ ແລະ 02/ນຍ.

      ທ່ານ ສຸລິຍົນ ພິລາວົງ ກ່າວວ່າ: ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ເປັນວຽກງານທີ່ມີຄວາມສຳຄັນຍິ່ງ ແລະ ທັງເປັນວຽກງານທີ່ທ້າທາຍ ເນື່ອງຈາກເປັນວຽກທີ່ກວ້າງຂວາງ, ຕິດພັນກັບຫຼາຍຂະແໜງການ ທັງພາກລັດ ແລະ ພາກທຸລະກິດ. ສະນັ້ນ, ການສ້າງຄວາມສອດຄ່ອງ ແລະ ເປັນເອກະພາບ ໃນການຈັດຕັ້ງປະຕິບັດ, ແກ້ໄຂບັນຫາຕ່າງໆທີ່ກ່ຽວຂ້ອງ ແມ່ນຕ້ອງໄດ້ອາໃສ ບຸກຄະລາກອນທີ່ມີຄວາມເຂົ້າໃຈ, ຮັບຮູ້ບັນຫາ ແລະ ສາມາດວິເຄາະບັນຫາ ໄດ້ຢ່າງເລິກເຊິ່ງພໍສົມຄວນ ແລະ ມີກົນໄກການປະສານງານທີ່ໜັກແໜ້ນທັງພາກລັດ ແລະ ທຸລະກິດ.

       ທ່ານ ຍັງກ່າວຕື່ມວ່າ: ເຖິງແມ່ນວ່າ ໃນໄລຍະຜ່ານມາ  ຄອຄຂ ຂອງຫຼາຍແຂວງ ຄື: ນະຄອນຫຼວງວຽງຈັນ, ຫຼວງນໍ້າທາ, ອຸດົມໄຊ, ຫົວພັນ, ວຽງຈັນ, ບໍລິຄໍາໄຊ, ໄຊສົມບູນ, ຄໍາມ່ວນ, ສະຫວັນນະເຂດ ແລະ ສາລະວັນ ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລືກົນໄກການປະສານງານຂອງ ຄອຄຂ ແລະ ການແກ້ໄຂບັນຫາຂອງພາກທຸລະກິດ ຢູ່ແຂວງຕົນ. ເຊິ່ງໄດ້ຕີລາຄາລວມໄດ້ທັງດ້ານດີພໍສົມຄວນ ແຕ່ກໍ່ຍັງມີບາງຈຸດທີ່ຕ້ອງໄດ້ປັບປຸງຄືນ ໂດຍສະເພາະການຄົ້ນຄວ້າແກ້ໄຂບັນຫາທີ່ເປັນອຸປະສັກທາງການຄ້າ ທັງບັນຫາທີ່ເກີດຂຶ້ນໃໝ່ ແລະ ບັນຫາທີ່ຊໍ້າເຮື້ອ ແລະ ແກ່ຍາວ ຊຶ່ງສ່ວນໃຫຍ່ແລ້ວແມ່ນເກີດຂຶ້ນຢູ່ທ້ອງຖິ່ນ (ແຂວງ ແລະ ເມືອງ) ທີ່ ໄດ້ສ້າງສິ່ງກີດຂວາງທາງດ້ານການຄ້າ ເປັນຕົ້ນ ການອອກນິຕິກຳ, ການຈັດຕັ້ງປະຕິບັດຕົວຈິງ ທີ່ກ່ຽວຂ້ອງກັບການນໍາເຂົ້າ-ສົ່ງອອກ ແລະ ເຄື່ອນຍ້າຍ ສິນຄ້າ, ການກວດກາຕາມເສັ້ນທາງ ລວມທັງການເກັບຄ່າພັນທະຕ່າງໆ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງສູນກາງ ວາງອອກ ໂດຍສະເພາະ ຄຳສັ່ງ 12/ນຍ ແລະ 02/ນຍ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ.

      ບັນຫາ ແລະ ຂໍ້ຫຍຸ້ງຍາກຕ່າງໆ ທີ່ປິ່ນອ້ອມວຽກອໍານວຍຄວາມສະດວກທາງດ້ານການຄ້າ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃນໄລຍະຜ່ານມາ ມີຈໍານວນ 38 ບັນຫາ ແລະ ຈັດເປັນ 04  ໝວດໃຫຍ່ ຄື: ບັນຫາທີ່ຕິດພັນກັບການອອກອະນຸຍາດ, ຢັ້ງຢືນ ແລະ ອະນຸມັດນໍາເຂົ້າ-ສົ່ງອອກ, ບັນຫາທີ່ຕິດພັນກັບການດໍາເນີນການຢູ່ດ່ານ, ບັນຫາທີ່ຕິດພັນກັບການອະນຸຍາດ, ຢັ້ງຢືນ ແລະ ກວດກາການເຄື່ອນຍ້າຍ, ການຂົນສົ່ງສິນຄ້າຢູ່ພາຍໃນ, ບັນຫາການເກັບຄ່າພັນທະທີ່ຕິດພັນກັບການນໍາເຂົ້າ-ສົ່ງອອກ, ການເຄື່ອນຍ້າຍພາຍໃນ ແລະ ການຂົນສົ່ງ. ໃນນັ້ນ, ມີ 09 ບັນຫາ ທີ່ໄດ້ຮັບການແກ້ໄຂສໍາເລັດ, 21 ບັນຫາທີ່ຢູ່ໃນຂັ້ນຕອນການດໍາເນີນການ ແກ້ໄຂ ແລະ 08 ບັນຫາທີ່ມີຄວາມຊັກຊ້າໃນການແກ້ໄຂ. ບັນຫາເຫຼົ່ານີ້, ຈໍານວນໜຶ່ງ ແມ່ນສາມາດແກ້ໄຂໄດ້, ຈໍານວນໜຶ່ງ ຍັງບໍ່ສາມາດແກ້ໄຂ ແລະ ຕັດສິນໄດ້ ຊຶ່ງຈະໄດ້ສືບຕໍ່ປຶກສາຫາລື ແລະ ຊອກຫາວິທີການແກ້ໄຂ ຮ່ວມກັນກັບ ຂະແໜງການທີ່ກ່ຽວຂ້ອງຕື່ມ.

       ໃນກອງປະຊຸມຄັ້ງນີ້ ຜູ້ຕາງໜ້າພະແນກອໍານວຍຄວາມສະດວກທາງດ້ານການຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານການຄ້າ, ຄໍາສັ່ງເລກທີ 02/ນຍ ແລະ 12/ນຍ ຢູ່ຂັ້ນສູນກາງ ແລະ ແຂວງ ລວມທັງການສັງເກດຕີລາຄາການຈັດຕັ້ງປະຕິບັດ ແລະ ແຜນວຽກໃນປີ 2021 ແລະ ລາຍງານຜົນກອງປະຊຸມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຄັ້ງທີ 3, ວັນທີ 17 ທັນວາ 2020. ນອກນັ້ນ ຍັງໄດ້ແນະນໍາວິທີການຂຶ້ນແຜນກິດຈະກໍາ ແລະ ງົບປະມານ ສໍາລັບວຽກອໍານວຍຄວາມສະດວກທາງດ້ານການຄ້າ, ຊີ້ນຳ ແລະ ແລກປ່ຽນບົດຮຽນກ່ຽວກັບມາດຕະການແກ້ໄຂບັນຫາຂອງພາກທຸລະກິດ ທີ່ຕິດພັນກັບວຽກອໍານວຍຄວາມສະດວກທາງດ້ານການຄ້າ, ແລະ ສ້າງຄວາມເຂົ້າໃຈໃນການຮ່າງ ຫຼື ປັບປຸງ ລະບຽບການ ແລະ ມາດຕະການ ທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ. ວາລະສຸດທ້າຍຂອງກອງປະຊຸມ ທ່ານ ປະທານ ເປີດເວທີໃຫ້ບັນດານັກສໍມະນາກອນທັງສູນກາງ ແລະ ທ້ອງຖິ່ນໄດ້ປຶກສາຫາລື ກ່ຽວກັບກົນໄກປະສານງານວຽກອໍານວຍຄວາມຄວາມສະດວກທາງດ້ານການຄ້າ ແລະ ແຜນວຽກໃນຕໍ່ໜ້າ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.