ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ
ຫ້ອງການກະຊວງ        ເລກທີ: 0163/ຫກງ
ນະຄອນຫຼວງວຽງຈັນ, ວັນທີ 27 ມັງກອນ 2021

ແຈ້ງການ

ເຖິງ: ກົມພາສີ, ກອງຄຸ້ມຄອງພາສີ V, ດ່ານພາສີສາກົນຂົວມິດຕະພາບ1, ລັດວິສາຫະກິດບໍລິການສິນຄ້າຜ່ານແດນ,  ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ທະນາຄານພັດທະນາລາວ, ບັນດາບໍລິສັດນຳເຂົ້າສິນຄ້າ, ເຄື່ອງຂອງທຸກໆປະເພດ.

ເລື່ອງ: ການນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window) ເຂົ້າສູ່ການຄຸ້ມການນຳເຂົ້າສິນຄ້າ, ເຄື່ອງຂອງທຸກໆປະເພດ ຢູ່ທີ່ດ່ານສາກົນຂົວມິດຕະພາບ 1.

  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ, ສະບັບເລກທີ 5050/ກງ, ລົງວັນທີ 24 ທັນວາ 2019, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການກະຊວງການເງິນ;
  • ອີງຕາມ ບົດແນະນຳຂອງກະຊວງການເງິນ, ສະບັບເລກທີ 4217/ກງ, ລົງວັນທີ 28 ທັນວາ 2018, ວ່າດ້ວຍການນຳໃຊ້ລະບົບແຈ້ງພາສີປະຕູດຍວແຫ່ງຊາດ;
  • ອີງຕາມ ຂໍ້ຕົກລົງຂອງກະຊວງການເງິນ, ສະບັບເລກທີ 0204/ກງ, ລົງວັນທີ 15 ມັງກອນ 2019, ວ່າດ້ວຍການອະນຸມັດນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ;
  • ອີງຕາມ ຄຳແນະນຳເພີ່ມເຕີມຂອງກົມພາສີ, ສະບັບເລກທີ 04145/ກພສ, ລົງວັນທີ 23 ພຶດສະພາ 2019, ວ່າດ້ວຍການນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ;
  • ອີງຕາມ ໜັງສືສະເໜີຂອງກົມພາສີ, ສະບັບເລກທີ 00125/ກພສ, ລົງວັນທີ 12 ມັງກອນ 2020.

     ເພື່ອເປັນການຫັນວຽກງານພາສີເປັນທັນສະໄໝ, ລວມສູນ, ຮັບປະກັນປະສິດທິຜົນ ແລະ ຄວາມຄ່ອງຕົວ ໃນການນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຢູ່ດ່ານພາສີສາກົນຂົວມິດຕະພາບ 1 ເຂົ້້າໃນການຄຸ້ມຄອງການນຳເຂົ້າ, ສິນຄ້າເຄື່ອງຂອງທຸກປະເພດ.

ຫົວໜ້າຫ້ອງການກະຊວງອອກແຈ້ງການ:

  1. ໃຫ້ຈັດຕັ້ງປະຕິບັດນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window “LNSW”) ເຂົ້າໃນການຄຸ້ມຄອງການນຳເຂົ້າ ສິນຄ້າ, ເຄື່ອງຂອງ ທຸກໆປະເພດ ຜ່ານດ່ານພາສີສາກົນຂົວມິດຕະພາບ 1 (ລວມທັງສິນຄ້າປະເພດຍົກເວັ້ນ ຫຼື ງົດເກັບພາສີ);
  2. ໃຫ້ບັນດາຜູ້ປະກອບການທັງໝົດ ທີ່ນຳເຂົ້າທຸກໆປະເພດສິນຄ້າ, ເຄື່ອງຂອງຊຳລະຄ່າພາສີ, ອາກອນ ແລະ ພັນທະອື່ນໆ ພ້ອມທັງຄ່າທຳນຽມ ແລະ ຄ່າບໍລິການຂອງຂະແໜງການທີ່ກ່ຽວຂ້ອງ ແບບລວມສູນ ຜ່ານໜ່ວຍບໍລິການ ຫຼື ລະບົບເອເລັກໂຕຣນິກ ຂອງທະນາຄານການຄ້າຕ່າງປະເທດລາວມະຫາຊົນ ແລະ ທະນາຄານພັດທະນາລາວ ເຊັ່ນ: ລະບົບ I-Banking, BCEL One Corporate Banking, ເງິນສົດ, ເງິນໂອນ ແລະ ເງິນແຊັກ ຕາມລະບຽບການທີ່ກ່ຽວຂ້ອງ.
  3. ໃຫ້ບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຈັດເກັບຄ່າບໍລິການນຳໃຊ້ລະບົບດັ່ງກ່າວ ໃນອັດຕາ 120,000 (ໜື່ງແສນຊາວພັນ) ກີບ ຕໍ່ການແຈ້ງພາສີລາຍລະອຽດ 1 ຊຸດ, ຕາມທີ່ກຳນົດໄວ້ໃນສັນຍາສຳປະທານໂຄງການ ຊຶ່ງບໍ່ລວມເອົາຄ່າພາສີ, ຄ່າອາກອນ, ຄ່າທຳນຽມ, ແລະ ຄ່າບໍລິການຂອງຂະແໜງການທີ່ກ່ຽວຂ້ອງ.
  4. ສຳລັບຜູ້ປະກອບການທີ່ຍັງບໍ່ທັນໄດ້ລົງທະບຽນ ແລະ ຝຶກອົບຮົມການນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ນັ້ນ, ແມ່ນໃຫ້ຂຸ້ນຂ້ຽວດຳເນີນຂັ້ນຕອນການລົງທະບຽນ, ອອກລະຫັດຜູ້ນຳໃຊ້ໂດຍດ່ວນ ກ່ອນວັນທີ 22 ກຸມພາ 2021. ຈາກນັ້ນນັບແຕ່ວັັນທີ 23 ກຸມພາ 2021 ເປັນຕົ້ນໄປ ການນຳເຂົ້າທຸກໆປະເພດສິນຄ້າ ແລະ ທຸກໆບໍລິສັດທີ່ມີການນຳເຂົ້າສິນຄ້າ (ລວມທັງສິນຄ້າປະເພດຍົົກເວັ້ນ ຫຼື ງົດເກັບພາສີ) ທີ່ຜ່ານດ່ານພາສີສາກົນຂົວມິດຕະພາບ 1 ຕ້ອງດຳເນີນການແຈ້ງພາສີເປັນລາຍລະອຽດຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດທັງໝົດ.
  5. ມອບໃຫ້ກົມພາສີ, ກອງຄຸ້ມຄອງພາສີ V, ດ່ານພາສີສາກົນຂົວມິດຕະພາບ1, ລັດວິສາຫະກິດສິນຄ້າຜ່ານແດນ, ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ທະນາຄານພັດທະນາລາວ, ບັນດານບໍລິສັດນຳເຂົ້າທຸກໆປະເພດສິນຄ້າ, ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ພ້ອມການຈັດຕັ້ງປະຕິບັດນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດໃຫ້ສຳເລັດຕາມລະດັບຄາດໝາຍ.
  6. ໃນການຈັດຕັ້ງປະຕິບັດຕົວຈິງຖ້າພົບຂໍ້ຫຍຸ້ງຍາກໃຫ້ລາຍງານກົມພາສີ, ເພື່ອມີວິທີການແກ້ໄຂໃຫ້ທັນສະພາບການ.
  7. ແຈ້ງການສະບັບນີ້, ມີຜົນສັກສິດນຳໃຊ້ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ຫົວໜ້າຫ້ອງການກະຊວງ

ສົມບູນ ອິນທະປັດຖາ

 

# ຫົວຂໍ້ ດາວໂຫຼດ
1 Notification in using the Lao National Single Window to manage the import goods and all items at the International Customs Border, Friendship Bridge 1, No.0163/CO.MOF, dated 27 January 2021. PDF
2 ແຈ້ງການ ການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window) ເຂົ້າສູ່ການຄຸ້ມຄອງການນໍາເຂົ້າສິນຄ້າ, ເຄື່ອງຂອງທຸກໆປະເພດ ຢູ່ທີ່ດ່ານພາສີສາກົນຂົວມິດຕະພາບ 1, ເລກທີ 0163/ຫກງ, ລົງວັນທີ 27 ມັງກອນ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.