ປະເພດອາຫານ, ອາຫານເສີ່ມ, ເຄື່ອງສໍາອາງ, ແລະ ຢາ ທີ່ພວກເຮົາບໍລິໂພກແຕ່ລະມື້ ທີ່ຜະລິດພາຍໃນ ຫຼື ນໍາເຂົ້າມາຈາກຕ່າງປະເທດ ທີ່ໄດ້ຮັບການປຸງແຕ່ງສໍາເລັບຮູບ ແລະ ເຄີ່ງສໍາຮູບ ທີ່ຫຸ່ມຫໍ່  ແລະ ບັນຈຸພາສະນະທີີ່ເຮັດດວ້ຍເຈ້ຍ, ແກ້ວ, ຢາງປະຣາສະຕິກ , ອາລູມີນຽມ ແລະ ວັດຖຸອື່ນໆ ລ້ວນແຕ່ມີຄວາມສ່ຽງທີ່ຈະນໍາເຊື້ອໂລກ, ສານເຄມີ, ເຊື້ອຈຸລິນຊີ, ທາດເບື່ອ ແລະ ອື່ນໆ ເປັນຕົ້ນແມ່ນ: ແບກທີເຣຍ, ເຊື້ອລາ, ແມ່ກາຝາກ, ໄວຣັດສ໌, ສານເຄມີທີ່ມີຕາມທໍາມະຊາດ (ຈາກຕົ້ນໄມ້ ຫຼື ສັດ), ສານປົນເປື້ອນສັງເຄາະຈາກສິ່ງເສດເຫຼືອທີ່ເປັນອັນຕະລາຍ, ມົນລະພິດທາງອຸດສາຫະກໍາ, ຢາປາບສັດຕູພືດ, ສານເຄມີຕື່ມໃສ່ອາຫານເພື່ອປ້ອງກັນການຈະເລີນເຕີບໂຕຂອງເຊື້ອຈຸລິນຊີ, ສານກະຕຸ້ນການຜະລິດ ຫຼື ສານຮັກສາກິ່ນ, ສີ່ ຫຼື ຮູບລັກສະນະ ຕິດມານໍາພາສະນະບັນຈຸ ຫຼື ເຈື້ອປົນມາກັບຕົວສິນຄ້າດັ່ງກ່າວ.

ພາບປະກອບ

 

       ເພື່ອສະກັດກັ້ນປະເພດສິນຄ້າອາຫານ, ອາຫານເສີ່ມ, ເຄື່ອງສໍາອາງ, ແລະ ຢາ ທີ່ເປັນຜິດຕໍ່ສຸຂະພາບຄົນ ຫຼື ເອີ້ນອິກຢ່າງໜຶ່ງວ່າ ເປັນສິນຄ້າທີ່ມີຄວາມສ່ຽງປົນເປື້ອນສານເຄມີ, ເຊື້ອຈຸລິນຊີ ຫຼື ເຊື້ອພະຍາດ ເຂົ້າມາຈໍາໜ່າຍສູ່ທ້ອງຕະລາດ ໃນ ສປປ ລາວ.  ດັ່ງນັ້ນ, ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ສົມທົບກັບ ຊ່ຽວຊານຕ່າງປະເທດ ຜູ້ທີ່ມີປະສົບການ ໄດ້ຮ່ວມກັັນສືກສາຄົ້ນຄວ້າ ການຈັດປະເພດຄວາມສ່ຽງທີ່ຕິດພັນກັບຜະລິດຕະພັນປະເພດອາຫານ, ອາຫານເສີ່ມ, ເຄື່ອງສໍາອາງ, ແລະ ຢາ  ທີ່ມີຄວາມສ່ຽງຕໍ່າ, ກາງ ແລະ ສູງ ເພື່ອນໍາໃຊ້ເຂົ້າໃນການບໍລິຫານການນໍາເຂົ້າ, ສົ່ງອອກ, ແລະ ສົ່ງຜ່ານ ຂອງເຈົ້າໜ້າທີ່ປະຈໍາຢູ່ດ່ານ ທັງເປັນການເພີ່ມປະສິດຕິພາບໃນການເຮັດວຽກຂອງເຈົ້າໜ້າທີ່ໃນການກວດປ່ອຍສິນຄ້າດັ່ງກ່າວໃຫ້ໄດ້ໄວຂຶ້ນ ແລະ ສາມາດຫຼຸດຜ່ອນຄ່າໃຊ້ຈ່າຍຕ່າງໆ ທີ່ບໍ່ຈໍາເປັນ ດ້ວຍການສຸມໃສ່ສິນຄ້າທີ່ມີຄວາມສ່ຽງສູງ ໂດຍເລັ່ງລັດການກວດປ່ອຍສິນຄ້າທີ່ມີຄວາມສ່ຽງຕໍ່າ ແລະ ກວດລະອຽດສໍາລັບສິນຄ້າທີ່ມີຄວາມສູງຕາມຄວາມເໝາະສົມຂອງຫຼັກວິຊາການ.

ພາບປະກອບ

       ສະພາບອາຫານທີ່ມີຄວາມສ່ຽງສູງ: ແມ່ນອາຫານທີ່ອາດມີເຊື້ອຈຸລິນຊີທີ່ກໍໃຫ້ເກີດພະຍາດຊຶ່ງ ສະໜັບສະໜູນການກໍຕົວຂອງສານພິດ ຫຼື ການຈະເລີນເຕີບໂຕຂອງເຊື້ອຈຸລິນຊີທີ່ກໍໃຫ້ເກີດພະຍາດ ແລະ ອາຫານທີ່ອາດມີສານເຄມີທີ່ເປັນອັນຕະລາຍ ເຊັ່ນວ່າ: ອາຫານທີ່ມີຄ່າ pH>4.5 ອາຫານທີ່ສາມາດເຮັດໃຫ້ເກີດສານພິດ ແລະ ສານພູມແພ້ ແລະ AW>0.85 ອາຫານທີ່ເກັບຮັກສາດ້ວຍການຕື່ມເກືອໃສ່ < 6%. ປະເພດອາຫານຢູ່ໃນເຄືອຄາຍຄວາມສ່ຽງສູງ ແມ່ນ ອາຫານທີ່ກິນດິບໄດ້ (ຜັກ, ໝາກໄມ້) ໂດຍສະເພາະຜະລິດຕະພັນທີ່ບໍ່ຮູ້ທີ່ໄປທີ່ມາ ຫຼື ຂັ້ນຕອນການຜະລິດທີ່ຊັດເຈນຂອງສິນຄ້າ.

       ສະພາບອາຫານທີ່ມີຄວາມສ່ຽງປານກາງ: ແມ່ນອາຫານທີ່ອາດມີເຊື້ອຈຸລິນຊີທີ່ກໍໃຫ້ເກີດພະຍາດ ແຕ່ປົກກະຕິຈະບໍ່ສະໜັບສຸໜູນການເຕີບໂຕຂອງເຊື້ອຈຸລິນຊີທີ່ກໍໃຫ້ເກີດພະຍາດຍ້ອນລັກສະນະຂອງອາຫານ ຫຼື ອາຫານທີ່ບໍ່ໜ້າຈະມີເຊື້ອຈຸລິນຊີທີ່ກໍໃຫ້ເກີດພະຍາດ ເຊັ່ນວ່າ: ອາຫານທີ່ໄດ້ຮັບການຂ້າເຊື້ອດ້ວຍ Pasteurized, ອາຫານທີ່ຕ້ອງໄດ້ຮັບການບໍາບັດດ້ວຍຄວາມຮ້ອນ ໂດຍການຂ້າເຊື້ອດ້ວຍ Sterilization ແລະ ບັນຈຸໃສ່ໃນພາຊະນະປິດ, ອາຫານທີ່ເກັບຮັກສາດວ້ຍການຕື່ມເກືອໃສ່>6% ແລະ ມີ pH<4.5. ປະເພດອາຫານຢູ່ໃນເຄືອຄາຍຄວາມສ່ຽງປານກາງ ແມ່ນຜະລິດຕະພັນທີ່ຜ່ານການປຸງແຕ່ງ, ກິນດິບໄດ້ ເຊັ່ນວ່າ: ອາຫານກະປອງ, ນົມ Pasteurized.

ພາບປະກອບ

 

       ສະພາບອາຫານທີ່ມີຄວາມສ່ຽງຕໍ່າ: ແມ່ນອາຫານທີ່ບໍ່ໜ້າຈະມີເຊື້ອຈຸລິນຊີທີ່ກໍໃຫ້ເກີດພະຍາດ ແລະ ຕາມປົກກະຕິຈະບໍ່ສະໜັບສະໜູນການຈະເລີນເຕີບໂຕຂອງຈຸລິນຊີທີ່ກໍໃຫ້ເກີດພະຍາດ ເຊັ່ນວ່າ: ອາຫານທີ່ມີ pH<4.5 ແລະ Aw<0.85 ອາຫານແຫ້ງທີ່ມີທາດເພີ່ມອາຫານທີ່ໄດ້ຮັບອະນຸຍາດ, ອາຫານທີ່ບໍ່ໃຫ້ກໍາເນີດສານພູມແພ້ ແລະ ສານເຄມີ ເປັນຕົ້ນແມ່ນ ອາຫານທີ່ຜ່ານການປຸງແຕ່ງທີ່ບໍ່ກຽມພ້ອມກິນ ເຊັ່ນ: ອາຫານແຊ່ແຂງ ແລະ ຜັກແຊ່ແຂງ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.