ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ທະນາຄານແຫ່ງ ສປປ ລາວ

ເລກທີ 42/ທຫລ

ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2016

 

ຂໍ້ຕົກລົງ

ວ່າດ້ວຍ ການສ້າງຕັ້ງທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດ

 

          - ອີງຕາມກົດຫມາຍ ວ່າດ້ວຍ ທະນາຄານແຫ່ງ ສປປ ລາວ ສະບັບເລກທີ 05/ສພຊ, ລົງວັນທີ 14 ຕຸລາ 1995 ແລະ ກົດຫມາຍ ວ່າດ້ວຍ ການດັດແກ້ກົດຫມາຍ ສະບັບເລກທີ 05/ສພຊ, ລົງວັນທີ 14 ຕຸລາ  1999;

          - ອີງຕາມກົດຫມາຍ ວ່າດ້ວຍ ທະນາຄານທຸລະກິດ ສະບັບເລກທີ 03/ສພຊ, ລົງວັນທີ 26 ທັນວາ 2006 ແລະ ດຳລັດ ວ່າດ້ວຍ ການຈັດຕັ້ງປະຕິບັດກົດຫມາຍທະນາຄານທຸລະກິດ ສະບັບເລກທີ 275/ນຍ, ລົງວັນທີ 25 ກັນຍາ 2009;

          - ອີງຕາມການຄົ້ນຄວ້າ ແລະ ສະເຫນີຂອງກົມຄຸ້ມຄອງທະນາຄານທຸລະກິດ ສະບັບເລກທີ 10/ກຄທ, ລົງວັນ 12/01/2016.

 ຜູ້ວ່າການທະນາຄານແຫ່ງ ສປປ ລາວ ອອກຂໍ້ຕົກລົງ:

                                                                    

ໜວດທີ I

ຂໍ້ກຳນົດທົ່ວໄປ

 

ມາດຕາ 1. ຈຸດປະສົງ

                  ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບ ການສ້າງຕັ້ງທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດ ຢູ່ ສປປ ລາວ ເພື່ອເປັນບ່ອນອີງໃຫ້ແກ່ການຂໍ ແລະ ພິຈາລະນາການຂໍໍສ້າງຕັ້ງ, ແນໃສ່ຮັບປະກັນໃຫ້ທະນາຄານທຸລະະກິດ ແລະ ສາຂາທະນາຄານທຸລະກິດທີ່ໄດ້ຮັບອະນູຍາດສ້າງຕັ້ງ ມີຄວາມເຂັ້ມແຂງ ແລະ ໝັ່ນຄົງ ສາມາດປະກອບສວ່ນຢ່າງຕັ້ງຫນ້າເຂົ້າໃຈການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້.

ມາດຕາ 2.  ຫຼັກການໃນການສ້າງຕັ້ງທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດ 

                ການສ້າງຕັ້ງທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດທັງພາຍໃນ ແລະ ຕ່າງປະເທດ ຕ້ອງໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ. ທະນາຄານແຫ່ງ ສປປ ລາວ ບໍ່ຮັບພິຈາລະນາກ່ຽວກັບການຂໍສ້າງຕັ້ງທະນາຄານທີ່ບໍ່ມີຕົວຕົນ ແລະ ຜູ້ຂໍສ້າງທີ່ບໍ່ມີຕົວຕົນ.

                                                         

ໝວດທີ II

ການສ້າງຕັ້ງທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ

 

ມາດຕາ 3.  ການຖືຮຸ້ນສ້າງຕັ້ງທະນາຄານທຸລະກິດ

ບຸກຄົນ, ນິຕິບຸກຄົນ ສາມາດເປັນຜູ້ຖືຮຸ້ນສ້າງຕັ້ງທະນາຄານທຸລະກິດໄດ້ ແຕ່ໃນນັ້ນຕ້ອງມີຫນື່່ງ ຫູື ຫຼາຍທະນາຄານຖືຮຸ້ນສ້າງຕັ້ງຫຼາຍກວ່າ 50% (ຫ້າສິບສ່ວນຮ້ອຍ) ຂອງຈຳນວນຮຸ້ນທັງໝົດທີ່ສາມາດລົງຄະແນນສຽງໄດ້. ສຳລັບບຸກຄົນ ຜູ້ໜື່ງ ສາມາດຖືຮຸ້ນສ້າງຕັ້ງທະນາຄານທຸລະກິດ ໄດ້ບໍ່ເກີນ 10% (ສິບສ່ວນຮ້ອຍ) ຂອງຈຳນວນຮຸ້ນທັງໝົດທີ່ສາມາດລົງຄະແນນສຽງໄດ້. ທະນາຄານທຸລະກິດພາຍໃນ ແລະ ຕ່າງປະເທດ ສາມາດສ້າງຕັ້ງທະນາຄານໃນກຸ່ມໃນ ສປປ ລາວ ໂດຍສາມາດຖືຮຸ້ນເຖີງ 100% (ຮ້ອຍສ່ວນຮ້ອຍ) ຂອງທະນາຄານໃນກຸ່ມ ແລະ ສາມາດສ້າງຕັ້ງສາຂາຂອງຕົນໄດ້ ຕາມທີ່ໄດ້ກຳນົດໃນຂໍ້ຕົກລົງສະບັບນີ້.

ຜູ້ຖືຮຸ້ນທີ່ເປັນບຸກຄົນ ຫູື ນິຕິບຸກຄົນ ບໍ່ໃຫ້ມີຜົນປະໂຫຍດສຳຄັນໃນທະນາຄານ ຫຼາຍກວ່າ 2 ແຫ່ງທີ່ສັ້າງຕັ້ງຢູ່ ສປປ ລາວ, ຍົກເວັ້ນກໍລະນີເຂົ້າໄປຖືຮຸ້ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທະນາຄານທີ່ອ່ອນແອ ຕາມກສນອະນຸຍາດຂອງທະນາຄານ ແຫ່ງ ສປປ ລາວ. ບຸກຄົນຜູ້ຖືຮຸ້ນ ທີ່ມີສາຍກ່ຽວພັນກັນທາງຄອບຄົວ ຫູື ມີສາຍພົວພັນສາຍຍາດ ບໍ່ວ່າສາຍຕັ້ງ ຫູື ສາຍຂວາງ ໃຫ້ຖືວ່າທັງໝົດເປັນບຸກຄົນດຽວ ແລະ ໃຫ້ປະຕິບັດຕາມຂໍ້ຈຳກັດການຖືຮຸ້ນຂອງບຸກຄົນ ທີ່ໄດ້ກຳນົດໃນວັກ 1 ຂອງມາດຕານີ້.

 

ມາດຕາ 4:  ສຳນວນຄຳຮ້ອງຂໍສ້າງຕັ້ງ

ສຳນວນຄຳຮ້ອງຂໍສ້າງຕັ້ງທະນາຄານທຸລະກິດ ຫຼື ສາຂາທະນາຄານທຸລະກິດຕ່າງປະເທດ ຕ້ອງປະກອບດ້ວຍເອກະສານ ດັ່ງນີ້:

          4.1 ເອກະສານລວມ:

      1) ຄຳຮ້ອງຂໍສ້າງຕັ້ງ ຕາມແບບພິມທີ່ ທະນາຄານແຫ່ງ ສປປ ລາວ ກຳນົດອອກ;

      2) ບົດວິພາກເສດພາກເສດຖະກິດ-ເຕັກນິກ ຕາມແບບພິມທີ່ ທະນາຄານແຫ່ງ ສປປ ລາວ ກຳນົດອອກ;

      3) ຮ່າງກົດລະບຽບ ຕາມແບບພິມທີ່ ທະນາຄານແຫ່ງ ສປປ ລາວກຳນົດອອກ;

      4) ມະຕິ ຫຼື ຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບສ້າງຕັ້ງ, ໃນກໍລະນີມອບໝາຍໃຫ້ຜູ້ຕາງໜ້າ ເປັນຜູ້ຮັບຜິດຊອບໃນ, ການຂໍສ້າງຕັ້ງ ຕ້ອງມີໃບມອບສິດໃຫ້ຜູ້ຕາງຫນ້າ ຢ່າງຖືກຕ້ອງຕາມລະບຽບກົດໝາຍ ຂອງ ສປປ ລາວ (ຜູ້ຕາງຫນ້າຕ້ອງແມ່ນນິຕິບຸກຄົນ ທີ່ຖືກສ້າງຕັ້ງຕາມລະແບບກົດໝາຍຂອງ ສປປ ລາວ);

      5) ສັນຍາຮ່ວມທຶນ (ສັນຍາສ້າງຕັ້ງທະນາຄານ);

      6) ມະຕິກອງປະຊຸມຂອງຜູ້ຖືຮຸ້ນສ້າງຕັ້ງ ກ່ຽວກັບການຮັບຮອງເອົາ ຂໍ້ 2) ຫາ ຂໍ້້້້ 5)  ຂ້າງເທີງນີ້ ແລະ ການແຕ່ງຕັ້ງ   ສະພາບໍລິຫານ ແລະ ຄະນະຜູ້ອຳນວຍການຊຸດທຳອິດ;

      7) ຄູ່ມືດຳເນີນງານ ກ່ຽວກັບວຽກງານບັນຊີ, ການບໍລິຫານຄວາມສ່ຽງ, ການກວດກາພາຍໃນ, ການຄຸ້ມຄອງ  ພະນັກງານ, ການບໍລິການຜະຜິດຕະພັນຕ່າງໆ, ການຕ້ານການຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ອື່ນ;

      8) ໃບຢັ້ງຢືນຈາກກົມບໍລິການ, ທະນາຄານແຫ່ງ ສປປ ລາວກ່ຽວກັບການຈ່າຍຄ່າທຳນຽມການຢືນຄຳຮ້ອງຂໍ  ສ້າງຕັ້ງ;

      9) ເອກະສານອື່ນ ຕາມການກຳນົດຂອງຫ້ອງການບໍລິການລົງທຶນປະຕູດຽວໃນກິດຈະການທົ່ວໄປ.

4.2 ເອກະສານສະເພາະ ສຳລັບຜູ້ຂໍສ້າງຕັ້ງທີ່ເປັນນິຕິບຸກຄົນ;

     1)  ເອກະສານຢັ້ງຢືນຖານະການເງີນ ຂອງຜູ້ຂໍສ້າງຕັ້ງໂດຍໄດ້ຮັບການກວດສອບ ຈາກອົງການກວດສອບພາຍນອກ 3 (ສາມ) ປີ ຍ້ອນຫຼັງຕໍ່ເນື່ອງ;

     2) ເອກະສານຫຼັກຖານຢັ້ງຢືນແຫຼ່ງທຶນ ທີ່ຈະມາສ້າງຕັ້ງທະນາຄານ ຢັ້ງຢືນໂດຍທະນາຄານທີ່ຮັບຝາກແຫຼ່ງທຶນ ດັ່ງກ່າວ (ສຳລັບແຫຼ່ງທຶນທີ່ເປັນເງີນ) ແລະ ຢັ້ງຢືນໂດຍອົງການຄຸ້ມຄອງທະບຽນຊັບສີນທີ່ກ່ຽວຂ້ອງ (ສຳລັບແຫຼ່ງທຶນທີ່ເປັນວັດຖຸທີ່ບໍ່ມີການຈົດທະບຽນຄຸ້ມຄອງ);

      3) ຫນັງສືຍິນຍອມໃຫ້ ທະນາຄານແຫ່ງ ສປປ ລາວ ສາມາດກວດສອບແຫຼ່ງທຶນທີ່ຈະນຳມາສ້າງຕັ້ງທະນາຄານ;

      4) ເອກະສານຢັ້ງຢືນໂຄງສ້າງການຖືຮຸ້ນທັງໝົດຂອງຜູ້ຂໍສ້າງຕັ້ງ ລວມທັງຜູ້ໄດ້ຮັບຜົນປະໂຫຍດທີ່ແທ້ຈີງຂອງການຖືຮຸ້ນ;

      5)  ສຳເນົາໃບທະບຽນວິສາຫະກິດລວມທັງໃບອະນຸຍາດດຳເນີນທຸລະກິດຂອງຜູ້ຂໍສ້າງຕັ້ງ;

      6) ສຳເນົາກົດລະບຽບຂອງຜູ້ຂໍສ້າງຕັ້ງ;

      7) ມະຕິຕົກລົງຂອງສະພາບໍລິຫານ,  ກອງປະຊຸມຜູ້ຖືຮຸ້ນ ຫຼື ຜູ້ທີ່ມີສິດອຳນາດຂອງຜູ້ຂໍສ້າງຕັ້ງກ່ຽວກັບການຕົກລົງສ້າງຕັ້ງຢູ່ທະນາຄານ ຢູ່ ສປປ ລາວ;

      8) ຫນັງສືອະນຸຍາດຈາກອົງການ ທີ່ມີສິດອຳນາດໃຫ້ມາສ້າງຕັ້ງທະນາຄານ ຢູ່ ສປປ ລາວ ຕາມລະບຽບກົດໝາຍຂອງປະເທດກ່ຽວຂ້ອງ (ສຳລັບນິຕິບຸກຄົນຕ່າງປະເທດ);

      9) ໜັງສືຢັ້ງຢືນ ກ່ຽວກັບການປະຕິບັດລະບຽບການຮັກສາຄວາມໝັ້ນຄົງ ຈາກອົງການທີ່ມີສິດອຳນາດໃນໄລຍະ 3 (ສາມ) ປີ ຍ້ອນຫຼັງຕໍ່ເນື່ອງ (ສຳລັບນິຕິບຸກຄົນທີ່ເປັນທະນາຄານຕ່າງປະເທດ), ໃນກໍລະນີບໍ່ ໄດ້ຮັບການຈັດອັນດັບຈາກບໍລິສັດຈັດອັນດັບສາກົນ;

      10) ໃບລາຍງານຂໍ້ມູນ ປະຫວັດອາຊະຍະກຳ ຫຼື ການກ່ຽວພັນກັບ ອະຊາຍະກອນທັງພາຍໃນ ແລະ ຕ່າງປະເທດ  ແລະ ບັນດາຂໍ້ມູນດ້ານລົບທີ່ ອົງການໃດ່ໜື່ງທັງພາຍໃນ ແລະ ຕ່າງປະເທດ ໄດ້ຄົ້ນພົບ ກ່ຽວກັບນິຕິບຸກຄົນ, ຜູູ້ໄດ້ຮັບຜົນປະໂຫຍດທີ່ແທ້ຈີງ ແລະ ຜູ້ບໍລິຫານຂອງຜູ້ຂໍສ້າງຕັ້ງ ຕາມແບບພີມທີ່ ທະນາຄານແຫ່ງ ສປປ ລາວ ກໍາ ນົດອອກ.

4.3 ເອກະສານສະເພາະ ສຳລັບຜູ້ຂໍສ້າງຕັ້ງທີ່ເປັນບຸກຄົນ;

     1) ໃບແຈ້ງຊັັບສິນ-ໜີ້ສິນ ຕາມແບບພີມທີ່ ທະນາຄານ ສປປ ລາວ ກຳນົດອອກ;

     2) ເອກະສານຫຼັກຖານຢັ້ງຢືນແຫຼ່ງທືນທີ່ຈະມາສ້າງຕັ້ງທະນາຄານ ຢັ້ງຢືນໂດຍທະນາຄານທີ່ຮັບຝາກແຫຼ່ງທຶນດັ່ງກ່າວ (ສຳລັບແຫຼ່ງທຶນທີ່ເປັນເງີນ) ແລະ ຢັ້ງຢືນໂດຍອົງການຄຸ້ມຄອງທະບຽນຊັບສິນທີ່ກ່ຽວຂ້ອງ (ສຳລັບແຫຼ່ງທຶນທີ່ເປັນວັດຖຸທີ່ມີການຈົດທະບຽນຄຸ້ມຄອງ) ແລະ ເອກະສານຊື້ຂາຍທີ່ກ່ຽວຂ້ອງ(ສຳລັບແຫຼ່ງທຶນທີ່ເປັນວັດຖຸທີ່ບໍ່ມີການຈົດທະບຽນຄຸ້ມຄອງ);

      3) ໜັງສືຍິນຍອມໃຫ້ ທະນາຄານແຫ່ງ ສປປ ລາວ ສາມາດກວດສອບແຫຼ່ງທຶນ;

     4) ຊີວະປະຫວັດ ຕາມແບບພິມທີ່ ທະນາຄານແຫ່ງ ສປປ ລາວ ກຳນົດອອກ, ໃບຢັ້ງຢືນຄຸນວິດທິ,ໃບຢັ້ງຢືນການ ຜ່ານງານ, ປະສົບການ ແລະ ວິຊາຊີບ ຂອງຜູ້ຂໍສ້າງຕັ້ງ;

     5) ສຳເນົາບັດປະຈຳຕົວ (ສຳເນົາເປັນສີ) ແລະ ໃບແຈ້ງໂທດຕົ້ນສະບັບ ຂອງຜູ້ຖືຮຸ້ນທີ່ເປັນຄົນລາວ.  ສຳລັບຜູ້ຂໍ ສ້າງຕັ້ງທີ່ເປັນຄົນຕ່າງປະເທດ ຕ້ອງມີສຳເນົາໜັງສືຜ່ານແດນ (ສຳເນົາເປັນສີ) ແລະໃບແຈ້ງໂທດ ຫຼື ເອກະສານທີ່ຄ້າຍຄືກັນ (ຕົ້ນສະບັບ) ໂດຍມີການຢັ້ງຢືນຈາກອົງການທີ່ມີສິດອຳນາດກ່ຽວຂ້ອງ;

     6) ໃບລາຍງານຂໍ້ມູນ ປະຫວັດອາຊະຍາກຳ ຫຼື ການກ່ຽວພັນກັບອາຊະຍາກອນທັງພາຍໃນ ແລະ ຕ່າງປະເທດ ແລະ ບັນດາຂໍ້ມູນດ້ານລົບທັງທີ່ອົງການໃດ່ໜື່ງທັງພາຍໃນ ແລະ ຕ່າງປະເທດ ໄດ້ຄົ້ນພົບ ກ່ຽວກັບຜູ້ຂໍສ້າງຕັ້ງ ຕາມແບບພິມທີ່ທະນາຄານແຫ່ງ ສປປ ລາວ ກຳນົດອອກ.

 4.4   ເອກະສານສະເພາະ ສຳລັບຜູ້ທີ່ຈະຖືກແຕ່ງຕັ້ງເປັນຜູ້ບໍລິຫານ:

      1) ຊີວະປະຫວັດຕາມແບບພີມທີ່ ທະນາຄານແຫ່ງ ສປປ ລາວ ກຳນົດອອກ, ໃບຢັ້ງຢືນຄຸນວຸດທິ, ໃບຢັ້ງຢືນການຜ່ານງານ, ປະສົບການ ແລະ ວິຊາຊີບ ໃນໄລຍະ 5 (ຫ້າ) ປີ ຜ່ານມາຕໍ່ເນື່ອງກັນ ຂອງຜູ້ບໍລິຫານ (ລວມທັງຜູ້ກວດກາພາຍໃນ) ຂອງທະນາຄານທີ່ຈະສ້າງຕັ້ງ;

      2) ສຳເນົາບັດປະຈຳຕົວ (ສຳເນົາເປັນສີ) ແລະ ໃບແຈ້ງໂທດຕົ້ນສະບັບ ຂອງຜູ້ບໍລິຫານທີ່ເປັນຄົນລາວ ສຳລັບຜູ້ ບໍລິຫານທີ່ເປັນຄົນຕ່າງປະເທດ ຕ້ອງມີສຳເນົາໜັງສືຜ່ານແດນ (ສຳເນົາເປັນສີ) ແລະ ໃບແຈ້ງໂທດ ຫຼື ເອກະສານ ທີ່ຄ້າຍກັນ (ຕົ້ນສະບັບ) ໂດຍມີການຢັ້ງຢືນຈາກອົງການທີ່ມີສິດອຳນາດກ່ຽວຂ້ອງ;

      3) ໃບລາຍງານຂໍ້ມູນ ປະຫວັດອາຊະຍາກຳ ຫຼື ການກ່ຽວພັນກັບ ອາຊະຍາກອນທັງພາຍໃນ ແລະ ຕ່າງປະເທດ ແລະ ບັນດາຂໍ້ມູນດ້ານລົບທີ່ ອົງການໃດ່ໜື່ງທັງພາຍໃນ ແລະ ຕ່າງປະເທດ ໄດ້ຄົ້ນພົບ ກ່ຽວກັບຜູ້ບໍລິຫານ ຕາມແບບພິມທີ່ທະນາຄານແຫ່ງ ສປປ ລາວ ກຳນົດອອກ.

   4.5 ສຳລັບການຂໍສ້າງຕັ້ງສາຂາທະນາຄານທຸລະກິດຕ່າງປະເທດ ໃຫ້ປະຕິບັດຕາມຂໍ້ 4.1 (ຍົກເວັ້ນຂໍ້ 5 ແລະ 6)  ຂໍ້ 4.2 ແລະ 4.4 ຂອງມາດຕານີ້; ຕ້ອງມີເອກະສານຕົ້ນສະບັບມະຕິຕົກລົງຂອງສະພາບໍລິຫານ, ກອງປະຊຸມຜູ້ຖືຮຸ້ນ ຫຼື ຜູ້ທີ່ມີສິດອຳນາດຂອງຜູ້ຂໍສ້າງຕັ້ງກ່ຽວກັບການຮັບຮອງເອົາເອກະສານຕາມທີ່ກຳນົດໄວ້ໃນຂໍ້  4.1 ( ຂໍ້ 1 ຫາ 4 ) ແລະ ການແຕ່ງຕັ້ງຄະນະຜູ້ບໍລິຫານຊຸດທຳອິດ  ແລະ ຕ້ອງມີຄຳໝັ່້ນສັນຍາຂອງທະນາຄານແມ່ ໃນການ ປະຕິບັດພັນທະໜີ້ສິນແທນສາຂາຂອງຕົນທີ່ຕັ້ງຢູ່ ສປປ ລາວ.

       ສຳລັບເອກະສານຫຼັກຖານຢັ້ງຢືນແຫຼ່ງທຶນທີ່ຈະມາສ້າງຕັ້ງທະນາຄານ,  ໃຫ້ປະກອບມີ ໃບລອກກ່າຍບັນຊີຫົກ  ເດືອນຫຼ້າສຸດ ຂອງຜູ້ຖືຮຸ້ນສ້າງຕັ້ງທີ່ກ່ຽວຂ້ອງ ຊື່ງອອກໂດຍທະນາຄານບ່ອນທີ່ເປີດບັນຊີດັ່ງກ່າວ;  ຄຳຊີ້ແຈງກ່ຽວ ກັບການໄດ້ມາຂອງແຫຼ່ງທຶນດັ່ງກ່າວພ້ອມດ້ວຍເອກະສານຢັ້ງຢືນທີ່ກ່ຽວຂ້ອງ.

       ສຳນວນຄຳຮ້ອງຂໍສ້າງຕັ້ງ ຕ້ອງປະກອບເປັນພາສາລາວ.  ສຳລັບເອກະສານທີ່ມີການແປຈາກພາສາຕ່າງປະເທດ  ເປັນພາສາລາວ ຕ້ອງໄດ້ຮັບການຢັ້ງຢືນຄວາມຖືກຕ້ອງຈາກອົງການທະບຽນສານ ສປປ ລາວ.  ບັນດາເອກະສານ ລວມທັງສຳເນົາຕ້ອງຈະແຈ້ງສາມາດອ່ານເຂົ້າໃຈໄດ້. 

ມາດຕາ 5.  ການຍື່ນສຳນວນຄຳຮ້ອງຂໍສ້າງຕັ້ງ

             ສຳນວນຄຳຮ້ອງຂໍສ້າງຕັ້ງທະນາຄານທຸລະກິດ ຫຼື ສາຂາທະນາຄານທຸລະກິດຕ່າງປະເທດ ຕ້ອງຍື່ນຜ່ານ ຫ້ອງການບໍລິການລົງທຶນປະຕູດຽວຂອງກິດຈະການທົ່ວໄປຢູ່ຂະແໜງອຸດສາຫະກຳ ແລະ ການຄ້າ. ພາຍຫຼັງໄດ້ຮັບສຳນວນຄຳຮ້ອງຂໍສ້າງ ຕັ້ງທີ່ສົ່ງມາກຈາກຂະແໜງການດັ່ງກ່າວ,  ທະນາຄານແຫ່ງ  ສປປ ລາວ ຈະພິຈາລະນາສຳນວນຄຳຮ້ອງຂໍສ້າງຕັ້ງຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.

ມາດຕາ 6. ການພິຈາລະນາສຳນວນຄຳຮ້ອງຂໍສ້າງຕັ້ງ

             ພາຍຫຼັງທີ່ໄດ້ຮັບສຳນວນຄຳຮ້ອງຂໍສ້າງຕັ້ງຄົບຖ້ວນ ແລະ ຖືກຕ້ອງ ຕາມຂໍ້ຕົກລົງສະບັບນີ້, ທະນາຄານແຫ່ງ ສປປ ລາວ ຈະດຳເນີນການພິຈາລະນາສຳນວນຄຳຮ້ອງຂໍສ້າງຕັ້ງ ແລະ ຈະແຈ້ງເປັນລາຍລັກອັກສອນ ໃຫ້ຜູ້ສ້າງຕັ້ງຊາບ ພາຍໃນກຳນົດເວລາ  90 (ເກົ້າສິບ) ວັນ ນັບແຕ່ວັນໄດ້ຮັບສຳນວນຄຳຮ້ອງຂໍສ້າງຕັ້ງຄົບຖ້ວນ ແລະ ຖືກຕ້ອງເປັນຕົ້ນໄປ.

               ທະນາຄານແຫ່ງ ສປປ ລາວ ຈະກວດຄວາມຄົບຖ້ວນ ແລະ ຄວາມຖືກຕ້ອງຂອງສຳນວນຄຳຮ້ອງ ແລະ ການປະຕິບັດເງື່ອນໄຂການຂໍສ້າງຕັ້ງຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.

ມາດຕາ  7.  ການອອກໃບອະນຸຍາດຊົ່ວຄາວ

             ທະນາຄານແຫ່ງ ສປປ ລາວ ຈະອອກໃບອະນຸຍາດສ້າງຕັ້ງຊົ່ວຄາວ ໃຫ້ຜູ້ຂໍສ້າງຕັ້ງ ຖ້າມີເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕາມທີ່ກຳນົດໄວ້ໃນ ມາດຕາ 4 ຂອງຂໍ້ຕົກລົງສະບັບນີ້, ມີແຜນດຳເນີນທຸລະກິດທີ່ດີ ແລະ ສົມເຫດ ສົມຜົນ ແລະ ມີເງື່ອນໄຂ ດັ່ງນີ້:

           7.1 ສຳລັບຜູ້ຂໍສ້າງຕັ້ງທີ່ເປັນທະນາຄານ

                -  ການດຳເນີນທຸລະກິດຕະຫຼອດໄລຍະ 3 (ສາມ) ປີ ມີຜົນກຳໄລຢ່າງຕໍ່ເນື່ອງ ແລະ ບໍ່ມີຂາດທຶນສະສົມ;

                -  ຕ້ອງມີແຫຼ່ງທຶນພຽງພໍ, ຈະແຈ້ງ ແລະ ຖືກຕ້ອງຕາມກົດໝາຍ ແລະ ມີຊັບສິນບໍ່ຫຼຸດ  40.000.000.000.000 (ສີ່ສິບພັນຕື້)  ກີບ ຫຼື  ທຽບເທົ່າ 5.000.000.000 (ຫ້າຕື້) ໂດລາສະຫະລັດ ໃນປີການຮັບເງີນທີ່ຂໍສ້າງຕັ້ງ;

                 -  ໄດ້ຮັບການຈັດອັນດັບ BBB ຂື້ນໄປ ຈາກສະຖາບັນຈັດອັນດັບສາກົນ ຫຼື ໄດ້ຮັບການຈັດອັນດັບດີຈາກອົງການທີ່ມີສິດອຳນາດກ່ຽວຂ້ອງ;

                -  ກໍລະນີຜູ້ສ້າງຕັ້ງເປັນທະນາຄານຈາກຕ່າງປະເທດ, ຕ້ອງໄດ້ຮັບອະນຸຍາດ ຈາກອົງການທີ່ມີສິດອຳນາດກ່ຽວຂ້ອງ ໃນການມາລົງທຶນສ້າງຕັ້ງທະນາຄານທຸລະກິດຢູ່ ສປປ ລາວ;

                - ມີໂຄງປະກອບຜູ້ຖືຮຸ້ນຂອງຕົນທີ່ຈະແຈ້ງ ແລະ ເປັນຈີງ;

                -  ເປັນນິຕິບຸກຄົນທີ່ມີຄວາມເໝາະສົມໃນການໄດ້ຮັບໃບອະນຸຍາດສ້າງຕັ້ງທະນາຄານ;

                -  ບໍ່ຢູ່ໃນບັນຊີດຳກ່ຽວກັບການຟອກເງີນ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.

             7.2 ສຳລັບຜູ້ຂໍສ້າງຕັ້ງທີ່ເປັນນິຕິບຸກຄົນ ທີ່ບໍ່ແມ່ນທະນາຄານ:

                 -  ການດຳເນີນທຸລະກິດຕະຫຼອດໄລຍະ 3 (ສາມ) ປີ ມີຜົນກຳໄລຢ່າງຕໍ່ເນື່ອງ ແລະ ບໍ່ມີຂາດທຶນສະສົມ;

                 -  ຕ້ອງມີແຫຼ່ງທຶນພຽງພໍ, ຈະແຈ້ງ ແລະ ຖືກຕ້ອງຕາມກົດໝາຍ ແລະ ບໍ່ຫຼຸດສອງເທົ່າຂອງມູນຄ່າຮຸ້ນທີ່ຈະຖືໃນທະນາຄານທີ່ຂໍສ້າງຕັ້ງ ໃນປີການເງິນທີ່ຂໍສ້າງຕັ້ງ;

                 -  ມີໂຄງປະກອບຜູ້ຖືຮຸ້ນຂອງຕົນທີ່ຈະແຈ້ງ ແລະ ເປັນຈີງ; 

                 -  ເປັນນິຕິບຸກຄົນທີ່ມີຄວາມເຫມາະສົມໃນການໄດ້ຮັບໃບອະນຸຍາດສ້າງຕັ້ງທະນາຄານ;

                 -  ບໍ່ຢູ່ໃນບັນຊີດຳກ່ຽວກັບການຟອກເງີນ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.

              7.3   ສຳລັບຜູ້ຂໍສ້າງທີ່ເປັນບຸກຄົນ:

                   -  ຕ້ອງມີແຫຼ່ງທຶນພຽງພໍ, ຈະແຈ້ງ ແລະ ຖືກຕ້ອງຕາມກົດໝາຍ ແລະ ບໍ່ຫຼຸດສອງເທົ່າຂອງມູນຄ່າຮຸ້ນທີ່ຈະຖືໃນທະນາຄານທີ່ຂໍສ້າງຕັ້ງ ໃນປີການເງີນທີ່ຂໍສ້າງຕັ້ງ;

                   -  ກໍລະນີເປັນຜູ້ຖືຮຸ້ນລາຍໃຫຍ່, ຕ້ອງມີຄຸນວຸດທິ ແລະ ປະສົບການເໝາະສົມກັບການດຳເນີນທຸລະກິດດ້ານການເງີນ-ການທະນາຄານ;

                   -  ບໍ່ເຄີຍຖືກສານຕັດສິນລົງໂທດທາງອາຍາໃນສະຖານລັກຊັບ, ສໍ້ໂກງຊັບ, ຍັກຍອກຊັບ ປອມແປງເອກະສານ, ຮັບ ຫຼື ໃຫ້ສິນບົນ, ສໍ້ລາດບັງຫຼວງ, ການຟອກເງີນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຫຼື ການກະທຳຜິດທາງອາຍາອື່ນທີ່ກ່ຽວຂ້ອງທາງດ້ານການເງີນ ແລະ ເງີນຕາ ຫຼື ການຄ້າຢາເສບຕິດ;

                  -   ເປັນບຸກຄົນທີ່ມີຄວາມເໝາະສົມໃນການໄດ້ຮັບໃບອະນຸຍາດສ້າງຕັ້ງທະນາຄານ;

                  -   ບໍ່ຢູ່ໃນບັນຊີໃນບັນຊີດຳກ່ຽວກັບການຟອກເງີນ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. 

               7.4 ສຳລັບຜູ້ບໍລິຫານ:

               -    ມີຄວາມສາມາດທາງດ້ານການປະພຶດ;

               -    ມີປະສົບການທາງດ້ານບໍລິຫານຈັດການ ແລະ ມີຄວາມຮູ້ຄວາມສາມາດທາງດ້ານການເງີນ-ການທະນາຄານ;

               -   ບໍ່ເຄີຍຖືກສານຕັດສິນລົງໂທດທາງອາຍາໃນສະຖານລັກຊັບ, ສໍ້ໂກງຊັບ, ຍັກຍອກຊັບ, ປອມແປງເອກະສານ, ຮັບ ຫຼື ໃຫ້ສິນບົນ, ສໍ້ລາດບັງຫຼວງ, ການຟອກເງີນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ,  ການກະທຳຜິດທາງອາຍາອື່ນທີ່ກ່ຽວຂ້ອງທາງດ້ານການເງີນ ແລະ ເງີນຕາ ຫຼື ການຄ້າຢາເສບຕິດ;

                -   ເປັນບຸກຄົນທີ່ມີຄວາມເໝາະສົມໃນການເປັນຜູ້ບໍລິຫານຂອງທະນາຄານ;

                -   ບໍ່ເຄີຍຖືກປົດອອກຈາກການເປັນຜູ້ບໍລິຫານໃນນິຕິບຸກຄົນອື່ນ, ບໍ່ຖືກສານຕັດສິນໃຫ້ເປັນຜູ້ລົ້ມລະລາຍມາກ່ອນ ແລະ ບໍ່ເປັນຜູ້ບໍລິຫານໃນນິຕິບຸກຄົນທີ່ຖືກສານຕັດສິນໃຫ້ລົ້ມລະລາຍ.

                ຜູ້ທີ່ໄດ້ຮັບໃບອະນຸຍາດສ້າງຕັ້ງຊົ່ວຄາວບໍ່ສາມາດເຄື່ອນໄຫວທຸລະກິດໄດ້, ແຕ່ສາມາດນຳໃຊ້ເພື່ອປະກອບເປັນຫຼັກຖານອ້າງອີງປະຕິບັດເງື່ອນໄຂຄວາມພ້ອມທີ່ກຳນົດໄວ້ໃນມາດຕາ 8 ຂອງຂໍ້ຕົກລົງສະບັບນີ້.

                ຜູ້ທີ່ໄດ້ຮັບໃບອະນຸຍາດສ້າງຕັ້ງຊົ່ວຄາວ ຕ້ອງເປີດບັນຊີທຶນຈົດທະບຽນ ຫຼື ເງີນລົງທຶນຢູ່ທະນາຄານແຫ່ງ         ສປປ ລາວ ແລະ ຕ້ອງການຖອກທຶນຈົດທະບຽນ ຫຼື ເງີນລົງທຶນໃຫ້ຄົບຖ້ວນ ພາຍຫຼັງທີ່ໄດ້ຮັບໃບອະນຸຍາດສ້າງຕັ້ງ    ຊົ່ວຄາວ. ທຶນຈົດທະບຽນ ຫຼື ເງີນລົງທຶນທີ່ເປັນເງີນຕາຕ່າງປະເທດຈະຖືກແລກປ່ຽນເປັນສະກຸນເງີນກີບ ໃນມື້ທີ່        ທະນາຄານແຫ່ງ ສປປ ລາວ ອອກໃບອະນຸຍາດສ້າງຕັ້ງຖາວອນ ຕາມອັດຕາຊື້ຂອງຄົມບໍລິການ ທະນາຄານແຫ່ງ       ສປປ ລາວ. ການຖອກທຶນຈົດທະບຽນ ຫຼື ເງີນລົງທຶນຕ້ອງເຮັດຜ່ານລະບົບບັນຊີທະນາຄານບໍ່ວ່າແຫຼ່ງທືນຈະມາ ຈາກພາຍໃນ ຫຼື ຕ່າງປະເທດ ແລະ ຫ້າມຖອກເປັນເງີນສົດ.

               ໃບອະນຸຍາດສ້າງຕັ້ງຊົ່ວຄາວ ມີອາຍຸການນໍາໃຊ້ 180 (ໜຶ່ງຮ້ອຍແປດສິບ) ວັນ ນັບແຕ່ວັນໄດ້ຮັບ     ອະນຸຍາດເປັນຕົ້ນໄປ. ຜູ້ທີ່ໄດ້ຮັບໃບອະນຸຍາດສ້າງຕັ້ງຊົ່ວຄາວ ຕ້ອງປະຕິບັດເງື່ອນໄຂຄວາມພ້ອມຕາມທີ່ກໍານົດໄວ້        ໃນ ມາດຕາ 8 ຂອງຂໍ້ຕົກລົງສະບັບນີ້. ກໍລະນີການປະຕິບັດເງື່ອນໄຂດັ່ງກ່າວ ມີຄວາມຄືບໜ້າແຕ່ບໍ່ສາມາດ         ປະຕິບັດສໍາເລັດພາຍໃນ 180 ວັນ, ສາມາດຂໍຕໍ່ອາຍຸການດັ່ງກ່າວ ໄດ້ອີກຄັ້ງລະ 90 (ເກົ້າສິບ) ວັນ ແຕ່ທັງໝົດບໍ່      ໃຫ້ເກີນສອງຄັ້ງ. ຖ້າບໍ່ສາມາດປະຕິບັດເງື່ອນໄຂຄວາມພ້ອມພາຍໃນກໍານົດເວລາດັ່ງກ່າວ, ໃບອະນຸຍາດຊົ່ວຄາວ ກໍ່  ຈະຕົກໄປ.

               ທະນາຄານແຫ່ງ ສປປ ລາວ ຈະພິຈາລະນາເງື່ອນໄຂຄວາມເໝາະສົມຂອງຜູ້ທີ່ຈະໄດ້ຮັບໃບອະນຸຍາດ ຫຼື         ເປັນຜູ້ບໍລິຫານຂອງທະນາຄານ ເພື່ອສະກັດກັ້ນບໍ່ໃຫ້ ອາຊະຍາກອນ ແລະ ຜູ້ກ່ຽວພັນກັບອາຊະຍາກອນໄດ້ຮັບໃບ     ອະນຸຍາດ ຫຼື ເປັນຜູ້ບໍລິຫານຂອງທະນາຄານ. ໃນການພິຈາລະນາດັ່ງກ່າວ, ທະນາຄານແຫ່ງ ສປປ ລາວ ຈະ      ພິຈາລະນາປະຫວັດອາຊະຍາກໍາ ແລະ ການກ່ຽວພັນກັບອາຊະຍາກອນ ແລະ ບັນດາຂໍ້ມູນດ້ານລົບທີ່ ອົງການໃດ      ໜຶ່ງທັງພາຍໃນ ແລະ ຕ່າງປະເທດ ໄດ້ຄົ້ນພົບ.

               ພາຍຫຼັງຜູ້ທີ່ໄດ້ຮັບໃບອະນຸຍາດສ້າງຕັ້ງຊົ່ວຄາວໄດ້ປະຕິບັດ ເງື່ອນໄຂຄວາມພ້ອມສໍາເລັດ, ຈຶ່ງສະເໜີໃຫ້ ທະນາຄານ ແຫ່ງ ສປປ ລາວ ລົງກວດກາຕົວຈີງເພື່ອພິຈາລະນາອອກໃບອະນຸຍາດສ້າງຕັ້ງຖາວອນ.

ມາດຕາ 8. ການອອກໃບອະນຸຍາດສ້າງຕັ້ງຖາວອນ

           ທະນາຄານແຫ່ງ ສປປ ລາວ ຈະອອກໃບອະນຸຍາດສ້າງຕັ້ງຖາວອນ ໃຫ້ຜູ້ຂໍສ້າງຕັ້ງ ພາຍໃນກຳນົດ 10  (ສິບ) ວັນລັດຖະການ ຖ້າມີເງື່ອນໄຂຄວາມພ້ອມ ດັ່ງນີ້:

1)  ຖອກທຶນຈົດທະບຽນຕ່ຳສຸດ ຂອງທະນາຄານທຸລະກິດ ຫຼື ເງີນລົງທຶນຕໍ່ສຸດຂອງສາຂາທະນາຄານ ທຸລະກິດຕ່າງປະເທດ ຢ່າງຄົບຖ້ວນ;

 2)  ມີພະນັກງານທີ່ຜ່ານການຝຶກອົບຮົມດ້ານການທະນາຄານຢູ່ພາຍໃນ ຫຼື ຕ່າງປະເທດໃນຈຳນວນພຽງພໍ. ອັດຕາສ່ວນພະນັກງານທີ່ເປັນຄົນຕ່າງປະເທດ ແມ່ນໃຫ້ປະຕິບັດກົດໝາຍວ່າດ້ວຍແຮງ. ຜູ້ຂໍສ້າງຕັ້ງຕ້ອງປະຕິບັດພັນທະ ແລະ ລະບຽບການຕໍ່ກັບພະນັກງານທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍແຮງງານຂອງ ສປປ ລາວ ທີ່ວາງອອກ;

 3)  ມີອາຄານສຳນັກງານທີ່ແໜ້ນໜາຖາວອນ. ສຳລັບທີ່ດິນນຳໃຊ້ປຸກສ້າງສຳນັກງານ ກໍລະນີເຊົ່າ ຫຼື ສຳປະທານ, ກຳນົດເວລາສັນຍາເຊົ່າ ຫຼື ສຳປະທານ ຕ້ອງບໍ່ຫຼຸດ 20 (ຊາວ) ປີ. ມີລະບົບຄັງສາງທີ່ປອດໄພ ແລະ ລະບົບຮັກສາຄວາມປອດໄພຕາມລະບຽບການທີ່່ ທະນາຄານແຫ່ງ ສປປ ລາວ ວາງອອກ;

 4)  ມີຄວາມພ້ອມທາງດ້ານລະບົບຖາມຂໍ້ມູນຫຼັກທີ່ທັນສະໄໝ ສາມາດບໍລິຫານວຽກງານພາຍໃນໃຫ້ມີຄວາມປອດໄພ ແລະ ມີປະສິດທິພາບ ສາມາດເຊື່ອມໂຍງກັບ ທະນາຄານ ແຫ່ງ ສປປ ລາວ ແລະ ຮັບປະກັນການປະຕິບັດລະບອບລາຍງານ ແລະ ການດຳເນີນທຸລະກຳອື່ນກັບ ທະນາຄານແຫ່ງ ສປປ ລາວ ໂດຍສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ;

 5)  ມີລະບົບບໍລິຫານ ແລະ ຄູ່ມືດຳເນີງານ ກ່ຽວກັບວຽກງານການບັນຊີ, ການບໍລິຫານຄວາມສ່ຽງການກວດກາພາຍໃນ ການຄຸ້ມຄອງພະນັກງານ ການບໍລິການຜະລິດຕະພັນຕ່າງໆ ການຕ້ານການຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ອື່ນໆ ທີ່ສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ;

 6)    ມີບົດວິພາກເສດຖະກິດ-ເຕັກນິກທີ່ດີ, ສົມເຫດສົມຜົນ ແລະ ສາມາດຈັດຕັ້ງປະຕິບັດໄດ້, ມີກົດລະບຽບທີ່ຮັດກຸມ ຄົບຖ້ວນ ແລະ ສອດຄ່ອງກັບລະບຽບກົດໝາຍກົດໝາຍຂອງ ສປປ ລາວ. ຜູ້ທີ່ໄດ້ຮັບໃບອະນຸຍາດສ້າງຕັ້ງຖາວອນແລ້ວ ຕ້ອງຊຳລະຄ່າທຳນຽມໃຫ້ຄົບຖ້ວນ ຕາມລະບຽບການທີ່ທະນາຄານແຫ່ງ ສປປ ລາວ ວາງອອກ ແລະ ຕ້ອງໄປແຈ້ງຂື້ນທະບຽນວິສາຫະກິດ ແລະ ເຄື່ອນໄຫວທຸລະກິດພາຍໃນກຳນົດ ເວລາ 90 (ເກົ້າສິບ) ວັນ ນັບແຕ່ມື້ທີ່ໄດ້ຮັບໃບທະບຽນວິສາຫະກິດເປັນຕົ້ນໄປ ;

ມາດຕາ 9 ການຍົກສາຂາທະນາຄານທຸລະກິດຕ່າງໆປະທດຂື້ນເປັນທະນາຄານທຸລະກິດ

            ການຍົກສາຂາທະນາຄານທຸລະກິດຕ່າງປະເທດ ເປັນທະນາຄານທຸລະກິດ ແມ່ນໃຫ້ປະຕິບັດຄືກັນກັບການສ້າງຕັ້ງທະນາຄານທຸລະກິດທີ່ກຳນົດໄວ້ໃນໝວດ II ຂອງຂໍ້ຕົກລົງສະບັບນີ້;

                                                                  

ໝວດທີ  III

ການສ້າງຕັ້ງສາຂາທະນາຄານທຸລະກິດ ແລະ ໜ່ວຍບໍລິການຂອງທະນາຄານທຸລະກິດພາຍໃນ

 

ມາດຕາ 10   ການຂໍສ້າງຕັ້ງສາຂາທະນາຄານທຸລະກິດພາຍໃນ

                 ທະນາຄານທຸລະກິດທີ່ໄດ້ຮັບໃບອະນຸຍາດສ້າງຕັ້ງຖາວອນແລ້ວ ສາມາດຂໍສ້າງຕັ້ງສາຂາຂອງຕົນໃນ ສປປ ລາວ ຊື່ງຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:

            -   ປະຕິບັດລະບຽບການກ່ຽວກັບການຮັກສາຄວາມໝັ້ນຄົງໄດ້ດີ;

            -   ມິທຶນທີ່ພຽງພໍເພື່ອຂະຫຍາຍສາຂາ;

            -   ມີພະນັກງານພຽງພໍ, ມີຄວາມສາມາດໃນການບໍລິຫານຈັດການ, ໃນນັ້ນຜູ້ບໍລິຫານຂອງສາຂາທີ່ຂໍສ້າງຕັ້ງ ຕ້ອງມີເງື່ອນໄຂຄືດັ່ງທີ່ກຳນົດໄວ້ໃນ ມາດຕາ 7 ຂໍ້ 7.4 ຂອງຂໍ້ຕົກລົງສະບັບນີ້;

             -  ມີກົນໄກ ແລະ ລະບຽບການຄຸ້ມຄອງທີ່ຮັດກຸມ; ມີລະບົບໄອທີທີ່ສາມາດຮອງຮັບການດຳເນີນງານຂອງ ສາຂາ ແລະ ສາມາດເຊື່ອມໂຍງກັນລະຫວ່າງສາຂາ ແລະ ສຳນັກງານໃຫຍ່ ແລະ ມີລະບົບຮັກສາຄວາມປອດໄພທີ່ດີ.

    ຜູ້ຂໍສ້າງຕັ້ງສາຂາ ຕ້ອງປະກອບສຳນວນຄຳຮ້ອງຂໍສ້າງຕັ້ງສາຂາ ຊື່ງປະກອບດ້ວຍເອກະສານ ດັ່ງນີ້:

  1) ຄຳຮ້ອງຂໍສ້າງຕັ້ງ ຕາມແບບພີມທີ່ ທະນາຄານແຫ່ງ ສປປ ລາວ ກຳນົດອອກ;

  2) ບົດວິພາກເສດຖະກິດ-ເຕັກນິກ ຕາມແບບພິມທີ່ ທະນຄານແຫ່ງ ສປປ ລາວ ກຳນົດອອກ;

  3) ກົດລະບຽບຄຸ້ມຄອງສາຂາ ຕາມແບບພີມທີ່ ທະນາຄານແຫ່ງ ສປປ ລາວ ກຳນົດອອກ;

  4) ກໍລະນີໃຫ້ຜູ້ອື່ນມາຍື່ນສຳນວນຄຳຮ້ອງແທນ, ຕ້ອງມີໃບມອບໃຫ້ຜູ້ຕາງໜ້າ (ຜູ້ຕາງໜ້າຕ້ອງແມ່ນ ນິຕິບຸກຄົນ ທີ່ຖືກສ້າງຕັ້ງ ຕາມລະບຽບກົດໝາຍຂອງ ສປປ ລາວ);

  5) ມະຕິກອງປະຊຸມຂອງສະພາບໍລິຫານຂອງຜູ້ຂໍສ້າງຕັ້ງ ກ່ຽວກັບການຮັບຮອງເອົາ ຂໍ້ 2) ຫາ ຂໍ໊ 4) ຂ້າງເທີງນີ້ ແລະ ການແຕ່ງຕັ້ງຜູ້ບໍລິຫານຊຸດທຳອິດ;

   6) ມະຕິຕົກລົງຂອງສະພາບໍລິຫານ ຫຼື ກອງປະຊຸມຜູ້ຖືຮຸ້ນ ຂອງຜູ້ຂໍສ້າງຕັ້ງກ່ຽວກັບກັບຕົກລົງສ້າງຕັ້ງສາຂາທະນາຄານ;

  7) ສຳເນົາເອກກະສານຢັ້ງຢືນຖານະການເງີນຂອງຜູ້ຂໍສ້າງຕັ້ງໂດຍໄດ້ຮັບການກວດສອບ ຈາກອົງການກວດສອບພາຍນອກ 3 (ສາມ) ປີ ຍ້ອນຫຼັງຕໍ່ເນື່ອງ;

   8) ຊີວະປະຫວັດຕາມແບບພິມທີ່ ທະນາຄານແຫ່ງ ສປປ ລາວກຳນົດອອກ, ໃບຢັ້ງຢືນຄຸນວຸດທິ, ໃບຢັ້ງຢືນການຜ່ານງານ, ປະສົບການ ແລະ ວິຊາຊີບ ໃນໄລຍະ 5 (ຫ້າ) ປີ ຜ່ານມາຕໍ່ເນື່ອງກັນຂອງຜູ້ບໍລິຫານ (ລວມທັງຜູ້ກວດກາພາຍໃນ) ຂອງສາຂາທີ່ຈະຖືກສ້າງຕັ້ງ;

   9) ສຳເນົາບັດປະຈຳຕົວ (ສຳເນົາເປັນສີ) ແລະ ໃບແຈ້ງໂທດຕົ່້ນສະບັບ ຂອງຜູ້ບໍລິຫານທີ່ເປັນຄົນລາວ, ສຳເນົາໜັງສືຜ່ານແດນ (ສຳເນົາເປັນສີ) ແລະ ໃບແຈ້ງໂທດ ຫຼື ເອກະສານທີ່ຄ້າຍຄືກັນ (ຕົ້ນສະບັບ) ໂດຍມີການຢັ້ງຢືນຈາກອົງການທີ່ມີສິດອຳນາດກ່ຽວຂ້ອງ ຂອງຜູ້ບໍລິຫານທີ່ເປັນຄົນຕ່າງປະເທດ;

   10) ສຳເນົາໃບຢັ້ງຢືນຈາກກົມບໍລິການ, ທະນາຄານແຫ່ງ ສປປ ລາວ ກ່ຽວກັບການຈ່າຍຄ່າທຳນຽມ ຄຳຮ້ອງຂໍສ້າງຕັ້ງ.

       ສຳນວນຄຳຮ້ອງຂໍການຂໍສ້າງຕັ້ງ ຕ້ອງປະກອບເປັນພາສາລາວ, ສຳລັບເອກະສານທີ່ມີການແປຈາກພາສາຕ່າງປະເທດເປັນພາສາລາວ ຕ້ອງໄດ້ຮັບການຢັ້ງຢືນຄວາມຖືກຕ້ອງຈາກອົງການທະບຽນສານຂອງ ສປປ ລາວ. ບັນດາເອກະສານ ລວມທັງສຳເນົາຕ້ອງຈະແຈ້ງສາມາດອ່ານເຂົ້າໃຈໄດ້.

      ສຳນວນຄຳຮ້ອງແມ່ນໃຫ້ຍື່ນຕໍ່ ທະນາຄານແຫ່ງ ສປປ ລາວ ເພື່ອພິຈາລະນາ ຕາມເງື່ອນໄຂຂ້າງເທີງ. ທະນາຄານແຫ່ງ ສປປ ລາວຈະແຈ້ງ ເປັນລາຍລັກອັກສອນ ໃຫ້ຜູ້ຂໍສ້າງຕັ້ງຊາບກ່ຽວກັບການຕົກລົງເຫັນດີດ້ານຫຼັກການ ຫຼື ປະຕິເສດການຂໍສ້າງຕັ້ງສາຂາ ພາຍໃນກຳນົດເວລາ 60 (ຫົກສິບ) ວັນ ນັບແຕ່ວັນໄດ້ຮັບສໍານວນຄຳຮ້ອງຂໍສ້າງຕັ້ງຄົບຖ້ວນເປັນຕົ້ນໄປ. ໃນກໍລະນີທະນາຄານແຫ່ງ ສປປ ລາວ ຕົກລົງເຫັນດີດ້ານຫຼັກການໃຫ້ສ້າງຕັ້ງສາຂາ, ຜູ້ຂໍສ້າງຕັ້ງຕ້ອງດຳເນົນການກະກຽມຄວາມພ້ອມພາຍໃນ 180 (ໜື່ງຮ້່ອຍແປດສິບ)  ວັນ ແລະ ສາມາດຂໍຕໍ່ໄດ້ອີກ 90 (ເກົ້າສິບ) ວັນ ຖ້າມີເຫດຜົນພຽງພໍ.

         ພາຍຫຼັງຜູ້ຂໍສ້າງຕັ້ງໄດ້ກະກຽມຄວາມພ້ອມສຳເລັດ, ຈື່ງສະເໜີໃຫ້ ທະນາຄານ ແຫ່ງ ສປປ ລາວ ລົງກວດກາຕົວຈີງເພື່ອພິຈາລະນາອອກໃບອະນຸຍາດສ້າງຕັ້ງສາຂາ.

 ມາດຕາ  11.  ການສ້າງຕັ້ງໜ່ວຍບໍລິການພາຍໃນ

                 ທະນາຄານທຸລະກິດ ທີ່ໄດ້ຮັບໃບອະນຸຍາດສ້າງຕັ້ງຖາວອນແລ້ວ ສາມາດສ້າງຕັ້ງໜ່ວຍ ບໍລິການຂອງຕົນໄດ້ແຕ່ຕ້ອງແຈ້ງໃຫ້ທະນາຄານແຫ່ງ ສປປ ລາວ ຊາບຢ່າງເປັນລາຍລັກອັກສອນ ພາຍໃນກຳນົດເວລາ  15 (ສິບຫ້າ)  ວັນ ນັບແຕ່ວັນສ້າງ ຕັ້ງເປັນຕົ້ນໄປ ພ້ອມທັງຄັດຕິດມະຕິຕົກລົງຂອງ ກອງປະຊຸມສະພາບໍລິຫານ ກ່ຽວກັບການອະນຸມັດສ້າງຕັ້ງໜ່ວຍບໍລິການ ແລະ ລະບຽບການຄຸ້ມຄອງໜ່ວຍບໍລິການ. ລະບຽບຄຸ້ມຄອງໜ່ວຍບໍລິການຂອງທະນາຄານຕ້ອງມີເນື້ອໃນຕົ້ນຕໍດັ່ງນີ້:

   1)  ໂຄງປະກອບການຈັດຕັ້ງ;

    2) ການກຳນົດຕຳແໜ່ງງານ;

    3) ຂອບເຂດສິດໃນການໃຫ້ບໍລິການ;

    4)  ລະບົບກວດກາ ແລະ ລາຍງານ;

      ໃຫ້ໜ່ວຍບໍລິການສາມາດເຄື່ອນໄຫວໃຫ້ບໍລິການ ໄດ້ພຽງຫຼັງ 15 ວັນ ນັບແຕ່ວັນທີ່ ທະນາຄານແຫ່ງ ສປປ ລາວ ໄດ້ຮັບການແຈ້ງຢ່າງເປັນລາຍລັກອັກສອນ ກ່ຽວກັບ ການສ້າງຕັ້ງໜ່ວຍບໍລິການດັ່ງກ່າວຕາມທີ່ໄດ້ກຳນົດໄວ້ໃນວັກໜື່ງຂອງມາດຕານີ້.

       ໜ່ວຍບໍລິການຂອງທະນາຄານ ສາມາດໃຫ້ບໍລິການຮັບຝາກເງີນ, ເບີກຖອນເງີນສົດ, ໂອນເງີນຕາມຄຳສັ່ງຂອງລູກຄ້າ, ໃຫ້ບໍລິການແລກປ່ຽນເງີນຕາຕ່າງປະເທດ ແຕ່ບໍ່ສາມາດອະນຸມັດສິນເຊື່ອໃຫ້ແກ່ລູກຄ້າໄດ້.

       ສາຂາທະນາຄານທຸລະກິດຕ່າງປະເທດ ບໍ່ສາມາດຂະຫຍາຍໜ່ວຍບໍລິການຂອງຕົນໄດ້ ລວມທັງໜ່ວຍແລກປ່ຽນເງີນຕາຕ່າງປະເທດ.

ມາດຕາ 12. ການຍົກໜ່ວຍບໍລິການຂື້ນເປັນສາຂາທະນາຄານທຸລະກິດພາຍໃນ

               ການຍົກໜ່ວຍບໍລິການຂື້ນເປັນສາຂາທະນາຄານທຸລະກິດພາຍໃນ ແມ່ນໃຫ້ປະຕິບັດຄືກັນກັບການສ້າງຕັ້ງສາຂາທະນາຄານທຸລະກິດພາຍໃນ ທີ່ກຳນົດໄວ້ໃນໝວດ III ຂອງຂໍ້ຕົກລົງສະບັບນີ້.

 

ໝວດທີ IV

ຂໍ້ກຳນົດອື່ນໆ

 

 ມາດຕາ 13. ການປະຕິບັດຕາມລະບຽບກົດໝາຍຂອງ ສປປ ລາວ

               ການສ້າງຕັ້ງທະນາຄານທຸລະກິດ,  ສາຂາທະນາຄານທຸລະກິດ ລວມທັງໜ່ວຍບໍລິການຂອງທະນາຄານທຸລະ        

ກິດ ຢູ່ ສປປ ລາວ ຕ້ອງປະຕິບັດຕາມຂໍ້ຕົກລົງສະບັບນີ້ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງຂອງ ສປປ ລາວ ເປັນຕົ້ນ: ການຕິດຕັ້ງປ້າຍທະນາຄານ, ການມີກາປະທັບ, ການຂໍອະນຸຍາດປຸກສ້າງ ແລະ ອື່ນໆ ຕາມການກຳນົດຂອງຂະແໜງການທີ່ກ່ຽວຂ້ອງ.  

ມາດຕາ 14. ການຂໍອະນຸຍາດ ແລະ ການລາຍງານ ກ່ຽວກັບການປ່ຽນແປງຜູ້ຖືຮຸ້ນ ແລະ ຜູ້ບໍລິຫານ

               ການປ່ຽນແປງຜູ້ຖືຮຸ້ນລາຍໃຫຍ່ຂອງທະນາຄານທຸລະກິດ ຕ້ອງໄດ້ຮັບອະນຸຍາດ ຈາກທະນາຄານ

 ແຫ່ງ ສປປ ລາວ ການປ່ຽນແປງດັ່ງກ່າວ ຕ້ອງປະຕິບັດໃຫ້ສອດຄ່ອງກັບການຖືຮຸ້ນທີ່ກຳນົດໄວ້ໃນມາດຕາ

3 ຂອງຂໍ້ຕົກລົງສະບັບນີ້, ມີເງື່ອນໄຂ ແລະ ປະກອບເອກະສານຄືກັນກັບ ຜູ້ຂໍສ້າງຕັ້ງ ທີ່ກຳນົດໄວ້ໃນມາດຕາ

4 ຂໍ້ 4.2 ຫຼື 4.3  ແລະມາດຕາ 7ຂໍ້ 7.1, 7.2  ຫຼື 7.3 ໃນຂໍ້ຕົກລົງສະບັບນີ້ ແລ້ວຍື່ນຕໍ່ທະນາຄານແຫ່ງ ສປປ

 ລາວເພື່ອພິຈາລະນາ.

                ການປ່ຽນແປງຜູ້ບໍລິການ ຂອງທະນາຄານທຸລະກິດ ຫຼື ສາຂາທະນາຄານທຸລະກິດຕ່າງປະເທດຕ້ອງໄດ້ຮັບອະນຸຍາດ ຈາກທະນາຄານແຫ່ງ ສປປ ລາວ ແລະ ຕ້ອງມີເງື່ອນໄຂ ແລະ ປະກອບເອກະສານຄືກັນກັບການຜູ້ບໍລິຫານ ທີ່ກຳນົດໄວ້ໃນມາດຕາ 4 ຂໍ້ 4.4 ແລະ ມາດຕາ 7 ຂໍ້ 7.4 ໃນຂໍ້ຕົກລົງສະບັບນີ້ ແລ້ວຍື່່ນຕໍ່ທະນາຄານແຫ່ງ ສປປ ລາວ ເພື່ອພິຈາລະນາ. ທະນາຄານທຸລະກິດ  ແລະ ສາຂາທະນາຄານທຸລະກິດຕ່າງປະເທດ ຕ້ອງແຈ້ງໃຫ້ ທະນາຄານແຫ່ງ ສປປ ລາວ ຊາບທັນທີ ກ່ຽວກັບ ການປ່ຽນແປງໃດໆ ທີ່ອາດເຮັດໃຫ້ຜູ້ຖືຮຸ້ນລາຍໃຫຍ່ ຫຼື ຜູ້ບໍລິຫານຂອງຕົນ ຂາດເງື່ອນໄຂໃດຫນື່ງທີ່ກຳນົດໄວ້ໃນ ມາດຕາ 7 ຂໍ້ 7.1, 7.2 ຫຼື 7.3 ຕາມແຕ່ລະກໍລະນີ ໃນຂໍ້ຕົກລົງສະບັບນີ້.

                 ມາດຕານີ້ນຳໃຊ້ຕໍ່ທຸກທະນາຄານທຸລະກິດທີ່ສ້າງຕັ້ງຂື້ນກ່ອນ ຫຼື ຫຼັງຜົນສັກສິດຂອງຂໍ້ຕົກລົງສະບັບນີ.

ມາຕາ 15.  ມາດຕະການຕໍ່ການລະເມີດ

           ຜູ້ທີ່ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກດຳເນີນມາດມະການ ຕາມທີ່ກຳນົດໄວ້ໃນໃນລະບຽບກົດ

ໝາຍທີ່ກ່ຽວຂ້ອງ ຂອງ ສປປ ລາວ

                                    

ໝວດທີ V

ຂໍ້ກຳນົດສຸດທ້າຍ

 

ມາດຕາ 16. ການຈັດຕັ້ງປະຕິບັດ

              ມອບໃຫ້ກົມຄຸ້ມຄອງທະນາຄານທຸລະກິດ, ກົມກ່ຽວກັບຂ້ອງຂອງທະນາຄານ ແຫ່ງ ສປປ ລາວ, ທະນາຄານທຸລະກິດ ບຸກຄົນ ແລະ ນິຕິບຸກຄົນອື່ນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຕາມຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 17. ຜົນສັກສິດ

              ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ພາຍຫຼັງໄດ້ພີມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ 15 (ສິບຫ້າ) ວັນເປັນຕົ້ນໄປ. ບັນດາລະບຽບການຂໍສ້າງຕັ້ງທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດ ທີ່ທະນາຄານແຫ່ງ ສປປ ລາວ ໄດ້ອອກ ແລະ ນຳໃຊ້ໃນເມື່ອກ່ອນທີ່ຂັດກັບຂໍ້ຕົກລົງສະບັບນີ້ລ້ວນແຕ່ຖືກຍົກເລີກ.

 

ຜູ້ວ່າການທະນາຄານແຫ່ງ ສປປ ລາວ

ດຣ. ສົມພາວ ໄຟສິດ

                                                                                                                                                                                                                                                                                                                                                                       

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍ ການສ້າງຕັ້ງທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດ, ເລກທີ 42/ທຫລ, ລົງວັນທີ 15 ມັງກອນ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.