ກະຊວງສາທາລະນະສຸກ ໄດ້ອອກຄໍາແນະນໍາກ່ຽວກັບ ການຈັດຕັ້ງປະຕິບັດດໍາລັດ ວ່າດ້ວຍ ຜະລິດຕະພັນອາຫານ ແລະ ອຸປະກອນ ກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ, ເລກທີ 1540/ສທ, ລົງວັນທີ 25 ທັນວາ 2020 ເພື່ອຜັນຂະຫຍາຍເນື້ອໃນ ດໍາລັດວ່າດ້ວຍ ຜະລິດຕະພັນອາຫານ ແລະ ອຸປະກອນ ກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ສະບັບເລກທີ 472/ນຍ, ລົງວັນທີ 30 ທັນວາ 2019 ໃຫ້ເປັນອັນລະອຽດ, ແທດເໝາະກັບສະພາບຕົວຈີງ ໃນແຕ່ລະໄລຍະ ແລະ ຮັບປະກັນ ຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

ພາບປະກອບ

 

       ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຈະບໍ່ໄດ້ຮັບອະນຸຍາດໃຫ້ ສົ່ງເສີມ ການຜະລິດ, ການໂຄສະນາ, ເຜີຍແຜ່, ການຈໍາໜ່າຍ, ການຊື້-ຂາຍ ຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ດ້ວຍວິທີການໃດໜຶ່ງ ໂດຍທາງກົງ ຫຼື ທາງອ້ອມ ທີ່ເປັນການຈູງໃຈ, ຊວນເຊື່ອ ໃຫ້ແກ່ຜູ້ຊົມໃຊ້ ແລະ ພະນັງງານສາທາລະນະສຸກ ເພື່ອຜົນປະໂຫຍດອັນບໍ່ຖືກຕ້ອງຂອງຕົນເອງ. ສໍາລັບ ການອະນຸຍາດ ໃຫ້ມີການບໍລິຈາກ ຫຼື ແຈກຢາຍ ຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ໂດຍທາງກົງ ຫຼື ທາງອ້ອມ ໃຫ້ແກ່ສະຖານະການພິເສດໃນເຂດ ຫຼື ພື້ນທີ່ເກີດໄພພິບັດ ຫຼື ອຸທົກກະໄພ ລະດັບຊາດ ແລະ ການບໍລິຈາກທີ່ຈໍາເປັນອື່ນໆ ນັ້ນ, ຕ້ອງໄດ້ຂໍອະນຸມັດຈາກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ.

ພາບປະກອບ

      ການກໍານົດລັກສະນະ ຂອງສະຫຼາກຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ: ເນື້ອໃນສະຫຼາກ ຂອງຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ ນອກຈາກປະຕິບັດຕາມກົດລະຫັດອາຫານສາກົນ, ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ ຂອງ ສປປ ລາວ ແລ້ວ, ຕ້ອງໄດ້ຮັບການອະນຸມັດ ຈາກກະຊວງສາທາລະນະສຸກ ໂດຍແມ່ນກົມອາຫານ ແລະ ຢາ ເປັນຜູ້ຄົ້ນຄ້ວາ ແລະ ນໍາສະເໜີ ລວມທັງການອະນຸມັດການຫຸ້ມຫໍ່ ແລະ ການຕິດສະຫຼາກ. ສໍາລັບ ຂັ້ນຕອນ ແລະ ວິທີການ ການອະນຸມັດ ໃຫ້ປະຕິບັດ ຕາມຂໍ້ຕົກລົງການຂື້ນທະບຽນ ອາຫານ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.