ປະຈຸບັນ ໃນ ສປປ ລາວ ລະບົບການຊໍາລະທຸລະກໍາຍ່ອຍມີ 3 ປະເພດ ຄື: ລະບົບການໂອນເງິນທຸລະກໍາຍ່ອຍລະຫວ່າງສະມາຊິກ, ລະບົບເຄືອຂ່າຍບັດ ແລະ ລະບົບການຫັກບັນຊີ.

ລະບົບການໂອນເງິນທຸລະກໍາຍ່ອຍລະຫວ່າງສະມາຊິກ ແມ່ນ ລະບົບທີ່ເປັນສູນກາງ ຫຼື ຈຸດເຊື່ອມຕໍ່ຮັບສົ່ງຂໍ້ມູນລາຍການຊໍາລະເງິນທາງເອເລັກໂຕຣນິກລະຫວ່າງສະມາຊິກ ຫຼື ເຮັດໜ້າທີ່ໃຫ້ບໍລິການ ການຫັກບັນຊີ ເພື່ອໃຫ້ສະມາຊິກ ສາມາດໃຫ້ບໍລິການຝາກ, ຖອນ, ໂອນ ແລະ ການຊໍາລະເງິນແກ່ລຸກຄ້າ.

ລະບົບເຄືອຂ່າຍບັດ ແມ່ນລະບົບທີ່ເປັນສູນກາງ ຫຼື ຈຸດເຊື່ອມຕໍ່ຮັບສົ່ງຂໍ້ມູນລາຍການຊໍາລະເງິນທາງເອເລັກໂຕຣນິກລະຫວ່າງສະມາຊິກ, ໃຫ້ບໍລິການການຫັກບັນຊີ ແລະ ໃຫ້ບໍລິການດ້ານການຕະຫຼາດ ພາຍໃຕ້ຊື່ທາງທຸລະກິດຂອງຕົນ ເພື່ອສະມາຊິກຊື່ເປັນຜູ້ອອກບັດ ແລະ ຜູ້ໃຫ້ບໍລິການແກ່ຜູ້ຮັບບັດ ໃນ ສປປ ລາວ ສາມາດໃຫ້ບໍລິການການຊໍາລະເງິນຈາກບັດສິນເຊື້ອ, ບັດເງິນຝາກ,​ ເງິນເອເລັກໂຕຣນິກ ຫຼື ບັດ ເອເລັກໂຕຣນິກອື່ນໆ.

ລະບົບຫັກບັນຊີ ແມ່ນລະບົບທີ່ໃຫ້ບໍລິການການຫັກບັນຊີແກ່ສະມາຊິກຂອງລະບົບ ໂດຍເຮັດການຫັກບັນຊີເງິນຝາກຂອງສະມາຊິກຂອງລະບົບ ຊຶ່ງມີຖານະເປັນລູກໜີ້ ຫຼື ຮັບຊໍາລະໜີ້ດ້ວຍວິທີໃດໜຶ່ງຕາມທີ່ຕົກລົງກັນ ແລ້ວປັບບັນຊີເງິນຝາກຂອງສະມາຊິກຂອງລະບົບ ຊຶ່ງມີຖານະເປັນເຈົ້າໜີ້ ຫຼື ຊໍາລະເງິນດ້ວຍວິທີໃດໜຶ່ງ ເພື່ອໃຫ້ໜີ້ດັ່ງກ່າວສິ້ນສຸດ.

ເງື່ອນໄຂການເປັນຜູ້ຄວບຄຸມລະບົບຍ່ອຍ: ຜູ້ທີ່ມີຈຸດປະສົງເປັນຜູ້ຄວບຄຸມລະບົບຍ່ອຍ ຕ້ອງມີເງື່ອນໄຂຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 28 ຂອງກົດໝາຍວ່າດ້ວຍລະບົບຊໍາລະສະບັບເລກທີ 32/ສພຊ, ລົງວັນທີ 7 ພະຈິກ 2017 ແລະ ມີເງື່ອນໄຂເພີ່ມຕື່ມຕາມ ຂໍ້ຕົກລົງ ວ່າດ້ວຍລະບົບການຊໍາລະທຸລະກິດຍ່ອຍເລກທີ 293/ທຫລ, ລົງວັນທີ 01 ເມາສາ 2019.ດັ່ງນີ້້:

  1. ເປັນບໍລິສັດທີ່ຂື້ນທະບຽນວິສາຫະກິດໃນ ສປປ ລາວ ຍົກເວັ້ນບໍລິສັດຈໍາກັດຜູ້ດຽວ
  2. ສະຖາບັນການເງິນ ແລະ ນິຕິບຸກຄົນອື່ນ ທີ່ມີຈຸດປະສົງເປັນຜູ້ຄວບຄຸມລະບົບຍ່ອຍ ຕ້ອງສ້າງເປັນນິຕິບຸກຄົນສະເພາະ ຍົກເວັ້ນ ລະບົບການຫັກບັນຊີ ທະນາຄານທຸລະກິດສາມາດເປັນຜູ້ຄວບຄຸມລະບົບຍ່ອຍໄດ້
  3. ມີທຶນຈົດທະບຽນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 12 ຂອງຂໍ້ຕົກລົງສະບັບນີ້
  4. ມີຜູ້ຖືຮຸ້ນ ທີ່ຖືສັນຊາດລາວ ແລະ ພູມລໍາເນົາຢູ່ ສປປ ລາວ ຖືຮຸ້ນຢ່າງໜ້ອຍ ສິບສ່ວນຮ້ອຍຂອງຈໍານວນຮຸ້ນທັງໝົດ.
  5. ມີຜູ້ບໍລິຫານ ທີ່ຖືສັນຊາດລາວ ແລະ ມີພູມລໍາເນົາຢູ່ ສປປ ລາວ ຢ່າງໜ້ອຍ ໜຶ່ງຄົນ
  6. ມີແຜນການດໍາເນີນທຸລະກິດຂອງຕົນຢ່າງລະອຽດ ສາມປີ ຕໍ່ໜ້າ.

ທຶນຈົດທະບຽນ: ກໍານົດຕາມປະເພດລະບົບການຊໍາລະທຸລະກໍາຍ່ອຍ ມີດັ່ງນີ້:

  1. ລະບົບໂອນເງິນທຸລະກໍາຍ່ອຍລະຫວ່າງສະມາຊິກ ຢ່າງໜ້ອຍ ສິບຕື້ (10,000,000,000) ກີບ
  2. ລະບົບເຄືອຂ່າຍບັດ ຢ່າງໜ້ອຍ ສິບຕື້ (10,000,000,000) ກີບ
  3. ລະບົບຫັກບັນຊີ ຢ່າງໜ້ອຍ ສີ່ສິບຕື້ (40,000,000,000) ກີບ

ໝາຍເຫດ: ຜູ້ທີ່ມີຈຸດປະສົງເປັນຜູ້ຄວບຄຸມລະບົບຍ່ອຍ ຫຼາຍກວ່າ ໜຶ່ງປະເພດ ຕ້ອງມີທຶນຈົດທະບຽນຢ່າງໜ້ອຍ ຕາມປະເພດກິດຈະການໃຫ້ບໍລິການລະບົບທີ່ກໍານົດໄວ້ສູງກວ່າ. ທຶນຈົດທະບຽນ ຕ້ອງມີອັດຕາສ່ວນເປັນເງິນສົດບໍ່ຕໍ່າກວ່າ ເຈັດສິບສ່ວນຮ້ອຍ (70%) ຂອງທຶນຈົດທະບຽນທັງໝົດ. ຜູ້ທີ່ມີຈຸດປະສົງເປັນຜູ້ຄວບຄຸມລະບົບຍ່ອຍ ຕ້ອງຖອກທຶນຈົດທະບຽນໃຫ້ຄົບຖ້ວນ ເຂົ້າບັນຊີເງິນຝາກຂອງຕົນຢູ່ກົມບໍລິການທະນາຄານ ນັບແຕ່ວັນທີ່ໄດ້ຮັບອະນຸຍາດ.

ຄ່າທໍານຽມ,​ ຄ່າບໍລິການ ແລະ ຄ່າຄຸ້ມຄອງປະຈໍາປີ:

  1. ຄ່າບໍລິການໃນການຄົ້ນຄວ້າອະນຸຍາດ ເປັນຜູ້ຄວບຄຸມລະບົບຍ່ອຍ ຈໍານວນສອງລ້ານ (2,000,000) ກີບ ຕໍ່ຄັ້ງ ສໍາລັບຂໍອະນຸຍາດໃໝ່ ແລະ ສໍາລັບການຕໍ່ໃບອະນຸຍາດ ແມ່ນ ໜຶ່ງລ້ານ (1,000,000) ກີບ ຕໍ່ຄັ້ງ ໂດຍຊໍາລະໃນເວລາຍື່ນສໍານວນຄໍາຮ້ອງ ທີ່ກົມບໍລິການທະນາຄານ
  2. ຄ່າທໍານຽມໃນການອອກໃບອະນຸຍາດ ເປັນຜູ້ຄວບຄຸມລະບົບຍ່ອຍ ຈໍານວນສູນຈຸດໜຶ່ງສ່ວນຮ້ອຍ (0,1%) ຂອງທຶນຈົດທະບຽນ ໂດຍຊໍາລະພາຍໃນວັນທີໄດ້ຮັບອະນຸຍາດ ທີ່ກົມບໍລິການທະນາຄານ
  3. ຄ່າຄຸ້ມຄອງປະຈໍາປີ ຈໍານວນ ສູນຈຸດໜຶ່ງສ່ວນຮ້ອຍ (0,1%)  ຂອງລາຍຮັບທັງໝົດປະຈໍາປີ ແຕ່ບໍ່ໃຫ້ຫຼຸດສາມສິບລ້ານ (30,000,000) ກີບ ຕໍ່ປີ ໂດຍຊໍາລະພາຍໃນໄຕມາດທີ່ໜຶ່ງຂອງປີ ຖັດໄປ ທີ່ກົມບໍລິການທະນາຄານ. ການຄິດໄລ່ຄ່າຄຸ້ມຄອງປະຈໍາປີ ແມ່ນເລີ່ມແຕ່ປີໄດ້ຮັບອະນຸຍາດເປັນຜູ້ຄວບຄຸມລະບົບຍ່ອຍເປັນຕົ້ນໄປ.
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.