ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກຳ ແລະ ປ່າໄມ້

ກົມປູກຝັງ

                                                                             ເລກທີ 0099/ກປຝ                                                                            

ນະຄອນຫຼວງວຽງຈັນ, ວັນທີ 19 JAN 2021

 

ແຈ້ງການ

        ເຖິງ: - ທ່ານ ຫົວໜ້າຂະແໜງປູກຝັງ ແຂວງ ຫຼວງນ້ຳທາ

   - ທ່ານ ຫົວໜ້າດ່ານກັກກັນພືດສາກົນບໍເຕັນ ແຂວງ ຫຼວງນ້ຳທາ

ເລື່ອງ: ການກວດກາ ແລະ ຢັ້ງຢືນສຸຂານາໄມພືດຕະກຸນຖົ່ວ(ຖົ່ວເບີ, ຖົ່ວຂຽວຝັກສົດ, ຖົ່ວເຫຼືອງຝັກສົດ ຫຼື    ຖົ່ວຂົນ) ສຳລັບສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ພາຍໃຕ້ໂຄງການປູກພືດທົດແທນຝີ່ນ ເລີ່ມແຕ່ທ້າຍເດືອນ ມັງກອນ 2021 ເຖິງ ວັນທີ 30 ພຶດສະພາ 2021.

  • ອີງຕາມ ກົດໝາຍ ວ່າດ້ວຍ ການປ້ອງກັນ ແລະ ກັກກັນພືດ ສະບັບເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016;
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ວ່າດ້ວຍ ມາດຕະການສຸຂານາໄມພືດສຳລັບການສົ່ງອອກ ແລະ ສົ່ງອອກຕໍ່ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ສະບັບເລກທີ 2986/ກປ, ລົງວັນທີ 28 ມິຖຸນາ 2019;
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມປູກຝັງ ສະບັບເລກທີ 3825/ກປ, ລົງວັນທີ 18 ສິງຫາ 2017.

 

        ກົມປູກຝັງ ຂໍຖືເປັນກຽດແຈ້ງມາຍັງຂະແໜງປູກຝັງແຂວງ ຫຼວງນ້ຳທາ ແລະ ດ່ານກັກກັນພືດສາກົນບໍເຕັນ ແຂວງ ຫຼວງນ້ຳທາ ຊາບວ່າ: ພືດສະກຸນຖົ່ວ ເຊັ່ນ: ຖົ່ວເບີ, Phaseolus vulgaris L. (ລະຫັດພາສີນໍາເຂົ້າຂອງ ສປ ຈີນ: 0708200000), ຖົ່ວຂຽວຝັກສົດ, vigna umbellate L. ( ລະຫັດພາສີນຳເຂົ້າຂອງ ສປ ຈີນ: 0713319000) ແລະ  ຖົ່ວເຫຼືອງຝັກສົດ (ຖົ່ວຂົນ), Glycine max (ລະຫັດພາສີນຳເຂົ້າຂອງ ສປ ຈີນ: 0708900000) ພາຍໃຕ້ໂຄງການປູກພືດທົດແທນຝີ່ນ ຢູ່ ບັນດາແຂວງເປົ້າໝາຍພາກເໜືອຂອງ ສປປ ລາວ ທີ່ມີຈຸດປະສົງ ສົ່ງອອກ ຈາກ ສປປ ລາວ ໄປຍັງ ສປ ຈີນ ໃຫ້ປະຕິບັດມາດຕະການສຸຂານາໄມພືດ ພືດຕະກຸນຖົ່ວ ສຳລັບການສົ່ງອອກ ດັ່ງລຸ່ມນີ້:

  1. ຜູ້ສົ່ງອອກ ຕ້ອງມີຄູ່ສຳພັນທຸລະກິດກັບຜູ້ນຳເຂົ້າຂອງ ສປ ຈີນ ທີ່ໄດ້ຮັບອະນຸຍາດທີ່ຖືກຕ້ອງ ຈາກ ສປ ຈີນ;
  2. ການສົ່ງອອກຊຸດສິນຄ້າທຸກຄັ້ງ ຕ້ອງຜ່ານການກວດກາ ແລະ ມີໃບຢັ້ງຢືນສຸຂານາໄມພືດ ອອກໃຫ້ໂດຍເຈົ້າໜ້າທີ່ກັກກັນພືດປະຈຳດ່ານສາກົນບໍເຕັນ  ແຂວງ ຫຼວງນ້ຳທາ ຕາມອະນຸສັນຍາສຸຂານາໄມ້ພືດ ຂອງ ສອງຝ່າຍ ທີ່ໄດ້ກຳນົດໄວ້;
  3. ໃຫ້ຂະແໜງປູກຝັງແຂວງ ຫຼວງນ້ຳທາ ແລະ ດ່ານກັກກັນພືດສາກົນບໍເຕັນ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.ໃນການຈັດຕັ້ງປະຕິບັດ, ພົບຂໍ້ສະດວກ ແລະ ຫຍຸ້ງຍາກແນວໃດ ໃຫ້ລາຍງານຫາກົມປູກຝັງ ເພື່ອແກ້ໄຂໃຫ້ທ່ວງທັນກັບເວລາ.

 

       ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ປະຕິບັດ ຕາມທາງຄວນດ້ວຍ.

                                                                                   ຫົວໜ້າກົມປູກຝັງ                                                                                

ຈັນທາ ທິບພະວົງພັນ

# ຫົວຂໍ້ ດາວໂຫຼດ
1 Sanitary Inspection and Certification Notice of bean family or legumes for export from Lao PDR to China under Opium Substitution Crops Program from End of January 2021 to 30 May 2021, No. 0099/DOA, dated 19 January 2021. PDF
2 ແຈ້ງການ ກ່ຽວກັບການກວດກາ ແລະ ຢັ້ງຢືນສຸຂານາໄມພືດຕະກຸນຖົ່ວ (ຖົ່ວເບີ, ຖົ່ວຂຽວຝັກສົດ, ຖົ່ວເຫຼືອງຝັກສົດ ຫຼື ຖົ່ວຂົນ) ສໍາລັບສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ພາຍໃຕ້ໂຄງການປູກພືດທົດແທນຝີ່ນ ເລີ່ມແຕ່ທ້າຍເດືອນ ມັງກອນ 2021 ເຖິງ ວັນທີ 30 ພຶດສະພາ 2021, ເລກທີ 0099/ກປຝ. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.