ໃນວັນທີ 15 ກຸມພາ 2021 ທີ່ໂຮງແຮມ ຄຼາວພາຊາ, ນະຄອນຫຼວງວຽງຈັນ, ໄດ້ມີກອງປະຊຸມສະຫຼຸບໂຄງການສຶກສາຄວາມເປັນໄປໄດ້ ໃນການນໍາໃຊ້ IT Platform ສໍາລັບການແລກປ່ຽນຂໍ້ມູນໃນການຄຸ້ມຄອງລົດຂົນສົ່ງສິນຄ້າສາກົນ ພາຍໃຕ້ທຶນການຊ່ວຍເຫຼືອຈາກຂອງໂຄງການທີ່ຂື້ນກັບ ກະຊວງເສດຖະກິດ-ການຄ້າ ແລະ ອຸດສາຫະກຳ ຂອງຍີ່ປຸ່ນ (METI). ໃຫ້ກຽດເປັນປະທານ ໂດຍ ທ່ານ ວຽງສະຫວັດ ສີພັນດອນ, ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍແຂກທີ່ຖືກເຊີນຈາກພາກລັດ, ສະຖານທູດຍີ່ປຸ່ນປະຈໍາ ສປປ ລາວ, ອົງການຊ່ວຍເຫຼືອຍີ່ປຸ່ນ ປະຈໍາ ສປປ ລາວ, ສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງລະຫວ່າງປະເທດຂອງ ສປປ ລາວ ແລະ ພາກເອກະຊົນ.

ພາບປະກອບ

     

       ອີງໃສ່ທີ່ຕັ້ງຂອງບັນດາປະເທດໃນລຸ່ມແມ່ນໍ້າຂອງ ຄື: ສປປ ລາວ, ສສ ຫວຽດນາມ, ກໍາປູເຈຍ, ແລະ ໄທ ແມ່ນມີຊາຍແດນຮ່ວມກັນ ຕາມລໍາແມ່ນໍ້າຂອງ ທີ່ສະເລ່ຍເກືອບເຄິ່ງໜຶ່ງຂອງລວງຍາວປະເທດ ໂດຍສະເພາະ ສປປ ລາວ ເຊິ່ງເປັນຈຸດຍຸດທະສາດເຊື່ອມໂຍງບັນດາປະເທດ ສ ມຽນມາ, ຣຊ ໄທ, ສສ ຫວຽດນາມ, ກໍາປູເຈຍ ແລະ ສປ ຈີນ  ເຊິ່ງເປັນທ່າແຮງໃນການຊຸກຍູ້ໃຫ້ແກ່ການພັດທະນາລະບົບຂົນສົ່ງທາງບົກໃຫ້ມີຄວາມທັນສະໄໝ ໂດຍສະເພາະແມ່ນການພັດທະນາພື້ນຖານໂຄງລ່າງ ເປັນຕົ້ນ: ສ້າງເສັ້ນທາງທີ່ໄດ້ມາດຕະຖານອາຊຽນ, ຍົກລະດັບການຄຸ້ມຄອງການຂົນສົ່ງດ້ວຍການນໍາໃຊ້ລະບົບ IT ແລະ ຍົກລະດັບກົນໄກການປະສານງານລະຫວ່າງບັນດາປະເທດທີ່ມີສ່ວນຮ່ວມໃນແລວທາງດັ່ງກ່າວ.

      ດັ່ງນັ້ນ,​ ເປົ້າໝາຍຫຼັກຂອງການສຶກສາການນໍາໃຊ້ລະບົບ IT Platform ເຂົ້າໃນລະບົບບໍລິຫານການຂົນສົ່ງສິນຄ້າຜ່ານແດນຂອງ ສປປ ລາວ ເພື່ອປະເມີນຜົນ ແລະ ຕີລາຄາວ່າລະບົບດັ່ງກ່າວ ຈະສາມາດຕອບສະໜອງ ຄວາມຕ້ອງການໃນປັດຈຸບັນ ແລະ ສ້າງຜົນປະໂຫຍດສູງສຸດແກ່ປະເທດຊາດ ແລະ ເສດຖະກິດສັງຄົມໄດ້ຫລາຍປານໃດ. ອີກດ້ານໜຶ່ງ, ລະບົບ IT Platform ແມ່ນລະບົບຄຸ້ມຄອງການເດີນທາງຂອງລົດຂົນສົ່ງສິນຄ້າຜ່ານແດນ ຫຼື ການຂົນສົ່ງສາກົນ ຈາກຈຸດເລີ້ມຕົ້ນໄປເຖິງປາຍທາງ ຫຼື ເອີ້ນວ່າ ຕິດຕາມ-ກວດກາ ລົດຂົນສົ່ງສິນຄ້າແຕ່ຈຸດເລີ້ມຕົ້ນໄປຫາປາຍທາງ ໂດຍການປ້ອນຂໍ້ມູນຂອງລົດຂົນສົ່ງດັ່ງກ່າວເຂົ້າໃນລະບົບ ແລະ ສາມາດຕິດຕາມແຕ່ລະໄລຍະຂອງການເດີນທາງ.

ພາບກອງປະຊຸມບົດສຶກສາ IT Platform

      

      ໃນມູມມອງການອໍານວຍຄວາມສະດວກທາງດ້ານການຄ້າແລ້ວ ໂຄງການສຶກສາດັ່ງກ່າວ ແມ່ນເປັນບາດກ້າວໜຶ່ງທີ່ສໍາຄັນ ໃນການພັດທະນາຂະແໜງການຂົນສົ່ງທາງບົກຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ແມ່ນການອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າຜ່ານແດນ ໃຫ້ມີຄວາມວ່ອງໄວຍິ່ງຂື້ນ, ທັນການ, ລາຄາຖືກ ແລະ ສາມາດແກ້ໄຂບັນຫາທີ່ເກີດຂື້ນໃນຊ່ວງການເດີນທາງຢ່າງທັນການ ແລະ ສາມາດແຈ້ງເຕືອນສະຖານະການຂົນສົ່ງຕາມເສັ້ນທາງ. ປະຈຸບັນ ສປປ ລາວ ກໍ່ເປັນປະເທດໜຶ່ງທີ່ພະຍາຍາມຫັນການບໍລິການແບບໃຫ້ເປັນລະບົບ IT ແລະ ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາ ລະບົບການຂົນສົ່ງສິນຄ້າ ຜ່ານແດນ ແລະ ຂ້າມແດນ ໂດຍນໍາໃຊ້ລະບົບ ASYCUDA.

       ອີງຕາມການລາຍງານຂອງທິມງານຄົ້ນຄວ້າໃຫ້ຮູ້ວ່າ:​ ໂຄງການນີ້ ໄດ້ສຶກສາສະເພາະການຂົນສົ່ງສິນຄ້າໃນເສັ້ນທາງເລກ 9 ເຊື່ອມໂຍງ ແຕ່ຄູ່ດ່ານສາກົນຂົວມິດຕະພາບ 2 (ສປປ ລາວ) ແລະ ມຸກດາຫານ (ຣຊ ໄທ) ໄປຫາຄູ່ດ່ານສາກົນແດນສະຫວັນ (ສປປ ລາວ) - ລາວບາວ (ສສ ຫວຽດນາມ) ມີໄລຍະທາງ ປະມານ 224 ກມ ຫຼື ໃຊ້ເວລາໃນການເດີນທາງ 4 ຊົ່ວໂມງ ກັບ 30 ນາທີ, ມີລົດຂົນສົ່ງສິນຄ້າຜ່ານແດນຫຼາຍກວ່າ 2,000 ຄັນ ໃນແຕ່ລະປີ.

ພາບກອງປະຊຸມບົດສຶກສາ IT Platform

      

       ໃນຕອນທ້າຍຂອງກອງປະຊຸມ ໄດ້ເຫັນດີເປັນເອກະພາບກັນຕໍ່ເນື້ອໃນການນໍາສະເໜີຂອງ  ບົດສຶກສາຄວາມເປັນໄປໄດ້ ຂອງ IT Platform ແມ່ນເຫັນໄດ້ວ່າມີຄວາມຈໍາເປັນ ແລະ ສາມາດສ້າງຜົນປະໂຫຍດໃຫ້ແກ່ລະບົບຂົນສົ່ງ ທີ່ເອື້ອອໍານວຍແກ່ການຄ້າສາກົນໄດ້ອີກລະດັບໜຶ່ງ. ດັ່ງນັ້ນ ແຕ່ລະຂະແໜງການ ພ້ອມທີ່ຈະໃຫ້ຄວາມຮ່ວມມືທຸກດ້ານ ກັບຜູ້ຮັບຜິດຊອບໂຄງການນີ້ ເພື່ອພັດທະນາລະບົບດັ່ງກ່າວໃຫ້ສົມບູນ ແລະ ສອດຄ່ອງກັບລະບຽບກົດໝາຍ ສປປ ລາວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.