ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຄູ້ມຄອງໂຮງງານ, ເລກທີ 0264/ອຄ.ກອຫ, ລົງວັນທີ 15 ມີນາ 2019 ເຊິ່ງສະຫຼຸບຂັ້ນຕອນການປະກອບເອກະສານ ຂໍໃບຢັ້ງຢືນອະນຸຍາດດໍາເນີນກິດຈະການໂຮງງານໄດ້ດັ່ງນີ້:

 

ຂັ້ນຕອນທີ 1. ການປະກອບເອກະສານສະເໜີອອກໃບຢັ້ງຢືນດຳເນີນກິດຈະການໂຮງງານ:

ພາຍຫຼັງຜ່ານການຜະລິດທົດລອງ ກ່ອນດຳເນີນການຜະລິດຖາວອນ ຜູ້ດຳເນີນກິດຈະກຳານ ຕ້ອງປະກອບຄຳຮ້ອງຂໍດຳເນີນກິດຈະການໂຮງງານ ຕາມແບບພິມ ຮ/ງ 1 ຈຳນວນ 3 ຊຸດ ຍື່ນຕໍ່ຂະແໜງການອຸດສາຫະກຳ ແລະ ການຄ້າ ຕາມການແບ່ງຂັ້ນຄຸ້ມຄອງ ຄື: ໂຮງງານຂະໜາດໃຫຍ່ ໃຫ້ຍື່ນຢູ່ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ.

 

1. ໃບຄຳຮ້ອງຂໍດຳເນີນກິດຈະການໂຮງງານ ຕາມແບບພິມ ຮ/ງ 1;

2. ໃບມອບສິດໃຫ້ຜູ້ມາພົວພັນປະກອບເອກະສານ ກໍລະນີທີ່ບໍ່ໄດ້ມາພົວພັນດ້ວຍຕົນເອງ;

3. ແຜນວາດຂະບວນການຜະລິດ ພ້ອມບົດອະທິບາຍ;

4. ລາຍການເຄື່ອງຈັກໃນໂຮງງານ;

5. ແຜນວາດການເຄື່ອໄຫວປະຈຳປີຂອງໂຮງງານ ຕາມແບບພິມ ອ;

6. ແຜນຜັງການກໍ່ສ້າງ ແລະ ລະບົບເຕັກນິກເຄື່ອງຈັກໂຮງງານ ຂະໜາດເຈ້ຍ A3 ທີ່ຖືກຕ້ອງຕາມລະບຽບການກ່ຽວກັບການປຸກສ້າງ ເຊັ່ນ:

  • ແຜນຜັງສະແດງໃຫ້ເຫັນທີ່ຕັ້ງໂຮງງານ ໃນຂອບເຂດລັດສະໝີ 500 ແມັດ;
  • ແຜນຜັງສະແດງສິ່ງປຸກສ້າງໃນບໍລິເວນໂຮງງານ;
  • ແຜນຜັງກໍ່ສ້າງອາຄານຜະລິດ ຮູບດ້ານໜ້າ, ຂ້າງ, ຫຼັງ ແລະ ຮູບຕັດ;
  • ແຜນຜັງຕິດຕັ້ງເຄື່ອງຈັກ ແລະ ເຄື່ອງຍົກນ້ຳໜັກ ຕາມເລກໝາຍຂອງລາຍການເຄື່ອງຈັກຂໍ້ທີ 4;
  • ແຜນຜັງຕິດຕັ້ງເຕົາອົບ ແລະ ໝໍ້ຕົ້ມນ້ຳ ຫຼື ເຕົາສະຕີມ, ຖ້າມີ;
  • ແຜນຜັງຕິດຕັ້ງລະບົບໄຟຟ້າ, ພັດລົມ ແລະ ລະບົບລະບາຍອາກາດ;
  • ແຜນຜັງຕິດຕັ້ງລະບົບປ້ອງກັນອັນຕະລາຍ, ອັກຄີໄພ ແລະ ທາງອອກສຸກເສີນ.

7. ຮູບຖ່າຍຂະໜາດ 3x4 ຊັງຕີແມັດ ຈຳນວນ 4 ໃບ ຮູບຖ່າຍຕ້ອງບໍ່ເກີນ 3 ເດືອນ.

 

ສຳເນົາຄັດຕິດ ມີດັ່ງນີ້:

1. ໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດ ຫຼື ໃບອະນຸຍາດລົງທຶນ;

2. ໃບຢັ້ງຢືນການມອບເລກບັດປະຈຳຕົວຜູ້ເສັຍອາກອນ ຫຼື ໃບຢັ້ງຢືນການມອບພັນທະອາກອນ;

3. ໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ສຳລັບໂຮງງານທີ່ຢູ່ໃນບັນຊີການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ;

4. ໃບອະນຸຍາດປຸກສ້າງໂຮງງານ;

5. ໃບຢັ້ງຢືນແຜນການຕິດຕັ້ງລະບົບບຳບັດ ແລະ/ຫຼື ໃບຢັ້ງຢືນການປ່ອຍສິ່ງເສດເຫຼືອ ອອກຈາກໂຮງງານ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ທີ່ກ່ຽວຂ້ອງ;

6. ໃບສັນຍາເຊົ່າທີ່ດິນ/ອາຄານ ຫຼື ໃບມອບກຳມະສິດທີ່ດິນ ແລະ ໃບຕາດິນ;

7. ໃບຢັ້ງຢືນຄຸນນະພາບຜະລິດຕະພັນ ສຳລັບຜະລິດຕະພັນອາຫານ, ເຄື່ອງດື່ມ ແລະ ຢາປົວພະຍາດ. 

 

ຂັ້ນຕອນທີ 2 ການຍື່ນເອກະສານ ຂໍໃບອະນຸຍາດດໍາເນີນກິດຈະການໂຮງງານ.

ຖ້າເປັນໂຮງງານຂະໜາດໃຫຍ່ ແມ່ນໂຮງງານທີ່ມີກຳລັງແຮງຂອງເຄື່ອງຈັກແຕ່ 201 ແຮງມ້າຂຶ້ນໄປ ຫຼື ຈຳນວນແຮງງານແຕ່ 201 ຄົນຂຶ້ນໄປ ຫຼື ມູນຄ່າການລົງທຶນທັງໝົດແຕ່ 1 ຕື້ກີບຂຶ້ນໄປ ແມ່ນໃຫ້ຍືນເອກະສານຢູ່ກົມອຸດສາຫະກໍາ ແລະ ຫັດຖະກໍາ,​ ກະຊວງອຸດສາຫະກໍາ ແລະ ການຄ້າ.

ສໍາລັບໂຮງງານຂະໜາດນ້ອຍ ແລະ ກາງ ແມ່ນໃຫ້ຍື່ນເອກະສານຢູ່ຂະແໜງອຸດສາຫະກໍາ ແລະ ຫັດຖະກໍາ,​ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ/ນະຄອນຫຼວງ.

 

ຂັ້ນຕອນທີ 3. ການລົງກວດກາ ເພື່ອພິຈາລະນາອອກໃບຢັ້ງຢືນດໍາເນີນກິດຈະການໂຮງງານ

 ເມື່ອໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງຕາມຂັ້ນຕອນທີ່ໜຶ່ງແລ້ວ ຂະແໜງການອຸດສາຫະກຳ ແລະ ການຄ້າ ຈະສົມທົບກັບຂະແໜງການທີ່ກ່ຽວຂ້ອງ ລົງກວດກາມາດຕະຖານເຕັກນິກໂຮງງານ ຕາມທີ່ໄດ້ກຳນົດໄວ້ໃນແຜນຜັງການກໍ່ສ້າງ, ແຜນຜັງລະບົບເຕັກນິກເຄື່ອງຈັກໂຮງງານ, ແຜນຜັງລະບົບກຳຈັດ ແລະ ບຳບັດສິ່ງເສດເຫຼືອ ແລະ ບົດວິພາກເສດຖະກິດ-ເຕັກນິກໂຮງງານ ທຽບໃສ່ຕົວຈິງ. ການລົງກວດກາຕ້ອງເຮັດບົດບັນທຶກ ຕາມແບບພິມ ຮ/ງ 7. ຜ່ານການກວດກາ ຫາກເຫັນວ່າ ຍັງບໍ່ສາມາດໃຫ້ດຳເນີນການຜະລິດໄດ້ ຍ້ອນວ່າຍັງບໍ່ທັນຮັບປະກັນດ້ານມາດຕະຖານເຕັກນິກ ສ່ວນໃດໜຶ່ງຂອງໂຮງງານ, ຄະນະກຳມະການກວດກາ ຕ້ອງແນະນຳເພື່ອປັບປຸງຄືນ ໂດຍໃຫ້ກຳນົດເວລາທີ່ຊັດເຈນໃນບົດບັນທຶກ.

ພາຍຫຼັງໄດ້ປັບປຸງຕາມຄຳແນະນຳໃນບົດບັນທຶກແລ້ວ ໃຫ້ສະເໜີຕໍ່ຂະແໜງການອຸດສາຫະກຳ ແລະ ການຄ້າ ເພື່ອລົງກວດກາຄືນ ແລະ ເຮັດບົດບັນທຶກຜົນການປັບປຸງໂຮງງານ ຕາມແບບພິມ ຮ/ງ 8. ໃນກໍລະນີ ບໍ່ສາມາດປັບປຸງທັນຕາມກຳນົດເວລາ ຕ້ອງແຈ້ງເຫດຜົນຕໍ່ຂະແໜງການອຸດສາຫະກຳ ແລະ ການຄ້າ ຊາບພາຍໃນ 5 ວັນລັດຖະການ ນັບແຕ່ມື້ໝົດກຳນົດເວລາໃນການບັນທຶກກວດກາໂຮງງານ.

 

ຂັ້ນຕອນທີ 4. ຮັບໃບຢັ້ງຢືນ

ພາຍຫຼັງໄດ້ອອກໃບຢັ້ງຢືນດຳເນີນກິດຂະການໂຮງງານແລ້ວ ສຳລັບໂຮງງານຂະໜາດໃຫຍ່ ຕ້ອງຈ້ຳກາຂອງກົມໃສ່ເອກະສານທັງໝົດ ແລະ ສຳເນົາໄວ້ກົມອຸດສາຫະກຳ ແລະ ຫັດຖະກຳ 1 ຊຸດ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ 1 ຊຸດ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ,​ ນະຄອນ 1 ຊຸດ ແລະ ໂຮງງານ 1 ຊຸດ ເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາ ຕາມລະບຽບກົດໝາຍ.

 

ຄ່າທໍານຽມ

1        ໃຊ້ຄົນງານແຕ່ 10-25 ຄົນ ຫຼື ໃຊ້ເຄື່ອງຈັກຕໍ່າກວ່າ 10 ແຮງມ້າ ກີບ/ຄັ້ງ          20.000

2        ໃຊ້ຄົນງານແຕ່ 26 ຄົນຂຶ້ນໄປ ຫຼື ໃຊ້ເຄື່ອງຈັກຕໍ່າກວ່າ 10 ແຮງມ້າ ກີບ/ຄັ້ງ       33.000

3        ໃຊ້ເຄື່ອງຈັກແຕ່ 10 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 20 ແຮງມ້າ ກີບ/ຄັ້ງ                40.000

4        ໃຊ້ເຄື່ອງຈັກແຕ່ 20 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 50 ແຮງມ້າ ກີບ/ຄັ້ງ                65.000

5        ໃຊ້ເຄື່ອງຈັກແຕ່ 50 ແຮງມ້າຂຶ້ນໄປ ແຕ່ບໍ່ເຖີງ 100 ແຮງມ້າ ກີບ/ຄັ້ງ              130.000

6        ໃຊ້ເຄື່ອງຈັກແຕ່ 100 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 200 ແຮງມ້າ ກີບ/ຄັ້ງ            190.000

7        ໃຊ້ເຄື່ອງຈັກແຕ່ 200 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 300 ແຮງມ້າ ກີບ/ຄັ້ງ            260.000

8        ໃຊ້ເຄື່ອງຈັກແຕ່ 300 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 400 ແຮງມ້າ ກີບ/ຄັ້ງ            320.000

9        ໃຊ້ເຄື່ອງຈັກແຕ່ 400 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 600 ແຮງມ້າ ກີບ/ຄັ້ງ            450.000

10      ໃຊ້ເຄື່ອງຈັກແຕ່ 600 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 800 ແຮງມ້າ ກີບ/ຄັ້ງ            650.000

11      ໃຊ້ເຄື່ອງຈັກແຕ່ 800 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 1,000 ແຮງມ້າ ກີບ/ຄັ້ງ          970.000

12      ໃຊ້ເຄື່ອງຈັກແຕ່ 1,000 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 2,000 ແຮງມ້າ ກີບ/ຄັ້ງ       1.250.000

13      ໃຊ້ເຄື່ອງຈັກແຕ່ 2,000 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 3,000 ແຮງມ້າ ກີບ/ຄັ້ງ       1.500.000

14      ໃຊ້ເຄື່ອງຈັກແຕ່ 3,000 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 4,000 ແຮງມ້າ ກີບ/ຄັ້ງ       1.750.000

15      ໃຊ້ເຄື່ອງຈັກແຕ່ 4,000 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 5,000 ແຮງມ້າ ກີບ/ຄັ້ງ       2.000.000

16      ໃຊ້ເຄື່ອງຈັກແຕ່ 5,000 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 6,000 ແຮງມ້າ ກີບ/ຄັ້ງ       2.200.000

17      ໃຊ້ເຄື່ອງຈັກແຕ່ 6,000 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 7,000 ແຮງມ້າ ກີບ/ຄັ້ງ       2.400.000

18      ໃຊ້ເຄື່ອງຈັກແຕ່ 7,000 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 8,000 ແຮງມ້າ ກີບ/ຄັ້ງ       2.600.000

19      ໃຊ້ເຄື່ອງຈັກແຕ່ 8,000 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 9,000 ແຮງມ້າ ກີບ/ຄັ້ງ       2.800.000

20      ໃຊ້ເຄື່ອງຈັກແຕ່ 9,000 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 10,000 ແຮງມ້າ ກີບ/ຄັ້ງ     3.000.000

21      ໃຊ້ເຄື່ອງຈັກແຕ່ 10,000 ແຮງມ້າຂຶ້ນໄປ ກີບ/ຄັ້ງ                                  3.200.000

 

ຂໍ້ມູນເພີ່ມເຕີບພົວພັນ ພະແນກ ຄຸ້ມຄອງໂຮງງານ, ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ. ໂທ: 021 453493; ແຟັກ: 021 452425

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.