ສາທາລະນະ​ລັດ  ປະຊາທິປະ​ໄຕ  ປະຊາຊົນ​ລາວ
ສັນຕິພາບ
​ເອກະລາດ ປະຊາທິປະ​ໄຕ ​ເອກະ​ພາບ ວັດທະນະ​ຖາວອນ

ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ      ເລກທີ 0144/ອຄ.ກຂອ
ນະ​ຄອນຫຼວງວຽງ​ຈັນ, ວັນ​ທີ 26 ກຸມພາ 2021        

ຂໍ້​ຕົກລົງ

​ວ່າດ້ວຍ ທຸລະ​ກິດ​ການນໍາ​ເຂົ້າ ​ແລະ ສົ່ງ​ອອກວັດຖຸ​ມີ​ຄ່າ

  • ​ອີງ​ຕາມ ​ກົດ​ໝາຍວ່າ​ດ້ວຍການ​ຕ້ານ ສະ​ກັດ​ກັ້ນ​ ການ​ຟອກ​ເງິນ ແລະ ການ​ສະ​ໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ ສະ​ບັບເລກ​ທີ 50/ສ​ພ​ຊ, ລົງ​ວັນ​ທີ 21 ກໍ​ລະ​ກົດ 2014;
  • ອີງຕາມ ລັດຖະບັນຍັດວ່າ​ດ້ວຍ​ການ​ຄຸ້ມ​ຄອງເງິ​ນ​ຕາ​ຕ່າງ​ປະ​ເທດ ແລະ ວັດ​ຖຸ​ມີ​ຄ່າ ສະບັບເລກທີ 01/ປ​ປ​ທ, ລົງວັນ​ທີ 17 ມີ​ນາ 2008;
  • ອີງ​ຕາມ ​ດໍາລັດ​ວ່າ​ດ້ວຍການ​ນໍາ​ເຂົ້າ ແລະ ການ​ສົ່ງ​ອອກສິນ​ຄ້າ ສະບັບ​ເລກທີ 114/ລບ, ລົງ​ວັນ​ທີ 06 ​ເມສາ 2011;
  • ອີງຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017;
  • ອີງຕາມ ໜັງສືສະເໜີຂອງກົມການນຳເຂົ້າ ແລະ ສົ່ງອອກ ສະບັບເລກທີ 0695/ກຂອ.ສລ, ລົງວັນທີ 23 ກຸມພາ 2021.

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້​ຕົກລົງສະບັບນີ້ ກຳນົດ​​ ຫຼັກການ, ລະບຽບ​ການ ແລະ ມາດ​ຕະ​ການ ກ່ຽວກັບ ການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການເຄື່ອນໄຫວຂອງທຸລະກິດການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ ວັດຖຸ​ມີຄ່າ ເພື່ອເຮັດໃຫ້ທຸລະກິດດັ່ງກ່າວ ດໍາເນີນຢ່າງຖືກຕ້ອງ, ສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງ ສປປ ລາວ ພ້ອມດ້ວຍລະບຽບຫຼັກການຂອງພາກພື້ນ ແລະ ສາ​ກົນ ແນໃສ່ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍ​ດ ຂອງ​ຜູ້​ດໍາເນີນທຸລະກິດ, ຜູ້ຊົມໃຊ້ ແລະ ຜົນ​ປະ​ໂຫຍ​ດຂອງ​ລັດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2 ທຸລະກິດການນຳ​ເຂົ້າ ​ແລະ ສົ່ງ​ອອກວັດຖຸ​​ມີຄ່າ

ທຸລະກິດການນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ ແມ່ນ ທຸລະກິດກ່ຽວກັບການຊື້-ຂາຍວັດຖຸມີຄ່າ ໂດຍຊື້ ຈາກຕ່າງປະເທດເຂົ້າມາ ຂາຍຍົກ-ຂາຍຍ່ອຍ ຢູ່​ພາຍ​ໃນ ສປປ ລາວ ຫຼື ຊື້ຈາກຜູ້ຜະລິດ ​ຢູ່ ສປປ ລາວ ເພື່ອສົ່ງອອກໄປຂາຍຢູ່ຕ່າງປະເທດ​.

ມາດຕາ 3 ການອະທິບາຍ​ຄຳ​ສັບ

ຄຳ​ສັບ​ທີ່​ນຳ​ໃຊ້​ໃນ​ຂໍ້​ຕົກລົງ​ສະບັບ​ນີ້ ມີ​ຄວາມ​ໝາຍ​ດັ່ງ​ນີ້:

  1. ວັດຖຸມີຄ່າ ໝາຍເຖິງ ວັດ​ຖຸ ແລະ ສິ່ງ​ຂອງ​​ທີ່ມີຄ່າ ເຊັ່​ນ: ເງິນ ແລະ ຄໍາ ທີ່ເປັນຮູບປະພັນ, ເພັດ, ໄຂ່​ມຸກ, ແກ້ວ​ປະ​ເສີດ, ຄຳ​ຂາວ ແລະ ເຄື່ອງ​ອື່ນໆ ​ທີ່​ເຮັດ​ດ້ວຍ​ໂລ​ຫ​ະ​ປະ​ເສີດ ​ຕາມ​ລະ​ຫັດອັດຕາພາສີ​​ (HS Code) 7102, 7103, 7104, 7110, 7111, 7113, 7114, 7115 ແລະ 7116 ​ຍົກ​ເວັ້ນ ​ຄຳແທ່ງ, ຄຳເມັດ, ເງິນແທ່ງ ແລະ ເງິນເມັດ ທີ່ບໍ່​ເປັນ​ຮູບ​ປະ​ພັນ ທີ່​ ທະ​ນາ​ຄານ​ແ​ຫ່ງ ສ​ປ​ປ ລາວ​ ຄຸ້ມ​ຄອງ ແລະ ຜະ​ລິດ​ຕະ​ພັນຈາກ​ແຮ່​ທາດ ​ທີ່​ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ​ຄຸ້ມ​ຄອງ;
  2. ໃບອະນຸຍາດດຳເນີນທຸລະກິດ ໝາຍເຖິງ ໃບອະນຸຍາດດຳເນີນທຸລະກິດການນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ ຊຶ່ງເປັນເອກະສານຢັ້ງຢືນສິດ ແລະ ພັນທະໃນການດຳ​ເນີນທຸລະກິດນຳເຂົ້າວັດຖຸມີຄ່າເພື່ອ​ຈຳ​ໜ່າຍ​ພາຍ​ໃນ ແລະ ສົ່ງອອກວັດຖຸມີຄ່າ;
  3. ຜູ້ຮັບຜົນປະໂຫຍດທີ່ແທ້ຈິງ ໝາຍເຖິງ ບຸກຄົນຜູ້ເປັນເຈົ້າຂອງຜົນປະໂຫຍດສຸດທ້າຍທີ່ແທ້ຈິງ ຈາກການເຄື່ອນໄຫວທຸລະກິດ, ກິດຈະກຳ ຫຼື ທຸລະກຳໃດໜຶ່ງ ລວມທັງຜູ້ມີອຳນາດໃນການຄວບຄຸມນິຕິບຸກຄົນ.

ມາດ​ຕາ 4 ຂອບ​ເຂດ​ການ​ນຳ​​ໃຊ້

ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳ​ລັບ ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່​ເຄື່ອນໄຫວ ກ່ຽວກັບທຸລະກິດການນຳເຂົ້າ ແລະ ສົ່ງອອກ ວັດຖຸມີຄ່າ. ສຳລັບທຸລະກິດການຊື້-ຂາຍວັດຖຸມີຄ່າພາຍໃນປະ ເທດ ແມ່ນຈະມີລະບຽບການຄຸ້ມຄອງຕ່າງຫາກ.

ໝວດ​ທີ 2
​ການດຳເນີນທຸລະກິດການນໍາ​ເຂົ້າ​
ແລະ ສົ່ງ​ອອກວັດຖຸ​ມີຄ່າ

ມາດຕາ 5 ເງື່ອນໄຂການດຳເນີນທຸລະກິດ ການນໍາ​ເຂົ້າ​ ແລະ ສົ່ງ​ອອກວັດຖຸ​ມີຄ່າ

             ການດຳ​ເນີນ​ທຸ​ລະ​ກິດການນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ​ ​ຕ້ອງ​ມີ​ເງື່ອນ​ໄຂ​ ດັ່ງ​​ນີ້:

  1. ເປັນນິຕິບຸກຄົນທີ່ຂຶ້ນ​ທະ​ບຽນ​ວິ​ສາ​ຫະ​ກິດ ຖືກຕ້ອງຕາມກົດໝາຍວ່າດ້ວຍວິສາຫະກິດ;
  2. ມີໃບອະນຸຍາດດຳເນີນທຸລະກິດການນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ;
  3. ມີທຶນສະໜອງແກ່ການດໍາເນີນທຸລະກິດ ໂດຍມີແຫຼ່ງທີ່ມາຢ່າງຈະແຈ້ງ ແລະ ຕ້ອງມີເງິນຝາກຢູ່ໃນບັນຊີຂອງຫົວໜ່ວຍທຸລະກິດ ຢ່າງໜ້ອຍ 30% ຂອງທຶນຈົດທະບຽນ;
  4. ຜູ້ດໍາເນີນທຸລະກິດ ແລະ ຂາຮຸ້ນ ຕ້ອງມີປະ​ຫວັດ​ຈະ​ແຈ້ງ ບໍ່ເຄີຍຖືກສານຕັດສິນລົງໂທດກ່ຽວກັບ​ການ​ກະ​ທຳ​ຜິດ​ຕົ້ນ​ ຕ​າມ​ທີ່​ກຳ​ນົດ​ໄວ້​ໃນ​ມາດ​ຕາ 8 ຂອງ​ກົດ​ໝາຍວ່າ​ດ້ວຍ​ການ​ຕ້ານ ສະ​ກັດ​ກັ້ນ​ການ​ຟອກ​ເງິນ ແລະ ສະ​ໜອງ​ທຶນ​ໃຫ້​ແກ່​ການກໍ່​ການ​ຮ້າຍ.

ມາດຕາ 6  ການປະກອບເອ​ກະ​ສານ​ເພື່ອຂໍ​ໃບອະ​ນຸ​ຍາດ​ດຳເນີນທຸ​ລ​ະ​ກິດ

ການສະເໜີຂໍ​ໃບອະ​ນຸ​ຍາດ​ດຳເນີນທຸ​ລ​ະ​ກິດການນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ ແມ່ນໃຫ້ປະ​ກອບ​ເອກະສານ ສະເໜີ​ຕໍ່ກົມການນໍາເຂົ້າ ແລະ ສົ່ງອອກ ດັ່ງນີ້:

  1. ໃບຄຳຮ້ອງຕາມແບບພິມ ທີ່ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
  2. ສໍາເນົາໃບທະບຽນວິສາຫະກິດ ແລະ ສໍາເນົາຊຸດຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ;
  3. ເອກະສານລາຍງານການເຄື່ອນໄຫວບັນຊີທາງການເງິນ ຂອງຜູ້ດຳເນີນທຸລະກິດ ແລະ ຂາຮຸ້ນ ໄລຍະ ເກົ້າສິບ ວັນ ຢ້ອນຫຼັງ ຈາກທະນາຄານທຸລະກິດ ແລະ ໜັງສືຢັ້ງຢືນການເງິນຢູ່ທະນາຄານ ທີ່ສ້າງຕັ້ງຢູ່ ສປປ ລາວ.
  4. ໃບແຈ້ງໂທດຂອງຜູ້ດຳເນີນທຸລະກິດ ແລະ ຂາຮຸ້ນ ຕາມເງື່ອນໄຂທີ່ກຳນົດໃນຂໍ້ 4 ມາດຕາ 5 ຂອງຂໍ້ຕົກລົງສະບັບນີ້.

ມາດຕາ 7 ການພິຈາລະນາອອກໃບອະນຸຍາດດຳເນີນທຸລະກິດ

ພາຍຫຼັງ​ທີ່ໄດ້​ຮັບ​ເອ​ກະ​ສານ​ຄົບຖ້ວນ ແລະ ຖືກຕ້ອງ ຕາມທີ່ກຳນົດໄວ້ໃນມາດຕາ 6 ຂອງຂໍ້ຕົກລົງສະບັບນີ້, ​ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ  ຕ້ອງພິຈາລະນາອອກ​ໃບອະ​ນຸຍ​າດ​ດຳ​ເນີນ​ທຸ​ລະ​ກິດ ພາຍໃນ ສາມ ​ວັນ ລັດຖະການ ນັບແຕ່ວັນໄດ້ຮັບເອກະສານ.

ໃນກໍລະນີເອກະສານບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ ແມ່ນໃຫ້ແຈ້ງຜູ້ສະເໜີທັນທີ ເພື່ອນໍາໄປປັບປຸງແກ້ໄຂ.

ໃນກໍລະນີບໍ່​ສາ​ມາດ​ອອກໃບອະ​ນຸຍ​າດ​ດັ່ງ​ກ່າວ ​ຕ້ອງແຈ້ງເຫດ​ຜົນເປັນລາຍລັກອັກສອນພາຍໃນ ​ສອງ ວັນ ລັດຖະການ ນັບແຕ່ວັນໄດ້ຮັບເອກະສານ.

ມາດຕາ 8 ອາຍຸ, ການຕໍ່ອາຍຸ ແລະ ການດັດແກ້​​ເນື້ອ​ໃນ ​ໃບອະນຸຍາດດໍາເນີນທຸລະກິດ

ໃບອະນຸຍາດດຳເນີນທຸລະກິດການນໍາເຂົ້າ ແລະ ສົ່ງອອກວັດຖຸມີຄ່າ ມີ​ອາ​ຍຸ​ການ​ນຳ​ໃຊ້ ຫ້າ ປີ ແລະ ສາມາດ​ຕໍ່​ໄດ້ ໂດຍປະກອບເອກະສານສະເໜີຂໍຕໍ່ອາຍຸ ກ່ອນວັນໝົດອາຍຸ ສາມສິບ ວັນ.

ການຕໍ່ອາຍຸ ແລະ ການດັດແກ້ເນື້ອໃນ ໃບອະນຸຍາດດຳເນີນທຸລະກິດ ໃຫ້ປະ​ກອບເອກະສານ ສະເໜີຕໍ່​ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ ດັ່ງ​ນີ້:

  1. ຄຳຮ້ອງຕາມແບບພິມ ທີ່ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
  2. ໃບ​ອະ​ນຸ​ຍາ​ດ​ດຳ​ເນີນ​ທຸ​ລະ​ກິດການນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ ສະ​ບັບຕົ້ນ.​

ມາດຕາ 9 ການຍົກເລີກ ຫຼື ລົບລ້າງໃບອະນຸຍາດດໍາເນີນທຸລະກິດ

ໃບ​ອະ​ນຸ​ຍາດດໍາເນີນທຸລະກິດການນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ ຈະຖືກຍົກເລີກ ຫຼື ລົບລ້າງ​ ໃນ​ກໍ ລະນີ ​ດັ່ງນີ້:

  1. ຜູ້ດໍາເນີນທຸລະກິດບໍ່ປະຕິບັດ​ພັນ​ທະຕາມທີ່​ກຳ​ນົດ​ໄວ້​ໃນມາດຕາ 12 ຂອງຂໍ້ຕົກລົງສະບັບນີ້;
  2. ຜູ້ດຳເນີນທຸລະກິດສະ​ເໜີ​ຢຸດ​ເຊົາການດຳ​ເນີນ​ທຸ​ລະ​ກິດດ້ວຍຄວາມສະໝັກໃຈ;
  3. ມີ​ຄຳ​ຕັດ​ສິນ​ຈາກ​ສານ​ປະ​ຊາ​ຊົນ ໃຫ້​ລົ້ມ​ລະ​ລາຍ ຫຼື ໃຫ້ຢຸດເຊົາການດຳເນີນທຸລະກິດ ຕາມລະບຽບ ກົດໝາຍ.

ມາດຕາ 10  ການນໍາເຂົ້າ ແລະ ສົ່ງອອກວັດຖຸມີຄ່າ

ພາຍຫຼັງໄດ້ຮັບໃບອະນຸຍາດດໍາເນີນທຸລະກິດການນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າແລ້ວ, ຜູ້ດຳເນີນທຸລະກິດສາມາດນໍາເຂົ້າ ແລະ ສົ່ງອອກວັດຖຸມີຄ່າ ໂດຍດຳເນີນການປະກອບເອກະສານຕາມລະບຽບການ, ຂັ້ນຕອນການແຈ້ງພາສີຢູ່ດ່ານໄດ້ເລີຍ.

ໝວດ​ທີ 3
ສິດ ​ແລະ ພັນທະ​ຂອງຜູ້ດຳເນີນທຸ
ລະກິດການນຳເຂົ້າ ແລະ ສົ່ງອອກວັດຖຸມີ​ຄ່າ

ມາດຕາ 11 ​ສິດຂອງຜູ້ດຳເນີນທຸລະກິດ ການນຳເຂົ້າ ແລະ ສົ່ງອອກ ວັຖຸມີຄ່າ

ຜູ້ທີ່ໄດ້ຮັບອະນຸຍາດດຳ​ເນີນ​ທຸ​ລະ​ກິດການນໍາເຂົ້າ ແລະ ສົ່ງອອກວັດຖຸມີຄ່າ​ ມີສິດ ດັ່ງນີ້:

  1. ນຳ​ເຂົ້າວັດຖຸມີຄ່າເພື່ອຈໍາໜ່າຍ ແລະ ສົ່ງ​ອອກວັດ​ຖຸ​ມີ​ຄ່າ ​​ຕາມ​ທີ່​ລະ​ບຸ​ໄວ້​ໃນ​ໃບອະນຸຍາດດຳ​ເນີນ​ທຸ​ລະ​ກິດ;
  2. ສະເໜີຂໍຕໍ່, ດັດແກ້ຂໍ້ມູນ ຫຼື ຍົກ​ເລີກໃບອະນຸຍາດດຳ​ເນີນ​ທຸ​ລະ​ກິດ​;
  3. ​ໄດ້​ຮັບ​ສິດ​ອື່ນ​ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດໝາຍ ​ແລະ ລະບຽບການ​ ຂອງ ສປປ ລາວ.

ມາດຕາ 12 ພັນທະຂອງຜູ້ດຳເນີນທຸລະກິດການນຳເຂົ້າ ແລະ ສົ່ງອອກ

               ຜູ້ທີ່ໄດ້ຮັບອະນຸຍາດດຳ​ເນີນ​ທຸ​ລະ​ກິດການນໍາເຂົ້າ ແລະ ສົ່ງອອກວັດຖຸມີຄ່າ​ ມີ​ພັນທະ ​ດັ່ງ​ນີ້:

  1. ແຈ້ງເສຍພາສີ-ອາກອນ ​ແລະ ພັນທະ​ອື່ນ ຕາມ​ກົດໝາຍ ​ແລະ ລະບຽບການ​ຂອງ ສປປ ລາວ;
  2. ສະໜອງແຜນດຳເນີນທຸລະກິດປະຈຳປີ ​ພາຍໃນ ເກົ້າສິບ ວັນ ນັບແຕ່ວັນທີອອກ​ໃບ​ອະ​ນຸ​ຍາດ​ດຳ​ເນີນ​ທຸ​ລະ​ກິດ ຕາມແບບພິມທີ່ ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
  3. ສ້າງຂໍ້ກຳນົດພາຍໃນ ກ່ຽວກັບ ການຕ້ານ ສະກັດ​ກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ;
  4. ສະຫຼຸບ ແລະ ລາຍ​ງານ ສະຖິຕິການ​ນຳ​ເຂົ້າ​ ແລະ ສົ່ງ​ອອກຕົວ​ຈິງ ສົ່ງໃຫ້ ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ. ບົດສະຫຼຸບປະຈໍາຫົກເດືອນ ແມ່ນໃຫ້ສົ່ງກ່ອນວັນທີ ສາມສິບ ພຶດສະພາ, ສ່ວນບົດສະຫຼຸບປະຈໍາປີແມ່ນໃຫ້ສົ່ງກ່ອນວັນທີ ສາມສິບ ທັນວາ ຂອງທຸກໆປີ. ກົມການນໍາເຂົ້າ ແລະ ສົ່ງອອກ ຈະສ້າງແບບຟອມ ໃຫ້ບັນດາຫົວໜ່ວຍທຸລະກິດນໍາເຂົ້າ ແລະ ສົ່ງອອກວັດຖຸມີຄ່າ ສັງລວມ ແລະ ລາຍງານເປັນເອກະພາບໃນຂອບເຂດທົ່ວປະເທດ.
  5. ເກັບ​ຮັກ​ສາ​ສຳ​ນວນ​ເອ​ກະ​ສານຄົບຊຸດ ກ່ຽວກັບ ການອະນຸຍາດດຳເນີນທຸລະກິດ ແລະ ການ​ນຳ​ເຂົ້າ ແລະ ສົ່ງ​ອອກ​ຕົວ​ຈິງ ເຊັ່ນ: ຄຳຮ້ອງ, ໃບທະບຽນວິສາຫະກິດ, ເອກະສານລາຍງານການເຄື່ອນໄຫວບັນຊີທາງການເງິນ, ສັນຍາຊື້-ຂາຍ ກັບ ຜູ້ຊື້ ຫຼື ຜູ້ຂາຍ ໃນກໍລະນີນຳເຂົ້າ ຫຼື ສົ່ງອອກເພື່ອຈໍາໜ່າຍ, ໃບສັ່ງສ້ອມແປງ ຈາກລູກຄ້າ ໃນກໍລະນີນຳເຂົ້າ ຫຼື ສົ່ງອອກເພື່ອສ້ອມແປງ, ເອກະສານເຊີນເຂົ້າຮ່ວມງານວາງສະແດງ ຫຼື ເອກະສານທີ່ກ່ຽວຂ້ອງ ໃນກໍລະນີນຳເຂົ້າ ຫຼື ສົ່ງອອກເພື່ອເຂົ້າຮ່ວມງານວາງສະແດງ ແລະ ເອ​ກະ​ສານ​ອື່ນໆ​ທີ່​ກ່ຽວ​ຂ້ອງ ໃນ​ໄລ​ຍະເວລາ ຫ້າ ປີ;
  6. ເກັບ​ກຳສັງລວມ ແລະ ສະໜອງ​ຂໍ້​ມູນ​ລະ​ອຽດຂອງ​ລູກ​ຄ້າຕົນ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ​ ແລະ ການເຮັດ​ທຸ​ລະ​ກຳຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ກົດ​ໝາຍວ່າ​ດ້ວຍ​ການ​ຕ້ານ ສະ​ກັດ​ກັ້ນ​ການ​ຟອກ​ເງິນ ແລະ ການ​ສະ​ໜອງ​ທຶນ​ໃຫ້​ແກ່​ການກໍ່​ການ​ຮ້າຍ ໃຫ້ກົມການນຳເຂົ້າ ແລະ ສົ່ງອອກ ເປັນລາຍເດືອນ, ສາມເດືອນ, ຫົກເດືອນ ແລະ ປີ ຢ່າງເປັນປົກກະຕິ;
  7. ແຈ້ງ​ໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ ແລະ ຂະແໜງການທີ່ກ່ຽວຂ້ອງອື່ນ ຊາບກ່ອນລ່ວງໜ້າ ສິບຫ້າ ວັນ ລັດ​ຖະ​ການ ໃນກໍລະນີທີ່ມີການປ່ຽນແປງຂໍ້ມູນຂອງຜູ້ດຳເນີນທຸລະກິດ ແລະ ຂາຮຸ້ນ ລວມທັງຜູ້ຮັບຜົນປະໂຫຍດທີ່ແທ້ຈິງ, ມີການໂຈະ ຫຼື ຍົກເລີກກິດຈະການ;
  8. ໃຫ້​ການ​ຮ່ວ​ມ​ມື​ໃນ​ການ​ຕິດ​ຕາມກວດ​ກາ ແລະ ສະ​ໜອງ​ຂໍ້​ມູນ ໃຫ້ກົມການນຳເຂົ້າ ແລະ ສົ່ງອອກ ແລະ ຂະແໜງການທີ່ກ່ຽວຂ້ອງອື່ນ ຕາມການສະເໜີ ແລະ ຢ່າງບໍ່ມີເງື່ອນໄຂ;
  9. ປະຕິບັດພັນທະຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ພັນທະອື່ນ ຕາມກົດໝາຍ ແລະ ​ລະບຽບ​ການ​.

ໝວດ​ທີ 4
ການ​ຄຸ້ມ​ຄອງທຸລະກິດການນໍາເຂົ້າ ແລະ ສົ່ງອອກວັດຖຸມີຄ່າ

ມາດຕາ 13  ການ​ຄຸ້ມ​ຄອງທຸລະກິດການນຳເຂົ້າ ແລະ ສົ່ງອອກ ວັດຖຸມີຄ່າ

 ການຄຸ້ມຄອງທຸລະກິດການນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ ປະກອບມີ ສາມ ຂັ້ນ ດັ່ງນີ້:

  1. ຂັ້ນສູນກາງ ແມ່ນ ກົມການນຳເຂົ້າ ແລະ ສົ່ງອອກ;
  2. ຂັ້ນແຂວງ ແມ່ນ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ;
  3. ຂັ້ນເມືອງ ແມ່ນ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ.

​​​​​​​ມາດຕາ 14 ສິດ ​ແລະ ໜ້າ​ທີ່ ຂອງ​ກົມການນຳເຂົ້າ ແລະ ສົ່ງອອກ

ກົມການນຳເຂົ້າ ແລະ ສົ່ງອອກ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນ​ຄວ້າ​ສ້າງ ​ແລະ ປັບປຸງນິຕິ​ກຳ ກ່ຽວກັບການຄຸ້ມຄອງທຸລະກິດການນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ ​ເພື່ອ​ນໍາ​ສະ​ເໜີ​ຂັ້ນ​ເທິງ​ພິຈາລະນາ ໂດຍສ້າງ ແລະ ປັບປຸງໃຫ້ສອດຄ່ອງກັບສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ຫຼື ສະພາບການຂະຫຍາຍຕົວທາງເສດຖະກິດ ຂອງ ສປປ ລາວ;
  2. ເຜີຍແຜ່ແນະນຳ ຂໍ້ຕົກລົງສະບັບນີ້ ພ້ອມດ້ວຍກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ຂໍ້ມູນຂ່າວສານ ກ່ຽວກັບການນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ ໃຫ້ສັງຄົມຮັບຊາບຢ່າງທົ່ວເຖິງໃນຂອບເຂດທົ່ວປະເທດ;
  3. ກວດກາຄວາມຖືກຕ້ອງ ແລະ ເກັບ​​​ຮັກ​ສາສຳ​ນວນເອ​ກະ​ສານຂອງ​ທຸ​ລະ​ກິດການນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ ໃນ​ໄລ​ຍະ ຫ້າ ປີ ພ້ອມທັງ ກວດກາທຸກການປ່ຽນແປງ ທີ່ທຸລະກິດນຳເຂົ້າ ແລະ ສົ່ງອອກ ໄດ້ແຈ້ງ ເພື່ອຮັບປະກັນຄວາມຖືກຕ້ອງຄົບຖ້ວນຕາມລະບຽບການກຳນົດ;
  4. ຄົ້ນຄວ້າພິຈາລະນາ ​​ອອກ​, ໂຈະ, ຖອນ, ລົບລ້າງ, ອອກຄືນໃໝ່​ ໃບອະນຸຍາດດຳເນີນທຸລະກິດນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ;
  5. ປະສານສົມທົບກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງ, ຕິດຕາມ  ການເຄື່ອນ ໄຫວຂອງຫົວໜ່ວຍທຸລະກິດການນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ ໃນຂອບເຂດທົ່ວປະເທດ;
  6. ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງການເຄື່ອນໄຫວຂອງທຸລະກິດການນຳ

ເຂົ້າ ແລະ ສົ່ງອອກວັດຖຸມີຄ່າ ໃຫ້ຂັ້ນເທິງຮັບຊາບຢ່າງເປັນປົກກະຕິ;

  1. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 15  ສິດ ແລະ ໜ້າທີ່ຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ເຜີຍແຜ່ແນະນຳ ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ພ້ອມດ້ວຍນະໂຍບາຍ, ກົດໝາຍ ແລະ ລະ ບຽບການອື່ນທີ່ກ່ຽວຂ້ອງ, ຂໍ້ມູນຂ່າວສານກ່ຽວກັບການນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ ໃຫ້ສັງຄົມຮັບຊາບຢ່າງທົ່ວເຖິງໃນຂອບເຂດ ແຂວງ, ນະຄອນຫຼວງ ຂອງຕົນ;
  2. ຊຸກຍູ້ ແລະ ຕິດຕາມ ການເຄື່ອນໄຫວຂອງທຸລະກິດນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ ທີ່ສ້າງຕັ້ງຢູ່ແຂວງ, ນະຄອນຫຼວງ ໃນການປະຕິບັດພັນທະຂອງຕົນ ແລະ ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ; 
  3. ສະເໜີກົມການນຳເຂົ້າ ແລະ ສົ່ງອອກ ພິຈາລະນາ ສັ່ງໂຈະ ຫຼື ຖອນ ໃບອະນຸຍາດດຳເນີນທຸລະກິດ ໃນກໍລະນີຫົວໜ່ວຍທຸລະກິດນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ ທີ່ສ້າງຕັ້ງຢູ່ ແຂວງ, ນະຄອນຫຼວງ ຫາກບໍ່ປະຕິບັດຕາມສິດ ແລະ ພັນທະຂອງຕົນທີ່ກຳນົດໃນຂໍ້ຕົກລົງສະບັບນີ້ ຫຼື ລະເມີດຕໍ່ກົດໝາຍ ແລະ ລະບຽບ ການ ອື່ນທີ່ກ່ຽວຂ້ອງ;    
  4. ສະຫຼຸບ, ລາຍງານ ວຽກງານການຄຸ້ມຄອງການເຄື່ອນໄຫວຂອງທຸລະກິດການນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ ທີ່ສ້າງຕັ້ງຢູ່ ແຂວງ, ນະຄອນຫຼວງ ໃຫ້ກົມການນຳເຂົ້າ ແລະ ສົ່ງອອກ ຢ່າງເປັນປົກກະຕິ;  
  5. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ.

ມາດຕາ 16  ສິດ ແລະ ໜ້າທີ່ຂອງຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ

ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ເຜີຍແຜ່ແນະນຳ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ພ້ອມດ້ວຍນະໂຍບາຍ, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ ໃຫ້ສັງຄົມຮັບຊາບຢ່າງທົ່ວເຖິງ ໃນຂອບເຂດເມືອງ, ນະຄອນຂອງຕົນ;
  2. ຊຸກຍູ້ ແລະ ຕິດຕາມ ການເຄື່ອນໄຫວຂອງທຸລະກິດນຳເຂົ້າ ແລະ ສົ່ງອອກ ວັດຖຸມີຄ່າ ທີ່ສ້າງຕັ້ງຢູ່ ເມືອງ, ນະຄອນ ຂອງຕົນ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;   
  3. ສະຫຼຸບ, ລາຍງານ ວຽກງານການຄຸ້ມຄອງການເຄື່ອນໄຫວຂອງທຸລະກິດການນຳເຂົ້າ ແລະ ສົ່ງອອກວັດຖຸມີຄ່າ ທີ່ສ້າງຕັ້ງຢູ່ ເມືອງ, ນະຄອນ ໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ຂອງຕົນ ຢ່າງເປັນປົກກະຕິ.
  4. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ.

ໝວດທີ 5
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ  ມາດຕະການຕໍ່ຜູ້ລະເມີດ

ມາດຕາ 17 ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ​ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້​ຕົກລົງສະບັບນີ້ ຈະ  ໄດ້ຮັບການຍ້ອງຍໍຊົມເຊີຍ ຫຼື ນະໂຍບາຍອື່ນຕາມກົດໝາຍ ແລະ ລະບຽບການ.

ມາດຕາ 18 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດຂໍ້​ຕົກ​ລົງສະບັບນີ້ ຈະຖືກປະຕິບັດມາດຕະການກ່າວຕັກເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາ ຕາມ​ແຕ່​ລະກໍລະນີ ເບົາ ຫຼື ໜັກ.

ໝວດ​ທີ 6
ບົດ​ບັນຍັດ​ສຸດ​ທ້າຍ

ມາດຕາ 19 ການຈັດ​ຕັ້ງ​ປະ​ຕິ​ບັດ

ມອບ​ໃຫ້ ​ກົມ​ການ​ນຳ​ເຂົ້າ ແລະ ​ສົ່ງ​ອອກ ເປັນ​ເຈົ້າ​ການ​ປະສານ​ສົມ​ທົບ​ກັບ ພະແນກ​ອຸດສາຫະກໍາ ​ແລະ ກາ​ນຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ແລະ​ ​ພາກສ່ວນ​ກ່ຽວຂ້ອງ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ຂໍ້​ຕົກລົງ​ສະບັບ​ນີ້ຢ່າງເຂັ້ມງວດ ແລະ ໃຫ້ມີ​ປະສິດທິ​ຜົນສູງ.

ມາດຕາ 20  ຜົນ​ສັກສິດ 

ຂໍ້​ຕົກລົງ​ສະບັບ​ນີ້ ມີ​ຜົນ​ສັກສິດ ພາຍຫຼັງລົງ​ລາຍ​ເຊັນ​ ​ແລະ ພິມ​ລົງໃນ​​ຈົດໝາຍ​ເຫດ​ທາງ​ລັດຖະການ ສິບຫ້າ ວັນ.

ລັດຖະມົນຕີ​

ນ. ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 Decision on the Business of Importing and Exporting Precious objects, No. 0144/MOIC.DIMEX, dated 26 February 2021. PDF
2 ຂໍ້ຕົກລົງ ວ່າດ້ວຍ ທຸລະກິດການນໍາເຂົ້າ ແລະ ສົ່ງອອກວັດຖຸມີຄ່າ, ເລກທີ 0144/ອຄ.ກຂອ, ລົງວັນທີ 26 ກຸມພາ 2021. PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຂໍ້ຮຽກຮ້ອງໃຫ້ມີການຂໍອະນຸຍາດດໍາເນີນທຸລະກິດນໍາເຂົ້າ - ວັດຖຸມີຄ່າ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ອຸດສາຫະກຳ ແລະ ການຄ້າ ການນໍາເຂົ້າວັດຖຸມີຄ່າ, ຜູ້ນໍາເຂົ້າ ຕ້ອງໄດ້ຮັບອະນຸຍາດດໍາເນີນທຸລະກິດນໍາເຂົ້າ ຈາກກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ. ໃນການນໍາເຂົ້າຕົວຈິງ ແມ່ນສາມາດປະກອບເອກະສານຕາມລະບຽບການ ແລະ ຂັ້ນຕອນການແຈ້ງພາສີ ຢູ່ດ່ານໄດ້ເລີຍ. ຂໍ້ຕົກລົງ ວ່າດ້ວຍ ທຸລະກິດການນໍາເຂົ້າ ແລະ ສົ່ງອອກວັດຖຸມີຄ່າ, ເລກທີ 0144/ອຄ.ກຂອ, ລົງວັນທີ 26 ກຸມພາ 2021. 9999-12-31 ALL
2 ຂໍ້ຮຽກຮ້ອງໃຫ້ມີການຂໍອະນຸຍາດດໍາເນີນທຸລະກິດສົ່ງອອກ - ວັດຖຸມີຄ່າ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ອຸດສາຫະກຳ ແລະ ການຄ້າ ການສົ່ງອອກວັດຖຸມີຄ່າ, ຜູ້ສົ່ງອອກ ຕ້ອງໄດ້ຮັບອະນຸຍາດດໍາເນີນທຸລະກິດສົ່ງອອກ ຈາກກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ. ໃນການສົ່ງອອກຕົວຈິງ ແມ່ນສາມາດປະກອບເອກະສານຕາມລະບຽບການ ແລະ ຂັ້ນຕອນການແຈ້ງພາສີ ຢູ່ດ່ານໄດ້ເລີຍ. ຂໍ້ຕົກລົງ ວ່າດ້ວຍ ທຸລະກິດການນໍາເຂົ້າ ແລະ ສົ່ງອອກວັດຖຸມີຄ່າ, ເລກທີ 0144/ອຄ.ກຂອ, ລົງວັນທີ 26 ກຸມພາ 2021. 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.