ພາບປະກອບ

     

       ກົມພາສີ ສົ່ງເສີມໃຫ້ບັນດາຜູ້ປະກອບການທີ່ມີເງື່ອນໄຂ ແລະ ມີຄວາມພ້ອມ ສະໝັກເຂົ້າຮ່ວມແຜນງານຜູ້ປະກອບການມາດຕະຖານເອອີໂອ ຊຶ່ງເປັນໜຶ່ງໃນແຜນງານເພີ່ມທະວີການຮ່ວມມືລະຫວ່າງລັດຖະການພາສີ ແລະ ພາກທຸລະກິດ. ເປົ້າໝາຍຫຼັກແມ່ນການສອບຖາມກ່ຽວກັບການດໍາເນີນທຸລະກິດຂອງບໍລິສັດ ທີ່ໄດ້ແບ່ງອອກເປັນ 7 ພາກໃຫຍ່ ແລະ ລວມເອົາ 26 ຄໍາຖາມຍ່ອຍ ທີ່ຕິດພັນກັບ: ໂຄງປະກອບການຈັດຕັ້ງ ແລະ ການບໍລິຫານບຸກຄະລາກອນ, ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ, ການຄຸ້ມຄອງດ້ານການເງິນ, ການຄຸ້ມຄອງດ້ານບັນຊີ, ການນໍາໃຊ້ເຄື່ອງມືດ້ານ IT ແລະ ການສື່ສານ ແລະ ການປ້ອງກັນຄວາມປອດໄພໃນທຸລະກໍາການຄ້າ.

       ອີງຕາມ ຄໍາແນະນໍາ ວ່າດ້ວຍການຄຸ້ມຄອງຜູ້ປະກອບການມາດຕະຖານເອອີໂອ (Authorized Economic Operators), ເລກທີ 1159/ກງ, ລົງວັນທີ 18 ເມສາ 2019 ໄດ້ແນະນໍາກ່ຽວກັບ ສິດຂອງຜູ້ປະກອບການມາດຕະຖານເອອີໂອ ແມ່ນມີສິດສະເໜີໃຫ້ລັດຖະການພາສີອໍານວຍຄວາມສະດວກໃນການກວດປ່ອຍສິນຄ້າຂອງຕົນ ເປັນກໍລະນີພິເສດ ຄື:

1. ມີສິດສະເໜີໃຫ້ລັດຖະບານພາສີດໍາເນີນການກວດກາ ແລະ ຮັບຮອງເອກະສານແຈ້ງພາສີ ກ່ອນລ່ວງໜ້າສິນຄ້າຮອດດ່ານ 7 ວັນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 29 ຂອງກົດໝາຍວ່າດ້ວຍພາສີ;

2. ມີສິດສະເໜີໃຫ້ລັດຖະການພາສີ ເພື່ອດໍາເນີນການກວດກາສິນຄ້າຕົວຈີງຢູ່ສາງຂອງຕົນເອງ ເພື່ອຫຼຸດຜ່ອນການຄວບຄຸມກວດກາຢູ່ດ່ານພາສີຊາຍແດນ;

3. ມີສິດສະເໜີໃຫ້ລັດຖະການພາສີ ພິຈາລະນາໃຫ້ບໍລິການນອກໂມງລັດຖະການ ໃນກໍລະນີມີຄວາມຈໍາເປັນຮີບດ່ວນ;

4. ມີສິດສະເໜີໃຫ້ລັດຖະການພາສີປັບປຸງຂັ້ນຕອນ, ກົນໄກ ແລະ ວິທີການ ເພື່ອທະວີການອໍານວນຄວາມສະດວກທາງດ້ານການຄ້າ ໂດຍສອດຄ່ອງກັບກົດໝາຍ, ລະບຽບການຄ້າພາຍໃນ ແລະ ລະບຽບການສາກົນ.

 

ພາບປະກອບ

       

      ຂັ້ນຕອນການສະເໜີຂໍການຢັ້ງຢືນເປັນ ຜູ້ປະກອບການມາດຕະຖານເອອີໂອ ແມ່ນຜູ້ປະກອບການຕ້ອງປະຕິບັດດັ່ງນີ້:

1. ຕ້ອງປະເມີນຜົນຕົນເອງຕາມແບບຟອມທີ່ກົມພາສີກໍານົດ (ແບບຟອມດັ່ງກ່າວສາມາດດາວໂຫລດ ໄດ້ທີ່ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ຫຼື ເວັບໄຊຂອງກົມພາສີ. http://customs.gov.la/ 

2. ຍື່ນໜັງສືສະເໜີເຖິງຫົວໜ້າພາສີ ເພື່ອແຈ້ງເຈດຈໍານົງຂອງບໍລິສັດທີ່ມີຄວາມຕ້ອງການເປັນຜູ້ປະກອບການມາດຕະຖານເອອີໂອ ດ້ວຍຄວາມສະໝັກໃຈ ພ້ອມທັງຄັດຕິດບົດປະເມີນຜົນດ້ວຍຕົນເອງ ແລະ ເອກະສານທີ່ກ່ຽວຂ້ອງ.

 

       ການຮັກສາຂໍ້ມູນຄວາມລັບ: ທຸກຂໍ້ມູນການພົວພັນລະຫວ່າງລັດຖະການພາສີ ແລະ ຜູ້ປະກອບການມາດຕະຖານເອອີໂອ ຕ້ອງຖືກເກັບຮັກສາເປັນຄວາມລັບ. ຖ້າຜູ້ປະກອບການມາດຕະຖານເອອີໂອຕ້ອງການເຜີຍແຜ່ຂໍ້ມູນກ່ຽວກັບມາດຕະການ ຄວບຄຸມ ແລະ ການອະນຸມັດຂອງ ລັດຖະການພາສີ ຕ້ອງໄດ້ຈາກກົມພາສີເສຍກ່ອນ.

          ລາຍລະອຽດເພີ່ມເຕີບ ແລະ ສອບຖາມການຕື່ມແບບຟອມ ທ່ານສາມາດເຂົ້າມາປຶກສາໂດຍກົງໄດ້ທີ່ ພະແນກກວດສອບຄືນການແຈ້ງພາສີ, ກົມພາສີໃນໂມງລັດຖະການ ຫຼື ໂທສອບຖາມເພີ່ມເຕີມທີ່:

          ກົມພາສີ

        ພະແນກກວດສອບຄືນການແຈ້ງພາສີ

        ແຜນງານຜູ້ປະກອບການມາດຕະຖານ ເອອີໂອ

        ໂທລະສັບ: +856 021 454840

        ໂທລະສານ: +856 021 454841

        ອີເມລ໌: [email protected]

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.