ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

                            ກະຊວງໄປສະນີ,  ໂທລະຄົມມະນາຄົມ ແລະ ການສື່ສານ                                   

ເລກທີ: 330/ປທສ.

                                                            ນະຄອນຫຼວງວຽງຈັນ, ວັນທີ: 11 FEB 2015                                                                                         

                                                             

ຂໍ້ຕົກລົງ

ວ່າດ້ວຍການແບ່ງຂັ້ນຄຸ້ມຄອງ ການປະກອບການ ດ້ານເຕັກໂນໂລຊີສື່່ສານ ແລະ ຂໍ້ມູນຂ່າວສານ

 

- ອີງຕາມ ກົດໝາຍວ່າດ້ວຍການໂທລະຄົມມະນາຄົມ (ສະບັບປັບປຸງ) ເລກທີ 09/ສພຊ, ລົງວັນທີ 21 ທັນວາ 2011.

- ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 303/ນຍ, ລົງວັນທີ 26 ກັນຍາ 2011 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

 

ລັດຖະມົນວ່າການ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ອອກຂໍ້ຕົກລົງ:

 

ໝວດທີ 1

ບົດບັນຍັດທົ່ວໄປ

 

ມາດຕາ 1. ຈຸດປະສົງ

     ຂໍ້ຕົກລົງສະບັບນີ້ ກຳນົດຂອບເຂດຄວາມຮັບຜິດຊອບ ໃນການຄຸ້ມຄອງການປະກອບການດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ ລະຫວ່າງ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກັບ ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງ/ນະຄອນ, ເພື່ອຮັບປະກັນຄຸນນະພາບຂອງການບໍລິການ ໃຫ້ມີຄວາມວ່ອງໄວ ແລະ ປອດໄພ, ແນໃສ່ສົ່ງເສີມ ການນຳໃຊ້ເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານຢ່າງກ້ວາງຂວາງ ແລະ ທົ່ວເຖິງ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.

 

ມາດຕາ 2. ການແບ່ງຂັ້ນຄຸ້ມຄອງດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ.

      ການແບ່ງຂັ້ນຄຸ້ມຄອງການປະກອບການ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ ແມ່ນການກຳນົດຄວາມຮັບຜິດຊອບໃນການຄຸ້ມຄອງ ແລະ ການອອອະນຸຍາດ ການປະກອບການ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ ລະຫວ່າງ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກັບພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງ/ນະຄອນ.

ມາດຕາ 3. ການອະທິບາຍຄຳສັບ.

ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ການໃຫ້ບໍລິການອິນເຕີເນັດ ກາເຟ (Internet Cafe)  ໝາຍເຖິງການປະກອບການ ສະໜອງບໍລິການເຂົ້າເຖິງອິນເຕີເນັດ ແກ່ຜູ່ຊົມໃຂ້ທົ່ວໄປ ໃນຂອບເຂດ ຮ້ານ ຫຼື ສະຖານທີ່ໃດໜຶ່ງ ທີ່ມີການເຊື່ອມຕໍ່ສັນຍາອິນເຕີເນັດຈາກຜູ່ໃຫ້ບໍລິການເຊື່ອມຕໍ່ອີນເຕີເນັດ;
  2. ການໃຫ້ບໍລິການເຊື່ອມຕໍ່ອິນເຕີເນັດ (Internet Service Provider or ISP) ໝາຍເຖິງ ການສະໜອງບໍລິການເຊື່ອມຕໍ່ອິນເຕີເນັດໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງໂດຍມີຂອບເຂດພື້ນທີ່ໃຫ້ບໍລິການ ຕາມປະເພດທີ່ໄດ້ຮັບອະນຸຍາດ;
  3. ການໃຫ້ບໍລິການທາງອອກອິນເຕີເນັດ (International Internet Gateway or IIG)  ໝາຍເຖິງການບໍລິການ ເຊື່ອມຕໍ່ອິນເຕີເນັດພາຍໃນ ໄປຍັງເຄື່ອຂ່າຍອິນເຕີເນດສາກົນ;
  4. ສູນກາງເຊື່ອມຕໍ່ (National Internet Exchange or NIX) ໝາຍເຖິງ ການບໍລິການເປັນຈຸດເຊື່ອມຕໍ່ລະຫວ່າງ ຜູ້ໃຫ້ບໍລິການເຊື່ອມຕໍ່ອິນເຕີເນັດພາຍໃນປະເທດ;
  5. ສູນກາງ ຂໍ້ມູນ ຂ່າວສານ (Internet Data Center) ໝາຍເຖິງ ການໃຫ້ບໍລິການ ເຊົ່າພື້ນທີ່ຕິດຕັ້ງອຸປະກອນ, ເຊົ່າບ່ອນວາງເຄື່ອງເຊີເວີ, ເຊົ່າໃຊ້ເຊີເວີ, ເຊົ່າໃຊ້ຊອບແວ, ເຊົ່າໃຊ້ຖານຂໍ້ມູນ ແລະ ອື່ນໆ;
  6. ບໍລິການ ຄຣາວ (Cloud Service) ໝາຍເຖິງ ການສະໜອງບໍລິການທີ່ມີລັກສະນະນຳໃຊ້ຊັບພະຍາກອນຮ່ວມກັນ ໂດຍຜ່ານອິນເຕີເນັດ ເປັນຕົ້ນ ໂປຼແກຼມນຳໃຊ້ ແລະ ຖານຂໍ້ມູນ;
  7. ບໍລິການຂໍ້ມູນ ຂ່າວສານ ໃນຮູບແບບເອເລັກໂຕຣນິກ (Digital Contents) ໝາຍເຖິງການບໍລິການຂໍ້ມູນ ຂ່າວສານຕ່າງໆຜ່ານລະບົບອິນເຕີເນັດ;
  8. ການບໍລິການທີ່ປຶກສາ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ ໝາຍເຖິງ ການໃຫ້ບໍລິການເປັນທີ່ປຶກສາ, ຜູ້ຊ່ວຍວິເຄາະ, ສະເໜີແຜນເພື່ອຕອບໂຈດຄວາມຕ້ອງການ ລວມທັງຄົ້ນຄວ້າວິໄຈການຕະຫຼາດດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ;
  9. ການບໍລິການຝຶກອົບຮົມ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ ໝາຍເຖິງ ການໃຫ້ບໍລິການສອນໄລຍະສັ້ນ ແລະ ເປີດຝຶກອົບຮົມສະເພາະທາງ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ;
  10.  ການບໍລິການຄວາມປອດໄພ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ ໝາຍເຖິງການບໍລິການສະໜອງບຸກຄະລະກອນ, ອຸປະກອນ ແລະ ໂປຼແກຼມຕ່າງໆ ເພື່ອຄວາມປອດໄພ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ ເປັນຕົ້ນ ການອອກແບບ-ປັບປຸງ-ພັດທະນາ ຜະລິດຕະພັນຮັກສາຄວາມປອດໄພ, ການບຳລຸງຮັກສາ ແລະ ຮັບປະກັນຄວາມປອດໄພ, ການກວດສອບ ແລະ ການປະເມີນຄວາມປອດໄພ;
  11.  ການຜະລິດ; ປະກອບ ອຸປະກອນເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ ໝາຍເຖິງ ໂຮງງານ ແລະ ບໍລິສັດຕ່າງໆ ທີ່ຜະລິດ, ປະກອບອຸປະກອນຄົບຊຸດ ຫຼື ສະເພາະບາງຊິ້ນສ່ວນ ທີ່ກ່ຽວຂ້ອງກັບເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ ເປັນຕົ້ນ: ໂຮງງານຜະລິດຊິ້ນສ່ວນເອເລັກໂຕຮນິກ, ໂຮງງານປະກອນຊິ້ນສ່ວນເອເລັກໂຕຣນິກ ແລະ ອື່ນທີ່ກ່ຽວຂ້ອງ;
  12.  ການສ້າງ ແລະ ການບໍລິການ ຊອບແວ ໝາຍເຖິງ ການສ້າງ, ປັບປຸງ, ດັດແປງ, ແກ້ໄຂ ແລະ ຕິດຕັ້ງໂປຼແກຼມຕ່າງໆ ທີ່ນຳໃຊ້ໃນຄອມພິວເຕີ, ແທັບເລັດ ແລະ ມືຖື ເປັນຕົ້ນ: ສ້າງໂປຼແກຼມບໍລິການຫ້ອງການຜ່ານອິນເຕີເນດ, ໂປຼແກຼມການຄຸ້ມຄອງການຂາຍຜ່ານອິນເຕີເນດ, ໂປຼແກຼມໃຊ້ຜ່ານອິນເຕີເນດ ແລະ ໂທລະສັບມືຖື;
  13.  ການນຳເຂົ້າ ແລະ ການຈຳໜ່າຍ ໝາຍເຖິງ ການນຳເຂົ້າອຸປະກອນຮາດແວ ແລະ ຊອບແວ ຈາກຕ່າງປະເທດ, ຈຳໜ່າຍບັນດາຊອບແວ, ຮາດແວ ແລະ ອຸປະກອນເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານອື່ນໆ;
  14.  ການບໍລິການ ຕິດຕັ້ງ, ສ້ອມແປງ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ ໝາຍເຖິງ ການບໍລິການ ຕິດຕັ້ງ, ສ້ອມແປງ, ບຳລຸງຮັກສາ, ຮື້ຖອນ ແລະ ຍົກຍ້າຍອຸປະກອນດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານເປັນຕົ້ນ: ບໍລິສັດຮັບຕິດຕັ້ງລະບົບອິນເຕີເນດ, ຮັບສ້ອມແປງເຄື່ອງໃຊ້ອິນເຕີເນດ;
  15.  ການປະກອບການອື່ນ ໝາຍເຖິງ ການປະກອບການ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ ອື່ນໆທີ່ບໍ່ທັນໄດ້ລະບຸໄວ້ໃນລາຍການຂ້າງເທິງ ເປັນຕົ້ນ: ການບໍລິການ OTT, ບໍລິການທີ່ເກີດຂຶ້ນໃໝ່ ແລະ ອື່ນໆ.

 

ມາດຕາ 4. ຂອບເຂດການນໍາໃຊ້

           ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບ ອົງການຄຸ້ມຄອງ ການປະກອບການ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ ຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ແລະ ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ/ນະຄອນຫຼວງ.

 

ໝວດທີ 2

ການປະກອບການ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ

 

ມາດຕາ 5. ການປະກອບການ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ

      ການປະກອບການ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ ປະກອບມີ ດັ່ງນີ້:

  1. ການໃຫ້ບໍລິການອິນເຕີເນັດ ກາເຟ;

ກ. ການໃຫ້ບໍລິການອິນເຕີເນັດກາເຟ ປະເພດທີ 1: ແມ່ນ ການປະກອບການ ສະໜອງບໍລິການເຂົ້າເຖິງອິນເຕີເນັດສະເພາະ ເປັນຕົ້ນ ຮ້ານອິນເຕີເນັດ.

ຂ. ການໃຫ້ບໍລິການອິນເຕີເນັດກາເຟ ປະເພດທີ 2: ແມ່ນ ການສະໜອງບໍລິການເຂົ້າເຖິງອິນເຕີເນັດ ໃຫ້ແກ່ຜູ່ມາໃຊ້ບໍລິການທຸລະກິດອື່ນ ຂອງຕົນ ເປັນຕົ້ນ: ຮ້ານກິນດື່ມ, ສະຖານບັນເທິງ, ຮ້ານສັບພະສິນຄ້າ, ພັດທະຄານ, ອາພາດເມັ້ນ, ບ້ານພັກ, ໂຮງແຮມ, ໂຮງໝໍ, ສະຖານບັນການສຶກສາ ແລະ ສະຖານສາທາລະນະ ອື່ນໆ.

  1. ການໃຫ້ບໍລິການເຊື່ອມຕໍ່ອິນເຕີເນັດ;

ກ. ໃບອະນຸຍາດປະເພດ 1: ແມ່ນໃບອະນຸຍາດສຳລັບ ຜູ່ໃຫ້ບໍລິການເຊື່ອມຕໍ່ອິນເຕີີເນັດທີ່ມີເຄືອຂ່າຍເປັນຂອງຕົນເອງ, ສາມາດໃຫ້ບໍລິການໃນຂອບເຂດທົ່ວປະເທດ.

ຂ. ໃບອະນຸຍາດປະເພດ 2: ແມ່ນໃບອະນຸຍາດສຳລັບ ຜູ່ໃຫ້ບໍລິການເຊື່ອມຕໍ່ອິນເຕີເນັດທີ່ມີ ຫຼື ບໍ່ມີເຄືອຂ່າຍ ເປັນຂອງຕົນເອງ, ສາມາດໃຫ້ບໍລິການໃນຂອບເຂດ ແຂວງ/ນະຄອນ.

  1.  
  1. ການໃຫ້ບໍລິການທາງອອກອິນເຕີເນດ;
  2. ສູນກາງເຊື່ອມຕໍ່;​
  3. ສູນກາງຂໍ້ມູນຂ່າວສານ;
  4. ບໍລິການ ຄຣາວ;
  5. ບໍລິການຂໍ້ມູນ ຂ່າວສານ ໃນຮູບແບບເອເລັກໂຕຣນິກ;
  6. ບໍລິການທີ່ປຶກສາດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ;
  7. ບໍລິການຝຶກອົບຮົມ ທາງດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ;
  8. ບໍລິການຄວາມປອດໄພ ທາງດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ;
  9. ການຜະລິດ, ປະກອບ ອຸປະກອນເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ;

ກ. ຜະລິດອຸປະກອນ ແລະ ຊິ້ນສ່ວນ ເອເລັກໂຕຣນິກ.

ຂ. ປະກອບ ອຸປະກອນເອເລັກໂຕຣນິກ.

  1.  ການສ້າງ ແລະ ການບໍລິການ ຊອບແວ;
  2.  ການນຳເຂົ້າ ແລະ ການຈຳໜ່າຍ;
  3.  ການບໍລິການຕິດຕັ້ງ, ສ້ອມແປງ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ;
  4.  ການປະກອບການອື່ນໆ.

 

ໝວດທີ 3

ການແບ່ງຂັ້ນຄຸ້ມຄອງ ການປະກອບການດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ

 

ມາດຕາ 6. ການແບ່ງຂັ້ນຄຸ້ມຄອງ

     ໃນການຄຸ້ມຄອງ ການປະກອບການ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ ມອບໃຫ້ ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສູນກາງ ແລະ ທ້ອງຖິ່ນ ປະຕິບັດດັ່ງນີ້:

  • ສູນກາງ: ແມ່ນ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນຜູ່ຄຸ້ມຄອງ ການປະກອບການປະເພດນັ້ນ;
  • ທ່ອງຖິ່ນ: ແມ່ນ ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຂັ້ນທ່ອງຖິ່ນ ເປັນຜູ່ຄຸ້ມຄອງ ການປະກອບປະເພດນັ້ນ;
  • ຂໍທິດນຳ: ແມ່ນ ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຂັ້ນທ່ອງຖິ່ນ ເປັນຜູ່ຄຸ້ມຄອງ ໂດຍຕ້ອງໄດ້ຮັບການເຫັນດີ ຈາກ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

 

 

 

ຕາງຕະລາງແບ່ງຂັ້ນຄຸ້ມຄອງ

ລ/ດ

ລາຍການ

ສູນກາງ

ທ້ອງຖິ່ນ

ຂໍທິດນຳ

1

ການໃຫ້ບໍລິການອິນເຕີເນັດ ກາເຟ;

 

 

 

 

ກ. ການບໍລິການອິນເຕີເນັດກາເຟ ປະເພດ 1

 

+

 

 

ຂ. ການບໍລິການອິນເຕີເນັດກາເຟ ປະເພດ 2

 

+

 

2

ການໃຫ້ບໍລິການເຊື່ອມຕໍ່ອິນເຕີເນັດ (ISP);

 

 

 

 

ກ. ໃບອະນຸຍາດປະເພດ 1

+

 

 

 

ຂ. ໃບອະນຸຍາດປະເພດ 2

 

 

+

 

ຄ. ໃບອະນຸຍາດປະເພດ 3

 

+

 

3

ການບໍລິການທາງອິນເຕີເນດ (IIG)

+

 

 

4

ສູນການເຊື່ອມຕໍ່ (NIX);

+

 

 

5

 ສູນກາງຂໍ້ມູນ ຂ່າວສານ (Internet Data Centre);

+

 

 

6

ບໍລິການຄຣາວ (Cloud)

+

 

 

7

ບໍລິການຂໍ້ມູນຂ່າວສານ ໃນຮູບແບບເອເລັກໂຕຣນິກ (Digital contents)

 

 

+

8

ບໍລິການທີ່ປຶກສາ ທາງດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ;

 

 

+

9

ບໍລິການ ຝຶກອົບຮົມ ທາງດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ;

 

 

+

10

ບໍລິການຄວາມປອດໄພ ທາງດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ;

+

 

 

11

ການຜະລິດ, ປະກອບ ອຸປະກອນເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ;

 

 

+

 

ກ. ຜະລິດອຸປະກອນ ແລະ ຊິ້ນສ່ວນ ເອເລັກໂຕຣນິກ

 

 

+

 

ຂ. ປະກອບ ອຸປະກອນເອເລັກໂຕຣນິກ

 

 

+

12

ການສ້າງ ແລະ ການບໍລິການ ຊອບແວ;

 

 

+

13

ການນຳເຂົ້າ ແລະ ຈຳໜ່າຍ

 

 

+

14

ການບໍລິການຕິດຕັ້ງ, ສ້ອມແປງ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ;

 

 

+

15

ການປະກອບອື່ນໆ.

 

 

 

 

 

ໝວດທີ 4

ບົດບັນຍັດສຸດທ້າຍ

 

ມາດຕາ 7. ການຈັດຕັ້ງປະຕິບັດ

     ມອບໃຫ້ກົມເຕັກໂນໂລຊີຂໍ້ມູນ ຂ່າວສານ ແລະ ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງ/ນະຄອນຫຼວງ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ.

 

ມາດຕາ 8. ຜົນສັກສິດ

       ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ນັບແຕ່ວັນໄດ້ລົງລາຍເຊັນ ເປັນຕົ້ນໄປ.

 

                                        

ລັດຖະມົນຕີວ່າການ

ຫຽມ ພົມມະຈັນ

 

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍ ການແບ່ງຂັ້ນຄຸ້ມຄອງ ການປະກອບການ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນ ຂ່າວສານ ສະບັບເລກທີ 330/ປທສ, ລົງວັນທີ 11/02/2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.