ປະເດັນພຸ້ນເດັ່ນໂດຍສັງເຂບ

  • ການລະບາດຂອງພະຍາດ COVID-19 ໄດ້ເຮັດໃຫ້ການເຕີບໂຕທາງເສດຖະກິດຊ້າລົງ ກໍ່ຄືເສດຖະກິດຂອງລາວຕົກຢູ່ໃນສະພາວະຖົດຖອຍຄັ້ງ ທຳອິດ ນັບຕັ້ງແຕ່ການເກີດວິກິດທາງການເງິນອາຊີ (the Asian financial crisis) ໃນທ້າຍທົດສະວັດ 1990. ການຟື້ນຕົວຂອງເສດຖະກິດຄາດວ່າຈະດີຂື້ນຢ່າງເປັນລໍາດັບຈົນເຖິງລະດັບປານກາງ ພາຍຫຼັງປີ 2021.
  • ການເຕີບໂຕຂອງ GDP ຈະຫຼຸດລົງເຖິງ - 0.6 ສ່ວນຮ້ອຍໃນປີ 2020. ທຸກໆຂະແໜງການແມ່ນຖືກຜົນກະທົບທັັງທາງກົງ ແລະ ທາງອ້ອມ ບໍ່ວ່າຈະໜັກ ຫຼື ເບົາ ໂດຍສະເພາະ ຂະແໜງການບໍລິການ ແລະ ອຸດສາຫະກຳ ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ.
  • ການລະບາດໃນຄັ້ງນີ້ ໄດ້ສົ່ງຜົນກະທົບທາງລົບຢ່າງທີ່ສຸດຕໍ່ກັບ ການເດີນທາງ ແລະການທ່ອງທ່ຽວ ນັບແຕ່ເດືອນມັງກອນຫາເດືອນກັນຍາປີ 2020 ອັດຕາສ່ວນຂອງນັກທ່ອງທ່ຽວທັງໝົດທີ່ເຂົ້າມາ ສປປ ລາວ ແມ່ນຫລຸດລົງເຖິງ 74 ສ່ວນຮ້ອຍຕໍ່ປີ.
  • ອັດຕາເງິນເຟີຂອງສະກຸນເງິນກີບຍັງສູງ ແລະ ຊ່ອງຫວ່າງລະຫວ່າງອັດຕາແລກປ່ຽນເງິນຕາທີ່ໄດ້ກໍານົດຢ່າງເປັນທາງການນັ້ນ ແມ່ນແຕກຕ່າງກັນຫຼາຍ ຖ້າທຽບໃສ່ກັບອັດຕາແລກປ່ຽນເງິນຕາ ທີ່ຕະຫຼາດແລກປ່ຽນເງິນຕາຕ່າງປະເທດທົ່ວໄປ. ເຖິງແມ່ນວ່າອັດຕາເງິນເຟີໄດ້ຫຼຸດລົງເລັກນ້ອຍຈາກຈຸດສູງສຸດຂອງ 9.7 ສ່ວນຮ້ອຍ ໃນທ້າຍເດືອນກໍລະກົດປີ 2020 ພາຍຫຼັງທີ່ມີການຄວບຄຸມຢ່າງເຂັ້ມງວດແລ້ວກໍ່ຕາມ.
  • ໃນຄະນະດຽວກັນ, ອັດຕາເງິນເຟີ້ທົ່ວໄປແມ່ນສູງເຊັ່ນດຽວກັນ ເຊິ່ງສາເຫດແມ່ນເນື່ອງມາຈາກການຂື້ນລາຄາຂອງອາຫານ ແລະ ການຫຼຸດລົງຂອງຄ່າເງິນກີບ.
  • ລັດຖະບານປະເຊີນກັບສິ່ງທ້າທາຍດ້ານງົບປະມານທີ່ບໍ່ເຄີຍມີມາກ່ອນ. ການເກັບລາຍຮັບແຕ່ເດືອນມັງກອນຫາເດືອນພະຈິກປີ 2020 ບັນລຸໄດ້ພຽງ 77 ສ່ວນຮ້ອຍຂອງງົບປະມານປັງປຸບທັງໝົດ. ການຂາດດຸນງົບປະມານອາດຈະເພີ່ມຂື້ນເປັນ 7,6 ສ່ວນຮ້ອຍຂອງ GDP ໃນປີ 2020.
  • ການກໍ່ສ້າງທີ່ເປັນຄວາມສ່ຽງຕໍ່ການເພີ້ມໜີ້ສີນໃຫ້ແກ່ລັດຖະບານ ແລະ ຄວາມຫຍຸ້ງຍາກໃນການຈັດການແກ້ໄຂໜີ້ດັ່ງກ່າວ. ເຊິ່ງວ່າຫນີ້ສິນດັ່ງກ່າວນັ້ນຄາດຄະເນ່ຈະເພີ່ມຂື້ນເຖິງ 69 ສ່ວນຮ້ອຍຂອງ GDP ໃນປີ 2020 ແລະ ໃນປີດຽວກັນນັ້ນ ການຊໍລະໜີ້ສີນພາຍນອກຢູ່ທີ່ 1,2 ຕື້ໂດລາສະຫະລັດ.
  • ໃນສະພາບການທີ່ໜັກໜ່ວງນີ້, ການເຕີບໂຕໃນປີ 2021 ຄາດວ່າຈະຟື້ນຕົວມາເປັນ 4,9 ສ່ວນຮ້ອຍ ທີ່ເປັນການຂະຫຍາຍໃນລະດັບປານກາງ ໂດຍອີງໃສ່ການຟື້ນຟູຄືນຂອງການລົງທືນດ້ານພື້ນຖານໂຄງລ່າງ ຄຽງຄູ່ກັບປັບປຸງດ້ພັດທະນາດ້ານການບໍລິການ, ການສົ່ງອອກ ແລະ ການຊົມໃຊ້ຜະລິດຕະພັນພາຍໃນປະເທດ.

 

ການແຜ່ລະບາດຂອງພະຍາດ COVID-19 ແລະ ການປະກາດນໍາໃຊ້ມາດຕະການຄວບຄຸມຕ່າງໆ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງມວນມະນຸດຊາດ

  • ນັບແຕ່ເດືອນກໍລະກົດ ປີ 2020 ມີປະມານ 13 ສ່ວນຮ້ອຍຂອງຄົນງານທີ່ເຮັດວຽກກ່ອນເກີດໂລກລະບາດໄດ້ສູນເສຍວຽກເຮັດງານທຳຢ່າງກະທັນຫັນ ເຮັດໃຫ້ອັດຕາການຫວ່າງງານສູງກວ່າ 25 ສ່ວນຮ້ອຍ.
  • ການຂຶ້ນລາຄາຂອງອາຫານໄດ້ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານ ໂດຍສະເພາະຕໍ່ກຸ່ມຄົນທຸກຍາກທີ່ສຸດ. ໃນເດືອນມິຖຸນາເຖິງກໍລະກົດ ປີ 2020 ແມ່ນມີປະມານ 70 ສ່ວນຮ້ອຍຂອງຄົວເຮືອນທີ່ຖືກຜົນກະທົບຈາກການຂື້ນລາຄາສະບຽງອາຫານ ແລະ 37 ສ່ວນຮ້ອຍຂອງຄົວເຮືອນ ທີ່ຕ້ອງໄດ້ຫຼຸດປະລິມານການບໍລິໂພກອາຫານ.
  • ທຸລະກໍາທາງການໂອນເງິນໄດ້ຫຼຸດລົງ. ແຕ່ເດືອນມີນາເຖິງເດືອນກໍລະກົດປີ 2020 ແມ່ນມີພຽງ 58 ສ່ວນຮ້ອຍຂອງຄົວເຮືອນທີ່ເຮັດທຸລະກໍາການໂອນເງິນພາຍໃນ ແລະ 54 ສ່ວນຮ້ອຍແມ່ນການໂອນລະຫວ່າງປະເທດ.
  • ໂລກລະບາດ COVID-19 ໄດ້ສະແດງໃຫ້ເຫັນເຖິງຄວາມອາດສາມາດໃນການຄຸ້ມຄອງສະຫວັດດີການທາງສັງຄົມແມ່ນຍັງບໍ່ທົ່ວເຖິງເທົ່າທີຄວນ ພາຍໃຕ້ການໃຫ້ຄວາມຊ່ວຍເຫລືອທາງດ້ານການເງິນຂອງລັດຖະບານ ຕໍ່ຜູ້ທີ່ຖືກວ່າງງານຈາກຜົນກະທົບຂອງໂລກລະບາດດັ່ງກ່າວ ແມ່ນມີພຽງ 12,000 ຄົນເທົ່ານັ້ນທີ່ໄດ້ສະເໜີຂໍການຊ່ວຍເຫຼືອ (0.4 ສ່ວນຮ້ອຍຂອງຈໍານວນການຈ້າງງານທັງໝົດກ່ອນການແຜ່ລະບາດ).
  • ທາງເລືອກດ້ານນະໂຍບາຍເພື່ອປົກປ້ອງຊີວິດການເປັນຢູ່ຂອງຜູ້ທີ່ມີຄວາມສ່ຽງຫລາຍທີ່ສຸດປະກອບມີ: i) ຂະຫຍາຍການຄຸ້ມຄອງດ້ານສະບຽງອາຫານ ໃຫ້ແທດເໝາະ, ຫັດກຸມ ແລະ ທັນກັບສະພາບການ; ii) ອຳນວຍຄວາມສະດວກໃນການຂົນສົ່ງວັດຖຸດິບ ແລ ຜົນຜະລິດກະສິກຳ ແລະ iii) ສົ່ງເສີມການພັດທະນາສີມືແຮງງານ ສຳລັບແຮງງານທີ່ຖືກພັກວຽກ ແລະ ຜູ້ອົບພະຍົບກັບຄືນ.
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.