ສາທາລະນະ​ລັດ ປະຊາທິ​ປະ​ໄຕ ປະຊາຊົນ​ລາວ
ສັນຕິພາບ ​ເອກະລາດ ປະຊາທິປະ​ໄຕ​ ​ເອກະພາບ ວັດທະນາ​ຖາວອນ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ    ເລກ​ທີ 267/ຫສນຍ
ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ​ 17 ມີນາ 2021

ແຈ້ງການ

ຮຽນ: -  ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ທີ່ນັບຖື.

   - ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ນັບຖື.

   - ທ່ານ ເຈົ້າແຂວງໆ ຈຳປາສັກ ທີ່ນັບຖື.

ເລື່ອງ: ການສະເໜີຂໍອະນຸຍາດນໍາໃຊ້ລົດຂົນສົ່ງຈາກປະເທດເພື່ອນບ້ານໃກ້ຄຽງ ເພື່ອເຂົ້າມາລະບາຍສິນຄ້າກະສິກຳ ປະເພດມັນຕົ້ນ.

  • ອີງຕາມ ດຳລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 93/ນຍ, ລົງວັນທີ 03 ມີນາ 2017.
  • ອີງຕາມ ໜັງສືສະເໜີ ຂອງສະມາຄົມມັນຕົ້ນລາວ ສະບັບເລກທີ 144/ສມລ, ລົງວັນທີ 12 ກຸມພາ 2021.
  • ອີງຕາມການຊິ້ນຳ ຂອງທ່ານ ຮອງນາຍົກລັດຖະມົນ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດຂອງ Covid-19 ຄັ້ງວັນທີ 05 ມີນາ 2021.

   ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງທິດຊິ້ນຳ ຂອງທ່ານ ຮອງນາຍົກລັດມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດຂອງ Covid-19 ມາຍັງມທານຊາບ ດັ່ງນີ້:

  1. ເຫັນດີໃຫ້ສືບຕໍ່ໂຈະການອະນຸຍາດໃຫ້ລົດຂົນສົ່ງ ຂອງປະເທດດພື່ອນບ້ານໃກ້ຄ້ຽງ ເຂົ້າມາຂົນສົ່ງມັນຕົ້ນຢູ່ພາຍໃນ ຕາມການຕົກລົງ ຂອງເຈົ້າແຂວງຈຳປາສັກ ທີ່ລະບຸໄວ້ໃນແຈ້ງການ ສະບັບເລກທີ  04/ຈຂ.ຈສ, ລົງວັນທີ 23 ມັງກອນ 2021 ເນື່ອງຈາກໄລຍະນີ້ ຍັງມີຄວາມສ່ຽງສູງແຜ່ລະບາດພະຍາດ Covid-19.
  2. ສຳລັບການຂົນສົ່ງມັນຕົ້ນໄລຍະນີ້ ແມ່ນໃຫ້ນຳໃຊ້ລົດຂົນສົ່ງພາຍໃນ ໂດຍມອບໃຫ້ເຈົ້າແຂວງຈຳປາສັກ ເປັນໃຈກາງຮີບຮ້ອນສົມທົບກັບ ບັນດາແຂວງພາກໃຕ້ຂອງລາວ, ສະມາຄົມຂົນສົ່ງພາຍໃນແຂວງຈຳປາສັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປຶກສາຫາລື ແລະ ແກ້ໄຂບັນດາຂໍ້ສະເໜີ ຂອງສະມາຄົມມັນຕົ້ນລາວ ໂດຍໄວ ເປັນຕົ້ນ ກ່ຽວກັບການເພີ່ມຈໍານວນລົດຂົນສົ່ງໃຫ້ພຽງພໍ, ປັບປຸງມາດຕະຖານຂອງລົດຂົນສົ່ງ ແລະ ລາຄາຄ່າບໍລິການທີ່ສົມເຫດສົມຜົນ ແລະ ເປັນທີ່ຮັບໄດ້.

ດັ່ງນັ້ນ, ຈື່ງຂໍແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ລັດຖະມົນຕີ,

ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ຄໍາເຈນ ວົງໂພສີ

 

# ຫົວຂໍ້ ດາວໂຫຼດ
1 A notification to respond to the Cassava Association’s letter for permission to enter neighboring countries’ trucks of cassava into Lao PDR, No. 267/PMO, on 17 March 2021. PDF
2 ແຈ້ງການ ກ່ຽວກັບການສະເໜີຂໍອະນຸຍາດນໍາໃຊ້ລົດຂົນສົ່ງຈາກປະເທດເພື່ອນບ້ານໃກ້ຄຽງ ເພື່ອເຂົ້າມາລະບາຍສິນຄ້າ ກະສິກໍາ ປະເພດມັນຕົ້ນ, ເລກທີ 267/ຫສນຍ, ລົງວັນທີ 17/03/2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.