ອີງຕາມ ຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ, ເລກທີ 0230/ອຄ.ກຂອ, ລົງວັນທີ 25 ມີນາ 2021 ໄດ້ລະບຸວ່າ: ການນຳເຂົ້າຊົ່ວຄາວສິນຄ້າຄຸ້ມຄອງ ແມ່ນ ການນຳ ວັດຖຸດິບ, ສິນຄ້າເຄິ່ງສໍາເລັດຮູບ ຫຼື ສໍາເລັດຮູບ ທີ່ເປັນສິນຄ້າຄຸ້ມຄອງເຂົ້າມາ ສປປ ລາວ ເພື່ອວາງສະແດງ, ທົດລອງ, ຄົ້ນຄວ້າ, ວິໄຈ, ສ້ອມແປງ, ປະກອບ, ຜ່ານຂະບວນການປຸງແຕ່ງ, ຜະລິດ, ຄ່ຽນຖ່າຍ ຫຼື ຈັດເກັບໄວ້ໃນສາງສິນຄ້າໄລຍະໜຶ່ງ ແລ້ວສົ່ງອອກ ໂດຍບໍ່ໄດ້ຈຳໜ່າຍຢູ່ ສປປ ລາວ.  ການນຳເຂົ້າເພື່ອສົ່ງອອກຕໍ່ສິນຄ້າຄຸ້ມຄອງ ແມ່ນ ການນໍາສິນຄ້າຄຸ້ມຄອງເຂົ້າມາ ສປປ ລາວ ເພື່ອພັກເຊົາ, ຄ່ຽນຖ່າຍ ຫຼື ເກັບມ້ຽນໃນສາງສິນຄ້າ ຕາມທີ່ຂະແໜງການກ່ຽວຂ້ອງກຳນົດ ແລ້ວສົ່ງອອກຕໍ່ໄປປະເທດທີສາມ ໂດຍບໍ່ໄດ້ຈໍາໜ່າຍຢູ່ ສປປ ລາວ.  

      ຜູ້ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ຕ້ອງມີເງື່ອນໄຂ ດັ່ງນີ້:

1.       ເປັນວິສາຫະກິດ ທີ່ສ້າງຕັ້ງຂຶ້ນຢ່າງຖືກຕ້ອງ ຕາມກົດໝາຍວ່າດ້ວຍວິສາຫະກິດ;

2.       ມີໃບອະນຸຍາດລົງທຶນ ສຳລັບກິດຈະການທີ່ນອນໃນບັນຊີກິດຈະການຄວບຄຸມ;

3.       ມີໃບອະນຸຍາດດຳເນີນທຸລະກິດ ຕາມລະບຽບການຂອງຂະແໜງການກ່ຽວຂ້ອງ.

        ການປະກອບເອກະສານ

          ເອກະສານປະກອບການຂໍອະນຸຍາດນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ມີດັ່ງນີ້:

1.       ຄໍາຮ້ອງ  ຕາມແບບພິມ ທີ່ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ; 

2.       ສໍາເນົາໃບທະບຽນວິສາຫະກິດ;

3.       ສໍາເນົາໃບອະນຸຍາດດໍາເນີນທຸລະກິດ ຫຼື ໃບອະນຸຍາດລົງທຶນ ສໍາລັບກິດຈະການທີ່ນອນໃນບັນຊີກິດຈະການຄວບຄຸມ;

4.       ສໍາເນົາໃບຢັ້ງຢືນການມອບພັນທະອາກອນປີຜ່ານມາ ຍົກເວັ້ນບໍລິສັດທີ່ສ້າງຕັ້ງໃໝ່;

5.       ສໍາເນົາໃບແຈ້ງລາຄາ ແລະ ໃບຫຸ້ມຫໍ່;

6.       ສຳເນົາ ໃບສັ່ງສ້ອມແປງ ໃນກໍລະນີ ນຳເຂົ້າ ຫຼື ສົ່ງອອກ ເພື່ອສ້ອມແປງ;

7.       ເອກະສານເຊີນເຂົ້າຮ່ວມງານວາງສະແດງ ຫຼື ເອກະສານທີ່ກ່ຽວຂ້ອງ ໃນກໍລະນີເຂົ້າຮ່ວມງານວາງ ສະແດງສິນຄ້າ.

  ການພິຈາລະນາອອກໃບອະນຸຍາດ

          ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕາມທີ່ກຳນົດໄວ້ໃນມາດຕາ 9 ຂອງຂໍ້ຕົກລົງສະບັບນີ້ ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ຕ້ອງພິຈາລະນາອອກໃບອະນຸຍາດ ພາຍໃນ ສາມ ວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານ.

          ໃນກໍລະນີເອກະສານບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ ຕ້ອງແຈ້ງໃຫ້ຜູ້ສະເໜີຊາບທັນທີ ເພື່ອນຳໄປປັບປຸງ.ໃນກໍລະນີທີ່ບໍ່ສາມາດອອກໃບອະນຸຍາດ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນ ໃຫ້ຜູ້ສະເໜີຊາບ ພາຍໃນ ສອງ ວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.