ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
ລັດຖະບານ ເລກທີ 140/ລບ
ນະຄອນຫຼວງວຽງຈັນ, ວັນທີ 22.02.2021
ດຳລັດ
ວ່າດ້ວຍຄັງສຳຮອງເງິນຕາຕ່າງປະເທດ
(ສະບັບປັບປຸງ)
- ອີງຕາມ ກົດໝາຍວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 08 ພະຈິກ 2016;
- ອີງຕາມ ກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ ສະບັບເລກທີ 47/ສພຊ, ລົງວັນທີ 19 ມິຖຸນາ 2018;
- ອີງຕາມ ໜັງສືສະເໜີຂອງທະນາຄານແຫ່ງ ສປປ ລາວ ສະບັບເລກທີ 02/ທຫລ, ລົງວັນທີ 06 ມັງກອນ 2021.
ລັດຖະບານ ອອກດຳລັດ:
ໝວດທີ 1
ບົດບັນຍັດທົ່ວໄປ
ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາ ຄັງສຳຮອງເງິນຕາຕ່າງປະເທດ ເພື່ອຮັບປະກັນການຈັດຕັ້ງປະຕິບັດນະໂຍບາຍເງິນຕາ ແລະ ຄວາມສາມາດໃນການຊຳລະກັບຕ່າງປະເທດ ແນ່ໃສ່ຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ມີຄວາມໝັ້ນທ່ຽງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ຂະຫຍາຍຕົວຢ່າງຍືນຍົງ.
ມາດຕາ 2 ຄັງສຳຮອງເງິນຕາຕ່າງປະເທດ
ຄັງສຳຮອງເງິນຕາຕ່າງປະເທດ ແມ່ນຊັບສິນເປັນເງິນຕາຕ່າງປະເທດ ທີ່ສ້າງຂື້ນເພື່ອຈັດຕັ້ງປະຕິບັດ ນະໂຍບາຍເງິນຕາ ແລະ ຮັບຮອງການຊຳລະກັບຕ່າງປະເທດ ຊຶ່ງປະກອບດ້ວຍ:
- ເງິນຕາຕ່າງປະເທດທີ່ເປັນທະນະບັດ ແລະ ເງິນຫຼຽນ ຫຼື ເງິນຝາກໃນບັນຊີທະນາຄານຕ່າງປະເທດດ້ວຍສະກຸນເງິນແຂງໃດໜຶ່ງ ແລະ ຢູ່ໃນປະເທດໃດໜຶ່ງ ຕາມການຕົກລົງເຫັນດີຂອງສະພາບໍລິຫານ ຂອງທະນາຄານແຫ່ງ ສປປ ລາວ;
- ສິດຖອນເງິນພິເສດ ຂອງ ສປປ ລາວ ຢູ່ກອງທຶນການເງິນສາກົນ;
- ຄຳ ທີ່ທະນາຄານແຫ່ງ ສປປ ລາວຄຸ້ມຄອງ;
- ພັນທະບັດລັດຖະບານ ແລະ ພັນທະບັດອື່ນ ທີ່ອອກຈຳໜ່າຍ ຫຼື ຄໍ້າປະກັນໂດຍລັດຖະບານຕ່າງປະເທດ ຫຼື ສະຖາບັນການເງິນສາກົນ ເປັນເງິນຕາຕ່າງປະເທດສະກຸນໃດໜຶ່ງ ຕາມການຕົກລົງເຫັນດີຂອງສະພາບໍລິຫານ ຂອງທະນາຄານແຫ່ງ ສປປ ລາວ;
- ຊັບສິນອື່ນ ຕາມການຮັບຮອງຂອງທະນາຄານແຫ່ງ ສປປ ລາວ.
ມາດຕາ 3 ການອະທິບາຍຄໍາສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
- ຄຳ ໝາຍເຖິງ ຄໍາແທ່ງ, ຄໍາຮູບປະພັນ ແລະ ຄໍາທາງບັນຊີຢູ່ຕ່າງປະເທດ ທີ່ທະນາຄານແຫ່ງ ສປປ ລາວຄຸ້ມຄອງ;
- ຄຳທາງບັນຊີ ຢູ່ຕ່າງປະເທດ ໝາຍເຖິງ ຄຳຕາມມາດຕະຖານສາກົນ ທີ່ບໍ່ນອນຢູ່ໃນຮູບແບບຄຳແທ່ງ ແຕ່ມີມູນຄ່າທຽບເທົ່າຄຳແທ່ງຕາມລາຄາຢູ່ສາກົນ ໂດຍມີການເກັບຮັກສາໄວ້ທຽບເທົ່າກັບເງິນຝາກ ນຳສະຖາບັນການເງິນສາກົນໃດໜຶ່ງ;
- ສະຖາບັນການເງິນສາກົນ ໝາຍເຖິງ ທະນາຄານທຸລະກິດຕ່າງປະເທດ, ສະຖາບັນການເງິນຕ່າງປະເທດ, ກອງທຶນການເງິນສາກົນ ແລະ/ຫຼື ການຈັດຕັງທາງດ້ານການເງິນສາກົນອື່ນ;
- ສະກຸນເງິນແຂງ ໝາຍເຖິງ ສະກຸນເງິນຕາຕ່າງປະເທດທີ່ສາກົນຍອມຮັບ, ສາມາດຊຳລະກັບສາກົນ ແລະ ຊື້ ຂາຍ ໄດ້ຢ່າງຄ່ອງຕົວກັບຕະຫຼາດສາກົນ;
- ສິດຖອນເງິນພິເສດ ໝາຍເຖິງ ຊັບສິນສຳຮອງເງິນຕາຕ່າງປະເທດ ທີ່ຖືກກຳນົດ ແລະ ຮັກສາ ໂດຍກອງທຶນການເງິນສາກົນ;
- ການໝູນທຶນ ໝາຍເຖິງ ການນຳເອົາຄັງເງິນສຳຮອງເງິນຕາຕ່າງປະເທດ ໄປຝາກ ແລະ/ຫຼື ລົງທຶນຊື້-ຂາຍ ຢູ່ຕ່າງປະເທດ ໂດຍສ້າງຜົນລາຍຮັບທາງດ້ານການເງິນ.
ມາດຕາ 4 ຫຼັກການກ່ຽວກັບການເຄື່ອນໄຫວວຽກງານຄັງສຳຮອງເງິນຕາຕ່າງປະເທດ
ການເຄື່ອນໄຫວວຽກງານຄັງສຳຮອງເງິນຕາຕ່າງປະເທດ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:
- ສອດຄ່ອງກັບນະໂຍບາຍ, ກົດໝາຍ ແລະ ລະບຽບການ;
- ຮັບປະກັນສະພາບຄ່ອງໃນການປະຕິບັດນະໂຍບາຍເງິນຕາ ແລະ ຊຳລະກັບຕ່າງປະເທດ;
- ຮັບປະກັນຄວາມປອດໄພໃນການຄຸ້ມຄອງ ແລະ ການໝູນທຶນ;
- ບໍລິຫານຢ່າງມີປະສິດທິພາບ ແລະ ສາມາດກວດສອບໄດ້.
ມາດຕາ 5 ຂອບເຂດການນຳໃຊ້
ດຳລັດສະບັບນີ້ ນຳໃຊ້ສຳລັບ ທະນາຄານແຫ່ງ ສປປ ລາວ, ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງກັບການເຄື່ອໄຫວວຽກງານຄັງເງິນສຳຮອງເງິນຕາຕ່າງປະເທດ.
ໝວດທີ 2
ແຫຼ່ງ, ລະດັບ, ການນຳໃຊ້ ແລະ ການບໍລິຫານຄັງສຳຮອງເງິນຕາຕ່າງປະເທດ
ມາດຕາ 6 ແຫຼ່ງຂອງຄັງສຳຮອງເງິນຕາຕ່າງປະເທດ
ແຫຼ່ງຂອງຄັງສຳຮອງເງິນຕາຕ່າງປະເທດ ມີດັ່ງນີ້:
- ການປະກອບຂອງລັດຖະບານ ຊຶ່ງມີ:
- ລາຍຮັບງົບປະມານແຫ່ງລັດ ທີ່ເປັນເງິນຕາຕ່າງປະເທດ;
- ແຫຼ່ງດຸ່ນດ່ຽງງົບປະມານແຫ່ງລັດ ທີ່ເປັນເງິນຕາຕ່າງປະເທດ;
- ສິດຖອນເງິນພິເສດ .
- ການປະກອບຂອງທະນາຄານແຫ່ງ ສປປ ລາວ ຊຶ່ງມີ:
- ເງິນຕາຕ່າງປະເທດ ທີ່ເກັບຊື້;
- ຄຳແທ່ງ, ຄຳຮູບປະພັນ ແລະ ຄຳທາງບັນຊີຢູ່ຕ່າງປະເທດ;
- ລາຍຮັບທີ່ໄດ້ຈາກການບໍລິຫານຄັງສຳຮອງເງິນຕາຕ່າງປະເທດ;
- ເງິນກູ້, ພັນທະບັດ ແລະ ພັນທະອື່ນ ທີ່ເປັນເງິນຕາຕ່າງປະເທດ;
- ເງິນຝາກທີ່ເປັນເງິນຕາຕ່າງປະເທດຂອງສະຖາບັນການເງິນ ທີ່ຝາກຢູ່ທະນາຄານແຫ່ງ ສປປ ລາວ;
- ແຫຼ່ງອື່ນ.
ມາດຕາ 7 ລະດັບຄັງສຳຮອງເງິນຕາຕ່າງປະເທດ
ທະນາຄານແຫ່ງ ສປປ ລາວ ເປັນຜູ້ຄົ້ນຄວ້າກຳນົດລະດັບຄັງສຳຮອງເງິນຕາຕ່າງປະເທດ ບົນພື້ນຖານການຄິດໄລ່ກຸ່ມການນຳເຂົ້າສິນຄ້າ ແລະ ບໍລິການ ທີ່ຈຳເປັນ ໂດຍກຳນົດເຂົ້າໃນແຜນເງິນຕາແຫ່ງຊາດ ປະຈຳປີ ແລະ ຫ້າ ປີ ເພື່ອສະເໜີລັດຖະບານພິຈາລະນາ ນຳສະເໜີສະພາແຫ່ງຊາດຮັບຮອງ.
ມາດຕາ 8 ການນຳໃຊ້ຄັງສຳຮອງເງິນຕາຕ່າງປະເທດ
ທະນາຄານແຫ່ງ ສປປ ລາວ ນຳໃຊ້ຄັງສຳຮອງເງິນຕາຕ່າງປະເທດ ດັ່ງນີ້:
- ນຳໃຊ້ເພື່ອປະຕິບັດນະໂຍບາຍເງິນຕາ ໂດຍຜ່ານເຄື່ອງມືນະໂຍບາຍເງິນຕາ;
- ນຳໃຊ້ໃນການຊຳລະກັບຕ່າງປະເທດ;
- ນຳໄປໝູນທຶນຢູ່ຕ່າງປະເທດ;
- ນຳໃຊ້ເພື່ອຈຸດປສົງອື່ນ ຕາມການເຫັນດີຂອງສະພາບໍລິຫານຂອງທະນາຄານແຫ່ງ ສປປ ລາວ ຫຼື ລັດຖະບານ ຕາມແຕ່ລະກໍລະນີ.
ມາດຕາ 9 ການບໍລິຫານຄັງສຳຮອງເງິນຕາຕ່າງປະເທດ
ການບໍລິຫານຄັງສຳຮອງເງິນຕາຕ່າງປະເທດ ແມ່ນການນຳເອົາຄັງສຳຮອງເງິນຕາຕ່າງປະເທດ ໄປນຳໃຊ້ເຂົ້າໃນເປົ້າໝາຍຕ່າງໆ ຕາມແຜນການທີ່ຖືກຮັບຮອງ ໂດຍຜູ້ວ່າການທະນາຄານແຫ່ງ ສປປ ລາວ.
ທະນາຄານແຫ່ງ ສປປ ລາວ ເປັນຜູ້ກຳນົດແຜນການ, ຮູບແບບ, ເຄື່ອງມື, ວິທີການ ແລະ ການຕິດຕາມ ກວດກາ ການບໍລິຫານຄັງສຳຮອງເງິນຕາຕ່າງປະເທດ.
ໝວດທີ 3
ການບັນຊີ ແລະ ການລາຍງານ
ມາດຕາ 10 ການບັນຊີ
ທະນາຄານແຫ່ງ ສປປ ລາວ ຕ້ອງບັນທຶກການເຄື່ອນໄຫວຄັງສຳຮອງເງິນຕາຕ່າງປະເທດ ໃນລະບົບບັນຊີຂອງທະນາຄານແຫ່ງ ສປປ ລາວ.
ລາຍຮັບ-ລາຍຈ່າຍ ທີ່ເກີດຂື້ນຈາກການປະຕິບັດນະໂຍບາຍເງິນຕາ ຕ້ອງບັນທຶກເຂົ້າໃນລາຍຮັບ-ລາຍຈ່າຍ ຂອງທະນາຄານແຫ່ງ ສປປ ລາວ ໃນຮ່ວງການປະຕິບັດນະໂຍບາຍເງິນຕາ.
ລາຍຮັບ-ລາຍຈ່າຍ ທີ່ເກີດຂື້ນຈາກການໝູນທຶນຢູ່ຕ່າງປະເທດ ຕ້ອງບັນທຶກເຂົ້າໃນລາຍຮັບ-ລາຍຈ່າຍ ຂອງທະນາຄານແຫ່ງ ສປປ ລາວ ໃນຮ່ວງການລົງທຶນຢູ່ຕ່າງປະເທດ.
ມາດຕາ 11 ການລາຍງານ
ທະນາຄານແຫ່ງ ສປປ ລາວ ຕ້ອງລາຍງານສະພາບຄັງສຳຮອງເງິນຕາຕ່າງປະເທດ ໃຫ້ລັດຖະບານ ປະຈຳເດືອນ, ໄຕມາດ ແລະ ປີ. ໃນກໍລະນີຄັງສຳຮອງເງິນຕາຕ່າງປະເທດຫຼຸດລົງ ຫຼື ມີທ່າອ່ຽວຫຼຸດລົງ ຜິດປົກກະຕິ ທະນາຄານແຫ່ງ ສປປ ລາວ ຕ້ອງລາຍງານໃຫ້ລັດຖະບານໂດຍດ່ວນ ພ້ອມທັງສະເໜີມາດຕະການທີ່ຈຳເປັນ ເພື່ອແກ້ໄຂສະພາບການດັ່ງກ່າວ ແລະ ສືບຕໍ່ລາຍງານຈົນກວ່າສະພາບການຈະກັບຄືນສູ່ປົກກະຕິ
ໝວດທີ 4
ການຄຸ້ມຄອງ ແລະ ກວດກາວຽກງານຄັງສຳຮອງເງິນຕາຕ່າງປະເທດ
ມາດຕາ 12 ອົງການຄຸ້ມຄອງຄັງສຳຮອງເງິນຕາຕ່າງປະເທດ
ທະນາຄານແຫ່ງ ສປປ ລາວ ເປັນຜູ້ຮັບຜິດຊອບໂດຍກົງ ໃນການຄຸ້ມຄອງ ແລະ ຕິິດຕາມກວດກາວຽກງານຄັງສຳຮອງເງິນຕາຕ່າງປະເທດ ໂດຍປະສານສົມທົບກັບກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ມາດຕາ 13 ສິດ ແລະ ໜ້າທີ່ ຂອງທະນາຄານແຫ່ງ ສປປ ລາວ
ທະນາຄານແຫ່ງ ສປປ ລາວ ມີສິດ ແລະ ໜ້າທີ່ ດັ່ງນີ້:
- ຄົ້ນຄວ້າອອກນິຕິກຳ ກ່ຽວກັບການຄຸ້ມຄອງວຽກງານຄັງສຳຮອງເງິນຕາຕ່າງປະເທດ ພ້ອມທັງຈັດຕັ້ງປະຕິບັດ;
- ຮັກສາ ແລະ ຄຸ້ມຄອງຄັງສຳຮອງເງິນຕາຕ່າງປະເທດ ໃຫ້ມີຄວາມປອດໄພ, ຄ່ອງຕົວ ແລະ ມີປະສິດທິພາບ;
- ຄົ້ນຄວ້າກຳນົດລະດັບຄັງສຳຮອງເງິນຕາຕ່າງປະເທດ ເຂົ້າໃນແຜນເງິນຕາແຫ່ງຊາດ ເພື່ອສະເໜີລັດຖະບານ ພິຈາລະນາ ນຳສະເໜີສະພາແຫ່ງຊາດຮັບຮອງ;
- ນຳໃຊ້ຄັງສຳຮອງເງິນຕາຕ່າງປະເທດ ສອດຄ່ອງກັບດຳລັດສະບັບນີ້ ແລະ ລະບຽບການທີ່ກ່ຽວຂ້ອງ;
- ສະເໜີຂໍ້ມູນ ກ່ຽວກັບແຜນການກູ້ຢືມ ແລະ ການຊຳລະຄືນ ທີ່ເປັນເງິນຕາຕ່າງປະເທດ ຈາກພາກສ່ວນທີ່ກ່ຽວຂ້ອງ;
- ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວວຽກງານຄັງສຳຮອງເງິນຕາຕ່າງປະເທດ ໃຫ້ລັດຖະບານ ຢ່າງເປັນປົກກະຕິ;
- ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.
ມາດຕາ 14 ສິດ ແລະ ໜ້າທີ່ຂອງກະຊວງການເງິນ
ກະຊວງການເງິນ ມີສິດ ແລະ ໜ້າທີ່ ດັ່ງນີ້:
- ເປີດບັນຊີເງິນຝາກສະກຸນເງິນຕາຕ່າງປະເທດ ນຳທະນາຄານແຫ່ງ ສປປ ລາວ ແລະ ນຳເອົາລາຍຮັບເປັນເງິນຕາຕ່າງປະເທດ ຂອງລັດຖະບານທັງໝົດ ເຂົ້າບັນຊີດັ່ງກ່າວ;
- ຂາຍເງິນຕາຕ່າງປະເທດ ທີ່ເຫຼືອຈາກການນຳໃຊ້ຕາມແຜນງົບປະມານ ໃຫ້ທະນາຄານແຫ່ງ ສປປ ລາວ;
- ສະໜອງຂໍ້ມູນໃຫ້ທະນາຄານແຫ່ງ ສປປ ລາວ ກ່ຽວກັບແຜນການກູ້ຢືມ, ລາຍຮັບທີ່ເປັນເງິນຕາຕ່າງປະເທດ, ແຜນຊຳລະຕົ້ນທຶນ ແລະ ດອກເບ້ຍ ແລະ ລາຍຈ່າຍອື່ນ ທີ່ເປັນເງິນຕາຕ່າງປະເທດ;
- ສະເໜີຊື້ເງິນຕາຕ່າງປະເທດ ນຳທະນາຄານແຫ່ງ ສປປ ລາວ ເພື່ອຊຳລະໜີ້ສິນ ແລະ ພັນທະ ໃຫ້ຕ່າງປະເທດ;
- ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.
ມາດຕາ 15 ອົງການກວດກາ
ອົງການກວດກາ ວຽກງານຄັງສຳຮອງເງິນຕາຕ່າງປະເທດ ຂອງທະນາຄານ ແຫ່ງ ສປປ ລາວ ມີ ດັ່ງນີ້:
- ອົງການກວດກາພາຍໃນ ແມ່ນ ຄະນະກຳມະການກວດກາ, ກົມກວດກາພາຍໃນ ແລະ ພະແນກກວດກາພາຍໃນປະຈຳກົມ ທີ່ເຄື່ອນໄຫວວຽກງານຄັງສຳຮອງເງິນຕາຕ່າງປະເທດ;
- ອົງການກວດກາພາຍນອກ ແມ່ນ ອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະບານ.
ມາດຕາ 16 ເນື້ອໃນກວດກາ
ການກວດກາວຽກງານຄັງສຳຮອງເງິນຕາຕ່າງປະເທດ ມີເນື້ອໃນ ດັ່ງນີ້:
- ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຄັງສຳຮອງເງິນຕາຕ່າງປະເທດ;
- ການນຳໃຊ້ສິດ, ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງທະນາຄານແຫ່ງ ສປປ ລາວ ແລະ ພະນັກງານກ່ຽວຂ້ອງ ກັບວຽກງານຄັງສຳຮອງເງິນຕາຕ່າງປະເທດ;
- ຄວາມຖືກຕ້ອງ, ຄົບຖ້ວນຂອງເອກະສານລາຍງານ, ການນຳໃຊ້ ແລະ ບໍລິຫານຄັງສຳຮອງເງິນຕາຕ່າງປະເທດ;
- ການຈັດຕັ້ງປະຕິບັດແບບແຜນການນຳໃຊ້ ແລະ ບໍລິຫານຄັງສຳຮອງເງິນຕາຕ່າງປະເທດ;
- ປະສິດທິຜົນຂອງການຈັດຕັ້ງປະຕິບັດວຽກງານຄັງສຳຮອງເງິນຕາຕ່າງປະເທດ;
- ເນື້ອໃນອື່ນ ຕາມລະບຽບການ.
ມາດຕາ 17 ຮູບການກວດກາ
ການກວດກາວຽກງານຄັງສຳຮອງເງິນຕາຕ່າງປະເທດ ມີ ສາມ ຮູບການ ດັ່ງນີ້:
- ການກວດກາປົກກະຕິ ແມ່ນການກວດກາທີ່ດຳເນີນໄປຕາມແຜນການ ຢ່າງເປັນປະຈຳ ແລະ ມີກຳນົດເວລາອັນແນ່ນອນ;
- ການກວດກາໂດຍແຈ້ງໃຫ້ຊາບລ່ວງໜ້າ ແມ່ນ ການກວດການອກແຜນການ ເມື່ອເຫັນວ່າມີຄວາມຈຳເປັນ ຕ້ອງແຈ້ງໃຫ້ຜູ້ຖືກກວດກາ ຊາບລ່ວງໜ້າ;
- ການກວດກາແບບກະທັນຫັນ ແມ່ນການກວດກາຮີບດ່ວນ ໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ; ຜູ້ຖືກກວດກາ ຕ້ອງອຳນວຍຄວາມສະດວກ ແລະ ສະໜອງຂໍ້ມູນທີ່ກ່ຽວຂ້ອງ ໃຫ້ຜູ້ກວດກາ, ການກວດກາ ຕ້ອງດຳເນີນໃຫ້ຖືກຕ້ອງ ຕາມກົົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ.
ໝວດທີ 5
ບົດບັນຍັດສຸດທ້າຍ
ມາດຕາ 18 ການຈັດຕັ້ງປະຕິບັດ
ທະນາຄານແຫ່ງ ສປປ ລາວ ເປັນເຈົ້າການຈັດຕັ້ງປະຕິບັດດຳລັດສະບັບນີ້.
ກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດ ດຳລັດສະບັບນີ້ ຢ່າງເຂັ້ມງວດ.
ມາດຕາ 19 ຜົນສັກສິດ
ດຳລັດສະບັບນີ້ ມີຜົນສັກສິດ ພາຍຫຼັງໄດ້ລົງລາຍເຊັນ ແລະ ລົງຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.
ດຳລັດສະບັບນີ້ ປ່ຽນແທນດຳລັດວ່າດ້ວຍຄັງສຳຮອງເງິນຕາຕ່າງປະເທດຂອງລັດ ສະບັບເລກທີ 102/ນຍ, ລົງວັນທີ 12 ກໍລະກົດ 2000.
ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບດຳລັດສະບັບນີ້ ລ້ວນແຕ່ຖືກຍົກເລີກ.
ຕາງໜ້າລັດຖະບານແຫ່ງ ສປປ ລາວ
ນາຍົກລັດຖະມົນຕີ
ທອງລຸນ ສີສຸລິດ
# | ຫົວຂໍ້ | ດາວໂຫຼດ |
---|---|---|
1 | ດໍາລັດ ວ່າດ້ວຍ ຄັງສໍາຮອງເງິນຕາຕ່າງປະເທດ (ສະບັບປັບປຸງ), ເລກທີ 140/ລບ, ລົງວັນທີ 22 ກຸມພາ 2021 |
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.