ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ     ເລກທີ 0222/ອຄ.ກອຫ
ນະຄອນຫຼວງວຽງຈັນ, ວັນທີ 23 ມີນາ 2021

ຂໍ້ຕົກລົງ

ວ່າດ້ວຍ ໂຮງງານອຸດສາຫະກຳປຸງແຕ່ງໄມ້

  • ອີງຕາມກົດໝາຍວ່າດ້ວຍອຸດສາຫະກໍາປຸງແຕ່ງ ສະບັບເລກທີ 48/ສພຊ, ລົງວັນທີ 27 ທັນວາ 2013;
  • ອີງຕາມດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 230/ນຍ, ລົງວັນທີ 24 ກ​ໍ​ລະ​ກົດ 2017;
  • ອີງ​ຕາມ​ໜັງສື​ສະ​ເໜີ​ຂອງ​ກົມອຸດສາຫະກຳ ແລະ ຫັດຖະກຳ ສະບັບເລກທີ 312/ກອຫ.ຄຮ, ລົງວັນທີ 3 ມີນາ 2021.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1  ຈຸດປະສົງ

ຂໍ້ຕົກລົງ​ສະບັບ​ນີ້ ກຳນົດຫຼັກການ ແລະ ລະບຽບການ ​ກ່ຽວກັບ​ມາດຕະຖານການ​ສ້າງ​ຕັ້ງ ​ແລະ ການເຄື່ອນ​ໄຫວ​ຂອງ​ໂຮງງານອຸດສາຫະກໍາປຸງແຕ່ງໄມ້ ​​​ເພື່ອໃຫ້​ໂຮງງານສ້າງຕັ້ງຂຶ້ນໄດ້​ຕາມມາດຕະຖານ ແລະ ເຄື່ອນໄຫວຖືກ ຕ້ອງ​ຕາມ​ກົດ​ໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ແນ​ໃສ່ປັບປຸງ ​ແລະ ຍົກ​ລະດັບສະມັດຖ​ະພາບ​ການ​ຜະລິດ, ສ້າງມູນຄ່າເພີ່ມ, ສ້າງຜະລິດຕະພັນໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານ, ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ທັງເປັນການນຳ​ໃຊ້​ຊັບ​ພະ​ຍາ​ກອນ​ໄມ້​ໃຫ້​ເກີດຜົນປະໂຫຍດສູງສຸດ ປະ​ກອບ​ສ່ວນ​ເຂົ້າໃນການພັດທະນາ​ເສດ​​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ ຕາມທິດສີຂຽວ ແລະ ​ຍືນ​ຍົງ.

ມາດຕາ 2  ໂຮງງານອຸດສາຫະກໍາປຸງແຕ່ງໄມ້

ໂຮງງານອຸດສາຫະກຳປຸງແຕ່ງໄມ້ ແມ່ນ ສະຖານທີ່ປຸງແຕ່ງທີ່ນຳໃຊ້ໄມ້ເປັນວັດຖຸດິບເຂົ້າຜ່ານຂະບວນການປຸງແຕ່ງ ປ່ຽນຈາກສະພາບເດີມ ມາເປັນຜະລິດຕະພັນໄມ້ ເຄິ່ງສຳເລັດຮູບ ແລະ ສຳເລັດຮູບ ດ້ວຍການນຳໃຊ້ເຄື່ອງຈັກ ແລະ ແຮງງານຄົນຢູ່ພາຍໃນໂຮງງານ ແລະ ແມ່ນ ໜຶ່ງໃນປະເພດອຸດສາຫະກຳປຸງແຕ່ງ ທີ່ໄດ້ກຳນົດໄວ້ໃນມາດຕາ 8 ຂອງກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ ແລະ ຕາມລະຫັດສາລະບານການຈັດແບ່ງຂະແໜງເສດຖະກິດຂອງ  ສປປ ລາວ (LSIC) 1610, 1621, 1622, 1623, 1629 ແລະ 3100.

ມາດຕາ 3  ການອະທິບາຍຄໍາສັບ

ຄຳສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ອາຄານຜະລິດແບບປິດ ​ໝາຍ​ເຖິງ ອາຄານ​ຜະລິດ​ທີ່​ມີ​ຝາອ້ອມຮອບອາຄານໂຮງງານ;
  2. ວິຊາການສະເພາະດ້ານ ໝາຍເຖິງ ຜູ້ທີ່ໄດ້ຮຽນຈົບ ຫຼື ຜ່ານການຝຶກອົບຮົມວິຊາສະເພາະດ້ານໃດໜຶ່ງ ທີ່ກ່ຽວຂ້ອງກັບກິດຈະການປຸງແຕ່ງໄມ້ ຫຼື ຂະແໜງວິຊາການທີ່ກ່ຽວຂ້ອງ;
  3. ຫຼັກການ 5 ສ (5S) ໝາຍເຖິງ ການຈັດລະບຽບສະພາບແວດລ້ອມການເຮັດວຽກດ້ວຍ 5 ກິດຈະກໍາ ຄື: ສະສາງ, ສະດວກ, ສະອາດ, ສຸຂະລັກສະນະ ແລະ ສ້າງນິດໄສ.

ມາດຕາ 4  ຂອບເຂດການນຳໃຊ້

ຂໍ້ຕົກລົງສະບັບນີ້ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດທີ່ດຳ ເນີນກິດຈະການໂຮງງານອຸດສາຫະກໍາປຸງແຕ່ງໄມ້ ທຸກປະເພດ ແລະ ທຸກຂະໜາດ ຍົກເວັ້ນໂຮງງານອຸດສາຫະກໍາປຸງແຕ່ງຫວາຍ, ໄມ້ປ່ອງ, ເຫຍື້ອເຈັ້ຍ, ຖ່ານດຳ ແລະ ຖ່ານຂາວ ຊຶ່ງມີລະບຽບການຄຸ້ມຄອງສະເພາະ.

ໝວດທີ 2
ປະເພດ ແລະ ຂະໜາດໂຮງງານອຸດສາຫະກຳປຸງແຕ່ງໄມ້

ມາດຕາ 5  ປະເພດໂຮງງານອຸດສາຫະກຳປຸງແຕ່ງໄມ້

ໂຮງງານອຸດສາຫະກຳປຸງແຕ່ງໄມ້ໄດ້ແບ່ງອອກເປັນ ສີ່ ປະເພດກິດຈະການ ດັ່ງນີ້:

  1. ໂຮງງານເລື່ອຍໄມ້;
  2. ໂຮງງານປຸງແຕ່ງໄມ້;
  3. ໂຮງງານເຟີນີເຈີ;
  4. ໂຮງງານປຸງແຕ່ງໄມ້ແບບຄອບຄົວ.

ມາດຕາ 6  ໂຮງງານເລື່ອຍໄມ້

ໂຮງງານເລື່ອຍໄມ້ ແມ່ນ ໂຮງງານທີ່ນຳເອົາໄມ້ທ່ອນເຂົ້າຜ່ານຂະບວນການປຸງແຕ່ງ ໃຫ້ເປັນໄມ້ຕີຕັບ, ໄມ້ແປຮູບ ແລະ ໄມ້ຊອຍ ຕາມລະຫັດ LSIC 1610, ຊຶ່ງຜະລິດຕະພັນໄມ້ດັ່ງກ່າວສາມາດເປັນວັດຖຸດິບສະໜອງໃຫ້ແກ່ໂຮງງານປຸງແຕ່ງໄມ້, ໂຮງງານເຟີນີເຈີ ແລະ ໂຮງງານປຸງແຕ່ງໄມ້ແບບຄອບຄົວ.

ມາດຕາ 7  ໂຮງງານປຸງແຕ່ງໄມ້

ໂຮງງານປຸງແຕ່ງໄມ້ ແມ່ນ ໂຮງງານທີ່ນຳເອົາໄມ້ທ່ອນ, ໄມ້ຕີຕັບ, ໄມ້ແປຮູບ, ໄມ້ຊອຍ ແລະ ອື່ນໆ ເຂົ້າຜ່ານຂະບວນການປຸງແຕ່ງ ໃຫ້ເປັນຜະລິດຕະພັນໄມ້ ດັ່ງນີ້:

  1. ໄມ້ເລື່ອຍ, ໄມ້ແປ້ນພື້ນ, ໄມ້ແປ້ນຝາ, ໄມ້ບົດ ແລະ ໄມ້ສັບ ຕາມລະຫັດ LSIC 1610;
  2. ໄມ້ປອກ, ໄມ້ຝານ ແລະ ໄມ້ອັດ ຕາມລະຫັດ LSIC 1621;
  3. ໄມ້ປະກອບໃນອາຄານ ແລະ ໄມ້ເຄື່ອງເຮືອນ ເປັນຕົ້ນ ວົງກົບ, ບານປະຕູ, ບານປ່ອງຢ້ຽມ, ໄມ້ຂັ້ນໄດ, ຮາວພະນັກ, ໄມ້ປັກເກ້, ໄມ້ແອ້ມຝາ ແລະ ເຄື່ອງປະກອບໃນອາຄານອື່ນໆ ຕາມລະຫັດ LSIC 1622;
  4. ເຄື່ອງບັນຈຸທີ່ເຮັດດ້ວຍໄມ້ ເປັນຕົ້ນ ຫີບ, ກ່ອງ, ລັງ, ຖັງ, ແຜ່ນຮອງ, ແກນມ້ວນສາຍກາບ ແລະ ອື່ນໆ ຕາມລະຫັດ LSIC 1623;
  5. ຜະລິດຕະພັນອື່ນໆ ທີ່ເຮັດດ້ວຍໄມ້ ເປັນຕົ້ນ ເຄື່ອງຕົບແຕ່ງ, ເຄື່ອງແກະສະຫຼັກ, ເຄື່ອງປະດັບເອ້, ຂອບຮູບ, ເຄື່ອງໃຊ້ສອຍ ແລະ ເຄື່ອງຫັດຖະກຳອື່ນໆ ຈາກໄມ້ ຕາມລະຫັດ LSIC 1629.

ມາດຕາ 8  ໂຮງງານເຟີນີເຈີ

ໂຮງງານເຟີນີເຈີ ແມ່ນ ໂຮງງານທີ່ນຳເອົາໄມ້ທ່ອນ, ໄມ້ຕີຕັບ, ໄມ້ແປຮູບ, ໄມ້ຊອຍ, ໄມ້ປອກ, ໄມ້ຝານ, ໄມ້ອັດ ແລະ ອື່ນໆ ເຂົ້າຜ່ານຂະບວນການປຸງແຕ່ງ ໃຫ້ເປັນຜະລິດຕະພັນໄມ້ ເປັນຕົ້ນ ໂຕະ, ຕັ່ງ, ຕູ້, ຕຽງ, ສະໂລ່ງ, ໂຊຟາ ແລະ ອື່ນໆ ຕາມລະຫັດ LSIC 3100.

ມາດຕາ 9  ໂຮງງານປຸງແຕ່ງໄມ້ແບບຄອບຄົວ

ໂຮງງານປຸງແຕ່ງໄມ້ແບບຄອບຄົວ ແມ່ນ ໂຮງງານທີ່ນໍາເອົາໄມ້ທ່ອນ, ຕໍໄມ້, ປູດໄມ້, ໄມ້ແປຮູບ, ໄມ້ຊອຍ ເຂົ້າຜ່ານຂະບວນການປຸງແຕ່ງໃຫ້ເປັນຜະລິດຕະພັນໄມ້ ເປັນຕົ້ນ ວົງກົບ, ບານປະຕູ, ບານປ່ອງຢ້ຽມ, ເຄື່ອງປະກອບໃນອາຄານ, ເຄື່ອງຕົບແຕ່ງ, ເຄື່ອງແກະສະຫຼັກ, ເຄື່ອງປະດັບເອ້, ຂອບຮູບ, ເຄື່ອງໃຊ້ສອຍ, ເຄື່ອງຫັດຖະກຳອື່ນໆ ຈາກໄມ້, ໂຕະ, ຕັ່ງ, ຕູ້, ຕຽງ, ສະໂລ່ງ ແລະ ໂຊຟາ ຕາມລະຫັດ LSIC 1622, 1629 ແລະ 3100.

ມາດຕາ 10 ຂະໜາດຂອງໂຮງງານອຸດສາຫະກຳປຸງແຕ່ງໄມ້

ໂຮງງານອຸດສາຫະກຳປຸງແຕ່ງໄມ້ ປະເພດ 1, 2 ແລະ 3 ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 5 ຂອງຂໍ້ຕົກລົງສະ ບັບນີ້ ແບ່ງອອກເປັນ ສາມ ຂະໜາດ ໂດຍຂຶ້ນກັບຈຳນວນແຮງງານ ຫຼື ກຳລັງແຮງລວມຂອງເຄື່ອງຈັກທີ່ນໍາໃຊ້ຢູ່ພາຍໃນໂຮງງານ ແລະ ໃຫ້ຖືເອົາຕົວເລກທີ່ຫຼາຍກວ່າ ເປັນການກຳນົດຂະໜາດໂຮງງານ ດັ່ງນີ້:

1. ໂຮງງານຂະໜາດໃຫຍ່ ແມ່ນ ໂຮງງານທີ່ມີຈໍານວນແຮງງານ 201 ຄົນຂຶ້ນໄປ ຫຼື ກຳລັງແຮງລວມຂອງເຄື່ອງຈັກ 201 ແຮງມ້າຂຶ້ນໄປ;

2. ໂຮງງານຂະໜາດກາງ ແມ່ນ ໂຮງງານທີ່ມີຈໍານວນແຮງງານ 51 ຫາ 200 ຄົນ ຫຼື ກຳລັງແຮງລວມຂອງເຄື່ອງຈັກ 51 ແຮງມ້າ ຫາ 200 ແຮງມ້າ;

3. ໂຮງງານຂະໜາດນ້ອຍ ແມ່ນ ໂຮງງານທີ່ມີຈໍານວນແຮງງານ 10 ຫາ 50 ຄົນ ຫຼື ກຳລັງແຮງລວມຂອງເຄື່ອງຈັກ 10 ແຮງມ້າ ຫາ 50 ແຮງມ້າ.

    ສຳລັບປະເພດໂຮງງານປຸງແຕ່ງໄມ້ແບບຄອບຄົວ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 4 ມາດຕາ 5 ຂອງຂໍ້ຕົກລົງສະ ບັບນີ້ ແມ່ນ ມີຂະໜາດດຽວ ແລະ ມີຈໍານວນແຮງງານຕຳ່ກວ່າ 10 ຄົນລົງມາ ຫຼື ນຳໃຊ້ເຄື່ອງຈັກທີ່ມີກໍາລັງແຮງ ລວມຕ່ຳກວ່າ 10 ແຮງມ້າລົງມາ.

ໝວດທີ 3
ການດໍາເນີນກິດຈະການໂຮງງານອຸດສາຫະກໍາປຸງ​ແຕ່ງໄມ້ ປະເພດ ໂຮງງານເລື່ອຍໄມ້, ໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີ

ມາດຕາ 11 ການດໍາເນີນກິດຈະການໂຮງງານອຸດສາຫະກໍາປຸງ​ແຕ່ງໄມ້ ປະເພດ ໂຮງງານເລື່ອຍໄມ້, ໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີ

ປະເພດ ໂຮງງານເລື່ອຍໄມ້, ໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີ ໃຫ້ປະຕິບັດຕາມນະໂຍບາຍຂອງລັດຖະບານໃນແຕ່ລະໄລຍະ, ໄດ້ຮັບອະນຸຍາດຈາກຂະແໜງ ການທີ່ກ່ຽວຂ້ອງ ແລະ ມີເອກະສານ ດັ່ງນີ້:

1. ໃບທະບຽນວິສາຫະກິດ;

2. ໃບອະນຸຍາດດໍາເນີນທຸລະກິດ ຫຼື ໃບອະນຸຍາດລົງທຶນ;

3. ບົດວິພາກເສດຖະກິດ-ເຕັກນິກໂຮງງານ;

4. ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຫຼື ໃບຢັ້ງຢຶນກ່ຽວກັບສິ່ງແວດລ້ອມໂຮງງານ;

5. ໃບອະນຸຍາດປຸກສ້າງ;                                                     

6. ໃບຢັ້ງຢືນດໍາເນີນກິດຈະການໂຮງງານ.

ມາດຕາ 12 ການສ້າງແຜນການຜະລິດຂອງໂຮງງານອຸດສາຫະກຳປຸງແຕ່ງໄມ້ ປະເພດ ໂຮງງານເລື່ອຍໄມ້, ໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີ

ຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ ປະເພດ ໂຮງງານເລື່ອຍໄມ້, ໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີ ຕ້ອງສ້າງແຜນການຜະລິດປະຈຳງວດ ແລະ ປະຈຳປີ ຕາມແບບພິມ ອ ເຊັ່ນ: ອ 1 ແຜນການຜະລິດ, ອ 2 ແຜນການຈຳໜ່າຍ, ອ 3  ແຜນຄວາມຕ້ອງການວັດຖຸດິບ, ເຄື່ອງຈັກ ແລະ ອຸປະກອນ ແລະ ອ 4 ສະຫຼຸບແຜນການຜະລິດ, ການຈໍາໜ່າຍ, ຄວາມຕ້ອງການວັດຖຸດິບ, ເຄື່ອງຈັກ ແລະ ອຸປະກອນ. ການກຳນົດແຜນຄວາມຕ້ອງການວັດຖຸດິບ ໃຫ້ກຳນົດຕາມຄວາມສາມາດຜະລິດຕົວຈິງຂອງໂຮງງານ ແລ້ວນຳສະເໜີຕໍ່ຂະແໜງການອຸດສາຫະກຳ ແລະ ການຄ້າ ຕາມການແບ່ງຂັ້ນຄຸ້ມຄອງ.

ໝວດທີ 4
ມາດຕະຖານໂຮງງານອຸດສາຫະກຳປຸງແຕ່ງໄມ້ ປະເພດ ໂຮງງານເລື່ອຍໄມ້, ໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີ

ມາດຕາ 13 ມາດຕະຖານໂຮງງານອຸດສາຫະກຳປຸງແຕ່ງໄມ້ ປະເພດ ໂຮງງານເລື່ອຍໄມ້, ໂຮງງານປຸງແຕ່ງໄມ້ ແລະ ໂຮງ ງານເຟີນີເຈີ

ມາດຕະຖານໂຮງງານອຸດສາຫະກຳປຸງແຕ່ງໄມ້ ປະເພດ ໂຮງງານເລື່ອຍໄມ້, ໂຮງງານປຸງແຕ່ງໄມ້ ແລະ ໂຮງ ງານເຟີນີເຈີ ​ແມ່ນ ​ການ​ກໍານົດຄຸນ​ລັກສະນະ​ສະເພາະທາງ​ດ້ານ​ມາດຕະຖານ​​ເຕັກນິກຂອງ​​ໂຮ​ງງານ ແລະ ຕ້ອງມີອົງປະກອບ ດັ່ງນີ້:

  1. ສະຖານທີ່​ຕັ້ງ​​ໂຮງງານ;
  2. ສິ່ງ​ປຸກ​ສ້າງ​​ໃນ​ໂຮງງານ;
  3. ອາຄານ​ຜະລິດຂອງໂຮງງານ;
  4. ເຄື່ອງຈັກ;
  5. ຂະ​ບວນການ​ຜະລິດ;
  6. ວິຊາ​ການ ​ແລະ ຄົນ​ງານ;
  7. ຄວາມປອດໄພໂຮງງານ;
  8. ສຸຂານາໄມໂຮງງານ;
  9. ສິ່ງແວດລ້ອມໂຮງງານ;
  10. ການບໍລິຫານໂຮງງານ.

ມາດຕາ 14 ມາດຕະຖານສະຖານທີ່ຕັ້ງໂຮງງານ

ໂຮງງານທີ່ຈະສ້າງຕັ້ງໃໝ່ ບໍ່ໃຫ້ຕັ້ງຢູ່ໃນ ເຂດຫວງຫ້າມທາງການ, ເຂດປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບ, ເຂດຊຸມຊົນໜາແໜ້ນ, ໂຮງຮຽນ, ໂຮງໝໍ, ວັດ, ແຫຼ່ງວັດທະນະທຳ, ເຂດອະນຸລັກຊີວະນາໆພັນ, ແຫຼ່ງນໍ້າທໍາມະຊາດ ແລະ ບໍ່ໃຫ້ຕັ້ງຢູ່ໃນເຂດ ປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ ໂດຍທີ່ບໍ່ໄດ້ຮັບອະນຸຍາດ.

ສໍາລັບແຂວງທີ່ມີເຂດອຸດສາຫະກຳ ຫຼື ນິຄົມອຸດສາຫະກຳ ສາມາດສ້າງຕັ້ງໂຮງງານ ຢູ່ໃນເຂດດັ່ງກ່າວໄດ້.

ມາດຕາ 15 ມາດຕະຖານສິ່ງ​ປຸກ​ສ້າງ​​ໃນ​ໂຮງງານ

ມາດຕະຖານສິ່ງປຸກສ້າງໃນໂຮງງານປຸງແຕ່ງໄມ້ ມີດັ່ງນີ້:

  1. ພາຍ​ໃນໂຮງງານຕ້ອງ​ມີສິ່ງປຸກສ້າງທີ່ຈຳເປັນ ເປັນຕົ້ນ ຫ້ອງການ​ບໍລິຫານ, ອາຄານຜະລິດ, ສາງ, ​ຫ້ອງ​ອາ ຫານ, ບ່ອນພັກຜ່ອນ​, ບ່ອນຈອດລົດ, ຫ້ອງ​ນ້ຳ, ບ່ອນສູບຢາ, ລະບົບ​ບຳບັດ​ ​ແລະ ກຳຈັດ​ສິ່ງ​ເສດ​ເຫຼື​ອ;
  2. ເສັ້ນທາງ​ເຂົ້າ​-ອອກ​ ຕ້ອງ​ສະ​ດວກ ແລະ ບໍ່​ກີດຂວາງ​ການ​ສັນຈອນ;
  3. ຂອບເຂດໂຮງງານຕ້ອງມີເນື້ອທີ່ກວ້າງຂວາງ ເໝາະສົມກັບກິດຈະການ ແລະ ຕ້ອງມີກໍາແພງ ຫຼື ຮົ້ວອ້ອມຮອບທີ່ແໜ້ນໜາແຂງແຮງ ແລະ ມີປະຕູທາງເຂົ້າ-ອອກ ກວ້າງຂວາງດີ;
  4. ສຳລັບໂຮງງານທີ່ສ້າງຕັ້ງໃໝ່ ອາຄານ​ຜະລິດ, ລະບົບ​ບຳບັດ ແລະ ກໍາຈັດ​ສິ່ງ​ເສດ​ເຫຼືອໂຮງງານ ຕ້ອງຕັ້ງຢູ່ຫ່າງຈາກຂອບຮົ້ວ​​ໂຮງງານ ຢ່າງໜ້ອຍ 4 ແມັດຂຶ້ນ​ໄປ​​;
  5. ຕ້ອງຕິດປ້າຍຊື່ໂຮງງານ ໃຫ້ຖືກຕ້ອງຕາມລະບຽບການທີ່ກ່ຽວຂ້ອງ.

ມາດຕາ 16 ມາດຕະຖານອາຄານ​ຜະລິດຂອງໂຮງງານ

ມາດຕະຖານອາຄານຜະລິດຂອງໂຮງງານ ຕ້ອງມີຄຸນລັກສະນະ ດັ່ງນີ້:

  1. ໂຄງສ້າງອາຄານຕ້ອງແໜ້ນໜາແຂງແຮງ ແລະ ເໝາະສົມກັບການດຳເນີນກິດຈະການ, ແຜນຜັງການກໍ່ ສ້າງອາຄານໂຮງງານ ຕ້ອງໄດ້ຮັບການຢັ້ງຢືນດ້ານເຕັກນິກການກໍ່ສ້າງຈາກຂະແໜງການທີ່ກ່ຽວຂ້ອງ ຕາມກົດໝາຍ ແລະ ລະບຽບການ;
  2. ເສົາເຮັດດ້ວຍເບຕົງ ຫຼື ເຫຼັກ ທີ່ແຂງແຮງທົນທານ;
  3. ຫຼັງຄາມຸງດ້ວຍກະເບື້ອງ, ຊີແພັກ, ແຜ່ນອາລູຊິງ ຫຼື ສັງກະສີ, ຄວາມສູງແຕ່ພື້ນຫາຫົວເສົາ ຫຼື ເພດານ ບໍ່ຕ່ຳກວ່າ 4 ແມັດ;
  4. ພື້ນອາຄານເຮັດດ້ວຍເບຕົງ ແລະ ບໍ່ມີຮອຍແຕກແຫງ, ບໍ່ມີນ້ຳຂັງ ຫຼື ມື່ນ, ມີຄວາມສູງກວ່າໜ້າດິນ ຕາມຄວາມເໝາະສົມ, ພື້ນອາຄານຕ້ອງຈັດສັນໃຫ້ເປັນລະບົບດີ, ມີຄວາມສະອາດ ໂດຍຂີດໝາຍເສັ້ນແບ່ງພື້ນທີ່ພາຍໃນໂຮງງານ ແລະ ໃຫ້ມີຮ່ອງລະບາຍນໍ້າອ້ອມຮອບອາຄານ;
  5. ອາຄານຜະລິດແບບປິດ ຕ້ອງມີປະຕູເຂົ້າ-ອອກ ແລະ ມີປະຕູທາງອອກສຸກເສີນຢ່າງໜ້ອຍໜຶ່ງບ່ອນ, ບານປະຕູຕ້ອງເປັນລະບົບເປີດ-ປິດໄດ້ງ່າຍ ແລະ ບໍ່ມີສິ່ງກີດຂວາງໃນເວລານຳໃຊ້;
  6. ຕ້ອງຕິດຕັ້ງລະບົບໄຟຟ້າທີ່ຮັບປະກັນຄວາມປອດໄພ ເປັນຕົ້ນ ລະບົບໄຟຟ້າເຄື່ອງຈັກ ແລະ ໄຟຟ້າແສງສະ ຫວ່າງ;
  7. ຕ້ອງຕິດຕັ້ງພັດລົມ, ລະບົບລະບາຍອາກາດ, ລະບົບດູດຝຸ່ນ ແລະ ອື່ນໆ ຕາມຄວາມເໝາະສົມ.

ມາດຕາ 17 ມາດຕະຖານເຄື່ອງ​ຈັກ

ເຄື່ອງ​ຈັກ ຂອງໂຮງງານອຸດສາຫະກຳປຸງແຕ່ງໄມ້ ປະກອບມີ ຄຸນລັກສະນະເຄື່ອງຈັກ ແລະ ປະ ເພດເຄື່ອງຈັກ.

ກ. ຄຸນລັກສະນະເຄື່ອງຈັກ

ເຄື່ອງຈັກທີ່ນຳໃຊ້ຢູ່ໃນໂຮງງານ ຕ້ອງມີຄຸນລັກສະນະຕົ້ນຕໍ ດັ່ງນີ້:

  1. ເປັນເຄື່ອງຈັກໃໝ່ ຫຼື ຖ້າເປັນເຄື່ອງຈັກໃຊ້ແລ້ວ ຕ້ອງມີຄຸນນະພາບດີ, ເຕັກໂນໂລຊີເໝາະສົມຕາມຍຸກສະໄໝ, ຖືກຕ້ອງກັບເປົ້າໝາຍການນຳໃຊ້, ບໍ່ມີຄວາມສ່ຽງຕໍ່ການເກີດຜົນກະທົບຕໍ່ສຸຂະພາບຂອງຜູ້ອອກແຮງງານ ແລະ ສິ່ງແວດລ້ອມ. ໃນນັ້ນ, ກໍຕ້ອງແມ່ນເຄື່ອງຈັກທີ່ມີປະສິດທິພາບສູງ, ປະຢັດວັດຖຸດິບ, ປະຢັດພະລັງງານ ແລະ ຫຼຸດຜ່ອນການປ່ອຍມົນລະພິດ;
  2. ຕິດຕັ້ງເຄື່ອງຈັກໃຫ້ຖືກຕ້ອງຕາມລະບົບມາດຕະຖານເຕັກນິກ ແລະ ຖືກຕາມແຜນຜັງການຕິດຕັ້ງເຄື່ອງຈັກ ແລະ ຮັບປະກັນຄວາມປອດໄພໃນເວລານຳໃຊ້;
  3. ຂຶ້ນບັນຊີເຄື່ອງຈັກໃຫ້ຄົບຖ້ວນ ແລະ ຖືກຕ້ອງ ເປັນຕົ້ນ ຊື່ເຄື່ອງຈັກ, ຍີ່ຫໍ້, ແຮງມ້າ, ປີຜະລິດ, ປະເທດຜະລິດ ແລະ ເປົ້າໝາຍນຳໃຊ້;
  4. ມີແຜນການຕິດຕາມກວດກາ, ບຳລຸງຮັກສາ ແລະ ສ້ອມແປງເຄື່ອງຈັກ ຢ່າງເປັນປົກກະຕິ.

ຂ. ປະເພດເຄື່ອງຈັກ

ເຄື່ອງຈັກທີ່ຕິດຕັ້ງຢູ່ໃນໂຮງງານແຕ່ລະປະເພດ ໄດ້ກໍານົດຕາມຂະບວນການປຸງແຕ່ງ ແລະ ຜະລິດຕະພັນຂອງໂຮງງານ ດັ່ງນີ້:

1. ໂຮງງານເລື່ອຍໄມ້

ໂຮງງານເລື່ອຍໄມ້ ໃຫ້ຕິດຕັ້ງເຄື່ອງຈັກຕົ້ນຕໍຕາມຂະບວນການປຸງແຕ່ງ ເປັນຕົ້ນ ເຄື່ອງຈັກເລື່ອຍໄມ້ສາຍ ພານຕັ້ງ ຫຼື ສາຍພານນອນ, ເຄື່ອງຈັກຕັດໄມ້, ເຄື່ອງຈັກຊອຍໄມ້ (ເລື່ອຍວົງເດືອນ), ເຄື່ອງຈັກຍົກໄມ້ (ເຄຣນ), ລໍ້ເຄື່ອນຍ້າຍໄມ້, ລະບົບລາງເລື່ອນສົ່ງໄມ້, ເຕົາອົບໄມ້, ເຄື່ອງຈັກດູດຂີ້ເລື່ອຍ (ລະບົບທໍ່ດູດ), ເຄື່ອງຈັກຝົນໃບເລື່ອຍສາຍພານ ແລະ ວົງເດືອນ, ລົດຟົກລິບ, ລົດຄີບໄມ້ທ່ອນ ແລະ ເຄື່ອງຈັກອື່ນໆ.

2. ໂຮງງານປຸງແຕ່ງໄມ້

ໂຮງງານປຸງແຕ່ງໄມ້ ໃຫ້ຕິດຕັ້ງເຄື່ອງຈັກຕົ້ນຕໍ ຕາມຂະບວນການປຸງແຕ່ງ ເປັນຕົ້ນ ເຄື່ອງຈັກເລື່ອຍໄມ້ສາຍພານຕັ້ງ ຫຼື ສາຍພານນອນ, ເຄື່ອງຈັກຕັດໄມ້, ເຄື່ອງຈັກຊອຍໄມ້ (ເລື່ອຍວົງເດືອນ), ເຄື່ອງຈັກກົບໄມ້ລະບົບ 3 ໜ້າ ຫຼື 4 ໜ້າ, ເຄື່ອງຈັກເຊາະຮ່ອງ, ເຄື່ອງຈັກປາດເດືອຍ, ເຄື່ອງຈັກຕີສົ້ນໄມ້, ເຄື່ອງຈັກທາກາວ, ເຄື່ອງຈັກຕໍ່ສົ້ນໄມ້, ເຄື່ອງຈັກໜີບໄມ້, ເຄື່ອງຈັກຍົກໄມ້ (ເຄຣນ), ເຕົາອົບໄມ້, ເຄື່ອງຈັກໂຣເຕີ, ເຄື່ອງຈັກຈິກຊໍ, ເຄື່ອງຈັກເຈາະຮູໄມ້, ເຄື່ອງຈັກຊ່ຽນໄມ້, ເຄື່ອງຈັກຂັດກະດາດຊາຍ, ເຄື່ອງຈັກດູດຂີ້ເລື່ອຍ (ລະບົບທໍ່ດູດ), ເຄື່ອງຈັກພົ່ນສີ-ອົບສີ, ເຄື່ອງຈັກປ້ຳລົມ ແລະ ເຄື່ອງຈັກອື່ນໆ.

ໂຮງງານປຸງແຕ່ງໄມ້ ສາມາດຕິດຕັ້ງເຄື່ອງຈັກ ແລະ ເຄື່ອງມືອຸປະກອນ ເພື່ອແກະສະຫຼັກເຄື່ອງປະດັບເອ້, ເຄື່ອງໃຊ້ສອຍ ແລະ ເຄື່ອງຫັດຖະກຳອື່ນໆຈາກໄມ້ ຕາມຂະບວນການປຸງແຕ່ງ ເປັນຕົ້ນ ເຄື່ອງຈັກແກະສະຫຼັກໄມ້ ແລະ ເຄື່ອງຈັກຂະໜາດນ້ອຍທີ່ສາມາດພົກພາໄດ້ ເຊັ່ນ: ເຄື່ອງຈັກຕັດ, ເຄື່ອງຈັກສະຫວ່ານເຈາະຮູ, ເຄື່ອງຈັກໂຣເຕີ, ເຄື່ອງຈັກຂັດກະດາດຊາຍ ແລະ ເຄື່ອງຈັກອື່ນໆ.

ໂຮງງານຜະລິດໄມ້ປອກ, ໄມ້ຝານ ແລະ ໄມ້ອັດ ໃຫ້ຕິດຕັ້ງເຄື່ອງຈັກຕົ້ນຕໍ ຕາມຂະບວນການປຸງແຕ່ງ ເປັນ ຕົ້ນ ເຄື່ອງຈັກປອກໄມ້, ເຄື່ອງຈັກຝານໄມ້, ເຄື່ອງຈັກສັບໄມ້ ຫຼື ບົດໄມ້, ເຄື່ອງຈັກອັດໄມ້ ຫຼື ໜີບໄມ້, ເຄື່ອງຈັກຕັດຂະໜາດໄມ້, ເຄື່ອງຈັກປະສົມກາວ, ເຄື່ອງຈັກທາກາວ, ເຄື່ອງຈັກອັດໄມ້, ເຄື່ອງຈັກອົບໄມ້, ເຄື່ອງຈັກປ້ຳລົມ ແລະ ເຄື່ອງຈັກອື່ນໆ.

3. ໂຮງງານເຟີນີເຈີ

ໂຮງງານເຟີນີເຈີ ໃຫ້ຕິດຕັ້ງເຄື່ອງຈັກຕົ້ນຕໍ ຕາມຂະບວນການປຸງແຕ່ງ ເປັນຕົ້ນ ເຄື່ອງຈັກຕັດໄມ້, ເຄື່ອງຈັກຊອຍໄມ້ (ເລື່ອຍວົງເດືອນ), ເຄື່ອງຈັກກົບໄມ້ ລະບົບ 3 ໜ້າ ຫຼື 4 ໜ້າ, ເຄື່ອງຈັກເຊາະຮ່ອງໄມ້, ເຄື່ອງຈັກປາດເດືອຍໄມ້, ເຄື່ອງຈັກຕັດມູມ, ເຄື່ອງຈັກຕໍ່ໄມ້, ເຄື່ອງຈັກໂຣເຕີ, ເຄື່ອງຈັກຈິກຊໍ, ເຄື່ອງຈັກເຈາະຮູໄມ້, ເຄື່ອງຈັກຊ່ຽນໄມ້, ເຄື່ອງຈັກຂັດກະດາດຊາຍ, ເຄື່ອງຈັກດູດຂີ້ເລື່ອຍ (ລະບົບທໍ່ດູດ), ເຄື່ອງຈັກພົ່ນສີ-ອົບສີ, ເຄື່ອງຈັກປໍ້າລົມ ແລະ ເຄື່ອງຈັກອື່ນໆ. ໃນນີ້, ເຄື່ອງຈັກຊອຍໄມ້ (ເລື່ອຍວົງເດືອນ) ໃບເລື່ອຍພົ້ນໜ້າໂຕະບໍ່ໃຫ້ເກີນ 20 ຊັງຕີແມັດ ແລະ ຄວາມແຮງຂອງໂມເຕີເຄື່ອງຈັກບໍ່ເກີນ 7 ແຮງມ້າຕໍ່ເຄື່ອງຈັກ ແລະ ບໍ່ອະນຸຍາດໃຫ້ຕິດຕັ້ງເຄື່ອງຈັກເລື່ອຍສາຍ ພານຕັ້ງ ແລະ ເຄື່ອງຈັກເລື່ອຍສາຍພານນອນ.

ໂຮງງານເຟີນີເຈີ ສາມາດຕິດຕັ້ງເຄື່ອງຈັກ, ເຄື່ອງມືອຸປະກອນ ເພື່ອແກະສະຫຼັກເຄື່ອງປະດັບເອ້, ເຄື່ອງໃຊ້ສອຍ ແລະ ເຄື່ອງຫັດຖະກຳອື່ນໆຈາກໄມ້ ຕາມຂະບວນການປຸງແຕ່ງ ເປັນຕົ້ນ ເຄື່ອງຈັກແກະສະຫຼັກໄມ້ ແລະ ເຄື່ອງຈັກຂະໜາດນ້ອຍທີ່ສາມາດພົກພາໄດ້ ເຊັ່ນ: ເຄື່ອງຈັກຕັດ, ເຄື່ອງຈັກສະຫວ່ານເຈາະຮູ, ເຄື່ອງຈັກໂຣເຕີ, ເຄື່ອງຈັກຂັດກະດາດຊາຍ ແລະ ເຄື່ອງຈັກອື່ນໆ.

ມາດຕາ 18 ມາດຕະຖານຂະ​ບວນການ​ຜະລິດ

ໂຮງງານອຸດສາຫະກໍາປຸງແຕ່ງໄມ້ ຕ້ອງມີມາດຕະຖານຂະບວນການຜະລິດ ດັ່ງນີ້:

  1. ຂະ​ບວນການຜະລິດຂອງໂຮງງານ ຕ້ອງເປັນ​ລະ​ບົບ​ຕ່ອງ​ໂສ້ການຜະລິດທີ່ເໝາະສົມ ເລີ່ມແຕ່ຂອດນໍາວັດ ຖຸດິບເຂົ້າຜະລິດ ຈົນຮອດຂອດຜະລິດຕະພັນສຸດທ້າຍ. ທຸກ​ຂອດ​ການ​ຜະລິດທີ່​ເກີດ​ມີ​ສິ່ງເສດເຫຼືອ ຕ້ອງ​ຕິດຕັ້ງ​ລະ ບົບ​ການກຳຈັດໃຫ້ໄດ້ມາດຕະຖານທີ່ກຳນົດໄວ້.
  2. ພາຍໃນອາຄານໂຮງງານ ຫຼື ບ່ອນເຮັດວຽກ ຕ້ອງບໍ່ມີສິ່ງກີດຂວາງທາງຍ່າງ, ຕ້ອງໃສ່ປ້າຍເຕືອນ, ປ້າຍຊີ້ບອກຂະບວນການຜະລິດຢູ່ແຕ່ລະຂອດງານ ແລະ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍດີ.

ມາດຕາ 19 ມາດຕະຖານວິຊາ​ການ ​ແລະ ຄົນ​ງານ

ໂຮງງານອຸດສາຫະກໍາປຸງແຕ່ງໄມ້ ຕ້ອງມີມາດຕະຖານວິຊາການ ແລະ ຄົນງານ ດັ່ງນີ້:

  1. ວິຊາການສະເພາະດ້ານທີ່ມີໃບປະກາສະນີຍະບັດ ຫຼື ໃບຢັ້ງຢືນຮັບຮອງດ້ານເຕັກນິກວິຊາການທີ່ກ່ຽວຂ້ອງ ແລະ ມີປະສົບການ ປະຈຳຢູ່ໂຮງງານຢ່າງໜ້ອຍໜຶ່ງຄົນ;
  2. ວິຊາການ ແລະ ຄົນງານ ຕ້ອງມີສຸຂະພາບແຂງແຮງດີ, ບໍ່ມີພະຍາດຕິດແປດ ຫຼື ພະຍາດອາຊີບ;
  3. ຈັດຝຶກອົບຮົມຍົກລະດັບທາງດ້ານວິຊາການໃຫ້ວິຊາການ ແລະ ຄົນງານ ຢ່າງໜ້ອຍໜຶ່ງຄັ້ງຕໍ່ປີ;
  4. ກວດສຸຂະພາບກ່ອນຮັບເຂົ້າເຮັດວຽກ ແລະ ໃຫ້ກວດເປັນປົກກະຕິຢ່າງໜ້ອຍໜຶ່ງຄັ້ງຕໍ່ປີ.

ມາດຕາ 20 ມາດຕະຖານຄວາມປອດໄພໂຮງງານ

ໂຮງງານອຸດສາຫະກໍາປຸງແຕ່ງໄມ້ ຕ້ອງມີມາດຕະຖານຄວາມປອດໄພໂຮງງານ ດັ່ງນີ້:

  1. ມີໜ່ວຍງານ ຫຼື ຜູ້ຮັບຜິດຊອບຄວາມປອດໄພໃນໂຮງງານ, ພະນັກງານ ແລະ ຄົນງານ ຕ້ອງໄດ້ຜ່ານການຝຶກອົບຮົມວຽກງານຄວາມປອດໄພໂຮງງານ ຢ່າງໜ້ອຍໜຶ່ງຄັ້ງຕໍ່ປີ;
  2. ຄົນງານຕ້ອງໃສ່ເຄື່ອງມືອຸປະກອນປ້ອງກັນແຮງງານຕາມຄວາມເໝາະສົມ ໂດຍຂຶ້ນກັບຄວາມຈຳເປັນຂອງແຕ່ລະໜ້າວຽກທີ່ມີຄວາມສ່ຽງ ແລະ ເປັນອັນຕະລາຍ ເປັນຕົ້ນ ຊຸດເຄື່ອງນຸ່ງ, ໝວກກັນກະທົບ, ອຸປະກອນປິດປາກ-ປິດດັງ, ອຸປະກອນປິດຫູ, ຊົບມື, ເກີບກັນກະທົບ, ຊຸດກັນຄວາມຮ້ອນ, ແວ່ນຕາກັນແສງ ແລະ ຈັດໃຫ້ມີບ່ອນເກັບມ້ຽນເຄື່ອງນຸ່ງ;
  3. ຕິດຕັ້ງຝາຄອບ ຫຼື ຕາໜ່າງເຫຼັກປ້ອງກັນໃສ່ ກົງລໍ້ໝູນ, ແຂ້ວເຟືອງ, ສາຍພານ, ສາຍໂສ້, ໃບເລື່ອຍ ຂອງເຄື່ອງຈັກທີ່ມີຄວາມສ່ຽງຕໍ່ການເກີດອຸປະຕິເຫດ ຕາມຄວາມເໝາະສົມ;
  4. ຕິດຕັ້ງປ້າຍເຕືອນ, ປ້າຍຫ້າມ ແລະ ແຕ້ມເສັ້ນຂອບເຂດໃສ່ສະຖານທີ່ ທີ່ເປັນອັນຕະລາຍ ຫຼື ບ່ອນທີ່ມີຄວາມສ່ຽງທີ່ຈະເກີດອຸປະຕິເຫດ;
  5. ຕິດຕັ້ງລະບົບປ້ອງກັນອັກຄີໄພຢູ່ໃນໂຮງງານໃຫ້ພຽງພໍ ເປັນຕົ້ນ ລະບົບສັນຍານເຕືອນໄພ ແລະ ບັ້ງດັບເພີງ ຫຼື ລະບົບນ້ຳມອດໄຟ ທີ່ສາມາດນຳໃຊ້ໄດ້;
  6. ຕິດຕັ້ງລະບົບ​ອຸປະກອນ​ຕັດ​ໄຟຟ້າ​ແບບ​ອັດຕະ​ໂນ​ມັດ ໃສ່ເຄື່ອງຈັກ ແລະ ອາຄານໂຮງງານ.

ມາດຕາ 21 ມາດຕະຖານສຸຂານາໄມໂຮງງານ

ໂຮງງານອຸດສາຫະກໍາປຸງແຕ່ງໄມ້ ຕ້ອງມີມາດຕະຖານສຸຂານາໄມໂຮງງານ ດັ່ງນີ້:

  1. ມີຜູ້ຮັບຜິດຊອບວຽກງານສຸຂານາໄມໃນໂຮງງານ ຢ່າງໜ້ອຍໜຶ່ງຄົນ.
  2. ມີຕູ້ຢາ ແລະ ອຸປະກອນປະຖົມພະຍາບານເບື້ອງຕົ້ນຢູ່ໃນໂຮງງານ ເປັນຕົ້ນ ຢາແກ້ປວດ, ຢາຕ້ານເຊື້ອ, ຢາລ້າງບາດ, ຢາແດງ, ສຳລີ, ແພພັນບາດ, ບາຫຼອດວັດແທກອຸນຫະພູມ, ສາຍຢາງຮັດຫ້າມເລືອດ. ສຳລັບໂຮງງານຂະໜາດໃຫຍ່ ຕ້ອງມີຫ້ອງປະຖົມພະຍາບານເບື້ອງຕົ້ນ ແລະ ມີພະຍາບານປະຈຳໂຮງງານ ຢ່າງໜ້ອຍໜຶ່ງຄົນ;
  3. ມີລະບົບນ້ຳໃຊ້ຢ່າງພຽງພໍ ເປັນຕົ້ນ ລະບົບນໍ້າປະປາ ຫຼື ນໍ້າບາດານ;
  4. ມີນ້ຳດື່ມ ແລະ ຈອກນ້ຳດື່ມທີ່ສະອາດ, ພຽງພໍ ແລະ ເໝາະສົມກັບຈຳນວນຄົນ;
  5. ມີຫ້ອງນ້ຳ, ຫ້ອງປັດສະວະ ແລະ ມີເຈັ້ຍອະນາໄມ ທີ່ສະອາດ ແລະ ພຽງພໍກັບຈຳນວນຄົນ ໂດຍແຍກຫ້ອງ ນໍ້າຍິງ ແລະ ຫ້ອງນໍ້າຊາຍສະເພາະ ຕາມຄວາມເໝາະສົມ;
  6. ມີບ່ອນລ້າງມື, ນໍ້າຢາຂ້າເຊື້ອ ຫຼື ສະບູ ທີ່ຖືກຫຼັກສຸຂານາໄມ ໃຫ້ພຽງພໍ ແລະ ເໝາະສົມກັບຈຳນວນຄົນ.

ມາດຕາ 22 ມາດຕະຖານສິ່ງແວດລ້ອມໂຮງງານ

ໂຮງງານອຸດສາຫະກຳປຸງແຕ່ງໄມ້ ທີ່ກໍ່ໃຫ້ເກີດມົນລະພິດ ແລະ ສິ່ງເສດເຫຼືອປະເພດຕ່າງໆ ເປັນຕົ້ນ ມົນລະພິດທາງອາກາດ, ນ້ຳເສຍຄຸນ, ສິ່ງເສດເຫຼືອປະເພດແຂງ ແລະ ອັນຕະລາຍ, ສຽງດັງ, ກິ່ນຂິວ ຕ້ອງມີມາດຕະຖານສິ່ງແວດລ້ອມໂຮງງານ ດັ່ງນີ້:

  1. ກ່ອນດໍາເນີນກິດຈະການໂຮງງານ ຕ້ອງເຮັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມໂຮງງານ;
  2. ມີລະບົບບຳບັດ ຫຼື ກຳຈັດສິ່ງເສດເຫຼືອຂອງໂຮງງານ ທີ່ເປັນລະບົບມາດຕະຖານ;
  3. ມົນລະພິດ ແລະ ສິ່ງເສດເຫຼືອ ທີ່ຈະປ່ອຍອອກຈາກໂຮງງານ ຕ້ອງຢູ່ໃນເກນຄ່າມາດຕະຖານ ຈຶ່ງສາມາດປ່ອຍອອກຈາກໂຮງງານໄດ້.

ມາດຕາ 23 ມາດຕະຖານການບໍລິຫານໂຮງງານ

ໂຮງງານອຸດສາຫະກຳປຸງແຕ່ງໄມ້ ຕ້ອງມີແຜນການບໍລິຫານໂຮງງານ, ການຄຸ້ມຄອງການຜະລິດ ແລະ ປະຕິ ບັດໃຫ້ໄດ້ມາດຕະຖານໃດໜຶ່ງ ເປັນຕົ້ນ ລະບົບ 5 ສ (5​S) ໂດຍຜ່ານການຢັ້ງຢືນຈາກຂະແໜງການອຸດສາຫະກຳ ແລະ ການຄ້າ ຫຼື ປະຕິບັດໃຫ້ໄດ້ມາດຕະຖານສາກົນ (ISO) ໃດໜຶ່ງ ໂດຍຜ່ານການຢັ້ງຢືນຈາກອົງການທີ່ກ່ຽວ ຂ້ອງ.

ໂຮງງານອຸດສາຫະກຳປຸງແຕ່ງໄມ້ ຕ້ອງມີລະບົບການຄຸ້ມຄອງໄມ້ສົ້ນເຂົ້າ ແລະ ສົ້ນອອກ ຕາມຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ຕິດຕາມ ໄມ້ສົ້ນເຂົ້າ ແລະ ສົ້ນອອກ.

ມາດຕາ 24 ການນໍາໃຊ້ວັດຖຸດິບ

ວັດຖຸດິບທີ່ນຳໃຊ້ໃນໂຮງງານອຸດສາຫະກໍາປຸງແຕ່ງໄມ້ ປະກອບດ້ວຍ ໄມ້ຈາກປ່າທຳມະຊາດ, ໄມ້ສວນປູກ ແລະ ໄມ້ນຳເຂົ້າຈາກຕ່າງປະເທດ ແລະ ຕ້ອງໄດ້ຮັບການຢັ້ງຢືນແຫຼ່ງທີ່ມາຂອງໄມ້ ແລະ ເສຍພັນທະອາກອນ ຖືກ ຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 25 ຜະລິດ​ຕະພັນໂຮງງານອຸດສາຫະກໍາປຸງແຕ່ງໄມ້

ໂຮງງານອຸດສາຫະກໍາປຸງແຕ່ງໄມ້ ຕ້ອງປຸງແຕ່ງໄມ້ໃຫ້ເປັນຜະລິດຕະພັນໃດໜຶ່ງ ດ້ວຍການສ້າງມູນຄ່າເພີ່ມໃຫ້ຫຼາຍ ເຮັດໃຫ້ຜະລິດຕະພັນມີຄຸນນະພາບດີ ແລະ ມີມາດຕະຖານສູງ ເພື່ອຈຳໜ່າຍ. ສຳລັບຜະລິດຕະພັນໄມ້ທີ່ຈະສົ່ງອອກຕ່າງປະເທດ ໃຫ້ປະຕິບັດຕາມຂໍ້ຕົກລົງວ່າດ້ວຍການຮັບຮອງເອົາລາຍການຜະລິດຕະພັນໄມ້ເພື່ອສົ່ງອອກ,ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ໂຮງງານອຸດສາຫະກໍາປຸງແຕ່ງໄມ້ ສາມາດສ້າງຍີ່ຫໍ້, ເຄື່ອງໝາຍການຄ້າ, ກຳນົດມາດຕະຖານຜະລິດຕະພັນ ແລະ ຈົດທະບຽນເຄື່ອງໝາຍການຄ້າ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ໝວດທີ 5
ການດຳເນີນກິດຈະການໂຮງງານປຸງແຕ່ງໄມ້ແບບຄອບຄົວ

ມາດຕາ 26 ການດໍາເນີນກິດຈະການໂຮງງານປຸງແຕ່ງໄມ້ແບບຄອບຄົວ

ການດໍາເນີນກິດຈະການໂຮງງານປຸງ​ແຕ່ງໄມ້ແບບຄອບຄົວ ແມ່ນ ໃຫ້ປະຕິບັດຕາມນະໂຍບາຍຂອງລັດຖະ ບານໃນແຕ່ລະໄລຍະ, ໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ ແລະ ມີເອກະສານ ດັ່ງນີ້:

1. ໃບທະບຽນວິສາຫະກິດ;

2. ໃບອະນຸຍາດດຳເນີນທຸລະກິດ;

3. ບົດສະເໜີກ່ຽວກັບການດຳເນີນທຸລະກິດ ໂດຍຫຍໍ້;

4. ໃບອະນຸຍາດປຸກສ້າງ;

5. ໃບຢັ້ງຢືນດໍາເນີນກິດຈະການໂຮງງານ.

ມາດຕາ 27 ມາດຕະຖານໂຮງງານປຸງແຕ່ງໄມ້ແບບຄອບຄົວ

ມາດຕະຖານໂຮງງານປຸງແຕ່ງໄມ້ແບບຄອບຄົວ ແມ່ນ ​ການ​ກໍານົດຄຸນ​ລັກສະນະ​ສະເພາະ ທາງ​ດ້ານ​ມາດຕະ ຖານ​​ເຕັກນິກ​ຂອງໂຮງງານ ແລະ ມີອົງປະກອບ ດັ່ງນີ້:

  1. ສະຖານທີ່​ຕັ້ງ​​ໂຮງງານ;
  2. ອາຄານ​ຜະລິດຂອງໂຮງງານ;
  3. ເຄື່ອງຈັກ;
  4. ຄວາມປອດໄພ ແລະ ສຸຂານາໄມໂຮງງານ;
  5. ສິ່ງແວດລ້ອມໂຮງງານ.

ມາດຕາ 28 ມາດຕະຖານສະຖານທີ່ຕ້ັງໂຮງງານ

ໂຮງງານປຸງແຕ່ງໄມ້ແບບຄອບຄົວ ຕ້ອງມີມາດຕະຖານສະຖານທີ່ຕັ້ງໂຮງງານ ດັ່ງນີ້:

  1. ຕັ້ງຢູ່ສະຖານທີ່ເໝາະສົມ ແລະ ມີເສັ້ນທາງເຂົ້າ-ອອກສະດວກ;
  2. ບໍ່ຕັ້ງຢູ່ໃນເຂດ ຫວງຫ້າມທາງການ, ຊຸມຊົນແອອັດ, ໂຮງຮຽນ, ໂຮງໝໍ, ວັດ, ກ້ອງເຮືອນ, ເທີບເຮືອນແລະ ບໍ່ໃຫ້ຕັ້ງຢູ່ໃນປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ ໂດຍທີ່ບໍ່ໄດ້ຮັບອະນຸຍາດ;
  3. ມີຮົ້ວທີ່ແໜ້ນໜາແຂງແຮງອ້ອມຮອບຂອບເຂດໂຮງງານ ແລະ ຕິດປ້າຍຊື່ຂອງໂຮງງານ.

ມາດຕາ 29 ມາດຕະຖານອາຄານຜະລິດຂອງໂຮງງານ

ມາດຕະຖານອາຄານຜະລິດຂອງໂຮງງານປຸງແຕ່ງໄມ້ແບບຄອບຄົວ ຕ້ອງມີຄຸນລັກສະນະ ດັ່ງນີ້:

  1. ອາຄານຜະລິດ ຕ້ອງແໜ້ນໜາແຂງແຮງ, ເໝາະສົມກັບການດຳເນີນກິດຈະການ ແລະ ປະຕິບັດໃຫ້ຖືກຕ້ອງຕາມລະບຽບການທີ່ກ່ຽວຂ້ອງ;
  2. ພື້ນຕ້ອງເຮັດດ້ວຍເບຕົງທີ່ແໜ້ນໜາແຂງແຮງ;
  3. ຕິດຕັ້ງລະບົບໄຟຟ້າທີ່ຮັບປະກັນຄວາມປອດໄພ ເປັນຕົ້ນ ລະບົບໄຟຟ້າເຄື່ອງຈັກ ແລະ ໄຟຟ້າແສງສະ ຫວ່າງ;
  4. ຕິດຕັ້ງພັດລົມ, ລະບົບລະບາຍອາກາດ ແລະ ອື່ນໆ ຕາມຄວາມເໝາະສົມ.

ມາດຕາ 30 ມາດຕະຖານເຄື່ອງຈັກ

ມາດຕະຖານເຄື່ອງຈັກ ທີ່ຕິດຕັ້ງຢູ່ໃນໂຮງງານປຸງແຕ່ງໄມ້ແບບຄອບຄົວ ຕ້ອງມີຄຸນລັກສະນະ ດັ່ງນີ້:

  1. ເຄື່ອງຈັກ ແລະ ເຄື່ອງມືຮັບໃຊ້ການຜະລິດ ຕ້ອງເໝາະສົມກັບກິດຈະການ ແລະ ຖືກຕ້ອງກັບເປົ້າໝາຍການນຳໃຊ້;
  2. ນຳໃຊ້ເຄື່ອງຈັກ ແລະ ເຄື່ອງມືອຸປະກອນ ເປັນຕົ້ນ ເຄື່ອງຈັກຕັດໄມ້, ເຄື່ອງຈັກຊອຍໄມ້ (ເລື່ອຍວົງເດືອນ), ເຄື່ອງຈັກເຈາະໄມ້, ເຄື່ອງຈັກກົບໄມ້, ເຄື່ອງຈັກໂຣເຕີ, ເຄື່ອງຈັກຈິກຊໍ, ເຄື່ອງຈັກຂັດກະດາດຊາຍ, ເຄື່ອງຈັກແກະສະຫຼັກໄມ້ ແລະ ເຄື່ອງຈັກອື່ນໆ. ສໍາລັບເຄື່ອງຈັກຊອຍໄມ້ (ເລື່ອຍວົງເດືອນ) ໃບເລື່ອຍພົ້ນໜ້າໂຕະບໍ່ໃຫ້ເກີນ 15 ຊັງຕີແມັດ ແລະ ຄວາມແຮງໂມເຕີບໍ່ເກີນ 3 ແຮງມ້າຕໍ່ເຄື່ອງ;
  3. ບໍ່ອະນຸຍາດໃຫ້ຕິດຕັ້ງເຄື່ອງຈັກເລື່ອຍສາຍພານຕັ້ງ ແລະ ເຄື່ອງຈັກເລື່ອຍສາຍພານນອນ;
  4. ຂຶ້ນບັນຊີເຄື່ອງຈັກໃຫ້ຄົບຖ້ວນ ແລະ ຖືກຕ້ອງ ເປັນຕົ້ນ ຊື່ເຄື່ອງຈັກ, ຍີ່ຫໍ້, ແຮງມ້າ, ປີຜະລິດ, ປະເທດຜະລິດ ແລະ ເປົ້າໝາຍນຳໃຊ້.

ມາດຕາ 31 ມາດຕະຖານຄວາມປອດໄພ ແລະ ສຸຂານາໄມ

ໂຮງງານປຸງແຕ່ງໄມ້ແບບຄອບຄົວ ຕ້ອງມີມາດຕະຖານຄວາມປອດໄພ ແລະ ສຸຂານາໄມ ດັ່ງນີ້:

  1. ຕິດຕັ້ງບັ້ງດັບເພີງໃຫ້ເໝາະສົມ ແລະ ສາມາດນຳໃຊ້ໄດ້;
  2. ຕິດຕັ້ງລະບົບ​ອຸ​ປະກອນ​ຕັດ​ໄຟຟ້າ​ແບບ​ອັດຕະ​ໂນ​ມັດ ທີ່ຮັບປະກັນຄວາມປອດໄພ;
  3. ຄົນງານຕ້ອງໃສ່ອຸປະກອນປ້ອງກັນແຮງງານ ເປັນຕົ້ນ ແວ່ນຕາກັນຝຸ່ນ, ອຸປະກອນປິດປາກ-ປິດດັງ, ຊົບມື ແລະ ອື່ນໆ;
  4. ມີຕູ້ຢາປະຖົມພະຍາບານເບື້ອງຕົ້ນ ເປັນຕົ້ນ ຢາລ້າງບາດ, ຢາແດງ, ສຳລີ, ແພພັນບາດ ແລະ ອື່ນໆ;
  5. ມີນ້ຳດື່ມ ແລະ ຈອກນ້ຳດື່ມ ທີ່ສະອາດ, ພຽງພໍ ແລະ ເໝາະສົມກັບຈຳນວນຄົນ;
  6. ມີຫ້ອງນ້ຳທີ່ສະອາດ ພຽງພໍ ແລະ ເໝາະສົມກັບຈຳນວນຄົນ.

ມາດຕາ 32 ມາດຕະຖານສິ່ງແວດລ້ອມໂຮງງານ

ມາດຕະຖານສິ່ງແວດລ້ອມໂຮງງານປຸງແຕ່ງໄມ້ແບບຄອບຄົວ ຕ້ອງມີມາດຕະການປ້ອງກັນບໍ່ໃຫ້ສົ່ງຜົນກະ ທົບຕໍ່ຊຸມຊົນ ແລະ ສິ່ງແວດລ້ອມ ເປັນຕົ້ນ ສຽງດັງ, ກິ່ນຂິວ, ຝຸ່ນ ແລະ ໃຫ້ກຳຈັດສິ່ງເສດເຫຼືອ ປະເພດ ຂີ້ເລື່ອຍ, ເສດໄມ້ ແລະ ຂີ້ກົບ ເປັນປົກກະຕິ.

ມາດຕາ 33 ການນໍາໃຊ້ວັດຖຸດິບ

ວັດຖຸດິບທີ່ນຳໃຊ້ໃນໂຮງງານປຸງແຕ່ງໄມ້ແບບຄອບຄົວ ປະກອບດ້ວຍ ໄມ້ຈາກປ່າທຳມະຊາດທີ່ມີຂະໜາດໜ້າຕ້າງ ຫຼື ເສັ້ນຜ່າສູນກາງບໍ່ເກີນ 15 ຊັງຕີແມັດ, ໄມ້ສວນປູກ ແລະ ໄມ້ນຳເຂົ້າຈາກຕ່າງປະເທດ ແລະ ຕ້ອງໄດ້ຮັບການຢັ້ງຢືນແຫຼ່ງທີ່ມາຂອງໄມ້ ແລະ ເສຍພັນທະອາກອນຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 34 ຜະລິດ​ຕະພັນໂຮງງານປຸງແຕ່ງໄມ້ແບບຄອບຄົວ

ໂຮງງານປຸງແຕ່ງໄມ້ແບບຄອບຄົວ ຕ້ອງປຸງແຕ່ງໄມ້ໃຫ້ເປັນຜະລິດຕະພັນໃດໜຶ່ງ ດ້ວຍການສ້າງມູນຄ່າເພີ່ມໃຫ້ຫຼາຍ ເຮັດໃຫ້ຜະລິດຕະພັນມີຄຸນນະພາບດີ ແລະ ມີມາດຕະຖານສູງເພື່ອຈຳໜ່າຍ, ສາມາດສ້າງຍີ່ຫໍ້, ເຄື່ອງໝາຍການຄ້າ, ກຳນົດມາດຕະຖານຜະລິດຕະພັນໂຮງງານ ແລະ ຈົດທະບຽນເຄື່ອງໝາຍການຄ້າ ຕາມກົດໝາຍ ແລະ ລະ ບຽບການທີ່ກ່ຽວຂ້ອງ.

ໂຮງງານປຸງແຕ່ງໄມ້ແບບຄອບຄົວ ຕ້ອງເຮັດການບັນທຶກໄມ້ສົ້ນເຂົ້າ ແລະ ສົ້ນອອກ ຕາມຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ຕິດຕາມ ໄມ້ສົ້ນເຂົ້າ ແລະ ສົ້ນອອກ.

ໝວດທີ 6
ການດັດສົມໂຮງງານອຸດສາຫະກໍາປຸງແຕ່ງໄມ້

ມາດຕາ 35 ການດັດສົມໂຮງງານອຸດສາຫະກຳປຸງແຕ່ງໄມ້

ການດັດສົມໂຮງງານອຸດສາຫະກໍາປຸງແຕ່ງໄມ້ ແມ່ນ ການປັບປຸງ ແລະ ພັດທະນາໂຮງງານ ໃຫ້ໄດ້ມາດຕະ ຖານ, ເພີ່ມປະສິດທິພາບການຜະລິດ, ສ້າງມູນຄ່າເພີ່ມ, ຍົກລະດັບສີມືແຮງງານ, ພັດທະນາຜະລິດຕະພັນໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານ, ປະຢັດວັດຖຸດິບ, ປະຢັດພະລັງງານ, ພັດທະນາໃຫ້ເປັນໂຮງງານສີຂຽວ, ເປັນມິດກັບສິ່ງແວດລ້ອມ, ເຄື່ອນໄຫວໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ແລະ ຕາມນະໂຍບາຍຂອງລັດຖະ ບານໃນແຕ່ລະໄລຍະ.

ມາດຕາ 36 ຂັ້ນຕອນການດັດສົມໂຮງງານອຸດສາຫະກຳປຸງແຕ່ງໄມ້

ການດັດສົມໂຮງງານອຸດສາຫະກຳປຸງແຕ່ງໄມ້ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:

  1. ກວດກາໂຮງງານ;
  2. ກຳນົດແຜນການປັບປຸງໂຮງງານ;
  3. ຢັ້ງຢືນຜົນການປັບປຸງໂຮງງານ.

ມາດຕາ 37 ການກວດກາໂຮງງານ

ການກວດກາໂຮງງານ ແມ່ນ ການກວດກາດ້ານເອກະສານການອະນຸຍາດທີ່ກ່ຽວຂ້ອງ, ການນຳໃຊ້ວັດຖຸດິບ, ມາດຕະຖານເຕັກນິກໂຮງງານ ຕາມແຕ່ລະມາດຕະຖານທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້ ພ້ອມທັງເຮັດບົດບັນທຶກຜົນການກວດກາ ຕາມແຕ່ລະກໍລະນີ ດັ່ງນີ້:

  1. ກວດກາຄືນບັນດາເອກະສານ ການອະນຸຍາດ ຕາມທີ່ກຳນົດໄວ້ໃນມາດຕາ 11 ແລະ 26 ຂອງຂໍ້ຕົກລົງສະບັບນີ້;
  2. ກວດກາຄວາມຖືກຕ້ອງຂອງວັດຖຸດິບໄມ້ ທີ່ນຳເຂົ້າໂຮງງານ;
  3. ກວດກາດ້ານທີ່ຕັ້ງໂຮງງານ ຕາມທີ່ກຳນົດໄວ້ໃນມາດຕາ 14 ແລະ 28 ຂອງຂໍ້ຕົກລົງສະບັບນີ້;
  4. ກວດກາອາຄານໂຮງງານ, ເຄື່ອງຈັກ, ຂະບວນການຜະລິດ, ລະບົບຄວາມປອດໄພ, ສຸຂານາໄມ ແລະ ສິ່ງ ແວດລ້ອມໂຮງງານ;
  5. ເຮັດບົດບັນທຶກຜົນການກວດກາໂຮງງານ.

ມາດຕາ 38 ການກຳນົດແຜນການປັບປຸງໂຮງງານ

ພາຍຫຼັງການລົງກວດກາໂຮງງານ ໃຫ້ຜູ້ດຳເນີນກິດຈະການໂຮງງານປະຕິບັດ ດັ່ງນີ້:

  1. ສ້າງແຜນການປັບປຸງໂຮງງານ ຕາມຄຳແນະນໍາຂອງຄະນະກຳມະການກວດກາ ໂດຍກຳນົດໄລຍະເວລາຂອງການປັບປຸງ ແລ້ວສະເໜີຕໍ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ສັງລວມລາຍງານຫາກົມອຸດສາຫະກຳ ແລະ ຫັດຖະກຳ ເພື່ອພິຈາລະນາແຜນການປັບປຸງ ແລະ ແຈ້ງໃຫ້ໂຮງງານຈັດຕັ້ງປະຕິບັດ;
  2. ໃນໄລຍະການປັບປຸງ ໂຮງງານຕ້ອງຢຸດເຊົາຊົ່ວຄາວສຳລັບຂອດການຜະລິດທີ່ຖືກປັບປຸງ ໂດຍໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ລົງຕິດຕາມ​ກວດກາການປັບປຸງໂຮງງານ ຈົນກວ່າຈະສຳເລັດ;
  3. ກໍລະນີການປັບປຸງໂຮງງານບໍ່ສຳເລັດຕາມແຜນທີ່ໄດ້ກຳນົດໄວ້ ໃຫ້ຢຸດເຊົາການດໍາເນີນກິດຈະການໂຮງ ງານຊົ່ວຄາວ, ບໍ່ອະນຸຍາດໃຫ້ເຂົ້າຮ່ວມການປະມູນຊື້-ຂາຍ ໄມ້ ແລະ ຫ້າມນຳວັດຖຸດິບໄມ້ ເຂົ້າໂຮງງານ.

ມາດຕາ 39 ການຢັ້ງຢືນຜົນການປັບປຸງໂຮງງານ

ພາຍ​ຫຼັງປັບປຸງໂຮງງານສຳເລັດ ໃຫ້ໂຮງງານປະກອບເອກະສານຂໍດຳເນີນກິດຈະການໂຮງງານຍື່ນ​ຕໍ່ພະແນກອຸດສາຫະກຳ ​ແລະ ການ​ຄ້າ ແຂວງ, ນະຄອນຫຼວງ ສັງລວມສະເໜີຫາກົມອຸດສາຫະກຳ ແລະ ຫັດຖະກຳ ເພື່ອພິຈາ ລະນາອອກໃບຢັ້ງຢືນດຳເນີນກິດຈະການໂຮງງານຄືນໃໝ່ ຕາມຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງງານ.

ໝວດທີ 7
ຂໍ້ຫ້າມ

ມາດຕາ 40 ຂໍ້ຫ້າມສຳລັບໂຮງງານອຸດສາຫະກຳປຸງແຕ່ງໄມ້ ປະເພດ ໂຮງງານເລື່ອຍໄມ້, ໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີ

 ຫ້າມຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ ມີພຶດຕິກຳ ດັ່ງນີ້:

1. ສ້າງຕັ້ງໂຮງງານ, ຍົກຍ້າຍໂຮງງານ, ດຳເນີນກິດຈະການໂຮງງານ ແລະ ຂະຫຍາຍໂຮງງານ ໂດຍບໍ່ໄດ້ຮັບອະນຸຍາດ;

2. ຕິດຕັ້ງເຄື່ອງຈັກ ແລະ ຍົກຍ້າຍເຄື່ອງຈັກ ໂດຍບໍ່ໄດ້ຮັບອະນຸຍາດ;

3. ຕັ້ງໂຮງງານຢູ່ໃນເຂດ ປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ ໂດຍບໍ່ໄດ້ຮັບອະນຸຍາດ;

4. ດຳເນີນກິດຈະການໂຮງງານ ບໍ່ສອດຄ່ອງ ແລະ ບໍ່ຖືກຕ້ອງ ຕາມທີ່ໄດ້ຮັບອະນຸຍາດ;

5. ປ່ຽນຊື່, ໂອນ, ຂາຍ, ໃຫ້ເຊົ່າໂຮງງານ ຫຼື ປ່ຽນຜູ້ດຳເນີນກິດຈະການໂຮງງານ ໂດຍບໍ່ໄດ້ຮັບອະນຸຍາດ;

6. ນຳວັດຖຸດິບ, ເຄື່ອງຈັກ ຫຼື ແຮງງານ ເຂົ້າໂຮງງານ ໂດຍບໍ່ຖືກຕ້ອງ;

7. ຂາຍໄມ້ທີ່ເປັນວັດຖຸດິບຂອງຕົນ ໂດຍບໍ່ໄດ້ຜ່ານການປຸງແຕ່ງ;

8. ປ່ອຍ ຫຼື ຖິ້ມສິ່ງເສດເຫຼືອ ທີ່ບໍ່ໄດ້ຜ່ານຂະບວນການບຳບັດ ຫຼື ບຳບັດບໍ່ໄດ້ມາດຕະຖານ;

9. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 41 ຂໍ້ຫ້າມສໍາລັບໂຮງງານປຸງແຕ່ງໄມ້ແບບຄອບຄົວ

ຫ້າມຜູ້ດຳເນີນກິດຈະການໂຮງງານປຸງແຕ່ງໄມ້ແບບຄອບຄົວ ມີພຶດຕິກຳ ດັ່ງນີ້:

  1. ຕັ້ງໂຮງງານໂດຍບໍ່ຖືກຕ້ອງ ຕາມສະຖານທີ່ທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້;
  2. ດຳເນີນກິດຈະການໂຮງງານ ໂດຍບໍ່ໄດ້ຮັບອະນຸຍາດ;
  3. ຕິດຕັ້ງເຄື່ອງຈັກທີ່ມີກຳລັງແຮງມ້າລວມ ເກີນກວ່າທີ່ກຳນົດໄວ້ໃນມາດຕາ 10 ຂອງຂໍ້ຕົກລົງສະບັບນີ້ ແລະ ຍົກຍ້າຍເຄື່ອງຈັກ ໂດຍບໍ່ໄດ້ຮັບອະນຸຍາດ;
  4. ຂຸດຄົ້ນໄມ້ປ່າທຳມະຊາດ ແລະ ເອົາໄມ້ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ເຂົ້າມາປຸງແຕ່ງ;
  5. ເຮັດການບໍລິການເລື່ອຍ, ຊອຍໄມ້ ເພື່ອຈຳໜ່າຍ ຫຼື ຂາຍໄມ້ທີ່ເປັນວັດຖຸດິບຂອງຕົນ;
  6. ຂາຍ ຫຼື ໃຫ້ຜູ້ອື່ນເຊົ່າກິດຈະການໂດຍທີ່ບໍ່ໄດ້ຮັບອະນຸຍາດ, ນຳໃຊ້ແຮງງານຄົນຕ່າງປະເທດ ຫຼື ຮ່ວມທຶນກັບຕ່າງປະເທດ;
  7. ສ້າງຜົນກະທົບຮ້າຍແຮງຕໍ່ຊຸມຊົນ ແລະ ສິ່ງແວດລ້ອມ;
  8. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ໝວດທີ 8
ການຈັດຕັ້ງປະຕິບັດວຽກງານໂຮງງານອຸດສາຫະກຳປຸງແຕ່ງໄມ້

ມາດຕາ 42 ການຈັດຕັ້ງປະຕິບັດວຽກງານໂຮງງານອຸດສາຫະກຳປຸງແຕ່ງໄມ້

ການຈັດຕັ້ງປະຕິບັດວຽກງານໂຮງງານອຸດສາຫະກຳປຸງແຕ່ງໄມ້ ປະກອບມີ ສາມ ຂັ້ນດັ່ງນີ້:

  1. ຂັ້ນ​ກະຊວງ ​ແມ່ນ ກົມອຸດສາຫະກຳ ​ແລະ ຫັດຖະກຳ;
  2. ຂັ້ນ​ແຂວງ ​ແມ່ນ ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ​ແຂວງ, ນະຄອນຫຼວງ​​;
  3. ຂັ້ນ​ເມືອງ ​ແມ່ນ​ ຫ້ອງການ​ອຸດສາຫະກຳ ​ແລະ ການ​ຄ້າ ​ເມືອງ, ນະຄອນ.

ມາດຕາ 43 ສິດ ແລະ ໜ້າທີ່ ຂອງກົມອຸດສາຫະກຳ ແລະ ຫັດຖະກຳ  

​ ກົມອຸດສາຫະກຳ ​ແລະ ຫັດຖະກຳ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຜັນຂະຫຍາຍ, ເຜີຍແຜ່ ແລະ ແນະນຳ ຂໍ້ຕົກລົງສະບັບນີ້ ໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ແລະ ໂຮງງານອຸດສາຫະກຳປຸງແຕ່ງໄມ້;
  2. ອອກ, ດັດ​ແກ້, ໂຈະ, ຖອນ, ຍົກເລີກ ໃບອະນຸຍາດດຳເນີນທຸລະກິດອຸດສາຫະກຳປຸງແຕ່ງໄມ້, ໃບຢັ້ງຢືນດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້, ໃບຢັ້ງຢືນແຜນຜັງການກໍ່ສ້າງລະບົບບໍາບັດສິ່ງເສດເຫຼືອ, ໃບ ຢັ້ງຢືນການປ່ອຍມົນລະພິດໂຮງງານທຸກຂະໜາດ ແລະ ທຸກປະເພດ ຕາມ​ບັນຊີ​​ຕ້ອງ​ຂໍອະນຸຍາດ​ນໍາ​ກະຊວງອຸດສາຫະ ກຳ ​ແລະ ການ​ຄ້າ;
  3. ສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ເພື່ອຕິດຕາມກວດກາ ມາດຕະ ຖານເຕັກນິກ, ຄວາມປອດໄພ, ສຸຂານາໄມ ແລະ ສິ່ງແວດລ້ອມໂຮງງານ, ການຈັດຕັ້ງປະຕິບັດການປັບປຸງ ດັດສົມໂຮງງານອຸດສາຫະກຳປຸງແຕ່ງໄມ້, ໄມ້ສົ້ນເຂົ້າ ແລະ ສົ້ນອອກໂຮງງານໃນທົ່ວປະເທດ ຕາມສິດ ແລະ ໜ້າທີ່ ທີ່ກຳ ນົດໄວ້ໃນຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ຕິດຕາມ ໄມ້ສົ້ນເຂົ້າ ແລະ ສົ້ນອອກ;
  4. ສັງລວມລາຍງານວຽກງານການປັບປຸງ ແລະ ດັດສົມໂຮງງານອຸດສາຫະກຳປຸງແຕ່ງໄມ້ຕໍ່ລັດຖະບານ;
  5. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນຂໍ້ຕົກລົງວ່າດ້ວຍການແບ່ງຂັ້ນຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກໍາ.

ມາດຕາ 44 ສິດ ແລະ ໜ້າທີ່ ຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ເຜີຍແຜ່ ແລະ ແນະນຳ ຂໍ້ຕົກລົງສະບັບນີ້ ໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ແລະ ໂຮງງານອຸດສາຫະກຳປຸງແຕ່ງໄມ້ ທີ່ຕັ້ງຢູ່ໃນແຂວງ, ນະຄອນຫຼວງ ຂອງຕົນ;
  2. ຄົ້ນຄວ້າພິຈາລະນາ ຕໍ່, ດັດ​ແກ້, ໂຈະ, ຖອນ ແລະ ຍົກເລີກ ໃບຢັ້ງຢືນດຳເນີນກິດຈະການໂຮງງານ ຂະໜາດກາງ ແລະ ຂະໜາດນ້ອຍ ຕາມການມອບໝາຍຂອງກົມອຸດສາຫະກຳ ແລະ ຫັດຖະກຳ;
  3. ຄຸ້ມ​ຄອງ ແລະ ຕິດຕາມກວດກາ ມາດຕະຖານເຕັກນິກ, ຄວາມປອດໄພ, ສຸຂານາໄມ, ສິ່ງແວດລ້ອມໂຮງ ງານ ແລະ ຕິດຕາມການປັບປຸງດັດສົມໂຮງງານອຸດສາຫະກຳປຸງແຕ່ງໄມ້ ຢູ່ໃນແຂວງ, ນະຄອນຫຼວງ ຂອງຕົນ;
  4. ຢັ້ງຢືນແຜນການເຄື່ອນໄຫວປະຈຳງວດ ແລະ ປະຈຳປີ ຂອງໂຮງງານ ຕາມການແບ່ງຂັ້ນຄຸ້ມຄອງ;
  5. ຕິດຕາມກວດກາໄມ້ສົ້ນເຂົ້າ ແລະ ສົ້ນອອກ ໂຮງງານທີ່ຕັ້ງຢູ່ໃນແຂວງ, ນະຄອນຫຼວງ ຕາມສິດ ແລະ ໜ້າທີ່ ທີ່ກຳນົດໄວ້ໃນຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ຕິດຕາມ ໄມ້ສົ້ນເຂົ້າ ແລະ ສົ້ນອອກ;
  6. ສະຫຼຸບລາຍງານຂໍ້ມູນ ແລະ ສະພາບການເຄື່ອນໄຫວຂອງໂຮງງານອຸດສາຫະກຳປຸງແຕ່ງໄມ້ ໃຫ້ກົມອຸດສາ ຫະກຳ ແລະ ຫັດຖະກໍາ ປະຈໍາງວດ ແລະ ປະຈໍາປີ;
  7. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງກົມອຸດສາຫະກໍາ ແລະ ຫັດຖະກໍາ ແລະ ຕາມທີ່ກຳນົດໄວ້ໃນຂໍ້ຕົກລົງວ່າດ້ວຍການແບ່ງຂັ້ນຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກໍາ.

ມາດຕາ 45 ສິດ ແລະ ໜ້າທີ່ ຂອງຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ

ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ເຜີຍແຜ່ ແລະ ແນະນຳ ຂໍ້ຕົກລົງສະບັບນີ້ ໃຫ້ໂຮງງານອຸດສາຫະກຳປຸງແຕ່ງໄມ້ ທີ່ຕັ້ງຢູ່ໃນເມືອງ, ນະຄອນ ຂອງຕົນ;
  2. ຕໍ່ອາຍຸໃບຢັ້ງຢືນດຳເນີນກິດຈະການໂຮງງານປຸງແຕ່ງໄມ້ແບບຄອບຄົວ ຕາມການມອບໝາຍຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ;
  3. ຕິດຕາມກວດກາ ມາດຕະຖານເຕັກນິກ, ຄວາມປອດໄພ, ສຸຂານາໄມ, ສິ່ງແວດລ້ອມ ແລະ ຕິດຕາມການປັບປຸງດັດສົມໂຮງງານອຸດສາຫະກຳປຸງແຕ່ງໄມ້ ຢູ່ທີ່ຕັ້ງຢູ່ໃນເມືອງ, ນະຄອນ ຂອງຕົນ;
  4. ຕິດຕາມກວດກາໄມ້ສົ້ນເຂົ້າ ແລະ ສົ້ນອອກໂຮງງານ ທີ່ຕັ້ງຢູ່ໃນເມືອງ, ນະຄອນ ຂອງຕົນ ຕາມສິດ ແລະ ໜ້າທີ່ ທີ່ກຳນົດໄວ້ໃນຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ຕິດຕາມ ໄມ້ສົ້ນເຂົ້າ ແລະ ສົ້ນອອກ;
  5. ສະຫຼຸບລາຍງານຂໍ້ມູນ ແລະ ສະພາບການເຄື່ອນໄຫວຂອງໂຮງງານອຸດສາຫະກຳປຸງແຕ່ງໄມ້ ໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ປະຈໍາງວດ ແລະ ປະຈໍາປີ;
  6. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ຕາມທີ່ກຳນົດໄວ້ໃນຂໍ້ຕົກລົງວ່າດ້ວຍການແບ່ງຂັ້ນຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກໍາ.

ໝວດທີ 9
ມາດຕະການຕໍ່ຜູ້ລະເມີດ

ມາດຕາ 46 ມາດຕະການຕໍ່ຜູ້ລະເມີດ

ຜູ້ລະເມີດຕໍ່ຂໍ້ຫ້າມຕາມທີ່ກໍານົດໄວ້ໃນມາດຕາ 40 ແລະ 41 ຂອງຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະການ ດັ່ງນີ້:

1. ລະເມີດຄັ້ງທີ 1

       1. ໃນກໍລະນີການລະເມີດບໍ່ມີຜົນເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຈະຖືກສຶກສາອົບຮົມ ແລະ ກ່າວເຕືອນເປັນແຕ່ລະກໍລະນີ ຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

       2. ໃນກໍລະນີການລະເມີດມີຜົນເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງບຸກຄົນ, ນິຕິບຸກຄົນ ແລະ ການ ຈັດຕັ້ງ ຕ້ອງໄດ້ປັບໃໝ, ໃສ່ໂທດ ແລະ ໃຊ້ແທນຄ່າເສຍຫາຍເປັນແຕ່ລະກໍລະນີ ຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

2. ລະເມີດຄັ້ງທີ 2 ຈະຖືກປັບໃໝ ຕາມທີ່ກໍານົດໄວ້ໃນຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງງານ, ໃຊ້ແທນຄ່າເສຍຫາຍ ແລະ ໃສ່ໂທດເປັນແຕ່ລະກໍລະນີ ຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ສຳລັບໂຮງງານປຸງແຕ່ງໄມ້ແບບຄອບຄົວ ໃຫ້ປະຕິບັດມາດຕະການປັບໃໝຄືກັນກັບໂຮງງານຂະໜາດນ້ອຍ.

3. ລະເມີດຄັ້ງທີ 3 ຈະຖືກປະຕິບັດມາດຕະການ ຄືກັນກັບການລະເມີດຄັ້ງທີສອງ ແລະ ປະຕິບັດມາດຕະ ການໂທດເພີ່ມ ຕາມທີ່ກໍານົດໄວ້ໃນຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງງານ ເຊັ່ນ: ຖອນໃບຢັ້ງຢືນດຳເນີນກິດຈະ ການໂຮງງານ ແລະ ຢຸດເຊົາຖາວອນ ພ້ອມທັງດຳເນີນຄະດີຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ຜູ້ລະເມີດຕໍ່ການປັບປຸງ ດັດສົມໂຮງງານອຸດສາຫະກຳປຸງແຕ່ງໄມ້ ຕາມທີ່ກຳນົດໄວ້ໃນມາດຕາ 38 ຂອງຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະການ ດັ່ງນີ້:

  1. ໂຮງງານທີ່ເຄື່ອນໄຫວບໍ່ຖືກຕ້ອງ ຕາມຈຸດປະສົງຂອງການອະນຸຍາດ ຕ້ອງປິດກິດຈະການໂຮງງານ ແລະ ຮື້ຖອນທັງໝົດ ພ້ອມທັງປະຕິບັດມາດຕະການປັບໃໝ ຕາມທີ່ກໍານົດໄວ້ໃນຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງງານ;
  2. ຂະຫຍາຍໂຮງງານໂດຍບໍ່ໄດ້ຮັບອະນຸຍາດ ຕ້ອງຢຸດເຊົາຖາວອນສ່ວນທີ່ຂະຫຍາຍ ແລະ ປະຕິບັດມາດຕະການປັບໃໝ ຕາມທີ່ກໍານົດໄວ້ໃນຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງງານ, ກົດໝາຍ ແລະ ລະບຽບການທີ່ກ່ຽວ ຂ້ອງ.

ໝວດທີ 10
ບົດບັນຍັດສຸດທ້າຍ

ມາດຕາ 47 ການຈັດຕັ້ງປະຕິບັດ

ມອບໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຜີຍແຜ່, ແນະນຳ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ໂຮງງານອຸດສາຫະກຳປຸງແຕ່ງໄມ້ທຸກຂະໜາດ ແລະ ທຸກປະເພດ ທີ່ບໍ່ໄດ້ມາດຕະຖານ ຕ້ອງປັບປຸງໂຮງງານໃຫ້ຄົບຖ້ວນຕາມມາດຕະຖານ ທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງສະບັບນີ້.

ມາດຕາ 48 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດພາຍຫຼັງລົງລາຍເຊັນ ແລະ ພິມລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນ ແລະ ໃຊ້ປ່ຽນແທນຂໍ້ຕົກລົງວ່າດ້ວຍມາດຕະຖານໂຮງງານອຸດສາຫະກຳປຸງແຕ່ງໄມ້ ສະບັບເລກທີ 0719/ອຄ, ລົງວັນທີ 3 ເມສາ 2009.

ລັດຖະມົນຕີ

ນ. ເຂັມມະນີ ພົນເສນາ 

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍ ໂຮງງານອຸດສາຫະກຳປຸງແຕ່ງໄມ້, ເລກທີ 0222/ອຄ.ກອຫ, ລົງວັນທີ 23 ມີນາ 2021 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.