ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງກະສິກຳ ແລະ ປ່າໄມ້

ເລກທີ 2492/ ກປ

ນະຄອນຫຼວງວຽງຈັນ, ວັນທີ 23 ທັນວາ 2022

 

ຄໍາແນະນໍາ

ກ່ຽວກັບການຂື້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ

 

  • ອີງຕາມ ກົດໝາຍ ວ່າດ້ວຍປ່າໄມ້ ສະບັບເລກທີ 61/ສພຊ, ລົງວັນທີ 13 ມິຖຸນາ 2019;
  • ອີງຕາມ ດຳລັດ ວ່າດ້ວຍການສົ່ງເສີມການປູກໄມ້ເປັນສິນຄ້າ ສະບັບເລກທີ 247/ລບ, ລົງວັນທີ ສິງຫາ 2019;
  • ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບ ເລກທີ 99/ນຍ, ລົງວັນທີ 09 ມີນາ 2017;
  • ອີງຕາມ ໜັງສືສະເໜີ ຂອງກົມປ່າໄມ້ ສະບັບເລກທີ 6256/ກປມ, ລົງວັນທີ 25 ພະຈິກ 2020;
  • ອີງຕາມ ການຄົ້ນຄວ້າ ແລະ ສະເໜີ ຂອງກົມນະໂຍບາຍ ແລະ ນິຕິກຳ ສະບັບເລກທີ 1001/ກບນ, ລົງວັນທີ 15 ທັນວາ 2020.

ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມການປູກໄມ້ເປັນສິນຄ້າ ເພື່ອຫຼຸດຜ່ອນການນໍາໃຊ້ໄມ້ຈາກປ່າທຳມະຊາດ ແລະ ເພີ່ມຄວາມປົກຫຸ້ມຂອງປ່າໄມ້, ທັງເປັນການຊຸກຍູ້ ແລະ ສົ່ງເສີມການລົງທຶນ ດ້ວຍການຂຶ້ນທະບຽນ ແລະ ຢັ້ງຢືນກຳມະສິດໄມ້ ເຂົ້າໃນການປູກໄມ້ເປັນສິນຄ້າ ເຮັດໃຫ້ປ່າປູກ ແລະ ໄມ້ປູກ ໄດ້ຮັບການຢັ້ງຢືນ ກຳມະສິດ, ແຫຼ່ງທີ່ມາຂອງໄມ້ ສາມາດປະຕິບັດນະໂຍບາຍຂອງລັດ ຕໍ່ຜູ້ປູກ ຫຼື ຜູ້ລົງທຶນປູກ ໃນການຕັດ, ເຄື່ອນຍ້າຍ, ຊື້ຂາຍ ແລະ ສົ່ງອອກ ໄມ້ປູກ ແລະ ຜະລິດຕະພັນໄມ້ປູກ ໃຫ້ມີຄວາມເອກະພາບ ແລະ ປະສິດທິຜົນສູງ,

ເພື່ອສຶບຕໍ່ຈັດຕັ້ງປະຕິບັດນະໂຍບາຍໃນການຂຶ້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ນັ້ນ.

ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ອອກຄຳແນະນຳ:

  1. ຈຸດປະສົງ ແລະ ລະດັບຄາດໝາຍ

 

  • ເພື່ອແນະນໍາ ການຈັດຕັ້ງປະຕິບັດ ມາດຕາ 41 ຂອງກົດໝາຍວ່າດ້ວຍປ່າໄມ້ ສະບັບເລກທີ 64/ສພຊ ລົງວັນທີ 13 ມິຖຸນາ 2019 ແລະ ມາດຕາ 7 ຂອງດຳລັດວ່າດ້ວຍການສົ່ງເສີມການປູກໄມ້ເປັນສິນຄ້າ ສະບັບ ເລກທີ 247/ລບ, ລົງວັນທີ 20 ສິງຫາ 2019, ແນ່ໃສ່ຮັບປະກັນຄວາມເປັນເອກະພາບ ໃນການຈັດຕັ້ງ ປະຕິບັດ ໂດຍສະເພາະຂັ້ນຕອນ ແລະ ວິທີການ ກ່ຽວກັບການຂຶ້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ
  • ເພື່ອກໍານົດກົນໄກປະສານງານ ແລະ ແບ່ງຄວາມຮັບຜິດຊອບ ລະຫວ່າງ ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ໃນການຂຶ້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ ພ້ອມທັງເປັນການຊຸກຍູ້ ຂະບວນການປູກໄມ້ ແລະ ອໍານວຍຄວາມສະດວກ ໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບການຂຶ້ນທະບຽນ ປ່າປູກ ແລະ ຢັ້ງຢືນ. ໄມ້ປູກ ແນໃສ່ຄຸ້ມຄອງ ປ່າປູກ ແລະ ໄມ້ປູກ ໃຫ້ເປັນລະບົບຖືກຕ້ອງ ຕາມເຕັກນິກ ແລະ ມີປະສິດທິຜົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງຊາດ.

 

  1. ຄວາມໝາຍ ແລະ ຄວາມສຳຄັນ ຂອງການຂຶ້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ

ການຂຶ້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ ແມ່ນການຢັ້ງຢືນ ກຳມະສິດ, ແຫຼ່ງທີ່ມາຂອງປ່າປູກ ແລະ ໄມ້ ປູກ ເພື່ອປະຕິບັດນະໂຍບາຍຂອງລັດ ຕໍ່ ຜູ້ປູກ ຫຼື ຜູ້ລົງທຶນປູກ ໃນການຕັດ, ເຄື່ອນຍ້າຍ, ຊື້ຂາຍ ແລະ ສົ່ງອອກ ໄມ້ປູກ ແລະ ຜະລິດຕະພັນໄມ້ປູກ ທັງເປັນການຊຸກຍູ້ ຂະບວນການປູກໄມ້ ແລະ ອຳນວຍຄວາມສະດວກ ໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບການຂຶ້ນທະບຽນ ປ່າປູກ ແລະ ຢັ້ງຢືນໄມ້ປູກ ແນໃສ່ຄຸ້ມຄອງ ປ່າປູກ ແລະ ໄມ້ປູກ ໃຫ້ເປັນລະບົບຖືກຕ້ອງ ຕາມເຕັກນິກ ແລະ ມີປະສິດທິຜົນ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ.

 

  1. ຫຼັກການ, ເງື່ອນໄຂ, ຂັ້ນຕອນ ແລະ ວິທີການ ຂຶ້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ
  1. ຫຼັກການ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງປູກໄມ້ ເພື່ອນຳໃຊ້ເປັນສິນຄ້າ ແລະ ໃຊ້ສອຍໃນຄອບຄົວ ຫຼື ສາທາລະນະປະໂຫຍດ ຕ້ອງໄດ້ຂຶ້ນທະບຽນ ປ່າປູກ ແລະ ຢັ້ງຢືນໄມ້ປູກ ນຳພະແນກກະສິກຳ ແລະ ປ່າໄມ້ແຂວງນະຄອນ

ຫຼວງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ອົງການປົກຄອງບ້ານ ຕາມທີ່ໄດ້ກໍານົດໄວ້ໃນຄໍາແນະນໍາສະບັບນີ້,

 

  1. ເງື່ອນໄຂ ການຂຶ້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ

2.1. ເງື່ອນໄຂການຂຶ້ນທະບຽນປ່າປູກ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນເຈົ້າຂອງປ່າປູກ ທີ່ມີຈຸດປະສົງຂຶ້ນທະບຽນປ່າປູກ ປະກອບດ້ວຍ

ເງື່ອນໄຂ ດັ່ງນີ້:

ກ.   ດ້ານກຳມະສິດຄອບຄອງ ແລະ ສິດນໍາໃຊ້ດິນປ່າປູກ

ມີເອກະສານໃດໜຶ່ງ ເພື່ອຢັ້ງຢືນ ກຳມະສິດຄອບຄອງ ແລະ ສິດນຳໃຊ້ທີ່ດິນ ຢ່າງຖືກຕ້ອງ ຕາມກົດ ໝາຍ ຫຼື ຕາມຝະເພນີ ດັ່ງນີ້:

  • ໃບຕາດິນ,
  • ໃບຢັ້ງຢືນການນໍາໃຊ້ທີ່ດິນ;
  • ໃບຢັ້ງຢືນການພັດທະນາທີ່ດິນ;
  • ໃບຢັ້ງຢືນສິດຄອບຄອງ ແລະ ສິດນໍາໃຊ້ທີ່ດີນ ຕາມປະເພນີ,
  • ໃບສັນຍາເຊົ່າ ຫຼື ສຳປະທານທີ່ດິນ (ຜູ້ລົງທຶນປູກໄມ້ພາຍໃນ ແລະ ຕ່າງປະເທດ);
  • ໃບອະນຸຍາດນໍາໃຊ້ທີ່ດິນຂອງລັດ (ເປັນຕົ້ນແມ່ນ ປຶ້ມສຳມະໂນທີ່ດິນ, ໃບຕາດິນລວມຈັດຕັ້ງ ແລະ ອື່ນໆ).

ຂ.   ເນື້ອທີ່ຂອງປ່າປູກ ແລະ ອາຍຸຂອງຕົ້ນໄມ້ປູກ

-   ປູກໄມ້ເປັນລະບົບໃນເນື້ອທີ່ແຕ່ 1.600 ຕາແມັດ (1 ໄລ່) ຂຶ້ນໄປ;

-   ພາຍຫຼັງປູກໄມ້ ແລະ ໄດ້ຟື້ນຟູແລ້ວ 3 ປີ ຂຶ້ນໄປ,

-   ພາຍຫຼັງການຂຸດຄົ້ນແລ້ວ ແລະ ໄມ້ປູກທີ່ແຕກແໜງຄືນໃໝ່ 3 ປີ ຂຶ້ນໄປ.

ຄ.   ມາດຖານໄລຍະຫ່າງ ແລະ ອັດຕາການລອດຕາຍ

  1. ມາດຖານໄລຍະຫ່າງ ແລະ ຈຳນວນຕົ້ນໄມ້ປູກ ທີ່ປູກໃນເບື້ອງຕົ້ນ

ມາດຖານໄລຍະຫ່າງ ແລະ ຈຳນວນຕົ້ນໄມ້ປູກ ທີ່ປູກໃນເບື້ອງຕົ້ນ ແມ່ນຂື້ນກັບຊະນິດ ໄມ້ ແລະ ພື້ນທີ່ຕົວຈິງ ຄື:

  • ຈໍານວນຕົ້ນໄມ້ປູກ ຕໍ່າສຸດບໍ່ໃຫ້ຫຼຸດ 134 ຕົ້ນ/1.600 ຕາແມັດ ຫຼື 800 ຕົ້ນ/ເຮັກຕາ;
  • ສຳລັບ ໄມ້ຢາງພາລາ ຈຳນວນຕົ້ນໄມ້ປູກ ຕໍ່າສຸດບໍ່ໃຫ້ຫຼຸດ 67 ຕົ້ນ/1.600 ຕາແມັດ ຫຼື 400ເຮັກຕາ.
  1. ອັດຕາການລອດຕາຍ
    1.  

ສູດການຄິດໄລ່

ອັດຕາການລອດຕາຍແມ່ນ 60%, ຈຳນວນຕົ້ນໄມ້ປູກທີ່ມີ (ຕົ້ນ/ເຮັກຕາ)

ຂ. ຢ່າປູກ ທີ່ມີການຕັດສາງ

ສູດການຄິດໄລ່

ອັດຕາການລອດຕາຍແມ່ນ 50%, ຈຳນວນຕົ້ນໄມ້ປູກທີ່ມີ (ຕົ້ນ/ເຮັກຕາ)

 

2.2 ເງື່ອນໄຂການຢັ້ງຢືນໄມ້ປູກ

     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນເຈົ້າຂອງປ່າປູກ ທີ່ມີຈຸດປະສົງຂື້ນທະບຽນ ຢັ້ງຢືນໄມ້ປູກ ປະກອບດ້ວຍເງື່ອນໄຂ ດັ່ງນີ້:

ກ. ດ້ານກໍາມະສິດຄອບຄອງ ແລະ ສິດນຳໃຊ້ທີ່ດິນ

ມີເອກະສານໃດໜຶ່ງ ເພື່ອຢັ້ງຢືນກຳມະສິດຄອບຄອງ ແລະ ສິດນຳໃຊ້ທີ່ດິນ ຢ່າງຖືກຕ້ອງ ຕາມກົດໝາຍ ຫຼື ຕາມປະເພນີ ດັ່ງນີ້:

  • ໃບຕາດິນ,
  • ໃບຢັ້ງຢືນການນໍາໃຊ້ທີ່ດິນ;
  • ໃບຢັ້ງຢືນການພັດທະນາທີ່ດິນ;
  • ໃບຢັ້ງຢືນສິດຕອບຄອງ ແລະ ສິດນໍາໃຊ້ທີ່ດິນ ຕາມປະເພນີ;
  • ໃບອະນຸຍາດນໍາໃຊ້ທີ່ດິນຂອງລັດ (ເປັນຕົ້ນແມ່ນ ປື້ມສຳມະໂນທີ່ດິນ, ໃບຕາດິນລວມໝູ່ ຫຼື ອົງການຈັດຕັ້ງ ແລະ ອື່ນໆ).

ຂ.  ຮູບແບບການປູກ ແລະ ອາຍຸໄມ້ປູກ

    -  ໄມ້ປູກ ແບບເປັນລະບົບ ມີເນື້ອທີ່ຕໍ່າກວ່າ 1.600 ຕາແມັດ;

    -  ໄມ້ປູກ ແບບກະແຈກກະຈາຍ ທີ່ ບໍ່ເປັນລະບົບ, ບໍ່ເປັນຖັນ, ບໍ່ເປັນແຖວ ແລະ ມີໄລຍະຂອງ

    ຖັນ ແລະ ແຖວ ບໍ່ສະໝ່ຳສະເໝີ:

  • ໄມ້ປູກ ມີອາຍຸແຕ່ສາມປີຂຶ້ນໄປ ຫຼື ໄມ້ປູກ ທີ່ແຕກແໜງຄືນໃໝ່ ໄດ້ອາຍຸສາມປີຂຶ້ນໄປ.

ຄ.  ມາດຖານໄລຍະຫ່າງ ແລະ ອັດຕາການລອດຕາຍ

     ແມ່ນມາດຖານດຽວກັນ ຕາມທີ່ກຳນົດໄວ້ໃນ ໂຣແມັ່ງ III ຂໍ້ 2.1 (ຄ).

 

  1. ຂັ້ນຕອນ ການຂຶ້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ

     3.1 ການສະເໜີ ຂຶ້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຂຶ້ນທະບຽນ ປ່າປູກ ແລະ ຢັ້ງຢືນໄມ້ປູກ ຕ້ອງຍື່ນຄຳຮ້ອງ ຂໍຂຶ້ນທະບຽນປ່າປູກ ແລະ ຂໍຢັ້ງຢືນໄມ້ປູກ ຕາມແບບພິມ ປມ 1-3 ແລະ 5-7 ໃນເອກະສານຊ້ອນທ້າຍ ຂອງຄຳແນະນຳ ສະບັບນີ້ ຫຼື ສາມາດດາວໂຫຼດ ໃນເວບໄຊຂອງກົມປ່າໄມ້ www.dot mat gov.la ພ້ອມທັງປະກອບເອກະສານຄົບ ຊຸດ ຕາມທີ່ໄດ້ກໍານົດໃນໂຮເມັ່ງ III ຂໍ້ 3.2 ແລະ 3.3 ຂອງຄໍາແນະນໍາສະບັບນີ້ ຕໍ່ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ອົງການປົກຄອງບ້ານ ເພື່ອພິຈາລະນາ ຕາມຂັ້ນຕອນ ຄື;

1)  ປ່າປູກ ເນື້ອທີ່ຕໍ່າກວ່າ 1.600 ຕາແມັດ ຫຼື ໄມ້ປູກແບບກະແຈກກະຈາຍ ແມ່ນອົງການປົກຄອງບ້ານ

ເປັນຜູ້ອອກໃບຢັ້ງຢືນໄມ້ປູກ

2) ຝ່າປູກ ເນື້ອທີ່ 1,600 ຕາແມັດ ຫາ 5 ເຮັກຕາ ແມ່ນ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເປັນຜູ້ອອກ

ໃບທະບຽນປ່າປູກ;

3) ປາປູກ ເນື້ອທີ່ 6 ເຮັກຕາ ຂຶ້ນໄປ ແມ່ນ ພະແນກກະສິກຳ ແລະ ປ່າໄມ້ແຂວງ ເປັນຜູ້ອອກໃບທະບຽນ

ປ່າປູກ.

     3.2  ການປະກອບເອກະສານ ຂຶ້ນທະບຽນປ່າປູກ

ກ. ປ່າປູກ ຂອງບຸກຄົນ ຕ້ອງປະກອບເອກະສານ ດັ່ງລຸ່ມນີ້:

1) ຄໍາຮ້ອງຂໍຂຶ້ນທະບຽນປ່າປູກ;

2) ສໍາເນົາ ບັດປະຈໍາຕົວ ຫຼື ປື້ມສໍາມະໂນຄົວ;

3) ສຳເນົາໃບຢັ້ງຢືນກຳມະສິດໃນການຄອບຄອງ ແລະ ນໍາໃຊ້ທີ່ດິນ ຕ້ອງມີເອກະສານໃດໜຶ່ງ ດັ່ງນີ້:

-  ໃບຕາດິນ,

-  ໃບຢັ້ງຢືນການນຳໃຊ້ທີ່ດິນ;

-  ໃບຢັ້ນໃນການພັດທະນາທີ່ດິນ;

-  ໃບຢັ້ງຢືນສິດຄອບຄອງ ແລະ ສິດນໍາໃຊ້ທີ່ດິນ ຕາມປະເພນີ;

-  ໃບສັນຍາເຊົ່າ (ໃນກໍລະນີ ທີ່ມີການເຊົ່າທີ່ດິນຈາກບຸກຄົນອື່ນ).

-  ໃບອະນຸຍາດນຳໃຊ້ທີ່ດິນຂອງລັດ (ເປັນຕົ້ນແມ່ນປຶ້ມສຳມະໂນທີ່ດິນ, ໃບຕາເງິນລວມໝູ່ ຫຼື ການຈັດຕັ້ງ ແລະ ອື່ນໆ).

ໃນກໍລະນີ ມີການປ່ຽນແປງກຳມະສິດປ່າປູກ ແລະ ກຳມະສິດທີ່ດິນປ່າປູກ ຈາກເຈົ້າຂອງ

ເດີມໄປເປັນເຈົ້າຂອງໃໝ່ ໃຫ້ສໍາເນົາເອກະສານດັ່ງກ່າວ ຄັດຕິດມາພ້ອມ.

ໃນກໍລະນີ ທີ່ບຸກຄົນໃດໜຶ່ງ ມີປ່າປູກຫຼາຍຕອນ ແລະ ໄດ້ຂື້ນທະບຽນປ່າປູກມາກ່ອນແລ້ວ ໃຫ້ສໍາເນົາ ໃບທະບຽນປ່າປູກ ຄັດຕິດມາພ້ອມ.

   ຂ. ປ່າປູກ ຂອງນິຕິບຸກຄົນ ຕ້ອງປະກອບເອກະສານ ດັ່ງລຸ່ມນີ້:

1) ໃບຄໍາຮ້ອງຂໍຂື້ນທະບຽນປ່າປູກ;

2) ສຳເນົາໃບຢັ້ງຢືນກຳມະສິດໃນການຄອບຄອງ ແລະ ສິດນໍາໃຊ້ທີ່ດິນ (ໃບຕາດິນ, ໃບສັນຍາເຊົ່າ ຫຼື       ສຳປະທານທີ່ດິນ);

3) ສຳເນົາໃບອະນຸຍາດດຳເນີນກິດຈະການກະສິກໍາ ແລະ ປ່າໄມ້ ແລະ ໃບທະບຽນວິສາຫະກິດ. ຖ້າ

ແມ່ນການລົງທຶນໂດຍກົງຈາກຕ່າງປະເທດ ໃຫ້ສຳເນົາໃບອະນຸຍາດລົງທຶນ ຄັດຕິດມາພ້ອມ.

– ໃນກໍລະນີ ມີການປ່ຽນແປງເຈົ້າຂອງທຸລະກິດ ໃຫ້ສຳເນົາເອກະສານດັ່ງກ່າວ ຄັດຕິດມາພ້ອມ.

- ໃນກໍລະນີ ນິຕິບຸກຄົນໃດໜຶ່ງ ມີປ່າປູກຫຼາຍຕອນ ແລະ ໄດ້ຂື້ນທະບຽນປ່າປູກມາກ່ອນແລ້ວ ໃຫ້ສຳເນົາໃບທະບຽນປ່າປູກ ຄັດຕິດມາພ້ອມ.

    ຄ. ປ່າປູກ ຂອງການຈັດຕັ້ງ ຕ້ອງປະກອບເອກະສານ ດັ່ງລຸ່ມນີ້:

1) ໃບຄຳຮ້ອງຂໍຂຶ້ນທະບຽນປ່າປູກ;

2) ສຳເນົາໃບອະນຸຍາດສ້າງຕັ້ງ ການຈັດຕັ້ງ:

3) ສຳເນົາໃບຢັ້ງຢືນກຳມະສິດໃນການຄອບຄອງ ແລະ ສິດນຳໃຊ້ທີ່ນ ທີ່ເປັນຂອງການຈັດຕັ້ງ.

    ໃນກໍລະນີ ມີການປ່ຽນແປງກໍາມະສິດປ່າປູກ ແລະ ກຳມະສິດທີ່ດິນປ່າປູກ ຈາກເຈົ້າຂອງເດີມໄປ

     ເປັນເຈົ້າຂອງໃໝ່ ໃຫ້ສໍາເນົາເອກະສານດັ່ງກ່າວ ຄັດຕິຕມາພ້ອມ.

    ໃນກໍລະນີ ການຈັດຕັ້ງໃດໜຶ່ງ ມີປ່າປູກຫຼາຍຕອນ ແລະ ໄດ້ຂຶ້ນທະບຽນປ່າປູກມາກ່ອນແລ້ວ ໃຫ້

     ສຳເນົາໃບທະບຽນປ່າປູກ ຄັດຕິດມາພ້ອມ .

       3.3 ການປະກອບເອກະສານ ຂໍໃບຢັ້ງຢືນໄມ້ປູກ

ກ. ໄມ້ປູກ ຂອງບຸກຄົນ ຕ້ອງປະກອບເອກະສານ ດັ່ງລຸ່ມນີ້:

1) ໃບຄໍາຮ້ອງຂໍຢັ້ງຢືນໄມ້ປູກ,

2) ສຳເນົາໃບຢັ້ງຢືນກຳມະສິດໃນການຄອບຄອງ ແລະ ສິດນໍາໃຊ້ທີ່ດິນ ຕ້ອງມີເອກະສານໃດໜຶ່ງ ດັ່ງນີ້:

-  ໃບຕາດິນ;

-  ໃບຢັ້ງຢືນການນໍາໃຊ້ທີ່ດິນ;

-  ໃບຢັ້ງຢືນການພັດທະນາທີ່ດິນ;

-  ໃບຢັ້ງຢືນສິດຄອບຄອງ ແລະ ສິດນໍາໃຊ້ທີ່ດິນ ຕາມປະເພນີ;

-  ໃບສັນຍາເຊົ່າ (ໃນກໍລະນີ ທີ່ມີການເຊົ່າທີ່ດິນຈາກບຸກຄົນອື່ນ);

-  ໃບອະນຸຍາດນຳໃຊ້ທີ່ດິນຂອງລັດ (ເປັນຕົ້ນແມ່ນປຶ້ມສຳມະໂນທີ່ດິນ, ໃບຕາດິນລວມໝູ່ ຫຼືການຈັດຕັ້ງ ແລະ ອື່ນໆ).

ຂ. ໄມ້ປູກ ຂອງການຈັດຕັ້ງ ຕ້ອງປະກອບເອກະສານ ດັ່ງລຸ່ມນີ້:

1) ໃບຄຳຮ້ອງຂໍຢັ້ງຢືນໄມ້ປູກ;

2) ສຳເນົາໃບອະນຸຍາດສ້າງຕັ້ງ ການຈັດຕັ້ງ;

3) ສຳເນົາໃບຢັ້ງຢືນກຳມະສິດ ໃນການຄອບຄອງ ແລະ ສິດນໍາໃຊ້ທີ່ດິນ ທີ່ເປັນຂອງການຈັດຕັ້ງ.

ຄ. ໄມ້ປູກ ຂອງນິຕິບຸກຄົນ ຕ້ອງປະກອບເອກະສານ ດັ່ງລຸ່ມນີ້:

1) ໃບຄຳຮ້ອງຂໍຢັ້ງຢືນໄມ້ປູກ;

2) ສໍາເນົາໃບທະບຽນວິສາຫະກິດ;

3) ສຳເນົາໃບຢັ້ງຢືນກຳມະສິດໃນການຄອບຄອງ ແລະ ສິດນໍາໃຊ້ທີ່ດິນ.

 

       3.4 ການພິຈາລະນາ ຂຶ້ນທະບຽນຢາປູກ ແລະ ຢັ້ງຢືນໄມ້ປູກ

   ພາຍຫຼັງທີ່ໄດ້ຮັບເອກະສານຂໍຂຶ້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ແລ້ວຂະແໜງການກະສິກຳ ແລະ ປ່າໄມ້ ຕ້ອງດຳເນີນການກວດກາຈັດເອກະສານດັ່ງກ່າວ, ຖ້າເຫັນວ່າບໍ່ຄົບຖ້ວນ ຕາມທີ່ ກໍານົດໄວ້ໃນໂຮແມັ່ງ III ຂໍ້ 3.2 ແລະ 3.3 ຂອງຕາແນະນໍາສະບັບນີ້ ຕ້ອງໃຫ້ຜູ້ສະເໜີປະກອບເອກະສານຄືນ.

    ໃນກໍລະນີ ເອກະສານດັ່ງກ່າວຄົບຖ້ວນແລ້ວ ຕ້ອງດຳເນີນການຄົ້ນຄວ້າ, ກວດກາຊຸດເອກະສານ ແລະ ສອບຖາມ ຕາມແບບພິມ ປມ 4 ແລະ ປມ 8 ພ້ອມທັງອອກໃບທະບຽນປ່າປູກ ແລະ ໃບຢັ້ງຢືນໄມ້ປູກ. ສໍາລັບປ່າປູກຂອງ ນິຕິບຸກຄົນ ຕ້ອງລົງເກັບກໍາຂໍ້ມູນສະພາບປ່າປູກ ຢູ່ພື້ນທີ່ຕົວຈິງ ເປັນຕົ້ນ ກ່ຽວກັບຂໍ້ມູນ ຕົ້ນໄມ້ປູກ, ເນື້ອທີ່ປ່າປູກ ແລະ ເປີເຊັນການລອດຕາຍ ຕາມແບບພິມ ປມ 4.

 

       4.  ວິທີການ ຂຶ້ນທະບຽນຢາປູກ ແລະ ຢັ້ງຢືນໄມ້ປູກ

4.1  ວິທີການ ຂຶ້ນທະບຽນປ່າປູກ

ກ. ປາປູກຂອງ ບຸກຄົນ ແລະ ການຈັດຕັ້ງ

    ປ່າປູກຂອງບຸກຕົນ ແລະ ການຈັດຕັ້ງ ທີ່ມີເນື້ອທີ່ 1000 ຕາແມັດ (1 ໄລ) ຫາ 6 ເຮັກຕາ

ໃຫ້ຍື່ນຄຳຮ້ອງຂໍຂຶ້ນທະບຽນປ່າປູກ ຕໍ່ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເພື່ອພິຈາລະນາ ຄົ້ນຄວ້າ

ແລະ ອອກໃບທະບຽນປ່າປູກ ພາຍໃນ ສິບໜ້າ ວັນລັດຖະການ ເຊິ່ງມີຂັ້ນຕອນ ດັ່ງລຸ່ມນີ້:

ລ/ດ

ກິດຈະກຳ/ໜ້າວຽກ

ອົງການທີ່ຮັບຜິດຊອບ

1

  • ສຳລັບບຸກຄົນ: ປະກອບເອກະສານ ແລະ ຈັບຈຸດທີ່ຕັ້ງ GPS ຂອງປ່າປູກ 1 ຈຸດ ໂດຍໃຊ້ google map ໃນໂທລະສັບມືຖື;
  • ສຳລັບການຈັດຕັ້ງ: ປະກອບເອກະສານ ແລະ ຈັບຈຸດທີ່ຕັ້ງ GPS polygon ຫຼື ຈັບຈຸດທີ່ຕັ້ງ GPS ຂອງປ່າປູກ 1 ຈຸດ ໂດຍໃຊ້ google map ໃນໂຜລະສັບມືຖື.

ຜູ້ສະເໜີ

2

  • ເຊັນຢັ້ງຢືນໃບຄໍາຮ້ອງຂໍຂື້ນທະບຽນປ່າປູກ ຕາມແບບພິມ ປມ 1 ຫຼື ປມ 2
  • ບັນທຶກຂໍ້ມູນເຂົ້າໃນປື້ມຕິດຕາມປ່າປູກຂອງບ້ານ.

ອົງການປົກຄອງບ້ານບ່ອນປ່າປູກຕັ້ງຢູ່

3

  • ຢື່ນໃບຄຳຮ້ອງ ຕໍ່ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ.

ຜູ້ສະເໜີ

4

  • ກວດກາ ເອກະສານ ແລະ ເນື້ອໃນຄຳຮ້ອງ;
  • ສຳພາດຜູ້ສະໝັກໂດຍນໍາໃຊ້ແບບຟອມເກັບກໍາຂໍ້ມູນສະພາບປ່າປູກ ຕາມແບບພິມ ປມ 4;
  • ຖ້າບໍ່ສາມາດຂຶ້ນທະບຽນປ່າປູກໄດ້ ຕ້ອງບອກເຫດຜົນ ແລະ ໃຫ້ຄຳແນະນຳ ຕໍ່ເຈົ້າຂອງປ່າປູກ:
  • ຖ້າເອກະສານຄົບຖ້ວນ ແລະ ມີເນື້ອໃນຖືກຕ້ອງຕາມເງື່ອນໄຂການຂຶ້ນທະບຽນປ່າປູກ ໃຫ້ຮັບຄໍາຮ້ອງ ແລະ ນັດມື້ມາຮັບໃບທະບຽນປ່າປູກ.

ຫ້ອງການກະສິກຳ ແລະ ປ່າ ໄມ້ເມືອງ

5

  • ບັນທຶກຂໍ້ມູນເຈົ້າຂອງປ່າປູກ ເຂົ້າໃນລະບົບຕິດຕາມ ການຄຸ້ມຄອງປ່າປູກຂອງເມືອງ.

ຫ້ອງການກະສິກຳ ແລະ ປ່າ ໄມ້ເມືອງ

6

  • ອະນຸມັດເລກລະຫັດເຈົ້າຂອງປ່າປູກ, ເລກລະຫັດປ່າປູກ ແລະ ໃບທະບຽນປ່າປູກ.

ຫ້ອງການກະສິກຳ ແລະ ປ່າ ໄມ້ເມືອງ

7

  • ແຈ້ງເຈົ້າຂອງປ່າປູກມາເອົາໃບທະບຽນປ່າປູກ;
  • ເກັບຄ່າທຳນຽມ ໃບທະບຽນຝາປູກ 20.000 ກີບຕໍ່ໃບ.

ຫ້ອງການກະສິກຳ ແລະ ປ່າ ໄມ້ເມືອງ

 

ປ່າປູກຂອງບຸກຄົນ ແລະ ການຈັດຕັ້ງ ທີ່ມີເນື້ອທີ່ ແຕ່ 5 ເຮັກຕາ ຂຶ້ນໄປ ໃຫ້ຍື່ນເອກະສານຂໍຂຶ້ນທະບຽນ ປ່າປູກ ຕໍ່ ພະແນກກະສິກຳ ແລະ ປ່າໄມ້ ແຂວງນະຄອນຫຼວງ ເພື່ອພິຈາລະນາ, ຄົ້ນຄວ້າ ແລະ ອອກໃບທະບຽນ ປ່າປູກ ພາຍໃນ ສິບຫ້າ ວັນລັດຖະການ ເຊິ່ງມີຂັ້ນຕອນ ດັ່ງລຸ່ມນີ້:

ລ/ດ

ກິດຈະກຳ/ໜ້າວຽກ

ອົງການທີ່ຮັບຜິດຊອບ

1

-  ສຳລັບບຸກຄົນ: ປະກອບເອກະສານ ແລະ ຈັບຈຸດທີ່ຕັ້ງ GPS ຂອງປ່າປູກ 1 ຈຸດ ໂດຍໃຊ້ google map ໃນໂທລະສັບມືຖື;

-  ສຳລັບການຈັດຕັ້ງ: ປະກອບເອກະສານ ແລະ ຈັບຈຸດທີ່ຕັ້ງ GPS polygon ຫຼື ຈັບຈຸດທີ່ຕັ້ງ GPS ຂອງປ່າປູກ 1 ຈຸດ ໂດຍໃຊ້ google map ໃນໂຜລະສັບມືຖື.

ຜູ້ສະເໜີ

2

-  ເຊັນຢັ້ງຢືນໃບຄໍາຮ້ອງຂໍຂື້ນທະບຽນປ່າປູກ ຕາມແບບພິມ ປມ 1 ຫຼື ປມ 2

-  ບັນທຶກຂໍ້ມູນເຂົ້າໃນປື້ມຕິດຕາມປ່າປູກຂອງບ້ານ.

ອົງການປົກຄອງບ້ານບ່ອນປ່າປູກຕັ້ງຢູ່

3

  • ຢື່ນໃບຄຳຮ້ອງ ຕໍ່ ຫ້ອງການກະສິກຳ ແລະ ປ່າໄມ້ແຂວງນະຄອນຫຼວງ

ຜູ້ສະເໜີ

4

-  ກວດກາ ເອກະສານ ແລະ ເນື້ອໃນຄຳຮ້ອງ;

-  ສຳພາດຜູ້ສະໝັກໂດຍນໍາໃຊ້ແບບຟອມເກັບກໍາຂໍ້ມູນສະພາບປ່າປູກ ຕາມແບບພິມ ປມ 4;

-  ຖ້າບໍ່ສາມາດຂຶ້ນທະບຽນປ່າປູກໄດ້ ຕ້ອງບອກເຫດຜົນ ແລະ ໃຫ້ຄຳແນະນຳ ຕໍ່ເຈົ້າຂອງປ່າປູກ:

-  ຖ້າເອກະສານຄົບຖ້ວນ ແລະ ມີເນື້ອໃນຖືກຕ້ອງຕາມເງື່ອນໄຂການຂຶ້ນທະບຽນປ່າປູກ ໃຫ້ຮັບຄໍາຮ້ອງ ແລະ ນັດມື້ມາຮັບໃບທະບຽນປ່າປູກ.

ພະແນກກະສິກຳ ແລະ ປ່າໄມ້ ແຂວງນະຄອງຫຼວງ

5

  • ບັນທຶກຂໍ້ມູນເຈົ້າຂອງປ່າປູກ ເຂົ້າໃນລະບົບຕິດຕາມ ການຄຸ້ມຄອງປ່າປູກຂອງແຂວງ.

ພະແນກກະສິກຳ ແລະ ປ່າໄມ້ ແຂວງນະຄອງຫຼວງ

6

  • ອະນຸມັດເລກລະຫັດເຈົ້າຂອງປ່າປູກ, ເລກລະຫັດປ່າປູກ ແລະ ໃບທະບຽນປ່າປູກ.

ພະແນກກະສິກຳ ແລະ ປ່າໄມ້ ແຂວງນະຄອງຫຼວງ

7

-  ແຈ້ງເຈົ້າຂອງປ່າປູກມາເອົາໃບທະບຽນປ່າປູກ;

-  ເກັບຄ່າທຳນຽມ ໃບທະບຽນຝາປູກ 20.000 ກີບຕໍ່ໃບ.

ພະແນກກະສິກຳ ແລະ ປ່າໄມ້ ແຂວງນະຄອງຫຼວງ

 

ໃນກໍລະນີ ທີ່ບຸກຄົນ ແລະ ການຈັດຕັ້ງ ຢູ່ບ້ານຫ່າງໄກຊອກຫຼີກ ບໍ່ມີຄວາມສະດວກໃນການໄປເຖິງ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ໃຫ້ເມືອງປະສານຫາແຂວງ ເພື່ອຂໍເລກລະຫັດເຂົ້າລະບົບຂອງແຂວງ ແລະ ຊ່ວຍບັນທຶກຂໍ້ມູນເຂົ້າໃນລະບົບຂອງແຂວງ, ຈາກນັ້ນ ໃຫ້ແຂວງນຳໃຊ້ຂໍ້ມູນໃນລະບົບ ອອກໃບທຽນປ່າປູກ ແລະ ສຳເນົາເຂົ້າໃນລະບົບຄືນ, ພ້ອມທັງສົ່ງໃບທະບຽນປ່າປູກສະບັບແທ້ ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເພື່ອສົ່ງຕໍ່ໃຫ້ບຸກຄົນ ແລະ ການຈັດຕັ້ງ. ສຳລັບຄ່າບໍລິການວິຊາການ ແມ່ນໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງເກັບ ແລະ ໂອນໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ.

 

 

 

 

ຂ. ປ່າປູກ ຂອງນິຕິບຸກຄົນ

 

     ປ່າປູກ ຂອງນິຕິບຸກຄົນ ທີ່ມີເນື້ອທີ່ 1.600 ຕາແມັດ (1 ໄລ່) ຫາ 5 ເຮັກຕາ ໃຫ້ຍື່ນຄໍາຮ້ອງຂໍຂຶ້ນທະບຽນປ່າປູກ ຕໍ່ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເນື້ອທີ່ 5 ເຮັກຕາ ຂື້ນໄປ ໃຫ້ຍື່ນເອກະສານຂໍຂຶ້ນທະບຽນປ່າປູກ ຕໍ່ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ເພື່ອພິຈາລະນາ, ຄົ້ນຄວ້າ ແລະ ອອກໃບທະບຽນປ່າປູກ

ພາຍໃນ ສາມສິບ ວັນລັດຖະການ. ນິຕິບຸກຄົນ ທີ່ມີໃບທະບຽນປ່າປູກມາກ່ອນ ແລ້ວ

    ໃຫ້ສໍາເນົາໃບທະບຽນປ່າປູກ ຄັດຕິດມາພ້ອມ. ສຳລັບ ນິຕິບຸກຄົນ ທີ່ມີປ່າປູກຕັ້ງຢູ່ສອງແຂວງຂຶ້ນໄປ

    ໃຫ້ຂຶ້ນທະບຽນປ່າປູກຢູ່ແຂວງໜຶ່ງກ່ອນ ຫຼັງຈາກໄດ້ໃບທະບຽນປ່າປູກ ແລ້ວ, ໃຫ້ສໍາເນົາໃບທະບຽນປ່າ

    ປູກຄັດຕິດມາພ້ອມ ເຊິ່ງມີຂັ້ນຕອນ ດັ່ງລຸ່ມນີ້:

 

 

ລ/ດ

ກິດຈະກຳ/ໜ້າວຽກ

ອົງການທີ່ຮັບຜິດຊອບ

1

  • ປະກອບເອກະສານ ແລະ ຈັບຈຸດທີ່ຕັ້ງ GPS polygon ຂອງປ່າປູກ ທີ່ໄດ້ຈາກ ໜ່ວຍ GPS.

ຜູ້ສະເໜີ

2

  • ເຊັນຢັ້ງຢືນໃບຄໍາຮ້ອງຂໍຂຶ້ນທະບຽນປ່າປູກ ຕາມແບບພິມ ປມ 3;
  • ບັນທຶກຂໍ້ມູນເຂົ້າໃນປື້ມຕິດຕາມປ່າປູກຂອງບ້ານ,

ອົງການປົກຄອງບ້ານບ່ອນປ່າປູກຕັ້ງຢູ່

3

ຢື່ນໃບຄໍາຮ້ອງ ຕໍ່:

  • ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ (ເນື້ອທີ ່ 1.600 ຕາແມັດ ຫາ 5 ເຮັກຕາ);
  • ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ (ເນື້ອທີ່ 5 ເຮັກຕາ ຂຶ້ນໄປ)

ຜູ້ສະເໜີ

4

  • ກວດກາ ເອກະສານ ແລະ ເນື້ອໃນຄຳຮ້ອງ
  • ຖ້າເອກະສານຄົບຖ້ວນ ແລະ ມີເນື້ອໃນຖືກຕ້ອງຕາມເງື່ອນໄຂການຂື້ນ ທະບຽນປ່າປູກ ໃຫ້ຮັບຄໍາຮ້ອງ ແລະ ບັນທຶກຂໍ້ມູນເຈົ້າຂອງປ່າປູກ ເຂົ້າໃນລະບົບຕິດຕາມການຄຸ້ມຄອງປ່າປູກຂອງແຂວງ/ເມືອງ;
  • ຖ້າເອກະສານບໍ່ຄົບຖ້ວນ ຫຼື ເນື້ອໃນຂຽນບໍ່ຖືກຕ້ອງ ໃຫ້ແນະນໍາ ເຈົ້າຂອງປ່າປູກ ເພື່ອປະກອບເອກະສານຄືນໃໝ່
  • ພະແນກກະສິກຳ ແລະ ປ່າໄມ້ແຂວງນະຄອນຫຼວງ;
  • ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ.

5

  • ປະສານຫາຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ບ່ອນປ່າປູກຕັ້ງຢູ່ ເພື່ອໃຫ້ພະນັກງານເມືອງ ລົງເກັບກໍາສະພາບປ່າປູກ ຢູ່ພື້ນທີ່ຕົວຈິງ

 

  • ພະແນກກະສິກຳ ແລະ ປ່າໄມ້ແຂວງນະຄອນຫຼວງ

6

  • ທົບທວນຂໍ້ມູນ ໃນລະບົບຕິດຕາມການຄຸ້ມຄອງປ່າປູກ ເພື່ອວາງແຜນລົງ ເກັບກໍາສະພາບປ່າປູກຢູ່ພື້ນທີ່ຕົວຈິງ.
  • ປະສານຫາເຈົ້າຂອງປ່າປູກ ເພື່ອລົງເກັບກຳສະພາບປ່າປູກ ແລະ ຄ່າໃຊ້ຈ່າຍ ໃນການລົງເກັບກຳຂໍ້ມູນຂອງພະນັກງານ ຄື: ຄ່າອັດຕາກິນ, ຄ່າພັກເຊົາ ແລະ ຄ່າເດີນທາງ ປະຕິບັດຕາມ ນິຕິກໍາຂອງກະຊວງການເງິນວາງອອກ ຊຶ່ງເຈົ້າຂອງປ່າປູກເປັນຜູ້ຮັບຜິດຊອບທັງໝົດ;
  • ປະສານຫາ ອົງການປົກຄອງບ້ານບ່ອນທີ່ປ່າປູກຕັ້ງຢູ່ ເພື່ອເຂົ້າຮ່ວມເກັບກໍາ ສະພາບປ່າປູກ.

- ພະແນກກະສິກຳ ແລະ ປ່າໄມ້ແຂວງນະຄອນຫຼວງ;

- ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ.

7

  • ລົງເກັບກຳສະພາບປ່າປູກ ແລະ ບັນທຶກຂໍ້ມູນ ເຂົ້າໃນແບບຟອມເກັບກໍາ ຂໍ້ມູນສະພາບປ່າປູກ ຕາມແບບພິມ ປມ 4.

-  ພະແນກກະສິກຳ ແລະ ປ່າໄມ້ແຂວງນະຄອນຫຼວງ 01 ທ່ານ;

-  ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ 01 ທ່ານ;

-  ອົງການປົກຄອງບ້ານ 01 ທ່ານ;

-  ເຈົ້າຂອງປ່າປູກ.

8

  • ຖ້າບໍ່ສາມາດຂຶ້ນທະບຽນປ່າປູກໄດ້ ຕ້ອງບອກເຫດຜົນ ແລະ ໃຫ້ຄຳແນະນຳ ຕໍ່ເຈົ້າຂອງປ່າປູກ;
  • ຖ້າຖືກຕ້ອງ ຕາມເງື່ອນໄຂການຂື້ນທະບຽນປ່າປູກ ໃຫ້ບັນທຶກຂໍ້ມູນປ່າປູກ ເຂົ້າໃນລະບົບຕິດຕາມການຄຸ້ມຄອງປ່າປູກຂອງແຂວງ/ເມືອງ.
  • ພະແນກກະສິກຳ ແລະ ປ່າໄມ້ແຂວງນະຄອນຫຼວງ;
  • ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ.

9

  • ອະນຸມັດເລກລະຫັດເຈົ້າຂອງປ່າປູກ, ເລກລະຫັດປ່າປູກ ແລະ ໃບທະບຽນປ່າປູກ

-    ພະແນກກະສິກຳ ແລະ ປ່າໄມ້ແຂວງນະຄອນຫຼວງ;

-    ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ.

10

  • ແຈ້ງເຈົ້າຂອງປ່າປູກ ມາເອົາໃບທະບຽນປ່າປູກ;
  • ເກັບຄ່າທຳນຽມ ໃບທະບຽນປ່າປູກ 20.000 ກີບ ຕໍ່ໃບ.

-  ພະແນກກະສິກຳ ແລະ ປ່າໄມ້ແຂວງນະຄອນຫຼວງ;

-  ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ.

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

            4.2. ວິທີການ ຂໍໃບຢັ້ງຢືນໄມ້ປູກ

          ໄມ້ປູກ ທີ່ມີເນື້ອທີ່ຕໍ່າກວ່າ 1.600 ຕາແມັດ (1 ໄລ່) ແລະ ມີອາຍຸ 3 ປີ ຂຶ້ນໄປ ໃຫ້ຍື່ນຄຳຮ້ອງຂໍ    ໃບຢັ້ງຢືນໄມ້ປູກ ຕໍ່ ອົງການປົກຄອງບ້ານ ເພື່ອພິຈາລະນາ, ຄົ້ນຄວ້າ ແລະ ອອກໃບຢັ້ງຢືນໄມ້ປູກ ພາຍໃນ ຫ້າ ວັນ ລັດຖະການເຊິ່ງມີຂັ້ນຕອນ ດັ່ງລຸ່ມນີ້:

ລ/ດ

ກິດຈະກຳ/ໜ້າວຽກ

ອົງການທີ່ຮັບຜິດຊອບ

1

  • ປະກອບເອກະສານ ແລະ ຍື່ນຄຳຮ້ອງ ຕໍ່ ອົງການປົກຄອງບ້ານ.

ຜູ້ສະເໜີ

2

  • ກວດກາຄວາມຖືກຕ້ອງຂອງເອກະສານ ແລະ ເນື້ອໃນຂອງຄຳຮ້ອງຕາມແບບພິມ ປມ 5 ຫຼື ປມ 6 ຫຼື ປມ 7;
  • ສຳພາດຜູ້ສະໝັກ ໂດຍນຳໃຊ້ ແບບຟອມເກັບກຳຂໍ້ມູນໄມ້ປູກຕາມແບບພິມ ປມ 8;
  • ຖ້າບໍ່ສາມາດອອກໃບຢັ້ງຢືນໄມ້ປູກ ຕ້ອງບອກເຫດຜົນ ແລະ ໃຫ້ຄຳແນະນຳເຈົ້າຂອງໄມ້ປູກ;
  • ຖ້າເອກະສານຄົບຖ້ວນ ແລະ ມີເນື້ອໃນຖືກຕ້ອງຕາມເງື່ອນໄຂຢັ້ງຢືນໄມ້ປູກ ໃຫ້ຮັບຄຳຮ້ອງ ແລະ ນັດມື້ມາເອົາໃບຢັ້ງຢືນໄມ້ປູກ.

ອົງການປົກຄອງບ້ານ

3

  • ເຊັນອະນຸມັດໃບຢັ້ງຢືນໄມ້ປູກ

ອົງການປົກຄອງບ້ານ

4

  • ບັນທຶກຂໍ້ມູນເຂົ້າໃນປຶ້ມຕິດຕາມໄມ້ປູກຂອງບ້ານ;
  • ແຈ້ງເຈົ້າຂອງໄມ້ປູກ ມາຮັບເອົາໃບຢັ້ງຢືນໄມ້ປູກ;
  • ເກັບຄ່າທຳນຽມ ໃບຢັ້ງຢືນໄມ້ປູກ 5,000 ກີບ ຕໍ່ໃບ.

ອົງການປົກຄອງບ້ານ

 

 

          5.   ການປ່ຽນໃບທະບຽນສວນປູກ ມາເປັນ ໃບທະບຽນປ່າປູກ

       ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີໃບທະບຽນສວນປູກ ໃນເມື່ອກ່ອນ ແລະ ຍັງມີຕົ້ນໄມ້ປູກ ຫຼື ຕົ້ນໄມ້ຢູ່ປ່າປູກຖືກຕັດກ້ຽງ ແຕ່ໄມ້ປູກໄດ້ແຕກແໜງຄືນໃໝ່ ສາມປີຂຶ້ນໄປ ໃຫ້ເຈົ້າຂອງຢາປູກ ເອົາໃບທະບຽນ ສວນປູກ ມາຂຶ້ນທະບຽນ ຂໍປ່ຽນໃບທະບຽນສວນປູກ ມາເປັນ ໃບທະບຽນປ່າປູກ ຢູ່ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ແລະ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ເພື່ອອອກໃບທະບຽນປ່າປູກ ພາຍໃນກໍານົດ ຫ້າ ວັນ ລັດຖະການ, ພ້ອມທັງໃຫ້ຍົກເວັ້ນຄ່າທຳນຽມໃບທະບຽນປ່າປູກ.

        ການປະກອບເອກະສານ ແລະ ວິທີການປ່ຽນ ໃບທະບຽນສວນປູກ ມາເປັນ ໃບທະບຽນປ່າປູກມີ ດັ່ງນີ້:

ກ. ການປະກອບເອກະສານຂໍປ່ຽນໃບທະບຽນສວນປູກ ມາເປັນ ໃບທະບຽນປ່າປູກ

     1) ຄຳຮ້ອງຂໍປ່ຽນໃບທະບຽນສວນປູກ ມາເປັນ ໃບທະບຽນປ່າປູກ;

                   2) ໃບທະບຽນສວນປູກ,

          -  ໃນກໍລະນີ ມີການປ່ຽນແປງກໍາມະສິດປ່າປູກ ແລະ ກຳມະສິດທີ່ດິນປ່າປູກ ຈາກເຈົ້າຂອງເດີມ

          ໄປຫາ ເຈົ້າຂອງໃໝ່ ໃຫ້ສໍາເນົາເອກະສານດັ່ງກ່າວ ຄັດຕິດມາພ້ອມ.

          -  ໃນກໍລະນີ ມີໃບທະບຽນສວນປູກຫຼາຍຕອນ ແລະ ໄດ້ຂຶ້ນທະບຽນປ່າາປູກມາກ່ອນແລ້ວ ໃຫ້

          ສໍາເນົາໃບທະບຽນປ່າປູກ ຄັດຕິດມາພ້ອມ

 

     ຂ. ວິທີການປ່ຽນ ໃບທະບຽນສວນປູກ ມາເປັນ ໃບທະບຽນປ່າປູກ

          1) ໃຫ້ ພະແນກກະສິກໍາ ແລະ ປ່າໄມ້ແຂວງນະຄອນຫຼວງ ແລະ ຫ້ອງການກະສິກຳ ແລະ ປ່າໄມ້

         ເມືອງ ສົມທົບອົງການປົກຄອງບ້ານ ລົງເກັບກຳ ແລະ ຂຶ້ນທະບຽນ ຂໍປ່ຽນໃບທະບຽນສວນປູກ

         ມາເປັນໃບທະບຽນປ່າປູກ,

          2) ໃນກໍລະນີ ທີ່ເຈົ້າຂອງປາປູກ ບໍ່ສາມາດມາຂຶ້ນທະບຽນ ຂໍປ່ຽນໃບທະບຽນສວນປູກ ມາເປັນ

         ໃບທະບຽນປ່າປູກ ໃຫ້ອົງການປົກຄອງບ້ານ ເກັບກຳ ແລະ ສັງລວມ ສົ່ງໃຫ້ ຫ້ອງການກະສິກຳ

         ແລະ ປ່າໄມ້ເມືອງ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງນະຄອນຫຼວງ ເພື່ອອອກໃບທະບຽນ

         ປ່າປູກ.

 

6.  ການບັນທຶກການຕັດ ແລະ ເຄື່ອນຍ້າຍໄມ້ປູກ

6.1 ການຕັດໄມ້ປູກ ເພື່ອເປັນສິນຄ້າ

    ການຕັດໄມ້ປູກທຸກຊະນິດ ເພື່ອເປັນສິນຄ້າ ທີ່ໄດ້ຂຶ້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ ຕາມທີ່ໄດ້ ກຳນົດ ໃນຄຳແນະນໍາສະບັບນີ້, ກ່ອນຈະຕັດໄມ້ປູກ (ຕັດສາງ ຫຼື ຕັດກ້ຽງ) ຕ້ອງນຳເອົາໃບທະບຽນປ່າປູກ ຫຼື ໃບຢັ້ງຢືນໄມ້ປູກ ເພື່ອຢັ້ງຢືນກຳມະສິດ ພ້ອມທັງລາຍງານ ແລະ ແຈ້ງສະຖານທີ່, ຊະນິດພັນໄມ້, ຈຳນວນຕົ້ນທີ່ຈະຕັດ ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເພື່ອຕິດຕາມ ແລະ ເກັບກຳຂໍ້ມູນ ການຕັດ ແລະ ເຄື່ອນຍ້າຍໄມ້ປູກແຕ່ລະຄັ້ງ ເຂົ້າໃນລະບົບຕິດຕາມການຄຸ້ມຄອງປ່າປູກ ແລະ ບັນທຶກໃສ່ດ້ານຫຼັງ ຂອງໃບທະບຽນປ່າປູກ ແລະ ໃບຢັ້ງຢືນໄມ້ປູກ,

 

6.2 ການຕັດໄມ້ປູກ ເພື່ອໃຊ້ສອຍໃນຄອບຄົວ ແລະ ສາທາລະນະປະໂຫຍດ.

     ການຕັດໄມ້ປູກ ເພື່ອໃຊ້ສອຍໃນຄອບຄົວ ແລະ ສາທາລະນະປະໂຫຍດ ໃນແຕ່ລະຄັ້ງ ຕ້ອງລາຍງານ ແລະ ແຈ້ງຈຳນວນບໍລິມາດໄມ້ ຫຼື ນໍ້າໜັກຂອງໄມ້ ໃຫ້ອົງການປົກຄອງບ້ານ ເພື່ອບັນທຶກຂໍ້ມູນການຕັດ ແຕ່ລະຄັ້ງໃສ່ດ້ານຫຼັງ ຂອງໃບທະບຽນປ່າປູກ ແລະ ໃບຢັ້ງຢືນໄມ້ປູກ. ໃນກໍລະນີ ມີການຕັດສາງ ຫຼື ຕັດກ້ຽງ ໃນປ່າປູກທີ່ເປັນລະບົບ ຕ້ອງໄດ້ລາຍງານ ແລະ ແຈ້ງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເພື່ອບັນທຶກຂໍ້ມູນເຂົ້າໃນລະບົບຕິດຕາມການຄຸ້ມຄອງປ່າປູກ ແລະ ໄມ້ປູກ ແລະ ບັນທຶກໃສ່ດ້ານຫຼັງຂອງ ໃບທະບຽນປ່າປູກ

 

7. ການສິ້ນສຸດ ໃບທະບຽນປ່າປູກ ແລະ ໃບຢັ້ງຢືນໄມ້ປູກ

     ໃບທະບຽນປ່າປູກ ຈະສິ້ນສຸດໄດ້ກໍຕໍ່ເມື່ອ ໄມ້ປູກຖືກຕັດກ້ຽງ, ຕາຍໝົດ, ຖອນໝົດ ຫຼື ບໍ່ມີຕົ້ນໄມ້ປູກ ຢູ່ໃນປ່າປູກທີ່ໄດ້ຂຶ້ນທະບຽນແລ້ວ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຕ້ອງບັນທຶກຂໍ້ມູນການສິ້ນສຸດ ເຂົ້າໃນ ລະບົບຕິດຕາມການຄຸ້ມຄອງປ່າປູກ ແລະ ບັນທຶກໃສ່ດ້ານຫຼັງຂອງໃບທະບຽນປ່າປູກ. ສຳລັບເລກລະຫັດເຈົ້າຂອງປ່າປູກ ແມ່ນສາມາດສືບຕໍ່ນຳໃຊ້ໄດ້ ຖ້າມີການປູກໄມ້ ແລະ ຟື້ນຟູໃໝ່ ຫຼື ໄມ້ປູກທີ່ໄດ້ຂຸດຄົ້ນແລ້ວ ແຕກແໜງຄືນໃໝ່ ໄດ້ ສາມ ປີຂຶ້ນໄປ, ຍົກເວັ້ນເລກລະຫັດຝາປູກ ແມ່ນບໍ່ສາມາດສືບຕໍ່ນໍາໃຊ້.

      ໃບຢັ້ງຢືນໄມ້ປູກ ຈະສິ້ນສຸດໄດ້ກໍຕໍ່ເມື່ອ ໄມ້ປູກຖືກຕັດກ້ຽງ, ຕາຍໝົດ, ຖອນໝົດ ຫຼື ບໍ່ມີຕົ້ນໄມ້ປູກ ຢູ່ໃນປ່າປູກທີ່ໄດ້ຂຶ້ນທະບຽນ. ອົງການປົກຄອງບ້ານ ຕ້ອງບັນທຶກຂໍ້ມູນການສິ້ນສຸດໃສ່ປຶ້ມຕິດຕາມປ່າປູກຂອງບ້ານ ແລະ ບັນທຶກໃສ່ດ້ານຫຼັງຂອງໃບຢັ້ງຢືນໄມ້ປູກ.

 

8. ສິດ ແລະ ພັນທະ ຂອງຜູ້ໄດ້ຮັບໃບທະບຽນ ປ່າປູກ ແລະ ຢັ້ງຢືນໄມ້ປູກ

     ຜູ້ໄດ້ຮັບໃບທະບຽນ ປ່າປູກ ແລະ ຢັ້ງຢືນໄມ້ປູກ ມີສິດ ແລະ ໜ້າທີ່ ດັ່ງນີ້:

1) ໄດ້ຮັບຂໍ້ມູນ ຂ່າວສານ ກ່ຽວກັບວຽກງານຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ປ່າປູກ ແລະ ໄມ້ປູກ;

2) ອຳນວຍຄວາມສະດວກ ໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ ໃນການລົງກວດກາ, ເກັບກຳຂໍ້ມູນ ແລະສະໜອງເອກະສານ, ຂໍ້ມູນ ທີ່ກ່ຽວຂ້ອງ;

3) ສະເໜີ ອົງການທີ່ກ່ຽວຂ້ອງ ຕໍ່ການລະເມີດກົດໝາຍ ແລະ ລະບຽບການ ຂອງພະນັກງານ ແລະ ເຈົ້າ

ໜ້າທີ່;

4) ການຕັດ, ເຄື່ອນຍ້າຍ, ຊື້-ຂາຍ ແລະ ສົ່ງອອກ ໄມ້ປູກ ແລະ ຜະລິດຕະພັນໄມ້ປູກ;

5) ຄຸ້ມຄອງ, ປົກປັກຮັກສາ ປ່າປູກ ແລະ ໄມ້ປູກ ດ້ວຍການປົວລະບັດຮັກສາ, ຕິດປ້າຍຊີ້ບອກ ແລະ ສ້າງແລວປ້ອງກັນໄຟ;

6) ເສຍຄ່າທຳນຽມ, ຄ່າບໍລິການ ແລະ ພັນທະອື່ນໆ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

 

IV.  ວິທີການຈັດຕັ້ງປະຕິບັດ

1. ກົມປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໂຄສະນາເຜີຍແຜ່, ຝຶກອົບຮົມ, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດ ຄຳແນະນຳສະບັບນີ້ ໃຫ້ໄດ້ຮັບຜົນດີ;

2. ມອບໃຫ້ ກົມປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ອົງການປົກຄອງບ້ານ ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ດຳເນີນການຈັດຕັ້ງປະຕິບັດ ການຂຶ້ນທະບຽນ ປ່າປູກ ແລະ ຢັ້ງຢືນໄມ້ປູກ ຕາມຄໍາແນະນໍາສະບັບນີ້;

3. ໃນການຈັດຕັ້ງປະຕິບັດຕົວຈິງ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກແນວໃດ ໃຫ້ລາຍງານກະຊວງກະສິກຳ ແລະ ປ່າໄມ້ ຕາມຂັ້ນຕອນ ເພື່ອພິຈາລະນາຫາວິທີແກ້ໄຂ ຢ່າງທັນການ.

 

     ຄໍາແນະນໍາສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ແລະ ໄດ້ພິມລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ ແລະ ປ່ຽນແທນ ຄຳສັ່ງແນະນຳຂອງລັດຖະມົນຕີ ສະບັບເລກທີ 09/ກປ,99, ລົງວັນທີ 07 ຕຸລາ 1999.

 

 

ລັດຖະມົນຕີ

ເພັດ ພົມພິພັກ

# ຫົວຂໍ້ ດາວໂຫຼດ
1 ຄໍາແນະນໍາ ກ່ຽວກັບການຂື້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ, ເລກທີ 2492/ກປ, ລົງວັນທີ 23 ທັນວາ 2020 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.