ສາລະບານ

ໝວດທີ 1 - ຫຼັກການລວມ

ມາດຕາ 1. ຈຸດປະສົງ ແລະ ລະດັບຄາດຫມາຍ
ມາດຕາ 2. ຄວາມຫມາຍຂອງຄໍາສັບ

ໝວດທີ 2 - ມາດຕະຖານເກືອໄອໂອດີນ

ມາດຕາ 3. ມາດຕະຖານເກືອໄອໂອດິນ
ມາດຕາ 4. ການບັນຈຸ ແລະ ຫຸ້ມຫໍ່
ມາດຕາ 5. ສະຫຼາກຕິດຖົງຢາງ
ມາດຕາ 6. ການເກັບມ້ຽນ ແລະ ການຂົນສົ່ງ

ໝວດທີ 3 - ການເກືອດຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 7. ການເກືອດຫ້າມ
ມາດຕາ 8. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
ມາດຕາ 9. ມາດຕະການຕໍ່ຜູ້ລະເມີດ

ໝວດທີ 4 - ບົດບັນຍັດສຸດທ້າຍ

ມາດຕາ 10. ການຈັດຕັ້ງປະຕິບັດ
ມາດຕາ 11. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງສາທາລະນະສຸກ    ເລກທີ 102/ກຊສ
ນະຄອນຫຼວງວຽງຈັນ ວັນທີ 21 ມັງກອນ 2004

ຂໍ້ກໍານົດ
ວ່າດ້ວຍມາດຕະຖານເກືອໄອໂອດີນ

  • ອີງໃສ່ດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການປະສົມສານໄອໂອດີນໃສ່ເກືອ ເລກທີ 42/ນຍ, ລົງວັນທີ 20 ມີຖຸນາ 1995.
  • ອີງໃສ່ດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສາທາລະນະສຸກ ສະບັບເລກທີ 020/ນຍ, ລົງວັນທີ 09 ມີນາ 1999.
  • ອີງໃສ່ສະພາບການຕົວຈິງ, ການສໍາຫລວດພະຍາດຂາດສານໄອໂອດີນ ໃນຊຸມປີຜ່ານມາ ແລະ ການຄົ້ນຄວ້າ, ຄວາມເປັນເອກກະພາບທາງດ້ານວິຊາການ ລະຫວ່າງກົມອາຫານ ແລະ ຢາ, ກົມອະນາໄມ-ກັນພະຍາດ ແລະ ສູນວິໄຈອາຫານ ແລະ ຢາ.

ລັດຖະມົນຕີວ່າການກະຊວງສາທາລະນະສຸກອອກຂໍ້ກໍານົດ
ວ່າດ້ວຍມາດຕະຖານເກືອໄອໂອດີນດັ່ງຕໍ່ໄປນີ້:

ໝວດທີ 1
ຫຼັກການລວມ

ມາດຕາ 1. ຈຸດປະສົງ ແລະ ລະດັບຄາດຫມາຍ
       1. ຈຸດປະສົງ
   ເພື່ອຄວບຄຸມຄຸນນະພາບເກືອໄອໂອດີນທີ່ຜະລິດ, ນໍາເຂົ້າ ແລະ ຈໍລະຈອນຢູ່ໃນ ສປປລາວ ໃຫ້ບັນລຸມາດຕະຖານທີ່ກະຊວງສາທາລະນະສຸກໄດ້ກໍານົດ, ແນໃສ່ເພື່ອສົ່ງເສີມ ແລະ ປົກປ້ອງສຸຂະພາບຂອງຜູ້ບໍລິໂພກ.

       2. ລະດັບຄາດຫມາຍ
   ຜູ້ບໍລິໂພກ ໄດ້ຮັບເກືອໄອໂອດິນທີ່ມີຄຸນນະພາບມາດຕະຖານ, ແນໃສ່ເພື່ອລົບລ້າງບັນດາພະຍາດຂາດສານໄອໂອດິນ. ຂ້າງເທິງ

ມາດຕາ 2. ຄວາມຫມາຍຂອງຄໍາສັບ

ເກືອໄອໂອດີນ (ຫລື ເກືອອີອົດ) ແມ່ນຜະລິດຕະພັນເກືອທີ່ປຸງແຕ່ງຈາກເກືອທໍາມະດາ (ໃນນັ້ນລວມທັງເກືອຕົ້ມ ແລະ ເກືອຕາກ) ປະສົມກັບສານໂປຕາຊຽມໄອໂອເດດ. ຂ້າງເທິງ

ໝວດທີ 2
ມາດຕະຖານເກືອໄອໂອດີນ

ມາດຕາ 3. ມາດຕະຖານເກືອໄອໂອດິນ
   ເກືອໄອໂອດິນຕ້ອງປະສົມຕາມມາດຕະຖານດັ່ງຕໍ່ໄປນີ້:

  1. ເກືອໄອໂອດີນຕ້ອງມີໂປຕາຊຽມ ຫຼື ໂຊດຽມໄອໂອເດດທຽບກັບການບັນຈຸ:
    ກ. ບໍ່ຕໍ່າກວ່າ 35 ມິລິກຼາມ ໂປຕາຊຽມ ຫຼື ໂຊດຽມໄອໂອເດດຕໍ່ເກືອ 1 ກິໂລ.
    ຂ. ບໍ່ສູງກວ່າ 100 ມິລິກຼາມ ໂປຕາຊຽມ ຫຼື ໂຊດຽມໄອໂອເດດ ຕໍ່ເກືອ 1 ກິໂລ.
  2. ເກືອໄອໂອດີນມີຄຸນລັກສະນະເປັນເມັດແຂງ ຫຼື ເປັນຝຸ່ນສີຂາວ, ບໍ່ປົນເປື້ອນກັບຂີ້ເຖົ່າ, ຂີ້ດິນ, ຊາຍ, ຫີນ ຫຼື ປົນເປື້ອນດວ້ຍສິ່ງແປກປົນອື່ນໆ...ແລະ ມີຄຸນລັກສະນະດັ່ງລຸ່ມນີ້:
    2.1 ຄວາມຊຸ່ມບໍ່ສູງກ່ວາ                       4 %w/w
    2.2 ຄວາມປົນເປື້ອນທີ່ບໍ່ລະລາຍບໍ່ສູງກ່ວາ           1%w/w
    2.3 ສິ່ງທີ່ລະລາຍໄດ້ (ນອກຈາກ NaCI) ບໍ່ສູງກວ່າ   3%w/w
    2.4 ໂຊດຽມກຼໍໄຣ (NaCI) ບໍ່ຕໍ່າກ່ວາ              96%w/w
    2.5 ມີໄອໂອດີນ:
  • ໃນລະຫວ່າງ 40 ຫາ 60 ppm ຢູ່ບອ່ນຜະລິດ ແລະ ດ່ານນໍາເຂົ້າ.
  • ບໍ່ຕໍ່າກ່ວາ 20 ppm ຢູ່ບອ່ນຂາຍຍ່ອຍ ແລະ ນໍາໃຊ້ໃນຄອບຄົວ.

      2.6 ການປົນເປື້ອນດ້ວຍສານເຄມີທີ່ເປັນໂລຫະໜັກບໍ່ໃຫ້ກາຍ:
      ອາກເຊນິກ (As) 0,5mg/kg; ທອງ (Cu) 2mg/kg; ກົ່ວ (Pb) 2mg/kg; ກາດມີອອມ (Cd) 0,5mg/kg;     ນ້ຳບາ (Hg) 0,1mg/kg. ຂ້າງເທິງ

ມາດຕາ 4. ການບັນຈຸ ແລະ ຫຸ້ມຫໍ່
   ເກືອໄອໂອດິນຕ້ອງບັນຈຸ ແລະ ຫຸ້ມຫໍ່ດ້ວຍຖົງຢາງທີ່ໄດ້ມາດຕະຖານຕາມຂະຫນາດ ທີ່ເຫມາະສົມເຊັ່ນ: 500 ກຼາມ, 1 ກິໂລກຼາມ, ຫລີກເວັ້ນການບັນຈຸທີ່ມີບໍລິມາດຂະຫນາດໃຫຍ່, ທັງນີ້ເພື່ອຮັກສາເກືອໃຫ້ໄດ້ຄຸນນະພາບ ຕາມມາດຕະຖານທີ່ໄດ້ລະບຸໃວ້ໃນມາດຕາ 3 ຂ້າງເທິງນີ້. ຂ້າງເທິງ

ມາດຕາ 5. ສະຫຼາກຕິດຖົງຢາງ
   ສະຫລາກຕິດຖົງຢາງທີ່ບັນຈຸເກືອໄອໂອດີນຢ່າງໜ້ອຍ ຕ້ອງມີເນື້ອໃນທີ່ຈໍາເປັນ ເປັນພາສາລາວ ແລະ ພາສາສາກົນ ດັ່ງຕໍ່ໄປນີ້:

  1. ຊື່: ເກືອໄອໂອດີນ;
  2. ຊື່: ຜູ້ຜະລິດຫລືໂຮງງານ ແລະ ເຄື່ອງໝາຍການຄ້າສະເພາະທີ່ທາງການຮັບຮອງ;
  3. ເລກທະບຽນທີ່ອອກໃຫ້ໂດຍກົມອາຫານ ແລະ ຢາ;
  4. ວັນ, ເດືອນ, ປີຂອງຊຸດຜະລິດ;
  5. ນໍ້າໜັກຂອງເກືອຢູ່ໃນຖົງ;
  6. ປະລິມານສານໄອໂອດີນທີ່ໄດ້ປະສົມໃສ່ (ppm ຫລື mg/kg). ຂ້າງເທິງ

ມາດຕາ 6. ການເກັບມ້ຽນ ແລະ ການຂົນສົ່ງ
   ເກືອໄອໂອດີນຕອ້ງເກັບມ້ຽນຮັກສາຢູ່ໃນເງື່ອນໄຂລຸ່ມນີ້:

  • ສະຖານທີ່ແຫ້ງ, ອາກາດປອດໂປ່ງ;
  • ບໍ່ໄວ້ໃກ້ເຕົາໄຟ ແລະ ບໍ່ຕາກແດດ;
  • ບໍ່ຖືກຊຸ່ມປຽກ; ບໍ່ຖືກນໍ້າ ຫລື ນໍ້າຝົນ;
  • ປາສະຈາກການປົນເປື້ອນຈາກຂີ້ຝຸ່ນ ແລະ ສານເຄມີ. ຂ້າງເທິງ

ໝວດທີ 3
ການເກືອດຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 7. ການເກືອດຫ້າມ
   ຫ້າມຜະລິດ, ນໍາເຂົ້າ-ສົ່ງອອກ, ຈໍາຫນ່າຍ ແລະ ແຈກຢາຍເກືອທີ່ບໍ່ບັນລຸມາດຕະຖານ ຕາມໝວດທີ 2; ມາດຕາ 3, 4, 5 ແລະ 6 ຂອງກົດຫມາຍສະບັບນີ້. ຂ້າງເທິງ

ມາດຕາ 8. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດຂໍ້ກໍານົດສະບັບນີ້, ຈະໄດ້ຮັບການຍ້ອງຍໍ ແລະ ປະຕິບັດນະໂຍບາຍຕ່າງໆຊຶ່ງລັດຖະບານເປັນຜູ້ກໍານົດລະອຽດ. ຂ້າງເທິງ

ມາດຕາ 9. ມາດຕະການຕໍ່ຜູ້ລະເມີດ
   ບຸກຄົນ, ນິຕິບຸກຄົນ, ຜູ້ຜະລິດ, ຜູ້ນໍາເຂົ້າ ແລະ ຂາຍຍ່ອຍທີ່ໄດ້ລະເມີດຂໍ້ກໍານົດສະບັບນີ້ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ປັບໃຫມ ແລະ ລົງໂທດຕາມກໍລະນີຫນັກ ຫຼື ເບົາດັ່ງລາຍລະອຽດລຸ່ມນີ້:

  1. ຜູ້ລະເມີດຄັ້ງທີ 1: ຜູ້ທີ່ລະເມີດຈະຖືກສຶກສາອົບຮົມ, ກ່າວເຕືອນ ແລະ ບັນທຶກໄວ້ໃນປຶ້ມຕິດຕາມ.
  2. ຜູ້ລະເມີດຄັ້ງທີ 2: ຜູ້ທີ່ລະເມີດຈະຖືກຍຶດສິນຄ້າ ແລະ ປັບໃຫມ 10% ຂອງມູນຄ່າສິນຄ້າຕາມທ້ອງຕະຫລາດ ແລະ ບັນທຶກໄວ້ໃນປຶ້ມຕິດຕາມ.
  3. ຜູ້ລະເມີດຄັ້ງທີ 3: ຜູ້ທີ່ລະເມີດຈະຖືກຍຶດສິນຄ້າ ແລະ ປັບໃຫມສອງເທົ່າຂອງມູນຄ່າສິນຄ້າຕາມທ້ອງຕະຫຼາດ, ບັນທຶກໄວ້ໃນປຶ້ມຕິດຕາມ ຫລື/ແລະ ນໍາສະເຫນີຕໍ່ຂະແຫນງການກ່ຽວຂ້ອງໂຈະ ຫຼື ປິດໂຮງງານ/ບໍລິສັດ/ຮ້ານຄ້າ ຕາມກໍລະນີຫນັກ ຫລື ເບົາ. ຂ້າງເທິງ

ໝວດທີ 4
ບົດບັນຍັດສຸດທ້າຍ

ມາດຕາ 10. ການຈັດຕັ້ງປະຕິບັດ
   ມອບໃຫ້ກົມອາຫານ ແລະ ຢາ, ກົມອະນາໄມກັນພະຍາດ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ຂ້າງເທິງ

ມາດຕາ 11. ຜົນສັກສິດ
   ຂໍ້ກໍານົດວ່າດ້ວຍມາດຖານເກືອໄອໂອດີນສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂໍ້ກໍານົດສະບັບນີ້ປ່ຽນແທນມາດຕະຖານເກືອໄອໂອດິນ ສະບັບເລກທີ 1029/ກຊສ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງສາທາລະນະສຸກ
ດຣ. ປອນເມກ ດາລາລອຍ

 

# ຫົວຂໍ້ ດາວໂຫຼດ
1 Provision On Iodized Salt standard No. 102/MOH PDF
2 ຂໍ້ກໍານົດ ວ່າດ້ວຍ ມາດຕະຖານ ເກືອໄອໂອດີນ ເລກທີ 102/ກຊສ PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ສ່ວນປະກອບຂອງເກືອໄອໂອດິນນຳເຂົ້າ SPS ກະຊວງ ສາທາລະນະສຸກ ເກືອໄອໂອດິນທີ່ນຳເຂົ້າຕ້ອງມີສ່ວນປະກອບ ແລະ ສອດຄ່ອງກັບຄຸນນະພາບມາດຕະຖານ. ຂໍ້ກໍານົດ ວ່າດ້ວຍ ມາດຕະຖານ ເກືອໄອໂອດີນ ເລກທີ 102/ກຊສ 9999-12-31 ALL
2 ການຫຸ້ມຫໍ່ເກືອໄອໂອດິນ SPS ກະຊວງ ສາທາລະນະສຸກ ເກືອໄອໂອດິນທີ່ນຳເຂົ້າຕ້ອງມີການຫຸ້ມຫໍ່ໃນຖົງບັນຈຸພິເສດ ຂໍ້ກໍານົດ ວ່າດ້ວຍ ມາດຕະຖານ ເກືອໄອໂອດີນ ເລກທີ 102/ກຊສ 9999-12-31 ALL
3 ຮຽກຮ້ອງໃຫ້ມີການຕິດສະຫຼາກສຳລັບເກືອໄອໂອດິນ TBT ກະຊວງ ສາທາລະນະສຸກ ການນຳເຂົ້າເກືອໄອໂອດິນຕ້ອງສອດຄ່ອງກັບເງື່ອນໄຂການຕິດສະຫຼະທີໄດ້ລະບຸໄວ້ ຂໍ້ກໍານົດ ວ່າດ້ວຍ ມາດຕະຖານ ເກືອໄອໂອດີນ ເລກທີ 102/ກຊສ 9999-12-31 ALL
4 ຮຽກຮ້ອງໃຫ້ມີການເກັບຮັກສາສຳລັບເກືອໄອໂອດິນ SPS ກະຊວງ ສາທາລະນະສຸກ ການນຳເຂົ້າເກືອໄອໂອດິນຈະຕ້ອງມີການເກັບຮັກສາຕາມເງື່ອນໄຂທີ່ໄດ້ລະບຸໄວ້ ຂໍ້ກໍານົດ ວ່າດ້ວຍ ມາດຕະຖານ ເກືອໄອໂອດີນ ເລກທີ 102/ກຊສ 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.