ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງກະສິກຳ ແລະ ປ່າໄມ້

ເລກທີ 0545/ກປ

ນະຄອນຫຼວງວຽງຈັນ, ວັນທີ 12 ພຶດສະພາ 2021

 

ຂໍ້ຕົກລົງ

ວ່າດ້ວຍ ການຕ້ານເຊື້ອຈຸລະຊີບ ສຳລັບສັດ ແລະ ສັດນຳ້

  • ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016;
  • ອີງຕາມ ດຳລັດວ່າດ້ວຍສັດຕະວະແພດ ເລກທີ 199/ລບ, ລົງວັນທີ 13 ມີນາ 2020;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້ ເລກທີ 99/ນຍ, ລົງວັນທີ 09 ມີນາ 2017;
  • ອີງຕາມ ໜັງສືສະເໜຂອງກົມລ້ຽງສັດ ແລະ ການປະມົງ ເລກທີ 0717/ກລປ, ລົງວັນທີ 31 ມີນາ 2021;
  • ອີງຕາມ ການຄົນຄວ້າ ແລະ ສະເໜີຂອງກົມນະໂຍບາຍ ແລະ ນິຕິກຳ ເລກທີ 0226/ກບນ, ລົງວັນທີ 07 ເມສາ 2021.

ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ອອກຂໍ້ຕົກລົງ:

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄວບຄຸມການດຳເນີນທຸລະກິດ ແລະ ຄວາມຮັບຜິດຊອບ ໃນການຄຸ້ມຄອງຢາຕ້ານເຊື້ອຈຸລະຊີບ ເະື່ອເຮັດໃຫ້ການນຳໃຊ້ຖືກຕ້ອງ, ສົມເຫດສົມຜົນ ແນ່ໃສ່ ຫຼຸດຜ່ອນການຕິດເຊື້ອທີ່ຕ້ານຕໍ່ຢາ, ສົ່ງເສີມສຸຂະພາບສັດ, ສັດນຳ້ ແລະ ຜູ້ບໍລິໂພກ ໃຫ້ມີຄວາມປອດໄພ.

ມາດຕາ 2 ຢາຕ້ານເຊື້ອຈຸລະຊີບ ສຳລັບ ສັດ ແລະ ສັດນຳ້

ຢາຕ້ານເຊື້ອຈຸລະຊີບ ສຳລັບ ສັດ ແລະ ສັດນຳ້ (Veterinary Antimicrobials) ແມ່ນ ຢາທີ່ໄດ້ຈາກສິ່ງທີ່ມີຊີວິດ ຫຼື ຈາກການສັ່ງເຄາະທີ່ມີລິດ ສາມາດຢັບຢັ້ງການຈະເລີນເຕີບໂຕ ຫຼື ຂ້າເຊື້ອຈຸລະຊີບຈຳພວກ ເຊື້ອ ກາລະໂຣກ (ຈຸລິນຊີ, ແບັກທີເຣຍ), ຈຸລະໂຣກ (ໄວຣັດ), ແມ່ກາຝາກ ແລະ ເຊື້ອເຫັດ.

ມາດຕາ 3 ການອະທິບາຍຄຳສັບ

ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:

  1. ເຊື້ອຈຸລະຊີບຕ້ານຕໍ່ຢາ ໝາຍເຖິງ ເຊື້ອ ກາລະໂຣກ, ຈຸລະໂຣກ, ກາຝາກ ແລະ ເຊື້ອເຫັດ ສາຍພັນໃດໜຶ່ງ ທີ່ສາມາດເຕີບໂຕ ຫຼື ຢູ່ລອດ ເຖິງວ່າຈະໄດ້ສຳພັດກັບຢາຕ້ານເຊື້ອຈຸລະຊີບ ທີ່ມີຄວາມເຂັ້ມຂຸ້ນພຽງພໍ ກັບການຢັບຢັ້ງ, ການຈະເລີນເຕີບໂຕ ຫຼື ຂ້າເຊື້ອມາກ່ອນ;
  2. ປະລິມານຢາທີ່ສາມາດນຳໃຊ້ໄດ້ຕໍ່ວັນ (Acceptable Daily Intake) ໝາຍເຖິງ ປະລິມານຢາຕ້ານເຊື້ອຈຸລະຊີບ ທີ່ສາມາດໃຊ້ໄດ້ຢ່າງປອດໄພ ເມື່ອນຳຢາດັັ່ງກ່າວເຂົ້າສູ່ຮ່າງກາຍສັດ ແລະ ສັດນຳ້ ຕໍ່ວັນ;
  3. ລະດັບສານຕົກຄ້າງສູງສຸດ (Maximum Residue Limit) ໝາຍເຖິງ ປະລິມານຢາຕົກຄ້າງທີ່ກຳນົດໃຫ້ມີໃນຜະລິດຕະພັນ ສັດ ແລະ ສັດນຳ້ ສູງສຸດ ທີ່ບໍ່ມີຜົນກະທົບຕໍ່ສຸຂະພາບຂອງ ຄົນ, ສັດ ແລະ ສັດນຳ້;
  4. ໄລຍະເວລາຢຸດຢາກ່ອນການບໍລິໂພກ (Withdrawal Period) ໝາຍເຖິງ ໄລຍະເວລາຕຳ່ສຸດ ນັບແຕ່ວັນຢຸດໃຫ້ຢາ ເຖິງ ວັນທີ່ນຳສັດໄປຂ້າ ເພື່ອບໍລິໂພກ;
  5. ກຳມະຜົນສຳຮອງ (Side effect) ໝາຍເຖິງ ຜົນ ຫຼື ອາການ ທີ່ບໍ່ເພິງປາດຖະໜາ ຈາກການນຳໃຊ້ຢາໃດໜຶ່ງ

ມາດຕາ 4 ຂອບເຂດການນຳໃຊ້

ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ກ່ຽວຂ້ອງກັບການຄຸ້ມຄອງ, ຜະລິດ, ຈຳໜ່າຍ ແລະ ນຳໃຊ້ຢາຕ້ານເຊື້ອຈຸລະຊີບ ໃນ ສ ປປ ລາວ.

ໝວດທີ 2

ການຄວບຄຸມຢາຕ້ານເຊື້ອຈຸລະຊີບ

ມາດຕາ 5 ການຄວບຄຸມຢາຕ້ານເຊື້ອຈຸລະຊີບ

ການຄວບຄຸມຢາຕ້ານເຊື້ອຈຸລະຊີບ ແມ່ນ ຂະບວນການດ້ານວິຊາການ ໃນການຄວບຄຸມການນຳໃຊ້ຢາຕ້ານເຊື້ອ ໃຫ້ຖືກຕ້ອງ ແລະ ປອດໄພ ເປັນຕົ້ນ ການກຳນົດບັນຊີ, ຂຶ້ນທະບຽນ, ສ້າງຄູ່ມື, ຄວບຄຸມຄຸນນະພາບ, ນຳໃຊ້, ໂຄສະນາ, ຮຽກເກັບຄືນ ແລະ ທຳລາຍ.

ມາດຕາ 6 ບັນຊີຢາຕ້ານເຊື້ອຈຸລະຊີບ

ກົມລ້ຽງສັດ ແລະ ການປະມົງ ເປັນຜູ້ກຳນົດບັນຊີຢາຕ້ານເຊື້ອຈຸລະຊີບ ທີ່ມີຄວາມສຳຄັນ, ສຳຄັນຫຼາຍ ແລະ ສຳຄັນທີ່ສຸດ ເພື່ອນຳໃຊ້ເຂົ້າໃນວຽກງານຮັກສາສຸຂະພາບສັດ ແລະ ສັດນຳ້ ໃນແຕ່ລະໄລຍະ ໂດຍໃຫ້ສອດຄ່ອງຕາມຄຳແນະນຳ ຂອງອົງການສຸຂະພາບສັດສາກົນ ແລະ ເຜີຍແຜ່ ໃຫ້ສາທາລະນະຊົນຮັບຊາບ ຢ່າງກວ້າງຂວາງ.

ມາດຕາ 7 ການຂຶ້ນທະບຽນຢາຕ້ານເຊື້ອຈຸລະຊີບ

ຢາກຕ້ານເຊື້ອຈຸລະຊີບ ກ່ອນທຳການ ຜະລິດ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ ຕ້ອງໄດ້ຂຶ້ນທະບຽນຕາມທີ່ໄດ້ກຳນົດໄວ້ໃນດຳລັດວ່າດ້ວຍສັດຕະວະແພດ ເລກທີ 199/ລບ ລົງວັນທີ 13 ມີນາ 2020.

ມາດຕາ 8 ຂໍ້ມູນກ່ຽວກັບຢາຕ້ານເຊື້ອຈຸລະຊີບ

ຢາຕ້ານເຊື້ອຈຸລະຊີບ ທີ່ນຳໃຊ້ເຂົ້າໃນການລ້ຽງສັດ ແລະ ສັດນຳ້ ຂອງ ສປປ ລາວ ຕ້ອງມີສະຫຼາກຢາ ແລະ ເອກະສານກຳກັບ ເປັນພາສາລາວ ຫຼື ພາສາລາວ ແລະ ພາສາຕ່າງປະເທດ ເພືອໃຫ້ຜູ້ໃຊ້ຮູ້ຂໍ້ມູນກ່ຽວກັບຊື່ຢາ, ສ່ວນປະກອບ, ສັບພະຄຸນ, ປະລິມານ ແລະ ໄລຍະເວລາການນຳໃຊ້, ການເກັບຮັກສາ, ກຳນົດໄລຍະເວລາຢຸດໃຫ້ຢາກ່ອນການບໍລິໂພກ, ວັນ, ເດືອນ, ປີ ຜະລິດ ແລະ ໝົດອາຍຸ ລວມທັງ ຄຳເຕືອນຕ່າງໆ ເພື່ອປ້ອງກັນຄວາມສ່ຽງ ທີ່ຈະເຮັດໃຫ້ເກີດການແພ້ຢາ ແລະ ເກີດເຊື້ອຈຸລະຊີບຕ້ານຕໍ່ຢາ.

ມາດຕາ 9 ການຄວບຄຸມຄຸນນະພາບຢາຕ້ານເຊື້ອຈຸລະຊີບ

ການຄວບຄຸມຄຸນນະພາບຢາຕານເຊື້ອຈຸລະຊີບ ຕ້ອງປະຕິບັດຕາມວິທີການທີ່ອົງການຈັດຕັ້ງສາກົນແນະນຳ ເພື່ອຮັບປະກັນໃຫ້ຢາ ມີຄຸນນະພາບ, ບໍລິສຸດ, ຄົງສະພາບ, ປອດໄພ ແລະ ມີປະສິດທິພາບ  ໃນການປິ່ນປົວ ຕະຫຼອດອາຍຸການນຳໃຊ້.

ມາດຕາ 10 ການປະເມີນປະສິດທິພາບຢາຕ້ານເຊື້ອຈຸລະຊີບ

ການປະເມີນປະສິເທິພາບຢາຕ້ານເຊື້ອຈຸລະຊີບ ຕ້ອງກວດບັນດາຂໍ້ມູນຕົ້ນຕໍ ດັ່ງນີ້:

  1. ກົນໄກການອອກລິດຂອງຢາ (Pharmacodynamic) ເປັນຕົ້ນ ຮູບແບບ ແລະ ຂອບເຂດຂອງການອອກລິດ, ຊະນິດເຊື້ອ, ຄວາມເຂັ້ມຂຸ້ນທີ່ເໝາະສົມ, ໄລຍະເວລາໃນການອອກລິດ ແລະ ກຳມະຜົນສະຮອງ;
  2. ກົນໄກການຍ່ອຍສະຫຼາຍຂອງຢາ (Pharmacokinetic) ເປັນຕົ້ນ ການຄົງຕົວຂອງຢາຢູ່ໃນຮ່າງກາຍ ຕາມເສັ້ນທາງການໃຫ້ຢາ, ຄວາມເຂັ້ມຂຸ້ນຂອງຢາ ທີ່ຢູ່ໃນອະໄວຍະວະເປົ້າໝາຍ, ການຍ່ອຍ ແລະ ການເຜົາຜານຢາຂອງສັດ ແລະ ການຂັບຖ່າຍອອກນອກຮ່າງກາຍ;
  3. ການນຳໃຊ້ຢາຮ່ວມກັນຫຼາຍຊະນິດ;
  4. ການສະແດງອາການ ກ່ອນ ແລະ ຫຼັງ ການໃຊ້ຢາ;
  5. ການປຽບທຽບ ດ້ານປະລິມານ ແລະ ຄຸນນະພາບຂອງຢາ ກັບມາດຕະຖານສາກົນ.

ມາດຕາ 11 ການສ້າງຄູ່ມືການນຳໃຊ້ຢາຕ້ານເຊື້ອຈຸລະຊີບ

ການສ້າງຄູ່ມືການນໍາໃຊ້ຢາຕ້ານເຊື້ອຈຸລະຊີບ ຕ້ອງປະກອບດ້ວຍເນື້ອໃນຕົ້ນຕໍ ດັ່ງນີ້:

  1. ກຸ່ມຢາ ແລະ ສ່ວນປະກອບ ທີ່ເປັນສານອອກລິດຫຼັກຂອງຢາ;
  2. ສັບພະຄຸນ;
  3. ເປົ້າໝາຍຊະນິດສັດທີ່ຈະປິ່ນປົວ;
  4. ເປົ້າໝາຍເຊື້ອພະຍາດທີ່ຈະປິ່ນປົວ;
  5. ປະລິມານ ແລະ ເສັ້ນທາງໃຫ້ຢາ;
  6. ໄລຍະເວລາຢຸດໃຫ້ຢາກ່ອນບໍລິໂພກ;
  7. ປະຕິກິລິຍາຕ້ານກັນຂອງຢາ;
  8. ອາຍຸການນຳໃຊ້;
  9. ຂໍ້ປະຕິບັດດ້ານຄວາມປອດໄພ;
  10. ຄຳເຕືອນກ່ອນຈະໃຊ້ຢາ;
  11. ຂໍ້ແນະນຳໃນການນໍາໃຊ້ຢາ;
  12. ຄຳແນະນຳ ກ່ຽວກັບ ການຮຽກເກັບຢາຄືນ ແລະ ວິທີທຳລາຍຢາ;
  13. ຂໍ້ມູນອື່ນ ທີ່ກ່ຽວຂ້ອງກັບ ການປ້ອງກັນການເກີດເຊື້ອຈຸລະຊີບຕ້ານຕໍ່ຢາ.

ມາດຕາ 12 ການກຳນົດ ປະລິມານຢາຕໍ່ວັນ, ການຕົກຄ້າງ ແລະ ໄລຍະເວລາຢຸດໃຫ້ຢາ

ກົມລ້ຽງສັດ ແລະ ການປະມົງ ເປັນຜູ້ກຳນົດປະລິມານຢາ ທີ່ສາມາດນຳໃຊ້ຕໍ່ວັນ, ຢາຕົກຄ້າງໃນຮ່າງກາຍສັດ ແລະ ສັດນໍ້າ ສູງສຸດ ແລະ ໄລຍະເວລາການຢຸດໃຫ້ຢາກ່ອນບໍລິໂພກ ເພື່ອໃຫ້ຜູ້ລ້ຽງສັດ, ສັດນໍ້າ ແລະ ຜູ້ບໍລິໂພກຮັບຊາບ ເປັນແຕ່ລະໄລຍະ.

ມາດຕາ 13 ແຜນຕິດຕາມກຳມະຜົນສຳຮອງ ຂອງຢາຕ້ານເຊື້ອຈຸລະຊີບ

ກົມລ້ຽງສັດ ແລະ ການປະມົງ ສ້າງລະບົບຕິດຕາມ ແລະ ລາຍງານ ກ່ຽວກັບ ຜົນກະທົບທາງລົບ ຂອງການນຳໃຊ້ຢາຕ້ານເຊື້ອຈຸລະຊີບ ຕາມວິທີການ ທີ່ອົງການຈັດຕັ້ງສາກົນແນະນຳ ແລະ ໃຫ້ກຳນົດຢູ່ໃນຍຸດທະສາດວ່າດ້ວຍເຊື້ອຈຸລະຊີບຕ້ານຕໍ່ຢາແຫ່ງຊາດ. ຖ້າມີຫຼັກຖານຊັດເຈນ ແລະ ພົບວ່າ ຢາມີຜົນກະທົບ ທາງລົບ ໃຫ້ພິຈາລະນາ ກ່ຽວກັບ ການອະນຸຍາດ ຫຼື ຂຶ້ນທະບຽນຢາດັ່ງກ່າວ ຄືນໃໝ່.

ມາດຕາ 14 ການນໍາໃຊ້ຢາຕ້ານເຊື້ອຈຸລະຊີບ ສໍາລັບ ສັດ ແລະ ສັດນໍ້າ ເປັນກຸ່ມ

ການນໍາໃຊ້ຢາຕ້ານເຊື້ອຈຸລະຊີບ ສຳລັບ ສັດ, ສັດນໍ້າ ເປັນກຸ່ມ ຕ້ອງປະຕິບັດ ດັ່ງນີ້:

  1. ປະສົມ ແລະ ໃຫ້ຢາ ຕາມໃບສັ່ງຢາ ຂອງສັດຕະວະແພດ;
  2. ນຳໃຊ້ກັບ ກຸ່ມສັດ ຫຼື ສັດນໍ້າ ທີ່ຢັ້ງຢືນວ່າເປັນພະຍາດ;
  3. ໃຊ້ປະລິມານຢາ ແລະ ໄລຍະເວລາ ຂອງການປິ່ນປົວ ໃຫ້ຖືກຕ້ອງຕາມການຄໍານວນລ່ວງໜ້າ;
  4. ການປະສົມຢາເຂົ້າກັບອາຫານ ຕ້ອງໃຫ້ຢາກະຈາຍຕົວຢູ່ໃນອາຫານຢ່າງທົ່ວເຖິງ, ເຄື່ອງມື, ພາຊະນະ ໃຊ້ປະສົມ ແລະ ໃຫ້ຢາ ຕ້ອງສະອາດ;
  5. ຕ້ອງຫຼີກລ່ຽງການນຳໃຊ້ຢາທີ່ບໍ່ມີສະຫຼາກ, ເວັ້ນເສຍແຕ່ກໍລະນີຈຳເປັນ ຕ້ອງປະຕິບັດຕາມ ມາດຕາ 21 ຂໍ້ທີ 6 ຂອງຂໍ້ຕົກລົງສະບັບນີ້.

ມາດຕາ 15 ການປະເມີນການເກີດ ເຊື້ອຈຸລະຊີບຕ້ານຕໍ່ຢາ

ການປະເມີນການເກີດ ເຊື້ອຈຸລະຊີບຕ້ານຕໍ່ຢາ ໃຫ້ນໍາໃຊ້ວິທີການ ທີ່ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງແນະນຳ ໂດຍຮ່ວມມືກັບຂະແໜງການທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະ ເທດ ເພື່ອປະເມີນຄວາມເປັນໄປໄດ້ ຂອງຢາຕ້ານເຊື້ອຈຸລະຊິບ ທີ່ຈະພາໃຫ້ເກີດເຊື້ອຕ້ານຕໍ່ຢາແຕ່ລະຊະນິດ ເປັນແຕ່ລະໄລຍະ.

ມາດຕາ 16 ການຝຶກອົບຮົບໃຫ້ຜູ້ໃຊ້ຢາຕ້ານເຊື້ອຈຸລະຊີບ

ກົມລ້ຽງສັດ ແລະ ການປະມົງ ປະສານສົມທົບກັບ ຂະແໜງສາທາລະນະສຸກ ຈັດຝຶກອົບຮົມ ໃຫ້ຜູ້ນໍາໃຊ້ຢາຕ້ານເຊື້ອຈຸລະຊີບ ເປັນຕົ້ນ ຜູ້ລ້ຽງສັດ, ຜູ້ຜະລິດ ແລະ ຈຳໜ່າຍຢາ, ຜູ້ບໍລິການທາງດ້ານສັດຕະວະແພດ, ໂຮງງານຜະລິດອາຫານສັດ, ສະຖາບັນການສຶກສາ ລວມທັງ ພະນັກງານຂອງອົງການຄຸ້ມຄອງ ແລະ ກວດກາ ວຽກງານຢາສັດຕະວະແພດ ແລະ ຈັດຕັ້ງວິຊາຊີບທີ່ກ່ຽວຂ້ອງ ເພື່ອໃຫ້ນຳໃຊ້ຢາຕ້ານເຊື້ອຢ່າງສົມເຫດສົມຜົນ, ມີຄວາມຮັບຜິດຊອບ ແລະ ຮູ້ເຖິງອັນຕະລາຍ ຂອງເຊື້ອຈຸລະຊີບ ຕ້ານຕໍ່ຢາ.

ມາດຕາ 17 ແຜນຍຸດທະສາດ ແລະ ແຜນເຝົ້າລະວັງເຊື້ອຈຸລະຊີບຕ້ານຕໍ່ຢາ

ກົມລ້ຽງສັດ ແລະ ການປະມົງ ປະສານສົມທົບ ກັບຂະແໜງການອື່ນທີ່ກ່ຽວຂ້ອງ ໂດຍສະເພາະ ຂະແຫນງສາທາລະນະສຸກ ເປັນເຈົ້າການສ້າງແຜນຍຸດທະສາດ ແລະ ໂຄງການຕ່າງໆ ໃຫ້ສອດຄ່ອງກັບແຜນ ປະຕິບັດງານ ຂອງຂົງເຂດ ແລະ ສາກົນ, ພ້ອມທັງ ສ້າງແຜນເຝົ້າລະວັງ, ຄົ້ນຫາ, ເກັບກຳຂໍ້ມູນ ແລະ ລາຍງານ ສະພາບຂອງເຊື້ອຈຸລະຊີບຕ້ານຕໍ່ຢາ ທີ່ເປັນຄວາມສ່ຽງໃນຕ່ອງໂສ້ອາຫານ ຕາມວິທີການ ຂອງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງແນະນຳ ແລະ ພັດທະນາ, ຍົກລະດັບ ຂີດຄວາມສາມາດໃນການເກັບຕົວຢ່າງ ແລະ ການ ວິໄຈ ໃຫ້ຖືກຕ້ອງ, ຊັດເຈນ ແລະ ທັນເວລາ.

ມາດຕາ 18 ການຄົ້ນຄວ້າວິໄຈ ກ່ຽວກັບ ຢາຕ້ານເຊື້ອຈຸລະຊີບ

ກົມລ້ຽງສັດ ແລະ ການປະມົງ ຮ່ວມມືກັບບັນດາພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະ ເທດ ດຳເນີນການຄົ້ນຄວ້າວິໄຈ ກ່ຽວກັບ ຢາຕ້ານເຊື້ອຈຸລະຊີບ ເພື່ອຍົກສູງຄວາມຮູ້ ແລະ ສະພາບຄວາມເປັນຈິງ ຂອງກົນໄກ, ປັດໄຈທີ່ພາໃຫ້ເກີດ ແລະ ແຜ່ກະຈາຍເຊື້ອຈຸລະຊີບຕ້ານຕໍ່ຢາ ແນໃສ່ ກໍານົດທາງເລືອກໃໝ່ ໃນການປ້ອງກັນພະຍາດຊຶມເຊື້ອ.

ໝວດທີ 3

ຄວາມຮັບຜິດຊອບຂອງພາກສ່ວນກ່ຽວຂ້ອງ

ມາດຕາ 19 ຄວາມຮັບຜິດຊອບຂອງຜູ້ຜະລິດຢາຕ້ານເຊື້ອຈຸລະຊີບ

ຜູ້ຜະລິດຢາຕ້ານເຊື້ອຈຸລະຊີບ ຕ້ອງມີຄວາມຮັບຜິດຊອບ ດັ່ງນີ້:

  1. ສະໜອງຂໍ້ມູນ ກ່ຽວກັບ ຂະບວນການຜະລິດ, ການກວດກາ ດ້ານຄຸນນະພາບ, ການກວດກາ ຄວາມປອດໄພ, ສະຫຼາກຢາ ແລະ ຕົວຢ່າງ ຂອງຜະລິດຕະພັນຢາ ໃຫ້ຖືກຕ້ອງ ຕາມການ ຮຽກຮ້ອງ ຂອງອົງການຄຸ້ມຄອງ ແລະ ກວດກາວຽກງານຢາຕ້ານເຊື້ອຈຸລະຊີບ ສໍາລັບ ສັດ ແລະ ສັດນຳ້;
  2. ຈຳໜ່າຍຜະລິດຕະພັນຢາຕ້ານເຊື້ອຈຸລະຊີບ ທີ່ໄດ້ຂຶ້ນທະບຽນ ພ້ອມທັງ ປະຕິບັດຕາມເງື່ອນໄຂ ແລະ ມາດຕະຖານຄຸນນະພາບຂອງປະເທດນຳເຂົ້າ ຖ້າເປັນການຜະລິດເພື່ອສົ່ງອອກ ແລະ ໃຫ້ຄວາມຮ່ວມມື ໃນການລາຍງານຂໍ້ມູນ ການຈໍາໜ່າຍໃຫ້ແກ່ ອົງການຄຸ້ມຄອງ ແລະ ກວດ ກາວຽກງານຢາຕ້ານເຊື້ອຈຸລະຊີບ ສໍາລັບ ສັດ ແລະ ສັດນໍ້າ ຢ່າງເປັນປົກກະຕິ;
  3. ໂຄສະນາຜະລິດຕະພັນ ຕ້ອງປະຕິບັດຕາມ ມາດຕາ 29 ຂອງດຳລັດວ່າດ້ວຍຢາສັດຕະວະແພດ ເລກທີ 199/ລບ, ລົງວັນທີ 13 ມີນາ 2020 ແລະ ຫຼີກລ່ຽງການໂຄສະນາແບບຊວນເຊື່ອເກີນຄວາມເປັນຈິງ;
  4. ເຂົ້າຮ່ວມ ປະຊຸມ, ສຳມະນາວິຊາການ ແລະ ການຝຶກອົບຮົມ ທີ່ອົງການ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງຈັດຂຶ້ນ ເພື່ອຍົກລະດັບຄວາມຮັບຮູ້ ກ່ຽວກັບ ຢາ ແລະ ສະພາບເຊື້ອຈຸລະຊີບທີ່ຕ້ານ ຕໍ່ຢາ ໃຫ້ສູງຂຶ້ນ;
  5. ປະກອບສ່ວນ ເຂົ້າໃນວຽກງານຄົ້ນຄວ້າວິໄຈ ກ່ຽວກັບ ຢາຕ້ານເຊື້ອຈຸລະຊີບຊະນິດໃໝ່ ແລະວິວັດທະນາການ ຂອງເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ຂອງ ພາກລັດ ແລະ ເອກະຊົນ ທີ່ກ່ຽວຂ້ອງ.

ມາດຕາ 20 ຄວາມຮັບຜິດຊອບຂອງຜູ້ຈໍາໜ່າຍ ແລະ ຜູ້ຂາຍ

ຜູ້ຈຳໜ່າຍ ແລະ ຜູ້ຂາຍ ຢາຕ້ານເຊື້ອຈຸລະຊີບ ມີຄວາມຮັບຜິດຊອບ ດັ່ງນີ້:

  1. ຂາຍຢາຕ້ານເຊື້ອຈຸລະຊີບ ໃຫ້ຖືກຕ້ອງຕາມລາຍການຢາທີ່ໄດ້ຮັບອະນຸຍາດ ແລະ ຂຶ້ນທະບຽນໄວ້ ແລະ ບໍ່ໃຫ້ປະພຶດ ຫຼື ມີການກະທຳ ຊຶ່ງຈະນຳໄປສູ່ການເຮັດໃຫ້ເສຍກຽດສັກສີ ຂອງວິຊາຊີບການຢາ ແລະ ສັດຕະວະແພດ;
  2. ແຈກຢາຍ ແລະ ຈຳໜ່າຍ ຢາຕ້ານເຊື້ອຈຸລະຊີບ ຕ້ອງດຳເນີນໂດຍ ຜູ້ທີ່ມີໃບອະນຸຍາດດຳເນີນທຸລະກິດ ກ່ຽວກັບ ຢາສັດຕະວະແພດ ເທົ່ານັ້ນ;
  3. ແນະນໍາລູກຄ້າ ນໍາໃຊ້ຢາໃຫ້ຖືກຕາມຫຼັກວິຊາການ ຂອງອົງການຄຸ້ມຄອງ ແລະ ກວດກາ ວຽກ ງານຢາຕ້ານເຊື້ອຈຸລະຊີບ ສໍາລັບ ສັດ ແລະ ສັດນໍ້າ ແນະນໍາ;
  4. ບັນທຶກ ແລະ ເກັບຮັກສາຂໍ້ມູນລາຍລະອຽດຂອງຢາ ເປັນຕົ້ນ ວັນ ແລະ ເວລາຈໍາໜ່າຍ, ຊື່ ຂອງສັດຕະວະແພດຜູ້ອອກໃບສັ່ງຢາ, ຊື່ຂອງຜູ້ໃຊ້, ຊື້ຢາ, ຊຸດຜະລິດ ແລະ ຈຳນວນຢາ ທີ່ຈໍາໜ່າຍ
  5. ເຂົ້າຮ່ວມ ປະຊຸມ, ສຳມະນາວິຊາການ ແລະ ການຝຶກອົບຮົມ ທີ່ອົງການ ຫຼື ການຈັດຈັດຕັ້ງທີ່ກ່ຽວຂ້ອງຈັດຂຶ້ນ ເພື່ອຍົກລະດັບຄວາມຮູ້ກ່ຽວກັບຢາ ແລະ ສະພາບເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ໃຫ້ສູງຂຶ້ນ.

ມາດຕາ 21 ຄວາມຮັບຜິດຊອບຂອງສັດຕະວະແພດ

ສັດຕະວະແພດ ມີຄວາມຮັບິດຊອບ ດັ່ງນີ້:

  1. ປ້ອງກັນການເກີດເຊື້ອຈຸລະຊີບຕ້ານຕໍ່ຢາ ດັ່ງນີ້:
  1. ແນະນໍາ ກ່ຽວກັບ ວິທີການລ້ຽງສັດ, ສະຫວັດດີການສັດ ແລະ ການປ້ອງກັນພະຍາດທີ່ດີ;
  2. ດຳເນີນການກວດກາສຸຂະພາບສັດ ແລະ ບົ່ງມະຕິພະຍາດ ຕາມຫຼັກວິຊາການ;
  3. ວາງຢາ ແລະ ສັ່ງຢາຕ້ານເຊື້ອຈຸລະຊີບ ເທົ່າທີ່ມີຄວາມຈໍາເປັນ,
  4. ກຳນົດໄລຍະຢຸດໃຫ້ຢາຕ້ານເຊື້ອຈຸລະຊີບ ກ່ອນນຳສັດໄປຂ້າເພື່ອບໍລິໂພກ;
  5. ແນະນຳ ວິທີການອື່ນ ເພື່ອຫຼຸດຜ່ອນການນຳໃຊ້ຢາຕ້ານເຊື້ອຈຸລະຊີບ.
  1. ອອກໃບສັ່ງຢາຕ້ານເຊື້ອຈຸລະຊີບ ຕາມຜົນຂອງການບົ່ງມະຕິພະຍາດ ແລະ ເລືອກຢາທີ່ມີປະສິດທິພາບ, ຄຸນສົມບັດຂອງການອອກລິດ, ເສັ້ນທາງທີ່ເໝາະສົມໃນການໃຫ້ຢາເຂົ້າສູ່ຮ່າງກາຍ ແລະ ອີງໃສ່ປະຫວັດຂອງສັດເຈັບ.

ນອກຈາກນັ້ນ ສັດຕະວະແພດ ຍັງມີຄວາມຮັບຜິດຊອບເພີ່ມ ດັ່ງນີ້:

  1. ບໍ່ອະນຸຍາດໃຫ້ຜູ້ອື່ນອອກໃບສັ່ງຢາ ແທນຕົນເອງ;
  2. ອອກໃບສັ່ງຢາທັນທີ ພາຍຫຼັງທີ່ໄດ້ກວດກາອາການຂອງສັດຕົວຈິງ ແລະ ໄດ້ບົ່ງມະຕິພະຍາດແລ້ວ;
  3. ນຳໃຊ້ຄູ່ມື ແລະ ຄຳແນະນຳ ກ່ຽວກັບການນຳໃຊ້ຢາຕ້ານເຊື້ອຈຸລະຊີບ ທີ່ ກົມລ້ຽງສັດ ແລະ ການປະມົງ ກໍານົດ.
  1. ເລືອກໃຊ້ຢາຕ້ານເຊື້ອຈຸລະຊີບທີ່ເໝາະສົມ ໂດຍອີງໃສ່ເງື່ອນໄຂ ດັ່ງນີ້:
  1. ຜົນຂອງການບົ່ງມະຕິພະຍາດຈາກຫ້ອງວິໄຈ;
  2. ເຊື້ອພະຍາດທີ່ຈະປິ່ນປົວ;
  3. ປະສິດທິພາບຂອງຢາ;
  4. ການສັງເກດທາງອາການສາດ;
  5. ຂອບເຂດຂອງການອອກລິດຂອງຢາ;
  6. ຂໍ້ມູນທາງລະບາດວິທະຍາ;
  7. ເສັ້ນທາງຂອງການໃຫ້ຢາ;
  8. ປະຫວັດການປິ່ນປົວທີ່ຜ່ານມາ;
  9. ກົນໄກການຍ່ອຍສະຫຼາຍ, ດູດຊຶມ ແລະ ການອອກລິດ ຂອງຢາ;
  10. ການພະຍາກອນພະຍາດ;
  11. ຄວາມສ່ຽງທີ່ພາໃຫ້ເກີດເຊື້ອຈຸລະຊີບຕ້ານຕໍ່ຢາ;
  12. ຄວາມຮູ້ສຶກໄວຕໍ່ຢາ;
  13. ປະລິມານການນຳໃຊ້;
  14. ປະຫວັດການໃຊ້ຢາດຽວ ຫຼື ຢາປະສົມ.
  1. ໃຊ້ຢາຕ້ານເຊື້ອຈຸລະຊີບຢາຮອບຄອບ ແລະ ລະມັດລະວັງ ດັ່ງນີ້:
  1. ໃຊ້ຢາທີ່ມີທະບຽນ, ໃຫ້ຖືກຕາມຊະນິດ, ເພດ ແລະ ໃຫ້ຖືກກັບພະຍາດ (Right Drug);
  2. ໃຊ້ຢາໃຫ້ຖືກຕາມປະລິມານ ທີ່ກໍານົດໄວ້ໃນສະຫຼາກຢາ ແລະ ມີການຄໍານວນປະລິມານຢາໃຫ້ຖືກຕ້ອງ (Right dose);
  3. ໃຊ້ຢາໃຫ້ຖືກວິທີ ແລະ ຮັບປະກັນບໍ່ໃຫ້ເກີດການປົນເປື້ອນ (Right method);
  4. ໃຊ້ຢາໃຫ້ຖືກກັບສັດ ຫຼື ສັດນໍ້າ ໂດຍຜ່ານການກວດກາສຸຂະພາບ, ບົ່ງມະຕິພະຍາດ ແລະ ບໍ່ມີປະຫວັດແພ້ຢາ (Right patient);
  5. ໃຊ້ຢາໃຫ້ຖືກໄລຍະເວລາ ເພື່ອຮັກສາລະດັບຢາຢູ່ໃນຮ່າງກາຍສັດ ຫຼື ສັດນໍ້າ ໃຫ້ສາມາດ ອອກລິດຢັບຢັ້ງ ຫຼື ທໍາລາຍເຊື້ອຈຸລະຊີບໄດ້ຢ່າງພຽງພໍ ແລະ ຕ້ອງໃຊ້ຢາໃຫ້ຄົບຕາມເວລາ ທີ່ລະບຸໄວ້ໃນໃບສັ່ງຢາຂອງສັດຕະວະແພດ (Right time).
  1. ຖ້າມີຄວາມຈໍາເປັນ ຕ້ອງແບ່ງບັນຈຸຢາເປັນຫໍ່ໃໝ່ ສັດຕະວະແພດ ຕ້ອງຮັບຜິດຊອບ ຂຽນຄໍາແນະນຳ ກ່ຽວກັບ ການນໍາໃຊ້ຢາຕ້ານເຊື້ອຈຸລະຊີບດັ່ງກ່າວ ເພື່ອໃຫ້ຜູ້ໃຊ້ ເຂົ້າໃຈ ແລະ ນຳໃຊ້ຢ່າງຖືກຕ້ອງ;
  2. ໃນກໍລະນີ ທີ່ຢາຕ້ານເຊື້ອຈຸລະຊີບ ບໍ່ມີສະຫຼາກ ຫຼື ສະຫຼາກສູນຫາຍ ສັດຕະວະແພດ ຕ້ອງຂຽນສະຫຼາກ ແລະ ຄໍາແນະນໍາ ໃນການນໍາໃຊ້ຢາຕາມຫຼັກວິຊາການຢາ ເປັນຕົ້ນ ຊື່ຢາ, ສັບພະຄູນຂອງຢາ, ວິທີການນໍາໃຊ້, ເສັ້ນທາງການໃຫ້ຢາ, ໄລຍະເວລາການໃຫ້ຢາ ແລະ ໄລຍະການຢຸດໃຫ້ຢາກ່ອນນຳສັດໄປບໍລິໂພກ;
  3. ບັນທຶກ ແລະ ເກັບຮັກສາຂໍ້ມູນ ກ່ຽວກັບ ການວາງຢາ ແລະ ນໍາໃຊ້ຢາຕ້ານເຊື້ອຈຸລະຊີບ ເຊັ່ນ: ຊື່ຢາ, ປະລິມານ, ຊື່ເຈົ້າຂອງສັດ, ຊື່ສັດ, ຊະນິດສັດ, ຈຳນວນຟາມທີ່ໄດ້ນໍາໃຊ້, ນໍ້າເບີສັດ, ໄລຍະການຢຸດໃຫ້ຢາ, ຂໍ້ມູນການຄົ້ນພົບເຊື້ອຈຸລະຊີບຕ້ານຕໍ່ຢາ, ການກວດກາຄວາມໄວຕໍ່ຢາ, ການເກີດກຳມະຜົນສຳຮອງ ແລະ ການຫຼຸດຜ່ອນ ຫຼື ສູນເສຍປະສິດທິພາບຂອງຢາ;
  4. ເຂົ້າຮ່ວມ ປະຊຸມ, ສຳມະນາວິຊາການ ແລະ ການຝຶກອົບຮົມ ທີ່ອົງການ ຫຼື ການຈັດຕັ້ງທີ່ກ່ຽວຮ້ອງຈັດຂື້ນ ເພື່ອຍົກລະດັບຄວາມຮັບຮູ້ກ່ຽວກັບຢາ ແລະ ສະພາບເຊື້ອຈຸລະຊີບດ້ານຕໍ່ຢາ ໃຫ້ສູງຂຶ້ນ.

ມາດຕາ 2 ຄວາມຮັບຜິດຊອບຂອງຜູ້ລ້ຽງສັດ ແລະ ສັດນໍ້າ

ຜູ້ລ້ຽງສັດ ແລະ ສັດນໍ້າ ມີຄວາມຮັບຜິດຊອບ ດັ່ງນີ້:

  1. ຜູ້ ລ້ຽງສັດ, ສັດນໍ້າ ຕ້ອງດູແລສຸຂະພາບສັດ, ປ້ອງກັນການລະບາດຂອງພະຍາດ ແລະ ປະຕິບັດ ສະຫວັດດີການສັດທີ່ດີ ພ້ອມທັງ ປະສານສົມທົບກັບສັດຕະວະແພດ ຫຼື ຜູ້ຊ່ວຍສັດຕະວະແພດ ປະຈຳຟາມ ໃນການລາຍງານຂໍ້ມູນການລ້ຽງສັດ, ສຸຂະພາບສັດ ແລະ ລາຍງານກໍລະນີສົງໄສ ຫຼື ເກີດພະຍາດສັດ ຫຼື ສັດນໍ້າ ຢູ່ຟາມຂອງຕົນ ແລະ ເຂດອ້ອມຂ້າງ ໃຫ້ແກ່ອົງການຄຸ້ມຄອງ ແລະ ກວດກາວຽກງານຢາຕ້ານເຊື້ອຈຸລະຊີບ ສໍາລັບ ສັດ ແລະ ຕາມກົດໝາຍ;
  2. ຜູ້ ລ້ຽງສັດ ແລະ ສັດນໍ້າ ຕ້ອງມີຄວາມຮັບຜິດຊອບໃນການນໍາໃຊ້ຢາຕ້ານເຊື້ອຈຸລະຊີບ ຢ່າງລະມັດລະວັງ ແລະ ເອົາໃຈໃສ່ ຕໍ່ວຽກງານ ດັ່ງນີ້:
  1. ພັດທະນາ ແລະ ຈັດການ ຟາມ ໃຫ້ໄດ້ມາດຕະຖານຟາມລ້ຽງສັດທີ່ດີ, ມີການນຳໃຊ້ມາດຕະການປ້ອງກັນພະຍາດ ເປັນຕົ້ນ ການອະນາໄມ, ຂ້າເຊື້ອ, ຄວາມປອດໄພທາງດ້ານຊີວະ ແລະ ການສັກຢາກັນພະຍາດສັດ ໃຫ້ເປັນວຽກບູລິມະສິດ;
  2. ຮ່ວມມືປະສານສົມທົບ ແລະ ປະຕິບັດແຜນເຝົ້າລະວັງ ກ່ຽວກັບ ເພື່ອຈຸລະຊີບດ້ານຕໍ່ຢາ;
  3. ນຳໃຊ້ຢາຕ້ານເຊື້ອຈຸລະຊີບ ຕາມໃບສັ່ງຢາຂອງສັດຕະວະແພດ;
  4. ເກັບຮັກສາຢາຕ້ານເຊື້ອຈຸລະຊີບຕາມເງື່ອນໄຂທີ່ກຳນົດຢູ່ໃນສະຫຼາກຢາຂອງຜູ້ຜະລິດຢາ;
  5. ຢຸດການໃຫ້ຢາກ່ອນສົ່ງສັດເຂົ້າໂຮງຂ້າ ຫຼື ນໍາເອົາຜົນຜະລິດສັດໄປບໍລິໂພກ ຕາມການແນະນຳຂອງສັດຕະວະແພດ;
  6. ບໍ່ນຳໃຊ້ຢາໝົດອາຍຸ ຫຼື ຢາເສື່ອມຄຸນນະພາບ;
  7. ບໍ່ໃຫ້ນຳໃຊ້ຢາຕ້ານເຊື້ອຈຸລະຊີບ ປະສົມໃສ່ອາຫານ ຫຼື ນໍ້າ ເພື່ອປ້ອງກັນ ແລະ ເລັ່ງການຈະເລີນເຕີບໂຕຂອງສັດ;
  8. ເກັບຮັກສາບັນດາ ຂໍ້ມູນທີ່ກ່ຽວຂ້ອງ ເພື່ອໃຫ້ເຈົ້າໜ້າທີ່ ກວດກາ ຫຼື ໃຊ້ເປັນຫຼັກຖານ ໃນການປ້ອງກັນການເກີດເຊື້ອຕໍ່ຕ້ານຕໍ່ຢາ ໂດຍໃຊ້ບັນທຶກການນໍາໃຊ້ຢາຕ້ານເຊື້ອຈຸລະຊີບ ດັ່ງນີ້:
  • ຊື່ຂອງຢາ ແລະ ຊຸດການຜະລິດ;
  • ຜູ້ສະໜອງ;
  • ວັນ ແລະ ເວລາ ນໍາໃຊ້ຢາ;
  • ນຳ້ເບີພິມສັດ ຫຼື ເລກລະຫັດກຸ່ມສັດທີ່ຖືກນຳໃຊ້ຢາ;
  • ອາການຂອງສັດ;
  • ປະລິມານ, ຈຳນວນຢາ ແລະ ໄລຍະເວລາປີ່ນປົວ;
  • ໄລຍະເວລາຢຸດໃຫ້ຢາກ່ອນການບໍລິໂພກ; ຜົນການວິໄຈພະຍາດ;
  • ຜົນການປິ່ນປົວ;
  • ຊື່ສັດຕະວະແພດ ຫຼື ຜູ້ຊ່ວຍສັດຕະວະແພດ ທີ່ອອກໃບສັ່ງຢາ.
  1. ມ້ຽນມັດ ແລະ ກຳຈັດສິ່ງເສດເຫຼືອຈາກການນໍາໃຊ້ຢາ ເພື່ອປ້ອງກັນການກະຈາຍຂອງຢາອອກສູ່ສະພາບແວດລ້ອມ;
  2. ຫຼີກເວັ້ນການກະທໍາທີ່ບໍ່ຈໍາເປັນ ທີ່ກໍ່ໃຫ້ເກີດການສໍາພັດ ຫຼື ສົ່ງຜົນຕໍ່ເຊື້ອຈຸລະຊີບຕ້ານຕໍ່ຢາ ລະຫວ່າງ ຄົນກັບຄົນ ຫຼື ສັດກັບສັດ ຫຼື ສັດກັບຄົນ.

ມາດຕາ 23 ຄວາມຮັບຜິດຊອບຂອງຜູ້ຜະລິດອາຫານສັດ ແລະ ສະຖາບັນການສຶກສາ

ຜູ້ຜະລິດອາຫານສັດ ມີຄວາມຮັບຜິດຊອບ ດັ່ງນີ້:

  1. ເອົາຜະລິດຕະພັນ ໄປຂໍຂຶ້ນທະບຽນນຳກົມລ້ຽງສັດ ແລະ ການປະມົງ ຕາມລະບຽບການ;
  2. ຜະລິດອາຫານສັດປະສົມຢາຕ້ານເຊື້ອຈຸລະຊີບ ຕາມລະບຽບການ ແລະ ຄຳແນະນຳ ກ່ຽວກັບຄວາມຮັບຜິດຊອບໃນການນຳໃຊ້ຢາຕ້ານເຊື້ອຈຸລະຊີບ ແລະ ມີລະບົບການບັນທຶກການຜະລິດ ແລະ ຈຳໜ່າຍຢ່າງຊັດເຈນ;
  3. ນຳໃຊ້ຢາຕ້ານເຊື້ອຈຸລະຊີບ ທີ່ໄດ້ຮັບອະນຸຍາດ ແລະ ໄດ້ຂຶ້ນທະບຽນຢ່າງຖືກຕ້ອງ ແລະ ເໝາະສົມສຳລັບປະສົມໃສ່ອາຫານສັດ;
  4. ຕິດສະຫຼາກ ກ່ຽວກັບ ການນຳໃຊ້ອາຫານສັດປະສົມຢາດ້ານເຊື້ອຈຸລະຊີບ, ໄລຍະເວລາຢຸດໃຫ້ຢາ ກ່ອນການບໍ່ລິໂພກໃຫ້ຊັດເຈນ;
  5. ປະຕິບັດຫຼັກການຜະລິດ ແລະ ປຸງແຕ່ງອາຫານສັດປະສົມຢາທີ່ດີ ເພື່ອປ້ອງກັນການປົນເປື້ອນ ລະຫວ່າງ ອາຫານສັດປົກກະຕິ ກັບອາຫານສັດທີ່ປະສົມຢາຕ້ານເຊື້ອຈຸລະຊີບ;
  6. ບໍ່ຜະລິດຜະຫານສັດປະສົມຢາຕ້ານເຊື້ອຈຸລະຊີບ ເພື່ອເປົ້າໝາຍປ້ອງກັນພະຍາດ ຫຼື ເລັ່ງການຈະເລີນເຕີບໂຕ;
  7. ແຈ້ງຂໍ້ມູນ ກ່ຽວກັບ ຄຸນນະພາບຂອງອາຫານສັດ ທີ່ຈະໃຊ້ປະສົມຢາຕ້ານເຊື້ອຈຸລະຊີບ, ຊະນິດຂອງຢາຕ້ານເຊື້ອ ທີ່ຈະປະສົມໃສ່ລາການສັດ, ຂໍ້ມູນຂອງສັດຕະວະແພດຄຸມໂຮງງານຜະລິດອາຫານສັດ ທີ່ເປັນຜູ້ສັ່ງຢາ ໂດຍມີ ຊື່ ແລະ ລາຍເຊັນຂອງສັດຕະວະແພດ ທີ່ໄດ້ຮັບອະນຸຍາດ ແລະ ຂໍ້ມູນຂອງໂຮງງານຜະລິດອາຫານສັດ;
  8. ຢາຕ້ານເຊື້ອຈຸລະຊີບທີ່ຫ້າມປະສົມໃສ່ອາຫານສັດ ມີ ດັ່ງນີ້:
  1. ອາໂວປາກຊິນ (Avoparcin);
  2. ຄຣໍແລມເຟນີໂກນ (Chloramphenicol);
  3. ກຸ່ມຢາ ມີໂຕຣຟູຣານ Nitrofurans: (Nitrofurantoin, Nitrofurazone, Furazolidone, Furaltadone);
  4. ໄຕໂກປລານິນ (Teicoplanin);
  5. ວັນໂກມີຊິນ (Vancomycin);
  6. ກາກບາດົກຊ (Carbadox);
  7. ໂອລາກວິນດົກຊ (Olaquindox).

ນອກຈາກນັ້ນ, ຕ້ອງບໍ່ປະສົມຢາຕ້ານເຊື້ອຈຸລະຊີບ ຕາມທີ່ກົມລ້ຽງສັດ ແລະ ການປະມົງ ກຳນົດໃນແຕ່ລະໄລຍະ.

ສະຖາບັນການສຶກສາ ມີໜ້າທີ່ ແລະ ຄວາມຮັບຜິດຊອບ ຕົ້ນຕໍ ດັ່ງນີ້:

  1. ຮັບປະກັນໃຫ້ມີຫົວຂໍ້ວິຊາການ ກ່ຽວກັບ ເຊື້ອຈຸລະຊີບຕ້ານຕໍ່ຢາ ແລະ ການນໍາໃຊ້ຢາຕ້ານເຊື້ອຈຸລະຊີບ ບັນຈຸໃນຫຼັກສູດການຮຽນ-ການສອນ ລະດັບວິທະຍາໄລ ແລະ ມະຫາວິທະຍາໄລສາຂາທີ່ກ່ຽວຂ້ອງ;
  2. ບັນຈຸຫົວຂໍ້ ກ່ຽວກັບ ອັນຕະລາຍຂອງເຊື້ອຈຸລະຊີບຕ້ານຕໍ່ຢາ ເຂົ້າໃນສຸດພື້ນຖານຂອງນັກຮຽນ, ນັກສຶກສາ ໃນໂຮງຮຽນມັດທະຍົມ;
  3. ເພີ່ມຫົວຂໍ້ ການຄົ້ນຄວ້າ-ວິໄຈ ທາງດ້ານວິທະຍາສາດ ກ່ຽວກັບ ເຊື້ອຈຸລະຊີບຕ້ານຕໍ່ຢາ;
  4. ສົ່ງເສີມການພິມເຜີຍແຜ່ ຜົນການຄົ້ນຄວ້າທົດລອງ ກ່ຽວກັບ ການເກີດເຊື້ອທີ່ຕ້ານຕໍ່ຢາ, ຄຳແນະນຳໃນການປ້ອງກັນ ແລະ ການໃຊ້ຢາຕ້ານເຊື້ອຈຸລະຊີບ ທີ່ຖືກຕ້ອງ.

ໝວດທີ 4

ຂໍ້ຫ້າມ

ມາດຕາ 24 ຂໍ້ຫ້າມສໍາລັບຜູ້ໄດ້ຮັບອະນຸຍາດດຳເນີນທຸລະກິດກ່ຽວກັບຢາຕ້ານເຊື້ອຈຸລະຊີບ

ຫ້າມ ຜູ້ໄດ້ຮັບໃບທະບຽນ ແລະ/ຫຼື ໃບອະນຸຍາດດຳເນີນທຸລະກິດກໍ່ຈຸດກັບຝາດ້ານເພື່ອຈຸລະຊີບ ມີ ພຶດຕິກໍາ ດັ່ງນີ້:

  1. ຜະລິດ, ນຳເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ຢາຕ້ານເຊື້ອຈຸລະຊີບ ທີ່ບໍ່ປອດໄພ, ຢາທີ່ບໍ່ໄດ້ຂຶ້ນ ຫຼື ຖືກຖອນໃບທະບຽນ;
  2. ນຳໃຊ້ສານທີ່ເປັນອັນຕະລາຍ ຫຼື ສານທີ່ຕ້ອງຫ້າມ ປະສົມລົງໃນສູດຕຳລາຢາ;
  3. ນຳໃຊ້ພາຊະນະບັນຈຸ ທີ່ເປັນພິດ ຫຼື ບໍ່ເໝາະສົມ ສໍາລັບ ບັນຈຸ ແລະ ຫຸ້ມຫໍ່ຢາ;
  4. ແຈກຈ່າຍຢາ ທີ່ບໍ່ມີການຫຸ້ມຫໍ່, ຕິດສະຫຼາກ ຕາມທີ່ໄດ້ຂຶ້ນທະບຽນໄວ້;
  5. ໂຄສະນາຢາແບບບໍ່ຖືກຕ້ອງ ຫຼື ເກີນຄວາມເປັນຈິງ ທີ່ບໍ່ມີຫຼັກຖານພິສູດທາງວິທະຍາສາດ;
  6. ມີພຶດຕິກໍາອື່ນທີ່ລະເມີດ ກົດໝາຍ ແລະ ລະບຽບການ.

ມາດຕາ 25 ຂໍ້ຫ້າມສຳລັບຜູ້ນຳໃຊ້ໂຕເຊື້ອຈຸລະຊີບ

ຫ້າມ ຜູ້ນໍາໃຊ້ຢາໂດຍເຊື້ອຈຸລະຊີບ ມີພຶດຕິຕໍ່ ດັ່ງນີ້:

  1. ຊື້ຢາຕ້ານເຊື້ອຈຸລະຊີບ ຢູ່ຮ້ານຂາຍຢາ ທີ່ບໍ່ໄດ້ຮັບອະນຸຍາດ ຫຼື ບໍ່ມີໃບສັ່ງຢາຂອງສັດຕະວະແພດ ຫຼື ຜູ້ຊ່ວຍສັດຕະວະແພດ ທີ່ອົງການຄຸ້ມຄອງ ແລະ ກວດກາວຽກງານຢາຕ້ານເຊື້ອຈຸລະຊີບ ສໍາລັບ ສັດ ແລະ ສັດນໍ້າ ມອບໝາຍ;
  2. ນຳໃຊ້ຢາຕ້ານເຊື້ອຈຸລະຊີບ ທີ່ບໍ່ໄດ້ຂຶ້ນທະບຽນ ຫຼື ບໍ່ປະຕິບັດຕາມຄຳແນະນຳຂອງຜູ້ຜະລິດຢາ ຫຼື ຄໍາແນະນໍາຂອງສັດຕະວະແພດ;
  3. ນຳໃຊ້ຢາຕ້ານເຊື້ອ ເພື່ອຈຸດປະສົງເລັ່ງການຈະເລີນເຕີບໂຕຂອງສັດ ຫຼື ສັດນຳ້;
  4. ຢຸດການນໍາໃຊ້ຢາຕ້ານເຊື້ອຈຸລະຊີບ ກ່ອນຄົບກຳນົດໄລຍະເວລາຂອງການປິ່ນປົວ ຕາມການແນະນຳ ຂອງສັດຕະວະແພດ;
  5. ຈຳໜ່າຍສັດ ຫຼື ສັດນໍ້າ ທີ່ບໍ່ທັນໝົດໄລຍະຢາຕ້ານເຊື້ອຈຸລະຊີບຕົກຄ້າງຢູ່ໃນຮ່າງກາຍສັດ ຫຼື ລາຍງານບໍ່ເປັນຄວາມຈິງ ກ່ຽວກັບ ໄລຍະເວລາຢຸດໃຫ້ຢາກ່ອນການບໍລິໂພກ;
  6. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ໝວດທີ 5

ການຄຸ້ມຄອງ ແລະ ກວດກາວຽກງານ

ຢາຕ້ານເຊື້ອຈຸລະຊີບ ສໍາລັບ ສັດ ແລະ ສັດນໍ້າ

ມາດຕາ 26 ອົງການຄຸ້ມຄອງ ແລະ ກວດກາວຽກງານຢາຕ້ານເຊື້ອຈຸລະຊີບ ສໍາລັບ ສັດ ແລະ ສັດນໍ້າ

ອົງການຄຸ້ມຄອງ ແລະ ກວດກາວຽກງານຢາຕ້ານເຊື້ອຈຸລະຊີບ ສໍາລັບ ສັດ ແລະ ສັດນໍ້າ ແມ່ນອົງການດຽວກັນກັບ ອົງການຄຸ້ມຄອງ ແລະ ກວດກາວຽກງານຢາສັດຕະວະແພດ ຕາມທີ່ກໍານົດໄວ້ໃນດໍາລັດວ່າ ດ້ວຍຢາສັດຕະວະແພດ ເລກທີ 199/ລບ, ລົງວັນທີ 13 ມີນາ 2020.

ມາດຕາ 27 ສິດ ແລະ ໜ້າທີ່ ຂອງ ອົງການຄຸ້ມຄອງ ແລະ ກວດກາວຽກງານຢາຕ້ານເຊື້ອຈຸລະຊີບ

ໃນການຄວບຄຸມຢາຕ້ານເຊື້ອຈຸລະຊີບ ອົງການຄຸ້ມຄອງ ແລະ ກວດກາວຽກງານຢາຕ້ານເຊື້ອຈຸລະຊີບ ສຳລັບ ສັດ ແລະ ສັດນໍ້າ ມີສິດ ແລະ ໜ້າທີ່ ຕາມທີ່ກຳນົດໄວ້ໃນໝວດທີ 8 ຂອງດຳລັດວ່າດ້ວຍຢາ ສັດຕະວະແພດ ເລກທີ 199/ລບ, ລົງວັນທີ 13 ມີນາ 2020;

ໃນການກວດກາ ໃຫ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍ ແລະ ອີງຕາມຫຼັກການປະເມີນຄວາມສ່ຽງ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 28  ສິດ ແລະ ໜ້າທີ່ ຂອງດ່ານກວດກາສັດຕະວະແພດ

ໃນການຄວບຄຸມຢາຕ້ານເຊື້ອຈຸລະຊີບ ດ່ານກວດກາສັດຕະວະແພດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ສະກັດກັ້ນ ການລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບ ການລ້ຽງສັດ ແລະ ສັດຕະວະແພດ;
  2. ກວດກາ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການ ນຳເຂົ້າ, ສົ່ງອອກ ແລະ ຂົນສົ່ງຜ່ານ ຢາຕ້ານເຊື້ອຈຸລະຊີບ ຕາມກົດໝາຍ ແລະ ລະບຽບການ;
  3. ກວດກາ, ພິຈາລະນາ ແລະ ຢັ້ງຢືນຄວາມຖືກຕ້ອງ ຂອງຜະລິດຕະພັນຢາ ແລະ ເອກະສານ ທີ່ ກ່ຽວຂ້ອງ ໃນການນຳເຂົ້າ, ສົ່ງອອກ ຢາຕ້ານເຊື້ອຈຸລະຊີບ;
  4. ນໍາໃຊ້ມາດຕະການ ສຸຂານາໄມ ເປັນຕົ້ນ ກັກ, ສົ່ງຕົວຢ່າງໄປວິໄຈ ປະຕິເສດການນຳເຂົ້າ, ສົ່ງກັບຄືນ, ທຳລາຍ ຜະລິດຕະພັນ ຫຼື ວັດຖຸ ທີ່ປົນເປື້ອນສິ່ງທີ່ເປັນອັນຕະລາຍ;
  5. ເກັບກໍາ ຂໍ້ມູນເບື້ອງຕົ້ນ ກ່ຽວກັບ ການກະທຳຜິດ ແລະ ລາຍງານໃຫ້ການຈັດຕັ້ງ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພື່ອແກ້ໄຂຕາມກົດໝາຍ ແລະ ລະບຽບການ;
  6. ເກັບຄ່າທຳນຽມ ແລະ ຄ່າບໍລິການດ້ານວິຊາການ ຕາມລະບຽບການ;
  7. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນ;
  8. ສະຫຼຸບ, ສັງລວມ ແລະ ລາຍງານການຈັດຕັ້ງປະຕິບັດ ວຽກງານຂອງຕົນໃຫ້ ອົງການຄຸ້ມຄອງ ແລະ ກວດກາວຽກງານຢາຕ້ານເຊື້ອຈຸລະຊີບ ສຳລັບ ສັດ ແລະ ສັດນໍ້າ ຕາມການແບ່ງຂັ້ນຄຸ້ມຄອງ ຢ່າງເປັນປົກກະຕິ;
  9. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍ ແລະ ລະບຽບການ.

ໝວດທີ 6

ບົດບັນຍັດສຸດທ້າຍ

ມາດຕາ 29 ການຈັດຕັ້ງປະຕິບັດ

ມອບໃຫ້ ກົມລ້ຽງສັດ ແລະ ການປະມົງ ເປັນໃຈກາງ ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ.

ມາດຕາ 30 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດຕັ້ງແຕ່ວັນລົງລາຍເຊັນ ແລະ ພາຍຫຼັງທີ່ໄດ້ລົງເຜີຍແຜ່ໃນຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.

 

ລັດຖະມົນຕີ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.