ມູນຄ່າການສົ່ງອອກ ຂອງ ສປປ ລາວ ນັບແຕ່ ເດືອນມັງກອນ ເຖິງ ເດືອນມີນາ 2021 ບັນລຸໄດ້ປະມານ 1,600 ລ້ານໂດລາສະຫະລັດ ແລະ ມູນຄ່າການນໍາເຂົ້າປະມານ 1,500 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າປະມານ 100 ລ້ານໂດລາສະຫາລັດ. ໃນນັ້ນ ຄູ່ຮ່ວມການຄ້າທັງນໍາເຂົ້າ ແລະ ສົ່ງອອກ ມີຫລາຍກ່ວາ 19 ປະເທດ, ເຊິ່ງມີ 3 ປະເທດຫລັກ ທີ່ເປັນຄູ່ການຄ້າທີ່ມີຊາຍແດນຕິດຈອດກັນ. ໃນນັ້ນມີມູນຄ່າໃນການນໍາເຂົ້າ ແລະ ສົ່ງອອກ ຫລາຍສຸດແມ່ນ ປະເທດ ໄທ, ຈີນ ແລະ ຫວຽດນາມ.

 

ໝວດສິນຄ້າສົ່ງອອກຫຼັກ (ຫົວໜ່ວຍ ໂດລາສະຫາລັດ)

ໝວດສີນຄ້າສົ່ງອອກຫລັກທີ່ມີມູນຄ່າສູງພາຍໃນ 3 ເດືືອນຕົ້ນປີ 2021 ແມ່ນ ມັນຕົ້ນ ມີມູນຄ່າປະມານ 175 ລ້ານໂດລາສະຫະລັດ, ແຮ່ທອງ ມີມູນຄ່າປະມານ 124 ລ້ານໂດລາສະຫະລັດ ແລະ ຄໍາປະສົມ, ຄໍາແທງ ມີມູນຄ່າປະມານ 268 ລ້ານໂດລາສະຫະລັດ. ລາຍລະອຽດເພີ່ມເຕີບ ຕາຕະລາງ 1 ແມ່ນມູນຄ່າຂອງໝວດສີນຄ້າສົ່ງອອກ.

ໝວດສິນຄ້ານໍາເຂົ້າຫຼັກ (ຫົວໜ່ວຍ ໂດລາສະຫາລັດ)

ໝວດສີນຄ້ານໍາເຂົ້າທີ່ມີມູນຄ່າສູງສຸດພາຍໃນ 3 ເດືືອນຕົ້ນປີ 2021 ແມ່ນ ພາຫະນະທາງບົກ (ນອກຈາກລົດຈັກ,​ລົດໄຖ) ມີມູນຄ່າປະມານ 121 ລ້ານໂດລາສະຫະລັດ, ນໍ້າມັນກາຊວນ ມີມູນຄ່າປະມານ 119 ລ້ານໂດລາສະຫະລັດ ແລະ ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 98 ລ້ານໂດລາສະຫະລັດ. ລາຍລະອຽດເພີ່ມເຕີບແມ່ນ ຕາຕະລາງ 2 ແມ່ນມູນຄ່າຂອງໝວດສີນຄ້ານໍາເຂົ້າ.

3 ປະເທດຊາຍແດນຕິດຈອດກັບ ສປປ ລາວ ທີ່ສົ່ງອອກຫຼັກ ໃນ 3 ເດືອນຕົ້ນປີ 2021

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກປະກອບມີ ປະເທດໄທ ມີມູນຄ່າປະມານ 296 ລ້ານໂດລາສະຫະລັດ, ສປ ຈີນ ມີມູນຄ່າປະມານ 657 ລ້ານໂດລາສະຫະລັດ,​ ສສ ຫວຽນນາມ ມີມູນຄ່າປະມານ 337 ລ້ານໂດລາສະຫະລັດ. ໃນນັ້ນ, ການສົ່ງອອກ ມັນຕົ້ນ ໄປປະເທດໄທ ແມ່ນມີມູນຄ່າປະມານ 150 ລ້ານໂດລາສະຫະລັດ, ການສົ່ງອອກ ງົວຄວາຍ ໄປ ສສ ຫວຽດນາມ ມີມູນຄ່າປະມານ 73 ລ້ານໂດລາສະຫະລັດ ແລະ ການສົ່ງອອກ ແຮ່ທອງ ໄປ ສປ ຈີນ ມີມູນຄ່າປະມານ 124 ລ້ານໂດລາສະຫະລັດ.

ພາບປະກອບ

3 ປະເທດຊາຍແດນຕິດຈອດກັບ ສປປ ລາວ ທີ່ນໍາເຂົ້າຫຼັກ ໃນ 3 ເດືອນຕົ້ນປີ 2021

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກປະກອບມີ ປະເທດໄທ ມີມູນຄ່າປະມານ 795 ລ້ານໂດລາສະຫະລັດ, ສປ ຈີນ ມີມູນຄ່າປະມານ 309 ລ້ານໂດລາສະຫະລັດ ແລະ ສສ ຫວຽດນາມ ມີມູນຄ່າປະມານ 143 ລ້ານໂດລາສະຫະລັດ. ໃນນັ້ນ, ນໍ້າມັນກາຊວນ ທີ່ນໍາເຂົ້າຫລັກຈາກໄທ ມີມູນຄ່າປະມານ 112 ລ້ານໂດລາສະຫະລັດ,  ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ນໍາເຂົ້າຈາກ ສປ ຈີນ ມີມູນຄ່າປະມານ 39 ລ້ານໂດລາສະຫະລັດ ແລະ ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ນໍາເຂົ້າຫລັກຈາກ ສສ ຫວຽດນາມ ມີມູນຄ່າປະມານ 14 ລ້ານໂດລາສະຫະລັດ.

 

ແຫຼ່ງຂໍ້ມູນ:

ຂໍ້ມູນດິບຈາກກົມພາສີ, ກະຊວງການເງິນ ແລະ ຂໍ້ມູນໄຟຟ້າຈາກຫ້ອງການ, ກະຊວງພະລັງງານ ແລະ ບໍ່ແຮ່.

ສັງລວມໂດຍ:

ພະແນກສັງລວມ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.