ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 5 ປີ 2021 ບັນລຸໄດ້ປະມານ 904  ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 425 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 479 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 54 ລ້ານໂດລາສະຫາລັດ.

ຮູບປະກອບ

ໝວດສິນຄ້າສົ່ງອອກຫຼັກ

ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 425 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ແຮ່ທອງ ມີມູນຄ່າປະມານ 26 ລ້ານໂດລາສະຫະລັດ, ໝາກກ້ວຍ ມີມູນຄ່າປະມານ 17 ລ້ານໂດລາສະຫະລັດ, ຄໍາປະ​ສົມ (ຄຳ​ແທ່ງ) ມີມູນຄ່າປະມານ 59 ລ້ານໂດລາສະຫະລັດ, ​ມັນຕົ້ນ ມີມູນຄ່າປະມານ 6 ລ້ານໂດລາສະຫະລັດ, ເຄື່ອງ​ນຸ່ງ​ຫົ່ມ ມີມູນຄ່າປະມານ 11 ລ້ານໂດລາສະຫະລັດ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) ມີມູນຄ່າປະມານ 10 ລ້ານໂດລາສະຫະລັດ, ນໍ້າຕານ ມີມູນຄ່າປະມານ 3 ລ້ານໂດລາສະຫະລັດ, ຢາງພາລາ ມີມູນຄ່າປະມານ 10 ລ້ານໂດລາສະຫະລັດ, ໝາກໄມ້ (ໝາກໂມ, ໝາກນອດ, ໝາກ​ຂາມ...) ມີມູນຄ່າປະມານ 4 ລ້ານໂດລາສະຫະລັດ ແລະ ​ໄມ້​ແປ​ຮູບ, ເຄິ່ງ​ສຳ​ເລັດ​ຮູບ ແລະ ​ສຳ​ເລັດ​ຮູບ ມີມູນຄ່າປະມານ 2 ລ້ານໂດລາສະຫະລັດ.

ໝວດສິນຄ້ານໍາເຂົ້າຫຼັກ

ສິນຄ້ານໍາເຂົ້າຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 479 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ພາຫະນະທາງບົກ (ນອກຈາກລົດຈັກ,​ລົດໄຖ) ມີມູນຄ່າປະມານ 45 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມີມູນຄ່າປະມານ 19 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ມີມູນຄ່າປະມານ 37 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 35 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າປະມານ 23 ລ້ານໂດລາສະຫະລັດ, ​ເຄື່ອງ​ດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ...) ມີມູນຄ່າປະມານ 21 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...) ມີມູນຄ່າປະມານ 15 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມີມູນຄ່າປະມານ 14 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) ມີມູນຄ່າປະມານ 12 ລ້ານໂດລາສະຫະລັດ, ແລະ ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ ມີມູນຄ່າປະມານ 13 ລ້ານໂດລາສະຫະລັດ.        

5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີມູນຄ່າປະມານ: ຈີນ 168 ລ້ານໂດລາສະຫະລັດ, ຫວຽດນາມ 106 ລ້ານໂດລາສະຫະລັດ, ໄທ 60 ລ້ານໂດລາສະຫະລັດ, ສະວິດເຊີແລນ 17 ລ້ານໂດລາສະຫະລັດ ແລະ ເຢຍລະມັນ 7 ລ້ານໂດລາສະຫະລັດ..

5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ມີມູນຄ່າປະມານປະມານ: ໄທ 227 ລ້ານໂດລາສະຫະລັດ, ຈີນ 117 ລ້ານໂດລາສະຫະລັດ, ຫວຽດນາມ 39 ລ້ານໂດລາສະຫະລັດ, ຢີ່ປຸ່ນ 16 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ 31 ລ້ານໂດລາສະຫະລັດ.

 

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 5 ປີ 2021 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ໄດ້ເກັບກໍາຕົວເລກສະຖິຕິຄົບຖ້ວນ ແລະ ຊັດເຈນແລ້ວ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.