ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (28 ເມສາ 2021) — ອີງຕາມບົດລາຍງານສະບັບໃໝ່ທີ່ເຜີຍແຜ່ໂດຍ ທະນາຄານພັດທະນາອາຊີ ຫຼື ADB ໃນມື້ນີ້, ເສດຖະກິດຂອງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຄາດວ່າຈະຂະຫຍາຍໂຕໃນລະດັບ 4,0% ໃນປີ 2021 ແລະ 4,5% ໃນປີ 2022, ເຊິ່ງໄດ້ຮັບການສະໜັບສະໜູນຈາກການຜະລິດກະສິກຳທີ່ດີຂື້ນ ແລະ ການຜະລິດກະ​ແສໄຟຟ້າທີ່ໜັ້້້ນທ່ຽງ ເຊິ່ງຈ​ທົດ​ແທ​ນການຟື້ນໂຕຊ້າຂ​ອງຂະແໜງການບໍລິການ ທ່າມກາງສະພາບການ ລະບາດພະຍາດອັກເສບປອດຈາກເຊື້ອຈຸນລະໂລກ ສາຍພັນໃໝ່ ຫຼື ໂຄວິດ-19.

ອີງຕາມບົດລາຍງານ ການຄາດຄະເນການພັດທະນາຂອງອາຊີ ປະຈຳປີ2021, ກາ​ນຄາດເນການຟື້ນໂຕຂອງ​ເສ​ດ​ຖ​ະ​ກິດຂອງ ສປປ ລາວ ຫລັງ​ຈາກ​​ມີ​ກາ​ນ​ຫົດ​ໂຕ 0,5% ​ໃນ​ປີ​ຜ່າ​ນ​ມາ ຖ້າ​ທ​ຽບ​ໃສ່ອັດຕາການຂະຫບາຍໂຕທີ່ 4,7% ໃນປີ 2019.

ທ່ານ ນາງ ໂຊໂນມິ ທະນາກະ, ຜູ້ຕາງໜ້າ ADB ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ “ການຂະຫຍາຍໂຕທ​າງ​ເສດ​ຖ​ະ​ກິດ ແມ່ນພວມໄດ້​ຮັ​ບແຮ​ງ​ພັກ​ດັ​ນເພີ່ມຂຶ້ນໃນ ສປປ ລາວ, ແຕ່ວ່າການລະບາດຮອບໃໝ່ຂອງພະຍາດໂຄວິດ-19, ພ້ອມດ້ວຍສິ່ງທ້າທາຍທາງດ້ານໂຄງສ້າງ ຈະເປັນໄພຂົ່ມຂູ່ຕໍ່ການຟື້ນຟູ​ເສດ​ຖ​ະ​ກິດຂອງປະເທດ,” ທ່ານໃຫ້ຮູ້ຕື່ມອີກວ່າ "ເລັ່ງ​ກາ​ນສັກວັກຊີນໂດຍໄວ, ໄປພ້ອມໆ​ກັນ​ກັບມາດຕະການທີ່ຈະເສີມສ້າງຄວາມເຂັ້ມແຂງໃນການ​ບໍ​ລິ​ຫານຄຸ້ມຄອງເສດຖະກິດມະຫາພາກ ແລະ ພ້ອມທັງ ຍົກ​ລ​ະ​ດັບ​ຄວາມ​ເຊື່ອ​ໝັ້​ນຂອງນັກລົງທຶນ ແມ່ນມີຄວາມຈຳເປັນ ເພື່ອສະໜັບສະໜູນການຟື້ນຟູ​ເສດຖະກິດ ແລະ ປົກປ້ອງສະຫວັດດີພາບຂອງຄົວເຮືອນ.”

ມາດຕະການທີ່ເຂັ້ມງວດຕໍ່ນັກທ່ອງທ່ຽວໃນປີ 2020 ປ້ອງກັນບໍ່ໃຫ້ເກີດວິກິດການທາງດ້ານສາທາລະນະສຸກ ຂະໝາດໃຫຍ່ ໃນ ສປປ ລາວ ແຕ່ວ່​າ​ການ​ຫລຸດ​ລົງ​ຂອງຄວາມຕ້ອງການໃນການບໍລິໂພກພາຍໃນ ແລະ ຕ່າງປະເທດ ພາໃຫ້ເກີດມີການວ່າງງານ​ທີ່​ເພີ້ມ​ຂຶ້​ນ. ການເງິນພາກລັດ ແມ່ນໄດ້ຮັບຜົນກະທົບໜັກ ​ໄປ​ພ້ອມ​ກັນ​ກັບການຫຼຸດອັ​ນດັບຄວາມໜ້າເຊື່ອຖືຂອງລັດຖະບານແຫ່ງ ສປປ ລາວ ລົງ ຈາກບັນດາອົງການຈັດ​ລຳດັບ ເນື່ອງຈາກຄວາມກົດດັນດ້ານສະພາບຄ່ອງຈາກພາຍນອກທີ່ເພີ່ມຂຶ້ນ ທ່າມກາງທາງເລືອກໃນການກູ້​ຢື​ມ​ເພື່ອ​ຊຳ​ລະໜີ້ ທີ່ມີຢູ່ຈຳກັດ.

ຄາດວ່າຂະແໜງກະສິກຳຈະຟື້ນໂຕໃນລະດັບປານກາງໃນປີນີ້, ສ່ວນໃຫຍ່ແມ່ນຍ້ອນການຄ້າຂາຍສັດລ້ຽງ. ແຕ່ການປູກພືດເປັ​ນສະບຽງອາຫານ ອາດຊັກຊ້າຍ້ອນສະ​ພາບອາກາດເຢັນຂຶ້ນ ແລະ ການຂາດແຄນນໍ້າ. ການຂະຫຍາຍໂຕຂອງຂະ      ແໜງອຸດສາຫະກຳ ຈະໄດ້ຮັບການຊຸກຍູ້ຈາກການຜະລິດກ​ະ​ແສໄຟຟ້າທີ່ເພີ່ມຂຶ້ນ. ສືບຕໍ່ການລົງທຶນ​ເຂົ້າ​ໃນພື້ນຖານໂຄງລ່າງຂະໜາດໃຫຍ່, ບໍ່ແຮ່ ແລະ ອະສັງຫາລິມະຊັບໃນຕົວເມືອງ ຄາດວ່າຈ​ະ​ເພີ້ມ​ຂຶ້​ນໃນປີ 2021 ແລະ 2022 ​ທີ່ຈະຊ່ວຍການສ້າງວຽກເຮັດງານທຳ ແລະ ສະໜັບສະໜູນກຳລັງຊື້ຂອງຄົວເຮືອນ.

ການຂະຫຍາຍໂຕຂອ​ງຂະແໜງບໍລິການໃນປີ 2021 ຈະໄດ້ຮັບການສະໜັບສະໜູນຈາກ ການຟື້ນໂຕຂອງການຊົມໃຊ້ພາຍໃນປະເທດ ຈາກການສຳເລັດຂອງການລົງທຶນດ້ານພື້ນຖານໂຄງລ່າງ​ທີ​ເປັ​ນຍຸດທະສາດເຊັ່ນ: ທາງດ່ວນວຽງຈັນ - ວັງວຽງ ເຊິ່ງຈະຊ່ວຍຊຸກຍູ້ອຸດສາຫະກຳການບໍ​ລິ​ກາ​ນພາຍໃນປະເທດ. ຄ​າ​ດວ່າການທ່ອງທ່ຽວຈາກ​ຕ່າງ​ປະ​ເທດ ເພື່ອທຸລະກິດ ແລະ ການພັກຜ່ອນ ຈະກັບ​ຄື​ນ​ສູ່ສະພາບປົກກະຕິໃນປີ 2022, ໂຕຂັບເຄື່ອນກາ​ນ​ຟື້​ນ​ໂຕຂອງເສດຖະກິດ ໃນໄລຍະກາງ ຄາດວ່າຈະແມ່​ນການຂາຍສົ່ງ ແລະ ຂາຍຍ່ອຍ, ການຂົນສົ່ງ ແລະ ການສື່ສານ.

ການເພີ່ມຂຶ້ນຂອງລາຄາອາຫານຍ້ອນພະຍາດ ແລະ ໄພພິບັດທາງທຳມະຊາດ ໄດ້ເຮັດໃຫ້ອັດຕາເງິນເຟີ້ຂອງ ສປປ ລາວ ຖີບໂຕສູງຂຶ້ນເປັນ 5,1% ໃນປີ 2020. ອັດຕາເງິນເຟີ້ຈະຫຼຸດລົງ​ຢູ່ທີ່່ 4,5% ໃນປີ 2021, ກ່ອນທີ່ຈະເພີ່ມຂຶ້ນທີ່ 5,0% ໃນປີ 2022, ຍ້ອນຄວາມກົດດັນຈາກລາ​ຄາສິນຄ້ານຳເຂົ້າ ​ທີ່​ໄດ້​ຮັບ​ຜົນ​ກ​ະ​ທົ​ບ​ຈາກການຫລຸດລົງຂອງຄ່າເງິນກີບ ແຕ່​ໄດ້​ຮັບ​ການຊົດເຊີຍບາງສ່ວນຈາກ​ການເພີ່ມຂຶ້ນຂ​ອງ​ການຜະລິດພາຍໃນປະເທດ.

ບັນດາຂໍ້ຫຍຸ້ງຍາກທີ່​ມີຢູ່ ໃນການລະດົມທຶ​ນພາຍໃນປະເທດ, ເຊິ່ງພົວພັນກັບສິ່ງທ້າທາຍດ້ານໂຄງສ້າງ ແລະ ທຳມາ​ພິ​ບານທີ່ອ່ອນແອ, ກຳ​ລັງ​ທະ​ວີຄວາມຮຸ້ນແຮງ​ຂຶ້ນກວ່າເກົ່າ ຈາກການແຜ່ລະບາດພະຍາດໂຄວິດ-19. ການຂາດດຸນງົບປະມານຂອງປະເທດ ຍັງມີ​ແນວ​ໂນມ​ທີ່​ສູງ​ຢູ່ໃນໄລຍະເວ​ລ​າ​ອັ​ນ​ໃກ້ນີ້. ໂຄງສ້າງເສດຖະກິດມະຫາພາກຂອງ ສປປ ລາວ ຍັງມີ​ຄວາມ​   ສ່​ຽງ​ສູງຢູ່, ເນື່ອງ​ຈາກ​ປ​ະ​ສົບ​ບັນ​ຫ​າ​ຈາກຄວາມກົດດັນໃນ​ກາ​ນ​ຊຳໜີ້ສິນທີ່ເພີ່ມ​ຂຶ້ນ ແລະ ອັດຕາການກູ້​ຢືມ​ເພື່ອ​ມາ​ຊຳ​ລ​ະໜີ້ ທີ່ມີທ່າອ່ຽງສູງຂຶ້ນ. ຈຳເປັນຕ້​ອງສ້າງພື້ນທີ່​ໃຫ້​ແກ່ງົບປະມານ ເພື່ອ​ຮອງ​ຮັບ​ກາ​ນ​ຂະ​ຫຍ​າຍ​ໂຕ​ຫລາຍ​ຂຶ້​ນ, ກາ​ນປະຕິຮູບເພື່ອການຄຸ້ມຄອງ ແລະ ຄວາມໂປ່ງໃສດ້າ​ນໜີ້ສາທາລະນະ​ຫລາຍຂຶ້ນ ແມ່ນມີ​ຄວາມຈຳເປັນ.

ADB ມຸ່ງໝັ້ນເພື່ອການບັນລຸເປົ້າໝາຍໃຫ້ພາກພື້ນອາຊີ ແລະ ປາຊີຟິກ ມີຄວາມຈະເລີນຮຸ່ງເຮືອງ, ທົ່ວເຖິງ, ພ້ອມຮັບກັບການປ່ຽນແປງ ແລະ ຍືນຍົງ ໄປພ້ອມໆ​ກັ​ນກັບການຮັກສາຄວາມພະຍາຍາມຂອງຕົນ ທີ່ຈະລົບລ້າງຄວາມທຸກຍາກ. ສ້າງຕັ້ງຂຶ້ນໃນປີ 1966, ADB ມີ 68 ສະມາຊິກທີ່ເປັນເຈົ້າຂອງ ໃນນັ້ນມີ 49 ປະເທດມາຈາກພາກພື້ນດັ່ງກ່າວ.

 

ແຫຼ່ງຂໍ້ມູນ: https://www.adb.org/lo/news/macroeconomic-management-key-recovery-lao-pdr-adb

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.