ທີ່ຜ່ານມາ ສປປ ລາວ ແມ່ນຍັງບໍ່ມີໂຮງງານຜະລິດໄມ້ອັດ ຈິ່ງມີຄວາມຈໍາເປັນໃນການນໍາເຂົ້າ ເພື່ອສະໜອງຄວາມຕ້ອງການພາຍໃນ ເອົາມານໍາໃຊ້ເປັນວັດສະດຸກໍ່ສ້າງ,​ ເຮັດເຄື່ອງເຟີນິເຈີ, ແລະ ສິ່ງຈໍາເປັນອື່ນໆ ລວມມູນຄ່າການນໍາເຂົ້າແຕ່ປີ 2013 – 2020 ຂອງສປປ ລາວ ປະມານ 25,79 ລ້ານໂດລາອາເມລິກາ ສະເພາະປີ 2019 ປະມານ 5,26 ລ້ານໂດລາອາເມລິກາ, ປີ 2020 ປະມານ 4,82 ລ້ານໂດລາອາເມລີກາ. ສປປ ລາວ ນໍາເຂົ້າໄມ້ອັດຈາກປະເທດເພື່ອນບ້ານເປັນຫຼັກຄື: ສປ ຈີນ, ສສ ຫວຽດນາມ ແລະ ໄທ. ເຊິ່ງຄວາມເປັນຈິງແລ້ວ ສປປ ລາວ ມີທ່າແຮງໃນການຜະລິດ ແລະ ປຸງແຕ່ງໄມ້ອັດ, ເນື່ອງຈາກວັດຖຸດິບຫຼັກໃນການຜະລິດໄມ້ອັດ ແມ່ນໄດ້ມາຈາກໄມ້ວິກ ເຊິ່ງ ສປປ ລາວ ມີເນື້ອທີ່,​ ອາກາດ ແລະ ສະພາບແວດລ້ອມທີ່ເໝາະສົມແກ່ການຈະເລີນເຕີບໂຕຂອງໄມ້ວິກ ແລະ ປະເພດໄມ້ເຂດຮ້ອນສຸ່ມອື່ນໆ.

ພາບຈາກບໍລິສັດ ບົວລລະພາ ກະສິກໍາປ່າໄມ້ຈໍາກັດ

 

     ອີງຕາມແຫຼ່ງຂ່າວຈາກເວັບໄຊເສດຖະກິດການຄ້າໃຫ້ຮູ້ວ່າ:​ ບໍລິສັດບົວລະພາ ກະສິກໍາປ່າໄມ້ຈໍາກັດ ໄດ້ລົງທຶນສ້າງຕັ້ງໂຮງງານຜະລິດໄມ້ອັດ ໂດຍມີເປົ້າໝາຍບັນລຸໃຫ້ໄດ້ກໍາລັງການຜະລິດທັງໝົດ 55,000 ແມັດກ້ອນໃນແຕ່ລະປີ (ຖ້າວັດຖຸດິບພຽງພໍ). ອີງຕາມແຫຼ່ງຂ່າວ ຍັງໃຫ້ຮູ້ອິກວ່າ ຜະລິດຕະພັນໄມ້ອັດທີ່ຜະລິດໃນ ສປປ ລາວ ແມ່ນມີຄຸນນະພາບຕາມມາດຕະຖານສາກົນ ເຊິ່ງການຜະລິດຂອງງວດທໍາອິດໄດ້ສົ່ງອອກໄປປະເທດ ອໍົດສະຕາລີ ຈໍານວນ 184 ແມັດກ້ອນ ຫຼື ມູນຄ່າ 87,000 ໂດລາອາເມລິກາ (ຜະລິດຕະພັນສົ່ງອອກແມ່ນ Plywood. H2 Non Structural ຂະໜາດ 2400x1200x12-50mm). ຖ້າຜະລິດເຕັມກໍາລັງແມ່ນບໍລິສັດດັ່ງກ່າວ ຈະສາມາດຜະລິດໃຫ້ໄດ້ໃນທ້າຍປີນີ້ ເພື່ອການສົ່ງອອກໄປສູ່ໃນຕະຫຼາດໂລກເຊັ່ນ:​ ອາເມລິກາ, ກຸ່ມປະເທດອີຍູ, ອິນເດຍ, ສ. ເຫົາຫຼີ, ແຄນາດາ ແລະ ບັນດາປະເທດໃນອາຊຽນ ຫຼື ກວມເອົາ 90% ຂອງກໍາລັງການຜະລິດທັງໝົດ ແມ່ນຈະສົ່ງອອກໄປຕ່າງປະເທດ ແລະ ມີມູນຄ່າການສົ່ງອອກປະມານ 26 ລ້ານໂດລາອາເມລິກາ ທີ່ເຫຼືອແມ່ນຈໍາໜາຍພາຍໃນ.

ພາບປະກອບ

     ການຜະລິດເຕັມກໍາລັງຂອງໂຮງງານໄມ້ອັດ ຕ້ອງການວັດຖຸດິບ (ໄມ້ວິກ) 200,000 ແມັດກ້ອນຕໍ່ປີ ສ່ວນໜຶ່ງແມ່ນ ບສ ປູກເອງ ແລະ ສ່ວນໜຶ່ງແມ່ນສົ່ງເສີມໃຫ້ປະຊາຊົນປູກ ແລ້ວເກັບຊື້ຈາກປະຊາຊົນ. ນອກຈາກນັ້ນ, ຖ້າໂຮງງານໄດ້ຜະລິດເຕັມກຳລັງ ແມ່ນຈະສ້າງວຽກເຮັດງານທໍາໄດ້ປະມານ 1.500-2.500 ຄົນ.

 

ແຫຼ່ງຂໍ້ມູນ:

  • ບໍລິສັດບົວລະພາ ກະສິກໍາປ່າໄມ້ຈໍາກັດ
  • ແຫຼ່ງຂ່າວຈາກເວັບໄຊເສດຖະກິດການຄ້າ
  • ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ
  • ກົມພາສີ, ກະຊວງການເງິນ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.