ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ໂດຍຜ່ານແດນ ສສ ຫວຽດນາມ ໃນໄລຍະ 6 ເດືອນຕົ້ນປີ 2021 ປະມານ 314 ລ້ານໂດລາສະຫະລັດ ໃນນັ້໊ນ ມູນຄ່າການສົ່ງອອກປະມານ 216  ລ້ານໂດລາສະຫະລັດ ແລະ ມູນຄ່າການນໍາເຂົ້າ ປະມານ 98 ລ້ານໂດລາສະຫະລັດ.

ພາບປະກອບ

ມູນຄ່າ ແລະ ສິນຄ້າລາວທີ່ສົ່ງອອກໄປປະເທດທີ 3

ມູນຄ່າການສົ່ງອອກສິນຄ້າທັງໝົດປະມານ 216 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ສົ່ງອອກຫຼັກ ຄື: ແຮ່ທອງເຂັມຂຸ້ນ ມູນຄ່າປະມານ 115 ລ້ານໂດລາສະຫະລັດ, ແຮ່ຄໍາເຂັ້ມຂຸ້ນ ມີມູນຄ່າປະມານ 10 ລ້ານໂດລາສະຫະລັດ, ແຜ່ນທອງແດງ ມີມູນຄ່າປະມານ 52 ລ້ານໂດລາສະຫະລັດ, ແຮ່ເຫຼັກ ມີມູນຄ່າປະມານ 39 ລ້ານໂດລາສະຫະລັດ ແລະ ເຄື່ອງໃຊ້ຄົວເຮືອນທົ່ວໄປ ມີມູນຄ່າປະມານ 5.000 (ຫ້າພັນ) ໂດລາສະຫະລັດ. ໃນນັ້ນ, ຈໍານວນການສົ່ງອອກທັງໝົດແມ່ນມີປະມານ 480,000 ໂຕນ.

ມູນຄ່າ ແລະ ສິນຄ້ານໍາເຂົ້າມາ ສປປ ລາວ

ມູນຄ່າການນໍາເຂົ້າສິນຄ້າທັງໝົດປະມານ 98 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີນໍາເຂົ້າຫຼັກ ຄື: ເຍື່ອໄມ້ ແລະ ເສດເຈ້ຍ ເພື່ອຜະລິດເປັນສິນຄ້າໃໝ່ ມີມູນຄ່າປະມານ 96 ລ້ານໂດລາສະຫະລັດ ແລະ ແຮ່ອາລູມີນຽມ ມີມູນຄ່າປະມານ 2 ລ້ານໂດລາສະຫະລັດ. ໃນນັ້ນ, ຈໍານວນການນໍາເຂົ້າທັງໝົດແມ່ນມີປະມານ 390,000 ໂຕນ.

ພາບປະກອບ

ບັນດາປະເທດທີ  ທີ່ ສປປ ລາວ ສົ່ງອອກ

ບັນດາປະເທດທີ່ ສປປ ລາວ ສົ່ງອອກໂດຍຜ່ານຊາຍແດນ ສສ ຫວຽດນາມ ມີມູນຄ່າປະມານ: ຈີນ 101 ລ້ານໂດລາສະຫະລັດ, ອີນເດຍ 115 ລ້ານໂດລາສະຫະລັດ ແລະ ຮົງກາລີ 5.000 (ຫ້າພັນ) ໂດລາສະຫະລັດ.

ບັດາປະເທດທີ  ທີ່ ສປປ ລາວ ນໍາເຂົ້າ

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າໂດຍຜ່ານແດນ ສສ ຫວຽດນາມ ມີມູນຄ່າປະມານປະມານ: ອາເມລິກາ 78 ລ້ານໂດລາສະຫະລັດ, ແຄນາດາ 12 ລ້ານໂດລາສະຫະລັດ ແລະ ສ ເກົາຫຼີ 3 ລ້ານໂດລາສະຫະລັດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.