ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ
ຫ້ອງການ     ເລກທີ 356/ຫກຊ.ກຄຖ
ນະຄອນຫຼວງວຽງຈັນ, ວັນທີ 29 ມິຖຸນາ 2021

ແຈ້ງການ

ເຖິງ: ບຸກຄົນ, ນິຕິບຸກຄົນ, ຫົວໜ່ວຍທຸລະກິດ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ.
ເລື່ອງ: ຂື້ນທະບຽນການນໍາໃຊ້ຄື້ນຄວາມຖີ່ວິທະຍຸກະຈາຍສຽງລະບົບ Short Wave, AM, FM, ໂທລະພາບ ອານາລອ໋ກ (Analogue) ແລະ ໂທລະພາບ ດີຈີຕອນ (Digital).

  • ອີງຕາມ ກົດໝາຍ ວ່າດ້ວຍ ຄື້ນຄວາມຖີ່ວິທະຍຸສື່ສານ ສະບັບເລກທີ 17/ສພຊ, ລົງວັນທີ 05 ພືດສະພາ 2017;
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີວ່າການ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງການ ສະບັບເລກທີ 654/ປທສ, ລົງວັນທີ 28 ມີນາ 2016.

    ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ເພື່ອເຮັດໃຫ້ການນໍາໃຊ້ຄື້ນຄວາມຖີ່ຖືກຕ້ອງກັບກົດໝາຍຄື້ນຄວາມຖີ່ວິທະຍຸສື່ສານ ແລະ ລະບຽບການ, ພ້ອມທັງຮັບປະກັນການນໍາໃຊ້ຄື້ນຄວາມຖີ່ໃຫ້ມີປະສິດທິພາບສູງສຸດ, ປ້ອງກັນຄື້ນຄວາມຖີ່ລົບກວນ ແລະ ສອດຄ່ອງກັບລະບຽບສາກົນທີ່ ສປປ ລາວ ເປັນພາຄີ, ສະນັ້ນຈຶ່ງແຈ້ງມາຍັງທ່ານ ເພື່ອຮີບຮ້ອນມາຂື້ນທະບຽນນໍາໃຊ້ຄື້ນຄວາມຖີ່ວິທະຍຸກະຈາຍສຽງລະບົບ Short Wave, AM, FM, ໂທລະພາບ ອານາລອ໋ກ (Analogue) ແລະ ໂທລະພາບ ດີຈີຕອນ (Digital) ນໍາກົມຄື້ນຄວາມຖີ່, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ.

    ສໍາລັບບຸກຄົນ, ນິຕິບຸກຄົນ, ຫົວໜ່ວຍທຸລະກິດ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ນໍາໃຊ້ຄື້ນຄວາມຖີ່ວິທະຍຸກະຈາຍສຽງລະບົບ Short Wave, AM, FM, ໂທລະພາບ ອານາລອ໋ກ (Analogue) ແລະ ໂທລະພາບ ດີຈີຕອນ (Digital) ທີ່ມີສະຖານີຕັ້ງຢູ່ຕ່າງແຂວງ ແມ່ນສາມາດພົວພັນພະແນກເຕັກໂນໂລຊີ ແລະ ການສື່ສານ ຂອງແຂວງຕົນເພື່ອອໍານວຍຄວາມສະດວກໃນການປະສານງານຂໍຂື້ນທະບຽນນໍາກົມຄື້ນຄວາມຖີ່, ກະຊວງເຕັກໂນໂລຊີ ແລະ ການສື່ສານ ພາຍໃນໄລຍະເວລາ 03 ເດືອນ ນັບແຕ່ມື້ອອກແຈ້ງການສະບັບນີ້. ຖ້າບໍ່ມາຂື້ນທະບຽນ ເວລາກວດພົບເຫັນຈະຖືກກ່າວເຕືອນ, ປັບໄໝ ຕາມກໍລະນີໜັກ ຫຼື ເບົາ ດັ່ງທີ່ໄດ້ລະບຸໄວ້ໃນໝວດທີ 13 ຂອງກົດໝາຍ ວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ ສະບັບເລກທີ 17/ສພຊ, ລົງວັນທີ 05 ພືດສະພາ 2017.

    ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດດ້ວຍ

ຫົວໜ້າຫ້ອງການ

ວະລະໄຊ ດາລາລອຍ

 

# ຫົວຂໍ້ ດາວໂຫຼດ
1 Notification for registration of Short Wave, AM, FM, Analogue and Digital, No. 356/CO.MoTC, on 29 June 2021. PDF
2 ແຈ້ງການ ຂື້ນທະບຽນການນໍາໃຊ້ຄື້ນຄວາມຖີ່ວິທະຍຸກະຈາຍສຽງລະບົບ Short Wave, AM, FM, ໂທລະພາບ ອານາລັອກ (Analogue) ແລະ ໂທລະພາບ ດີຈີຕອນ (Digital), ເລກທີ 356/ຫກຊ.ກຄຖ, ລົງວັນທີ 29 ມິຖຸນາ 2021 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.