ໃນຕອນເຊົ້າ ວັນທີ 07 ກໍລະກົດ 2021, ທີ່ ໂຮງແຮມຄາວພຣາຊາ, ນະຄອນຫລວງວຽງຈັນ, ໃນນາມກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ (ຄອຄສ), ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອຮັບຮອງເອົາບົດສຶກສາ ເວລາກວດປ່ອຍສິນຄ້າ (TRS) ຢູ່ ສປປ ລາວ ປະຈໍາປີ 2020 ~ ໂດຍການເປັນປະທານຂອງ ທ່ານ ນາງ ມະນີວອນ ວົງໄຊ, ຫົວໜ້າ ກົມການນຳເຂົ້າ ແລະ ສົ່ງອອກ (ຮອງຫົວໜ້າ ຄອຄສ) ພ້ອມດ້ວຍແຂກທີ່ຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງ, ຕົວແທນພາກທຸລະກິດ ແລະ ຜູ້ພັດທະນາລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW).

       ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຜ່ານບົດສໍາຫລວດສຶກສາເວລາກວດປ່ອຍສິນຄ້າ (TRS) ປະຈຳປີ 2020 ແລະ ຮັບຮອງເອົາຜົນການສໍາຫລວດດັ່ງກ່າວຢ່າງເປັນທາງການ ເພື່ອຈະແຈ້ງຕໍ່ກອງເລຂາ ອາຊຽນ ທີ ສປປ ລາວ ເປັນພາຄີ ແລະ ເປັນພັນທະທີ່ຕ້ອງແຈ້ງໃຫ້ຮັບຊາບ. ພ້ອມນັ້ນ, ກໍ່ຖືວ່າຜົນສຳຫລວດໃນຄັ້ງນີ້ ແມ່ນເປັນບາດກ້າວອັນສໍາຄັນໃນການເພີ່ມທະວີການພົວພັນ ແລະ ເຮັດວຽກຮ່ວມກັນຫລາຍຂື້ນ ຂອງຂະແໜງການກ່ຽວຂ້ອງ  ເພື່ອເປັນການປະກອບສ່ວນໃນການປັບປຸງຕາມທິດຊີ້ນຳເລກທີ່ 02/ນຍ ວ່າດ້ວຍການເອື້ອອຳນວຍຄວາມສະດວກໃນການດຳເນີນທຸລະກິດຢູ່ ສປປ ລາວ ໃຫ້ດີ.

       ໃນທີ່ປະຊຸມໄດ້ມີການນໍາສະເໜີບົດສຶກສາດັ່ງກ່າວ ທີ່ໄດ້ສະແດງເຖິງເວລາທີ່ໃຊ້ໃນຂະບວນການອອກອະນຸຍາດ ຂອງບັນດາຂະແໜງການ ແລະ ການກວດປ່ອຍສິນຄ້າຢູ່ດ່ານຊາຍແດນ. ເຊິ່ງຂະແໜງການທີ່ເຂົ້າຮ່ວມການສໍາຫຼວດໃນຄັ້ງ ປະກອບດ້ວຍ: ກົມການນໍາເຂົ້າ-ສົ່ງອອກ ແລະ ກົມມາດຕະຖານ ແລະ ວັດແທກ (ກະຊວງ ອຸດສາຫະກໍາ ແລະ ການຄ້າ), ກົມຂົນສົ່ງ (ກະຊວງ ໂຍທາທິການ ແລະ ຂົນສົ່ງ), ກົມປູກຝັງ ແລະ ກົມລ້ຽງສັດ ແລະ ການປະມົງ (ກະຊວງ ກະສິກໍາ ແລະ ປ່າໄມ້), ກົມຄຸ້ມຄອງບໍ່ແຮ່ (ກະຊວງ ບໍ່ແຮ່) ແລະ ກົມອາຫານ ແລະ ຢາ (ກະຊວງ ສາທາ). ສ່ວນດ່ານຊາຍແດນທີ່ໄດ້ລົງສຶກສາເກັບກໍາຂໍ້ມູນປະກອບມີ: ດ່ານບໍ່ເຕັນ, ດ່ານຂົວ 1, ດ່ານຂົວ 2, ດ່ານຂົວ 3, ດ່ານຂົວ 4, ດ່ານນໍ້າເຫຼືອງ, ດ່ານນໍ້າພາວ, ດ່ານນາເພົ້າ, ດ່ານແດນສະຫວັນ ແລະ ດ່ານວັງເຕົ່າ.

       ໃນບົດສຶກສາໄດ້ນໍາສະເໜີເຖິງ ເວລາທີ່ໃຊ້ໃນການກວດປ່ອຍສິນຄ້າຢູ່ບັນດາດ່ານທີ່ເຂົ້າຮ່ວມການສຶກສາ ແລະ ການສົມທຽບເວລາທີ່ໃຊ້ໃນແຕ່ລະລະດັບຄວາມສ່ຽງ ດັ່ງແຜນພາບດັ່ງລຸ່ມນີ້:

 

       ພ້ອມດຽວກັນນັ່້ນ, ກໍ່ໄດ້ມີການນໍາສະເໜີບາງຂໍ້ແນະນໍາໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນຂະບວນການນອອກອະນຸຍາດພາຍໃນຂະແໜງການ ຄວນມີມາດຕະຖານການບໍລິການນຢ່າງຊັດເຈນ ແລະ ການປັບປຸງຂັ້ນຕອນການກວດປ່ອຍສິນຄ້າຢູ່ດ່ານຊາຍແດນເຊັ່ນ: ຄວນປັບປຸງການບໍລິຫານຄວາມສ່ຽງເປັນວຽກທີ່ຮີບດ່ວນຄວນນໍາໃຊ້ລະບົບອາຊິກຸດາຜ່ານເວັບໄຊ້, ລົບລ້າງແບບພີມໃບແຈ້ງພາສີ, ເອກະສານປະກອບທີ່ເປັນເຈ້ຍ ແລະ ຫັນມານໍາໃຊ້ລາຍເຊັນເອເລັກໂຕຣນິກ, ລົບລ້າງການລົງທະບຽນການແຈ້ງໂດຍເຈົ້າໜ້າທີ່ພາສີ ແລະ ຈັດຕັ້ງປະຕິບັດຂັ້ນຕອນການແຈ້ງພາສີລ່ວງໜ້າ, ສ້າງກົນໄກປະສານງານລະຫວ່າງບັນດາຂະແໜງການຂອງລັດທີ່ປະຈໍາການຢູ່ດ່ານຊາຍແດນ ເພື່ອຍົກສູງປະສິດທິພາບໃນການຄວບຄຸມການນໍາເຂົ້າ ແລະ ສົ່ງອອກສິນຄ້າ ແລະ ຜັນຂະຫຍາຍການຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວໃຫ້ມີຄວາມເປັນເອກະພາບ ແລະ ມີປະຕິບັດພາບ.

       ໃນຕອນທ້າຍຂອງກອງປະຊຸມ, ທ່ານປະທານໄດ້ສະຫລຸບຜົນຂອງກອງປະຊຸມພ້ອມດ້ວຍຜູ້ເຂົ້າຮ່ວມ ໄດ້ຕົກລົງເຫັນດີເປັນເອກະພາບໃນການຮັບຮອງເອົາ ບົດສຶກສາ ກວດປ່ອຍສິນຄ້າ (TRS) ຢູ່ ສປປ ລາວ ປະຈໍາປີ 2020 ຢ່າງເປັນທາງການ ເພື່ອເປັນບ່ອນອີງໃນການປັບປຸງຂອດຄົງຄ້າງຂອງຂະແໜງການຕົນ ທີ່ທ່ວງດຶງການອໍານວຍຄວາມສະດວກທາງດ້ານການຄ້າ ເພື່ອການຈັດຕັ້ງປະຕິບັດ ແລະ ດໍາເນີນງານໃນຂັ້ນຕໍ່ໄປ. ຫຼັງຈາກນັ້ນແມ່ນໃຫ້ທຸກຂະແໜງການສົ່ງແຜນວຽກໃນການປັບປຸງຂັ້ນຕອນຕາມການແນະນໍາໃນບົດສຶກສາດັ່ງກ່າວ. ກ່ອນປິດວາລະ ໃນທີ່ປະຊຸມຍັງເຫັນດີໃຫ້ມີ ການສຶກສາ TRS  ໃນຂັ້ນແຂວງ ໂດຍສະເພາະບັນດາຂະແໜງການລັດທີ່ເປັນຜູ້ອອກອະນຸຍາດສິນຄ້າພາຍໃນແຂວງ ແລະ ການຈັດຕັ້ງປະຕິບັດຂອງເຈົ້າໜ້າທີ ປະຈໍາດ່ານຊາຍແດນ ໃຫ້ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.