ໃນໄລຍະ 5 ປີຜ່ານມານີ້ (2017 ເຖິງ 6 ເດືອນຕົ້ນປີ 2021) ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ກັບ ຣັດເຊຍແມ່ນມີປະມານ 27.5 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການນໍາເຂົ້າ ຂອງ ສປປ ລາວ ແມ່ນມີປະມານ 23.3 ລ້ານໂດລາສະຫະລັດ ແລະ ມູນຄ່າການສົ່ງອອກຂອງ ສປປ ລາວ ໄປ ຣັດເຊຍ ແມ່ນມີປະມານ 4.2 ລ້ານໂດລາສະຫະລັດ. ປະເພດສິນຄ້າທີ່ ສປປ ລາວ ສົ່ງອອກໃຫ້ ຣັດເຊຍແມ່ນມີ: ເກີບ ມີມູນຄ່າປະມານ 400,000 ໂດລາສະຫະລັດ ແລະ ​ກາ​ເຟ (ບໍ່​ທັນ​ໄດ້ປຸງ​ແຕ່ງ) ມູນຄ່າປະມານ 200,000 ໂດລາສະຫະລັດ. ປະເພດສິນຄ້າທີ່ ສປປ ລາວ ນໍາເຂົ້າຈາກ ຣັດເຊຍ ແມ່ນມີ: ພາຫະນະທາງບົກ (ນອກຈາກລົດຈັກ,​ລົດໄຖ) ມີມູນຄ່າປະມານ 3.4 ລ້ານໂດລາສະຫະລັດ, ອຸປະກອນສື່ສານ ແລະ ຊີ້ນສ່ວນ ມີມູນຄ່າປະມານ 3.4 ລ້ານໂດລາສະຫະລັດ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມູນຄ່າປະມານ 3 ລ້ານໂດລາສະຫະລັດ.

ພາບປະກອບ

 

ນອກຈາກນັ້ນ, ອີງຕາມຂໍ້ມູນຈາກເວັບໄຊ www.trademap.org ປີ 2020 ຣັດເຊຍ ມີປະລິມານການນໍາເຂົ້າກາເຟທີ່ຍັງບໍ່ທັນປຸງແຕ່ງຈາກ ຫວຽດນາມເປັນອັນດັບໜຶ່ງ ປະມານ 231,000 ໂຕນ ສ່ວນວ່ານໍາເຂົ້າຈາກ ສປປ ລາວ ແມ່ນຢູ່ໃນອັນດັບທີ 49 ພຽງ 16 ໂຕນ. ຖືໄດ້ວ່າ ລາວເຮົາຍັງສາມາດຍາດແຍ່ງເອົາສ່ວນແບ່ງຂອງຕະລາດ ຣັດເຊຍ ຖ້າກາເຟລາວເຮົາ ໄດ້ຮັບການປັບປຸງໃຫ້ມີຄຸນນະພາບ ຕາມມາດຕະຖານຄວາມຕ້ອງການຂອງປະເທດ ຣັດເຊຍ ການສົ່ງອອກກາ​ເຟ (ບໍ່​ທັນ​ໄດ້ປຸງ​ແຕ່ງ) ຂອງ ສປປ ລາວ ແມ່ນຖືວ່າເປັນສິນຄ້າກະສິກໍາທີ່ສົ່ງອອກອັນດັບຕົ້ນໆຂອງ ສປປ ລາວ ແລະ ກາເຟລາວກໍ່ມີເອກະລັກລົດຊາດສະເພາະຕົວ ແຕ່ການສົ່ງອອກກາເຟໄປປະເທດ ຣັດເຊຍ ແມ່ນຍັງນ້ອຍຫຼາຍທຽບໃສ່ຄວາມຕ້ອງການຂອງຕະລາດ ເຊິ່ງໃນປີ 2020 ສປປ ລາວ ມູນຄ່າການສົ່ງອອກກາເຟໄປ ຣັດເຊຍ ພຽງ 86 ລ້ານໂດລາສະຫະລັດ.

ພາບປະກອບ

 

ໂດຍລວມແລ້ວ ສປປ ລາວສົ່ງອອກກາເຟໄປຫຼາຍປະເທດ ແລະ ມີມູນຄ່າສູງ ໂດຍອີງຕາມຂໍ້ມູນຈາກ ສະມາຄົມກາເຟລາວ ໄດ້ໃຫ້ຮູ້ຕື່ມວ່າ ໃນປີ 2019 ສປປ ລາວ ໄດ້ສົ່ງອອກກາເຟທີ່ເປັນໝາກຊ້ອມ ທັງຂະໜາດກາງ ແລະ ນ້ອຍ ຈໍານວນ ປະມານ 18,000 ໂຕນ.

Caption

ແຫຼ່ງຂໍ້ມູນ:

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.