ເພື່ອເປັນການຜັນຂະຫຍາຍເນື້ອໃນຈິດໃຈຂອງຄຳສັ່ງ 12/ນຍ, ລົງວັນທີ 16 ຕຸລາ 2019 ໂດຍແນ່ໃສ່ອໍານວຍຄວາມສະດວກທາງດ້ານການຄ້າ, ຫຼຸດຜ່ອນສິ່ງກີດຂວາງທາງດ້ານເວລາ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ ໃນການເຄື່ອນຍ້າຍສິນຄ້າ ແລະ ການຕັ້ງຈຸດກວດກາຕາມເສັ້ນທາງ ໃຫ້ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ພ້ອມທັງຮັບປະກັນການສະກັດກັ້ນການຄ້າຂາຍເຖື່ອນ ແລະ ການເກັບຄ່າພັນທະຕ່າງໆ ເຂົ້າງົບປະມານແຫ່ງລັດ ຢ່າງຖືກຕ້ອງ ແລະ ຄົບຖ້ວນ.

 

     ໃນຕອນເຊົ້າ ວັນທີ 21 ກໍລະກົດ 2021 ທີ່ ໂຮງແຮມ ຄາວພລາຊາ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການ LTC ໄດ້ຈັດກອງປະຊຸມປຶກສາຫາລືຜ່ານ “ຮ່າງ ການຈັດຕັ້ງຜັນຂະຫຍາຍຄໍາສັ່ງ ເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ວ່າດ້ວຍ ການອຳນວຍຄວາມສະດວກ ໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວໃນຄັ້ງທີ 3 ນີ້ ຕໍ່ຈາກກອງປະຊຸມປຶກສາຫາລື ໃນເດືອນ ສິງຫາ ແລະ ກັນຍາ 2020. ໂດຍການເປັນປະທານຂອງ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ມີຜູ້ເຂົ້າຮ່ວມທີ່ຕາງໜ້າຈາກ ບັນດາຂະແໜງການທີ່ກ່ຽວຂ້ອງປະກອບມີ: ກົມນິຕິກຳ (ຫສນຍ), ກົມພາສີ, ກົມຕຳຫຼວດເສດຖະກິດ, ກົມປ່າໄມ້, ກົມອາຫານ ແລະ ຢາ, ກົມຂົນສົ່ງ, ກົມລ້ຽງສັດ ແລະ ການປະມົງ ແລະ ພາກເອກະຊົນທີ່ກ່ຽວຂ້ອງ.

 

     ຜ່ານການປຶກສາຫາລື ແລະ ລົງເກັບກໍາຂໍ້ມູນຕົວຈິງ ຂອງທີມງານກົມ ການນໍາເຂົ້າ ແລະ ສົ່ງອອກ (ຂອ) ໃນໄລຍະຜ່ານມາ ເຫັນວ່າ: ຍັງປະກົດມີບັນຫາ ກ່ຽວກັບ ການອອກເອກະສານເຄື່ອນຍ້າຍສິນຄ້າ ແລະ ການຕັ້ງຈຸດກວດກາຕາມເສັ້ນທາງ ພາຍໃນປະເທດ ທີ່ຍັງປະຕິບັດບໍ່ສອດຄ່ອງກັບເນື້ອໃນຈິດໃຈຂອງຄໍາສັ່ງ ເລກທີ 12/ນຍ ເນື່ອງຈາກຂະແໜງການທີ່ກ່ຽວຂ້ອງ ຍັງຄົງປະຕິບັດຕາມນິຕິກໍາ ແລະ ພາລະບົດບາດຂອງໃຜລາວ ຊຶ່ງສະແດງອອກຄື: ການອອກເອກະສານເຄື່ອນຍ້າຍຂອງຂະແໜງການທີ່ກ່ຽວຂ້ອງ ຢູ່ຂັ້ນເມືອງ ແລະ ແຂວງ ທີ່ມີລັກສະນະຊໍ້າຊ້ອນກັນ ຫຼື ບາງຄັ້ງບໍ່ເປັນເອກະພາບກັນ; ການຕັ້ງຈຸດກວດກາຕາມເສັ້ນທາງຂອງຂະແໜງ ການອື່ນທີ່ບໍ່ໄດ້ກໍານົດຢູ່ໃນຄໍາສັ່ງເລກທີ 12/ນຍ.

 

     ບັນຫາເຫຼົ່ານີ້, ໄດ້ກາຍເປັນສິ່ງອຸດຕັນ ແລະ ປະກົດການຫຍໍ້ທໍ້ໃຫ້ແກ່ການເຄື່ອນຍ້າຍສິນຄ້າພາຍໃນປະເທດ ຊຶ່ງໄດ້ສ້າງອຸປະສັກທາງດ້ານເວລາ ແລະ ຄ່າໃຊ້ຈ່າຍທາງການຄ້າທີ່ບໍ່ຈໍາເປັນ ຕໍ່ປະຊາຊົນ ກໍຄືພາກທຸລະກິດ ໃນເວລາການເຄື່ອນຍ້າຍສິນຄ້າ ເປັນຕົ້ນ ສິນຄ້າກະສິກໍາ, ສັດ ແລະ ຜະລິດຕະພັນສັດ, ເຄື່ອງປ່າຂອງດົງ, ຜະລິດຕະພັນໄມ້, ສິນຄ້າອຸປະໂພກ-ບໍລິໂພກ ແລະ ອື່ນໆ ລະຫວ່າງ ເມືອງ ຫາ ເມືອງ, ແຂວງ ຫາ ແຂວງ. ສະນັ້ນ, ກົມ ຂອ ຈຶ່ງໄດ້ຮ່າງແຈ້ງການຜັນຂະຫຍາຍ ໂດຍແນໃສ່ປັບປຸງສະເພາະວຽກງານການເຄື່ອນຍ້າຍສິນຄ້າພາຍໃນປະເທດ ຕາມຂໍ້ 3 ຂອງຄໍາສັ່ງເລກທີ 12/ນຍ ຊຶ່ງໃນກອງປະຊຸມສອງຄັ້ງທີ່ຜ່ານມາ ໄດ້ສຸມໃສ່ປຶກສາຫາລືສະເພາະວຽກງານດັ່ງກ່າວ ຊຶ່ງໂດຍພື້ນຖານທີ່ປະຊຸມ ແມ່ນເຫັນດີເປັນເອກະພາບແລ້ວ, ແຕ່ໄດ້ມອບໝາຍໃຫ້ກອງເລຂາ ກວດກາຄືນວິທີການອອກແຈ້ງການ ວ່າຈະກໍານົດເປັນລັກສະນະທິດຊີ້ນໍາ ໃຫ້     ແຕ່ລະກະຊວງໄປຜັນຂະຫຍາຍໃຜລາວ ຫຼື ຈະກໍານົດຢ່າງຊັດເຈນ ວ່າການອອກອະນຸຍາດເຄື່ອນຍ້າຍສິນຄ້າພາຍໃນປະເທດ ແລະ ການຕັ້ງຈຸດກວດກາຕາມເສັ້ນທາງ ຕ້ອງປະຕິບັດແບບໃດ.

 

     ນອກຈາກນັ້ນ, ທ່ານ ມົວວິໄຊ ປາລີ ໄດ້ອະທິບາຍເພີ່ມເຕີມເຖິງຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ວ່າ: “ອີງຕາມທິດຊີ້ນໍາ ຂອງທ່ານ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ ໃນເດືອນ ມີນາ 2021 ຊຶ່ງເຫັນດີໃຫ້ມີແຈ້ງການຜັນຂະຫຍາຍ 12/ນຍ ແລະ ໃຫ້ນໍາໃຊ້ 02 ທາງເລືອກ ຄວບຄູ່ກັນໄປ ຄື: 1) ການກໍານົດເນື້ອໃນລະອຽດຊັດເຈນ ເພື່ອໃຫ້ທຸກພາກສ່ວນ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມກັນປະຕິບັດແຈ້ງການສະບັບດັ່ງກ່າວ ແລະ 2) ກໍານົດທິດຊີ້ນໍາໃຫ້ແຕ່ລະກະຊວງໄປຜັນຂະຫຍາຍເປັນນິຕິກໍາລະອຽດ. ແຕ່ເນື່ອງຈາກບັນດາກະຊວງທີ່ກ່ຽວຂ້ອງ ມີນິຕິກໍາສະເພາະຂອງຕົນຢູ່ແລ້ວ, ຖ້າຈະກໍານົດເນື້ອໃນລະອຽດຊັດເຈນ ໃນຮ່າງແຈ້ງການ ຄືທາງເລືອກທີ 1 ອາດຈະເຮັດໃຫ້ຂະແໜງການທີ່ກ່ຽວຂ້ອງ ບໍ່ມີຄວາມພ້ອມໃນການປັບປຸງນິຕິກໍາຂອງຕົນທີ່ມີເນື້ອໃນບໍ່ສອດຄ່ອງ ແລະ ເກີດຄວາມຫຍຸ້ງຍາກສັບສົນໃນການຈັດຕັ້ງປະຕິບັດ ພາຍຫຼັງ. ສະນັ້ນ, ກອງເລຂາ ຈຶ່ງຮ່າງ ແຈ້ງການຜັນຂະຫຍາຍຄໍາສັ່ງເລກທີ 12/ນຍ ຕາມທາງເລືອກທີ 2 ຂຶ້ນ ກໍຄືຮ່າງສະບັບລ່າສຸດ ທີ່ກວມເອົາຫຼາຍໜ້າວຽກ ເພື່ອໃຫ້ບັນດາກະຊວງ ແລະ ກົມກອງທີ່ກ່ຽວຂ້ອງ ນໍາໄປຜັນຂະຫຍາຍ”

     ກອງປະຊຸມໃນຄັ້ງນີ້ ໂດຍລວມແມ່ນເຫັນດີເປັນເອກະພາບ ຕໍ່ຮ່າງແຈ້ງການດັ່ງກ່າວ, ແຕ່ມີບາງຄໍາເຫັນ ແມ່ນໃຫ້ຂໍ້ຄິດວ່າ ຄວນມີການສຶກສາຄົ້ນຄວ້າດ້ານລະບຽບການ ແລະ ທາງປະຕິບັດຕົວຈິງໃຫ້ເຂົ້າໃຈເລີກເຊິ່ງຕົ້ນເຫດ ຫຼື ກົກເງົ້າຂອງບັນຫາຢ່າງພາວະວິໃສ ເພື່ອວາງມາດຕະການແກ້ໄຂໃຫ້ຖືກຈຸດ ຖືກເປົ້າໝາຍ ຕາມວັດຖຸປະສົງຂອງວຽກງານອໍານວຍຄວາມສະດວກທາງດ້ານການຄ້າ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.