ອີງຕາມແຈ້ງການ ເລກທີ 605 ຂອງລັດຖະບານ ແຫ່ງ ປະເທດຈໍເຈຍ ໃນວັນທີ 29 ທັນວາ 2017 ວ່າດ້ວຍການອະນຸມັດຂໍ້ກຳນົດເຕັກນິກວິການກ່ຽວກັບ ອາຫານສັດທີ່ຜະລິດຈາກສັດ  ທີ່ບໍ່ມີຈຸດປະສົງເພື່ອໃຫ້ຄົນບໍລິໂພກ ແລະ ການເຫັນດີເປັນເອກະພາບຂອງສະມາຄົມຜູ້ປະກອບການທຸລະກິດດ້ານອາຫານສັດ ແມ່ນຕ້ອງມີໃບຢັ້ງຢືນດັ່ງລຸ່ມນີ້:

ພາບປະກອບ

 

1. ໃບຢັ້ງຢືນຄວາມປອດໄພ ສຳລັບປະເພດອາຫານກະປ໋ອງໃຫ້ສັດກີນ  ທີ່ມີຈຸດປະສົງເພື່ອສົ່ງຕໍ່ ຫຼື ສົ່ງຜ່ານແດນ (2) ປະເທດຈໍເຈຍ (ເອກະສານຊ້ອນທ້າຍ 10 ຂອງມະຕິ);

2. ໃບຢັ້ງຢືນຄວາມປອດໄພ ສຳລັບປະເພດອາຫານໃຫ້ສັດກີນທີ່ເປັນຫົວອາຫານ ທີ່ບໍ່ແມ່ນອາຫານກະປ໋ອງ ທີ່ມີຈຸດປະສົງເພື່ອສົ່ງຕໍ່ ຫຼື ສົ່ງຜ່ານ (2) ປະເທດຈໍເຈຍ (ເອກະສານຊ້ອນທ້າຍເລກທີ 11);

3. ໃບຢັ້ງຢືນຄວາມປອດໄພ ສຳລັບປະເພດອາຫານກີນຫຼີ້ນໃຫ້ສັດ ທີ່ມີຈຸດປະສົງເພື່ອສົ່ງຕໍ່ ຫຼື ສົ່ງຜ່ານ (2) ປະເທດຈໍເຈຍ (ເອກກະສານຊ້ອນທ້າຍເລກ 12);

4. ໃບຢັ້ງຢືນຄວາມປອດໄພ ສຳລັບປະເພດອາຫານທີ່ເປັນຊີ້ນສົດໃຫ້ສັັດກີນ ເພື່ອຈຸດປະສົງການຂາຍໂດຍກົງ ຫລືໃຊ້ເປັນຜະລິດຕະພັນທີ່ເຮັດມາຈາກສັດ ເພື່ອລ້ຽງສັດທີ່ມີຂົນ ໃນການສົ່ງຕໍ່ ຫຼື ສົ່ງຜ່ານ (2) ປະເທດຈໍເຈຍ (ເອກະສານຊ້ອນທ້າຍສະບັບເລກທີ 13).

 

ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງທ່ານຊາບ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອຮັບຊາບນໍາກັນ ແລະ ກະກຽມຈັດຕັ້ງປະຕິບັດຕາມຄໍາແນະນໍາໃນແຕ່ລະເອກະສານຊ້ອນທ້າຍນັ້ນດ້ວຍ. ເຊິ່ງການຈັດຕັ້ງປະຕິບັດ ຈະມີຜົນບັງຄັບໃຊ້ໃນວັນທີ 1 ຕຸລາ 2021 ເປັນຕົ້ນໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.