ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ     ເລກທີ 862/ຫສນຍ
ນະຄອນຫຼວງວຽງຈັນ, ວັນທີ 26 ກໍລະກົດ 2021

ແຈ້ງການ

ຮຽນ: -   ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທີ່ເຄົາລົບ;

  • ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທີ່ນັບຖື;
  • ທ່ານ ລັດຖະມົນຕີກະຊວງການເງິນ ທີ່ນັບຖື;
  • ທ່ານ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທີ່ນັບຖື;
  • ທ່ານ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ນັບຖື;
  • ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ເຈົ້າແຂວງທົ່ວປະເທດ ທີ່ນັບຖື;

ເລື່ອງ: ໂຈະຊົ່ວຄາວການຮັບເອກະສານສະເໜີໃໝ່ສຳລັບການສຳຫຼວດ, ຂຸດຄົ້ນ ແລະ ສົ່ງອອກ ແຮ່ເຫຼັກ ແບບທົດລອງ ເລີ່ມຕັ້ງແຕ່ວັນທີ 1 ສິງຫາ 2021.​

  • ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 93/ນຍ, ລົງວັນທີ 3 ມີນາ 2017;
  • ອີງຕາມ ຂໍ້ຕົກລົງວ່າດ້ວຍການກຳນົດເງື່ອນໄຂໃນການເຈລະຈາສັນຍາຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກ ໃນໄລຍະເຮັດການທົດລອງ ສະບັບເລກທີ 61/ນຍ, ລົງວັນທີ 21 ມິຖຸນາ 2021;
  • ອີງຕາມ ທິດຊີ້ນຳ ຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 11 ກໍລະກົດ 2021.
  • ອີງຕາມ ແຈ້ງການຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 27/ຫສນຍ, ລົງວັນທີ 19 ກໍລະກົດ 2021.
  • ອີງຕາມການຕົກລົງ ແລະ ຊີ້ນຳ ຂອງກອງປະຊຸມນາຍົກ-ຮອງນາຍົດລັດຖະມົນຕີ ໃນວັນທີ 20-21 ກໍລະກົດ 2021.

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນຳ ຂອງທ່ານ ນາຍົກລັດຖະມົນຕີ ມາຍັງທ່ານ ຊາບດັ່ງນີ້ີ້:​

  1. ໃຫ້ໂຈະຊົ່ວຄາວການຮັບເອກະສານສະເໜີຂໍລົງທຶນ ສຳຫຼວດ, ຂຸດຄົ້ນ ແລະ ສົ່ງອອກ ແຮ່ເຫຼັກ ແບບທົດລອງ ເລີ່ມແຕ່ວັນທີ 1 ສິງຫາ 2021 ເປັນຕົ້ນໄປ ເພື່ອກວດກາ ແລະ ປະເມີນການອະນຸຍາດຜ່ານມາ ໂດຍມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງສົມທົບພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດການປະເມີນຄືນດັ່ງກ່າວ. ບົນພື້ນຖານຜົນການປະເມີນ ເພື່ອສະເໜີກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ພິຈາລະນາ.
  2. ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຮີບຮ້ອນກວດກາ ແລະ ອອກແຜນທີ່ຂອບເຂດເນື້ອທີ່ ທີ່ຈະອະນຸມັດລວມທັງ ເນື້ອທີ່ ທີ່ຈະເຮັດການທົດລອງ ແລະ ເນື້ອທີ່ທີ່ຈະສຳປະທານແບບປົກກະຕິ ໃຫ້ຊັດເຈນ ຈາກນັ້ນ ສົ່ງໃຫ້ກະຊວງແຜນການ ແລະ ການລົງທຶນ ເພື່ອດຳເນີນການເຈລະຈາສັນຍາສຳປະທານ ສຳລັບໂຄງການໃນໄລຍະເຮັດທົດລອງ ໃຫ້ສຳເລັດ ຊ້າສຸດບໍ່ໃຫ້ກາຍວັນທີ 20 ສິງຫາ 2021.
  3. ໃຫ້ກະຊວການເງິນ ກຳນົດໂຄງສ້າງພັນທະຕ່າງໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍກ່ຽວຂ້ອງ ທີ່ນອນໃນ ພັນທະແບບມອບເໝົາ ແລະ ການແບ່ງລາຍຮັບ ໃນການສ້າງລາຍຮັບຈາກການພັດທະນາແຮ່ເຫຼັກ ໃຫ້ແກ່ທ້ອງຖິ່ນ ພ້ອມທັງແນະນຳພະແນກສາຍຕັ້ງຂອງຕົນ ຈັດຕັ້ງປະຕິບັດໃຫ້ເອກະພາບກັນໃນທົ່ວປະເທດ. ພ້ອມດຽວກັນນັ້ນ ໃຫ້ກະຊວງການເງິນ ເປັນໃຈກາງປະສານສົມທົບກັບທະນາຄານ ແຫ່ງ ສປປ ລາວ ຕົກລົງກ່ຽວກັບວິທີການຊຳລະພັນທະຕ່າງໆ ຈາກຜູ້ປະກອບການທຸລະກິດແຮ່ເຫຼັກ ໃຫ້ແກ່ພາກລັດ ໃຫ້ວ່ອງໄວ ທັງໃຫ້ຖືກຕ້ອງຕາມລະບຽບການ ຕ່າງໆ ທີ່ໄດ້ກຳນົດໄວ້.
  4. ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຊຸກຍູ້ໃຫ້ບັນດາບໍລິສັດ ທີ່ໄດ້ສຳເລັດການເຊັນສັນຍາພັດທະນາແຮ່ເຫຼັກ ໃຫ້ຮີບຮ້ອນສ້າງແຜນການຂຸດຄົ້ນ ຈາກນັ້ນ ສົ່ງໃຫ້ຂະແໜງການພະລັງງານ ແລະ ບໍ່ແຮ່ ຮັບຮອງໂດຍໄວ. ໃນແຜນການຂຸດຄົ້ນດັ່ງກ່າວ ຕ້ອງໄດ້ກຳນົດຄາດໝາຍດ້ານເວລາ, ເຕັກນິກການຂຸດຄົ້ນ ແລະ ບໍລິມາດຈະສົ່ງອອກໃນແຕ່ລະເດືອນ ລວມທັງການຈະນຳໃຊ້ລະບົບເສັ້ນທາງ ແລະ ດ່ານຊາຍແດນ ເພື່ອສົ່ງອອກ ໃຫ້ລະອຽດ ເພື່ອເປັນບ່ອນອີງ ໃຫ້ແກ່ຂະແໜງການກ່ຽວຂ້ອງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ຕິດຕາມກວຫກາການຈັດຕັ້ງປະຕິບັດຕົວຈິງ.
  5. ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບທ້ອງຖິ່ນກ່ຽວຂ້ອງ ຄຸ້ມຄອງການນຳໃຊ້ເສັ້ນທາງຕ່າງໆ ທີ່ພາະນະບັນທຸກແຮ່ເຫຼັກ ແລະ ແຮ່ອື່ນໆ ແລ່ນຜ່ານໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງກຳນົດ ເພື່ອບໍ່ໃຫ້ມີຜົນກະທົບຕາມມາ ຍ້ອນການຂົນສົ່ງແຮ່ຕ່າງໆດັ່ງກ່າວ.
  6. ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສືບຕໍ່ປະສານກັບກະຊວງພະລັງງານ ແລະ ບໍ່ແຮ່ ຄົ້ນຄວ້າຂັ້ນຕອນໃນການພິຈາລະນາ ໃນດ້ານສິ່ງແວດລ້ອມ ໃຫ້ສັ້ນລົງກວ່ານິຕິກຳຕ່າງໆ ທີ່ກຳນົດຜ່ານມາ ຢ່າງເໝາະສົມແຕ່ຕ້ອງຮັບປະກັນ ບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ (ທາງທໍາມະຊາດ ແລະ ສັງຄົມ).  
  7. ໃຫ້ອົງກອນປົກຄອງທ້ອງຖິ່ນຕ່າງໆ ສືບຕໍ່ປະຕິບັດຕາມພາລະບົດບາດຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ອົງການປົກຄອງທ້ອງຖິ່ນ ແລະ ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີີ 61/ນຍ ແລະ ທິດຊີນຳຂອງລັດຖະບານ ທີ່ໄດ້ລະບຸໃນແຈ້ງການສະບັບເລກທີ 778/ຫສນຍ, ລົງວັນທີ 8 ກໍລະກົດ 2021. ສິ່ງສຳຄັນການຢັ້ງຢືນເນື້ອທີ່ແຮ່ເຫຼັກ ໃນໃບສະະເໜີຂອງບໍລິສັດຕ່າງໆ ບໍ່ໃຫ້ມີີທັບຊ້ອນກັບເນື້ອທີ່ຂອງບໍລິສັດອື່ນ ທີ່ໄດ້ຮັບອະນຸຍາດຖືກຕ້ອງຜ່ານມາແລ້ວນັ້ນ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ລັດຖະມົນຕີ,
ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ຄໍາເຈນ ວົງໂພສີ

 

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ໂຈະຊົ່ວຄາວການຮັບເອກະສານສະເໜີໃໝ່ສໍາລັບການສໍາຫຼວດ, ຂຸດຄົ້ນ ແລະ ສົ່ງອອກ ແຮ່ເຫຼັກ ແບບທົດລອງ ເລີ່ມແຕ່ວັນທີ 1 ສິງຫາ 2021, ເລກທີ 862/ຫສນຍ, ລົງວັນທີ 26 ກໍລະກົດ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.