ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ນາຍົກລັດຖະມົນຕີ       ເລກທີ 61/ນຍ
ນະຄອນຫຼວງວຽງຈັນ, ວັນທີ 21 ມິຖຸນາ  2021

ຂໍ້ຕົກລົງ

ວ່າດ້ວຍການກຳນົດເງື່ອນໄຂໃນການເຈລະຈາສັນຍາຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກ ແຮ່ເຫຼັກ ໃນໄລຍະເຮັດທົດລອງ

  • ອີງຕາມ ກົດໝາຍວ່າດ້ວຍ ລັດຖະບານ ແຫ່ງ ສປປ ລາວ (ສະບັບປັບປຸງ) ສະບັບເລກທີ 04/ສພຊ, ລົງວັນທີ 8 ພະຈິກ 2016;
  • ອີງຕາມ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ-ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແລະ ທິດທາງແຜນການ 5 ປີ ຄັ້ງທີ IX (2021-2025) ສະບັບເລກທີ 20/ສພຊ, ລົງວັນທີ 26 ມີນາ 2021;
  • ອີງຕາມ ຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ IX ສະບັບເລກທີ 41/ນຍ, ລົງວັນທີ 30 ມັງກອນ 2021;
  • ເພື່ອຈັດຕັ້ງປະຕິບັດວ່າລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແຕ່ຫົວທີ;
  • ອີງຕາມ ຄວາມເປັນເອກະພາບໃນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 17-18 ມິຖຸນາ 2021.

ນາຍົກລັດຖະມົນຕີ ຕົກລົງ:

ມາດຕາ 1 ກໍານົດເງື່ອນໄຂໃນການເຈລະຈາສັນຍາຄຸດຄົ້ນ ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກ ໃນໄລຍະເຮັດການທົດລອງ ຄືດັ່ງນີ້:

  1. ເນື້ອທີ່ສຳປະທານ:
  • ເນື່່ອທີ່ສຳລັບການຂຸດຄົ້ນ ແລະ ສົ່ງອອກແຮ່ດີບ ແມ່ນບໍ່ໃຫ້ເກີດ 5 ກິໂລຕາແມັດ;
    • ເນື້ອທີ່ສຳລັບການສຳຫຼວດ, ຂຸດຄົ້ນ ເພື່ອເປັນວັດຖຸດິບ ປ້ອນໂຮງງານປຸງແຕ່ງແຮ່ເຫຼັກສຳເລັດຮູບຢູ່ພາຍໃນ ແມ່ນເກີນ 5 ກິໂລຕາແມັດ ໂດຍອີງໃສ່ກຳລັງການຜະລິດຕົວຈິງ ຂອງໂຮງງານ;
    • ພັນທະດ້ານສິ່ງແວດລ້ອມ: ພາຍຫຼັງເຊັນສັນຍາເຮັດການທົດລອງ, ບໍລິສັດຕ້ອງປະຕິບັດມາດຕະການດ້ານສິ່ງແວດລ້ອມ ແລະ ສັງຄົມໄປຄຽງຄູ່ກັບການສຳຫລວດ, ຂຸດຄົ້ນ ແລະ ປຸງແຕ່ງ, ລວມທັງການປິດບໍ່ໂຄງການ ຕາມລະບຽບການສະເພາະ ຂອງກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຕ່ໃຫ້ຕັດຂັ້ນຕອນທີ່ບໍ່ຈຳເປັນອອກ ສິ່ງສຳຄັນ ບໍ່ໃຫ້ມີຜົົນກະທົບທາງດ້ານສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ໂດຍໃຫ້ລົງເລິກລະບຽບການບຳບັດສິ່ງເສດເຫຼືອຂອງແຮ່ ກໍຄືການນຳໃຊ້ສານເຄມີຕ່າງໆ ແລະ ອື່ນໆ.
    • ກ່ຽວກັບວຽກງານການເງິນ:
    • ການມອບພັນທະໃຫ້ລັດແບບມອບເໝົາໃຫ້ລັດລວມມີ: ຄ່າຊັບພະຍາກອນແຮ່ທາດ, ຄ່າສຳປະທານ, ອາກອນກຳໄລ, ອາກອນຂຸດຄົ້ນ, ອາກອນມູນຄ່າເພີ່ມ (ຂອດຂາຍພາຍໃນ), ອາກອນສົ່ງອອກ, ບັນດາພັນທະກອງທຶນຕ່າງໆ. ສ່ວນພັນທະອື່ນໆ ຕ້ອງປະຕິບັດຕາມກົດໝາຍ.
    • ລາຄາມອບເໝົາຕ່ຳສຸດ:
      •   ສໍາລັບແຮ່ທາດຄຸນນະພາບຄວາມເຂັ້ມຂຸ້ມເທົ່າກັບ 61,9% ລົງມາ: 30 ໂດລາສະຫະລັດ/ໂຕນ;
      •   ສໍາລັບແຮ່ທາດຄຸນນະພາບຄວາມເຂັ້ມຂຸ້ມເທົ່າກັບ 62% ຂື້ນໄປ ແລະ ລາຄາຊື້-ຂາຍ ຕະຫຼາດໂລກ 200 ໂດລາສະຫະລັດ/ໂຕນ ຂື້ນໄປແມ່ນຈະໃຫ້ຈ່າຍເພີ່ມອີກ 10 ໂດລາ/ໂຕນ. ກໍລະນີແຮ່ທາດໃນຕະຫຼາດໂລກ ຫາກຫຼຸດລົງຕ່ຳຫວ່າ 200 ໂດລາສະຫະລັດ/ໂຕນ ແມ່ນໃຫ້ບໍລິສັດຈ່າຍໃນລາຄາ 30 ໂດລາສະຫະລັດ/ໂຕນ.
  • ມູນຄ່າມອບເງິນພັນທະລ່ວງໜ້າ:
    •   ສໍາລັບຜູ້ທີ່ຂຸດຄົ້ນ ເພື່ອສົ່ງອອກ ແມ່ນໃຫ້ຈ່າຍລ່ວງໜ້າກ່ອນ ສີ່ແສນໂດລາ/ກິໂລຕາແມັດ. ຜູ້ທີ່ສຳປະທານເນື້ອທີ່ບໍ່ຮອດ 1 ກິໂລຕາແມັດ ແມ່ນໃຫ້ຈ່າຍກ່ອນລ່ວງໜ້າ 1 ລ້ານໂດລາສະຫະລັດ;
    •   ສໍາລັບຜູ້ທີ່ຂຸດຄົ້ນ ເພື່ອເປັນວັດຖຸດິບປ້ອນໂຮງງານປຸງແຕ່ງຂອງຕົນພາຍໃນ ແມ່ນໃຫ້ຈ່າຍກ່ອນລ່ວງໜ້າ ໜຶ່ງແສນໂດລາສະຫະລັດ/ກິໂລຕາແມັດ;

+ ເງິນມອບພັນທະລ່ວງໜ້າດັ່ງກ່າວນີ້ ແມ່ນເປັນທັງເງິນຄໍ້າປະກັບໂຄງການເລີຍ ໝາຍວ່າ ກໍລະນີບໍລິສັດປະຕິບັດບໍ່ໄດ້ຕາມສັນຍາ ຈຳນວນເງິນດັ່ງກ່າວ ກໍເປັນຂອງລັດຖະບານ ໂດຍບໍ່ມີເງື່ອນໄຂໃດໆ. ຖ້າບໍລິສັດສາມາດປະຕິບັດໄດ້ຕາມສັນຍາ ແມ່ນອະນຸຍາດໃຫ້ຫັກເງິນດັ່ງກ່າວໃນປີທີ 3.

  • ການກຳນົດເວລາມອບເງິນພັນທະລ່ວງໜ້າ: ຜູ້ລົງທຶນຕ້ອງໄດ້ຈ່າຍເງິນດັ່ງກ່າວກ່ອນ ຈຶ່ງສາມາດເຊັນສັນຍາເຮັດທົດລອງກັບລັດຖະບານໄດ້.
  • ກຳນົດເວລາຫັກລົບເງິນລ່ວງໜ້າ: ກໍລະນີບໍລິສັດສາມາດດຳເນີນໄປຕາມສັນຍາກຳນົດ ແມ່ນໃຫ້ຫັກລົບເງິນລ່ວງໜ້າດັ່ງກ່າວໃນປີທີ 3, ກໍລະນິແຮ່ທາດຈະຂຸດຄົ້ນໝົດພາຍໃນ 2 ປີ ກໍສາມາດຫັກລົບໃນປີທີ 2 ໄດ້ ໂດຍໃຫ້ມີການໄລ່ລຽງລະອຽດຄືນ.
  • ກາານຊຳລະສະສາງ: ທຸກການເຄື່ອນໄຫວທາງດ້ານການເງິນ ແລະ ການຊຳລະສະສາງໃນການຊື້-ຂາຍແຮ່ ແມ່ນຕ້ອງຜ່ານລະບົບທະນາຄານ ທີ່ຕັ້ງຢູ່ ສປປ ລາວ ໂດຍຕ້ອງແຈ້ງໃບບິນໃນການຊື້-ຂາຍ ແລະ ເອກະສານທີ່ກ່ຽວຂ້ອງໃຫ້ທະນາຄານ, ກໍລະນີ ບໍລິສັດໃດ ບໍ່ຜ່ານລະບົບທະນາຄານແມ່ນຈະບໍ່ອະນຸຍາດ ໃຫ້ລົງບັນຊີລາຍຈ່າຍ ຂອງບໍລິສັດ.

 

  1. ການກວດກາ ແລະ ຕິດຕາມການກຳນົດຄຸນນະພາບຂອງແຮ່ເຫຼັກ: ກ່ອນຈະສົ່ງອອກແຮ່ທາດ ຜູ້ລົງທຶນຕ້ອງປະຕິບັດຂັ້ນຕອນການກວດຄຸນນະພາບແຮ່ທາດ ຕາມລະບຽບການທີ່ກະຊວງພະລັງງານ ແລະ ບໍ່ແຮ່ ວາງອອກຢ່າງເຂັ້ມງວດ. ການກວດຄຸນນະພາບແຮ່ທາດ ຕ້ອງໃຫ້ນຳໃຊ້ຫ້ອງທົດລອງວິໄຈທີ່ໄດ້ມາດຕະຖານສາກົນ, ຄຽງຄູ່ກັນນັ້ນ ກໍຕ້ອງຕິດຕາມຄຸນນະພາບແຮ່ທາດ ດ້ວຍການກວດເບິ່ງລາຄາແຮ່ທາດ ທີ່ກຳນົດໃນໃບສັນຍາຊື້-ຂາຍ ລະຫວ່າງຜູ້ລົງທຶນ ກັບ ຜູ້ຊື້;
  2. ການກຳນົດດ່ານເພື່ອສົ່ງອອກ ແລະ ການຕິດຕັ້ງຊິງຊັ່ງ:
  • ການສົ່ງອອກແຮ່ທາດແຕ່ລະຄັ້ງ ຕ້ອງນຳໃຊ້ດ່ານສາກົນເທົ່ານັ້ນ, ໃນກໍລະນີ ທ້ອງຖິ່ນໃດ ມີຄວາມຈຳເປັນຕ້ອງນຳໃຊ້ດ່ານທ້ອງຖິ່ນ ແມ່ນຕ້ອງໄດ້ຮັບອະນຸດຍາດ ຈາກລັດຖະບານ;
  • ການຕິດຕັ້ງຊິງຊັ່ງນ້ຳໜັກຢູ່ດ່ານທີ່ຈະສົ່ງອອກ ແມ່ນລັດຖະບານ ອະນຸມັດໃຫ້ຜູ້ປະກອບການທີ່ມີຄວາມພ້ອມທາງດ້ານເຕັກນິກ ແລະ ວິຊາການ ເປັນຜູ້ດຳເນີນການໃນຮູບແບບບໍລິການເອງ ພາຍໃຕ້ການຄຸ້ມຄອງ ຂອງລັດຖະບານ ຕາມກົດໝາຍ ແລະ ລະບຽບຫຼັກການ.
    1. ເສັ້ນທາງໃນການຂົນສົ່ງ ແລະ ການນຳໃຊ້ພາຫະນະຂົນສົ່ງ:
  • ເສັ້ນທາງຂົນສົ່ງ ແມ່ນຕ້ອງນຳໃຊ້ເສັ້ນທາງທີ່ລັດຖະບານກຳນົດເທົ່ານັ້ນ, ນ້ຳໜັກການຂົນສົ່ງ ແມ່ນອີງໃສ່ລະບຽບການຂົນສົ່ງ ແລະ ການຄຸ້ມຄອງ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ.
  • ພາຫະນະຂົນສົ່ງແຮ່ ແມ່ນນຳໃຊ້ພາຫະນະຂອງບໍລິສັດພາຍໃນປະເທດເປັນບຸລິມະສິດ ແລະ ໄດ້ຮັບອະນຸຍາດຈາກປະເທດປາຍທາງບົນພື້ນຖານການເຈລະຈາຕົກລົງ ຂອງກະຊວງກ່ຽວຂ້ອງ ສອງຝ່າຍ;
    1. ການຄັດເລືອກຜູ້ລົງທຶນ:
  • ກໍລະນີໃນຂອບເຂດເນື້ອທີ່ໃດໜຶ່ງ ຫາກມີຜູ້ລົງທຶນຜູ້ດຽວສະເໜີມາ ຖ້າຜູ້ລົງທຶນດັ່ງກ່າວ ສາມາດຮັບເອົາເງື່ອນໄຂທີ່ກຳນົດໃນຂໍ້ຕົກລົງສະບັບນີ້ທັງໝົດ ແມ່ນໃຫ້ສະເໜີທ່ານ ນາຍົກລັດຖະມົນຕີ ເພື່ອຂໍມອບສິດໃນການເຊັນສັນຍາເລີຍ.
  • ກໍລະນີເຂດໃດ ຫາກມີຫຼາຍບໍລິສັດສະເໜີ ລວມທັງບໍລິສັດທີ່ໄດ້ສະເໜີຫາລັດຖະບານ ໂດຍກົງທີ່ມີແຈ້ງການໃຫ້ກະຊວງແຜນການ ແລະ ການລົງທຶນ ເຊີນມາເຈລະຈາແລ້ວນັ້ນ ຫຼື ບໍລິສັດທີ່ຈະສະເໜີມາໃໝ່ໃນຕໍ່ໜ້າ ຫ້ອງວ່າການສຳນັັກງານນາຍົກລັດຖະມົນຕີ ຕ້ອງໄດ້ສືບຕໍ່ຜັນຂະຫຍາຍ ອອກເປັນແຈ້ງການໃຫ້ກະຊວງແຜນການ ແລະ ການລົງທຶນ ເຊີນເອົາບັນດາບໍລິສັດເຫຼົ່ານັ້ນມາທາບທາມ, ຖ້າບໍລິສັດໃດ ຍິນດີມອບພັນທະໃຫ້ລັດຖະບານຫຼາຍກວ່າ ແມ່ນໃຫ້ເລືອກເອົາບໍລິສັດນັ້ນ;
  • ສຳລັບພື້ນທີ່ໃດ ທີ່ກະຊວງປ້ອງກັນປະເທດ ໄດ້ເຊັນສັນຍາຮ່ວມມືກັບບັນດາຜູ້ລົງທຶນກ່ອນແຈ້ງການ ສະບັບເລກທີ 530/ຫສນຍ, ລົງວັນທີ 20 ພຶດສະພາ 2021 ແມ່ນເຫັນດີໃຫ້ບູລິມະສິດບໍລິສັດດັ່ງກ່າວກ່ອນ ໂດຍໃຫ້ປະຕິບັດຕາມເງື່ອນໄຂທີ່ໄດ້ກຳນົດໃນຂໍ້ຕົກລົງສະບັບນີ້.
    1. ການເຮັດບົດວິພາກເສດຖະກິດ-ເຕັກນິກ: ຜູ້ລົງທຶນຕ້ອງໄດ້ສ້າງແຜນການຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກໄປພ້ອມໆກັນ ກຳນົດໜ້າວຽກ ແລະ ເວລາສີ້ນສຸດໃນການຈັດຕັ້ງປະຕິບັດໂຄງການໃຫ້ລະອຽດ ແລະ ຊັດເຈນ ເພື່ອເປັນບ່ອນອີງໃນການຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ໂດຍບໍ່ຈຳເປັນເຮັດບົດວິພາກເສດຖະກິດ-ເຕັກນິກທີ່ລະອຽດຄືດັ່ງທີ່ເຄີຍປະຕິບັດຜ່ານມາ.
    2. ໄລຍະທົດລອງ:
  • ສຳລັບການຂຸດຄົ້ນ ເພື່ອສົ່ງອອກແຮ່ດິບ ແມ່ນບໍ່ໃຫ້ເກີນ 3 ປີ ນັບແຕ່ມື້ເຊັນສັນຍາ, ຫຼັງຈາກຄົບ 3 ປີ ໃຫ້ປະເມີນຄືຜົນການປະຕິບັດຕົວຈິງ, ແລ້ວລາຍງານລັດຖະບານ ເພື່ອພິຈາລະນາຕໍ່ຕາມຄວາມເໝາະສົມ.
  • ສ່ວນການຂຸດຄົ້ນ ເພື່ອເປັນວັດຖຸດິບປ້ອນໂຮງງານປຸງແຕ່ງເຫຼັກສຳເລັດຮູບ ແມ່ນອີງໃສ່ປະລິມານແຮ່ທາດຕົວຈິງ ແລະ ກຳລັງການຜະລິດຕົວຈິງຂອງໂຮງງານ.
    1. ແບບແຜນວິທີເຮັດວຽກ:
  • ຜູ້ລົງທຶນ: ພາຍຫຼັງເຊັນສັນຍາແລ້ວ, ຕ້ອງສ້າງແຜນດຳເນີນງານ ຂອງຕົນໃຫ້ລະອຽດທີ່ພົວພັນເຖິງແຜນວຽກ, ແຜນເງິນ ແລະ ແຜນຄົນ ເພື່ອນຳສະເໜີຂະແໜງການທີ່ກ່ຽວຂ້ອງ ພິຈາລະນາ.
  • ບັນດາຂະແໜງການ: ໃຫ້ບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ປະຕິບັດຕາມພາລະບົດບາດອັນເປັນພື້ນຖານຂອງຕົນ.
    1. ການແກ້ໄຂຂໍ້ບົກຜ່ອງ: ໃນກໍລະນີມີການລະເມີດຂໍ້ກຳນົດໃດໜຶ່ງໃນສັນຍາ ແມ່ນຈະຖືກແຈ້ງເຕືອນສູງສຸດ 2 ຄັ້ງເພື່ອໃຫ້ດຳເນີນການແກ້ໄຂ ພາຍໃນກຳນົດເວລາ 5 ວັນລັດຖະການ, ຖ້າບໍ່ສາມາດແກ້ໄຂໄດ້ ລັດຖະບານ ສະຫງວນສິດໃນການເອົາໂຄງການຄືນໂດຍບໍ່ມີເງື່ອນໄຂ.
    2. ກົດໝາຍ: ນຳໃຊ້ກົດໝາຍ ສປປ ລາວ.
    3. ພາສາ: ພາສາລາວເປັນຫຼັກ.
    4. ຂໍ້ຫ້າມ: ຫ້າມຊື້-ຂາຍ ຫຼື ໂອນໂຄງການ, ຖ້າບໍ່ໄດ້ຮັບການເຫັນດີອະນຸມັດ ຈາກລັດຖະບານ.

ມາດຕາ 2 ການຈັດຕັ້ງປະຕິບັດ:

2.1 ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງສົມທົບກັບກະຊວງ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເຈລະຈາສັນຍາກັບຜູ້ລົງທຶນຕາມເງື່ອນໄຂທີ່ກຳນົດໃນຂໍ້ຕົກລົງສະບັບນີ້ ໂດຍແຍກເປັນ 2 ສັນຍາຄື:

  • ສັນຍາສຳປະທານວ່າດ້ວຍການຂຸດຄົ້ນ ແລະ ສົ່ງອອກ ກໍຄືສັນຍາວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງ ແມ່ນມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ຕາງໜ້າລັດຖະບານໃນການເຊັນສັນຍາ ດັ່ງກ່າວ, ທັງເປັນໃຈກາງສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດສັນຍາສຳປະທານຢ່າງໃກ້ຊິດ.
  • ສັນຍາວ່າດ້ວຍການມອບພັນທະແບບມອບເໝົາ ແມ່ນມອບໃຫ້ກະຊວງການເງິນ ເປັນຜູ້ຕາງໜ້າລັດຖະບານ ໃນການເຊັນສັນຍາດັ່ງກ່າວ, ທັງເປັນເຈົ້າການໃນການສົມທົບກັບກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕິດຕາມການເກັບລາຍຮັບຕາມສັນຍາທີ່ໄດ້ເຊັັນຮ່ວມກັນ.

2.2 ມອບໃຫ້ບັນດາຂະແໜງການສາຍຕັ້ງ ແລະ ອົງການປົກຄອງທ້ອງຖິ່ນ ບ່ອນຈັດຕັ້ງປະຕິບັດໂຄງການຕົວຈິງ ຮັບຜິດຊອບຕິດຕາມ, ກວດກາ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດໂຄງການຕົວຈິງ ຂອງຜູ້ລົງທຶນ ຕາມກຳນົດໄວ້ໃນສັນຍາ, ກົດໝາຍ ແລະ ລະບຽບການກ່ຽວຂ້ອງ ຢ່າງເຂັ້ມງວດ.

2.3 ມອບໃຫ້ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລົງເລິກຊີ້ນຳບັນດາຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດການເຮັດທົດລອງໃນຄັ້ງນີ້. ພ້ອມທັງແຕ່ງຕັ້ງຄະນະວິຊາການທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດວຽກງານຕົວຈິງຕາມຄວາມເໝາະສົມ.

2.4 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ, ລວມທັງບໍລິສັດທີ່ມີຄວາມສົນໃຈລົງທຶນພັດທະນາແຮ່ເຫຼັກໃນໄລຍະທົດລອງ ຢູ່ ສປປ ລາວ ຈົ່ງຮັບຮູ້ ແລະ ປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ ແລະ ໃຫ້ໄດ້ຮັບຜົນເປັນຢ່າງດີ.

ມາດຕາ 3 ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ນາຍົກລັດຖະມົນ

ພັນຄໍາ ວິພາວັນ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.