ມູນ​ຄ່າ​ການ​ນຳເຂົ້າ ແລະ ສົ່ງອອກ ຂອງ ສ​ປ​ປ ລາວ ໃນ 6 ເດືອນຕົ້ນປີ 2021 ບັນ​ລຸ​ໄດ້​ທັງ​ໝົດປະ​ມານ 6.784 ລ້ານ​ໂດ​ລາສະຫະລັດ (ລວມ​​ທັງ​ຕົວ​ເລກ​ການນໍາ​ເຂົ້າ ແລະ ສົ່ງ​ອອກ ໄຟ​ຟ້າ)  ເທົ່າກັບ 52,3% ຂອງ​ແຜນ​ການ​ປີ 2021 ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ ​ປີ ​2020 ແມ່ນເພີ່ມຂຶ້ນ 27,2%; ເຊິ່ງໃນ​ນີ້, ​ມູນ​ຄ່າການ​ສົ່ງ​ອອກ​ບັນ​ລຸໄດ້ປະ​ມານ 3.760 ລ້ານ​ໂດ​ລາສະຫະລັດ, ເພີ່ມ​ຂຶ້ນ 33,4% ແລະ ປະ​ຕິ​ບັດ​ໄດ້ 57,1% ​ຂອງ​ແຜນ​ການ​ປີ 2021, ສ່ວນມູນ​ຄ່າການ​ນຳ​ເຂົ້າບັນ​ລຸໄດ້ 3.025 ລ້ານ​ໂດ​ລາສະຫະລັດ, ເພີ່ມ​ຂຶ້​ນ 20,2% ແລະ ​ປະ​ຕິ​ບັດ​​ໄດ້ 47,4% ຂອງ​ແຜນ​ການ​ປີ 2021 ຈາກຕົວເລກດັ່ງກ່າວແມ່ນເຫັນວ່າມູນຄ່າການຄ້າ 6 ເດືອນຕົ້ນປີ ເກີນດູນ 735 ລ້ານໂດລາສະຫະລັດ; ຢ່າງ​ໃດ​ກໍ່​ຕາມ, ຖ້າ​ຫາກບໍ່​ລວມ​ຕົວ​ເລກ​ນຳ​ເຂົ້າ ແລະ ສົ່ງ​ອອກ​ໄຟ​ຟ້າ​ແມ່ນ​ຍັງຈະຂາດ​ດຸນ ປະມານ 85 ລ້ານ​ໂດ​ລາສະຫະລັດ. 

ຕົວເລກສົມທຽບມູນຄ່າການສົ່ງອອກ ຂອງ ສປປ ລາວ ໃນໄລຍະ 6 ເດືອນຕົ້ນປີ 2020 ແລະ 2021.

 

​ຕົວ​ເລກ​ຂ້າງ​ເທິງນັ້ນ ເຫັນ​ວ່າ ສິນ​ຄ້າ​ສົ່ງ​ອອກ​ຕົ້ນ​ຕໍຂອງ ສ​ປ​ປ ລາວ ແມ່ນ ໄຟຟ້າ, ຄຳ, ມັນ​ຕົ້ນ, ແຮ່​ທ​ອງ, ເຈ້ຍ, ໝາກກ້ວຍ ແລະ ເຄື່ອງນຸ່ງຫົ່ມ. ສ່ວນສິນຄ້ານຳເຂົ້າສ່ວນໃຫຍ່ແມ່ນ ນໍ້າມັນ​ເຊື້ອ​ໄຟ, ພາຫະນະ ແລະ ຊິ້ນສ່ວນອາໄຫຼ່, ອຸປະກອນ​ກົນ​ຈັກ, ອຸປະກອນ​ກໍ່ສ້າງ ແລະ ເຄື່ອງໃຊ້ໄຟຟ້າ. ນອກຈາກນັ້ນ, ໃນໄລຍະ 6 ເດືອນຕົ້ນປີນີ້ ແມ່ນມີສິນຄ້າບາງປະເພດມີການຜະລິດ ແລະ ສົ່ງອອກຫລາຍ ເຊັ່ນ: ຄຳ ເພີ່ມຂຶ້ນຫຼາຍກວ່າ 4 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ເຄື່ອງໄຟຟ້າ ເພີ່ມຂຶ້ນ 50.8% ມັນຕົ້ນ 31%, ໝາກກ້ວຍ  26% ແລະ ຢາງພາລາ ເພີ່ມຂຶ້ນ 103% ເປັນຕົ້ນ.

 

5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີມູນຄ່າປະມານ: ໄທ 1.331 ລ້ານໂດລາສະຫະລັດ, ຈີນ ມີມູນຄ່າປະທານ1.314, ຫວຽດນາມ 734 ລ້ານໂດລາສະຫະລັດ, ຍີ່ປຸ່ນ 43 ລ້ານໂດລາສະຫະລັດ ແລະ ເຢຍລະມັນ 39 ລ້ານໂດລາສະຫະລັດ.

5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ມີມູນຄ່າປະມານປະມານ: ໄທ 1.480 ລ້ານໂດລາສະຫະລັດ, ຈີນ 660 ລ້ານໂດລາສະຫະລັດ, ຫວຽດນາມ 255 ລ້ານໂດລາສະຫະລັດ, ຢີ່ປຸ່ນ 87 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ 127 ລ້ານໂດລາສະຫະລັດ.

 

ໝາຍເຫດ: ສະ​ຖິ​ຕິ​ຂ້າງ​ເທິງ​ແມ່ນສັງ​ລວມມາ​ຈາກ​ຂໍ້​ມູນ​ດິບ ຈາກ​​​ກົມພາ​ສີ​ ​ ​ເດືອນ 01-06/2021, ​​ສ່ວນຕົວ​ເລກ​ນຳ​ເຂົ້າ ແລະ ສົ່ງ​ອອກໄຟ​ຟ້າ​ ແມ່ນ​ສັງ​ລວມ​ຈາກ​ບົດ​ສະ​ຫຼຸບ 06 ເດືອນ ຂອງ​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່​ ສະ​ບັບ​ເລກ​ທີ 699/ພບ, ລົງ​ວັ​ນ​ທີ 18 ມິ​ຖຸ​ນາ 2021.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.