ໃນຕອນເຊົ້າ ວັນທີ 30 ກໍລະກົດ 2021 ທີ່ຜ່ານມານີ້, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍ ແລະ ການຄ້າ ໃນນາມເປັນ ກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ ໄດ້ຈັດກອງປະຊຸມປຶກສາຫາລືຜ່ານ “(ຮ່າງ) ບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງ ແລະ ກົນໄກປະສານງານ ເພື່ອອໍານວຍຄວາມສະດວກໃຫ້ແກ່ ການນໍາເຂົ້າ-ສົ່ງອອກ ສິນຄ້າ ຢູ່ ດ່ານສາກົນ” ທີ່ຫ້ອງປະຊຸມຊັ້ນ 3 ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍການເປັນປະທານຂອງ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຄື: ກົມພາສີ, ກົມອາຫານ ແລະ ຢາ, ກົມປູກຝັງ ແລະ ກົມລ້ຽງສັດ ແລະ ການປະມົງ.

     ທ່ານ ມົວວິໄຊ ປາລີກ່າວວ່າ: ກອງປະຊຸມຄັ້ງທີ 01 ຜ່ານມາ ຍັງມີບາງຈຸດແມ່ນບໍ່ທັນມີຄວາມເຂົ້າໃຈເປັນເອກະພາບກັນເທື່ອ ໂດຍສະເພາະຫຼັກການການກວດກາສິນຄ້າ, ເຄື່ອງຂອງ ທີ່ມີຄວາມສ່ຽງ ລະດັບຕໍ່າ, ກາງ ແລະ ສູງ. ສະນັ້ນ, ກອງປະຊຸມໃນມື້ນີ້ ຫວັງວ່າ ແຕ່ລະຂະແໜງການໄດ້ນໍາເອົາບັນຫາດັ່ງກ່າວ ໄປປຶກສາຫາລືເຫັນດີເປັນເອກະພາບພາຍໃນຂະແໜງການຕົນແລ້ວ. ທ່ານ ຍັງເວົ້າຕື່ມວ່າ ໃນວັນທີ 08 ກໍລະກົດ 2021 ວ່າງໝໍ່ໆມານີ້, ຄະນະວິຊາການກົມການນໍາເຂົ້າ ແລະ ສົ່ງອອກພວກເຮົາ ໄດ້ສົມທົບກັບຂະແໜງການກ່ຽວຂ້ອງ ລົງເຮັດວຽກ ແລະ ປຶກສາຫາລື ກັບ ໜ່ວຍງານທີ່ກ່ຽວຂ້ອງ (ພາສີ, ກັກກັນພືດ, ກັກກັນສັດ, ອາຫານ ແລະ ຢາ) ທີ່ປະຈໍາຢູ່ດ່ານສາກົນຂົວມິດຕະພາບ 1 ເພື່ອເກັບກໍາຂໍ້ມູນສະພາບການຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງຕົວຈິງ ສັງເກດເຫັນວ່າ: ບັນດາໜ່ວຍງານປະຈໍາດ່ານ ແມ່ນມີຄວາມເຂົ້າໃຈເປັນເອກະພາບກັນແລ້ວວ່າ: ສິນຄ້າ, ເຄື່ອງຂອງ ທີ່ເປັນໝວດ ຄວາມສ່ຽງລະດັບຕໍ່າ (ຊ່ອງສີຂຽວ) ແມ່ນຈະບໍ່ໄດ້ຖືກກວດກາຕົວຈິງ, ແຕ່ຂະແໜງການທີ່ກ່ຽວຂ້ອງ ສະເໜີໃຫ້ມີການແຈ້ງເຕືອນຈາກລະບົບ ASYCUDA ເພື່ອເປັນຂໍ້ມູນໃນການຕິດຕາມ. ສ່ວນໝວດ ທີ່ມີຄວາມສ່ຽງລະດັບກາງ (ຊ່ອງສີເຫຼືອງ) ຕ້ອງໄດ້ຮັບການກວດກາທາງດ້ານເອກະສານ ແລະ ຖືກຮັບຮອງຜົນການກວດກາ ຈາກໜ່ວຍງານພາສີ ແລະ ໜ່ວຍງານທີ່ກ່ຽວຂ້ອງ ຜ່ານລະບົບ ASYCUDA ແລະ ໝວດ ທີ່ມີຄວາມສ່ຽງລະດັບສູງ (ຊ່ອງສີແດງ) ຕ້ອງໄດ້ຮັບການກວດກາທາງດ້ານເອກະສານ ແລະ ກວດກາສິນຄ້າ, ເຄື່ອງຂອງ ຕົວຈິງຮ່ວມກັນ ແລະ ຖືກຮັບຮອງຜົນການກວດກາ ຈາກໜ່ວຍງານພາສີ ແລະ ໜ່ວຍງານທີ່ກ່ຽວຂ້ອງ ຜ່ານລະບົບ ASYCUDA. ເຖິງຢ່າງໄດກໍ່ຕາມ, ຍັງມີສິ່ງທ້າທາຍໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ຂອງເຈົ້າໜ້າທີ່ກ່ຽວຂ້ອງປະຈໍາດ່ານສາກົນຂົວມິດຕະພາບ 1 ເປັນຕົ້ນແມ່ນ ອາຄານສະຖານທີ່ ແລະ ບຸກຄະລາກອນ ເພື່ອກວດກາ   ສິນຄ້າ, ເຄື່ອງຂອງ ຮ່ວມກັນ ທີ່ຍັງມີລັກສະນະຈໍາກັດຢູ່.

         

     ຜ່ານການປຶກສາຫາລືຢ່າງກົງໄປກົງມາຂອງແຕ່ລະຂະແໜງການ ໂດຍພື້ນຖານແມ່ນເຫັນດີເປັນເອກະພາບກັນ ຕາມເນື້ອໃນຂອງຮ່າງບົດບັນທຶກ ແລະ ມີການສະເໜີເພີ່ມເຕີມບາງຈຸດ ເຮັດໃຫ້ເນື້ອໃນສົມບຸນຂື້ນກວ່າເກົ່າ ເຊິ່ງໃນຕອນທ້າຍຂອງປະຊຸມ ທ່ານປະທານ ໄດ້ສະຫຼຸບເອກະພາບກັນວ່າ: ພາຍຫຼັງກອງເລຂາປັບປຸງບາງເນື້ອໃນຂອງຮ່າງບົດບັນທຶກຕາມການສະເໜີຂອງຜູ້ເຂົ້າຮ່ວມກອງປະຊຸມ ແມ່ນຈະໃຫ້ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຢືນຢັນຄວາມຖືກຕ້ອງດ້ານເນື້ອໃນຢ່າງເປັນທາງການ ແລະ ຈະເຮັດໜັງສືສົ່ງເຖິງ ກົມພາສີ ເພື່ອນັດໝາຍຂະແໜງການກ່ຽວຂ້ອງລົງລາຍເຊັນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຕົວຈິງ.

# ຫົວຂໍ້ ດາວໂຫຼດ
1 Five Ministries joint discussions to draft a MOU on Risk Management and Coordination Mechanisms JPG
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.