ອີງຕາມ ຄໍາແນະນໍາ ກ່ຽວກັບ ການຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ, ເລກທີ 0588/ອຄ.ກຂອ, ລົງວັນທີ 12 ກໍລະກົດ 2021 ກ່ຽວກັບການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ແມ່ນ ການຢັ້ງຢືນວ່າສິນຄ້ານັ້ນໄດ້ກຳເນີດຂຶ້ນ ຫຼື ຜ່ານຂະບວນການຜະລິດຢູ່ ສປປ ລາວ ເພື່ອຈຸດປະສົງໃນການຂໍສິດທິພິເສດຕາມເງື່ອນໄຂຂອງລະບຽບແຫຼ່ງກຳເນີດສິນຄ້າຂອງປະເທດຜູ້ໃຫ້ສິດທິພິເສດ. ​ໃນ​ກໍລະນີປະເທດຜູ້ນຳເຂົ້າທີ່ໃຫ້ສິດທິພິເສດທາງການຄ້າ ຫາກບໍ່ຕ້ອງການໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ, ບໍລິສັດ/ໂຮງງານ, ຜູ້ຜະລິດ, ຜູ້ສົ່ງອອກ ບໍ່ຈຳເປັນຕ້ອງຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ.

     ການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ປະກອບມີ ສອງ ຂັ້ນຕອນຄື ການຂໍໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ ແລະ ການຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໂດຍມີລາຍລະອຽດ ດັ່ງນີ້:

1. ການຂໍໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ (Confirmation of Product Eligibility: CPE).

  • ເອກະສານປະກອບການຂໍໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ: ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດຂໍການຮັບຮອງການໄດ້ແຫຼ່ງກຳເນີດຂອງສິນຄ້າ ຈາກຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າ​ທີ່ໄດ້ຮັບສິດທິພິເສດ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ໂດຍປະກອບເອກະສານ ດັ່ງນີ້:  ໃບຄຳຮ້ອງ ຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ; ໃບແຈ້ງລາຄານຳເຂົ້າ (Import Invoice); ໜັງສື​ຮັບຮອງ​ລາຍ​ລະອຽດ, ຂັ້ນ​ຕອນ​ການ​ຜະລິດ, ຕົ້ນ​ທຶນ ​ແລະ ລາຄາ​ສິນຄ້າ ແລະ ແຜນວາດຂະບວນການຜະລິດ ຕາມແບບພິມ ທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ; ເອກະສານຢັ້ງຢືນການໄດ້ມາ ຫຼື ການນຳເຂົ້າວັດຖຸດິບ; ໃບ​ແຈ້ງ​ຂີດ​ຄວາມ​ສາມາດ​ໃນ​ການ​ສົ່ງ​ອອກ​ປະຈຳ​ປີ; ໃບ​ແຈ້ງ​ແບບຢ່າງ​ລາຍ​ເຊັນ​ຂອງ​ບໍລິສັດ ຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ; ໃບ​ທະບຽນວິ​ສາ​ຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດທີ່ກ່ຽວຂ້ອງ ສະ​ບັບ​ສຳ​ເນົາ; ໃບ​ຢັ້ງຢືນ​ການມອບ​ພັນທະ​ອາກອນປະຈຳ​ປີ ສະ​ບັບ​ສຳ​ເນົາ.
  • ການພິຈາລະນາອອກໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ: ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ​ຕາມ ຂໍ້ 1.1 ໂລແມັງ I ຂອງຄໍາແນະນໍາສະບັບນີ້, ເຈົ້າໜ້າທີ່​​ຢັ້ງຢື​ນ​ແຫຼ່ງກຳ​ເນີ​ດສິນຄ້າທີ່ໄດ້ຮັບສິດທິພິເສດ ​​ຕ້ອງລົງກວດ​ກາ ບໍ​ລິ​ສັດ/ໂຮງງານ  ​ເພື່ອ​ເບິ່ງ​ຂະ​ບວນການ​ຜະລິດ​ຕົວ​ຈິງ ຫຼື ບ່ອນເກັບຮັກສາ​ສິນຄ້າ​ດັ່ງກ່າວ ໂດຍທັນທີ, ຊ້າສຸດບໍ່ໃຫ້ກາຍ ສາມ ວັນລັດຖະການ ເພື່ອ​ຮັບປະກັນ​ຄວາມ​ຖືກຕ້ອງ​ສອດຄ່ອງ​ກັບ​ລະບຽບ​ແຫຼ່ງກຳເນີ​ດສິນຄ້າ​ພາຍ​ໃຕ້​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ທີ່ກ່ຽວຂ້ອງ. ການເກັບກຳຂໍ້ມູນຕົວຈິງຢູ່ ບໍ​ລິ​ສັດ/ໂຮງງານ ແມ່ນ ໃຫ້ເກັບກຳຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ. ການກຳນົດເວລາໃນການອອກໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ ແມ່ນພາຍໃນ ສາມ ວັນລັດຖະການ ​ພາຍຫຼັງ​ທີ່​​ສຳ​ເລັດ​ການລົງ​ກວດກາ​ ບໍ​ລິ​ສັດ/ໂຮງ​ງານ.
ພາບປະກອບ

2. ການຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ (Certificate of Origin under the Preferential Scheme).

  • ເອກະສານປະກອບການຂໍ​ໃບຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າທີ່ໄດ້ຮັບສິດທິພິເສດ: ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດແບບປົກ​ກະ​ຕິ ຕ້ອງປະກອບ​ເອກະສານ​ ດັ່ງນີ້: ໃບຄຳຮ້ອງ ຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ; ໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ ຫຼື ໃບຢັ້ງຢືນແຫຼ່ງທີ່ມາຂອງສິນຄ້າ ສະບັບສໍາເນົາ; ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ທີ່ຕື່ມຂໍ້ມູນແລ້ວ; ໃບແຈ້ງລາຄາ ແລະ ໃບຫຸ້ມຫໍ່ສິນຄ້າສົ່ງອອກ (Export Invoice and Packing List); ໃບແຈ້ງພາສີເປັນລາຍລະອຽດ ແລະ ໃບຂົນສົ່ງສິນຄ້າ ໃນກໍລະນີທີ່ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຢ້ອນຫຼັງ.
  • ການພິຈາລະນາອອກໃບຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າທີ່ໄດ້ຮັບສິດທິພິເສດ ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ​ຕາມ ຂໍ້ 2.1 ແລະ 2.2 ໂລແມັງ I ຂອງຄໍາແນະນໍາສະບັບນີ້, ເຈົ້າໜ້າທີ່​​ຢັ້ງຢື​ນ​ແຫຼ່ງກຳ​ເນີ​ດສິນຄ້າທີ່ໄດ້ຮັບສິດທິພິເສດ ​​ຕ້ອງພິຈາລະນາອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດພິເສດ ພາຍໃນ ສອງ ວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ.

 

     ຄ່າທໍານຽມໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

ຄ່າທຳນຽມໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ແມ່ນໃຫ້ປະຕິບັດຕາມ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 003/ປປທ (ມາດຕາ 1 – 64) ທີ່ໄດ້ປະກາດໃຊ້ໃນແຕ່ລະໄລຍະ. ໃນກໍລະນີທີ່ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຄືນໃໝ່ ຫຼື ດັດແກ້ຂໍ້ມູນໃນໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດທີ່ເກີດຈາກຄວາມຜິດພາດຂອງຜູ້ຂໍຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ແມ່ນໃຫ້ເກັບຄ່າທຳນຽມຄືກັນກັບການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ.

 

     ຄຳ​ແນະນຳສະບັບນີ້ ປ່ຽນແທນ ຄຳແນະນຳກ່ຽວກັບການ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າທີ່​ໄດ້​ຮັບ​ສິດທິ​ພິ​ເສດ ສະບັບເລກທີ 0118/ອຄ.ກຂອ, ລົງວັນທີ 31 ມັງກອນ 2020.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.