ອີງຕາມ ແຈ້ງການ ທິດຊີ້ນໍາກ່ຽວກັບການປັບປຸງນິຕິກໍາ, ກົນໄກການປະຕິບັດ ແລະ ການເກັບລາຍຮັບຈາກໄມ້ ແລະ ຜະລິດຕະພັນຈາກໄມ້, ເລກທີ 885/ຫສນຍ, ລົງວັນທີ 28 ກໍລະກົດ 2021 ເຊິ່ງໄດ້ມີທິດຊີ້ນໍາດັ່ງນີ້:

          1) ເຫັນດີໃຫ້ສົ່ງອອກຜະລິດຕະພັນ ທຸກຮູບແບບ (ປຸງແຕ່ງ ຫຼື ບໍ່ມີການປຸງແຕ່ງ) ຈາກໄມ້ປູກທຸກສະນິດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 36 ຂອງກົດໝາຍປ່າໄມ້ (ສະບັບປັບປຸງ) ເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019 ແລະ ດຳລັດວ່າດ້ວຍການສົ່ງເສີມການປູກໄມ້ເປັນສິນຄ້າ ເລກທີ 24/ລບ, ລົງວັນທີ 20 ສິງຫາ 2019 ແຕ່ໃຫ້ມີການກຳນົດໂກຕ້າສົ່ງອອກໃນແຕ່ລະປີ ບົນພື້ນຖານການອະນຸມັດຂອງ  ລັດຖະບານ ແລະ ມີການຂື້ນທະບຽນສວນປູກ ຫຼື ໃບຢັ້ງຢືນສວນປູກ ຕາມລະບຽບການກ່ຽວຂ້ອງ.

          2) ສຳລັບໄມ້ປູກໃຫ້ໝາກທຸກຊະນິດ ເຊັ່ນ: ຕົ້ນມີ້, ຕົ້ນຂາມ, ຕົ້ນມ່ວງ ແລະ ຕົ້ນໄມ້ໃຫ້ໝາກ ຊະນິດອື່ນໆ ທີ່ປະຊາຊົນໄດ້ປູກ ແລະ ປົກປັກຮັກສາເປັນເວລາດົນນານ ທີ່ມີຈຸດປະສົງຕັດ ແລະ ສົ່ງອອກ ນັ້ນ, ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ຄົ້ນຄວ້າ ແລະ ອອກນິຕິກຳສະເພາະ ເພື່ອເປັນບ່ອນອີງໃນການຄຸ້ມຄອງ ແລະ ສົ່ງເສີມການປູກ ແລະ ການສົ່ງອອກ ໃນສະເພາະໜ້າ ແລະ ຍາວນານ.

Caption

          3) ເຫັນດີໃຫ້ເພີ່ມຂະໜາດໄມ້ ສຳລັບການສົ່ງອອກ 07 ລາຍການ ຄື:

-         ໄມ້ປູພື້ນ ຊີ້ນດຽວ ເພີ່ມຂະໜາດຄວາມກວ້າງ ຈາກ 20 ຊມ ມາເປັນ 30 ຊມ;

-         ໄມ້ແຜ່ນຮົ້ວ ເພີ່ມຂະໜາດຄວາມຍາວຈາກ 180 ຊມ ມາເປັນ 200 ຊມ;

-         ໄມ້ວົງກົບ ປັບປຸງໃຫ້ສົ່ງອອກໄດ້ ໂດຍບໍ່ຜ່ານການປຸງແຕ່ງດ້ວຍການແລ່ນຮ່ອງບັງໃຍ, ແຕ່ຕ້ອງຜ່ານຂັ້ນຕອນ ຂອງການປຸງແຕ່ງເຊັ່ນ: ອົບ, ກົບລຽບ, ຕັດມຸມສາກຫົວວົງກົບ ຕົວຜູ້ ແລະ ຕົວແມ່ ທີ່ສາມາດປະກອບເປັນຊຸດ;

-         ໄມ້ວົງກົບປ່ອງຢ້ຽມ ເພີ່ມຂະໜາດຄວາມໜາ ຈາກ 6 ຊມ ມາເປັນ 8 ຊມ;

-         ໄມ້ວົງກົບປະຕູ ເພີ່ມຂະໜາດຄວາມໜາ ຈາກ 8 ຊມ ມາເປັນ 10 ຊມ;

-         ໄມ້ລູກຕິ່ງ ຮູບຊົງສີ່ຫຼ່ຽມ ເພີ່ມຂະໜາດຄວາມໜາ ແລະ ຄວາມກວ້າງ ຈາກ (12x12) ຊມ ມາເປັນ (15x15) ຊມ;

-         ໂຕະໜ້າມົນໄມ້ແຜ່ນດຽວສຳເລັດຮູບ ເພີ່ມຂະໜາດຄວາມໜາ ຈາກ 5 ຊມ ມາເປັນ 10 ຊມ.

          4) ເຫັນດີໃຫ້ສົ່ງອອກໄມ້ຕົກຄ້າງຢູ່ທົ່ວປະເທດ ຈຳນວນ 258.117,36 (ສອງແສນຫ້າສິບແປດພັນໜຶ່ງຮ້ອຍສິບເຈັດ ຈຸດສາມສິບຫົົກ) ແມັດກ້ອນ ແລະ ມີໄມ້ຊັ່ງເປັນນ້ຳໜັກ 376,39 (ສາມຮ້ອຍເຈັດສິບຫົກ ຈຸດ ສາມສິບເກົ້າ) ໂຕນ ໂດຍໃຫ້ເກັບຄ່າຊັກພິເສດ ແລະ ຄ່າອື່ນໆທີ່ຕິດພັນ, ໂດຍມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເປັນໃຈກາງສົມທົບກັບກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງສົມທົບກັບອົງການປົກຄອງທ້ອງຖິ່ນ ຂື້ນບັນຊີໄມ້ຕົກຄ້າງທັງໝົດ ໃຫ້ລະອຽດ, ພ້ອມທັງເຮັດສັນຍາການມອບພັນທະ ທັງກຳນົດເວລາສົ່ງອອກ ໃຫ້ຊັດເຈນ ເພື່ອເປັນການລ້າງສາງໄມ້ຕົກຄ້າງທັງໝົດ ທີ່ມີໃນປັດຈຸບັນ ເພື່ອບໍ່ໃຫ້ມີຊ່ອງວ່າງໃນການສວຍໂອກາດ ຕັດໄມ້ມາເພີ່ມເຕີມອີກ.

# ຫົວຂໍ້ ດາວໂຫຼດ
1 ລັດຖະບານເຫັນດີໃຫ້ສົ່ງອອກຜະລິດຕະພັນ ທຸກຮູບແບບ (ປຸງແຕ່ງ ຫຼື ບໍ່ມີການປຸງແຕ່ງ) ຈາກໄມ້ປູກທຸກຊະນິດ JPG
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.