ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 8 ປີ 2021 ບັນລຸໄດ້ປະມານ 880 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 428 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 452 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 24 ລ້ານໂດລາສະຫາລັດ.

ພາບປະກອບ

ໝວດສິນຄ້າສົ່ງອອກຫຼັກ

ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 428 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ແຮ່ທອງ ມີມູນຄ່າປະມານ 19 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມີມູນຄ່າປະມານ 10 ລ້ານໂດລາສະຫະລັດ, ໝາກກ້ວຍ ມີມູນຄ່າປະມານ 25 ລ້ານໂດລາສະຫະລັດ, ຄຳປະສົມ (ຄຳແທ່ງ) ມີມູນຄ່າປະມານ 65 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ມີມູນຄ່າປະມານ 20 ລ້ານໂດລາສະຫະລັດ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) ມີມູນຄ່າປະມານ 2 ລ້ານໂດລາສະຫະລັດ, ນ້ຳຕານ ມີມູນຄ່າປະມານ 11 ລ້ານໂດລາສະຫະລັດ, ຢາງພາລາ ມີມູນຄ່າປະມານ 22 ລ້ານໂດລາສະຫະລັດ ແລະ ໝາກໄມ້ (ໝາກໂມ, ໝາກນອດ, ໝາກຂາມ...) ມີມູນຄ່າປະມານ 7 ລ້ານໂດລາສະຫະລັດ ແລະ ຢາສູບ ມີມູນຄ່າປະມານ 5 ລ້ານໂດລາສະຫະລັດ.

ໝວດສິນຄ້ານໍາເຂົ້າຫຼັກ

ສິນຄ້ານໍາເຂົ້າຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 452 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ພາຫະນະທາງບົກ (ນອກຈາກລົດຈັກ,​ລົດໄຖ) ມີມູນຄ່າປະມານ 33 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມູນຄ່າປະມານ 9 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ມີມູນຄ່າປະມານ 39 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 33 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າປະມານ 15 ລ້ານໂດລາສະຫະລັດ, ​ນ້ຳ​ມັນ​ແອັດ​ຊັງ-ແອັດ​ຊັງ​ພິ​ເສດ ມູນຄ່າປະມານ 11 ລ້ານໂດລາສະຫະລັດ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມີມູນຄ່າປະມານ 14 ລ້ານໂດລາສະຫະລັດ, ແກ້ວປະເສີດ ຫຼື ເຄິ່ງປະເສີດ ມີມູນຄ່າປະມານ 22 ລ້ານໂດລາສະຫະລັດ, ຜະ​ລິດ​ຕະ​ພັນ​ທາງ​ເຄ​ມີ ມີມູນຄ່າປະມານ 7 ລ້ານໂດລາສະຫະລັດ ແລະ ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ ມີມູນຄ່າປະມານ 12 ລ້ານໂດລາສະຫະລັດ.

         

ພາບປະກອບ

5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີມູນຄ່າປະມານ: ຈີນ 184 ລ້ານໂດລາສະຫະລັດ, ຫວຽດນາມ 90 ລ້ານໂດລາສະຫະລັດ, ໄທ 49 ລ້ານໂດລາສະຫະລັດ, ເຢຍລະມັນ 7 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ 7 ລ້ານໂດລາສະຫະລັດ..

5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ມີມູນຄ່າປະມານປະມານ: ໄທ 249 ລ້ານໂດລາສະຫະລັດ, ຈີນ 100 ລ້ານໂດລາສະຫະລັດ, ຫວຽດນາມ 46 ລ້ານໂດລາສະຫະລັດ, ຢີ່ປຸ່ນ 5 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ 22 ລ້ານໂດລາສະຫະລັດ.

 

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 8 ປີ 2021 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ໄດ້ເກັບກໍາຕົວເລກສະຖິຕິຄົບຖ້ວນ ແລະ ຊັດເຈນແລ້ວ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.