ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ເລກທີ 4566 /ກຊສ

ນະຄອນຫຼວງວຽງຈັນ, ວັນທີ 23 ສິງຫາ 2021

ຂໍ້ຕົກລົງ

ວ່າດ້ວຍການຄວບຄຸມສານຊຶນໃນນໍ້າສີ ຫຼື ຜະລິດຕະພັນເຄືອບ

  • ອີງຕາມ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ສະບັບເລກທີ 29/ສພຊ, ລົງວັນທີ 18 ທັນວາ 2012;
  • ອີງຕາມ ໜັງສືສະເໜີຂອງກົມຄວບຄຸມ ແລະ ຕິດຕາມ ກວດກາມົນລະພິດ ສະບັບເລກທີ 1318/ກຊສ.ກຄມ, ລົງວັນທີ 13 ສິງຫາ 2021;
  • ອີງຕາມ ໜັງສືສະເໜີຂອງກົມນິຕິກຳ ສະບັບເລກທີ 529/ກຊສ.ກນກ, ລົງວັນທີ 16 ສິງຫາ 2021.

ລັດຖະມົນຕິ ຕົກລົງ:

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດລະບຽບການ ແລະ ມາດຕະການ ກ່ຽວກັບການຄວບຄຸມ ແລະ ຕິດຕາມ ກວດກາ ຄ່າມາດຕະຖານສ່ວນປະສົມຂອງສານຊີນໃນນໍ້າສີ ຫຼື ຜະລິດຕະພັນເຄືອບ ໃນການຜະລິດ ຫຼື ການນຳເຂົ້າ ນໍ້າສີ ຫຼື ຜະລິດຕະພັນເຄືອບ ເພື່ອຮັບປະກັນບໍ່ໃຫ້ມີປະລິມານການປະສົມຂອງສານດັ່ງກ່າວ ເກີນມາດຕະຖານ ທີ່ກຳນົດໄວ້ ແນໃສ່ຄວບຄຸມມົນລະພິດ ທີ່ເກີດຈາກສານຊືນ ທີ່ຈະມີຜົນກະທົບຕໍ່ ຊີວິດ, ສຸຂະພາບຂອງ ຄົນ, ສັດ, ພືດ ແລະ ລະບົບນິເວດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ.

ມາດຕາ 2 ການຄວບຄຸມສານຊືນໃນນໍ້າສີ ຫຼື ຜະລິດຕະພັນເຄືອບ

ການຄວບຄຸມສານຊືນໃນນໍ້າສີ ຫຼື ຜະລິດຕະພັນເຄືອບ ແມ່ນ ການຄວບຄຸມປະລິມານສ່ວນປະສົມຂອງສານຊິນໃນນໍ້າສີ ຫຼື ຜະລິດຕະພັນເຄືອບ ໃນຂະບວນການຜະລິດ ແລະ ການນໍາເຂົ້ານໍ້າສີ ຫຼື ຜະລິດຕະພັນດັ່ງກ່າວ ໃຫ້ຖືກຕ້ອງຕາມຄ່າມາດຕະຖານ.

ມາດຕາ 3 ການອະທິບາຍຄໍາສັບ

ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ສານຊືນ ໝາຍເຖິງ ສານຊ່ືນທີ່ມີຊື່ເຄມີ ເລດ ສອງ ອາຊີເຕດ (Lead II acetate) ທີ່ຈັດໃນປະເພດໂລຫະໜັກ, ຈັດຢູ່ໃນກຸ່ມສີເອ (4A) ຂອງຕາຕະລາງທາດມູນເຄມີ. ເລກອາຕອມ ແປດສິບສອງ, ມວນສານ ອາຕອມ ສອງຮ້ອຍເຈັດຈຸດຈົບເກົ່າ;

2. ຜະລິດຕະພັນເຄືອບ ໝາຍເຖິງ ຜະລິດຕະພັນທີ່ຢູ່ໃນພາວະ ແຫຼວ, ໜຽວ ຫຼື ເປັນຝຸ່ນ ທີ່ນຳໃຊ້ເພື່ອເຄຶອບວັດສະດຸໃຫ້ເກີດຄວາມເຫຼື້ອມ, ເຄືອບເງົາ, ປ້ອງກັນການກັດເຊາະ ຫຼື ເຂົ້າໝ້ຽງ, ຕົບແຕ່ງ ເພື່ອຄວາມສວຍງາມ ຫຼື ສ້າງໃຫ້ເກີດຄຸນລັກສະນະສະເພາະໃດໜຶ່ງ;

3. ເອເອສທີເອັມ (American Society for Testing and Materials – ASTM) ໝາຍເຖິງ ມາດຕະຖານ ແລະ ປະກາດໃຊ້ເປັນມາດຕະຖານທີ່ກ່ຽວຂ້ອງກັບລາຍລະອຽດຂອງວັດສະດຸ ແລະ ຜະລິດຕະພັນ;

4. ໄອເອສໂອ (International Organization for Standardization – ISO) ຂອງອົງການສາກົນເພື່ອມາດຕະຖານ ຊຶ່ງເປັນອົງການທີ່ອອກມາດຕະຖານທີ່ກ່ຽວຂ້ອງກັບທຸລະກິດ ແລະ ອຸດສາຫະກຳ,

5. ພີພີເອັມ (Part Per Million – ppm) ໝາຍເຖິງ ຫົວໜ່ວຍຄວາມເຂັ້ມຂຸ້ນໜຶ່ງສ່ວນໃນລ້ານສ່ວນ.

ມາດຕາ 4 ຂອບເຂດການນໍາໃຊ້

ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳລົງຊີວິດ ແລະ ເຄື່ອນໄຫວ ຢູ່ ສປປ ລາວ.

ໝວດທີ 2

ການຄວບຄຸມປະລິມານສ່ວນປະສົມ

ຂອງສານຊີນໃນນໍ້າສີ ຫຼື ຜະລິດຕະພັນເຄືອບ

ມາດຕາ 5 ການຄວບຄຸມປະລິມານສ່ວນປະສົມຂອງສານຊົນໃນການຜະລິດນໍ້າສີ ຫຼື ຜະລິດຕະພັນເຄືອບ

ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນກິດຈະການການຜະລິດນໍ້າສີ ຫຼື ຜະລິດຕະພັນເຄືອບ ທີ່ນຳໃຊ້ສານຊຶ່ນເປັນສ່ວນປະສົມໃນນໍ້າສີ ຫຼື ຜະລິດຕະພັນເຄືອບດັ່ງກ່າວ ຕ້ອງໄດ້ຮັບການຢັ້ງຢືນຜົນການວິໄຈປະລິມານສ່ວນປະສົມຂອງສານຊື່ນ ຈາກຫ້ອງທົດລອງເອກະລາດ ທີ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ ແລະ/ຫຼື ໄດ້ມາດຕະຖານເອເອສທີເອັມ (ASTM) ຫຼື ໄອເອສໂອ (ISO). ເອກະສານກ່ຽວກັບການຮັບຮອງຜົນການວິໄຈດັ່ງກ່າວ ຕ້ອງເກັບຮັກສາໄວ້ຢ່າງໜ້ອຍ ຫ້າ ປີ ເພື່ອເປັນຫຼັກຖານໃນການຕິດຕາມ ກວດກາຂອງພາກສ່ວນທີ່ກ່ຽວຂ້ອງ.

ມາດຕາ 6 ການຄວບຄຸມປະລິມານສ່ວນປະສົມຂອງສານຊື່ນໃນນໍ້າສີ ຫຼື ຜະລິດຕະພັນເຄືອບ ທີ່ນຳເຂົ້າ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງນໍາເຂົ້ານໍ້າສີ ຫຼື ຜະລິດຕະພັນເຄືອບ ທີ່ມີສ່ວນປະສົມ ຂອງສານຊຶນທຸກຄັ້ງຕ້ອງສະເໜີແຜນການນຳເຂົ້າ ໂດຍມີເອກະສານຢັ້ງຢືນຜົນການວິໄຈປະລິມານສ່ວນປະສົມຂອງສານຊື່ນໃນນໍ້າສີ ຫຼື ຜະລິດຕະພັນເຄືອບ ຈາກຫ້ອງທົດລອງເອກະລາດທີ່ໄດ້ມາດຕະຖານຂອງປະເທດຜູ້ຜະລິດ ຫຼື ປະເທດອື່ນ ໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ແລະ ຕ້ອງພິຈາລະນາ ເຫັນດີ ຫຼື ບໍ່ເຫັນດີ ໃຫ້ສຳເລັດພາຍໃນ ຫ້າ ວັນລັດຖະການ ນັບແຕ່ມື້ໄດ້ຮັບການສະເໜີເປັນຕົ້ນໄປ ຈາກນັ້ນ, ຈຶ່ງສະເໜີຂໍການນໍາເຂົ້າຈາກຂະແໜງການອຸດສາຫະກໍາ ເເລະ ການຄ້າ.

ເອກະສານຢັ້ງຢືນການຮັບຮອງຜົນການວິໄຈດັ່ງກ່າວ ທີ່ຢັ້ງຢືນການນຳເຂົ້ານັ້ນ ຕ້ອງເກັບຮັກສາໄວ້ຢ່າງໜ້ອຍ ຫ້າ ປີ ເພື່ອເປັນຫຼັກຖານ ໃນການຕິດຕາມ ກວດກາຂອງພາກສ່ວນທີ່ກ່ຽວຂ້ອງ.

ມາດຕາ 7 ຄ່າມາດຕະຖານສ່ວນປະສົມຂອງສານຊີນໃນນໍ້າສີ ຫຼື ຜະລິດຕະພັນເຄືອບ

ຄາມາດຕະຖານສ່ວນປະສົມຂອງສານຊື່ນໃນນໍ້າສີ ຫຼື ຜະລິດຕະພັນເຄືອບ ທີ່ນຳໃຊ້ເຂົ້າໃນການຜະລິດ ແລະ ການນໍາເຂົ້າ ແມ່ນບໍ່ໃຫ້ເກີນ ເກົ້າສິບ ພີພີເອັມ (90 ppm).

ມາດຕາ 8 ການຕິດຕາມ ກວດກາສ່ວນປະສົມຂອງສານຊີນໃນນໍ້າສີ ຫຼື ຜະລິດຕະພັນເຄືອບ

ການຕິດຕາມ ກວດກາສ່ວນປະສົມຂອງສານຊີນໃນນໍ້າສີ ຫຼື ຜະລິດຕະພັນເຄືອບ ທີ່ດໍາເນີນການຜະລິດພາຍໃນ ໃຫ້ປະຕິບັດ ດັ່ງນີ້:

1. ກ່ອນບັນຈຸ ຕ້ອງສົ່ງຕົວຢ່າງ ຂອງນໍ້າສີ ຫຼື ຜະລິດຕະພັນເຄືອບ ໃຫ້ຫ້ອງທົດລອງເອກະລາດທີ່ໄດ້ຮັບອະນຸຍາດຈາກຂະ ແໜງການກ່ຽວຂ້ອງ ເພື່ອວິໄຈ ແລະ ອອກເອກະສານຢັ້ງຢືນຮັບຮອງຄ່າມາຕຕະຖານສ່ວນປະສົມຂອງສານຊຶນໃນນໍ້າສີ ຫຼື ຜະລິດຕະພັນເຄືອບ ແລ້ວສົ່ງເອກະສານຢັ້ງຢືນ ແລະ ຕົວຢ່າງດັ່ງກ່າວ ໃຫ້ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອຕິດຕາມ,

2. ໃນກໍລະນີຈຳເປັນ ກົມຄວບຄຸມ ແລະ ຕິດຕາມ ກວດກາມົນລະພິດ ສາມາດລົງຕິດຕາມ ກວດກາສະຖານທີ່ການຜະລິດ ໂດຍສົມທົບກັບຂະແໜງການອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ.

3. ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ຕິດຕາມ ກວດກາສະຖານອື່ນທີ່ໄດ້ຮັບຜົນກະທົບຈາກການຜະລິດ ຫຼື ການນໍາໃຊ້ນໍ້າສີ ຫຼື ຜະລິດຕະພັນເຄືອບ ທີ່ມີສ່ວນປະສົມຂອງສານຊືນໂດຍສົມທົບກັບຂະແໜງການອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ.

ມາດຕາ 9 ມາດຕະການຕໍ່ການລະເມີດຄ່າມາດຕະຖານສ່ວນປະສົມຂອງສານຊື່ນໃນນໍ້າສີ ຫຼື ຜະລິດຕະພັນເຄືອບ

ໃນກໍລະນີການຜະລິດ ຫຼື ການນໍາເຂົ້ານໍ້າສີ ຫຼື ຜະລິດຕະພັນເຄືອບ ທີ່ມີສ່ວນປະສົມຂອງສານຊືນ ເກີນຄ່າມາດຕະຖານ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະການ ຕາມ ແຕ່ລະກໍລະນີດັ່ງນີ້:

1. ກ່ອນບັນຈຸ ຫາກຜົນການວິໄຈຢັ້ງຢືນສ່ວນປະສົມຂອງສານຊືນໃນນໍ້າສີ ຫຼື ຜະລິດຕະພັນເຄືອບ ເກີນຄ່າມາດຕະຖານທີ່ກຳນົດໄວ້ ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນການຜະລິດນໍ້າສີ ຫຼື ຜະລິດຕະພັນເຄືອບ ຕ້ອງປັບສ່ວນປະສົມຄືນ ແລ້ວສົ່ງໃຫ້ຫ້ອງທົດລອງເອກະລາດ ຕາມທີ່ກຳນົດໄວ້ໃນມາດຕາ 5 ຂອງຂໍ້ຕົກລົງສະບັບນີ້ ເພື່ອວິໄຈ ແລະ ອອກເອກະສານຢັ້ງຢືນຮັບຮອງຄືນ;

2. ໃນກໍລະນີທີ່ບໍ່ສາມາດປັບປຸງຄືນໄດ້ ຕ້ອງດຳເນີນການກຳຈັດ ນໍ້າສີ ຫຼື ຜະລິດຕະພັນເຄືອຍ ທີ່ມີສ່ວນປະສົມຂອງສານຊື່ນ ໂດຍນຳໃຊ້ວິທີການ ແລະ ເຕັກໂນໂລຊີທີ່ເໝາະສົມ ແລະ ປະຕິບັດຕາມຄູ່ມືແນະນຳ ແລະ ລະບຽບການຂອງຂະແໜງການກ່ຽວຂ້ອງ;

3. ສຳລັບນໍ້ສີ ຫຼື ຜະລິດຕະພັນເຄືອບ ທີ່ມີສ່ວນປະສົມຂອງສານຊ່ືນເກີນຄ່າມາດຕະຖານ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້ ທີ່ໄດ້ນຳເຂົ້າມາແລ້ວ ຕ້ອງນຳໄປບໍາບັດ ຫຼື ກຳຈັດ ໂດຍນຳໃຊ້ວິທີການ ແລະ ເຕັກໂນໂລຊີທີ່ເໝາະສົມ ແລະ ປະຕິບັດຕາມຄູ່ມືແນະນຳ ແລະ ລະບຽບການຂອງຂະແໜງການກ່ຽວຂ້ອງ;

4. ໃນກໍລະນີເກີດຜົນກະທົບຈາກການຜະລິດນໍ້າ ຫຼື ຜະລິດຕະພັນເຄືອບ ທີ່ມີສ່ວນປະສົມຂອງສານຊືນ ນິຕິບຸກຄົນ ຫຼື ການຈັດຕັ້ງນັ້ນ ຕ້ອງຮັບຜິດຊອບໃນການບູລະນະຟື້ນຟູສິ່ງແວດລ້ອມ ແລະ ໃຊ້ແທນຄ່າເສຍຫາຍ ຕາມມູນຄ່າຕົວຈິງທີ່ເກີດຂຶ້ນ ຫຼື ຮັບຜິດຊອບທາງອາຍາ ຕາມກົດໝາຍ.

ໝວດທີ 3

ບົດບັນຍັດສຸດທ້າຍ

ມາດຕາ 10 ການຈັດຕັ້ງປະຕິບັດ

ກົມຄວບຄຸມ ແລະ ຕິດຕາມ ກວດກາມົນລະພິດ ປະສານສົມທົບກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້.

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຈົ່ງຮັບຮູ້ ແລະ ປະຕິບັດຂໍ້ຕົກລົງສະບັບນີ້.

ມາດຕາ 11 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ແລະ ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.

ຂໍ້ກໍານົດ, ບົດບັນຍັດໃດ ທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ.

 

ລັດຖະມົນຕີ

ນ.ບຸນຄຳ ວໍລະຈິດ

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍການຄວບຄຸມສານຊືນໃນນໍ້າສີ ຫຼື ຜະລິດຕະພັນເຄືອບ, ເລກທີ 4566/ກຊສ, ລົງວັນທີ 23 ສິງຫາ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.