ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດຖະນະຖາວອນ

 

ທະນາຄານແຫ່ງ ສປປ ລາວ

ກົມນະໂຍບາຍເງິນຕາ

ເລກທີ 878/ກນງ

ນະຄອນຫຼວງວຽງຈັນ, ວັນທີ 02 ສິງຫາ 2021

 

ຄຳແນະນຳ

ການຈັດຕັ້ງປະຕິບັດ ແຈ້ງການການຫັນຮ້ານແລກປ່ຽນເງິນຕາໄປເປັນຮ້ານຕົວແທນ

ຂອງທະນາຄານທຸລະກິດໃນການດຳເນີນທຸລະກິດແລກປ່ຽນເງິນຕາ

  • ອີງຕາມ ຂໍ້ຕົກລົງວ່າດ້ວຍທຸລະກິດແລກປ່ຽນເງິນຕາ ສະບັບເລກທີ 393/ທຫລ, ລົງວັນທີ 02 ກໍລະກົດ 2020;
  • ອີງຕາມ ແຈ້ງການກ່ຽວກັບການຫັນຮ້າແລປ່ຽນເງິນຕາໄປເປັນຮ້ານຕົວແທນຂອງທະນາຄານທຸລະກິດໃນການດຳເນີນທຸລະກິດແລກປ່ຽນເງິນຕາ ສະບັບເລກທີ 758/ກນງ, ລົງວັນທີ 12 ກໍລະກົດ 2021.

ເພື່ອຈັດຕັ້ງປະຕິບັດ ແຈ້ງການກ່ຽວກັບການຫັນຮ້ານແລກປ່ຽນເງິນຕາໄປເປັນຮ້ານຕົວແທນຂອງທະນາຄານທຸລະກິດໃນການດໍາເນີນທຸລະກິດແລກປ່ຽນເງິນຕາ ສະບັບເລກທີ 758/ກນງ, ລົງວັນທີ  12 ກໍລະກົດ 2021 ໃຫ້ມີຄວາມເປັນເອກະພາບ, ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ (ທຫລ) ອອກຄໍາແນະນຳໃຫ້ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ດັ່ງນີ້:

  1. ການສະເໜີ ແລະ ຮັບເອົາຮ້ານແລກປ່ຽນເງິນຕາເປັນຕົວແທນ ຂອງທະນາຄານທຸລະກິດ

ຮ້ານແລກປ່ຽນເງິນຕາ ເປັນເຈົ້າການປະສານກັບທະນາຄານທຸລະກິດໃດໜຶ່ງທີ່ຕົນເຫັນວ່າເໝາະສົມ ແລະ ຍື່ນເອກະສານສະເໜີຂໍເປັນຮ້ານແລກປ່ຽນເງິນຕາ ຕົວແທນ ນໍາທະນາຄານທຸລະກິດ ສຳນັກງານໃຫຍ່, ສາຂາ ຫຼື ໜ່ວຍບໍລິການ ຂອງທະນາຄານທຸລະກິດດັ່ງກ່າວທີ່ຢູ່ທ້ອງຖິ່ນ.

ຮ້ານແລກປ່ຽນເງິນຕາ ສາມາດຍື່ນເອກະສານສະເໜີຂໍເປັນຮ້ານແລກປ່ຽນເງິນຕາ ຕົວແທນ ເຖິງຫຼາຍທະນາຄານທຸລະກິດ ແຕ່ສາມາດເຊັນສັນຍາເປັນຕົວແທນແລກປ່ຽນເງິນຕາໃຫ້ທະນາຄານທຸລະກິດພຽງແຫ່ງດຽວເທົ່ານັ້ນ

ທະນາຄານທຸລະກິດ ສາມາດຮັບເອົາຮ້ານແລກປ່ຽນເງິນຕາຕົວແທນໄດ້ຫຼາຍກວ່າໜຶ່ງຮ້ານ ໂດຍອີງຕາມຄວາມສາມາດຕົວຈິງໃນການຄຸ້ມຄອງຂອງທະນາຄານທຸລະກິດແຕ່ລະໄລຍະ. ການເຊັນສັນຍາຮັບເອົາຮ້ານແລກປ່ຽນເງິນຕາເປັນຮ້ານແລກປ່ຽນເງິນຕາ ຕົວແທນ ແລະ ອອກໃບຢັ້ງຢືນການເປັນຮ້ານແລກປ່ຽນເງິນຕາ ຕົວແທນ ແມ່ນສິດຂອງທະນາຄານທຸລະກິດ ສຳນັກງານໃຫຍ່ເທົ່ານັ້ນ.

  1. ເນື້ອໃນຂອງສັນຍາ

ທະນາຄານທຸລະກິດ ເປັນເຈົ້າການຮ່າງສັນຍາ ລະຫວ່າງ ທະນາຄານທຸລະກິດ ກັບ ຮ້ານແລກປ່ຽນເງິນຕາທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາ ຈາກ ທະນາຄານແຫ່ງ ສປປ ລາວ, ໃນນັ້ນ ຕ້ອງຮັບປະກັນເນື້ອໃນຕົ້ນຕໍດັ່ງນີ້:

  1. ຂອບເຂດວົງເງິນໃນການເຄື່ອນໄຫວທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງີນຕາ ຕົວແທນ: ໃຫ້ກຳນົດຂອບເຂດວົງເງິນທີ່ຮ້ານແລກປ່ຽນເງິນຕາ ຕົວແທນສາມາດຊື້ ແລະ ຂາຍເງິນຕາໂດຍກົງກັບລູກຄ້າ. ກໍລະນີມີລູກຄ້າຕ້ອງການຊື້ ຫຼື ຂາຍເງິນຕາໃນນຶ່ງເງິນທີ່ເກີນກຳນົດໃນສັນຍາ ຮ້ານແລກປ່ຽນເງິນຕາຕ້ອງປະສານຫາທະນາຄານທຸລະກິດໃຫ້ຊື້-ຂາຍເງິນຕາກັບລູກຄ້າໂດຍກົງ;
  2. ບັນຊີທະນາຄານ: ກຳນົດໃຫ້ຮ້ານແລກປ່ຽນເງິນຕາ ຕ້ອງມີບັນຊີສະເພາະ (ບັນຊີເງິນຝາກ ຮ້ານແລກປ່ຽນເງິນຕາ ຕົວແທນ) ທີ່ອອກຊື່ຮ້ານແລກປ່ຽນເງິນຕາຕົວແທນຢູ່ທະນາຄານທຸລະກິດທີ່ຕົນເປັນຕົວແທນນັ້ນ, ບັນຊີດັ່ງກ່າວ ແມ່ນໃຫ້ນຳໃຊ້ສະເພາະການດຳເນີນທຸລະກຳການຊື້-ຂາຍເງິນຕາເທົ່ານັ້ນ,
  3. ການຊື້-ຂາຍເງິນຕາ: ໃຫ້ກຳນົດຫຼັກການກ່ຽວກັບການກໍານົດອັດຕາແລກປ່ຽນ ແລະ ເງື່ອນໄຂໃນການຊື້-ຂາຍເງິນຕາ ລະຫວ່າງທະນາຄານທຸລະກິດ ກັບ ຮ້ານແລກປ່ຽນເງິນຕາ ຕົວແທນ ບົນພື້ນຖານການຕົກລົງກັນຂອງສອງຝ່າຍ ໂດຍສອດຄ່ອງຕາມ ຂໍ້ຕົກລົງກ່ຽວກັບການກຳນົດອັດຕາແລກປ່ຽນອ້າງອີງລະຫວ່າງກີບກັບໂດລາສະຫະລັດ ແລະ ການກໍານົດອັດຕາແລກປ່ຽນຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ສະບັບ ເລກທີ 801/ທຫລ, ລົງວັນທີ 05 ຕຸລາ 2015 ແລະ ລະບຽບການອື່ນທີ່ ທຫລ ກຳນົດອອກແຕ່ລະໄລຍະ;
  4. ລະບອບລາຍງານ: ໃຫ້ກໍານົດລະບອບລາຍງານຂໍ້ມູນກ່ຽວກັບການກຳນົດອັດຕາແລກປ່ຽນ ແລະ ການຊື້-ຂາຍເງິນຕາ ຂອງຮ້ານແລກປ່ຽນເງິນຕາ ຕົວແທນ ໃຫ້ທະນາຄານທຸລະກິດຢ່າງຄົບຖ້ວນ ແລະ ທັນສະພາບເປັນປະຈໍາວັນ;
  5. ຊ່ອງທາງການສົ່ງຂໍ້ມູນ: ໃຫ້ທະນາຄານທຸລະກິດກໍ່ຈະແຈ້ງກ່ຽວກັບຊ່ອງທາງການນຳສົ່ງຂໍ້ມູນລາຍ ງານອັດຕາແລກປ່ຽນ ແລະ ການຊື້-ຂາຍເງິນຕາ ຂອງຮ້ານແລກປ່ຽນເງິນຕາທີ່ເປັນຕົວແທນຂອງຕົນໃຫ້ແກ່ ທະນາຄານທຸລະກິດ ເຊັ່ນ: ໃຫ້ນຳສົ່ງຜ່ານຊ່ອງທາງລະບົບ Core Banking ຂອງທະນາຄານທຸລະກິດເອງ, ຜ່ານລະບົບລາຍງານການຊື້-ຂາຍເງິນຕາຂອງທະນາຄານແຫ່ງ ສປປ ລາວ ຫຼື ລະບົບອື່ນ (ໃຫ້ລະບຸຈະແຈ້ງ);
  6. ຂໍ້ຫ້າມ: ໃຫ້ກໍານົດຂໍ້ຫ້າມກ່ຽວກັບພຶດຕິກຳທີ່ຈະສ້າງຄວາມຫຍຸ້ງຍາກໃນການເຄື່ອນໄຫວທຸລະກິດແລກ ປ່ຽນເງິນຕາ ກໍຄືການຄຸ້ມຄອງເງິນຕາຕ່າງປະເທດ, ເປັນຕົ້ນ: ຫ້າມຮ້ານແລກປ່ຽນເງິນຕາ ຕົວແທນ ດຳເນີນ ການຊື້-ຂາຍເງິນຕາກັບທະນາຄານທຸລະກິດອື່ນ, ຫ້າມເຄື່ອນໄຫວຊື້-ຂາຍເງິນຕາໂດຍບໍ່ຜ່ານບັນຊີຮ້ານແລກປ່ຽນເງິນຕາ ຕົວແທນ ແລະ ຂໍ້ຫ້າມອື່ນໆ;
  7. ການແກ້ໄຂຂໍ້ຂັດແຍ່ງ: ໃຫ້ກຳນົດວິທີການພື້ນຖານໃນການແກ້ໄຂຂໍ້ຂັດແຍ່ງ ໃນນັ້ນກຳນົດໃຫ້ ທຫລ ເຂົ້າຮ່ວມແກ້ໄຂຂໍ້ຂັດແຍ່ງໃນກໍລະນີຈຳເປັນ
  8. ການຕໍ່ອາຍຸສັນຍາ ແລະ ການຍົກເລີກສັນຍາ: ໃຫ້ກຳນົດອາຍຸສັນຍາ, ເງື່ອນໄຂໃນການຕໍ່ອາຍຸສັນຍາ ແລະ ການຍົກເລີກສັນຍາໃນແຕ່ລະກໍລະນີໃຫ້ລະອຽດ ແລະ ຈະແຈ້ງ ໂດຍສະເພາະ ອາຍຸຂອງສັນຍາອາດກຳນົດບໍ່ເກີນ 1 ປີ ແລະ ສາມາດຕໍ່ໄດ້ບໍ່ເກີນຄັ້ງລະ 1 ປີ ຫຼື ຂໍຍົກເລີກເມື່ອຄົບອາຍຸສັນຍາ;
  9. ກຳນົດເງື່ອນໄຂອື່ນ: ສອດຄ່ອງຕາມຂອບເຂດການເຄື່ອນໄຫວທຸລະກິດແລກປ່ຽນເງິນຕາຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ແນ່ໃສ່ຮັບປະກັນປະສິດທິຜົນໃນການຈັດຕັ້ງປະຕິບັດສັນຍາ.
  1. ການເປີດບັນຊີສະເພາະ

ພາຍຖ້າມີການເຊັນສັນຍາກັບຮ້ານແລກປ່ຽນເງິນຕາເເລ້ວ ໃຫ້ທະນະຄານທຸລະກິດເປີດບັນຊີເງິນຝາກຮ້ານແລກປ່ຽນເງິນຕາ ຕົວແທນ ໃຫ້ບັນດາຮ້ານແລກປ່ຽນເງິນຕາ ຕົວແທນຂອງຕົນ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວທຸລະກິດແລກປ່ຽນເງິນຕາເທົ່ານັ້ນ ໂດຍມີເລກໝາຍບັນຊີ ເພີ່ມເຂົ້າໃນຜັງບັນຊີດັ່ງນີ້:

  • ບັນຊີ 213166 ເງິນຝາກກະແສລາຍວັນຂອງຮ້ານແລກປ່ຽນເງິນຕາ
  • ບັນຊີ 2131662 ເງິນຝາກກະແສລາຍວັນຂອງຮ້ານແລກປ່ຽນເງິນຕາ ຕົວແທນ;
  • ບັນຊີ 2137162 ດອກເບ້ຍເງິນຝາກຂອງຮ້ານແລກປ່ຽນເງິນຕາ;
  • ບັນຊີ 4101363 ດອກເບ້ຍເງິນຝາກຂອງຮ້ານແລກປ່ຽນເງິນຕາ;

ກໍລະນີຮ້ານແລກປ່ຽນເງິນຕາມີບັນຊີເງິນຝາກທີ່ເປີດຢູ່ທະນາຄານທຸລະກິດອື່ນທີ່ຕົນບໍ່ໄດ້ເປັນຕົວແທນຂອງທະນາຄານທຸລະກິດນັ້ນ ແມ່ນໃຫ້ທະນາຄານທຸລະກິດກ່ຽວຂ້ອງປັບໝາຍເລກໝາຍບັນຊີດັ່ງກ່າວ ເປັນບັນຊີ 2131661 ເງິນຝາກກະແສລາຍວັນຂອງຮ້ານແລກປ່ຽນເງິນຕາ.

ທະນາຄານທຸລະກິດ ປະຕິບັດວຽກງານການບັນຊີດັ່ງກ່າວຕາມຄຳແນະນຳ ແລະ ຄູ່ມືທີ່ກົມບັນຊີ ແລະ ການເງິນ ທະນາຄານແຫ່ງ ສປປ ລາວ ກຳນົດອອກແຕ່ລະໄລຍະ.

  1. ການລາຍງານຜົນການເຊັນສັນຍາ

ພາຍຫຼັງມີການເຊັນສັນຍາ ແລະ ເປີດບັນຊີເງິນຝາກຮ້ານແລກປ່ຽນເງິນຕາຕົວແທນໃຫ້ຮ້ານແລກປ່ຽນເງິນຕາສໍາເລັດແລ້ວ, ໃຫ້ທະນາຄານທຸລະກິດ ອອກໃບຢັ້ງຢືນການເປັນຕົວແທນແລກປ່ຽນເງິນຕາ ໃຫ້ແກ່ຮ້ານແລກປ່ຽນເງິນຕາ ທີ່ເປັນຕົວແທນຂອງຕົນ ແລະ ລາຍງານຂໍ້ມູນກ່ຽວກັບຮ້ານແລກປ່ຽນເງິນຕາດັ່ງກ່າວ ໃຫ້ກົມນະໂຍບາຍເງິນຕາ ແລະ ສາຂາ ຂອງທະນາຄານແຫ່ງ ສປປ ລາວ ຢູ່ທ້ອງຖິ່ນ ທີ່ຮ້ານແລກປ່ຽນເງິນຕາຕົວແທນຕັ້ງຢູ່ ຊາບພາຍໃນວັນທີ 21 ຕຸລາ 2021.

ໃຫ້ຮ້ານແລກປ່ຽນເງິນຕາ ເຮັດໜັງສືລາຍງານມາຍັງ ກົມນະໂຍບາຍເງິນຕາ ຫຼື ສາຂາ ຂອງທະນາຄານແຫ່ງ ສປປ ລາວ ຢູ່ທ້ອງຖິ່ນ ຮັບຊາບພາຍໃນ 10 ວັນ ຫຼັງຈາກວັນທີ່ໄດ້ເຊັນສັນຍາເປັນຮ້ານແລກປ່ຽນເງິນຕາ ຕົວແທນ ກັບທະນາຄານທຸລະກິດ ພ້ອມຄັດຕິດສໍາເນົາສັນຍາ ແລະ ໃບຢັ້ງຢືນການເປັນຕົວແທນແລກປ່ຽນເງິນຕາ ອອກໂດຍທະນາຄານທຸລະກິດທີ່ເປັນຕົວແທນ.

  1. ການກໍານົດອັດຕາແລກປ່ຽນ ແລະ ການຊື້-ຂາຍ ເງິນຕາ

ການກໍານົດອັດຕາແລກປ່ຽນຂອງຮ້ານແລກປ່ຽນເງິນຕາ ໃຫ້ປະຕິບັດສອດຄ່ອງຕາມ ຂໍ້ຕົກລົງກ່ຽວກັບການກໍານົດອັດຕາແລກປ່ຽນອ້າງອີງລະຫວ່າງ ກີບກັບໂດລາສະຫະລັດ ແລະ ການກຳນົດອັດຕາແລກປ່ຽນຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນ ສະບັບເລກທີ 801/ທຫລ, ລົງວັນທີ 05 ຕຸລາ 2015 ແລະ ນິຕິກໍາອື່ນທີ່ ທຫລ ກຳນົດໃນແຕ່ລະໄລຍະ.

ຮ້ານແລກປ່ຽນເງິນຕາ ສາມາດຊື້-ຂາຍເງິນຕາ ກັບທະນາຄານທຸລະກິດທີ່ຕົນເປັນຕົວແທນ ໃນຂອບເຂດທີ່ ກຳນົດໄວ້ໃນສັນຍາ, ສອດຄ່ອງຕາມລະບຽບຂອງທະນາຄານທຸລະກິດທີ່ຕົນເປັນຕົວແທນ ແລະ ລະບຽບການຂອງ ທະນາຄານແຫ່ງ ສປປ ລາວ. ສ່ວນການຊື້-ຂາຍເງິນຕາ ລະຫວ່າງຮ້ານແລກປ່ຽນເງິນຕາກັບມວນຊົນ ໃຫ້ປະຕິບັດສອດຄ່ອງ ຕາມຂໍ້ຕົກລົງວ່າດ້ວຍການຊື້-ຂາຍເງິນຕາ ກັບມວນຊົນ ຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ສະບັບເລກທີ 109/ທຫລ, ລົງວັນທີ 01 ກຸມພາ 2019 ແລະ ນິຕິກຳອື່ນກ່ຽວຂ້ອງທີ່ ທະນາຄານແຫ່ງ ສປປ ລາວ ກຳນົດແຕ່ລະໄລຍະ.

  1. ລະບອບລາຍງານ

ຮ້ານແລກປ່ຽນເງິນຕາ ຕົວແທນ ສືບຕໍ່ປະຕິບັດລະບອບການລາຍງານຂໍ້ມູນອັດຕາແລກປ່ຽນ ແລະ ການຊື້-ຂາຍເງິນຕາໃຫ້ ທະນາຄານແຫ່ງ ສປປ ລາວ ຜ່ານລະບົບລາຍງານການຊື້-ຂາຍເງິນຕາ ຂອງ ທະນາຄານແຫ່ງ ສປປ ລາວ ຢ່າງເປັນປົກກະຕິ ພ້ອມທັງລາຍງານໃຫ້ທະນາຄານທຸລະກິດທີ່ຕົນເປັນຕົວແທນ ຕາມຊ່ອງທາງການລາຍງານທີ່ທະນາຄານທຸລະກິດດັ່ງກ່າວໄດ້ກຳນົດຢ່າງຄົບຖ້ວນ ແລະ ທັນສະພາບ ເປັນປະຈໍາວັນ ຈົນກວ່າຈະມີນິຕິກຳໃໝ່ປ່ຽນແທນ.

ທະນາຄານທຸລະກິດ ປະຕິບັດລະບອບລາຍງານກ່ຽວກັບຂໍ້ມູນອັດຕາແລກປ່ຽນ ແລະ ການຊື້-ຂາຍເງິນຕາຂອງຕົນ ແລະ ຂອງຮ້ານແລກປ່ຽນເງິນຕາທີ່ເປັນຕົວແທນຂອງຕົນ ໃຫ້ ທະນາຄານແຫ່ງ ສປປ ລາວ ຕາມລະບຽບການທີ່ກຳນົດອອກແຕ່ລະໄລຍະ.

  1. ການຄຸ້ມຄອງຮ້ານແລກປ່ຽນເງິນຕາຕົວແທນ ຂອງທະນາຄານທຸລະກິດ
    1. ໃຫ້ທະນາຄານທຸລະກິດ ຄົ້ນຄວ້າສ້າງລະບຽບການ ແລະ ຈັດຕັ້ງໜ່ວຍງານສະເພາະ ເພື່ອຮັບຜິດຊອບວຽກງານຄຸ້ມຄອງຮ້ານແລກປ່ຽນເງິນຕາທີ່ເປັນຕົວແທນຂອງຕົນ. ໃນລະບຽບການດັ່ງກ່າວ ໃຫ້ກຳນົດເງື່ອນໄຂ, ຂອບເຂດສິດ ແລະ ໜ້າທີ່ຂອງຮ້ານແລກປ່ຽນເງິນຕາທີ່ເປັນຕົວແທນຂອງຕົນ, ຄວາມຮັບຜິດ ຊອບໃນການ ຄຸ້ມຄອງຮ້ານແລກປ່ຽນເງິນຕາແມ່ນພາລະບົດບາດຂອງພະແນກໃດໜຶ່ງຢ່າງຈະແຈ້ງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ;
    2. ໃຫ້ທະນາຄານທຸລະກິດ ໃຊ້ດູນພິນິດຕາມຫຼັກການຊອກຮູ້ລູກຄ້າ (KYC) ພິຈາລະນາການເຮັດທຸລະກໍາຊື້-ຂາຍເງິນຕາກັບຮ້ານແລກປ່ຽນເງິນຕາທີ່ເປັນຕົວແທນຂອງຕົນ ໂດຍສະເພາະການກໍານົດວົງເງິນໃນການຊື້-ຂາຍເງິນຕາກັບຮ້ານແລກປ່ຽນເງິນຕາໃນແຕ່ລະໄລຍະ ເພື່ອເປັນການຄຸ້ມຄອງຄວາມສ່ຽງ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ;
    3. ທະນາຄານທຸລະກິດ ສາມາດພິຈາລະນາອະນຸຍາດໃຫ້ຮ້ານແລກປ່ຽນເງິນຕາທີ່ເປັນຕົວແທນຂອງຕົນ ນຳໃຊ້ບັນຊີເງິນຝາກຂອງຮ້ານແລກປ່ຽນເງິນຕາທີ່ໄດ້ເປີດກັບທະນາຄານທຸລະກິດອື່ນ ກ່ອນການເຊັນສັນຍາເປັນຕົວແທນກັບຕົນ ເຂົ້າໃນການໃຫ້ບໍລິການຊຳລະກັບມວນຊົນ ໃນກໍລະນີທີ່ທະນາຄານຕົນ ຍັງບໍ່ທັນມີລະບົບຊຳລະ ຫຼື ຜະລິດຕະພັນຮອງຮັບການຊຳລະທີ່ສະດວກ ແລະ ຍັງບໍ່ສາມາດເຮັດທຸລະກຳການຊຳລະຂ້າມທະນາຄານ ຜ່ານລະບົບ LAPNet ໄດ້. ໃນກໍລະນີນີ້ໃຫ້ກຳນົດຫຼັກການໃນການເຄື່ອນໄຫວຜ່ານບັນຊີດັ່ງກ່າວຢ່າງຈະແຈ້ງ ໂດຍໃຫ້ລາຍງານການເຄື່ອນໄຫວໃຫ້ທະນາຄານທຸລະກິດຕົວແທນຮັບຊາບ ແລະ ກຳນົດເງື່ອນໄຂໃນການດຳເນີນທຸລະກຳຜ່ານບັນຊີດັ່ງກ່າວ ເຊັ່ນ: ພາຍຫຼັງມີການຊຳລະສະສາງກັບບັນຊີອື່ນໃນແຕ່ລະວັນ ແລ້ວໂອນໄປເຂົ້າບັນຊີຂອງຮ້ານແລກປ່ຽນເງິນຕາຕົວແທນທີ່ເປີດນຳ ທະນາຄານທຸລະກິດ ທີ່ຕົວເປັນຕົວແທນໃນທ້າຍມື້ ເພື່ອໃຫ້ສາມາດຕິດຕາມໄດ້;
    4. ໃຫ້ທະນາຄານທຸລະກິດຮັບສໍານວນເອກະສານການສະເໜີຂໍອະນຸຍາດສືບຕໍ່ດໍາເນີນທຸລະກິດ ແລກປ່ຽນເງິນຕາປະຈຳປີ, ການປ່ຽນແປງທຶນຈົດທະບຽນ, ການສະເໜີຂໍຍົກຍ້າຍສະຖານທີ່ຮ້ານ ແລະ ອື່ນໆ ຂອງຮ້ານແລກປ່ຽນເງິນຕາທີ່ເປັນດ້ວຍທຶນຂອງຕົນ ພ້ອມທັງມີການຢັ້ງຢືນ ແລະ ຄໍາເຫັນຕໍ່ການສະເໜີດັ່ງກ່າວແລ້ວນໍາສົ່ງສໍານວນເອກະສານໃຫ້ທະນາຄານແຫ່ງ ສປປ ລາວ ພິຈາລະນາ;
    5. ໃຫ້ທະນາຄານທຸລະກິດລາຍງານການເຄື່ອນໄຫວຂອງຮ້ານແລກປ່ຽນເງິນຕາທີ່ເປັນຕົວແທນຂອງຕົນ ໃຫ້ກົມນະໂຍບາຍເງິນຕາ ແລະ ສາຂາຂອງ ທະນາຄານແຫ່ງ ສປປ ລາວ ຢູ່ທ້ອງຖິ່ນເປັນປົກກະຕິ ແລະ ທັນສະພາບ.
  2. ການແກ້ໄຂບັນຫາກ່ຽວກັບການສະເໜີ ແລະ ຮັບເອົາຮ້ານແລກປ່ຽນເງິນຕາເປັນຮ້ານແລກປ່ຽນເງິນຕາ ຕົວແທນຂອງທະນາຄານທຸລະກິດ

ພາຍໃນວັນທີ 11 ຕຸລາ 2021 ຮ້ານແລກປ່ຽນເງິນຕາທີ່ພົບບັນຫາຫຍຸ້ງຍາກໃນການເລືອກ, ການສະເໜີຂໍເປັນຕົວແທນ ແລະ ບໍ່ສາມາດເຊັນສັນຍາເປັນຮ້ານແລກປ່ຽນເງິນຕາ ຕົວແທນ ກັບທະນາຄານທຸລະກິດ ສາມາດສະເໜີຍຸບເລີກການດຳເນີນທຸລະກິດແລກປ່ຽນເງິນຕາດ້ວຍຄວາມສະໝັກໃຈ, ຖ້າບໍ່ດັ່ງນັ້ນ ໃຫ້ຮີບຮ້ອນລາຍງານສະພາບຄວາມຫຍຸ້ງຍາກ, ເຫດຜົນ ແລະ ຄວາມຈຳເປັນ ມາຍັງກົມນະໂຍບາຍເງິນຕາ ຫຼື ສາຂາ ຂອງທະນາຄານແຫ່ງ ສປ ລາວ ຢູ່ທ້ອງຖິ່ນ ເພື່ອຄົ້ນຄວ້າແນວທາງໃນການແກ້ໄຂ ສະເໜີຂັ້ນເທິງພິຈາລະນາ.

ພາຍຫຼັງວັນທີ 11 ຕຸລາ 2021 ຮ້ານແລກປ່ຽນເງິນຕາ ທີ່ບໍ່ສາມາດເຊັນສັນຍາເປັນຕົວແທນແລກປ່ຽນເງິນຕາກັບທະນາຄານທຸລະກິດໄດ້ ຖືວ່າບໍ່ສາມາດປະຕິບັດຕາມເງື່ອນໄຂການສືບຕໍ່ດຳເນີນທຸລະກິດ ຕາມທີ່ການົດໄວ້ໃນຂໍ້ຕົກລົງວ່າ ດ້ວຍທຸລະກິດແລກປ່ຽນເງິນຕາ ສະບັບເລກທີ 393/ທຫລ, ລົງວັນທີ 02 ກໍລະກົດ 2020 ຂໍ້ 5 ແລະ ຂໍ້ 10 ຂອງມາດຕາ 21 ແລະ ມາດຕາ 17 ຕາມລໍາດັບ. ຮ້ານແລກປ່ຽນເງິນຕາດັ່ງກ່າວ ຈະຖືກຖອນໃບອະນຸຍາດ ແລະ ໃຫ້ຍຸດຕິການດໍາເນີນທຸລະກິດແລກປ່ຽນເງິນຕາຢ່າງເດັດຂາດ.

ກໍລະນີຮ້ານແລກປ່ຽນເງິນຕາທີ່ບໍ່ໄດ້ເປັນຕົວແທນຂອງທະນາຄານທຸລະກິດ ຫຼື ຖືກຖອນໃບອະນຸຍາດແລ້ວຫາກຍັງສືບຕໍ່ເຄື່ອນໄຫວທຸລະກິດແລກປ່ຽນເງິນຕາ ຈະຖືກປະຕິບັດມາດຕະການຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ລະບຽບການກ່ຽວຂ້ອງຢ່າງເຂັ້ມງວດ.

  1. ຫຼັກການລວມໃນການເຄື່ອນໄຫວຂອງຮ້ານແລກປ່ຽນເງິນຕາ ພາຍຫຼັງຫັນເປັນຕົວແທນ ຂອງທະນາຄານທຸລະກິດ
    1. ຮ້ານແລກປ່ຽນເງິນຕາ ຕົວແທນ ຕ້ອງຂຶ້ນປ້າຍຮ້ານ ໂດຍມີຊື່ທະນາຄານທຸລະກິດທີ່ຕົນເປັນຕົວແທນຢ່າງຊັດເຈນ, ໃຫ້ລະບຸຊື່ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ຕົວແຜນ ໃນໃບບິນແລກປ່ຽນ ເງິນຕາ ແລະ ເອກະສານຕ່າງໆຂອງຮ້ານແລກປ່ຽນເງິນຕາ; ໃຫ້ຕິດໃນທະບຽບວິສາສະກິດ, ໃບອະນຸຍາດ ດຳເນີນທຸລະກິດແລກປ່ຽນເງິນຕາ ແລະ ໃບຢັ້ງຢືນການເປັນຕົວແລກປ່ຽນເງິນຕາ ອອກໂດຍ ທະນາຄານທຸລະກິດທີ່ຕົນເປັນຕົວແທນ ໄວ້ຮ້ານຂອງຕົນບ່ອນທີ່ມວນຊົນສາມາດເຫັນໄດ້ຊັດເຈນ;
    2. ຮ້ານແລກປ່ຽນເງິນຕາສາມາດຊື້-ຂາຍເງິນຕາໂດຍນໍາໃຊ້ບັນຊີສະເພາະຮ້ານແລກປ່ຽນເງິນຕາ ຕົວແທນ ທີ່ເປີດນໍາທະນາຄານທຸລະກິດທີ່ຕົນໄດ້ເຊັນສັນຍາເປັນຕົວແທນເທົ່ານັ້ນ. ສ່ວນການຊື້-ຂາຍເງິນຕາຜ່ານບັນຊີເງິນຝາກຂອງຮ້ານແລກປ່ຽນເງິນຕາ ທີ່ໄດ້ເປີດກັບທະນາຄານທຸລະກິດອື່ນ ກ່ອນການເຊັນສັນຍາເປັນຮ້ານແລກປ່ຽນເງິນຕາ ຕົວແທນນັ້ນ ແມ່ນຕ້ອງແຈ້ງຂໍ້ມູນໃຫ້ທະນາຄານທຸລະກິດທີ່ຕົນເປັນຕົວແທນຮັບຊາບ ແລະ ປະຕິບັດຕາມເງື່ອນໄຂໃນການນໍາໃຊ້ບັນຊີເງິນຝາກທີ່ທະນາຄານທຸລະກິດທີ່ຕົນເປັນຕົວແທນກຳນົດ ບົນພື້ນຖານທີ່ໄດ້ກຳນົດໄວ້ໃນຂໍ້ 7.3 ຂອງຄຳແນະນຳສະບັບນີ້. ໃນການຊື້ ແລະ ຂາຍເງິນຕາຕ້ອງອອກໃບບິນທີ່ຖືກຕ້ອງຕາມການກຳນົດໃນຂໍ້ 9.1 ຂ້າງເທິງໃຫ້ແກ່ລູກຄ້າ ພ້ອມທັງ ສຳເນົາໃບບິນດັ່ງກ່າວໄວ້ນຳຮ້ານແລກປ່ຽນເງິນຕາ ທຸກຄັ້ງ;
    3. ການຂໍອະນຸຍາດສືບຕໍ່ດຳເນີນທຸລະກິດແລກປ່ຽນເງິນຕາປະຈຳປີ, ການປ່ຽນແປງທຶນຈົດຖະບຽນ, ການຍົກຍ້າຍສະຖານທີ່ຮ້ານ ແລະ ອື່ນໆ ທີ່ຕິດພັນກັບການເຄື່ອນໄຫວຂອງຮ້ານແລກປ່ຽນເງິນຕາ ແມ່ນໃຫ້ສືບຕໍ່ປະຕິບັດຕາມຂໍ້ຕົກລົງວ່າດ້ວຍທຸລະກິດແລກປ່ຽນເງິນຕາ ສະບັບເລກທີ 393/ທຫລ, ລົງວັນທີ 02 ກໍລະກົດ 2020 ໂດຍການລາຍງານ, ການສະເໜີຂໍອະນຸມັດທຸກໆຄັ້ງ ຕ້ອງມີການຢັ້ງຢືນ ແລະ ມີຄຳເຫັນຂອງທະນາຄານທຸລະກິດທີ່ຕົນເປັນຕົວແທນ ຈົນກວ່າຈະມີນິຕິກໍາໃໝ່ປ່ຽນແທນ, ໃຫ້ຮ້ານແລກປ່ຽນເງິນຕາຕົວແທນ ປະກອບສຳນວນເອກະສານສະເໜີເຖິງ ທະນາຄານແຫ່ງ ສປປ ລາວ ໂດຍຜ່ານທະນາຄານທຸລະກິດທີ່ຕົນເປັນຕົວແທນ;
    4. ຮ້ານແລກປ່ຽນເງິນຕາເຄື່ອນໄຫວໄດ້ສະເພາະໃນຂົງເຂດສະເພາະກິດຂອງຕົນ ທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 55/ສພຊ, ລົງວັນທີ 22 ທັນວາ 2014, ຂໍ້ຕົກລົງວ່າດ້ວຍທຸລະກິດແລກປ່ຽນເງິນຕາ ສະບັບເລກທີ 393/ທຫລ, ລົງວັນທີ 02 ກໍລະກົດ 2020, ແຈ້ງການ ແລະ ລະບຽບການອື່ນທີ່ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານທຸລະກິດທີ່ຕົນເປັນຕົວແທນກຳນົດອອກແຕ່ລະໄລຍະຢ່າງເຄັ່ງຄັດ.

ຄໍາແນະນໍາສະບັບນີ້ ມີຜົນນຳໃຊ້ໄດ້ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ຫົວໜ້າກົມນະໂຍບາຍເງິນຕາ

ຂັນແກ້ວ ຫຼ້າມະນີເງົາ

 

 

 

 

ຄຳແນະນຳໃນການຮ່າງສັນຍາ ການເປັນຮ້ານຕົວແທນຂອງທະນາຄານທຸລະກິດໃນການດຳເນີນທຸລະກິດແລກປ່ຽນເງິນຕາ

 

ໝາຍເຫດ: ທະນາຄານທຸລະກິດສາມາດປັບປຸງ ແລະ ກຳນົດເນື້ອໃນເພີ່ມຕື່ມຕາມຄວາມເໜາະສົມ ແລະ ສອດຄ່ອງກັບການດຳເນີນທຸລະກິດ, ກົດໝາຍ ແລະ ລະບຽບການທີ່ກ່ຽດຂ້ອງ.

 

 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ແບບຢ່າງ (ຮ່າງ) ສັນຍາ

ວ່າດ້ວຍການເປັນຮ້ານຕົວແທນຂອງທະນາຄານທຸລະກິດໃນການດໍາເນີນທຸລະກິດແລກປ່ຽນເງິນຕາ

ລະຫວ່າງ

 

ທະນາຄານ ................................. ສຳນັກງານຕັ້ງຢູ່ບ້ານ ................, ເມືອງ ........................., ແຂວງ ........................, ໝາຍເລກໂທລະສັບ.................................., ຕາງໜ້າໂດຍທ່ານ.................... ຕຳແໜ່ງ.................., ເຊິ່ງຕໍ່ໄປນີ້ເອີ້ນວ່າ: ຝ່າຍ ກ

ແລະ ຮ້ານແລກປ່ຽນເງິນຕາ............................................, ຂຶ້ນທະບຽນວິສາຫະກິດເລກທີ..............ລົງວັນທີ .................... ເລກທະບຽນວິສາຫະກິດ............................ ໝາກເລກໂທລະສັບ..................... ຕາງໜ້າໂດຍທ່ານ.......................... ຕຳແໜ່ງ..................... ເຊິ່ງຕໍ່ໄປນີ້ເອີ້ນວ່າ: ຝ່າຍ ຂ.

  • ອີງຕາມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 55/ສພຊ, ລົງວັນທີ 22 ທັນວາ2014;
  • ອີງຕາມແຈ້ງການກ່ຽວກັບການຫັນຮ້ານແລກປ່ຽນເງິນຕາໄປເປັນຮ້ານຕົວແທນຂອງທະນາຄານທຸລະກິດໃນການດຳເນີນທຸລະກິດແລກປ່ຽນເງິນຕາ ສະບັບເລກທີ 758/ກນງ, ລົງວັນທີ 12 ກໍລະກົດ 2021;
  • ອີງຕາມຄຳແນະນຳການຈັດຕັ້ງປະຕິບັດແຈ້ງການການຫັນຮ້ານແລກປ່ຽນເງິນຕາໄປເປັນຮ້ານຕົວແທນຂອງທະນາຄານທຸລະກິດໃນການດຳເນີນທຸລະກິດແລກປ່ຽນເງິນຕາ ສະບັບເລກທີ ......... /ກນງ. ລົງວັນທີ.............2021

ມາດຕາ : ຈຸດປະສົງ

  • ເພື່ອຈັດຕັ້ງຜັນຂະຫຍາຍແຈ້ງການເລກທີ 758/ກນງ, ລົງວັນທີ 12 ກໍລະກົດ 2021, ລະບຽບຂອງທະນາຄານທຸລະກິດ..................ວ່າດ້ວຍ...........ແລະ ຊຸກຍູ້ທຸລະກິດ (ກິດຈະກຳແລກປ່ຽນເງິນຕາຂອງທະນາຄານທຸລະກິດ)................ໃຫ້ມີປະສິດທິຜົນ, ຊຸກຍູ້ການເຄື່ອໄຫວທຸລະກິດ/ຫຼືການບໍລິຫານສະພາບຄອງເງິນຕາຕ່າງປະເທດຂອງທະນາຄານທຸລະກິດ............................ປະກອບສ່ວນເຂົ້າເຮັດໃຫ້ການເຄື່ອນໄຫວ ຂອງ ທະນາຄານທຸລະກິດມີຄວາມໝັ້ນຄົງ
  • ໃຫ້ບົ່ງບອກວ່າ: ຈຸດປະສົງໃນການເຮັດສັນຍານີ້ແມ່ນ ທະນາຄານທຸລະກິດຢາກໄດ້ຫຍັງ? ຢາກໃຫ້ຮ້ານແລກປ່ຽນເງິນຕາຊ່ວຍແບບໃດ? ແລະ ທະນາຄານທຸລະກິດຈະຊ່ວຍ ທະນາຄານແຫ່ງ ສປປ ລາວ ແນວໃດໃນວຽກດັ່ງກ່າວ.

ມາດຕາ: ນະໂຍບາຍ (ເປັນມາດຕາທາງເລືອກ, ບໍ່ບັງຄັບ)

  • ທະນາຄານທຸລະກິດທີ່ມີຈຸດປະສົງຄຸ້ມຄອງຮ້ານແລກປ່ຽນເງິນຕາຕົວແທນ ຈະອີງໃສ່ນະໂຍບາຍໃດຂອງຕົນ ເປັນຕົ້ນຕໍ? ເປັນຕົ້ນແມ່ນ: ນະໂຍບາຍຄວບຄຸມຄວາມສ່ຽງ, ນະໂຍບາຍທາງດ້ານການດໍາເນີນງານ.

ມາດຕາ: ອະທິບາຍຄໍາສັບ (ຖ້າມີ)

  • ໃຫ້ອະທິບາຍຄໍາສັບທີ່ກໍານົດໃນສັນຍາສະບັບດັ່ງກ່າວໃຫ້ລະອຽດຊັດເຈນ, ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ

ມາດຕາ: ຫຼັກການ

ໃຫ້ກຳນົດຫຼັກການພື້ນຖານໃນການເຄື່ອນໄຫວທຸລະກິດແລກປ່ຽນເງິນຕາຮ່ວມກັນລະຫວ່າງ ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ເຊັ່ນ:

  • ປະຕິບັດຕາມລະບຽບການກ່ຽວຂ້ອງຂອງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານທຸລະກິດ;
  • ໂປ່ງໃສ ແລະ ສາມາດກວດສອບໄດ້,

ມາດຕາ: ເງື່ອນໄຂຂອງສັນຍາ

ໃຫ້ແຍກເປັນມາດຕາລະອຽດດັ່ງນີ້: ສິດ, ໜ້າທີ່, ພັນທະຂອງຮ້ານແລກປ່ຽນເງິນຕາ ແລະ ສິດ, ໜ້າທີ່, ພັນທະຂອງທະນາຄານທຸລະກິດ, ຊຶ່ງເນື້ອໃນຕ່າງໆ ຕ້ອງປະກອບມີ:

  • ພັນທະໃນການລາຍງານສະພາບການເຄື່ອນໄຫວຂອງຮ້ານແລກປ່ຽນເງິນຕາໃຫ້ ທະນາຄານແຫ່ງ ສປປ ລາວ;
  • ຕ້ອງຂຶ້ນປ້າຍຮ້ານ, ໃບບິນແລກປ່ຽນເງິນຕາ, ໃຫ້ຕິດໃບທະບຽນວິສາຫະກິດ, ໃບອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ ແລະ ໃບຢັ້ງຢືນການເປັນຕົວແທນແລກປ່ຽນເງິນຕາອອກໂດຍທະນາຄານທຸລະກິດທີ່ຕົນເປັນ ຕົວແທນ ໄວ້ຮ້ານຂອງຕົນບ່ອນທີ່ມວນຊົນສາມາດເຫັນໄດ້ຊັດເຈນ ຕາມຄໍາແນະນໍາທີ່ ທະນາຄານແຫ່ງ ສປປ ລາວ ວາງອອກ;
  • ນໍາໃຊ້ບັນຊີສະເພາະຮ້ານແລກປ່ຽນເງິນຕາຕົວແທນທີ່ເປີດນຳທະນາຄານທຸລະກິດທີ່ຕົນໄດ້ເຊັນສັນຍາເປັນຕົວແທນເທົ່ານັ້ນ.
  • ການຊື້-ຂາຍເງິນຕາຜ່ານບັນຊີເງິນຝາກຂອງຮ້ານແລກປ່ຽນເງິນຕາ ທີ່ໄດ້ເປີດກັບທະນາຄານທຸລະກິດອື່ນ ກ່ອນການເຊັນສັນຍາເປັນຮ້ານແລກປ່ຽນເງິນຕາ ຕົວແທນນັ້ນ ແມ່ນຕ້ອງແຈ້ງຂໍ້ມູນໃຫ້ທະນາຄານທຸລະກິດທີ່ຕົນເປັນຕົວແທນຮັບຊາບ ແລະ ປະຕິບັດຕາມເງື່ອນໄຂໃນການນໍາໃຊ້ບັນຊີເງິນຝາກທີ່ທະນາຄານທຸລະກິດທີ່ຕົນເປັນຕົວແທນກຳນົດ.
  • ການຊື້ ແລະ ຂາຍເງິນຕາຕ້ອງອອກໃບບິນທີ່ຖືກຕ້ອງຕາມການກຳນົດ, ພ້ອມທັງສຳເນົາໃບບິນດັ່ງກ່າວໄວ້ນຳຮ້ານແລກປ່ຽນເງິນຕາ ທຸກຄັ້ງ;
  • ການຂໍອະນຸຍາດສືບຕໍ່ດໍາເນີນທຸລະກິດແລກປ່ຽນເງິນຕາປະຈຳປີ, ການປ່ຽນແປງທຶນຈົດທະບຽນ, ການ ຍົກຍ້າຍສະຖານທີ່ຮ້ານ ແລະ ອື່ນໆ ທີ່ຕິດພັນກັບການເຄື່ອນໄຫວຂອງຮ້ານແລກປ່ຽນເງີນຕາແມ່ນໃຫ້ສືບຕໍ່ປະຕິບັດຕາມຂໍ້ຕົກລົງວ່າດ້ວຍທຸລະກິດແລກປ່ຽນເງິນຕາ ສະບັບເລກທີ 393/ທຫລ, ລົງວັນທີ 02 ກໍລະກົດ 2020 ໂດຍການລາຍງານ, ການສະເໜີຂໍອະນຸມັດທຸກໆຄັ້ງຕ້ອງມີການຢັ້ງຢືນ ແລະ ມີຄຳເຫັນຂອງທະນາຄານທຸລະກິດທີ່ຕົນເປັນຕົວແທນ ຈົນກວ່າຈະມີນິຕິກຳໃໝ່ປ່ຽນແທນ;
  • ຮ້ານແລກປ່ຽນເງິນຕາຕ້ອງປະຕິບັດຕາມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 55/ ສພຊ, ລົງວັນທີ 22 ທັນວາ 2014, ຂໍ້ຕົກລົງວ່າດ້ວຍທຸລະກິດແລກປ່ຽນເງິນຕາ ສະບັບເລກທີ 393/ທຫລ, ລົງວັນທີ 02 ກໍລະກົດ 2020, ແຈ້ງການ ແລະ ລະບຽບການອື່ນທີ່ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານທຸລະກິດທີ່ຕົນເປັນຕົວແທນກໍານົດອອກແຕ່ລະໄລຍະຢ່າງເຄັ່ງຄັດ

ມາດຕາ : ບັນຊີທະນາຄານ

  • ການເປີດ ແລະ ນຳໃຊ້ບັນຊີທະນາຄານ (ບັນຊີເງິນຝາກຮ້ານແລກປ່ຽນເງິນຕາຕົວແທນ)
  • ການໃຫ້ເປີດ ແລະ ນຳໃຊ້ບັນຊີທະນາຄານ ອອກຊື່ຮ້ານຢູ່ທະນາຄານທຸລະກິດອື່ນ.

ມາດຕາ ອັດຕາແລກປ່ຽນ

  • ກຳນົດຫຼັກການກ່ຽວກັບ ອັດຕາແລກປ່ຽນ ເພື່ອການຊື້-ຂາຍລະຫວ່າງຮ້ານແລກປ່ຽນເງິນຕາ ກັບມວນຊົນ,
  • ກຳນົດຫຼັກການກ່ຽວກັບ ອັດຕາແລກປ່ຽນ ເພື່ອການຊື້-ຂາຍລະຫວ່າງຮ້ານແລກປ່ຽນເງິນຕາ ກັບທະນາຄານທຸລະກິດ;

ມາດຕາ: ວົງເງິນການຊື້-ຂາຍ

  • ກຳນົດວົງເງິນການຊື້-ຂາຍລະຫວ່າງຮ້ານແລກປ່ຽນເງິນຕາ ກັບມວນຊົນ;
  • ກຳນົດວົງເງິນການຊື້-ຂາຍລະຫວ່າງຮ້ານແລກປ່ຽນເງິນຕາ ກັບ ທະນາຄານທຸລະກິດ.

ມາດຕາ: ລະບອບລາຍງານ

  • ການນໍາໃຊ້ລະບອບລາຍງານຂໍ້ມູນອັດຕາແລກປ່ຽນ ແລະ ການຊື້-ຂາຍເງິນຕາ ເຊັ່ນ: ເນື້ອໃນຂໍ້ມູນທີ່ຕ້ອງລາຍງານ, ໄລຍະລາຍງານ (ວັນ, ເດືອນ, ປີ);
  • ການລາຍງານຂໍ້ມູນກ່ຽວກັບການກໍານົດອັດຕາແລກປ່ຽນ ແລະ ການຊື້-ຂາຍເງິນຕາ ຂອງຮ້ານແລກປ່ຽນເງິນຕາ ຕົວແທນໃຫ້ທະນາຄານທຸລະກິດ ເປັນຕົ້ນແມ່ນ: ຄວາມຖີ່ໃນການລາຍງານ, ວິທີການລາຍງານ ແລະ ຂັ້ນຕອນການລາຍງານຂໍ້ມູນ.

ມາດຕາ: ຊ່ອງທາງການນຳສົ່ງຂໍ້ມູນ

  • ກຳນົດຈະແຈ້ງກ່ຽວກັບຊ່ອງທາງການນຳສົ່ງຂໍ້ມູນລາຍງານອັດຕາແລກປ່ຽນ ແລະ ການຊື້-ຂາຍເງິນຕາ ຂອງຮ້ານແລກປ່ຽນເງິນຕາທີ່ເປັນຕົວແທນຂອງຕົນ ຜ່ານລະບົບ Core Banking ຂອງທະນາຄານທຸລະກິດເອງ ຫຼື ຜ່ານລະບົບລາຍງານການຊື້-ຂາຍເງິນຕາຂອງ ທະນາຄານແຫ່ງ ສປປ ລາວ ຫຼື ລະບົບອື່ນ (ລະບຸຈະແຈ້ງ)

ມາດຕາ: ຂໍ້ຫ້າມ

  • ກຳນົດຂໍ້ຫ້າມກ່ຽວກັບພຶດຕິກໍາທີ່ຈະສ້າງຄວາມຫຍຸ້ງຍາກໃນການເຄື່ອນໄວທຸລະກິດແລະປ່ຽນເງິນຕາກໍຄື: ການຄຸ້ມຄອງເງິນຕາຕ່າງປະເທດ, ເປັນຕົ້ນ; ຫ້າມຮ້ານແລກປ່ຽນເງິນຕາຕົວແທນດຳເນີນການຊື້-ຂາຍເງິນຕາກັບທະນາຄານທຸລະກິດອື່ນ, ຫ້າມເຄື່ອນໄຫວຊື້-ຂາຍເງິນຕາໂດຍບໍ່ຜ່ານບັນຊີຮ້ານແລກປ່ຽນເງິນຕາຕົວແທນ;
  • ລວມທັງຂໍ້ຫ້າມສຳລັບ ຮ້ານແລກປ່ຽນເງິນຕາຕົວແທນ ແລະ ທະນາຄານທຸລະກິດ.

ມາດຕາ: ການແກ້ໄຂຂໍ້ຂັດແຍ່ງ:

  • ກຳນົດວິທີການພື້ນຖານໃນການແກ້ໄຂຂໍ້ຂັດແຍ່ງ ໃນນັ້ນກໍານົດໃຫ້ ທຫລ ເຂົ້າຮ່ວມແກ້ໄຂຂໍ້ຂັດແຍ່ງໃນກໍລະນີຈຳເປັນ,

ມາດຕາ: ການຕໍ່ອາຍຸສັນຍາ ແລະ ການຍົກເລີກສັນຍາ

  • ອາຍຸສັນຍາ;
  • ເງື່ອນໄຂໃນການຕໍ່ສັນຍາ
  • ການຍົກເລີກສັນຍາ

ມາດຕາ: ຜົນສັກສິດ

ສັນຍາສະບັບນີ້ ປະກອບມີ ........... ມາດຕາ,..........ຫນ້າ ແລະ ໄດ້ສ້າງຂຶ້ນເປັນສອງສະບັບເຊິ່ງມີເນື້ອໃນອັນດຽວກັນ, ແຕ່ລະຝ່າຍຈະເກັບຮັກສາໄວ້ຝ່າຍລະໜຶ່ງສະບັບ, ທັງສອງຝ່າຍໄດ້ອ່ານ, ເຂົ້າໃຈເນື້ອໃນ ແລະ ຮັບຮູ້ທຸກສິດ ແລະ ພັນທະ ຕາມການກຳນົດໃນສັນຍາ ແລ້ວ, ຈິ່ງໄດ້ພ້ອມກັນລົງລາຍເຊັນໄວ້ເພື່ອເປັນຫຼັກຖານ.

ຝ່າຍ ກ ຝ່າຍ ຂ

 

# ຫົວຂໍ້ ດາວໂຫຼດ
1 ຄໍາແນະນໍາ ການຈັດຕັ້ງປະຕິບັດ ແຈ້ງການການຫັນຮ້ານແລກປ່ຽນເງິນຕາໄປເປັນຮ້ານຕົວແທນ ຂອງທະນາຄານທຸລະກິດໃນການດໍາເນີນທຸລະກິດແລກປ່ຽນເງິນຕາ, ເລກທີ 878/ກນງ, ລົງວັນທີ 02 ສິງຫາ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.