ພາບປະກອບ

     

     ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ອອກ ຂໍ້ຕົກລົງ ກ່ຽວກັບລາຍການສິນຄ້າເກືອດຫ້າມ ນໍາເຂົ້າ ຫຼື ສົ່ງອອກ ເພື່ອຜັນຂະຫຍາຍ ມາດຕາ 11 ຂອງ ດຳລັດວ່າດ້ວຍການນຳເຂົ້າ ແລະ ການສົ່ງອອກສິນຄ້າ ເລກທີ 114/ລບ, ລົງວັນທີ 06 ເມສາ 2011 ແລະ ລົບລ້າງ ຂໍ້ຕົກ ກ່ຽວກັບສິນຄ້າເກືອດຫ້າມການນຳເຂົ້າ ຫຼື ສົ່ງອອກ ເລກທີ 0973/ອຄ.ກຂອ, ລົງວັນທີ 25 ມີນາ 2011.

     ອີງຕາມ ຂໍ້ຕົກລົງ ວ່າດ້ວຍ ລາຍການສິນຄ້າເກືອດຫ້າມການນຳເຂົ້າ ຫຼື ສົ່ງອອກ, ເລກທີ 0848/ອຄ, ລົງວັນທີ 13 ກັນຍາ 2021 ສິນຄ້າທີ່ນອນໃນລາຍການສິນຄ້າເກືອດຫ້າມການນຳເຂົ້າ ແລະ ລາຍການສິນຄ້າ ເກືອດຫ້າມການສົ່ງອອກ ທີ່ໄດ້ກໍານົດໃນມາດຕາ 3 ຂອງຂໍ້ຕົກລົງສະບັບນີ້ ແມ່ນບໍ່ສາມາດນໍາເຂົ້າ ຫຼື ສົ່ງອອກ ເພື່ອຈຸດປະສົງທາງດ້ານການຄ້າໄດ້, ຍົກເວັ້ນການນຳເຂົ້າ ຫຼື ສົ່ງອອກ ເພື່ອຈຸດປະສົງໃນການຄົ້ນຄວ້າ, ການພັດທະນາເຕັກໂນໂລຊີ, ການປ້ອງກັນ, ການສະກັດກັ້ນ ແລະ ການລະງັບອັນຕະລາຍທີ່ອາດເກີດຂຶ້ນຕໍ່ສຸຂະພາບ, ຊີວິດ, ຊັບສິນ, ສິ່ງແວດລ້ອມ ແລະ ການນຳໃຊ້ໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.