ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ລັດຖະບານ

ເລກທີ 568 /ລບ

ນະຄອນຫຼວງວຽງຈັນ, ວັນທີ 16.09.2021

 

ດໍາລັດ

ວ່າດ້ວຍການປັບໃຫມ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດຫມາຍ

ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກ

  • ອີງຕາມ ກົດຫມາຍວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 08 ພະຈິກ 2016;
  • ອີງຕາມ ກົດຫມາຍວ່າດ້ວຍການຈະລາຈອນທາງບົກ ສະບັບເລກທີ 23/ສພຊ, ລົງວັນທີ 12 ທັນວາ 2012;
  • ອີງຕາມ ກົດຫມາຍວ່າດ້ວຍການຂົນສົ່ງທາງບົກ ສະບັບເລກທີ 24/ສພຊ, ລົງວັນທີ 12 ທັນວາ 2012;
  • ອີງຕາມ ກົດຫມາຍວ່າດ້ວຍທາງຫຼວງ ສະບັບເລກທີ 021/ສພຊ, ລົງວັນທີ 8 ພະຈິກ 2016;
  • ອີງຕາມ ຫນັງສືສະເຫນີຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 518/ຍທຂ, ລົງວັນທີ 30 ສິງຫາ 2021.

ລັດຖະບານ ອອກດໍາລັດ:

ພາກທີ I

ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ

ດໍາລັດສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດຫມາຍ ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ແກ່ ເຈົ້າຫນ້າທີ່ຄວບຄຸມການຈະລາຈອນທາງບົກ ໃນການປັບໃຫມ ແລະ ການປະຕິບັດມາດຕະການຕໍ່ຜູ້ລະເມີດຢ່າງຖືກຕ້ອງ ແລະ ເຂັ້ມງວດ ແນໃສ່ເຮັດໃຫ້ຜູ້ຂັບຂີ່ລົດທຸກປະເພດ ແລະ ຜູ້ນໍາໃຊ້ທາງຫຼວງ ມີສະຕິຕື່ນຕົວ ເຄົາລົບ ແລະ ປະຕິບັດກົດຫມາຍ ແລະ ລະບຽບການ, ເຮັດໃຫ້ການຈະລາຈອນທາງບົກ ມີຄວາມເປັນ ລະບຽບຮຽບຮ້ອຍ, ສະດວກ, ໂລ່ງລ່ຽນ, ປອດໄພ ແລະ ເປັນເອກະພາບໃນທົ່ວປະເທດ, ປົກປ້ອງ ຊີວິດ ແລະ ຊັບສິນຂອງ ບຸກຄົນ, ລວມໝູ່, ສາທາລະນະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ມາດຕາ 2 ການປັບໃຫມ ແລະ ມາດຕະການອື່ນ

ການປັບໃໝ ແມ່ນມາດຕະການທາງດ້ານການເງິນ ທີ່ນໍາໃຊ້ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວ ກັບການຈະລາຈອນທາງບົກ ຕາມອັດຕາຄ່າປັບໃຫມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້.

ມາດຕະການອື່ນ ແມ່ນການນໍາໃຊ້ມາດຕະການເພີ່ມ ຈາກມາດຕະການປັບໃໝ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽການກ່ຽວກັບການຈະລາຈອນທາງບົກ ເປັນຕົ້ນ ການສຶກສາອົບຮົມ, ການກັກໃບຂັບຂີ່, ການຖອນໃບຂັບຂີ່.

ມາດຕາ 3 ການອະທິບາຍຄໍາສັບ

ຄໍາສັບທີ່ນໍາໃຊ້ໃນດໍາລັດສະບັບນີ້ ມີຄວາມຫມາຍ ດັ່ງນີ້:

  1. ລົດຈັກ ໝາຍເຖິງ ຍານພາຫະນະປະເພດ ສອງລໍ້, ສາມລໍ້, ສີລໍ້;
  2. ລົດສາມລໍ້ຕິດເຄື່ອງຈັກ ໝາຍເຖິງ ຍານພາຫະນະປະເພດ ລົດຕຸກໆ, ຈໍາໂບ້;
  3. ລົດໂມເປດ (Moped) ໝາຍເຖິງ ຍານພາຫະນະປະເພດ ສອງລໍ້, ສາມລໍ້ ທີ່ຕິດເຄື່ອງຈັກຂະໜາດບໍ່ເກີນ 50 ຊີຊີ ຫຼື ເຕິ ມໍເຕີໄຟຟ້າຄວາມແຮງແຕ່ 0,25-4 ກິໂລວັດ ແລະ ບາງກໍລະນົອາດມ້ແປ້ນຢັນ ຫຼື ເປດາລຄີລົດຖີບຊຶ່ງແລ່ນດ້ວຍຄວາມໄວສູງສຸດບໍ່ເກີນ ຫ້າສິບ ກິໂລແມັດຕໍ່ຊົ່ວໂມງ;
  4. ລົດຂົນສົ່ງຜູ້ໂດຍສານຂະຫນາດນ້ອຍ ຫມາຍເຖິງ ລົດຂົນສົ່ງຜູ້ໂດຍສານທີ່ມີບ່ອນນັ່ງສູງສຸດບໍ່ເກີນ 15 ບ່ອນນັ່ງ ລວມທັງຜູ້ຂັບຂີ່;
  5. ລົດຂົນສົ່ງຜູ້ໂດຍສານຂະຫນາດກາງ ຫມາຍເຖິງ ລົດຂົນສົ່ງຜູ້ໂດຍສານທີ່ມີບ່ອນນັ່ງ ແຕ່ 16 ຫາ 35 ບ່ອນນັ່ງ ລວມທັງຜູ້ຂັບຂີ່;
  6. ລົດຂົນສົ່ງຜູ້ໂດຍສານຂະຫນາດໃຫຍ່ ຫມາຍເຖິງ ລົດຂົນສົ່ງຜູ້ໂດຍສານທີ່ມີບ່ອນນັ່ງ ແຕ່ 36 ບ່ອນນັ່ງ ຂຶ້ນໄປ ລວມທັງຜູ້ຂັບຂີ່;
  7. ລົດຂົນສົ່ງສິນຄ້າຂະຫນາດນ້ອຍ ຫມາຍເຖິງ ລົດຂົນສົ່ງສິນຄ້າທີ່ມີນໍ້າຫນັກບັນທຸກ ລວມທັງນໍ້າຫນັກລົດບໍ່ເກີນ 3.500 ກິໂລກຣາມ;
  8. ລົດຂົນສົ່ງສິນຄ້າຂະຫນາດກາງ ຫມາຍເຖິງ ລົດຂົນສົ່ງສິນຄ້າທີ່ມີນໍ້າຫນັກບັນທຸກ ລວມທັງນໍ້າຫນັກລົດ ແຕ່ 3.501 ຫາ 15.000 ກິໂລກຣາມ;
  9. ລົດຂົນສົ່ງສິນຄ້າຂະຫນາດໃຫຍ່ ຫມາຍເຖິງ ລົດຂົນສົ່ງສິນຄ້າທີ່ມີນໍ້າຫນັກບັນທຸກ ລວມທັງນໍ້າຫນັກລົດ ແຕ່ 15.001 ຫາ 50.000 ກິໂລກຣາມ.
  10. ເຂດການຈະລາຈອນ ຫມາຍເຖິງ ເຂດການສັນຈອນ ໄປ, ມາ ຂອງຄົນ ແລະ ສັດ ຕາມທາງຫຼວງ.

ມາດຕາ 4 ຫຼັກການກ່ຽວກັບ ການປັບໃໝ ແລະ ການນໍາໃຊ້ມາດຕະການອື່ນ

ການປັບໃຫມ ແລະ ການນໍາໃຊ້ມາດຕະການອື່ນ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:

  1. ຮັບປະກັນຄວາມສອດຄ່ອງກັບຍຸດທະສາດ ແລະ ແຜນດໍາເນີນງານຄວາມປອດໄພທາງຫຼວງ ເພື່ອ ເຮັດໃຫ້ການຄຸ້ມຄອງ ແລະ ຄວບຄຸມການຈະລາຈອນທາງບົກ ມີປະສິດທິພາບ ແລະ ປະສິດທິຜົນສູງ;
  2. ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ປອດໄພ, ສະດວກ, ໂລ່ງລ່ຽນ, ມີປະສິດທິຜົນ ພ້ອມທັງມີ ຄວາມຮັບຜິດຊອບສູງ ລະຫວ່າງເຈົ້າຫນ້າທີ່ຄວບຄຸມການຈະລາຈອນ ແລະ ຜູ້ນໍາໃຊ້ລົດ, ທາງຫຼວງ;
  3. ຮັບປະກັນການປະຕິບັດອັດຕາປັບໃຫມເປັນເອກະພາບ, ຖືກຕ້ອງ, ເປັນທໍາ, ໂປ່ງໃສ ແລະ ສາມາດກວດສອບໄດ້ ບົນພື້ນຖານການປະສານສົມທົບ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ຢ່າງໃກ້ຊິດໃນຂອບເຂດທົ່ວປະເທດ.

ມາດຕາ 5 ຂອບເຂດການນໍາໃຊ້ດໍາລັດ

ດໍາລັດສະບັບນີ້ ນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນ ກັບການນໍາໃຊ້ທາງຫຼວງ ລວມທັງ ທາງດ່ວນ ຢູ່ ສປປ ລາວ.

ພາກທີ II

ການປັບໃຫມຜູ້ລະເມີດກົດໝາຍ ແລະ ລະບຽບການ

ກ່ຽວກັບການຈະລາຈອນທາງບົກ

ຫມວດທີ 1

ການປັບໃຫມຜູ້ຂັບຂີ່ລົດ ບໍ່ເຖິງກະສຽນອາຍຸ ແລະ ມີທາດເຫຼົ້າໃນຮ່າງກາຍ

ມາດຕາ 6 ຜູ້ຂັບຂີ່ລົດທີ່ບໍ່ເຖິງກະສຽນອາຍຸ

ຜູ້ທີ່ບໍ່ເຖິງກະສຽນອາຍຸຂັບຂີ່ລົດ ຕາມທາງຫຼວງ ພາຍໃນ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ຈະຖືກປັບໃຫມ ດັ່ງນີ້:

  1. 20.000 ກີບ ສໍາລັບຜູ້ປົກຄອງເຕັກ ທີ່ໃຫ້ເດັກ ທີ່ມີອາຍຸຕໍ່າກວ່າ ເກົ້າ ປີ ຂັບຂີ່ລົດຖີບ;
  2. 30.000 ກີບ ສໍາລັບຜູ້ປົກຄອງເດັກ ໃຫ້ເດັກທີ່ມີອາຍຸຕ່ໍາກວ່າ ສິບສອງ ປີ ຂີ່ລົດໂມໄປດ;
  3. 50.000 ກີບ ສໍາລັບຜູ້ປົກຄອງເດັກ ທີ່ໃຫ້ເດັກທີ່ມີອາຍຸຕໍ່າກວ່າ ສິບຫ້າ ປີ ຂັບຂີ່ລົດຈັກ;
  4. 80.000 ກີບ ສໍາລັບຜູ້ປົກຄອງເດັກ ທີ່ໃຫ້ເດັກທີ່ມີອາຍຸຕໍ່າກວ່າ ສິບແປດ ປີ ຂັບຂີ່ລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທີ່ແກລໍ້, ຕ໋ອກໆ;
  5. 100.000 ກີບ ສໍາລັບຜູ້ປົກຄອງຂອງເດັກ ທີ່ໃຫ້ເດັກທີ່ມີອາຍຸຕ່ໍາກວ່າ ສິບແປດ ປີ ຂັບຂີ່ລົດ ເກງ, ກະບະ, ຈິບ ແລະ ຕູ້;
  6. 150.000 ກີບ ສໍາລັບຜູ້ທີ່ມີອາຍຸຕ່ໍາກວ່າ ຊາວສາມ ປີ ຂັບຂີ່ລົດຂົນສົ່ງຜູ້ໂດຍສານຂະຫນາດນ້ອຍ;
  7. 300.000 ກີບ ສໍາລັບຜູ້ທີ່ມີອາຍຸຕ່ໍາກວ່າ ຊາວຫ້າ ປີ ຂັບຂີ່ລົດຂົນສົ່ງຜູ້ໂດຍສານຂະຫນາດກາງ;
  8. 350.000 ກີບ ສໍາລັບຜູ້ທີ່ມີອາຍຸຕໍ່າກວ່າ ຊາວແປດ ປີ ຂັບຂີ່ລົດຂົນສົ່ງຜູ້ໂດຍສານຂະຫນາດໃຫຍ່;
  9. 120.000 ກີບ ສໍາລັບຜູ້ທີ່ມີອາຍຸຕ່ໍາກວ່າ ຊາວເອັດ ປີ ຂັບຂີ່ລົດຂົນສົ່ງສິນຄ້າຂະຫນາດນ້ອຍ;
  10. 150.000 ກີບ ສໍາລັບຜູ້ທີ່ມີອາຍຸຕໍ່າກວ່າ ຊາວຫ້າ ປີ ຂັບຂີ່ລົດຂົນສົ່ງສິນຄ້າຂະຫນາດກາງ;
  11. 200.000 ກີບ ສໍາລັບຜູ້ທີ່ມີອາຍຸຕ່ໍາກວ່າ ຊາວແປດ ປີ ຂັບຂີ່ລົດຂົນສົ່ງສິນຄ້າຂະຫນາດໃຫຍ່ ລວມທັງ ລົດຫົວລາກທີ່ແກ່ເຄິ່ງຫາງລາກ, ຫາງລາກ ແລະ ລົດຂົນສົ່ງທົ່ວໄປ ທິແກ່ຫາງຈາກ ທີ່ມີນໍ້າຫນັກລວມແຕ່ 750 ກິໂລກຣາມ ຂຶ້ນໄປ.

ເຈົ້າຫນ້າທີ່ຄວບຄຸມການຈະລາຈອນທາງບົກ ມີສິດກັກລົດທີ່ຜູ້ຂັບຂີ່ລະເມີດ ຕາມທີ່ໄດ້ກໍານົດໄວ້ເທິງນີ້ ຈົນກວ່າເຈົ້າຂອງລົດ ຫຼື ຜູ້ປົກຄອງຂອງຜູ້ລະເມີດນັ້ນ ມາຮັບປະກັນເອົາ ໂດຍມີບົດບັນທຶກກ່ຽວກັບການລະເມີດໄວ້ເປັນຫຼັກຖານ ພ້ອມທັງສຶກສາອົບຮົມຜູ້ຂັບຂີ່ລົດທີ່ບໍ່ເຖິງກະສຽນອາຍຸແລ້ວ ຈຶ່ງສົ່ງລົດດັ່ງກ່າວ.

ມາດຕາ 7 ຜູ້ຂັບຂີ່ລົດທຸກປະເພດໃນເວລາທີ່ມີທາດເຫຼົ້າໃນຮ່າງກາຍ

  ຜູ້ຂັບຂີ່ລົດທຸກປະເພດໃນເວລາທີ່ມີທາດເຫຼົ້າໃນຮ່າງກາຍ ຈະຖືກປັບໃຫມຕາມແຕ່ລະກໍລະນີ ດັ່ງນີ້:

  1. 150.000 ກີບ ສໍາລັບລົດຈັກ ທີ່ມີປະລິມານທາດເຫຼົ້າເກີນ 0,14 ມີລີກຣາມ ຕໍ່ ລິດ;
  2. 300.000 ກີບ ສໍາລັບລົດສ່ວນຕົວ ສີ່ ລໍ້ ທຸກຊະນິດ ທີ່ມີປະລິມານທາດເຫຼົ້າເກີນ 0,24 ມີລີກຣາມ ຕໍ່ ລິດ;
  3. 1.500.000 ກີບ ສໍາລັບລົດຂົນສົ່ງຮັບຈ້າງທຸກຊະນິດ ທີ່ມີປະລິມານທາດເຫຼົ້າເກີນ 0 ມີລີກຣາມ ຕໍ່ ລິດ.

ໝວດທີ 2

ການປັບໃໝ ຜູ້ຂັບຂີ່ທີ່ລະເມີດລະບຽບການ ທາງດ້ານເອກະສານ

ກ່ຽວກັບການຈະລາຈອນທາງບົກ

ມາດຕາ 8 ການຂັບຂີ່ລົດ ໂດຍບໍ່ມີເອກະສານຄົບຖ້ວນ

ຜູ້ຂັບຂີ່ລົດ ຕ້ອງມີເອກະສານຄົບຖ້ວນ ເຊັ່ນ ໃບຂັບຂີ່ຍານພາຫະນະ, ໃບທະບຽນຍານພາຫະນະ, ໃບຢັ້ງຢືນການກວດກາເຕັກນິກ, ໃບເສຍຄ່າທໍານຽມທາງ, ໃບປະກັນໄພຍານພາຫະນະ.

ນອກຈາກເອກະສານທີ່ກ່າວມາຂ້າງເທິງນີ້ ລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ຍັງຕ້ອງມີ ໃບອະນຸຍາດດໍາເນີນທຸລະກິດຂົນສົ່ງ, ໃບອະນຸຍາດແລ່ນລົດ, ປຶ້ມຕິດຕາມການແລ່ນລົດ, ໃບຕິດຕາມຜູ້ໂດຍສານ ແລະ ສິນຄ້າ, ສໍາລັບລົດຂົນສົ່ງນັກທ່ອງທ່ຽວ ຕ້ອງມີບັນຊີນັກທ່ອງທ່ຽວ ແລະ ແຜນການນໍາທ່ຽວ.

ໃນກໍລະນີຜູ້ຂັບຂີ່ໃດ ຫາກບໍ່ມີເອກະສານຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ເທິງນີ້ ຈະຖືກປັບໃໝ ຕາມແຕ່ລະເອກະສານ ແລະ ປະເພດລົດ ດັ່ງນີ້:

  1. 30.000 ກີບ ສໍາລັບລົດຈັກ;
  2. 35.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ;
  3. 60.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
  4. 60.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດນ້ອຍ, 80.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າຂະຫນາດກາງ, 200.000 ກີບ ສໍາລັບລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຂະຫນາດໃຫຍ່.

ໃນກໍລະນີຜູ້ຂັບຂີ່ໃດ ຫາກບໍ່ມີໃບທະບຽນຍານພາຫະນະ ໃຫ້ເຈົ້າຫນ້າທີ່ຄວບຄຸມການຈະລາຈອນ ທາງບົກ ກັກລົດໄວ້ ແລ້ວໃຫ້ເຈົ້າຂອງລົດນໍາເອົາເອກະສານທີ່ກ່ຽວຂ້ອງທັງໝົດມາຢັ້ງຢືນເອົາລົດ, ຖ້າບໍ່ມີເອກະສານທີ່ກ່ຽວຂ້ອງມາຢັ້ງຢືນ ໃຫ້ເຈົ້າຫນ້າທີ່ດັ່ງກ່າວ ປະຕິບັດຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງຢ່າງເຂັ້ມງວດ.

ມາດຕາ 9 ເອກະສານລົດ, ໃບຂັບຂີ່ຍານພາຫະນະທີ່ໝົດກໍານົດ ຫຼື ບໍ່ຖືກຕ້ອງຕາມປະເພດລົດ

ໃນກໍລະນີທີ່ເອກະສານລົດ, ໃບຂັບຂີ່ຍານພາຫະນະ ຫຼື ເອກະສານລົດໝົດກໍານົດເກີນ ສາມ ເດືອນຂຶ້ນໄປ ຫຼື ເອກະສານບໍ່ຖືກຕ້ອງຕາມປະເພດລົດ ຜູ້ຂັບຂີ່ລົດ ຈະຖືກປັບໃຫມ ດັ່ງນີ້:

  1. 30.000 ກີບ ສໍາລັບລົດຈັກ, ລົດສາມລໍ້ຕິດເຄື່ອງຈັກ;
  2. 40.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
  3. 60.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດນ້ອຍ, 80.000 ກີບ ສໍາລັບລົດ ຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດກາງ, 100.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດໃຫຍ່.

ໃນກໍລະນີຜູ້ຂັບຂີ່ລົດໃດຫໜຶ່ງ ຫາກມີການນໍາໃຊ້ໃບຂັບຂີ່ຍານພາຫະນະ ຫຼື ເອກະສານລົດຂອງຜູ້ອື່ນ ຫຼື ປອມແປງເອກະສານລົດ ຈະຖືກປັບໃຫມ 500.000 ກີບ. ນອກຈາກປັບໃໝແລ້ວ ໃຫ້ເຈົ້າຫນ້າທີ່ຄວບຄຸມການ ຈະລາຈອນທາງບົກ ກັກລົດດັ່ງກ່າວ ແລະ ຍຶດເອກະສານທີ່ປອມແປງນັ້ນ ພ້ອມທັງປະຕິບັດຕາມກົດຫມາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ.

ມາດຕາ 10 ລົດບໍ່ຕິດປ້າຍທະບຽນ, ຕິດປ້າຍທະບຽນບໍ່ຖືກຕ້ອງ ຫຼື ໝົດອາຍຸການນໍາໃຊ້

ຜູ້ຂັບຂີ່ລົດ ບໍ່ມີປ້າຍທະບຽນ, ຕິດປ້າຍທະບຽນບໍ່ຖືກຕ້ອງ ຫຼື ໝົດອາຍຸການນໍາໃຊ້ ລວມທັງປ້າຍທະບຽນ ປອມ, ແຕກ, ຫັກ, ຂາດ, ຕົວຫນັງສື ຫຼື ຕົວເລກບໍ່ແຈ້ງ, ລຶບ, ຕິດປ້າຍທະບຽນບໍ່ຖືກບ່ອນ, ດັດແປງປ້າຍທະບຽນລົດເປັນຕົ້ນ ໃສ່ຂອບປ້າຍ, ໃສແກ້ວ ຫຼື ປຣາສຕິກໃສປົກປ້າຍທະບຽນ, ຕິດສະຕິກເກີ ຫຼື ຮູບພາບ ໃສ່ປ້າຍທະບຽນ ຈະຖືກປັບໃຫມ ດັ່ງນີ້:

  1. 20.000 ກີບ ສໍາລັບລົດຈັກ;
  2. 30.000 ກີບ ສໍາລັບສາມລໍ້ຕິດເຄື່ອງຈັກ;
  3. 80.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
  4. 80.000 ກີບ ສໍາລັບລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຂະຫນາດນ້ອຍ, 100.000 ກີບ ສໍາລັບລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ຂະຫນາດກາງ, 150.000 ກີບ ສໍາລັບລົດຂົນສົ່ງ ຜູ້ ໂດຍສານ ແລະ ສິນຄ້າ ຂະຫນາດໃຫຍ່.

ໃນກໍລະນີຜູ້ຂັບຂີ່ລົດຕິດປ້າຍທະບຽນລົດທີ່ເຮັດເອົາເອງ, ປ້າຍເກົ່າຂອງລົດຄັນອື່ນ ຫຼື ປ້າຍທະບຽນທີ່ ຖືກລົບລ້າງແລ້ວ ຈະຖືກປັບໃຫມ ຖ້າ ເທົ່າຂອງອັດ ຕາປັບໃຫມທີ່ກໍານົດໄວ້ເທິງນີ້.

ສໍາລັບລົດທີ່ຕິດປ້າຍທະບຽນປອມ ໃຫ້ເຈົ້າຫນ້າທີ່ຄວບຄຸມການຈະລາຈອນ ກັກລົດດັ່ງກ່າວໄວ້ ແລະ ປະຕິບັດຕາມກົດຫມາຍ ແລະ ລະບຽບການ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

ຫມວດທີ 3

ການປັບໃຫມຜູ້ລະເມີດລະບຽບການເຕັກນິກຂອງລົດ

ມາດຕາ 11 ການນໍາໃຊ້ລົດບໍ່ໄດ້ກວດກາເຕັກນິກ ແລະ ການດັດແປງເຕັກນິກລົດ

ລົດທຸກປະເພດ ຕ້ອງໄດ້ຮັບການກວດກາເຕັກນິກ ຕາມລະບຽບການ ຢ່າງເຂັ້ມງວດ ແລະ ຕ້ອງມີສະພາບ ເຕັກນິກ ທີ່ຮັບປະກັນ   ຄວາມປອດໄພ ໂດຍໄດ້ຮັບການຢັ້ງຢືນຈາກສູນກວດກາເຕັກນິກລົດ ທີ່ໄດ້ຮັບອະນຸຍາດ ຈາກຂະແຫນງການໂຍທາທິການ ແລະ ຂົນສົ່ງ.

ໃນກໍລະນີເຈົ້າຫນ້າທີ່ຄວບຄຸມການຈະລາຈອນທາງບົກ ຫາກກວດພົບລົດທີ່ບໍ່ມີໃບກວດກາເຕັກນິກ ແລະ ບໍ່ມີໃບອະນຸຍາດດັດແປງເຕັກນິກລົດ ຈາກຂະແຫນງການໂຍທາທິການ ແລະ ຂົນສົ່ງ ຜູ້ຂັບຂີ່, ເຈົ້າຂອງ ຫຼື ຜູ້ ຄອບຄອງລົດດັ່ງກ່າວ ຈະຖືກປັບໃຫມ ດັ່ງນີ້:

  1. 70.000 ກີບ ສໍາລັບລົດຈັກ;
  2. 80.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ;
  3. 150.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
  4. 170.000 ກີບ ສໍາລັບລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຂະຫນາດນ້ອຍ, 200.000 ກີບ ສໍາລັບ ລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ຂະຫນາດກາງ, 250.000 ກີບ ສໍາລັບລົດຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າຂະຫນາດໃຫຍ່.

ມາດຕາ 12 ການນໍາໃຊ້ລົດ ທີ່ມີສະພາບເຕັກນິກ ບໍ່ໄດ້ມາດຕະຖານ

ໃນກໍລະນີເຈົ້າຫນ້າທີ່ຄວບຄຸມການຈະລາຈອນທາງບົກ ຫາກກວດພົບການນໍາໃຊ້ລົດທີ່ດັດແປງສະພາບ ເຕັກນິກບໍ່ໄດ້ມາດຕະຖານ ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ຫຼື ເປັນໄພອັນຕະລາຍຕໍ່ການຈະລາຈອນ ຜູ້ຂັບຂີ່, ເຈົ້າຂອງ ຫຼື ຜູ້ຄອບຄອງລົດດັ່ງກ່າວຈະຖືກປັບໃໝດັ່ງນີ້:

  1. ລົດຈັກ, ລົດສາມລໍ້ຕິດເຄື່ອງຈັກ:
    1. 50.000 ກີບ ສໍາລັບກໍລະນີລະບົບໄຟແສງສະຫວ່າງ, ໄຟທ້າຍ, ໄຟສັນຍານບໍ່ມີ ຫຼື ບໍ່ຮຸ່ງແຈ້ງ, ມີໄຟຕາເບື້ອງດຽວ, ມີແສງຕໍ່າ ຫຼື ສູງໂພດ, ຕິດຕັ້ງໄຟເສີມໂດຍບໍ່ໄດ້ຮັບອະນຸຍາດ;
    2. 30.000 ກີບ ສໍາລັບກໍລະນີມີ ຄວັນດໍາ, ຄວັນຂາວ ເກີນຄ່າມາດຕະຖານ;
    3. 40.000 ກີບ ສໍາລັບກໍລະນີ ລະບົບຫ້າມລໍ້ບໍ່ດີ, ບໍ່ມີແວ່ນສ່ອງຂ້າງ ແລະ/ຫຼື ຫຼັງ;
    4. 60.000 ກີບ ສໍາລັບກໍລະນີມີທໍ່ອາຍເສຍ ທີ່ພາໃຫ້ມີສຽງດັງເກີນມາດຕະຖານ.
  2. ລົດສີ່ລໍ້ ຂຶ້ນໄປ ທຸກປະເພດ:
    1. 200.000 ກີບ ສໍາລັບກໍລະນີລະບົບ ໄຟແສງສະຫວ່າງ, ໄຟທ້າຍ, ໄຟສັນຍານບໍ່ມີ ຫຼື ບໍ່ຮຸ່ງແຈ້ງ, ມີໄຟຕາເບື້ອງດຽວ, ມີແສງຕໍ່າ ຫຼື ສູງໂພດ, ຕິດຕັ້ງໄຟເສີມໂດຍບໍ່ໄດ້ຮັບອະນຸຍາດ;
    2. 100.000 ກີບ ສໍາລັບກໍລະນີມີ ຄວັນດໍາ, ຄວັນຂາວ ເກີນຄ່າມາດຕະຖານ;
    3. 120.000 ກີບ ສໍາລັບກໍລະນີ ລະບົບຫ້າມລໍ້ບໍ່ດີ, ບໍ່ມີແວ່ນສ່ອງຂ້າງ ແລະ ຫຼັງ;
    4. 150.000 ກີບ ສໍາລັບກໍລະນີມີທໍ່ອາຍເສຍ ທີ່ພາໃຫ້ມີສຽງດັງເກີນມາດຕະຖານ.
  3. ລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດນ້ອຍ, ກາງ, ໃຫຍ່:
    1. 400.000 ກີບ ສໍາລັບກໍລະນີລະບົບ ໄຟແສງສະຫວ່າງ, ໄຟທ້າຍ, ໄຟສັນຍານ ບໍ່ມີ ຫຼື ບໍ່ຮຸ່ງແຈ້ງ, ມີໄຟຕາເບື້ອງດຽວ, ມີແສງຕໍ່າ ຫຼື ສູງໂພດ, ຕິດຕັ້ງໄຟເສີມໂດຍບໍ່ໄດ້ຮັບອະນຸຍາດ;
    2. 100.000 ກິບ ສໍາລັບກໍລະນີມີ ຄວັນດໍາ, ຄວັນຂາວ ເກີນຄ່າມາດຕະຖານ;
    3. 200.000 ກີບ ສໍາລັບກໍລະນີ ລະບົບຫ້າມລໍ້ບໍ່ດີ, ບໍ່ມີແວ່ນສ່ອງຂ້າງ ແລະ ຫຼັງ;
    4. 400.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ມີການເສີມເຜົ່າ ແລະ ຕໍ່ເຕີມຕົວຖັງ.

ນອກຈາກການປັບໃຫມຕາມທີ່ໄດ້ກໍານົດໄວ້ເທິງນີ້ແລ້ວ ໃນກໍລະນີຫາກກວດພົບລົດທີ່ຕິດຕັ້ງເຄື່ອງສຽງ ທີ່ເປີດສຽງດັງເກີນມາດຕະຖານ ໃນເວລາຂັບຂີ່ຕາມທາງຫຼວງ ຈະຖືກປັບໃຫມ 500.000 ກີບ.

ມາດຕາ 13 ການຂັບຂີ່ລົດຕ໊ອກໆ, ລົດໄຖນາເດີນຕາມແກ່ລໍ້, ລົດອີແຕັນ, ລົດຊິ່ງ ທີ່ມີສະພາບເຕັກນິກບໍ່ສົມບູນ

              ລົດຕ໊ອກໆ, ລົດໄຖນາເດີນຕາມແກ່ລໍ້, ລົດອີ່ແຕັນ, ລົດຊິ່ງ ທີ່ບໍ່ມີໄຟເຍືອງທາງ, ບໍ່ມີໄຟສ່ອງທ້າຍລົດ ຫຼື ບໍ່ມີແຜນສະທ້ອນແສງຕິດທ້າຍລົດ ແລະ ລົດໄຖນາທີ່ບໍ່ມີໄຟເຍືອງທາງ ແລະ ໂຄມໄຟເຍືອງທ້າຍລົດ ທີ່ສັນຈອນໃນຍາມຄໍ່າມືດ ຕາມທາງຫຼວງ ຈະຖືກປັບໃຫມ 80.000 ກີບ.

ຫມວດທີ 4

ການປັບໃຫມຜູ້ລະເມີດການຂັບຂີ່ ແລະ ການຈະລາຈອນ

ມາດຕາ 14 ການໃຊ້ຄວາມໄວເກີນກໍານົດ

ຜູ້ຂັບຂີ່ລົດທຸກປະເພດ ທີ່ຂັບຂີ່ດ້ວຍຄວາມໄວເກີນກໍານົດ ຫຼື ເກີນຄວາມໄວຈໍາກັດໃນປ້າຍຈະລາຈອນ ທີ່ຕິດຕັ້ງໄວ້ຕາມແຄມທາງຫຼວງ ຈະຖືກປັບໃໝ ດັ່ງນີ້:

  1. ຜູ້ຂັບຂີ່ລົດທຸກປະເພດ ທີ່ຂັບຂີ່ໄວເກີນກໍານົດ ແຕ່ບໍ່ຫຼາຍກວ່າ ສິບຫ້າ ກິໂລແມັດຕໍ່ຊົ່ວໂມງ ຈະຖືກ ຕັກເຕືອນ ແລະ ເຮັດບົດບັນທຶກໄວ້ ແລ້ວຈຶ່ງປ່ອຍໄປ;
  2. ຜູ້ຂັບຂີ່ລົດທຸກປະເພດ ທີ່ຂັບຂີ່ໄວເກີນກໍານົດ ແຕ່ ສິບຫົກ ຫາ ສາມສິບ ກິໂລແມັດຕໍ່ຊົ່ວໂມງ ຈະຖືກປັບໃໝ ດັ່ງນີ້:
    1. 70.000 ກີບ ສໍາລັບລົດຈັກ;
    2. 100.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທຸກປະເພດ;
    3. 150.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
    4. 200.000 ກີບ ສໍາລັບລົດຂົນສົ່ງຜູ້ໂດຍສານຂະຫນາດນ້ອຍ, 250.000 ກີບ ສໍາລັບລົດຂົນສົ່ງຜູ້ ໂດຍສານຂະຫນາດກາງ, 300.000 ກີບ ສໍາລັບລົດຂົນສົ່ງຜູ້ໂດຍສານຂະຫນາດໃຫຍ;
    5. 150.000 ກີບ ສໍາລັບລົດຂົນສົ່ງສິນຄ້າຂະຫນາດນ້ອຍ, 200.000 ກີບ ສໍາລັບລົດຂົນສົ່ງສິນຄ້າຂະຫນາດກາງ, 250.000 ກີບ ສໍາລັບລົດຂົນສົ່ງສິນຄ້າຂະໜາດໃຫຍ່.
  3. ຜູ້ຂັບຂີ່ລົດທຸກປະເພດ ທີ່ຂັບຂີ່ໄວເກີນກໍານົດ ແຕ່ ສາມສິບເອັດ ຫາ ຫ້າສິບ ກິໂລແມັດຕໍ່ຊົ່ວໂມງ ຈະຖືກປັບໃຫມ ດັ່ງນີ້:
    1. 100.000 ກີບ ສໍາລັບລົດຈັກ;
    2. 120.000 ກີບ ສໍາລັບຜູ້ຂັບຂີ່ ລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທຸກປະເພດ;
    3. 180.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
    4. 220.000 ກີບ ສໍາລັບລົດຂົນສົ່ງຜູ້ໂດຍສານຂະຫນາດນ້ອຍ, 280.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານຂະຫນາດກາງ, 350.000 ກີບ ສໍາລັບລົດຂົນສົ່ງຜູ້ໂດຍສານຂະຫນາດໃຫຍ່;
    5. 180.000 ກີບ ສໍາລັບລົດຂົນສົ່ງສິນຄ້າຂະຫນາດນ້ອຍ, 220.000 ກີບ ສໍາລັບລົດຂົນສົ່ງສິນ ຄ້າຂະຫນາດກາງ, 280.000 ກີບ ສໍາລັບລົດຂົນສົ່ງສິນຄ້າຂະຫນາດໃຫຍ່.
  4. ຜູ້ຂັບຂີ່ລົດທຸກປະເພດ ທີ່ຂັບຂີ່ໄວເກີນກໍານົາ ແຕ່ ຫ້າສິບເອັດ ຫາ ໜຶ່ງຮ້ອຍ ກິໂລແມັດຕໍ່ຊົ່ວໂມງ ຈະຖືກປັບໃຫມ ດັ່ງນີ້:
    1. 120.000 ກີບ ສໍາລັບລົດຈັກ;
    2. 150.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທຸກປະເພດ;
    3. 200.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
    4. 250.000 ກີບ ສໍາລັບລົດຂົນສົ່ງຜູ້ໂດຍສານຂະຫນາດນ້ອຍ, 300.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານຂະຫນາດກາງ, 370.000 ກີບ ສໍາລັບລົດຂົນສົ່ງຜູ້ໂດຍສານຂະຫນາດໃຫຍ;
    5. 200.000 ກີບ ສໍາລັບລົດຂົນສົ່ງສິນຄ້າຂະຫນາດນ້ອຍ, 250.000 ກີບ ສໍາລັບລົດຂົນສົ່ງ ສິນຄ້າຂະຫນາດກາງ, 300.000 ກີບ ສໍາລັບລົດຂົນສົ່ງສິນຄ້າຂະຫນາດໃຫຍ່.
  5. ຜູ້ຂັບຂີ່ລົດທຸກປະເພດ ທີ່ຂັບຂີ່ໄວເກີນກໍານົດ ແຕ່ ຫນຶ່ງຮ້ອຍເອັດ ກິໂລແມັດຕໍ່ຊົ່ວໂມງ ຂຶ້ນໄປ ຈະຖືກ ປັບໃໝ ດັ່ງນີ້:
    1. 150.000 ກີບ ສໍາລັບລົດຈັກ;
    2. 180.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທຸກປະເພດ;
    3. 250.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
    4. 270.000 ກີບ ສໍາລັບລົດຂົນສົ່ງຜູ້ໂດຍສານຂະຫນາດນ້ອຍ, 320.000 ກີບ ສໍາລັບລົດຂົນສົ່ງ ໂດຍສານຂະຫນາດກາງ, 400.000 ກີບ ສໍາລັບລົດຂົນສົ່ງຜູ້ໂດຍສານຂະຫນາດໃຫຍ;
    5. 220.000 ກີບ ສໍາລັບລົດຂົນສົ່ງສິນຄ້າຂະຫນາດນ້ອຍ, 270.000 ກີບ ສໍາລັບລົດຂົນສົ່ງສິນຄ້າຂະຫນາດກາງ, 320.000 ກີບ ສໍາລັບລົດຂົນສົ່ງສິນຄ້າຂະຫນາດໃຫຍ່.

ມາດຕາ 15 ການຈອດລົດບໍ່ຖືກຕ້ອງຕາມລະບຽບການ ກ່ຽວກັບການຈະລາຈອນທາງບົກ

ຜູ້ຂັບຂີ່ລົດ ທີ່ຈອດລົດຢູ່ບ່ອນຫ້າມຈອດ, ມີປ້າຍ ຫຼື ມີເຄື່ອງຫມາຍຫ້າມ, ທາງຄ້ອຍ, ທາງໂຄ້ງ, ຫົວຂົວ, ກາງຂົວ, ຂວາງທາງ, ຕົ້ນທາງ, ຊ້ອນກັນ, ເບື້ອງຊ້າຍທີ່ບໍ່ແມ່ນການສັນຈອນທິດທາງດຽວ, ທາງຄົນຍ່າງ, ບໍ່ຖືກຕ້ອງຕາມລັກສະນະ ຂອງປ້າຍກໍານົດ, ຕິດຂອບດອນກາງທາງ, ຂອບວົງວຽນ, ໃກ້ທາງຄົບ, ທາງແຍກ ໃນຂອບເຂດ ສິບຫ້າ ແມັດ, ບໍ່ແນບຂອບທາງ ຫຼື ຫ່າງຈາກຂອບທາງເກີນ ສາມສິບ ຊັງຕີແມັດ ຈະຖືກປັບໃຫມ ຕາມປະເພດລົດ ດັ່ງນີ້:

  1. 50.000 ກີບ ສໍາລັບລົດຈັກ;
  2. 80.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທຸກປະເພດ;
  3. 150.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
  4. 200.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດນ້ອຍ, 250.000 ກີບ ສໍາລັບ ລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ຂະຫນາດກາງ, 300.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດໃຫຍ່.

ມາດຕາ 16 ການຈອດລົດຍາມສຸກເສີນ

ຜູ້ຂັບຂີ່ລົດ ທີ່ມີຄວາມຈໍາເປັນຕ້ອງໄດ້ຈອດລົດກະທັນຫັນຢູ່ເຂດຫ້າມຈອດ ຍ້ອນມີສາເຫດຂັດຂ້ອງ ທາງດ້ານເຕັກນິກຂອງລົດ, ສຸຂະພາບຂອງຜູ້ຂັບຂີ່ ຫຼື ເພື່ອຈັດເຄື່ອງຂອງ ທີ່ບັນທຸກ ຕ້ອງໃສ່ເຄື່ອງຫມາຍເຕືອນ ອັນຕະລາຍ ທີ່ເປັນປ້າຍສາມຫຼ່ຽມຂອບແດງ, ຈວຍຈະລາຈອນ ຫຼື ເຄື່ອງຫມາຍຕ່າງໆທີ່ເປັນສັນຍານເຕືອນ ໄວ້ ດ້ານຫນ້າ ແລະ ຫຼັງ ຫ່າງຈາກລົດຢ່າງຫນ້ອຍ ສາມສິບ ແມັດ ພ້ອມທັງເປີດໄຟສັນຍານສຸກເສີນໄວ້.

ຜູ້ລະເມີດ ຈະຖືກປັບໃຫມ ດັ່ງນີ້:

  1. 50.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທຸກປະເພດ;
  2. 80.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
  3. 100.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດນ້ອຍ, 120.000 ກີບ ສໍາລັບ ລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດກາງ, 150.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດໃຫຍ່.

ມາດຕາ 17 ລົດເປ່ເພກາງທາງ

ໃນກໍລະນີຫາກມີລົດຕິດຂັດ ຫຼື ເປ່ເພ ຕາມ ທາງຫຼວງ, ຖະຫນົນ ຜູ້ຂັບຂີ່ລົດ ຕ້ອງຕິດຕັ້ງເຄື່ອງຫມາຍ ເຕືອນອັນຕະລາຍໄວ້ທາງ ດ້ານຫຼັງ, ຫນ້າ ຫ່າງຈາກທ້າຍ, ຫົວລົດ ຢ່າງຫນ້ອຍ ສາມສິບ ແມັດ ພ້ອມທັງຍ້າຍລົດ ດັ່ງກ່າວ ອອກຈາກຊ່ອງຈະລາຈອນ ແລະ ບໍ່ໃຫ້ສ້ອມແປງ ຫຼື ປະລົດໄວ້ກາງທາງຫຼວງ.

ຜູ້ຂັບຂີ່ ຫຼື ເຈົ້າຂອງລົດທີ່ລະເມີດ ຈະຖືກປັບໃຫມ ດັ່ງນີ້:

  1. 40.000 ກີບ ສໍາລັບລົດຈັກ;
  2. 70.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທຸກປະເພດ;
  3. 150.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
  4. 150.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດນ້ອຍ, 200.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດກາງ, 250.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດໃຫຍ່.

ມາດຕາ 18 ການຂັບຂີ່ລົດບໍ່ຖືກທິດທາງການຈະລາຈອນ

ຜູ້ຂັບຂີ່ລົດສວນທິດທາງການຈະລາຈອນ ຈະຖືກປັບໃຫມ ດັ່ງນີ້:

  1. 20.000 ກີບ ສໍາລັບລົດຖີບ, ລົດໂມເປດ;
  2. 50.000 ກີບ ສໍາລັບລົດຈັກ;
  3. 60.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທຸກປະເພດ;
  4. 150.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
  5. 150.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດນ້ອຍ, 170.000 ກີບ ສໍາລັບ ລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດກາງ, 200.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດໃຫຍ່.

ມາດຕາ 19 ການຂັບຂີ່ລົດແຂ່ງກັນ

ຜູ້ຂັບຂີ່ລົດ ນັບແຕ່ສອງຄົນຂຶ້ນໄປ ຫາກໄດ້ຂັບລົດແຂ່ງຂັນກັນ ຢູ່ຕາມທາງຫຼວງ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃຫມ ດັ່ງນີ້:

  1. 150.000 ກີບ ສໍາລັບລົດຖີບ, ລົດໂມເປດ;
  2. 200.000 ກີບ ສໍາລັບລົດຈັກ;
  3. 250.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ;
  4. 700.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
  5. 900.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດນ້ອຍ, 950.000 ກີບ ສໍາລັບ ລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດກາງ, 1.000.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດໃຫຍ່.

ມາດຕາ 20 ການຂັບຂີ່ລົດລ່ວງໄຟສັນຍານຈະລາຈອນ, ລະເມີດ ປ້າຍຫ້າມ, ປ້າຍກໍານົດ ຫຼື ປ້າຍບັງຄັບ

ຜູ້ຂັບຂີ່ລົດ ທີ່ລ່ວງໄຟສັນຍານຈະລາຈອນສີແດງ ແລະ ຜູ້ທີ່ສວຍໂອກາດຕໍ່ທ້າຍລົດຄັນອື່ນ ເພື່ອຜ່ານທາງ ແຍກໄປ ເມື່ອໄຟສັນຍານປ່ຽນເປັນສີເຫຼືອງ ຫຼື ສີແດງແລ້ວ, ລະເມີດ ປ້າຍຫ້າມ, ປ້າຍກໍານົດ ຫຼື ປ້າຍບັງຄັບ ຈະຖືກ ປັບໃຫມ ດັ່ງນີ້:

  1. 30.000 ກີບ ສໍາລັບລົດຖີບ, ລົດໂມເປດ;
  2. 100.000 ກີບ ສໍາລັບລົດຈັກ;
  3. 120.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທຸກປະເພດ;
  4. 150.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
  5. 300.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດນ້ອຍ, 400.000 ກີບ ສໍາລັບ ລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດກາງ, 450.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດໃຫຍ່.

ມາດຕາ 21 ການສັນຍານຂອງເຈົ້າຫນ້າທີ່ຄວບຄຸມການຈະລາຈອນທາງບົກ

ໃນກໍລະນີເຈົ້າຫນ້າທີ່ຄວບຄຸມການຈະລາຈອນທາງບົກ ຕັ້ງຈຸດກວດກາ, ລະບາຍການຈະລາຈອນ ຕາມທາງຫຼວງ ຢູ່ທາງ ຄົບ, ແຍກ ຕ້ອງປະຕິບັດຕາມການຊີ້ບອກຢ່າງເຂັ້ມງວດ.

ຜູ້ລະເມີດ ຈະຖືກປັບໃຫມ ດັ່ງນີ້:

  1. 30.000 ກີບ ສໍາລັບລົດຖີບ, ລົດໂມເປດ;
  2. 70.000 ກີບ ສໍາລັບລົດຈັກ;
  3. 100.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທຸກປະເພດ;
  4. 120.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
  5. 150.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດນ້ອຍ, 170.000 ກີບ ສໍາລັບ ລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດກາງ, 200.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າຂະຫນາດໃຫຍ່.

ມາດຕາ 22 ການຂັບຂີ່ລົດໂດຍບໍ່ເຄົາລົບສິດຂອງຜູ້ອື່ນ

ຜູ້ຂັບຂີ່ລົດ ທີ່ບໍ່ເຄົາລົບສິດ ຫຼື ບໍ່ຢຸດ ຫຼື ບໍ່ປ່ອຍທາງ ໃຫ້ຜູ້ນໍາໃຊ້ທາງຫຼວງ ທີ່ມີບູລິມະສິດຕາມທີ່ໄດ້ ກໍານົດໄວ້ໃນລະບຽບການ ກ່ຽວກັບການຈະລາຈອນທາງບົກ ເປັນຕົ້ນ ເມື່ອອອກຈາກທາງນ້ອຍທາງໃຫຍ່ ບໍ່ຢຸດ ປ່ອຍທາງໃຫ້ລົດທີ່ຢູ່ທາງໃຫຍ່ໄປກ່ອນ, ໃຫ້ລົດທີ່ມາຈາກທາງກໍ້າຂວາ, ທາງວົງວຽນ ທີ່ມີສິດໄປກ່ອນ, ໃຫ້ຄົນຍ່າງຂ້າມທາງໄປກ່ອນ, ລົດທີ່ລ້ຽວຂວາຕາມສັນຍານໄຟລູກສອນລ້ຽວຂວາ ບໍ່ຢຸດໃຫ້ລົດທີ່ໄດ້ຮັບສັນຍານໄຟຂຽວ ໄປກ່ອນ ຈະຖືກປັບໃຫມ ດັ່ງນີ້:

  1. 20.000 ກີບ ສໍາລັບລົດຖີບ, ລົດໂມເປດ;
  2. 50.000 ກີບ ສໍາລັບລົດຈັກ;
  3. 70.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທຸກປະເພດ;
  4. 100.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
  5. 150.000 ກີບ ສໍາລັບລົດຂົນສົ່ງຜູ້ ໂດຍສານຂະຫນາດນ້ອຍ, 200.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານຂະຫນາດກາງ, 250.000 ກີບ ສໍາລັບລົດຂົນສົ່ງຜູ້ໂດຍສານຂະຫນາດໃຫຍ;
  6. 100.000 ກີບ ສໍາລັບລົດຂົນສົ່ງສິນຄ້າຂະຫນາດນ້ອຍ, 150.000 ກີບ ສໍາລັບລົດຂົນສົ່ງສິນຄ້າ ຂະຫນາດກາງ, 200.000 ກີບ ສໍາລັບລົດຂົນສົ່ງສິນຄ້າຂະຫນາດໃຫຍ່.

ມາດຕາ 23 ການຂັບຂີ່ລົດດ້ວຍຄວາມປະຫມາດ.

ຜູ້ຂັບຂີ່ລົດ ຖີບ, ຈັກ, ສາມລໍ້ຕິດເຄື່ອງຈັກ ແລະ ຈັກສີ່ລໍ້ ທີ່ບໍ່ຈັບເຂົາລົດໃນເວລາຂັບຂີ່, ຂີ່ຍົກລໍ້ ຫນ້າ, ຫຼັງ, ຂີ່ຮຽງກັນເກີນສອງຄັນຂຶ້ນໄປ, ຊ້ອນກັນເກີນສອງຄົນ, ກັ້ງຄັນຮົ່ມ, ຈ່ອງກັນ, ແກ່ກັນ ຫຼື ຢັນກັນໄປ, ໃຊ້ໂທລະສັບມືຖື, ຂັບລົດດ້ວຍຄວາມຄຶກຄະນອງ, ເຈີດຊ້າຍເຈີດຂວາ ຈະຖືກປັບໃໝ ດັ່ງນີ້:

  1. 30.000 ກີບ ສໍາລັບລົດຖີບ, ລົດໂມເປດ;
  2. 80.000ກີບ ສໍາລັບລົດຈັກ;
  3. 100.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ.

ຜູ້ຂັບຂີ່ລົດ ທີ່ໃຊ້ໂທລະສັບມືຖື, ເບິ່ງ ໂທລະພາບ ຫຼື ເບິ່ງຮູບພາບຊີດີ ໃນເວລາຂັບຂີ່ ຫຼື ຂັບຂີ່ລົດດ້ວຍ ຄວາມຄຶກຄະນອງ, ເຈີດຊ້າຍເຈີດຂວງ ຈະຖືກປັບໃຫມ ດັ່ງນີ້:

  1. 100.000 ກີບ ສໍາລັບລົດໄຖນາທຸກປະເພດ;
  2. 150.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
  3. 300.000 ກີບ ສໍາລັບລົດຂົນສົ່ງຜູ້ໂດຍສານຂະຫນາດນ້ອຍ, 450.000 ກີບສໍາລັບລົດຂົນສົ່ງຜູ້ໂດຍສານຂະຫນາດກາງ, 500.000 ກີບ ສໍາລັບລົດຂົນສົ່ງຜູ້ໂດຍສານຂະຫນາດໃຫຍ່;
  4. 250.000 ກີບສໍາລັບລົດຂົນສົ່ງສິນຄ້າຂະຫນາດນ້ອຍ, 300.000 ກີບສໍາລັບລົດຂົນສົ່ງສິນຄ້າ ຂະຫນາດກາງ, 350.000 ກີບ ສໍາລັບລົດຂົນສົ່ງສິນຄ້າຂະຫນາດໃຫ່ຍ.

ມາດຕາ 24 ການຂັບຂີ່ລົດຕຶງລະບົບໂຄງລ່າງພື້ນຖານທາງດ້ານເຕັກນິກ ແລະ ສັງຄົມ

ຜູ້ຂັບຂີ່ລົດຕໍາ ດອນກາງທາງ, ວົງວຽນ, ຂອບທາງ, ເສົາໄຟຟ້າ, ເສົາໂທລະສັບ, ທໍ່ນໍ້າປະປາ, ໂຖດອກໄມ້ ເອ້ທາງ, ລະບົບສັນຍານການຈະລາຈອນ, ໂຄງປະກອບ, ສິ່ງປະກອບ ແລະ ສິ່ງປ້ອງກັນຄວາມປອດໄພ ຂອງທາງຫຼວງ, ຖະຫນົນ ຈະຖືກປັບໃຫມ ດັ່ງນີ້:

  1. 70.000 ກິບ ສໍາລັບລົດຈັກ;
  2. 100.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທຸກປະເພດ;
  3. 150.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
  4. 150.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດນ້ອຍ, 250.000 ກີບ ສໍາລັບ ລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດກາງ, 350.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດໃຫຍ່.

ນອກຈາກຈະຖືກປັບໃຫມ ຕາມທີ່ໄດ້ກໍານົດໄວ້ເທິງນີ້ແລ້ວ ຜູ້ລະເມີດ ຍັງຕ້ອງຮັບຜິດຊອບໃຊ້ແທນຄ່າ ເສຍຫາຍທັງຫມົດ ໃນການສ້ອມແປງ ຫຼື ຕິດຕັ້ງຄືນໃຫມ່.

ມາດຕາ 25 ການຢຸດລົດຢຽບ ຫຼື ກາຍເສັ້ນຫມາຍຢຸດ ຫຼື ທາງມ້າລາຍ ໂດຍບໍ່ປ່ອຍທາງໃຫ້ຄົນຍ່າງ

ຜູ້ຂັບຂີ່ລົດທີ່ຢຸດລົດຢຽບ ຫຼື ກາຍເສັ້ນຫມາຍຢຸດ ຫຼື ທາງມ້າລາຍໂດຍບໍ່ປ່ອຍທາງໃຫ້ຄົນຍາງ ຈະຖືກປັບໃຫມ ດັ່ງນີ້:

  1. 15.000 ກີບ ສໍາລັບລົດຖີບ, ລົດໂມເປດ;
  2. 40.000 ກີບ ສໍາລັບລົດຈັກ;
  3. 70.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທຸກປະເພດ;
  4. 100.000 ກີບ ສໍາລັບລົດ ເກງ, ກະບະ, ຈັບ ແລະ ຕູ້;
  5. 100.000 ກີບ ສໍາລັບລົດຂົນສົ່ງ ຜູ້ ໂດຍສານ ແລະ ສິນຄ້າ ຂະຫນາດນ້ອຍ, 150.000 ກີບ ສໍາລັບ ລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດກາງ, 200.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດໃຫຍ່.

ມາດຕາ 26 ການຂັບຂີ່ລົດບໍ່ຖືກຊ່ອງຈະລາຈອນ ແລະ ບໍ່ແນບຂວງ

ການຂັບຂີ່ລົດ ຖີບ, ໂມເປດ, ຈັກ, ລໍ້ຍູ້, ສາມລໍ້ຖີບ, ສາມລໍ້ຕິດເຄື່ອງຈັກ, ໄຖນາທຸກປະເພດ ຕ້ອງຂັບຂີ່ ຕາມຊ່ອງຈະລາຈອນ, ຕາມຄວາມໄວ ທີ່ກໍານົດໄວ້ ແລະ ບໍ່ໃຫ້ຂັບຂີ່ກວມຊ່ອງຈະລາຈອນ ຫຼື ເສັ້ນແບ່ງທິດທາງ ການຈະລາຈອນ. ໃນກໍລະນີທີ່ບໍ່ມີຊ່ອງຈະລາຈອນ ໃຫ້ຂັບຂີ່ແນບກໍ້າຂວາມືຂອງຕົນໂດຍຫ່າງຈາກຂອບທາງບໍ່ ເກີນ ສອງ ແມັດ.

ຜູ້ຂັບຂີ່ລົດທີ່ລະເມີດ ຈະຖືກປັບໃຫມ ດັ່ງນີ້:

  1. 20.000 ກີບສໍາລັບລົດຖີບ, ລົດໂມເປດ;
  2. 50.000 ກີບ ສໍາລັບລົດຈັກ;
  3. 70.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທຸກປະເພດ;

ໃນກໍລະນີທາງຫຼວງ, ຖະຫນົນ ມີ ສອງ ຊ່ອງຈະລາຈອນ ຂຶ້ນໄປ ໃນທິດທາງດຽວກັນ ບໍ່ອະນຸຍາດໃຫ້ ຂັບຂີ່ລົດຈັກ, ລົດຂົນສົ່ງ ເຄື່ອງຂອງ, ສິນຄ້າ ຫຼື ຜູ້ໂດຍສານ ລວມທັງລົດສີ່ລໍ້ອື່ນ ທີ່ແລ່ນດ້ວຍຄວາມໄວຕໍ່າ ແລ່ນຕາມຊ່ອງຈະລາຈອນຊ້າຍສຸດ ຍົກເວັ້ນ ລົດທີ່ຕ້ອງການລ້ຽວຊ້າຍ ຫຼື ລ້ຽວກັບ ໄລຍະ ຫນຶ່ງຮ້ອຍຫ້າສິບ ແມັດ ກ່ອນເຖິງຈຸດລ້ຽວ. ຜູ້ຂັບຂີ່ລົດທີ່ລະເມີດ ຈະຖືກປັບໃຫມ ດັ່ງນີ້:

  1. 30.000 ກີບ ສໍາລັບລົດຖີບ, ລົດໂມເປດ;
  2. 50.000 ກີບ ສໍາລັບລົດຈັກ;
  3. 70.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທຸກປະເພດ;
  4. 100.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
  5. 120.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດນ້ອຍ, 150.000 ກີບ ສໍາລັບ ລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດກາງ, 200.000 ກີບ ສໍາລັບລົດຂົນສົ່ງ ຜູ້ ໂດຍສານ ແລະ ສິນຄ້າ ຂະຫນາດໃຫຍ່.

ມາດຕາ 27 ການນໍາໃຊ້ລະບົບໄຟແສງສະຫວ່າງ ແລະ ໄຟສັນຍານ ທີ່ບໍ່ຖືກຕ້ອງ

ຜູ້ຂັບຂີ່ລົດ ຕ້ອງນໍາໃຊ້ລະບົບໄຟແສງສະຫວ່າງ ແລະ ໄຟສັນຍານ ໃຫ້ຖືກຕ້ອງຕາມທີ່ໄດ້ກໍານົດໄວ້ໃນ ລະບຽບການກ່ຽວກັບການຈະລາຈອນທາງບົກ, ໃນກໍລະນີຜູ້ຂັບຂີ່ ນໍາໃຊ້ລະບົບໄຟແສງສະຫວ່າງ ແລະ ໄຟສັນຍານບໍ່ຖືກຕ້ອງ ເປັນຕົ້ນ ການບໍ່ໄຕ້ໄຟຕາ ແລະ ໄຟທ້າຍ ໃນຍາມກາງຄືນ, ໃນເວລາທີ່ມີຝົນຕົກຫນັກ, ມີນໍ້າໝອກລົງຫນາໃນຍາມກາງເວັນ ຫຼື ໃນເວລາທີ່ມີອາກາດມືດມົວ, ໃຊ້ໄຟຕາສູງໃນເວລາສວນທາງກັບລົດຄັນອື່ນ.

ຜູ້ລະເມີດ ຈະຖືກປັບໃຫມ ດັ່ງນີ້:

  1. 20.000 ກີບ ສໍາລັບລົດຖີບ, ລົດໂມເປດ;
  2. 50.000 ກີບ ສໍາລັບລົດຈັກ;
  3. 70.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທຸກປະເພດ;
  4. 100.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຜູ້;
  5. 100.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດນ້ອຍ, 150.000 ກີບ ສໍາລັບ ລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດກາງ, 200.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດໃຫຍ່.

ມາດຕາ 28 ການຕິດຕັ້ງໄຟສັນຍານ ແສງ, ສີ ແລະ ສຽງຫວ໋

ບຸກຄົນ, ນິຕິບຸກຄົນ ຫາກຕິດຕັ້ງໄຟສັນຍານ, ແສງ, ສີ ແລະ ສຽງຫວໍ ໃສ່ເທິງຫຼັງຄາລົດ ໂດຍບໍ່ໄດ້ຮັບ ອະນຸຍາດ ຈະຖືກປັບໃຫມ ດັ່ງນີ້:

  1. 50.000 ກີບ ສໍາລັບລົດຈັກ;
  2. 70.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທຸກປະເພດ;
  3. 100.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
  4. 120.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດນ້ອຍ, 150.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດກາງ, 200.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດໃຫຍ.

ສໍາລັບການເປີດສຽງຫວໍ ທີ່ບໍ່ຖືກຕາມປະເພດລົດທີ່ກໍານົດ ຈະຖືກປັບໃຫມ 200.000 ກີບ,

ມາດຕາ 29 ການຊີງຂຶ້ນຫນ້າ, ການຖອຍຫຼັງ ແລະ ການລ້ຽວ ທີ່ບໍ່ຖືກຕ້ອງ

ຜູ້ຂັບຂີ່ລົດ ທີ່ຊີງຂຶ້ນຫນ້າລົດຄັນອື່ນ, ຂັບຖອຍຫຼັງ, ລ້ຽວຊ້າຍ, ລ້ຽວຂວາ ຫຼື ລ້ຽວກັບ ໂດຍບໍ່ໃຫ້ສັນຍານ ແກ່ຜູ້ຂັບຂີ່ລົດຄັນອື່ນຮູ້ລ່ວງຫນ້າ ເປັນຕົ້ນ ການບໍ່ໃຊ້ໄຟສັນຍານ ຫຼື ການບໍ່ໃຫ້ສັນຍານດ້ວຍການເດແຂນ ໃນໄລຍະ ທີ່ຮັບປະກັນຄວາມປອດໄພແຕ່ ສາມສິບ ແມັດ ຂຶ້ນໄປ ຈະຖືກປັບໃຫມດັ່ງນີ້:

  1. 30.000 ກີບ ສໍາລັບລົດຖີບ, ລົດໂມເປດ;
  2. 50.000 ກີບ ສໍາລັບລົດຈັກ;
  3. 70.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທຸກປະເພດ;
  4. 150.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
  5. 150.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດນ້ອຍ, 170.000 ກີບ ສໍາລັບ ລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດກາງ, 200.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດໃຫຍ່.

ມາດຕາ 30 ການລາກແກ່ລົດ ທີ່ບໍ່ຖືກຕ້ອງ

ຜູ້ຂັບຂີ່ລົດທຸກປະເພດ ທີ່ລາກແກ່ລົດຄັນອື່ນ ຕາມທາງຫຼວງ ຕ້ອງຮັບປະກັນຄວາມປອດໄພ ແລະ ບໍ່ໃຫ້ ກີດຂວາງການສັນຈອນຂອງລົດຄັນອື່ນ. ໃນກໍລະນີຜູ້ຂັບຂີ່ບໍ່ໄຕ້ໄຟຕາຫນ້າ ທີ່ໃຊ້ລາກແກ່ລົດຄັນອື່ນ, ບໍ່ຕິດປ້າຍ ເຕືອນອັນຕະລາຍ ຫຼື ເຫດສຸກເສີນ ໃສ່ລົດທີ່ຖືກລາກແກ່, ຜູ້ຂັບຂີ່ໃຊ້ລົດລາກແກ່ ບໍ່ຖືກລັກສະນະຕາມທີ່ໄດ້ກໍານົດໄວ້ໃນລະບຽບການກ່ຽວກັບການຈະລາຈອນທາງບົກ ຊຶ່ງມີຄວາມສ່ຽງທີ່ຈະພາໃຫ້ເກີດອຸບປະຕິເຫດ ຈະຖືກປັບໃຫມ ດັ່ງນີ້:

  1. 30.000 ກີບ ສໍາລັບລົດຖີບ, ລົດໂມເປດ;
  2. 50.000 ກີບ ສໍາລັບລົດຈັກ;
  3. 70.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທຸກປະເພດ;
  4. 100.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
  5. 120.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດນ້ອຍ, 150.000 ກີບ ສໍາລັບ ລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດກາງ, 200.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດໃຫຍ.

ມາດຕາ 31 ການຂັບຂີ່ລົດຈັກບໍ່ໃສ່ຫມວກກັນກະທົບ

ຜູ້ຂັບຂີ່ ລົດຈັກ ແລະ ຜູ້ຊ້ອນທ້າຍ ທີ່ບໍ່ໃສ່ຫມວກກັນກະທົບ ຫຼື ໃສ່ຫມວກແລ້ວແຕ່ບໍ່ໃສ່ສາຍຮັດຄາງ ຫຼື ໃສ່ສາຍຮັດຄາງບໍ່ແຫນ້ນ ຈະຖືກປັບໃຫມ 50.000 ກີບຕໍ່ຄົນ.

ຫມວດທີ 5

ການປັບໃຫມຜູ້ລະເມີດກ່ຽວກັບ ການກໍ່ສ້າງ ແລະ ສ້ອມແປງ ສິ່ງປຸກສ້າງ, ການກໍ່ສ້າງຕາມທາງຫຼວງ

ມາດຕາ 32 ການກໍ່ສ້າງ ແລະ ສ້ອມແປງ ສິ່ງປຸກສ້າງ, ການກໍ່ສ້າງ ຕາມທາງຫຼວງ

ການກໍ່ສ້າງ ຫຼື ສ້ອມແປງຕຶກອາຄານ ຢູ່ໃກ້ບໍລິເວນທາງຫຼວງ ການກໍ່ສ້າງ ແລະ ສ້ອມແປງທາງ, ການຂຸດທາງ ເພື່ອຕິດຕັ້ງ ຫຼື ສ້ອມແປງ ລະບົບໄຟຟ້າ, ນ້ໍາປະປາ, ໂທລະຄົມມະນາຄົມ ແລະ ອື່ນໆ, ການຈັດວາງວັດສະດຸ ກໍ່ສ້າງ ຕ້ອງປະຕິບັດຕາມລະບຽບການຮັກສາຄວາມປອດໄພ ຂອງການຈະລາຈອນ ຢ່າງເຂັ້ມງວດ ໂດຍໃຫ້ຕິດ ຕັ້ງເຄື່ອງຫມາຍເຕືອນອັນຕະລາຍ, ປ້າຍສະທ້ອນແສງ ຫຼື ໃຊ້ດອກໄຟເຍືອງ ໃຫ້ເຫັນແຈ້ງຢ່າງຫນ້ອຍ ຫນຶ່ງຮ້ອຍ ແມັດ ຕາມທິດທາງການສັນຈອນ, ພ້ອມກັນນັ້ນ ຕ້ອງຕິດຕັ້ງເຄື່ອງປ້ອງກັນ ຫຼື ລ້ອມຮົ້ວສະຖານທີ່ກໍ່ສ້າງ ຫຼື ສ້ອມແປງ ດັ່ງກ່າວ.

ຜູ້ຮັບຜິດຊອບການກໍ່ສ້າງ ແລະ ສ້ອມແປງ ທີ່ລະເມີດລະບຽບການດັ່ງກ່າວ ຈະຖືກປັບໃໝ 800.000 ກີບ. ໃນກໍລະນີເກີດອຸບປະຕິເຫດ ຜູ້ຮັບຜິດຊອບການກໍ່ສ້າງ ແລະ ສ້ອມແປງ ຕ້ອງຮັບຜິດຊອບໃຊ້ແທນຄ່າເສຍ ຫາຍທັງຫມົດ.

ມາດຕາ 33 ການວາງ ຫຼື ກອງ ວັດສະດຸກໍ່ສ້າງກີດຂວາງການຈະລາຈອນ

ໃນກໍລະນີບຸກຄົນໃດຫນຶ່ງ ຫາກມີການ ວາງ ຫຼື ກອງ ວັດສະດຸກໍ່ສ້າງ ທີ່ເປັນການກີດຂວາງການຈະລາຈອນ ເຊັ່ນ ກອງໄມ້, ຫີນ, ຊາຍ, ດິນ, ເຫຼັກ ແລະ ວັດສະດຸກໍ່ສ້າງອື່ນ ໃສ່ຫນ້າທາງ, ແຄມທາງ, ທາງຍ່າງ ຫຼື ຮ່ອງນ້ໍາ ແຄມທາງ ຈະຖືກປັບໃຫມ 300.000 ກີບ ພ້ອມທັງໃຫ້ຍົກຍ້າຍວັດສະດຸກໍ່ສ້າງດັ່ງກ່າວອອກ ພາຍໃນ ຊາວສີ່ຊົ່ວໂມງ ພາຍຫຼັງທີ່ໄດ້ເຮັດບົດບັນທຶກໃຫ້ຍົກຍ້າຍ, ຖ້າຫາກກາຍກໍານົດດັ່ງກ່າວ ຜູ້ລະເມີດ ຈະຖືກປັບໃຫມ ເພີ່ມຊົ່ວໂມງລະ 15.000 ກີບ ຕໍ່ ໜຶ່ງແມັດກ້ອນ.

ໃນກໍລະນີເກີດອຸບປະຕິເຫດ ຍ້ອນວັດສະດຸກໍ່ສ້າງດັ່ງກ່າວ ເຈົ້າຂອງວັດສະດຸກໍ່ສ້າງນັ້ນ ຕ້ອງຮັບຜິດຊອບ ໃຊ້ແທນຄ່າເສຍຫາຍທັງຫມົດ.

 ມາດຕາ 34 ການປຸກສ້າງທີ່ລ່ວງລ້ໍາເຂົ້າໃນພື້ນທີ່ເຂດການຈະລາຈອນ

ໃນກໍລະນີ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃດຫນຶ່ງ ຫາກໄດ້ປຸກສ້າງອາຄານ, ຕູບ, ຕໍ່ເທີບ, ຕໍ່ເງີບ ຫຼື  ອື່ນໆ ເຂົ້າໃນພື້ນທີ່ເຂດການຈະລາຈອນ ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແຫນງການທີ່ກ່ຽວຂ້ອງ ຈະຖືກປັບໃຫມ 450.000 ກີບ ພ້ອມທັງໃຫ້ຍ້າຍ ຫຼື ມ້າງອອກພາຍໃນ ຊາວສີ່ ຊົ່ວໂມງ ພາຍຫຼັງທີ່ໄດ້ເຮັດບົດບັນທຶກໃຫ້ຍົກຍ້າຍ.

ຖ້າຫາກກາຍກໍານົດເວລາດັ່ງກ່າວ ເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ ຈະປັບໃຫມເພີ່ມ ຊົ່ວໂມງລະ 15.000 ກີບ.

ມາດຕາ 35 ການນໍາໃຊ້ເຂດການຈະລາຈອນທີ່ບໍ່ໄດ້ຮັບອະນຸຍາດ

ໃນກໍລະນີ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃດຫນຶ່ງ ຫາກຈອດລໍ້, ຕັ້ງຮ້ານ, ກາງເຕັ້ນເພື່ອຈັດງານ ຕ່າງໆ, ວາງເຄື່ອງຂອງ ຫຼື ຂາຍສິນຄ້າທຸກປະເພດ ໃສ່ທາງຫຼວງ, ຖະຫນົນ, ບ່າທາງ ຫຼື ທາງຄົນຍ່າງ ຈະຖືກປັບໃຫມ 80.000 ກີບ,

ໃນກໍລະນີ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃດຫນຶ່ງ ຫາກດໍາເນີນກິດຈະການຂາຍລົດ, ສ້ອມແປງລົດ, ຕັ້ງ ຮ້ານອາຫານ, ຮ້ານບັນເທິງ ຫຼື ການບໍລິການອິນ ໂດຍການນໍາໃຊ້ພື້ນທີ່ ຂອງທາງຫຼວງ, ບ່າບາງໆ ຫຼື ທາງຄົນຍ່າງ ເປັນບ່ອນວາງຂາຍ, ສ້ອມແປງລົດ, ຕັ້ງໂຕະອາຫານ ຫຼື ວາງສິນຄ້າ ຈະຖືກປັບໃຫມ 300.000 ກີບ, ຖ້າຫາກມີການລະເມີດ ເຖິງ ສາມຄັ້ງ ຜູ້ລະເມີດ ຈະຖືກຖອນໃບອະນຸຍາດດໍາເນີນທຸລະກິດ ແລະ ສັ່ງໃຫ້ປິດກິດຈະການ ບົນພື້ນຖານການປະສານສົມທົບກັບຂະແຫນງການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ.

ຫມວດທີ 6

ການປັບໃຫມຜູ້ລະເມີດລະບຽບການກ່ຽວກັບການຂົນສົ່ງທາງບົກ

 ມາດຕາ 36 ການບັນທຸກສິນຄ້າ ຫຼື ເຄື່ອງຂອງເກີນຂະຫນາດ

ຜູ້ຂັບຂີ່ລົດ ທີ່ບັນທຸກ ສິນຄ້າ ຫຼື ເຄື່ອງຂອງ ເກີນຂະຫນາດ ຄວາມຍາວ, ຄວາມກວ້າງ ຫຼື ຄວາມສູງ ຈະຖືກ ປັບໃຫມ ດັ່ງນີ້:

  1. 50.000 ກີບ ສໍາລັບລົດຈັກ;
  2. 70.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທຸກປະເພດ;
  3. 150.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
  4. 120.000 ກີບ ສໍາລັບລົດຂົນສົ່ງສິນຄ້າຂະຫນາດນ້ອຍ, 250.000 ກີບ ສໍາລັບລົດຂົນສົ່ງສິນຄ້າ ຂະຫນາດກາງ, 300.000 ກີບ ສໍາລັບລົດຂົນສົ່ງສິນຄ້າຂະຫນາດໃຫຍ່.

ສໍາລັບຜູ້ຂັບຂີ່ລົດຂົນສົ່ງພິເສດ ເປັນຕົ້ນ ລົດຂົນສົ່ງສິນຄ້າ ຫຼື ເຄື່ອງຂອງ ທີ່ມີຂະຫນາດໃຫຍ່ ຊຶ່ງບໍ່ ສາມາດແຍກເປັນຊິ້ນສ່ວນໄດ້ ຕ້ອງຂໍອະນຸຍາດນໍາຂະແຫນງການໂຍທາທິການ ແລະ ຂົນສົ່ງ ແລະ ຂະແຫນງການ ທີ່ກ່ຽວຂ້ອງ. ໃນກໍລະນີຫາກມີການລະເມີດ ຜູ້ຂັບຂີ່ ຫຼື ເຈົ້າຂອງລົດ ຈະຖືກປັບໃຫມ 500.000 ກີບ.

ມາດຕາ 37 ການບັນທຸກສິນຄ້າ ຫຼື ເຄື່ອງຂອງ ນໍ້າຫນັກເກີນ

ຜູ້ຂັບຂີ່ລົດບັນທຸກສິນຄ້າ ຫຼື ເຄື່ອງຂອງ ຕ້ອງປະຕິບັດຕາມລະບຽບການກ່ຽວກັບການບັນທຸກສິນຄ້າ ເຄື່ອງຂອງ ນ້ໍາຫນັກເກີນ. ໃນກໍລະນີ ມີການລະເມີດກ່ຽວກັບການບັນທຸກສິນຄ້າ ຫຼື ເຄື່ອງຂອງ ນ້ໍາຫນັກເກີນ ຈະຖືກປັບໃຫມ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 38 ການບັນທຸກຜູ້ໂດຍສານ ເກີນຈໍານວນ

ໃນກໍລະນີ ຜູ້ຂັບຂີ່ລົດຂົນສົ່ງຜູ້ໂດຍສານ ຫາກບັນຈຸຜູ້ໂດຍສານເກີນຈໍານວນ ຈະຖືກປັບໃຫມ ດັ່ງນີ້:

  1. 15.000 ກີບ ຕໍ່ ຄົນ ສໍາລັບລົດຖີບ, ລົດໂມເດທີ່ຂີ້ເກີນ ສອງ ຄົນ;
  2. 30.000 ກີບ ຕໍ່ ຄົນ ສໍາລັບລົດຈັກ ທີ່ຂີ່ເກີນ ສອງ ຄົນ ບໍ່ລວມເດັກນ້ອຍອາຍຸບໍ່ເກີນ ສິບເອັດ ປີ;
  3. 40.000 ກີບ ຕໍ່ ຄົນ ສໍາລັບລົດສາມລໍ້ຕິດເຄື່ອງຈັກ ທີ່ຂີ່ເກີນ ຫ້າ ຄົນ, ລົດຕຸກໆ ທີ່ຂີ່ເກີນ ເກົ້າ ຄົນ;
  4. 50.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ ທີ່ບັນທຸກສິນຄ້າ ຫຼື ເຄື່ອງຂອງ ເກີນ 300 ກິໂລກຣາມ, 90.000 ກີບ ສໍາລົດລັບຕຸກໆທີ່ບັນທຸກສິນຄ້າ ຫຼື ເຄື່ອງຂອງ ເກີນ 500 ກິໂລກຣາມ;
  5. 50.000 ກີບ ຕໍ່ຄົນ ສໍາລັບລົດ ສີລໍ້ທຸກປະເພດ ທີ່ບັນຈຸຜູ້ໂດຍສານເກີນຕັ່ງນັ່ງທີ່ປະກອບມາຈາກ ໂຮງງານຜະລິດ;
  6. 50.000 ກີບ ຕໍ່ຄົນ ສໍາລັບລົດຂົນສົ່ງຜູ້ໂດຍສານສອງແຖວ ທີ່ບັນຈຸຜູ້ໂດຍສານເກີນ ສິບ ຄົນ ແລະ ເຄື່ອງຂອງບໍ່ເກີນ 500 ກິໂລກຣາມ. ໃນກໍລະນີທີ່ເອົາຜູ້ໂດຍສານຂຶ້ນເທິງຫຼັງຄາ ຫຼື ແຂວນທ້າຍລົດ ຜູ້ຂັບຂີ່ ຫຼື ເຈົ້າຂອງລົດທີ່ລະເມີດ ຈະຖືກປັບໃຫມ ເພີ່ມອີກ 50.000 ກີບ ຕໍ່ຄົນ;
  7. 50.000 ກີບ ຕໍ່ຄົນ ສໍາລັບຜູ້ທີ່ນັ່ງຂອບກະບະ;
  8. 200.000 ກີບ ຕໍ່ ຫນຶ່ງຄັ້ງ ສໍາລັບລົດຂົນສົ່ງຜູ້ໂດຍສານທີ່ແລ່ນລະຫວ່າງ ແຂວງ ຫາ ແຂວງ ຫຼື ລະຫວ່າງປະເທດ ທີ່ບັນທຸກເຄື່ອງຜູ້ໂດຍສານໃສ່ຫຼັງຄາລົດ.

ມາດຕາ 39 ການຂັບຂີ່ລົດບໍ່ໃສ່ສາຍຮັດນິລະໄພ

ໃນກໍລະນີຜູ້ຂັບຂີ່ລົດ ບໍ່ໃສ່ສາຍຮັດນິລະໄພ ຈະຖືກປັບໃຫມ ດັ່ງນີ້:

  1. 70.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
  2. 100.000 ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດນ້ອຍ, 150.000 ກີບ ສໍາລັບ ລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດກາງ, 200.000 ກີບສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດໃຫຍ່.

ມາດຕາ 40 ການຄ່ຽນຖ່າຍສິນຄ້າ ຫຼື ເຄື່ອງຂອງ

 ໃນກໍລະນີ ມີການສ່ຽນຖ່າຍສິນຄ້າ ຫຼື ເຄື່ອງຂອງ ທີ່ກີດຂວາງການຈະລາຈອນ ຜູ້ຂັບຂີ່ລົດຂົນສົ່ງ ສິນຄ້າ ຫຼື ເຄື່ອງຂອງ ຈະຖືກປັບໃຫມ 350.000 ກີບ ສໍາລັບລົດຂົນສົ່ງສິນຄ້າຢູ່ຕາມຖະຫນົນ, ແຄມທາງຫຼວງ ແລະ ເຂດຊຸມຊົນ ທີ່ມີການຈະລາຈອນ ຫນາແຫນ້ນ ໂດຍສະເພາະ ແຕ່ເວລາ ເຈັດ ໂມງ ຫາ ເກົ້າ ໂມງ ແລະ ແຕ່ ສິບ ຫົກ ໂມງ ຫາ ສິບເຈັດ ໂມງ ສາມສິບ ນາທີ ສໍາລັບວັນລັດຖະການ.

ໃນກໍລະນີ ຫາກມີການລະເມີດເກີນ ສາມ ຄັ້ງ ຜູ້ຂັບຂີ່ລົດຂົນສົ່ງ ສິນຄ້າ ຫຼື ເຄື່ອງຂອງ ດັ່ງກ່າວ ຈະຖືກ ຖອນໃບຂັບຂີ່ຍານພາຫະນະ.

ຫມວດທີ 7

ການປັບໃຫມຜູ້ລະເມີດລະບຽບການກ່ຽວກັບການປົກປັກຮັກສາທາງຫຼວງ

ມາດຕາ 41 ການເຄື່ອນຍ້າຍຍານພາຫະນະກົນຈັກຫນັກ

ໃນກໍລະນີ ມີການເຄື່ອນຍ້າຍຍານພາຫະນະກົນຈັກຫນັກ ທີ່ບໍ່ຖືກຕ້ອງ ຜູ້ຂັບຂີ່ລົດ ຈະຖືກປັບໃຫມດັ່ງນີ້:

  1. 200.000 ກີບ ສໍາລັບລົດໄຖນາຕີນເຫຼັກທຸກປະເພດ;
  2. 350.000 ກີບ ສໍາລັບຍານພາຫະນະກົນຈັກຕີນເຫຼັກທຸກປະເພດ ທີ່ມີການເຄື່ອນຍ້າຍ ໂດຍບໍ່ໃຊ້ ລົດລາກແກ່ ຫຼື ຂົນສົ່ງ ຊຶ່ງເຮັດໃຫ້ທາງຫຼວງ, ຖະຫນົນເປ່ເພເສຍຫາຍ.

ນອກຈາກຈະຖືກປັບໃຫມ ຕາມທີ່ໄດ້ກໍານົດໄວ້ເທິງນີ້ແລ້ວ ຜູ້ຂັບຂີ່ລົດດັ່ງກ່າວ ຍັງຕ້ອງຮັບຜິດຊອບໃຊ້ ແທນຄ່າສ້ອມແປງຕອນທາງ ທີ່ເປ່ເພເສຍຫາຍ.

ມາດຕາ 42 ການເຮັດໃຫ້ໂຄງສ້າງ, ໂຄງປະກອບ, ສິ່ງປະກອບ ແລະ ສິ່ງປ້ອງກັນຄວາມປອດໄພ ຂອງທາງຫຼວງເປ່ເພເສຍຫາຍ

ໃນກໍລະນີບຸກຄົນໃດຫນຶ່ງ ຫາກໄດ້ເຮັດໃຫ້ໂຄງສ້າງ, ໂຄງປະກອບ, ສິ່ງປະກອບ ແລະ ສິ່ງປ້ອງກັນຄວາມ ປອດໄພ ຂອງທາງຫຼວງ, ຖະຫນົນ ເປ່ເພເສຍຫາຍ ຈະຖືກປັບໃຫມ 300.000 ກີບ,

ນອກຈາກຈະຖືກປັບໃຫມ ຕາມທີ່ໄດ້ກໍານົດໄວ້ເທິງນີ້ແລ້ວ ຜູ້ກໍ່ຄວາມເສຍຫາຍ ຍັງຕ້ອງຮັບຜິດຊອບ ໃຊ້ແທນຄ່າເສຍຫາຍດັ່ງກ່າວ ທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ 43 ການສ້າງຄວາມເປິະເປື້ອນໃສ່ ທາງຫຼວງ

ໃນກໍລະນີ ມີການສ້າງຄວາມເປິະເປື້ອນໃສ່ ທາງຫຼວງ ຈະຖືກປັບໃຫມ ດັ່ງນີ້:

  1. 150.000 ກີບ ສໍາລັບຜູ້ຂັບລົດບັນທຸກ ຫີນ, ດິນ, ຊາຍ, ວັດສະດຸອື່ນ ທີ່ບໍ່ມີການປົກຫຸ້ມ ຫຼື ເຮັດໃຫ້ ວັດສະດູດັ່ງກ່າວ ຕົກເຮ່ຍໃສ່ທາງຫຼວງ ຫຼື ສ້າງຄວາມເປິະເປື້ອນໃນເວລາຂົນສົ່ງ ເຂົ້າ, ອອກ ຈາກສະຖານທີ່ກໍ່ສ້າງ;
  2. 500.000 ກີບ ສໍາລັບຄົວເຮືອນ, ຫ້າງຮ້ານຕາມແຄມທາງຫຼວງ ທີ່ປ່ອຍນ້ໍາເປື້ອນ, ຖອກເທນ້ໍາໃສ ຫນ້າທາງ ເຮັດໃຫ້ທາງມື່ນ, ເປັນບວກ, ຂຸມ ແລະ ເຮັດໃຫ້ເກີດອຸບປະຕິເຫດ.

ຜູ້ທີ່ສ້າງຄວາມເປິະເປື້ອນໃສ່ທາງຫຼວງ, ຖະຫນົນ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍໃນການອະນາໄມ ຫຼື ສ້ອມແປງທາງຫຼວງ, ຖະຫນົນ. ໃນກໍລະນີເກີດອຸບປະຕິເຫດ ຈາກການລະເມີດດັ່ງກ່າວ ຜູ້ທີ່ລະເມີດ ຍັງຕ້ອງ ຮັບຜິດຊອບຄ່າເສຍຫາຍທີ່ເກີດຂຶ້ນທັງຫມົດ.

ມາດຕາ 44 ການລ້ຽງສັດ ຫຼື ການປ່ອຍສັດລ້ຽງ

ໃນກໍລະນີ ມີການລ້ຽງສັດ ຫຼື ປ່ອຍສັດລ້ຽງຢູ່ຕາມທາງຫຼວງ ຊຶ່ງຈະພາໃຫ້ມີຄວາມສ່ຽງຕໍ່ການເກີດ ອຸບປະຕິເຫດ ເຈົ້າຂອງ ຫຼື ຜູ້ດູແລສັດ ຈະຖືກປັບໃຫມ 30.000 ກີບ ຕໍ່ສັດສີ່ຕີນຫນຶ່ງໂຕ ເປັນຕົ້ນ ແບ້, ມ້າ, ງົວ, ຄວາຍ.

ໃນກໍລະນີ ເກີດອຸບປະຕິເຫດຍ້ອນສັດລ້ຽງ ຊຶ່ງໄດ້ສ້າງຄວາມເສຍຫາຍ ຕໍ່ ໂຄງສ້າງ, ໂຄງປະກອບ, ສິ່ງ ປະກອບ ແລະ ສິ່ງປ້ອງກັນຄວາມປອດໄພ ຂອງທາງຫຼວງ ເຈົ້າຂອງ ຫຼື ຜູ້ດູແລສັດ ຕ້ອງຮັບຜິດຊອບໃຊ້ແທນຄ່າ ເສຍຫາຍທີ່ເກີດຂຶ້ນທັງຫມົດ ຕາມການປະເມີນມູນຄ່າເສຍຫາຍ ຂອງເຈົ້າຫນ້າທີ່ໂຍທາທິການ ແລະ ຂົນສົ່ງ.

ສໍາລັບກໍລະນີ ເກີດອຸບປະຕິເຫດຢູ່ທາງດ່ວນ ຍ້ອນສັດລ້ຽງ ໂດຍເຈົ້າຂອງທາງດ່ວນ ໄດ້ສ້າງຮົ້ວ ຫຼື ສິ່ງ ປ້ອງກັນສັດ ຢ່າງຖືກຕ້ອງຕາມມາດຕະຖານເຕັກນິກ ໃຫ້ເຈົ້າຂອງ ຫຼື ຜູ້ດູແລສັດລ້ຽງ ເປັນຜູ້ຮັບຜິດຊອບຄ່າ ເສຍຫາຍທັງຫມົດ, ຖ້າຫາກເຈົ້າຂອງທາງດ່ວນ ສ້າງຮົ້ວ ຫຼື ສິ່ງປ້ອງກັນສັດ ບໍ່ໄດ້ຕາມມາດຕະຖານເຕັກນິກ ຫຼື ບໍ່ມີການຕິດຕາມກວດກາຢ່າງເປັນປົກກະຕິ ໃຫ້ເຈົ້າຂອງທາງດ່ວນ ເປັນຜູ້ຮັບຜິດຊອບຄ່າເສຍຫາຍທັງຫມົດ.

ສໍາລັບຜູ້ຂັບຂີ່ ທີ່ລະເມີດກົດຈະລາຈອນພາໃຫ້ເກີດອຸບປະຕິເຫດ ກໍມີສ່ວນຮັບຜິດຊອບຕໍ່ຄວາມເສຍຫາຍຕາມ ແຕ່ລະກໍລະນີ.

 

 

ພາກທີ III

ມາດຕະການອື່ນຕໍ່ຜູ້ລະເມີດກົດຫມາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກ

ມາດຕາ 45 ມາດຕະການຕໍ່ຄົນຍ່າງ

ການຍ່າງຂ້າມທາງ ໃຫ້ຍ່າງຂ້າມຢູ່ບ່ອນທາງມ້າລາຍ, ທາງລອດ ຫຼື ຂົວຂ້າມທາງ. ໃນກໍລະນີທີ່ບໍ່ມີ ທາງມ້າລາຍ, ບໍ່ມີທາງລອດ ຫຼື ຂົວຂ້າມທາງ ໃຫ້ຍ່າງຂ້າມ ໃກ້ທາງຄົບ, ທາງແຍກ ຫຼື ບ່ອນທີ່ສາມາດແນມ ເຫັນການຈະລາຈອນຈາກທຸກທິດທາງໄດ້ ແລະ ມີຄວາມປອດໄພ.

ການຍ່າງຕາມທາງ ໃຫ້ຍ່າງໄປຕາມທາງ ຫຼື ຂອບເຂດທີ່ກໍານົດໄວ້ສໍາລັບຄົນຍ່າງ. ໃນກໍລະນີທີ່ບໍ່ມີບາທາງ ຫຼື ຂອບເຂດ ສະເພາະສໍາລັບຄົນຍ່າງ ໃຫ້ຍ່າງໄປຕາມແຄມທາງກ້ໍາຊ້າຍມືຂອງຕົນ, ສໍາລັບການຍ່າງນໍາກັນຫຼາຍຄົນ ໃຫ້ຍ່າງເປັນແຖວດຽວຕາມຫຼັງກັນ ແລະ ບໍ່ໃຫ້ເກີນ ຫນຶ່ງ ແມັດ ຫ່າງຈາກຂອບທາງກ້ໍາຊ້າຍມື ຂອງຕົນ.

ໃນກໍລະນີ ບໍ່ປະຕິບັດຕາມທີ່ໄດ້ກໍານົດໄວ້ເທິງນີ້ ຄົນຍ່າງຂ້າມທາງ ແລະ ຄົນຍ່າງຕາມທາງ ທີ່ບໍ່ຖືກຕ້ອງນັ້ນ ຈະຖືກສຶກສາອົບຮົມ ແລະ ກ່າວເຕືອນ.

ມາດຕາ 46 ມາດຕະການຕໍ່ຜູ້ລະເມີດລະບຽບການກ່ຽວກັບການຈະລາຈອນທາງບົກ ທີ່ພາໃຫ້ເກີດອຸບປະຕິເຫດ

ບຸກຄົນໃດ ຫາກລະເມີດລະບຽບການຈະລາຈອນທາງບົກ, ກົດຫມາຍວ່າດ້ວຍ ການຂົນສົ່ງທາງບົກ, ກົດຫມາຍວ່າດ້ວຍ ທາງຫຼວງ, ກົດຫມາຍວ່າດ້ວຍ ການຈະລາຈອນທາງບົກ ແລະ ລະບຽບການອື່ນ ທີ່ກ່ຽວຂ້ອງ ກັບຄວາມປອດໄພຕາມທາງຫຼວງ ທີ່ພາໃຫ້ເກີດອຸບປະຕິເຫດ ຈະຖືກປັບໃຫມໃນອັດຕາຕາມກໍລະນີທີ່ໄດ້ລະເມີດ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້ ພ້ອມທັງຖືກດໍາເນີນຄະດີຕາມປະມວນກົດຫມາຍອາຍາ.

ໃນກໍລະນີເກີດອຸບປະຕິເຫດແລ້ວ ຜູ້ຂັບຂີ່ລົດ ຫາກຫຼົບຫນີ ກໍຈະຖືກປັບໃຫມ ແລະ ດໍາເນີນຄະດີຕາມ ປະມວນກົດຫມາຍອາຍາ.

ມາດຕາ 47 ມາດຕະການຕໍ່ຜູ້ລະເມີດໃນສະຖານດຽວກັນຫຼາຍຄັ້ງ

ຜູ້ຂັບຂີ່ລົດທຸກປະເພດ ທີ່ລະເມີດລະບຽບການກ່ຽວກັບການຈະລາຈອນທາງບົກ ໃນສະຖານດຽວກັນ ຫຼາຍຄັ້ງ ຈະຖືກປັບໃຫມ ແລະ ມາດຕະການອື່ນ ດັ່ງນີ້:

  1. ການລະເມີດຄັ້ງທີ ສອງ ຈະຖືກປັບໃຫມ ສອງ ເທົ່າ ຂອງອັດຕາປັບໃຫມ ພ້ອມທັງກັກໃບຂັບຂີ່ ຍານພາຫະນະ ໄວ້ຊົ່ວຄາວ ສາມ ເດືອນ;
  2. ການລະເມີດເປັນຄັ້ງທີ ສາມ ຈະຖືກປັບໃຫມ ສາມ ເທົ່າ ຂອງອັດຕາປັບໃຫມ ແລະ ຖອນໃບຂັບຂີ່ ຍານພາຫະນະ ພ້ອມທັງບໍ່ອະນຸຍາດໃຫ້ຜູ້ກຽວຂັບຂີ່ລົດ ຫນຶ່ງ ປີ, ຈາກນັ້ນຈຶ່ງອະນຸຍາດໃຫ້ສອບເສັງເອົາໃບຂັບຂີ່ ຍານພາຫະນະຄືນໃຫມ່.

ໃນໄລຍະທີ່ຜູ້ຂັບຂີ່ລົດ ຍັງຖືກກັກ ຫຼື ຖອນ ໃບຂັບຂີ່ຍານພາຫະນະທາງບົກ ຫ້າມຜູ້ຂັບຂີ່ເຮັດໃບແຈ້ງ ເສຍຫາຍ ເພື່ອອອກ ຫຼື ສອບເສັງ ໃບຂັບຂີ່ຍານພາຫະນະທາງບົກໃຫມ່ ຢ່າງເດັດຂາດ. ໃນກໍລະນີຫາກກວດພົບ ເຫັນການກະທໍາດັ່ງກ່າວ ຜູ້ກ່ຽວ ຈະຖືກດໍາເນີນຄະດີ ຕາມກົດຫມາຍທີ່ກ່ຽວຂ້ອງ.

 

 

ພາກທີ IV

ການຄຸ້ມຄອງ ລົດທີ່ຖືກກັກໄວ້, ການຊໍາລະ, ການນໍາໃຊ້ ເງິນປັບໃຫມ ແລະ ເງິນຄ່າປົກປັກຮັກສາຍານພາຫະນະ

ມາດຕາ 48 ການຄຸ້ມຄອງລົດທີ່ຖືກກັກໄວ້

ເຈົ້າຫນ້າທີ່ຄວບຄຸມການຈະລາຈອນທາງບົກ ມີສິດກັກລົດທຸກປະເພດໄວ້ ໃນກໍລະນີ ດັ່ງນີ້:

  1. ເກີດອຸບປະຕິເຫດຮ້າຍແຮງ ແລະ ຄູ່ກໍລະນີບໍ່ສາມາດຕົກລົງກັນໄດ້;
  2. ບໍ່ມີໃບທະບຽນຍານພາຫະນະ ຫຼື ມີການປອມແປງເອກະສານທີ່ກ່ຽວຂ້ອງ.

ເຈົ້າຫນ້າທີ່ຄວບຄຸມການຈະລາຈອນທາງບົກ ຕ້ອງຮັກສາ ແລະ ເກັບມ້ຽນ ລົດທີ່ໄດ້ກັກໄວ້ນັ້ນ ໄວ້ໃນສາງ ເປັນຢ່າງດີ ແລະ ເຈົ້າຂອງລົດທີ່ຖືກກັກດັ່ງກ່າວ ຕ້ອງຮັບຜິດຊອບຄ່າປົກປັກຮັກສາລົດ ໂດຍຄິດໄລ່ເປັນລາຍວັນ ຕາມແຕ່ລະປະເພດຂອງລົດ ຈົນກວ່າຈະແກ້ໄຂຄະດີສໍາເລັດ ດັ່ງນີ້:

  1. 3000 ກີບ ຕໍ່ ວັນ ສໍາລັບລົດຖີບ, ລົດໂມເປດ;
  2. 4.000 ກີບ ຕໍ່ ວັນ ສໍາລັບລົດຈັກ;
  3. 6.000 ກີບ ຕໍ່ ວັນ ສໍາລັບລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທຸກປະເພດ;
  4. 9.000 ກີບ ຕໍ່ ວັນ ສໍາລັບສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
  5. 15.000 ກີບ ຕໍ່ ວັນ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດນ້ອຍ ແລະ ກາງ;
  6. 20.000 ກີບ ຕໍ່ ວັນ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດໃຫຍ່ ແລະ ລົດກົນ ຈັກຫນັກ.

ໃນໄລຍະທີ່ເກັບຮັກສາລົດໄວ້ໃນສາງນັ້ນ ເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ ຕ້ອງປົກປັກຮັກສາລົດທີ່ຖືກກັກໄວ້ ໃຫ້ດີ ແລະ ບໍ່ອະນຸຍາດໃຫ້ນໍາໃຊ້ລົດດັ່ງກ່າວ. ໃນກໍລະນີເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ ຫາກລະເມີດ ຈະຖືກລົງວິໄນ ແລະ ໃຫ້ຮັບຜິດຊອບຄ່າເສຍຫາຍທີ່ເກີດຂຶ້ນ.

ໃນກໍລະນີ ຫາກການດໍາເນີນຄະດີບໍ່ສໍາເລັດ ພາຍໃນ ສາມສິບວັນ ຄ່າປົກປັກຮັກສາລົດ ຈະຫຼຸດລົງ ເຈັດສິບ ສ່ວນຮ້ອຍ.

ມາດຕາ 49 ການຊໍາລະເງິນຄ່າປັບໃຫມ ແລະ ຄ່າປົກປັກຮັກສາຍານພາຫະນະ

ຜູ້ທີ່ລະເມີດ ກົດຫມາຍ ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກ ຕ້ອງຊໍາລະເງິນຄ່າປັບໃຫມ ຕາມບົດບັນທຶກການລະເມີດ ແລະ ຄ່ງປົກປັກຮັກສາຍານພາຫະນະ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 48 ຂອງດໍາລັດ

 

ສະບັບນີ້ ໂດຍການຊໍາລະຜ່ານລະບົບທະນາຄານ, ໄປສະນີ, ຈຸດບໍລິການທີ່ລັດໄດ້ກໍານົດ.

ມາດຕາ 50 ການຄຸ້ມຄອງ ແລະ ນໍາໃຊ້ ເງິນທີ່ໄດ້ຈາກການປັບໃຫມ ແລະ ເງິນຄ່າປົກປັກຮັກສາຍານພາຫະນະ

ເງິນທີ່ໄດ້ຈາກການປັບໃຫມ ທັງຫມົດ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້ ຕ້ອງມອບເຂົ້າກອງທຶນທາງ. ສໍາລັບການນໍາໃຊ້ເງິນດັ່ງກ່າວ ໃຫ້ນໍາໃຊ້ເຂົ້າໃນວຽກງານຕາມທີ່ໄດ້ກໍານົດໄວ້ໃນລະບຽບການກ່ຽວກັບ ກອງທຶນທາງ.

ສໍາລັບການຄຸ້ມຄອງ ແລະ ນໍາໃຊ້ ເງິນຄ່າປົກປັກຮັກສາຍານພາຫະນະ ໃຫ້ປະຕິບັດຕາມກົດຫມາຍ ແລະ ລະບຽບການ ກ່ຽວກັບງົບປະມານແຫ່ງລັດ ຢ່າງເຂັ້ມງວດ.

ພາກທີ V

ບົດບັນຍັດສຸດທ້າຍ

 ມາດຕາ 51 ການຈັດຕັ້ງປະຕິບັດ

ມອບໃຫ້ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງປ້ອງກັນຄວາມສະຫງົບ ເປັນເຈົ້າການຈັດຕັ້ງ ປະຕິບັດດໍາລັດສະບັບນີ້.

ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງທ້ອງຖີ່ນ ແລະ ພາກສ່ວນອື່ນ ທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ປະຕິບັດຕາມດໍາລັດສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 52 ຜົນສັກສິດ

ດໍາລັດສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງໄດ້ລົງຈົດຫມາຍເຫດທາງລັດຖະການ ສິບຫ້າ ວັນ.

ດໍາລັດສະບັບນີ້ ປ່ຽນແທນດໍາລັດວ່າດ້ວຍການປັບໃຫມ ແລະ ມາດຕະການຕ່າງໆ ຕໍ່ຜູ້ລະເມີດລະບຽບ ກົດຫມາຍ ກ່ຽວກັບການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ ສະບັບ ເລກທີ 188/ນຍ, ລົງວັນທີ 03.07.2007.

 ຂໍ້ກໍານົດ, ບົດບັນຍັດໃດ ທີ່ຂັດກັບດໍາລັດສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ຕາງຫນ້າ ລັດຖະບານ ແຫ່ງ ສປປ ລາວ

ນາຍົກລັດຖະມົນຕີ

ພັນຄໍາ ວິພາວັນ

 

# ຫົວຂໍ້ ດາວໂຫຼດ
1 ດໍາລັດ ວ່າດ້ວຍ ການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກ, ເລກທີ 568/ລບ, ລົງວັນທີ 16 ກັນຍາ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.