ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

ກະຊວງກະສິກຳ ແລະ ປ່າໄມ້

ເລກທີ 1288/ກປ

ນະຄອນຫຼວງວຽງຈັນ, ວັນທີ 30 ກັນຍາ2021

 

ຄຳແນະນຳ

ກ່ຽວກັບ ການເຈລະຈາເຕັກນິກ ເປີດຕະຫຼາດ

ສຳລັບການສົ່ງອອກ ພືດ ແລະ ຜະລິດຕະພັນພືດ ໄປ ສປ ຈີນ

  • ອີງຕາມ ກົດໝາຍ ວ່າດ້ວຍການປ້ອງກັນ ແລະ ການກັກກັນພືດ ສະບັບເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016;
  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 99/ນຍ, ​ລົງວັນທີ 09 ມີນາ 2017;
  • ອີງຕາມ ໜັງສືສະເໜີ ຂອງກົມປູກຝັງ ສະບັບເລກທີ 1102/ກປຝ, ລົງວັນທີ 23 ມິຖຸນາ 2021;
  • ອີງຕາມ ການຄົ້ນຄ້ວາ ແລະ ສະເໜີ ຂອງກົມນະໂຍບາຍ ແລະ ນິຕິກຳ ສະບັບເລກທີ 0499/ກບນ. ລົງວັນທີ 21 ກັນຍາ 2021.

ເພື່ອເປັນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສປ ຈີນ ເວົ້າລວມ ເວົ້າສະເພາະ ແມ່ນການຮ່ວມມືໃນຂົງເຂດການຜະລິດພືດເປັນສິນຄ້າເພື່ອສົ່ງອອກ ໂດຍໄດ້ດຳເນີນການເຈລະຈາເຕັກນິກເປີດຕະຫຼາດ ສຳເລັດຈຳນວນ 08 ພືດ, ແຕ່ເຖິງຢ່າງໃດກໍຕາມ ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າ ຂະບວນການດຳເນີນການເຈລະຈາເຕັກນິກເປີດຕະຫຼາດ ຍັງຊັກຊ້າ ແລະ ຜູ້ປະກອບການບໍ່ສາມາດເຂົ້າຮ່ວມແຕ່ຫົວທີ ຍ້ອນນິຕິກຳທີ່ກຳນົດກ່ຽວກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຍັງບໍ່ທັນຈະແຈ້ງ ແລະ ບໍ່ຖືກຕ້ອງຕາມຂັ້ນຕອນຂອງ ສປ ຈີນ.

ເພື່ອຮັບປະກັນການຈັດຕັ້ງປະຕິບັດ ວຽກງານເຈລະຈາເຕັກນິກເປີດຕະຫຼາດ ສຳລັບການສົ່ງອອກ ພືດ ແລະ ຜະລິດຕະພັນພືດ ຈາກ ສປປ ລາວ ໄປ ສປ ຈີນ ໃຫ້ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບລະບຽບການກັກກັນພືດ ຂອງ ສປ ຈີນ ນັ້ນ,

ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ອອກຄຳແນະນຳ:

  1. ຈຸດປະສົງ ແລະ ລະດັບຄາດໝາຍ
  1. ເພື່ອແນະນຳ ການຈັດຕັ້ງປະຕິບັດ ໝວດທີ 2 ຂອງຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍມາດຕະການສຸຂານາໄມພືດ ສຳລັບການສົ່ງອອກ ແລະ ສົ່ງອອກຕໍ່ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ສະບັບເລກທີ 2986/ກປ, ລົງວັນທີ 28 ມິຖຸນາ 2019;
  2. ເພື່ອກຳນົດດກົນໄກປະສານງານ ແລະ ແບ່ງຄວາມຮັບຜິດຊອບ ລະຫວ່າງ ສູນກາງ ແລະທ້ອງຖິ່ນ ກ່ຽວກັບ ຂັ້ນຕອນການເຈລະຈາເຕັກນິກເປີດຕະຫຼາດ ສຳລັບການສົ່ງອອກພືດ ແລະ ຜະລິດຕະພັນພືດຈາກ ສປປ ລາວ ໄປ ສປ ຈິນ ໃຫ້ລະອຽດ ແລະ ຈະແຈ້ງ.
  1. ຄວາມໝາຍ ແລະ ຄວາມສຳຄັນ ຂອງການເຈລະຈາເຕັກນິກເປີດຕະຫຼາດ

ການເຈລະຈາເຕັກນິກການເປີດຕະຫຼາດ ແມ່ນຂະບວນການສະເໜີເປີດຕະຫຼາດສົ່ງອອກ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ປະເທດນຳເຂົ້າໄດ້ກຳນົດໄວ້.

ການເຈລະຈາເຕັກນິກການເປີດຕະຫຼາດ ມີຄວາມສຳຄັນຕໍ່ພາກລັດ ແລະ ຜູ້ປະກອບການ ເພື່ອສ້າງຄວາມສາມາດໃນການແຂ່ງຂັນ ແລະ ການສະໜັບສະໜູນດ້ານການຕະຫຼາດ ໂດຍຜ່ານຂະບວນການເກັບກຳຂໍ້ມູນ, ປະເມີນຄວາມສ່ຽງສັດຕູພືດ ແລະ ປຶກສາຫາລືມາດຕະການສຸຂານາໄມ ແລະ ສຸຂານາໄມພືດທີ່ເໝາະສົມ ສຳລັບການສົ່ງອອກພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ໄປ ສປ ຈີນ.

  1. ຂັ້ນຕອນ ແລະ ວິທີການເຈລະຈາເຕັກນິກການເປີດຕະຫຼາດ

ການເຈລະຈາເຕັກນິກການເປີດຕະຫຼາດສຳລັບການສົ່ງອອກ ພືດ ແລະ ຜະລິດຕະພັນພືດ ໄປ ສປ ຈີນ ຕ້ອງດຳເນີນການຕາມລະບຽບກັກກັນພືດຂອງ ສປ ຈີນ ຊຶ່ງມີ ເຈັດ ຂັ້ນຕອນ ແລະ ວິທີການ ດັ່ງນີ້:

  1. ການສະເໜີລາຍການພືດທີ່ຈະສົ່ງອອກ ໂດຍຝ່າຍ ສປປ ລາວ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງສົ່ງອອກ ພືດ ແລະ ຜະລິດຕະພັນພືດ ຈາກ ສປປ ລາວ ໄປ ສປ ຈີນ ຕ້ອງຍື່ນຄຳຮ້ອງເຖິງ ກົມປູກຝັງ ໂດຍຜ່ານພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ຕາມແບບພິມທີ່ ກົມປູກຝັງ ກຳນົດ ຫຼື ສາມາດດາວໂຫຼດໃນເວບໄຊ www.doa.maf.gov.la

ພາຍຫຼັງໄດ້ຮັບໜັງສືສະເໜີ ຈາກພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ແລ້ວ, ກົມປູກຝັງ ຕ້ອງແຕ່ງຕັ້ງຄະນະຮັບຜິດຊອບສະເພາະ ທີ່ປະກອບດ້ວຍບຸກຄົນທີ່ມີມາດຕະຖານ ແລະ ເງື່ອນໄຂ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 6 ຂອງຂໍ້ຕົກລົງວາ່ດ້ວຍ ມາດຕະການສຸຂານາໄມພືດ ສຳລັບການສົ່ງອອກ ແລະ ສົ່ງອອກຕໍ່ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ສະບັບເລກທີ 2986/ກປ, ລົງວັນທີ 28 ມິຖຸນາ 2019 ເພື່ອຄົ້ນຄວ້າ ແລະ ລົງສົມທົບກັບພະແນກກະສິກຳ ແລະ ປ່າໄມ້ແຂວງທີ່ກ່ຽວຂ້ອງ ເກັບກຳຂໍ້ມູນ ກ່ຽວກັບ ພືດ ແລະ ຜະລິດຕະພັນພືດ ທີ່ຈະສົ່ງອອກໄປ ສປ ຈີນ ພ້ອມທັງດຳເນີນການປະເມີນຄວາມສ່ຽງສັດຕູພືດ ແລະ ປະກອບຂໍ້ມູນເບື້ອງຕົ້ນ ຕາມການກຳນົດຂອງກົມໃຫຍ່ພາສີແຫ່ງຊາດຈີນ ຊຶ່ງເນື້ອໃນຂໍ້ມູນທີ່ຕ້ອງຕື່ມມີ ສອງ ພາກສຳຄັນ ຄື:

ກ. ຂໍ້ມູນ ກ່ຽວກັບ ພືດ ຫຼື ຜະລິດຕະພັນພືດ ທີ່ຈະສົ່ງອອກ:

  • ຊື່ສາມັນ​, ຊື່ວິທະຍາສາດ, ສາຍພັນ ຫຼື ສາຍພັນລູກປະສົມ;
  • ສະພາບລວມຂອງການຜະລິດ ແລະ ການຄ້າ ພືດ ແລະ ຜະລິດຕະພັນພືດ;
  •  ແຜນທີ່ປູກ ຫຼື ພື້ນທີ່ການຜະລິດ ພືດ ແລະ ຜະລິດຕະພັນພືດ;
  • ໄລຍະເວລາການ ປູກ, ອອກດອກ, ສຸກແກ່ ແລະ ເກັບກ່ຽວ;
  • ການຈັດການສະຖານທີ່ປະກອບການຜະລິດ;
  • ຂະບວນການຫຸ້ມຫໍ່, ຊື່ ແລະ ສະຖານທີ່ປະກອບການຜະລິດ, ອຸປະກອນຮັບໃຊ້ຕ່າງໆ.

ຂ. ຂໍ້ມູນ ກ່ຽວກັບ ສັດຕູພືດ ແລະ ການຈັດການຄວາມສ່ຽງຂອງສັດຕູພືດ

  • ຊື່ສາມັນ ແລະ ຊື່ວິທະຍາສາດ ຂອງສັດຕູພືດ;
  • ການແຜ່ກະຈາຍ;
  • ຄຸນລັກສະນະດ້ານຊີວະສາດ;
  • ລັກສະນະການທຳລາຍ;
  • ຊ່ວງໄລຍະການທຳລາຍ;
  • ຜົນກະທົບຕໍ່ເສດຖະກິດ;
  • ລະບົບການກວດກາ ແລະ ຕິດຕາມປະເມີນຜົນ;
  • ວິທີການຄວບຄຸມ ແລະ ປະສິດທິຜົນຂອງການນຳໃຊ້ (ຊື່ ແລະ ວິທີການນຳໃຊ້ຢາປາບສັດຕູພືດ) ລວມທັງມາດຕະການຈັດການຄວາມສ່ຽງສັດຕູພືດທີ່ສຳຄັນ.

ເມື່ອສຳເລັດການປະກອບຂໍ້ມູນເບື້ອງຕົ້ນ ຕາມການກຳນົດຂອງ ກົມໃຫຍ່ພາສີແຫ່ງຊາດຈີນ ແລ້ວ, ກົມປູກຝັງ ຕ້ອງຮ່າງໜັງສືສະເໜີໃນນາມ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍບົດປະເມີນຄວາມສ່ຽງສັດຕູພືດ ເຖິງ ກົມໃຫຍ່ພາສີແຫ່ງຊາດຈີນ ເພື່ອສະເໜີຂໍເຈລະຈາເຕັກນິກເປີດຕະຫຼາດສົ່ງອອກພືດ ແລະ ຜະລິດຕະພັນພືດ.

  1. ການພິຈາລະນາຄຳຮ້ອງໂດຍຝ່າຍ ສປ ຈີນ

ກົມໃຫຍ່ພາສີແຫ່ງຊາດຈີນ ຈະພິຈາລະນາໜັງສືສະເໜີຂໍເຈລະຈາເຕັກນິກເປີດຕະຫຼາດສົ່ງອອກພືດ ແລະ ຜະລິດຕະພັນພືດ ພ້ອມທັງສົ່ງຄຳຖາມເຈາະຈີ້ມດ້ານເຕັກນິກແກ່ຝ່າຍ ສປປ ລາວ ເພື່ອສະໜອງຂໍ້ມູນໃຫ້ ຊຶ່ງໃນຂັ້ນຕອນນີ້ ກົມປູກຝັງ ຕ້ອງເປັນເຈົ້າການຕິດຕາມຄວາມຄືບໜ້າໃນການພິຈາລະນາດັ່ງກ່າວ.

  1. ການຕອບຄຳຖາມເຈາະຈີ້ມຂອງຝ່າຍ ສປ ຈີນ

ເມື່ອໄດ້ຮັບຄຳຖາມເຈາະຈີ້ມດ້ານເຕັກນິກຈາກຝ່າຍ ສປ ຈີນ, ກົມປູກຝັງ ຕ້ອງເປັນເຈົ້າການສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງທີ່ກ່ຽວຂ້ອງ ແລະ ຜູ້ສະເໜີສົ່ງອອກ ເພື່ອດຳເນີນການສະໜອງຂໍ້ມູນລະອຽດຄົບຖ້ວນ ຕາມຄຳຖາມເຈາະຈີ້ມຂອງ ກົມໃຫຍ່ພາສີແຫ່ງຊາດຈີນ ພ້ອມທັງສົ່ງການຕອບຄຳຖາມເຈາະຈີ້ມດັ່ງກ່າວໃຫ້ແກ່ ກົມໃຫຍ່ພາສີແຫ່ງຊາດຈີນ ເພື່ອກວດກາ, ພິຈາລະນາ.

  1. ການກວດກາສະຖານທີ່ປະກອບການຜະລິດໂດຍຊ່ຽວຊານຝ່າຍ ສປ ຈີນ

ພາຍຫຼັງສຳເລັດການກວດກາດ້ານເອກະສານເຕັກນິກຈາກ ກົມໃຫຍ່ພາສີຈີນ ແລ້ວ, ຝ່າຍ ສປ ຈີນ ຈະສົ່ງຄະນະຊ່ຽວຊານຂອງຕົນມາ ສປປ ລາວ ເພື່ອກວດກາ ແລະ ປະເມີນສະຖານທີ່ປະກອບການຜະລິດຕົວຈິງ ໂດຍແມ່ນຝ່າຍ ສປປ ລາວ ເຮັດໜັງສືເຊີນ ແລະ ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດໃນການກວດກາ ແລະ ປະເມີນຂອງຄະນະວິຊາການດັ່ງກ່າວ ແມ່ນ ເຈົ້າຂອງສະຖານທີ່ປະກອບການຜະລິດ ເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດໃນການມາຂອງຄະນະຊ່ຽວຊານຝ່າຍ ສປ ຈີນ.

  1. ການຮ່າງອະນຸສັນຍາເງື່ອນໄຂການນຳເຂົ້າໂດຍຝ່າຍ ສປ ຈີນ

ເມື່ອສຳເລັດການກວດກາສະຖານທີ່ປະກອບການຜະລິດ ໂດຍຄະນະຊ່ຽວຊານຂອງຝ່າຍ ສປ ຈີນ ແລ້ວຝ່າຍ ສປ ຈີນ ຈະເປັນຜູ້ຮ່າງອະນຸສັນຍາເງື່ອນໄຂສຸຂານາໄມ ແລະ ສຸຂານາໄມພືດທີ່ຈະສົ່ງອອກ ພ້ອມທັງສົ່ງຮ່າງອະນຸສັນຍາດັ່ງກ່າວໃຫ້ຝ່າຍ ສປປ ລາວ ເພື່ອມີຄຳເຫັນ.

  1. ການປຶກສາຫາລື ແລະ ເຊັນສັນຍາໂດຍສອງຝ່າຍ

ເມື່ອໄດ້ຮັບຮ່າງອະນຸສັນຍາເງື່ອນໄຂສຸຂານາໄມ ແລະ ສຸຂານາໄມພືດທີ່ຈະສົ່ງອອກຈາກຝ່າຍ ສປ ຈີນ ແລ້ວ, ກົມປູກຝັງ ຕ້ອງເປັນເຈົ້າການສົມທົບກັບ ຄະນະຮັບຜິດຊອບເຈລະຈາເຕັກນິກເປີດຕະຫຼາດ ທີ່ຖືກແຕ່ງຕັ້ງນັ້ນ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ແລະ ມີຄຳເຫັນຕໍ່ຮ່າງອະນຸສັນຍາດັ່ງກ່າວ ເພື່ອຮັບປະກັນໃຫ້ເນື້ອໃນຂອງອະນຸສັນຍາ ມີຄວາມໝາຍແນ່ນອນ, ຊັດເຈນ, ຮັດກຸມ, ເຂົ້າໃຈງ່າຍ, ສາມາດຈັດຕັ້ງປະຕິບັດໄດ້ ກ່ອນດຳເນີນການປຶກສາຫາລື ແລະ ເຊັນອະນຸສັນຍາຮ່ວມກັນສອງຝ່າຍ.

ພາຍຫຼັງທັງ ສອງ ຝ່າຍ ມີຄວາມເປັນເອກະພາບດ້ານເນື້ອໃນຂອງຮ່າງອະນຸສັນຍາດັ່ງກ່າວແລ້ວ, ກົມປູກຝັງ ຕ້ອງລາຍງານ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອກຳນົດຮູບແບບ, ເວລາ ແລະ ສະຖານທີ່ໃນການລົງລາຍເຊັນຕໍ່ຮ່າງອະນຸສັນຍາດັ່ງກ່າວ ໂດຍແມ່ນຂັ້ນນຳຂອງສອງຝ່າຍ ເປັນຜູ້ລົງລາຍເຊັນ ຕາມກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ສະບັບເລກທີ 18/ສພຊ, ລົງວັນທີ 08 ພຶດສະພາ 2017.

  1. ການຂຶ້ນທະບຽນສະຖານທີ່ປະກອບການຜະລິດສຳລັບການສົ່ງອອກ ພືດ ແລະ ຜະລິດຕະພັນພືດ

ພາຍຫຼັງສຳເລັດການເຊັນອະນຸສັນຍາສຸຂານາໄມ ແລະ ສຸຂານາໄມພືດ ແລ້ວ, ກົມປູກຝັງ ຕ້ອງໄດ້ຮີບຮ້ອນສົມທົບກັບ ຂະແໜງປູກຝັງ ເຜີຍແຜ່ຂໍ້ກຳນົດເງື່ອນໄຂສຳລັບການສົ່ງອອກພືດ ແລະ ຜະລິດຕະພັນພືດທີ່ໄດ້ເຊັນສັນຍາຮ່ວມກັນນັ້ນ ໃຫ້ແກ່ພາກສ່ວນກ່ຽວຂ້ອງຮັບຊາບຢ່າງທົ່ວເຖິງ ພ້ອມທັງເປີດຮັບຄຳຮ້ອງ ຂໍຂຶ້ນທະບຽນສະຖານທີ່ປະກອບການຜະລິດເພື່ອສົ່ງອອກ ຕາມຄຳແນະນຳ ກ່ຽວກັບການຂຶ້ນທະບຽນສະຖານ ທີ່ປະກອບການຜະລິດສໍາລັບການສົ່ງອອກພຶດ ແລະ ຜະລິດຕະພັນພືດ ສະບັບເລກທີ 1753/ກປ, ລົງວັນທີ 25 ສິງຫາ 2020.

ເມື່ອສຳເລັດການຂຶ້ນທະບຽນສະຖານທີ່ປະກອບການຜະລິດສຳລັບການສົ່ງອອກພືດ ແລະ ຜະລິດຕະພັນພືດ ແລ້ວ, ກົມປູກຝັງ ຕ້ອງສັງລວມເອກະສານທີ່ກ່ຽວຂ້ອງ ແລະ ສືບຕໍ່ນຳສົ່ງໃຫ້ ກົມໃຫຍ່ພາສີແຫ່ງຊາດຈີນ ຕາມລະບຽບການກັກກັນພືດຂອງ ສປ ຈີນ ຊຶ່ງມີ ສາມ ບາດກ້າວ ດັ່ງນີ້:

  1. ຮ່າງໜັງສືສະເໜີໃນນາມ ກະຊວງກະສິກຳ ແລະ ປ່າໄມ້ ເຖິງ ກົມໃຫຍ່ພາສີແຫ່ງຊາດຈີນ ເພື່ອສະເໜີລາຍຊື່ ພ້ອມຂໍ້ມູນຂອງບໍລິສັດທີ່ຈະດຳເນີນການສົ່ງອອກໃຫ້ແກ່ຝ່າຍ ສປ ຈີນ ພິຈາລະນາ;
  2. ກົມໃຫຍ່ພາສີແຫ່ງຊາດຈີນ ຈະຄົ້ນຄວ້າ ແລະ ຮັບຮອງເອົາສະເພາະບໍລິສັດທີ່ສາມາດປະຕິບັດຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນອະນຸສັນຍາທີ່ເຊັນຮ່ວມກັນເທົ່ານັ້ນ;
  3. ຝ່າຍ ສປ ຈີນ ປະກາດຜົນການຮັບຮອງ ແລະ ບັນຊີລາຍຊື່ບໍລິສັດທີ່ໄດ້ຮັບການຂຶ້ນທະບຽນ ໃນເວບໄຊຂອງກົມໃຫຍ່ພາສີແຫ່ງຊາດຈີນ.

ເມື່ອລາຍຊື່ ພ້ອມເລກລະຫັດຂອງບໍລິສັດສົ່ງອອກ ຖືກປະກາດຢູ່ໃນເວບໄຊຂອງກົມໃຫຍ່ພາສີແຫ່ງຊາດຈີນ ແລ້ວ, ຖືວ່າບໍລິສັດທີ່ສະເໜີສົ່ງອອກ ພືດ ແລະ ຜະລິດຕະພັນພືດໄປ ສປ ຈີນ ນັ້ນ ໄດ້ສຳເລັດການຂຶ້ນທະບຽນເປັນຜູ້ສົ່ງອອກ ແລະ ສາມາດສົ່ງອອກ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ໄດ້ຕາມລະບຽບກັກກັນພືດຂອງ ສປ ຈີນ ແລະ ຂັ້ນຕອນຂອງລະບົບການຄ້າສາກົນ.

  1. ການຈັດຕັ້ງປະຕິບັດ
  1. ກົມປູກຝັງ, ພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອໂຄສະນາເຜີຍແຜ່, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ຄຳແນະນຳສະບັບນີ້ ໃຫ້ໄດ້ຮັບຜົນດີ;
  2. ພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ເປັນເຈົ້າການຊີ້ນຳ ແລະ ຊຸກຍູ້ ຂະແໜງປູກຝັງຂັ້ນແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ ແລະ ຜູ້ປະກອບການສົ່ງອອກພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ຈັດຕັ້ງປະຕິບັດຄຳແນະນຳສະບັບນີ້ ຢ່າງເຂັ້ມງວດ;
  3. ໃນການຈັດຕັ້ງປະຕິບັດຕົວຈິງ ມີຂໍ້ສະດວກ, ຂໍຫຍຸ້ງຍາກແນວໃດ ໃຫ້ລາຍງານ ກະຊວງກະສິກຳ ແລະ ປ່າໄມ້ຊາບ ຕາມຂັ້ນຕອນ ເພື່ອພິຈາລະນາຫາວິທີແກ້ໄຂ ຢ່າງທັນການ.

ຄໍາແນະນຳສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງລົງຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.

 

ລັດຖະມົນຕີ

 

# ຫົວຂໍ້ ດາວໂຫຼດ
1 Instruction on marketing negotiation export plants and plant products to China, No. 1288/MAF, date 30 September 2021. PDF
2 ຄໍາແນະນໍາ ກ່ຽວກັບການເຈລະຈາເຕັກນິກເປີດຕະຫຼາດ ສໍາລັບການສົ່ງອອກ ພືດ ແລະ ຜະລິດຕະພັນພືດ ໄປ ສປ ຈີນ, ເລກທີ 1288/ກປ, ລົງວັນທີ 30 ກັນຍາ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.