ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ລັດຖະບານ ແຫ່ງ ສປປ ລາວ

ເລກທີ 08 /ລບ

ນະຄອນຫຼວງວຽງຈັນ, ວັນທີ 04 ຕຸລາ 2021

ມະຕິ

ວ່າດ້ວຍການຮັບຮອງ ແລະ

ປະກາດໃຊ້ນະໂຍບາຍ ການນໍາໃຊ້ລົດໄຟຟ້າຢູ່ໃນ ສປປ ລາວ

  • ອີງຕາມ ກົດໝາຍວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 08 ພະຈິກ 2016;
  • ອີງຕາມ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນຳພາແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງມະຫາພາກ ສະບັບເລກທີ 057/ຄບສພ, ລົງວັນທີ 19 ທັນວາ 2018;
  • ອີງຕາມ ແຈ້ງການຫ້ອງວ່າການສູນກາງພັກ ສະບັບເລກທີ 35/ຫສພ, ລົງວັນທີ 03 ສິງຫາ 2021 ເລື່ອງທິດຊີ້ນຳຂອງກົມການເມືອງສູນກາງພັກ ກ່ຽວກັບນະໂຍບາຍ ແລະ ທິດທາງຈັດຕັ້ງປະຕິບັດການຫັນໄປສູ່ການນໍາໃຊ້ລົດໄຟຟ້າ;
  • ອີງຕາມ ຍຸດທະສາດສົ່ງເສີມການນໍາໃຊ້ພະລັງງານສະອາດ ສຳລັບຂະແໜງຄົມມະນາຄົມ-ຂົນສົ່ງ ແຜນພັດທະນາຮອດປີ 2025, ຍຸດທະສາດຮອດປີ 2030 ແລະ ວິໃສທັດ 2050 ທີ່ໄດ້ຮັບຮອງ ແລະ ປະກາດໃຊ້ ຕາມດຳລັດ ສະບັບເລກທີ 231/ນຍ, ລົງວັນທີ 11 ພຶດສະພາ 2020;
  • ອີງຕາມ ມະຕິຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ສະບັບເລກທີ 03/ສພຊ, ລົງວັນທີ 10 ສິງຫາ 2021.

ລັດຖະບານ ຕົກລົງ:

ມາດຕາ 1 ເຫັນດີຮັບຮອງນະໂຍບາຍ ການນຳໃຊ້ລົດໄຟຟ້າຢູ່ໃນ ສປປ ລາວ ເຊິ່ງມີລາຍລະອຽດລຸ່ມນີ້:

1.1 ຈຸດປະສົງ ແລະ ລະດັບຄາດໝາຍ

  • ເພື່ອຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະເພາະມາດຕະການປະຢັດມັດທະຍັດ ແນໃສ່ຫຼຸດຜ່ອນການນຳເຂົ້ານໍ້າມັນເຊື້ອໄຟຈາກຕ່າງປະເທດ ກໍຄືຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ, ຫຼຸດຜ່ອນຄ່າໃຊ້ຈ່າຍ ຂອງຜູ້ຊົມໃຊ້ຍານພາຫະນະ ຫຼຸດຜ່ອນມົນລະພິດຈາກການນຳໃຊ້ລົດ ທີ່ແລ່ນດ້ວຍນໍ້າມັນເຊື້ອໄຟ ແລະ ເປັນການສົ່ງເສີມການນໍາໃຊ້ພະລັງງານໄຟຟ້າ ທີ່ ສປປ ລາວ ມີ ທ່າແຮງໃນການຜະລິດ;
  • ສູ້ຊົນຮອດປີ 2025 ໃຫ້ອັດຕາສ່ວນລົດໄຟຟ້າທີ່ຊົມໃຊ້ໃນສັງຄົມ ກວມເອົາຢ່າງໜ້ອຍ 1% ຂອງຈຳນວນພາຫະນະທັງໝົດ; ຮອດປີ 2030 ໃຫ້ກວມເອົາ 30% ຂຶ້ນໄປ.

1.2 ນະໂຍບາຍຕໍ່ຜູ້ນຳເຂົ້າ ແລະ ຈຳໜ່າຍລົດໄຟຟ້າ;

  1. ເຫັນດີໃຫ້ປະຕິບັດນະໂຍບາຍທີ່ກໍານົດໄວ້ຕາມກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ ເພື່ອສົ່ງເສີມທຸລະກິດນຳເຂົ້າ ແລະ ຈໍາໜ່າຍລົດໄຟຟ້າ;
  2. ລັດຈະບໍ່ຈໍາກັດດ້ານໂກຕ້າ ໃນການນຳເຂົ້າລົດໄຟຟ້າເພື່ອສົ່ງເສີມໃຫ້ມີການແຂ່ງຂັນລາຄາຕາມກົນໄກຕະຫຼາດ;
  3. ລົດໄຟຟ້າທີ່ນໍາເຂົ້າ ແລະ ຈຳໜ່າຍຢູ່ ສປປ ລາວ ຕ້ອງຮັບປະກັນດ້ານຄຸນນະພາບ, ຄວາມປອດໄພດ້ານເຕັກນິກ ຕາມມາດຕະຖານສາກົນ, ມີສູນບໍລິການຫຼັງການຂາຍ, ສ້ອມແປງ ແລະ ປ່ຽນຖ່າຍອຸປະກອນຕ່າງໆ ລວມທັງມີລະບົບກຳຈັດ-ຈັດການໝໍ້ໄຟ ທີ່ເສື່ອມຄຸນນະພາບ ແລະ ສິ່ງເສດເຫຼືອຈາກກິດຈະການລົດໄຟຟ້າ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມຢ່າງເປັນລະບົບ;
  4. ເຫັນດີກໍານົດປ້າຍ ຫຼື ເຄື່ອງໝາຍ ເປັນສັນຍາລັກສະເພາະສໍາລັບລົດໄຟຟ້າ ເພື່ອໃຫ້ເຈົ້າໜ້າທີ່ ແລະ ບຸກຄົນທົ່ວໄປສາມາດຈຳແນກໄດ້ງ່າຍ.

1.3 ນະໂຍບາຍສໍາລັບຜູ້ຜະລິດ ແລະ ປະກອບລົດໄຟຟ້າ;

ລັດສົ່ງເສີມບຸກຄົນ, ນິຕິບຸກຄົນ ພາຍໃນ ແລະ ຕ່າງປະເທດ ທີ່ສົນໃຈລົງທຶນເຂົ້າໃນການສ້າງໂຮງງານຜະລິດສິ້ນສ່ວນອຸປະກອນ, ອາໄຫຼ່ ແລະ ປະກອບລົດໄຟຟ້າ ເພື່ອສະໜອງພາຍໃນ ແລະ ສົ່ງອອກ ໂດຍການໃຫ້ນະໂຍບາຍເໝາະສົມ ດ້ານພາສີ, ອາກອນການນຳເຂົ້າ; ສຳລັບການນຳເຂົ້າ ອຸປະກອນ ແລະ ສິ້ນສ່ວນອາໄຫຼ່ເພື່ອປະກອບເປັນລົດໄຟຟ້າ, ຜ່ອນຜັນອາກອນກຳໄລ ແລະ ຄ່າເຊົ່າສຳປະທານທີ່ດິນຂອງລັດ ໃຫ້ແກ່ຜູ້ປະກອບການໂດຍສອດຄ່ອງກັບກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ ຂອງ ສປປ ລາວ.

  1. ນະໂຍບາຍຕໍ່ຜູ້ບໍລິການດ້ານຕ່າງໆກ່ຽວພັນກັບລົດໄຟຟ້າ
  1. ລັດສົ່ງເສີມບຸກຄົນ, ນິຕິບຸກຄົນພາຍໃນ ແລະ ຕ່າງປະເທດ ທີ່ຈະລົງທຶນພັດທະນາສະຖານີບໍລິການສາກລົດໄຟຟ້າ ໂດຍລັດມີນະໂຍບາຍ ລຸ່ມນີ້:
  • ຍົກເວັ້ນ ຫຼື ຜ່ອນຜັນພາສີການນຳເຂົ້າອຸປະກອນ ແລະ ລະບົບສະຖານີບໍລິການສາກລົດໄຟຟ້າ;
  • ກຳນົດໂຄງສ້າງລາຄາໄຟຟ້າ ສຳລັບສະຖານີບໍລິການສາກລົດໄຟຟ້າ ຢ່າງສົມເຫດສົມຜົນທີ່ສະທ້ອນໃຫ້ເຫັນຕົ້ນທຶນ ແລະ ຄວາມຄຸ້ມຄ່າການລົງທຶນ ຂອງຜູ້ໃຊ້ບໍລິການ;
  • ໃຫ້ຄວາມສະດວກ ໃນການຕິດຕັ້ງສະຖານີສາກລົດໄຟຟ້າ ແຕ່ລະປະເພດຢູ່ຕາມສະຖານທີ່ຕ່າງໆໃນຕົວເມືອງໃຫຍ່, ຊົນນະບົດ ແລະ ຕາມເສັ້ນທາງຫຼວງແຫ່ງຊາດ ໃນຂອບເຂດທົ່ວປະເທດ;
  • ຊຸກຍູ້ບັນດາຜູ້ປະກອບການທຸລະກິດ ປໍ້ານໍ້າມັນເຊື້ອໄຟ ໃຫ້ຫັນມາພັດທະນາສະຖານີບໍລິການສາກລົດໄຟຟ້າ ເທື່ອລະກ້າວ.
  1. ລັດມີນະໂຍບາຍດ້ານໂຄງສ້າງລາຄາໄຟຟ້າ ສຳລັບສະຖານີບໍລິການສາກລົດໄຟຟ້າ ດັ່ງນີ້:
  • ໃຫ້ກໍານົດໂຄງສ້າງຮ່າງລາຍຈ່າຍທີ່ເໝາະສົມ ສຳລັບຜູ້ພັດທະນາສະຖານີບໍລິການສາກລົດໄຟຟ້າ, ເຊິ່ງປະກອບມີ: ຄ່າສ້ອມແປງ ແລະ ຄ່າບູລະນະທາງຫຼວງ (ກອງທຶນທາງ), ກອງທຶນ ສົ່ງເສີມ ແລະ ພັດທະນາພະລັງງານ, ຕົ້ນທຶນ ແລະ ຄ່າບໍລິຫານ ຂອງຜູ້ປະກອບການສໍາລັບ ລະບົບກະແສສະຫຼັບ ແລະ ລະບົບສາກກະແສກົງ ຕາມຄວາມເໝາະສົມ ແລະ ອາກອນມູນຄ່າເພີ່ມ;
  • ໃຫ້ລັດວິສາຫະກິດໄຟຟ້າລາວ ກໍານົດໂຄງຮ່າງລາຄາໄຟຟ້າທີ່ສະໜອງ ໃຫ້ຜູ້ພັດທະນາສະຖານີສາກລົດໄຟຟ້າ ໃນລາຄາຕາມລະດູການ (ລະດູຝົນ ຖືກກວ່າລະດູແລ້ງ).
  1. ລັດມີນະໂຍບາຍສົ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນສ້າງສູນບໍລິການປ່ຽນຖ່າຍອາໄຫຼ່ລົດໄຟຟ້າ ໂດຍຜູ້ປະກອບການທຸລະກິດການບໍລິການ ປ່ຽນຖ່າຍອາໄຫຼ່ລົດໄຟຟ້າ ຕ້ອງມີລະບົບການ ບໍລິຫານຈັດການສິ່ງເສດເຫຼືອ ຈາກການປ່ຽນຖ່າຍອຸປະກອນ ຂອງລົດໄຟຟ້າໂດຍສະເພາະໝໍ້ໄຟເສື່ອມຄຸນນະພາບ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກໍານົດໄວ້.
    1. ນະໂຍບາຍຕໍ່ຜູ້ຊົມໃຊ້ລົດໄຟຟ້າ:

1) ລັດວິສາຫະກິດໄຟຟ້າລາວ ເປັນຜູ້ບໍລິການຕິດຕັ້ງໄຟຟ້າ ສຳລັບເຄື່ອງສາກລົດໄຟຟ້າ ໂດຍບໍ່ເກັບຄ່າໝໍ້ນັບໄຟຢູ່ຕາມທີ່ຢູ່ອາໃສ, ສໍານັກງານ-ອົງການ ເພື່ອຮັບປະກັນຄວາມປອດໄພທາງດ້ານເຕັກນິກ;

2) ເສຍຄ່າທຳນຽມທາງປະຈໍາປີຕໍ່າກວ່າລົດແລ່ນດ້ວຍນໍ້າມັນເຊື້ອໄຟຢ່າງໜ້ອຍ 30% ຕາມກໍລະນີ ຄວາມແຮງທຽບເທົ່າກັນ,

3) ໃຫ້ບູລິມະສິດບ່ອນຈອດລົດໄຟຟ້າຕາມຈຸດ ຫຼື ສະຖານທີ່ບໍລິການສາກລົດໄຟຟ້າ ຢູ່ສະຖານທີ່ສາທາລະນະ.

ມາດຕາ 2 ເປົ້າໝາຍໃນການນຳໃຊ້ລົດໄຟຟ້າໃນໄລຍະທົດລອງ

2.1 ລັດຖະບານເປັນຜູ້ນຳໜ້າ ແລະ ຕົວແບບໃນການນໍາໃຊ້ລົດໄຟຟ້າ ໂດຍສະເພາະເລີ່ມຈາກລົດບໍລິຫານລັດ, ລົດປະຈຳຕຳແໜ່ງທີ່ຈະຊື້ໃໝ່ ແມ່ນໃຫ້ຈັດຊື້ລົດໄຟຟ້າທັງໝົດ ຈາກນັ້ນຈຶ່ງ ຊຸກຍູ້ບັນດາວິສາຫະກິດຂອງລັດ, ລົດຂົນສົ່ງສາທາລະນະ ໃຫ້ຫັນມານໍາໃຊ້ລົດໄຟຟ້າເທື່ອລະກ້າວ;

2.2 ຊຸກຍູ້ສົ່ງເສີມອົງການຈັດຕັ້ງພາກລັດ ແລະ ເອກະຊົນ, ຕະຫຼອດຮອດບຸກຄົນທົ່ວໄປ ຕາມຕົວເມືອງໃຫຍ່, ຊານເມືອງ ແລະ ຕາມເສັ້ນທາງຫຼວງແຫ່ງຊາດ ໃຫ້ຫັນມານຳໃຊ້ລົດໄຟຟ້າ ຕາມເງື່ອນໄຂຄວາມສາມາດ ຂອງຕົນແຕ່ລະກ້າວ.

ມາດຕາ 3 ທິດຊີ້ນຳລວມໃນການຈັດຕັ້ງປະຕິບັດ

3.1 ບັນດາກະຊວງທີ່ກ່ຽວຂ້ອງຕ້ອງເປັນເຈົ້າການຮັບຜິດຊອບ, ຜັນຂະຫຍາຍນະໂຍບາຍອອກເປັນນິຕິກຳ, ແຜນງານໂຄງການລະອຽດເພື່ອສົ່ງເສີມ, ຄຸ້ມຄອງ, ອຳນວຍຄວາມສະດວກໃຫ້ແກ່ກິດຈະການ ຫັນໄປສູ່ການນໍາໃຊ້ລົດໄຟຟ້າໃຫ້ເປັນຮູບປະທຳຕາມສິດ, ໜ້າທີ່ ແລະ ພາລະບົດບາດຂອງຕົນ ດັ່ງນີ້:

1) ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່: ເປັນໃຈກາງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນຈັດຕັ້ງປະຕິບັດຕົວຈິງ ໃນການຫັນໄປສູ່ການນຳໃຊ້ລົດໄຟຟ້າ, ສ້າງນິຕິກໍາທີ່ກ່ຽວຂ້ອງກັບສະຖານີສາກລົດໄຟຟ້າ, ກຳນົດໂຄງສ້າງລາຄາໄຟຟ້າສໍາລັບທີ່ຢູ່ອາໃສ ແລະ ການສາກລົດໄຟຟ້າແບບສາທາລະນະ ໃຫ້ແກ່ຜູ້ພັດທະນາສະຖານີສາກລົດໄຟຟ້າ ແລະ ຜູ້ຊົມໃຊ້ ມີລັກສະນະສົ່ງເສີມ ແລະ ຈູງໃຈ ເພື່ອໃຫ້ມີການນຳໃຊ້ລົດໄຟຟ້າແບບແຜ່ຫຼາຍເປັນວົງກວ້າງ, ຄວາມຄຸ້ມຄ່າທາງດ້ານເສດຖະກິດ, ປະຊາຊົນມີຄ່າໃຊ້ຈ່າຍຕໍ່າກວ່າລົດແລ່ນດ້ວຍນໍ້າມັນເຊື້ອໄຟ ແລະ ອື່ນໆ ຕາມພາລະບົດບາດຂອງຂະແໜງການ;

2) ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ: ເປັນເຈົ້າການຄົ້ນຄວ້າດ້ານລະບຽບການ ກ່ຽວກັບ ການກໍານົດມາດຕະຖານເຕັກນິກຄວາມປອດໄພ ຂອງລົດໄຟຟ້າ ໃຫ້ສອດຄ່ອງກັບພາກພື້ນ ແລະ ສາກົນ ທີ່ ສປປ ລາວ ເປັນພາຄີແຕ່ລະໄລຍະ, ຢັ້ງຢືນດ້ານມາດຕະຖານເຕັກນິກສຳລັບການນຳເຂົ້າ, ປະກອບ (ຜະລິດ) ພາຍໃນ, ກຳນົດກົນໄກການຂຶ້ນທະບຽນ, ກວດກາສະພາບເຕັກນິກ, ອອກແບບປ້າຍທະບຽນ ຫຼື ເຄື່ອງໝາຍຂອງລົດໄຟຟ້າ ແລະ ໜ້າທີ່ອື່ນ ຕາມພາລະບົດບາດຂອງຕົນ;

3) ໃຫ້ກະຊວງການເງິນ: ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອສ້າງລະບຽບການ ແລະ ກົນໄກ ໃນການໃຫ້ນະໂຍບາຍດ້ານພາສີ, ອາກອນ ແລະ ຄ່າທຳນຽມຕ່າງໆ ທີ່ຕິດພັນກັບການສົ່ງເສີມສໍາລັບທຸລະກິດກ່ຽວກັບລິດໄຟຟ້າ ແລະ ສະຖານີສາກລົດໄຟຟ້າ, ອຸປະກອນ ແລະ ສິ້ນສ່ວນ ເພື່ອຜະລິດລົດໄຟຟ້າ ແລະ ອື່ນໆ ຕາມພາລະບົດບາດຂອງຂະແໜງການ,

4) ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ: ເປັນເຈົ້າການກຳນົດນິຕິກຳ ແລະ ກົນໄກທີ່ອຳນວຍຄວາມສະດວກ ໃຫ້ຜູ້ປະກອບການ ທີ່ດຳເນີນທຸລະກິດ, ການນຳເຂົ້າ, ຈຳໜ່າຍ ລົດໄຟຟ້າ, ອຸປະກອນລົດໄຟຟ້າ ແລະ ຜະລິດສິ້ນສ່ວນອຸປະກອນລົດໄຟຟ້າ ເພື່ອສົ່ງເສີມ, ຄຸ້ມຄອງ, ກວດກາການນຳເຂົ້າ, ການຈຳໜ່າຍ, ຜະລິດສິ້ນສ່ວນ, ປະກອບ ລົດໄຟຟ້າ ແລະ ອຸປະກອນສະຖານີສາດລົດໄຟຟ້າ ລວມທັງການຄວບຄຸມລາຄາຈໍາໜ່າຍລົດໄຟຟ້າຢູ່ພາຍໃນ ຕາມພາລະ ບົດບາດ ຂອງຂະແໜງການ;

5) ໃຫ້ກະຊວງປ້ອງກັນຄວາມສະຫງົບ: ເປັນເຈົ້າການປະສານສົມທົບກັບ ກະຊວງໂຍທາທິການ ແລະ ຂົນສົ່ງ ໃນການຜະລິດ ແລະ ຕິດປ້າຍ ຂອງລົດໄຟຟ້າ ຫຼື ເຄື່ອງໝາຍສໍາລັບລົດໄຟຟ້າເພື່ອໃຫ້ເຈົ້າໜ້າທີ່ ແລະ ສັງຄົມ ຈໍາແນກໄດ້ງ່າຍ, ການຄຸ້ມຄອງໃນການຈະລາຈອນ ເພື່ອຄວາມປອດໄພໃນການຂັບຂີ່ ແລະ ອື່ນໆ ຕາມພາລະບົດບາດຂອງຂະແໜງການ;

6) ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ: ເປັນເຈົ້າການ, ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ກຳນົດຂໍ້ແນະນຳ ເພື່ອກຳຈັດ, ຈັດການກັບໝໍ້ໄຟທີ່ເສື່ອມຄຸນນະພາບ ແລະ ສິ່ງເສດເຫຼືອຈາກກິດຈະການລົດໄຟຟ້າ, ອຳນວຍຄວາມສະດວກໃນກິດຈະການໂຄງການພັດທະນາລົດໄຟຟ້າ ແລະ ສະຖານີສາກລົດໄຟຟ້າ ທີ່ມີຈຸດປະສົງຈະເຂົ້າຫາແຫຼ່ງທຶນທີ່ຕິດພັນກັບການປ່ຽນແປງດິນຟ້າອາກາດ, ການພັດທະນາສີຂຽວ ແລະ ການຊື້-ຂາຍກາກບອນຕາມກົນໄກການພັດທະນາທີ່ສະອາດ ແລະ ອື່ນໆ ຕາມພາລະບົດບາດຂອງຂະແໜງການ.

3.2 ມອບໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ຮີບຮ້ອນອອກຄຳແນະນຳ ຫຼື ລະບຽບການຕາມການແບ່ງຄວາມຮັບຜິດຊອບໃນຂໍ້ 3.1 ຂ້າງເທິງ ໃຫ້ສໍາເລັດພາຍໃນ 45 ວັນນັບແຕ່ມື້ມະຕິສະບັບນີ້ ມີຜົນສັກສິດ.

 3.3 ບັນດາກະຊວງ, ອົງການລັດທຽບເທົ່າ, ນະຄອນຫຼວງວຽງຈັນ, ບັນດາແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້, ໃຫ້ຄວາມຮ່ວມມື ແລະ ພ້ອມກັນຈັດຕັ້ງປະຕິບັດມະຕິ ສະບັບນີ້ ໃຫ້ປະກົດຜົນເປັນຈິງ.

3.4 ມອບໃຫ້ທ່ານ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ເປັນຜູ້ຕິດຕາມ ຊຸກຍູ້ ການຈັດຕັ້ງປະຕິບັດມະຕິສະບັບນີ້ ຕາມຄວາມຮັບຜິດຊອບຂອງຕົນ ແລ້ວລາຍງານທ່ານນາຍົກລັດຖະມົນຕີ ຊາບເປັນປົກກະຕິ.

ມາດຕາ 4 ມະຕິສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ຕາງໜ້າລັດຖະບານ ແຫ່ງ ສປປ ລາວ

ນາຍົກລັດຖະມົນຕີ

ພັນຄຳ ວິພາວັນ

# ຫົວຂໍ້ ດາວໂຫຼດ
1 ມະຕິ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ ນະໂຍບາຍການນໍາໃຊ້ລົດໄຟຟ້າຢູ່ໃນ ສປປ ລາວ, ເລກທີ 08/ລບ, ລົງວັນທີ 04 ຕຸລາ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.