ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງການເງິນ

ເລກທີ 4572/ກງ

ນະຄອນຫລວງວຽງຈັນ, ວັນທີ 17 ກັນຍາ 2021

 

ແຈ້ງການ

 

ເຖິງ :   - ຫົວຫນ້າ ກົມພາສີ

          - ຫົວຫນ້າ ພາສີປະຈໍາ ແຂວງ, ນະຄອນຫຼວງ ແລະ ດ່ານພາສີຊາຍແດນ ໃນຂອບເຂດທົ່ວປະເທດ

          - ບັນດາບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃນຂອບເຂດທົ່ວປະເທດ

ເລື່ອງ : ຢຸດຕິການນໍາໃຊ້ລະບອບການນໍາເຂົ້າຍ່ອຍ SD4, ລະຫັດເຄົ້າ 2 ຕົວເລກ 44 ຢູ່ດ່ານພາສີຊາຍແດນ

          ໃນຂອບເຂດທົ່ວປະເທດ.

 

- ອີງຕາມ ກົດຫມາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020;

- ອີງຕາມ ກົດຫມາຍວ່າດ້ວຍວິສາຫະກິດ ສະບັບເລກທີ 46/ສພຊ, ລົງວັນທີ 26 ທັນວາ 2013;

- ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 144/ນຍ, ລົງວັນທີ 8 ພຶດສະພາ 2017 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ.

 

          ໃນໄລຍະຜ່ານມາ ບັນດາບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໄດ້ມີການນໍາໃຊ້ລະບອບການນໍາເຂົ້າຍ່ອຍ SD4, ລະຫັດເຄົ້າ 2 ຕົວເລກ 44 ຢູ່ບັນດາດ່ານພາສີສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ໃນຂອບເຂດທົ່ວ ປະເທດ, ໄດ້ສ້າງລາຍຮັບເຂົ້າງົບປະມານຫຼາຍສົມຄວນ, ແຕ່ກໍຍັງເຫັນວ່າການນໍາໃຊ້ລະບອບການແຈ້ງເສຍພາສີ ດັ່ງກ່າວ ຍັງພົບຄວາມຫຍຸ້ງຍາກໃນການຄຸ້ມຄອງ ແລະ ກວດກາການນໍາເຂົ້າ. ສະນັ້ນ, ເພື່ອຮັບປະກັນໃຫ້ການຄຸ້ມຄອງ ການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ ຜ່ານດ່ານພາສີຊາຍແດນ ໃຫ້ມີຄວາມເປັນເອກະພາບ, ຮັດກຸມ, ອັດຊ່ອງຫວ່າງ ການຮົ່ວໄຫຼຂອງລາຍຮັບ, ຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ຖືກຕ້ອງ ຄົບຖ້ວນ, ສອດຄ່ອງ ຕາມກົດຫມາຍ ແລະ ລະບຽບການ.

 

ກະຊວງການເງິນ ອອກແຈ້ງການ ດັ່ງນີ້:

1. ໃຫ້ຢຸດຕິ ການນໍາໃຊ້ລະບອບການນໍາເຂົ້າຍ່ອຍ SD4, ລະຫັດເຄົ້າ 2 ຕົວເລກ 44 ຢູ່ບັນດາດ່ານພາສີຊາຍແດນ

(ດ່ານພາສີສາກົນ, ດ່ານພາສີທ້ອງຖິ່ນ ແລະ ດ່ານພາສີປະເພນີ) ໃນຂອບເຂດທົ່ວປະເທດ;

 

2. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄີຍແຈ້ງພາສີ ໃນລະບອບການນໍາເຂົ້າຍ່ອຍ SD4, ລະຫັດເຄົ້າ 2 ຕົວ

ເລກ 44 ໃຫ້ຫັນມາແຈ້ງພາສີດ້ວຍ ລະບອບ 40 (IM4) ເປັນນິຕິບຸກຄົນ ຊຶ່ງຕ້ອງປະຕິບັດຕາມເງື່ອນໄຂ ດັ່ງນີ້:

          - ມີທະບຽນວິສາຫະກິດ;

          - ມີເລກລະຫັດປະຈໍາຕົວຜູ້ເສຍອາກອນ (TIN);

          - ມີໃບຢັ້ງຢືນການມອບອາກອນປະຈໍາປີ ຖືກຕ້ອງຕາມກົດຫມາຍ ແລະ ລະບຽບການ;

          - ຖືບັນຊີວິສາຫະກິດຖືກຕ້ອງຕາມກົດຫມາຍວ່າດ້ວຍການບັນຊີ ແລະ ເຂົ້າໃນລະບົບອາກອນມູນຄ່າເພີ່ມ;

          - ມີລະບົບສາງເກັບມ້ຽນສິນຄ້າທີ່ໄດ້ມາດຕະຖານ ແລະ ມີການສະຫຼຸບຈໍານວນສິນຄ້າເຂົ້າ-ອອກສາງ;

          - ໄດ້ຮັບການຝຶກອົບຮົມເປັນ ຜູ້ບໍລິການແຈ້ງພາສີ ຫຼື ຜູ້ແຈ້ງພາສີທົ່ວໄປ ແລະ ຕ້ອງມີບັດອະນຸຍາດແຈ້ງພາສີ (User ID) ທີ່ອອກໃຫ້ໂດຍລັດຖະການພາສີ.

          ໃນກໍລະນີ ຫາກບໍ່ສາມາດດໍາເນີນການຄົບຕາມເງື່ອນໄຂ ທີ່ກ່າວມາຂ້າງເທິງນີ້ ແມ່ນບໍ່ອະນຸຍາດໃຫ້ດໍາເນີນການ ແຈ້ງພາສີ ຢ່າງເດັດຂາດ; ໃຫ້ຫັນໄປນໍາໃຊ້ຜູ້ບໍລິການແຈ້ງພາສີ ທີ່ໄດ້ຮັບອະນຸຍາດ ແລະ ມີການຄ້ໍາປະກັນຕໍ່ລັດຖະການ ພາສີ.

 

3. ມອບໃຫ້ກົມພາສີ, ພາສີປະຈໍາແຂວງ, ນະຄອນຫຼວງ ແລະ ດ່ານພາສີຊາຍແດນ ໃນຂອບເຂດທົ່ວປະເທດ ເປັນເຈົ້າການໃນການຄຸ້ມຄອງ, ຕິດຕາມ, ກວດກາ, ໃຫ້ຄໍາແນະນໍາ ໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ;

 

4. ແຈ້ງການສະບັບນີ້ ມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ຕຸລາ 2021 ເປັນຕົ້ນໄປ.

 

ລັດຖະມົນຕີ

ບຸນໂຈມ ອຸບົນປະເສີດ

# ຫົວຂໍ້ ດາວໂຫຼດ
1 Notification to terminate the use of SD4 for sub-import regime, heading 2-digit 44 at the Border Customs Checkpoints throughout the Country, No. 4572/MOF, dated 17 September 2021. PDF
2 ແຈ້ງການ ຢຸດຕິການນໍາໃຊ້ລະບອບການນໍາເຂົ້າຍ່ອຍ SD4, ລະຫັດເຄົ້າ 2 ຕົວເລກ 44 ຢູ່ດ່ານພາສີຊາຍແດນ ໃນຂອບເຂດທົ່ວປະເທດ, ເລກທີ 4572/ກງ, ລົງວັນທີ 17 ກັນຍາ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.