ພາບປະກອບ

 

ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (17 ກັນຍາ 2021) — ອີງຕາມບົດລາຍງານຂອງທະນາຄານພັດທະນາອາຊີ (ADB) ທີ່ໄດ້ເຜີຍແຜ່ໃນມື້ນີ້, ການເພີ່ມຄວາມສາມາດໃນການແຂ່ງຂັນ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມໂ​ຍ່ງ ລະຫວ່າງ ຂ​ະ​ແຫ​ນງກະສິກຳ ແລະ ການທ່ອງທ່ຽວ ຈະປະກອບສ່ວນໃຫ້ແກ່ການຟື້ນ​ໂຕ ແລະ ການຂະຫຍາຍຕົວຢ່າງສົ​ມດຸນ ໃນສາທາລະນະ ລັດປະຊາທິປະໄຕ ປະຊາຊົນ (ສປປ ລາວ).

ທ່ານ ນາງ ພອນວັນ ອຸທະວົງ,​ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ຮູ້ວ່າ “ການສ້າງວຽກທີ່ມີຄຸນນະພາບ ແລະ ມີ​ປະ​ສິດ​ທິ​ພາບ ແມ່ນເປັນໜຶ່ງໃນບັນດາ​ບູ​ລິ​ມະ​ສິດທີ່ສຳຄັນຕົ້ນຕໍ ຂອງນະໂຍບາຍຂອງລັດຖະບານ. ປະຈຸບັນນີ້ ແມ່ນມີຄວາມສຳຄັນຫລາຍຍິ່ງຂຶ້ນ ບໍ່ພຽງແຕ່ ການຟື້ນໂຕຈາກການຕົກຕໍ່າທາງດ້ານເສດຖະກິດ ເນື່ອງຈາກການແຜ່ລະບາດພະຍາດເທົ່ານັ້ນ ແຕ່ຍັງເປັນ​ການສ້າງສາ​ພັດທະນາໄປ​ຂ້າງໜ້າ​ໃຫ້​ດີກວ່າ​ເກົ່າ. ການເອົາອຸດສະຫະກຳກະສິກຳ ແລະ ການທ່ອງທ່ຽວ ເປັນ​ຈຸດ​ສູນ​ກາງ ຂອງການຟື້ນໂຕຂອງພວກເຮົາ, ໄປພ້ອມກັບ ຍຸດທະສາດໃນການສ້າງຄວາມເຂັ້ມແຂງດ້ານການປະສານງານ​ຂອງຂະແໜງ ການ ໄດ້ສ້າງໂອກາດໃນ​ການ​ເລີ່ມ​ການ​ຟື້ນ​ຟູເສດຖະກິດ ຕາມທິດທາງສີຂຽວ ແລະ ພ້ອມຮັບກັບການປ່ຽນແປງ”.

ບົດລາຍງງານທີ່ມີຫົວຂໍ້ ການພັດທະນາກະສິກຳ ແລະ ທ່ອງທ່ຽວ ເພື່ອການຈະເລີນເຕີບໂຕທີ່​ສົ​ມ​ດຸນ ໄດ້ສຶກ​ສາ​ເບິ່ງຜະ​ລິດ​ຕະ​ພາບ​ກະ​ສິ​ກຳທີ່​ສູງກວ່າເກົ່າ ແລະ ຕະຫຼາດໃໝ່ສຳລັບການທ່ອງທ່ຽວ ວ່າສາມາດຊ່ວຍຫລຸດຜ່ອນອັດຕາຄວາມທຸກຍາກໄດ້ແນວໃດ. ຂະແໜງກະສິກໍາ​ສ້າງວຽກ​ເຮັດ​ງານ​ທຳປະມານ 60% ຂອງ​ຈຳ​ນວນແຮງງານທັງ​ຫມົດຂອງ ສປປລາວ. ໃນຂະນະດຽວກັນ ປະຊາຊົນປະມານ 42.000 ຄົນ ຊຶ່ງມີແມ່ຍິງກວມ​ເອົາ 62% ໄດ້ເຮັດ​ວຽກຢູ່ໃນຂະແໜງການທ່ອງທ່ຽວ ກ່ອນທີ່​ຈະ​ມີ​ການລະບາດພະຍາດໂຄວິດ-19.

ທ່ານ ນາງ ໂຊໂນມິ ທະນາກະ ຜູ້ຕາງໜ້າ ADB ປະຈໍາ ສປປລາວ ໄດ້ໃຫ້ຮູ້ວ່າ “ຜົນຕອບແທນຈາກຊັບພະຍາກອນທຳມະຊາດຂອງ ສປປລາວ ໄດ້ເຮັດໃຫ້ເສດຖະກິດມີ​ການ​ຂະ​ຫຍາຍ​ໂຕຕະຫຼອດສາມທົດສະວັດທີ່ຜ່ານມາ. ແຕ່ການຈະເລີນເຕີບໂຕ ແລະ ການສ້າງວຽກເຮັດງານທໍາຂອງປະເທດ ຍັງບໍ່ໄປໄວ​ເທົ່າ​ທີ່​ຄວນ”. ທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າ  “ການຈະເລີນເຕີບໂຕທີ່ສ້າງ​ຄວາມຍືນ​ຍົງ ແລະ ຄວາມຮັ່ງມີ ແມ່ນຮຽກຮ້ອງໃຫ້ສຸມໃສ່ ທັງຄຸນນະພາບ ແລະ ປະລິມານຂອງ​ວຽກ. ເລັ່ງການເຊື່ອມໂຍ່ງ ລະຫວ່າງ ອຸດສະຫະກຳກະສິກຳ ແລະ ການທ່ອງທ່ຽວ ໃຫ້ໂອກາດໃນການສ້າງຊິວິດການເປັນຢູ່ແບບໃໝ່ ແລະ ດີ​ກວ່າ​ເກົ່າ ເພື່ອການຟື້ນໂຕ​ຈາກ​ໂຄວິດ-19 ຢ່າງສົມ​ດຸນ ແລະ ພ້ອມຮັບກັບການປ່ຽນແປງ”.

ພາບປະກອບ

 

ບົດລາຍງານຍັງໄດ້ໃຫ້ຮູ້ວ່າ ໃນປີ 2019 ການທ່ອງທ່ຽວໃນ ສປປລາວ ໄດ້ສະ​ຫນັບ​ສະ​ໜູນ​ການ​ຂະ​ຫຍາຍ​ໂຕຂອງ​ຂະ​ແຫນງອຸດສະຫະກຳ​ລ້ຽງ​ສັດ ແລະ ການປະມົງ. ການປະກອບອັນ​ສຳ​ຄັນ​ຂອງທຸ​ລະ​ກິດການທ່ອງທ່ຽວ ກໍ່​ຍັງໄດ້ຊ່ວຍຊື້ ແລະ ໂຄສະນາຜັກປອດສານພິດ. ທຸລະກິດການທ່ອງທ່ຽວ ສາມາດເປັນສ່ວນໜຶ່ງຂອງຕ່ອງໂສ້ມູນຄ່າໃຫມ່​ຂອງກະສິກຳ ໂດຍສະເພາະ ຜັກ ແລະ ສັດລ້ຽງ. ການຈໍາກັດໃນ​ການນໍາໃຊ້ສານເຄມີເຂົ້າ​ໃນການຜະລິດກະສິກຳ ໄດ້ສ້າງຜົນດີແກ່ອຸດສະຫະກຳການທ່ອງທ່ຽວ ຍ້ອນຜູ້ບໍລິໂພກໃນບັນດາປະເທດອ້ອມຂ້າງ ຖື​ວ່າສິນຄ້າກະສິກຳຈາກ ສປປລາວ ແມ່ນ ສະອາດ ແລະ ປອດໄພ.

ກ່ອນການລະບາດພະຍາດ ອຸດສະຫະກຳການທ່ອງທ່ຽວໃນ ສປປລາວ ແມ່ນມີ​ການ​ຂະ​ຫຍາຍ​ໂຕ​ໄວ ຕົວເລກນັກທ່ອງທ່ຽວຕ່າງປະເທດເຂົ້າມາສູງເຖິງ 4,1 ລ້ານເທື່ອຄົນ ໃນປີ 2018 ເຊິ່ງໄດ້ປະກອບສ່ວນເຂົ້າ​ໃນ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ  12%. ເຖິງຢ່າງໃດກໍ່ຕາມ ການໃຊ້ຈ່າຍຂອງນັກທ່ອງທ່ຽວຕ່າງປະເທດໃ​ນ ສ​ປ​ປລາວ ສະເລ່ຍຢູ່ 200 ໂດລາສະຫະລັດຕໍ່ຄົນ ແມ່ນຕໍ່າທີ່ສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ເຊິ່ງມັນຊີ້ໃຫ້ເຫັນເຖິງຄວາມຕ້ອງການ​ໃຫ້​ມີ​ການຍົກລະດັບພື້ນຖານໂຄງລ່າງຂອງການ ທ່ອງທ່ຽວ.  

ອີງຕາມບົດລາຍງານ ການ​ກີດ​ຂວາງການເດີນທາງໃນໄລຍະການລະບາດພະຍາດຂອງໂຄວິດ-19 ໄດ້ບັງຄັບໃຫ້ເຄິ່ງໜຶ່ງຂອງ 360 ຫົວໜ່ວຍທຸລະກິດການທ່ອງທ່ຽວ ທີ່ໄດ້ຖືກສໍາຫຼວດ ປິດກິດຈະການຊົ່ວຄາວ ເຊິ່ງ 70% ຂອງຈຳນວນພະນັກງານຂອງຫົວໜ່ວຍທຸລະກິດເຫລົ່ານັ້ນ​ໄດ້​ຖືກ​ພັກວຽກ. ລັດຕ້ອງມີມາດຕະການແກ້​ໄຂຢ່າງທັນການ ເພື່ອຊຸກຍູ້ຂະແໜງທ່ອງທ່ຽວ. ການຊຸກຍູ້ນີ້ ສາ​ມາດ​ລວມ​ເອົາ ການຊ່ວຍເຫຼືອທາງການເງິນແກ່ທຸລະກິດການທ່ອງທ່ຽວ, ເລັ່ງການສັກຢາວັກ​ແຊງຕ້ານໂຄວິດ-19 ແລະ ສ້າງໃຫ້ສາມາດເປີດການທ່ອງທ່ຽວຄືນຢ່າງມີຄວາມຮັບຜິດຊອບ ໂດຍຜ່ານການສື່ສານທີ່ມີຄວາມໂປ່ງໃສ, ມີປະສິດທິພາບ ແລະ ຈະແຈ້ງຕໍ່​ກັບມາດ​ຕະ​ການດ້ານສຸຂະພາບ ແລະ ຄວາມປອດໄພ.

ໃນໄລຍະຍາວ ບົດລາຍງານ​ໃຫ້​ຄຳແນະນຳ ໃຫ້ມີການລົງທຶນ​ໃນ​ຂະ​ແໜງກະສິກຳ ແລະ ການທ່ອງທ່ຽວ ລວມທັງການເຊື່ອມໂຍງອຸດສາຫະກຳເຊັ່ນ: ອຸດ​ສາ​ຫະ​ກຳການຂົນສົ່ງ, ຊົນລະປະທານ, ການບໍລິການໃນຕົວເມືອງ ແລະ ພື້ນຖານໂຄງລ່າງເຊື່ອມຕໍ່ທາງ​ດ້ານດີຈິິຕັອນ. ການ​ສ້າງ​ຊັບ​ພະ​ຍາ​ກອນມະນຸດ ເພື່ອຮັບປະກັນການບໍລິການທີ່ມີຄຸນນະພາບສູງ, ການຂະຫຍາຍການຍົກເວັ້ນວີຊາ ແລະ ການສົ່ງເສີມການຜະລິດ ແລະ ​ພ້ອມ​ທັງໃຫ້ການຢັ້ງຢືນອາຫານທີ່ປອດສານ​ພິດ ກໍ່ແມ່ນໜຶ່ງ ໃນບັນດາຄຳ​ແນະ​ນຳ ເພື່ອ​ເພີ່ມຄວາມສາມາດໃນການແຂ່ງຂັນ.

 

ADB ມີຄວາມມຸ່ງໝັ້ນທີ່ຈະບັນລຸໃຫ້ ພາກພື້ນອາຊີປາຊີຟິກມີຄວາມຈະເລີນຮຸ່ງເຮືອງ, ທົ່ວເຖິງ, ພ້ອມຮັບການປ່ຽນແປງ, ແລະ ຍືນຍົງ, ໄປພ້ອມກັບການຮັກສາຄວາມພະຍາຍາມຂອງຕົນໃນການລຶບລ້າງຄວາມທຸກຍາກ. ADB ຖືກສ້າງຕັ້ງຂຶ້ນໃນປີ 1966, ໂດຍມີ 68 ປະເທດສະມາຊິກເປັນເຈົ້າຂອງ ຊຶ່ງໃນນັ້ນມີ 49 ປະເທດມາຈາກພາກພື້ນດັ່ງກ່າວ.

ຂໍ້ມູນ: https://www.adb.org/lo/news/agriculture-tourism-key-lao-pdr-sustainable-shared-prosperity-adb

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.