ໃນວັນທີ 15 ຕຸລາ​ 2021 ທີ່ຜ່ານມາ,  ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ທາບທາມເປີດກວ້າງ (ລະບົບ Video Conference) ຜ່ານ “ຮ່າງດຳລັດວ່າດ້ວຍການຄຸ້ມຄອງສິນຄ້າສອງດ້ານ” ໂດຍການເປັນປະທານຂອງ ທ່ານ ນາງ ມະນີວອນ ວົງໄຊ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ຊຶ່ງມີຜູ້ເຂົ້າຮ່ວມຈາກ ກົມພາສີ; ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ; ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ/ແຂວງ; ພະແນກອຸດສາຫະກຳ ແລະ ການຄ້າ ແລະ ຫ້ອງການພາສີ ຂອງບັນດາ ແຂວງ, ນະຄອນຫຼວງວຽງຈັນ; ຫ້ອງການບໍລິຫານຄຸ້ມຄອງ (ເຂດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ, ເຂດກວມລວມໄຊເສດຖາ ແລະ ເຂດເສດຖະກິດພິເສດ ສະຫວັນ-ເຊໂນ) ພ້ອມດ້ວຍບັນດາບໍລິສັດຈຳນວນໜຶ່ງທີ່ຢູ່ໃນເຂດດັ່ງກ່າວ ລວມທັງໝົດ ຈຳນວນ 118 ທ່ານ.

ການຄຸ້ມຄອງ​ສິນຄ້າສອງດ້ານ ແມ່ນການຈັດຕັ້ງປະຕິບັດບັນດາ ເງື່ອນໄຂ ແລະ ມາດຕະການ ເພື່ອການຄຸ້ມຄອງການສົ່ງອອກ, ການສົ່ງອອກຊົ່ວຄາວ,​ ການຜ່ານແດນ, ການບໍລິການນາຍໜ້າ ແລະ ການຊ່ວຍເຫຼືອທາງດ້ານວິຊາການ ທີ່ຕິດພັນກັບສິນຄ້າສອງດ້ານ. ສິນຄ້າສອງດ້ານ ແມ່ນສິນຄ້າ, ຊອບແວ, ເຕັກໂນໂລຊີ ແລະ ຂໍ້ມູນທາງດ້ານເຕັກນິກ ທີ່ສາມາດນຳໃຊ້ໄດ້ທັງໃນທາງພົນລະເຮືອນ ແລະ ທາງການທະຫານ ຊຶ່ງອາດຖືກນຳໃຊ້ໂດຍກົງ ຫຼື ທາງອ້ອມ ເພື່ອອອກ ແບບ, ພັດທະນາ ຫຼື ຜະລິດ ເປັນອາວຸດທໍາລາຍລ້າງຜານ ຫຼື ລະບົບນຳສົ່ງຂອງອາວຸດ ທໍາລາຍລ້າງຜານ.

ປະທານກອງປະຊຸມໄດ້ກ່າວວ່າ:​ ການສ້າງນິຕິກໍາເພື່ອຄຸ້ມຄອງສິນຄ້າສອງດ້ານ ແມ່ນພັນທະໃນນາມທີ່ ສປປ ລາວ ເປັນສະມາຊິກຂອງ ອົງການສະຫະປະຊາຊາດ (ສປຊ), ໂດຍສະເພາະແມ່ນການຜັນຂະຫຍາຍບັນດາຍັດຕິຕ່າງໆທີ່ ອົງການສະຫະປະຊາຊາດ ໄດ້ຮັບຮອງມາ. ໃນນີ້, ໜຶ່ງໃນບັນດາຍັດຕິຂອງ ສປຊ ທີ່ສຳຄັນ ແມ່ນຍັດຕິຂອງສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ປີ 2004 (United Nations Security Council – UNSC) ວ່າດ້ວຍການບໍ່ແຜ່ຜາຍອາວຸດທຳລາຍລ້າງຜານ. ຍັດຕິດັ່ງກ່າວ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຕ້ອງໄດ້ ສ້າງກົນໄກ ແລະ ລະບຽບການ ໃນການສະກັດກັ້ນ ແລະ ຫຼຸດຜ່ອນການສະສົມ ອາວຸດນິວເຄຣຍ, ອາວຸດເຄມີ ແລະ ອາວຸດຊີວະພາບ, ລວມທັງວັດຖຸ, ອຸປະກອນອື່ນໆ (ຊຶ່ງກວມເອົາສິນຄ້າສອງດ້ານ) ທີ່ສາມາດເປັນອົງປະກອບເພື່ອນຳໃຊ້ໃນການພັດທະນາອາວຸດທຳລາຍລ້າງຜານ. ສຳລັບສິນຄ້າປະເພດ ອາວຸດນິວເຄຣຍ, ອາວຸດເຄມີ ແລະ ອາວຸດຊີວະພາບ ທີ່ໄດ້ກຳນົດໄວ້ຕາມຍັດຕິດັ່ງກ່າວ ແມ່ນໄດ້ຖືກຄວບຄຸມການສົ່ງອອກ ໂດຍ ລາຍການສິນຄ້າເກືອດຫ້າມ. ນອກຈາກນີ້ການຄວບຄຸມສິນຄ້າທີ່ກ່າວມານັ້ນ, ຍັດຕິດັ່ງກ່າວ ຍັງຮຽກຮ້ອງໃຫ້ມີການຄວບຄຸມ, ຄຸ້ມຄອງ ສິນຄ້າສອງດ້ານ.

ທ່ານ ຍັງກ່າວຕື່ມວ່າ:​ ນອກຈາກປະເທດເຮົາແລ້ວ ສະພາບການຄຸ້ມຄອງສິນຄ້າສອງດ້ານ ຂອງບັນດາສະມາຊິກອາຊຽນສາມາດແບ່ງ ອອກເປັນແຕ່ລະກຸ່ມ ຄື:ກຸ່ມທີ 1: ມາເລເຊຍ, ສິງກະໂປ ແລະ ຟິລິບປິນ ແມ່ນໄດ້ຈັດຕັ້ງປະຕິບັດແລ້ວ; ກຸ່ມທີ 2: ໄທ (ມີນິຕິກຳ ແລະ ຮັບຮອງແລ້ວໃນປີ 2020); ກຸ່ມທີ 3: ສປປລາວ, ກຳປູເຈຍ, ມຽນມ້າ ແລະ ອິນໂດເນເຊຍ (ກຳລັງສ້າງນິຕິກຳ); ແລະ ກຸ່ມທີ 4: ສສ ຫວຽດນາມ ແລະ ບຣູໄນ (ກຳລັງສຶກສາຂໍ້ມູນ ແລະ ພິຈາລະນາ).

ກອງປະຊຸມຄັ້ງນີ້ດຳເນີນໄປໃນບັນຍາກາດອັນຟົດຟື້ນ ແຕ່ລະພາກສ່ວນ ມີການປະກອບຄຳເຫັນຢ່າງສ້າງສັນ ແລະ ປຶກສາຫາລືກັນຢ່າງກົງໄປກົງມາ ເຊິ່ງກອງເລຂາໄດ້ສັງລວມ ແລະ ນໍາໄປປັບປຸງເນື້ອໃນດໍາລັດໃຫ້ສົມບຸນ ເຊິ່ງອີງຕາມແຜນວຽກທີ່ຄະນະຮັບຜິດຊອບສ້າງດຳລັດໄດ້ຄົ້ນຄວ້າ ແລະ ປຶກສາຫາລືກັນ ທີ່ຈະຍື່ນສະເໜີຮ່າງດຳລັດວ່າດ້ວຍການຄຸ້ມຄອງສິນຄ້າສອງດ້ານໃຫ້ ລັດຖະບານ ພິຈາະລະນາ ໃນເດືອນພະຈິກ 2021 ທີ່ຈະມາເຖິງນີ້.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.