ພາບປະກອບ

 

ອີງຕາມ ຄຳແນະນຳກ່ຽວກັບ ການສົ່ງອອກໄມ້ປູກໄປຕ່າງປະເທດປະເພດໄມ້ປູກເພື່ອສົ່ງອອກ, ເລກທີ 0918/ອຄ, ລົງວັນທີ 19 ຕຸລາ 2021 ໄດ້ແນະນໍາກ່ຽວກັບການສົ່ງອອກໄມ້ປູກໄປຕ່າງປະເທດ ແມ່ນການສົ່ງອອກໄມ້ປູກ ແລະ ຜະລິດຕະພັນຈາກໄມ້ປູກ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ຕົກລົງ ວ່າດ້ວຍ ການຮັບຮອງເອົາລາຍການຜະລິດຕະພັນໄມ້ເພື່ອສົ່ງອອກ ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ຮັບຮອງ ແລະ ປະກາດໃຊ້ ໃນແຕ່ລະໄລຍະ.

ຂັ້ນຕອນສົ່ງອອກໄມ້ປູກໄປຕ່າງປະເທດ ດັ່ງລາຍລະອຽດລຸ່ມນີ້:

  1. ການປະກອບເອກະສານ

ຜູ້ທີ່ມີຈຸດປະສົງສົ່ງອອກໄມ້ປູກ ຕ້ອງປະກອບເອກະສານຍື່ນຫາ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ບ່ອນທີ່ເປັນຈຸດທ້ອນໂຮມໄມ້ກ່ອນການສົ່ງອອກ (ໂດຍແມ່ນ ໜ່ວຍງານອຸດສາຫະກຳ ແລະ ຫັດຖະ ກຳ ແລະ ນຳເຂົ້າ ແລະ ສົ່ງອອກ ເປັນຜູ້ຈັດຕັ້ງປະຕິບັດ) ເພື່ອພິຈາລະນາອອກໃບອະນຸຍາດສົ່ງອອກໃນແຕ່ລະຄັ້ງ ໂດຍມີເອກະສານປະກອບ ຄືດັ່ງນີ້:

  1. ຮ່າງ ໃບອະນຸຍາດສົ່ງອອກໄມ້​ປູກ (ອຄ.02) ຕາມແບບພິມ ທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ ທີ່ໄດ້ຕື່ມຂໍ້ມູນຄົບຖ້ວນແລ້ວ;
  2. ຮ່າງ ຕາຕະລາງບັນຊີລາຍການໄມ້ປູກ ຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ ທີ່ໄດ້ຕື່ມຂໍ້ມູນຄົບຖ້ວນແລ້ວ;
  3. ສໍາເນົາ ໃບອະນຸຍາດດຳເນີນທຸລະກິດຂອງຜູ້ສົ່ງອອກໄມ້ປູກ (ກໍລະນີສະເໜີຄັັ້ງທຳອິດ);
  4. ສໍາເນົາ ໃບຢັ້ງຢືນການມອບພັນທະອາກອນປະຈຳປີ ທີ່ຍັງມີຜົນນຳໃຊ້ໄດ້ (ກໍລະນີສະເໜີຄັັ້ງທຳອິດ);
  5. ສຳເນົາ ໃບທະບຽນປ່າປູກ ຫຼື ໃບຢັ້ງຢືນໄມ້ປູກ ທີ່ໄດ້ຂຸດຄົ້ນໄມ້ອອກມາ;
  6. ໜັງສືຢັ້ງຢືນ ຫຼື ສັນຍາ ການຊື້​-ຂາຍ​ໄມ້.

ໃນກໍລະນີ ຜູ້ສະເໜີເປັນຜູ້ສົ່ງອອກທີ່ໄດ້ຮັບການຢັ້ງຢືນ ແມ່ນໃຫ້ນຳໃຊ້ ສໍາເນົາໃບຢັ້ງຢຶນຜູ້ສົ່ງອອກທີ່ໄດ້ຮັບການຢັ້ງຢືນ ທີ່ອອກໂດຍ ກົມການນໍາເຂົ້າ ແລະ ສົ່ງອອກ ແທນເອກະສານທີ 3, 4, 5 ແລະ 6.

  1. ການພິຈາລະນາເອກະສານ

ພາຍຫຼັງໄດ້ຮັບເອກະສານສະເໜີຂໍອະນຸຍາດສົ່ງອອກໄມ້ປູກ, ຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ຕ້ອງກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງເອກະສານ ແລ້ວແຈ້ງຕອບຜູ້ສະເໜີ ຊາບໂດຍທັນທີ ຫຼື ຊ້າສຸດບໍ່ໃຫ້ເກີນ ສາມສິບ ນາທີ. ໃນກໍລະນີ ເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ, ຜູ້ກວດກາເອກະສານ ຕ້ອງແຈ້ງຈຸດທີ່ຕ້ອງປັບປຸງແກ້ໄຂ ແລະ ລົງລາຍເຊັນໃສ່ໃບກວດຮັບເອກະສານດັ່ງກ່າວ.  

ກໍລະນີ ເອກະສານຖືກຕ້ອງ ແລະ ຄົບຖ້ວນ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ​, ນະຄອນ  ຕ້ອງສົມທົບ ກັບ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ນະຄອນ ເພື່ອລົງກວດກາໄມ້ປູກທີ່ຈະສົ່ງອອກ ພາຍໃນ ຫ້າ ວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານ.

ສຳລັບຜູ້ສົ່ງອອກທີ່ໄດ້ຮັບໃບຢັ້ງຢືນ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ສາມາດພິຈາລະນາອອກໃບອະນຸຍາດສົ່ງອອກໄມ້ປູກ ພາຍໃນ ສອງ ວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານຖືກຕ້ອງຄົບຖ້ວນ ໂດຍບໍ່ຈຳເປັນຕ້ອງລົງກວດກາໄມ້ປູກທີ່ຈະສົ່ງອອກ.

ຄ່າທຳນຽມ, ຄ່າບໍລິການ ແລະ ນະໂຍບາຍ, ພັນທະດ້ານພາສີ-ອາກອນ ການເກັບຄ່າທຳນຽມ ແລະ ຄ່າບໍລິການ ທີ່ຕິດພັນກັບການສົ່ງອອກໄມ້ປູກ ແມ່ນໃຫ້ປະຕິບັດຕາມລັດຖະບັນຍັດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ ທີ່ໄດ້ປະກາດໃຊ້ໃນແຕ່ລະໄລຍະ.

ການປະຕິບັດພັນທະດ້ານພາສີ-ອາກອນໃນການສົ່ງອອກໄມ້ປູກ ແມ່ນໃຫ້ປະຕິບັດຕາມທີ່ກຳນົດໄວ້ໃນ ກົດໝາຍ ວ່າດ້ວຍພາສີ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ , ດຳລັດວ່າດ້ວຍການສົ່ງເສີມການປູກໄມ້ເປັນສິນຄ້າ ແລະ ລະບຽບກົດໝາຍອື່ນ ທີ່ປະກາດໃຊ້ ໃນແຕ່ລະໄລຍະ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.