ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

ກະຊວງການເງິນ

ເລກທີ 5642/ກງ

ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2021

 

ແຈ້ງການແນະນຳ

ເຖິງ: - ຫົວໜ້າ ກົມພາສີ, ກົມສ່ວຍສາອາກອນ ແລະ ກົມຄຸ້ມຄອງຊັບສິນແຫ່ງລັດ,

  • ບັນດາຫົວໜ້າ ພະແນກການເງິນແຂວງ, ນະຄອນຫຼວງວຽງຈັນ,
  • ນິຕິບຸກຄົນທີ່ດຳເນີນທຸລະກິດການສົ່ງອອກຜະລິດຕະພັນໄມ້.

ເລື່ອງ: ເພີ່ມທະວີການຄຸ້ມຄອງການສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ ເພື່ອເກັບພັນທະລາຍຮັບເຂົ້າງົບປະມານ.

  • ອີງຕາມ ດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 600/ນຍ, ​ລົງວັນທີ 14 ຕຸລາ 2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ;
  • ອີງຕາມ ຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ກວດກາການຂຸດຄົ້ນໄມ້ ແລະ ທຸລະກິດໄມ້;
  • ອີງຕາມ ຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 18/ນຍ,​ ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ  ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ;
  • ອີງຕາມ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 885/ຫສນຍ. ລົງວັນທີ 28 ກໍລະກົດ 2021.

ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດບັນດາ ກົດໝາຍ, ຄຳສັ່ ແລະ ແຈ້ງການຂອງລັດຖະບານໃນການຄຸ້ມຄອງການສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ໃຫ້ຖືກຕ້ອງ, ເຂັ້ມງວດ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ.

 

ລັດຖະມົນຕີ ອອກແຈ້ງການແນະນຳດັ່ງນີ້:

  1. ມອບໃຫ້ຫົວໜ້າ ກົມພາສີ, ກົມສ່ວຍສາອາກອນ, ກົມຄຸ້ມຄອງຊັບສິນແຫ່ງລັດ ແລະ ພະແນກການເງິນແຂວງ ນຳພາ-ຊີ້ນຳຂະແໜງສາຍຕັ້ງຂອງຕົນ ແລະ ປະສານສົມທົບກັບຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິນ, ເພີ່ທະວີການຄຸ້ມຄອງການສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ ເພື່ອຈັດຕັ້ງປະຕິບັດ ຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016, ຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 18/ນຍ, ລົງວັນທີ 6 ກັນຍາ 2021, ແຈ້ງການຂອງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 885/ຫສນຍ, ລົງວັນທີ 28 ກໍລະກົດ 2021, ຂໍ້ຕົກລົງຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0851/ອຄ, ລົງວັນທີ 14 ກັນຍາ 2021 ວ່າດ້ວຍການຮັບຮອງເອົາລາຍການຜະລິດຕະພັນໄມ້ເພື່ອສົ່ງອອກ ແລະ ນິຕິກຳທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງເກັບລາຍຮັບເຂົ້າງົບປະມານຕາມລະບຽບການ.
  2. ຂະແໜງຊັບສິນຂອງລັດ:

ເປັນເຈົ້າການສົມທົບກັບຂະແໜງການລັດທີ່ກ່ຽວຂ້ອງ ໃນການຄຸ້ມຄອງກວດກາໄມ້ຂຶ້ນລົດບັນທຸກຢູ່ຕົ້ນທາງ, ໄມ້ຢູ່ສະໜາມ II, ໂຮງງານປຸງແຕ່ງໄມ້ ແລະ ອື່ນໆ ເພື່ອດຳເນີນການຕິດຕາມ, ກວດກາບໍລິມາດ, ປະເພດ, ຊະນິດ, ມູນຄ່າ, ຈຳນວນ ແລະ ຜະລິດຕະພັນໄມ້ຕາມລາຍການໄມ້ຕົວຈິງ ທີ່ໄດ້ຮັບອະນຸຍາດສົ່ງອອກ, ເຮັດບົດບັນທຶກການກວດກາຢັ້ງຢືນຄວາມຖືກຕ້ອງຢູ່ຕົ້ນທາງ, ປົກຜ້າບັດ, ນຳໃຊ້ພາຊະນະຫຸ້ມຫໍ່, ສາຍຮັດ ຫຼື ເຕັກນິກອື່ນ ເພື່ອຮັບປະກັນ ແລະ ປົກປ້ອງບໍ່ໃຫ້ມີການລັກລອບ ໃນເວລາເຄື່ອນຍ້າຍຕາມເສັ້ນທາງໄປຫາດ່ານພາສີສາກົນບ່ອນສົ່ງອອກ.

  1. ຂະແໜງສ່ວຍສາອາກອນ:

ໃຫ້ຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບພັນທະ ຈາກການຂຸດຄົ້ນ, ປຸງແຕ່ງ, ຜະລິດ, ຈຳໜ່າຍ ພາຍໃນ ແລະ ສົ່ງອອກຕ່າງປະເທດ ກ່ຽວກັບການສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ ເຊັ່ນ: ຄ່າຊັບພະຍາກອນໄມ້, ຄ່າທຳນຽມຕ່າງໆ ແລະ ອາກອນປະເພດຕ່າງໆຕາມລະບຽບກົດໝາຍກຳນົດ, ເພື່ອຊຳລະພັນທະເຂົ້າງົບປະມານແຫ່ງລັດ ຜ່ານລະບົບຂໍ້ມູນຂ່າວສານລາຍຮັບສ່ວຍສາອາກອນ (TaxRIS) ແລ້ວສົ່ງຂໍ້ມູນໃຫ້ ຂະແໜງຊັບສິນຂອງລັດ ແລະ ຂະແໜງພາສີ ດ່ານພາສີສາກົນບ່ອນສົ່ງອອກ ເພື່ອຄຸ້ມຄອງ ແລະ ກວດກາ ການສົ່ງອອກ ຕາມລະບຽບການ.

  1. ຂະແໜງພາສີ

ໃຫ້ຄຸ້ມຄອງ, ຕິດຕາມ ແລະ ເປັນເຈົ້າການດຳເນີນການກວດກາຕາມເຕັກນິກວິຊາສະເພາະ ກວດກາໂດຍກົງ ແລະ ນຳໃຊ້ເຄື່ອງມືທັນສະໄໝ (ສະແກນເນີ, ຊິງຊັ່ງ ແລະ ອື່ນໆ ໃນການວິນິໃສຂໍ້ມູນສົມທຽບ) ກວດກາລົດ ບັນທຸກໄມ້ແຕ່ລະຄັນທີ່ເຄື່ອນຍ້າຍມາເຖິງດ່ານ, ເອກະສານອະນຸຍາດສົ່ງອອກ, ລາຍການໄມ້ຕ່າງໆຢ່າງລະອຽດ ແລະ ການມອບພັນທະໄມ້ ເມື່ອເຫັນວ່າຖືກຕ້ອງຈຶ່ງອະນຸຍາດສົ່ງອອກ, ແຕ່ຖ້າຫາກພົບເຫັນການລັກລອບ ຊຸກເຊື່ອງໄມ້ໜີພາສີໃຫ້ປະຕິບັດມາດຕະການຢ່າງເຂັ້ມງວດ ຕາມກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020, ພ້ອມທັງຍຶດໄມ້ຈຳນວນດັ່ງກ່າວເປັນຂອງລັດ ເພື່ອດຳເນີນຄະດີຕາມ ລະບຽບກົດໝາຍ; ສຳລັບລາຍຮັບທີ່ໄດ້ຈາກການປະມູນຂາຍໄມ້ທີ່ເປັນຄະດີທາງພາສີ ແມ່ນໃຫ້ມອບເຂົ້າງົບປະມານເປັນລາຍຮັບຂອງ ຂະແໜງພາສີ.

  • ເຈົ້າໜ້າທີ່ພາສີປະຈຳດ່ານພາສີຊາຍແດນ ໃຫ້ປະຕິບັດໜ້າທີ່, ກວດກາບັນດາຂໍ້ມູນຄື:
  • ສັນຍາການຊື້-ຂາຍໄມ້ ແລະ ຜະລິດຕະພັນໄມ້ ທີ່ຈົດທະບຽນຖືກຕ້ອງ ເພື່ອສົ່ງອອກໄປຕ່າງປະເທດ, ມີການຢັ້ງຢືນການຊຳລະພັນທະຕ່າງໆເຊັ່ນ: ຄ່າຊັບພະຍາກອນໄມ້, ຄ່າທຳນຽມຕ່າງໆ, ອາກອນປະເພດຕ່າງໆ ຕາມລະບຽບກົດໝາຍກຳນົດ.
  • ພາຍຫຼັງກວດກາຂໍ້ມູນຖືກຕ້ອງຄົບຖ້ວນແລ້ວ ໃຫ້ດຳເນີນການຄິດໄລ່ພາສີຂາອອກໃນອັດຕາ 30% ສຳລັບ ຜະລິດຕະພັນໄມ້ເລື່ອຍແປຮູບ (ໄມ້ເລື່ອຍແປຮູບ, ໄມ້ຕີຕັບ ແລະ ໄມ້ຊອຍ), ປລະ ຜະລິດຕະພັນໄມ້ເຄື່ອງສຳເລັດຮູບໃນອັດຕາ 15% ຂອງມູນຄ່າສົ່ງອອກ;
  • ການສົ່ງອອກສິນຄ້າ, ເຄື່ອງຂອງ ແລະ ຜະລິດຕະພັນອື່ນ ແມ່ນໃຫ້ປະຕິບັດຕາມ ລັດຖະບັນຍັດປະທານປະເທດ ສະບັບເລກທີ 002/ປປທ, ລົງວັນທີ 27 ເມສາ 2012.
  • ສຳລັບການອະນຸຍາດສົ່ງອອກໄມ້ຕົກຄ້າງອື່ນ ທີ່ເປັນໄມ້ທ່ອນ, ຕໍໄມ້, ປູດໄມ້ ແລະ ອື່ນໆ ຕ້ອງໄດ້ຮັບອະນຸຍາດເປັນກໍລະນີສະເພາະຈາກ ລັດຖະບານ.
  1. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ:
  • ສຳລັບເຈົ້າໜ້າທີ່, ພະນັກງານ-ລັດຖະກອນ, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ປະຊາຊົນ ທີ່ປະອກບສ່ວນທທາງກົງ ຫຼື ທາງອ້ອມກ່ຽວກັບການລະເມີດກົດໝາຍ, ມີຜົນງານໃນການສະກັດກັ້ນ ການລັກລອບຫຼົບຫຼີກພັນທະຕ່າງໆ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍຕອບແທນ ຕາມກົດໝາຍ ກຳນົດ.
  1. ມາດຕະການຕໍ່ຜູ້ລະເມີດ:
  • ສຳລັບເຈົ້າໜ້າທີ່, ພະນັກງານ-ລັດຖະກອນ, ຫາກກວດພົບເຫັນວ່າມີການລະເລີຍຕໍ່ໜ້າທີ່, ຮັບສິນບົນ, ສົມຮູ້ຮ່ວມຄິດເຮັດໃຫ້ການສົ່ງອອກມີການຫຼົບຫຼີກຊຸກເຊື່ອງໜີພາສີ ດ້ານບໍລິມາດ, ປະເພດ, ຊະນິດ, ມູນຄ່າ, ຈຳນວນໄມ້ ຈະຖືກລົງວິໄນ ແລະ ຖືກດຳເນີນຄະດີປະຕິບັດມາດຕະການຕາມແຕ່ລະກໍລະນີ ຕາມກົດໝາຍ ແລະ ລະບຽບການ;
  • ສຳລັບຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ປັບໄໝ ແລະ ຖືກດຳເນີນຄະດີທາງພາສີ ຮັບຜິດຊອບຕໍ່ຄ່າພາສີ-ອາກອນ ແລະ ພັນທະອື່ນ ໃຫ້ຄົບຖ້ວນ, ຖ້າເກີດຈາກການກະທຳຂອງຕົນດ້ວຍການເຈດຕະນາ ຈະຖືກດຳເນີນຄະດີທາງແພ່ງ ແລະ ທາງອາຍາ ຕາມກົດໝາຍ.
  • ສຳລັບຂອງກາງ ທີ່ເປັນປະເພດໄມ້ ແລະ ຜະລິດຕະພັນໄມ້ ໃຫ້ດຳເນີນການຕາມຂັ້ນຕອນຢຶດ ແລະ ຕົກເປັນຂອງລັດ; ໃນກໍລະນີທີ່ມີການດັດແປງເສີມແຕ່ງຍານພາຫະນະ, ພາຊະນະບັນຈຸ, ຕູ້ສິນຄ້າ ຫຼື ສ້າງວິທີການອຳພາງເຊື່ອງອຳອື່ນ ດ້ວຍການເຈດຕະນາທີ່ສົ່ງຜົນເສຍຫາຍຮ້າຍແຮງຕໍ່ຄວາມປອດໄພ, ການຂົນສົ່ງສິນຄ້າ, ການເກັບລາຍຮັບ ແລະ ອື່ນໆ ໃຫ້ປະຕິບັດມາດຕະການທຳລາຍຖິ້ມ ຕາມກົດໝາຍ ແລະ ລະບຽບການ.
  1. ມອບໃຫ້ ຫົວໜ້າກົມພາສີ, ກົມສ່ວຍສາອາກອນ, ກົມຄຸ້ມຄອງຊັບສິນແຫ່ງລັດ ແລະ ພະແນກການເງິນນະຄອນຫຼວງ, ບັນດາແຂວງ ຈັດຕັ້ງໂຄສະນາເຜີຍແຜ່, ຕິດຕາມ ແລະ ກວດກາການປະຕິບັດ ແຈ້ງການ ແນະນຳສະບັບນີ້ ຕາມໜ້າທີ່ໃຜບາວຢ່າງເປັນເອກະພາບ ແລະ ເຂັ້ມງວດ.
  2. ແຈ້ງການສະບັບນີ້ ປ່ຽນແທນ ຄຳສັ່ງແນະນຳ ເລກທີ 1765/ກງ, ລົງວັນທີ 4 ກໍລະກົດ 2013 ແລະ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີ

ບຸນໂຈມ ອຸບົນປະເສີດ

# ຫົວຂໍ້ ດາວໂຫຼດ
1 Notification to collect revenue obligations of exporting timber and wood products into the National Budgets, No. 5642/MOF, date 10 November 2021. PDF
2 ແຈ້ງການແນະນໍາ ເພີ່ມທະວີການຄຸ້ມຄອງການສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ ເພື່ອເກັບພັນທະລາຍຮັບເຂົ້າງົບປະມານ, ເລກທີ 5642/ກງ, ລົງວັນທີ 10 ພະຈິກ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.